Home Blog Page 218

ວັນຕ້ານການນໍາໃຊ້ແຮງງານເດັກສາກົນ

ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນ ວັນຕ້ານການນໍາໃຊ້ແຮງງານເດັກສາກົນ (12 ມິຖຸນາ ) ປີ 2021 ມີດັ່ງຕໍ່ໄປນີ້

– ພີ່ນ້ອງຮ່ວມຊາດ ທີ່ຮັກແພງ! ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດ ວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າ ຕາງໜ້າໃຫ້ ພັກ ແລະ ລັດຖະບານ ຂໍຝາກຄວາມສາມັກຄີຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັບອົບອຸ່ນ ມາຍັງພວກລູກໆຫຼານໆ ເດັກນ້ອຍລາວບັນດາ ເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ.

ພາບປະກອບ

ເໝືອນດັ່ງໃນແຕ່ລະປີທີ່ຜ່ານມາ, ປະເທດຕ່າງໆໃນໂລກ ກໍຄື ສປປ ລາວ ພວກເຮົາກໍໄດ້ມີການຈັດກິດຈະກໍາຕ່າງໆຂຶ້ນ ໃນວັນດັ່ງກ່າວ ດ້ວຍຮູບການ ແລະ ວິທີການທີ່ຟົດຟື້ນສົມຄວນ ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການຕ້ານການນຳໃຊ້ແຮງງານເດັກ ໂດຍສະເພາະແນໃສ່ເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຕ່າງໆ ຢ່າງຖືກຕ້ອງຕໍ່ບັນຫາແຮງງານເດັກ. ແຕ່ໃນປີນີ້ ເນື່ອງຈາກຍັງມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນຢູ່ ຊຶ່ງຈະເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືເດັກນ້ອຍລາວບັນດາເຜົ່າ ໃນປະເທດເຮົາ ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເໝືອນດັ່ງແຕ່ລະປີທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ການຈັດຕັ້ງ ພັກ-ລັດ ກໍຄືການຈັດຕັ້ງມະຫາຊົນ ແລະ ຜູ້ປົກຄອງເດັກທຸກຖ້ວນໜ້າ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ, ຂ້າພະເຈົ້າຈຶ່ງຂໍມີຄຳເຫັນບາງຈຸດສຳຄັນຄື:

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ, ຖ້າເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງ ກໍຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ ຄວາມສາມາດ ແລະ ປະເທດຊາດ ຈະມີຊັບພະຍາກອນມະນຸດທີ່ມີຄຸນນະພາບ. ແຕ່ໃນທາງກົງກັນຂ້າມ, ເດັກນ້ອຍຢູ່ຫຼາຍປະເທດໃນໂລກ ລວມທັງຢູ່ປະເທດຂອງພວກເຮົາ ສ່ວນຫຼາຍ ແມ່ນຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ, ໜຶ່ງໃນບັນຫາທີ່ເກີດຂຶ້ນ ແມ່ນຍັງມີການນໍາໃຊ້ເດັກນ້ອຍເຮັດວຽກ ໂດຍອີງຕາມຂໍ້ມູນຂອງອົງການແຮງງານສາກົນ (ILO) ໃຫ້ຮູ້ວ່າເດັກນ້ອຍເຖິງ 215 ລ້ານຄົນ ໃນທົ່ວໂລກ ໄດ້ເຮັດວຽກທີ່ໜັກໜ່ວງ ແລະ ເປັນອັນຕະລາຍຕໍ່ສຸຂະພາບ, ກະທົບຕໍ່ການພັດທະນາທັງທາງດ້ານຮ່າງກາຍ, ມັນສະໝອງ ແລະ ຈິດໃຈຂອງເດັກ ໂດຍສະເພາະແມ່ນ ກະທົບຕໍ່ການຮຽນຮູ້ ຫຼື ການສຶກສາຂອງເດັກໃນໄວຮຽນ ທັງຍັງຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ແລະ ສາກົນ ອີກດ້ວຍ.

ສຳລັບ ສປປ ລາວ, ພັກ ແລະ ລັດຖະບານ ຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການພັດທະນາ ແລະ ປົກປ້ອງເດັກ, ເພາະວ່າເດັກເປັນຊັບພະຍາກອນອັນລໍ້າຄ່າຂອງຊາດ ແລະ ເປັນຜູ້ສືບທອດພາລະກິດໃນການສ້າງສາ ແລະ ພັດທະນາປະເທດຊາດຢ່າງແທ້ຈິງ ຊຶ່ງໃນໄລຍະຜ່ານມາ, ພວກເຮົາໄດ້ມີ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ ໃນການປົກປ້ອງ ແລະ ຄຸ້ມຄອງເດັກນ້ອຍ ແລະ ໄວໜຸ່ມ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ. ເວົ້າສະເພາະການພົວພັນຮ່ວມມືຂອງ ສປປ ລາວ ໃນລະດັບພາກພື້ນ ແລະ ສາກົນ, ລັດຖະບານລາວເຮົາ ກໍໄດ້ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆກ່ຽວກັບເດັກຢ່າງເປັນປົກກະຕິ ໂດຍການເຂົ້າເປັນພາຄີຂອງສົນທິສັນຍາສາກົນ, ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ; ໃນປີ 2005 ສປປ ລາວ ເຮົາ ກໍໄດ້ໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາຂອງອົງການແຮງງານສາກົນ ວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະ ວ່າດ້ວຍການຫ້າມ ແລະ ດໍາເນີນການລຶບລ້າງການໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງ ແລະ ອື່ນໆ.

ພາຍຫຼັງທີ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາ ວັນທີ 12 ມິຖຸນາ ເປັນວັນຕ້ານການນຳໃຊ້ແຮງງານເດັກ ສາກົນ ໃນປີ 2002 ເປັນຕົ້ນມາ, ບັນດາປະເທດໃນທົ່ວໂລກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ແກ້ໄຂບັນຫາແຮງງານເດັກໃນທຸກຮູບແບບຢ່າງຈິງຈັງ.

ພວກເຮົາຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈນໍາກັນ ເຖິງເນື້ອແທ້ຂອງຄໍາວ່າແຮງງານເດັກ ເປັນຫຍັງຈຶ່ງມີການຫ້າມບໍ່ໃຫ້ມີການນຳໃຊ້ແຮງງານເດັກ ເພາະການຫ້າມບໍ່ໃຫ້ມີແຮງງານເດັກຢູ່ໃນໂລກນີ້ ບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກ ໂດຍສະເພາະແມ່ນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ທີ່ຢູ່ໃນສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດ ບໍ່ວ່າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ລວມໄປເຖິງຮີດຄອງປະເພນີຂອງແຕ່ລະປະເທດ ມັນເປັນໄປບໍ່ໄດ້ເລີຍທີ່ຈະໄປຫ້າມເດັດຂາດບໍ່ໃຫ້ເດັກເຮັດວຽກໄດ້. ເພາະສະນັ້ນ, ຕ້ອງເຂົ້າໃຈວ່າ ການນຳໃຊ້ແຮງງານເດັກ ແມ່ນໝາຍເຖິງການນຳໃຊ້ ຫຼື ການໃຫ້ເດັກ ເຮັດວຽກທີ່ຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ໂດຍສະເພາະແມ່ນກົດ ໝາຍວ່າດ້ວຍແຮງງານ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫຼື ເກີນກວ່າ 8 ຊົ່ວໂມງຕໍ່ວັນ, ເຮັດວຽກໃນຂະແໜງການທີ່ເປັນອັນຕະລາຍ ເຊັ່ນ: ຂະແໜງການກໍ່ສ້າງ, ບໍ່ແຮ່, ເຮັດວຽກທີ່ພົວພັນສານເຄມີ, ສິ່ງມຶນເມົາ, ການພະນັນ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເດັກ. ນອກຈາກນັ້ນ, ແຮງງານເດັກແມ່ນການເອົາເດັກທີ່ອາຍຸຕໍ່າກວ່າເກນອາຍຸທີ່ກົດໝາຍກຳນົດ ເຊັ່ນ: ຕໍ່າກວ່າ 14 ປີ ໄປເຮັດວຽກ ໂດຍໃຫ້ປະລະການສຶກສາ ແລະ ອື່ນໆ. ສຳລັບເດັກເຮັດວຽກຊ່ວຍຄອບຄົວເຊັ່ນ: ວຽກໃນຄົວເຮືອນ, ໃນຊີວິດປະຈຳວັນ ຫຼື ການໄປເຮັດວຽກຫາເງິນຊ່ວຍຄອບຄົວແບບຊົ່ວຄາວໃນຊ່ວງພັກພາກຮຽນ ທີ່ເປັນການຊ່ວຍທຸລະກິດຄອບຄົວໃນແຕ່ລະວັນ ໂດຍບໍ່ມີຜົນກະທົບຕໍ່ການສຶກສາ, ຕໍ່ພັດທະນາການທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກ ຈະບໍ່ຖືວ່າເປັນແຮງງານເດັກ.

ພາບປະກອບ

ສະນັ້ນ, ຖ້າບໍ່ມີການໄຈ້ແຍກ ແລະ ກໍານົດນິຍາມໃຫ້ຊັດເຈນ ກໍຈະສ້າງຄວາມສັບສົນ, ສ້າງຄວາມເຂົ້າໃຈທີ່ບໍ່ຖືກຕ້ອງໃຫ້ແກ່ສັງຄົມ ພ້ອມທັງຈະກາຍເປັນອຸປະສັກໃຫ້ແກ່ການກໍານົດນະໂຍບາຍ, ການວາງແຜນເພື່ອປ້ອງກັນ ແລະ ສະກັດກັ້ນການນໍາໃຊ້ແຮງງານເດັກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ຮີດຄອງປະເພນີຂອງປະເທດເຮົາ.

ເຫດການທີ່ພົ້ນເດັ່ນໃນປີ 2021 ນີ້, ບັນດາປະເທດສະມາຊິກຂອງ ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາປີນີ້ເປັນປີສາກົນ ເພື່ອລຶບລ້າງການນໍາໃຊ້ແຮງງານເດັກ ໃນທຸກຮູບແບບ ຊຶ່ງຈະເປັນໂອກາດອັນສໍາຄັນ ໃນການຈັດຕັ້ງປະຕິບັດແຜນຕ່າງໆ ເພື່ອບັນລຸເປົ້າໝາຍສະຫັດສະວັດ, ຍຸດທະສາດການພັດທະນາແບບຍືນຍົງ ໃນເປົ້າໝາຍທີ 8.7 ໂດຍສະເພາະແມ່ນເປົ້າໝາຍຂອງການສິ້ນສຸດການນໍາໃຊ້ແຮງງານເດັກ ພາຍໃນປີ 2025 ແລະ ສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະ ທາລຸນ ໃນປີ 2030.

ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ, ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທຸກຂັ້ນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນຮ່ວມມືກັບ ສປປ ລາວ ຈົ່ງນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງພວກທ່ານ ໂດຍການສ້າງເປັນແຜນການ, ຍຸດທະສາດ, ລະບຽບການຕ່າງໆ ໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍຂໍການຮ່ວມມື ແລະ ການສະໜັບສະໜູນ ທັງທາງດ້ານວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຈາກພວກທ່ານໃນການເຮັດໃຫ້ບັນຫາແຮງງານເດັກ ໃນທຸກຮູບແບບທີ່ເປັນອັນຕະລາຍຮ້າຍແຮງຕໍ່ເດັກ ນັ້ນໄດ້ຖືກລຶບລ້າງ ແລະ ກ້າວໄປສູ່ລະບົບການຈ້າງງານທີ່ມີຄຸນຄ່າ ແລະ ເປັນທໍາ ເພື່ອເຮັດໃຫ້ເດັກໄດ້ມີໂອກາດໄດ້ເຂົ້າຮັບການສຶກສາຫຼາຍຂຶ້ນ ຫຼື ຖ້າຈຳເປັນຕ້ອງໄດ້ເຮັດວຽກ ກໍຕ້ອງແມ່ນວຽກທີ່ມີຄວາມປອດໄພ, ມີຄຸນຄ່າ, ເປັນທໍາ ແລະ ມີລາຍໄດ້ທີ່ເໝາະສົມ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆຂອງ ສປປ ລາວ. ສໍາລັບຄອບຄົວ ແລະ ຊຸມຊົນທີ່ເດັກອາໄສຢູ່ນັ້ນ ກໍຂໍໃຫ້ເພີ່ມທະວີຄວາມເອົາໃຈໃສ່ ໃນການຫຼຸດຜ່ອນການເຮັດວຽກຂອງເດັກລົງເທື່ອລະກ້າວ ທັງນີ້ກໍເພື່ອໃຫ້ເດັກ ໄດ້ມີເວລາໄດ້ຮັບການສຶກສາຮໍ່າຮຽນ, ໄດ້ຮັບການຝຶກຝົນຫຼໍ່ຫຼອມດ້ານຕ່າງໆ ຕາມໄວຂອງເດັກຢ່າງເໝາະສົມ.

ສຸດທ້າຍນີ້, ຂໍອວຍພອນໃຫ້ການນຳຂອງການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານຂອງຕົນທຸກປະການ. ເນື່ອງໃນວັນຕ້ານການນຳໃຊ້ແຮງງານເດັກສາກົນ ແລະ ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ທີ 1 ມິຖຸນາ 2021 ທີ່ຫາກໍຜ່ານພົ້ນໄປວ່າງມໍ່ໆນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ເດັກນ້ອຍລາວທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນລູກຫຼານທີ່ດີຂອງປະເທດຊາດອັນແສນຮັກຂອງພວກເຮົາ ເພື່ອກ້າວຂຶ້ນເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີ ຂອງປະເທດຊາດ ໃນຕໍ່ໜ້າ.

ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບເຄື່ອງຊ່ວຍເຫຼືອ ແຂວງຈໍາປາສັກ

ອີງຕາມການລາຍງານ ຂອງມີເດຍລາວ, ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບ ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ ໃຫ້ ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າ ໃນວຽກງານ ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ມູນຄ່າ 128 ລ້ານກວ່າກີບ.

ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ມູນຄ່າ 128 ລ້ານກວ່າກີບ.

ພິທີ ມອບ-ຮັບ ດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 9 ມີຖຸນາ 2021 ທີ່ດ່ານສາກົນ ໜອງນົກຂຽນ ແຂວງຈຳປາສັກ ສປປ ລາວ – ດ່ານສາກົນຕະປຽງກຣຽນ ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ. ຝ່າຍແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ນຳໂດຍ ທ່ານ ມົມ ຊາເຣືອນ ເຈົ້າແຂວງຊຽງເເຕງ ພ້ອມດ້ວຍຄະນະ, ແຂວງຈຳປາສັກ ສປປ ລາວ ນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ມີ ທ່ານຮອງເຈົ້າແຂວງ, ທ່ານກົງສຸນໃຫຍ່ແຫ່ງ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ, ທ່ານກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາແຂວງຈໍາປາສັກ, ມີ ຄະນະຄຸ້ມຄອງດ່ານ, ຄະນະຜູ້ແທນ, ພະແນກການທີ່ກ່ຽວຂ້ອງ ຂອງ ສອງຝ່າຍ ເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບ ປະກອບມີ: 1. ເຂົ້າສານ ຈຳນວນ 5 ໂຕນ. 2. ປາກະປ໋ອງ ຈຳນວນ 3.000 ປ່ອງ (30 ແກັດ). 3. ໝີສຳເລັດຮູບ ຈໍານວນ 3OO ແກັດ, 4. ຜ້າອັດປາກ-ດັງ ຈຳນວນ 30,000 ອັນ (30ແກັດ), 5. ອັງໂກນ ຈໍານວນ 300 ຂວດ (15 ແກັດ) ແລະ 6. ນ້ຳຢາລ້າງປາກ ຈໍານວນ 1.OOO ຂວດ (50 ແກັດ) ລວມມູນຄ່າ 128 ລ້ານກວ່າກີບ.

ໃນໂອກາດດັ່ງກ່າວ, ທ່ານ ມົມ ຊາເຣືອນ ເຈົ້າແຂວງຊຽງເເຕງ ໄດ້ກ່າວຈຸດປະສົງ ແລະ ຄວາມຕັ້ງໃຈຂອງອົງການປົກຄອງແຂວງຊຽງແຕງ ທີ່ເຫັນໄດ້ຄວາມສຳຄັນ ລະຫ່ວາງ ສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນ ແຂວງຊຽງແຕງ ກັບ ແຂວງຈຳປາສັກ ທີ່ມີສາຍພົວພັນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຍາມທຸກຍາກ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ຕາງໜ້າໃຫ້ອົງການປົກຄອງ ແລະ ປະຊາຊົນລາວ ບັນດາເຜົ່າ ຊາວແຂວງຈຳປາສັກ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ນໍ້າໃຈ ໃນການປະກອບສ່ວນຊ່ວຍເຫລືອແບ່ງເບົາ ໃນຍາມປະສົບຄວາມຫຍຸ້ງຍາກລຳບາກ. ທັງເປັນການ ເພີ່ມທະວີ ການຮ່ວມມື, ສາຍພົວພັນການທູດ ກໍ່ຄື 65 ປີ (15/6/1956-15/6/2021) ຂອງ ການສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ກຳປູເຈຍ ທີ່ຈະມາເຖິງ ໃຫ້ແໜ້ນແຟ້ນ ຍິ່ງໆຂື້ນ.

ສັກວັກຊີນຕ້ານໂຄວິດ-19 ແຖມຟຣີກັນຊາ ທີ່ລັດວໍຊິງຕັນ ອາເມຣິກາ

ຄະນະກຳມະການເຄື່ອງດື່ມ ແລະ ກັນຊາຂອງລັດວໍຊິງຕັນ ຖະແຫຼງເມື່ອວັນທີ 7 ມິຖຸນາ ທີ່ຜ່ານມາ ຈະອະນຸຍາດໃຫ້ປະຊາຊົນທີ່ເປັນຜູ້ໃຫຍ່ແລ້ວ ຮັບກັນຊາແບບພັນລຳຟຣີ ເມື່ອມາສັກວັກຊີນຕ້ານໂຄວິດ-19 ພາຍໃຕ້ແຄມເປນ ”Joints for jabs” ເຊິ່ງແມ່ນເບີ່ມປະຕິວັດແລ້ວ ຈົນເຖິງ ວັນທີ 12 ກໍລະກົດ ແລະ ຖືວ່າເປັນສ່ວນໜຶ່ງໃນຍຸດທະສາດຂອງລັດ ໃນການດຶງດູດໃຈປະຊາຊົນໃຫ້ມາສັກວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່.

ຄະນະກຳມະການເຄື່ອງດື່ມ ແລະ ກັນຊາແຫ່ງລັດວໍຊິງຕັນ ປະເທດອາເມລິກາ ກຳນົດໃຫ້ຮ້ານຄ້າຂາຍຍ່ອຍກັນຊາ ທີ່ເຂົ້າຮ່ວມແຄມເປນ ສະເພາະຊະນິດແບບມ້ວນສູບ ແຈກໃຫ້ລູກຄ້າ ທີ່ມີອາຍຸ 21 ປີ ຂຶ້ນໄປ ຖ້າຫາກພວກເຂົາໄດ້ສັກວັກຊີນ ເຂັມທີ 1 ຫຼື ຄົບ 2 ເຂັມ.

ປັດຈຸບັນ, ລັດວໍຊີງຕັນ ມີປະຊາກອນ 4.4 ລ້ານ ຄົນທີ່ໄດ້ຮັບວັກຊີນ ເຂັມທີ 1 ແລະ 3,7 ລ້ານຄົນໄດ້ຮັບວັກຊີນຄົບທົງ 2 ເຂັມ ແລະ ມາດຕະການກັນຊານັ້ນ ບໍ່ແມ່ນເລື່ອງແປໃໝ່ສຳລັບອາເມລິກາ ເພາະກ່ອນໜ້ານີ້ ລັດແອຣິໂຊ ໄດ້ເຮັດໂຄງການແຈກກັນຊາໃຫ້ກັບຄົນມາສັກວັກຊີນ ກ່ອນໜ້າແລ້ວ.

ສຸດຍອດ! ຍິງຊາວອັບຟຣິກາໃຕ້ ອາຍຸ 37 ປີ ໃຫ້ກຳເນີດລູກ 10 ຄົນ ໃນຄັ້ງດຽວ

ຍິງທ່ານໜຶ່ງ ຊື່ວ່າ Gosiame Thamara Sithole ອາຍຸ 37 ປີ ຊາວອັບຟຣິກາໃຕ້ ໃຫ້ກຳເນີດລູກ 10 ຄົນໃນຄັ້ງດຽວ ເຊິ່ງເປັນການຖືພາຄັ້ງທີ່ສອງຂອງລາວ. ຖືພາຄັ້ງທຳອິດກໍແມ່ນແຝດ 2 ຄົນ ປັດຈຸບັນອາຍຸ 6 ປີ ເຊິ່ງລາວມີລູກທັງໝົດຕອນນີ້ 12 ຄົນ.

ຂໍ້ມູນໄດ້ຖືກເປີດເຜີຍໃນວັນທີ 8 ມິຖຸນາ 2021 ວ່າ ແຝດທັງ 10 ຄົນປະກອບໄດ້ດ້ວຍ ຊາຍ 7 ຄົນ, ຍິງ 3 ຄົນ ລາວບອກວ່າ ເປັນການຖືພາທີ່ເກີດຂຶ້ນໂດຍທຳມະຊາດ ເຊິ່ງຕອນທຳອິດແພດວິໄຈວ່າລາວຖືພາແຝດ 6 ຄົນເຊິ່ງເປັນການເບິ່ງຈາກການສະແກນກວດທັງ 2 ຄັ້ງ ແຕ່ລາວກໍບໍ່ເຊື່ອ ແລະ ຄິດວ່າລູກແຝດໃນທ້ອງມີພຽງແຕ່ 2-3 ຄົນເທົ່ານັ້ນ.

ແຕ່ເມື່ອເວລາຜ່ານໄປທ້ອງຂອງລາວກໍໄດ້ໃຫຍ່ຂຶ້ນເລື້ອຍໆ ລາວກໍເລີຍເຊື່ອ ເຮັດໃຫ້ນອນບໍ່ຫຼັບ ແລະ ເປັນຫ່ວງລູກໆໃນທ້ອງ ແຕ່ເມື່ອຮອດມື້ເກີດລູກກໍພົບວ່າມີເຖິງ 10 ຄົນດ້ວຍກັນ ໂດຍເປັນການຜ່າເອົາລູກອອກ ເຊິ່ງລູກໆຕ້ອງຢູ່ໃນຄວາມດູແລຂອງແພດຢ່າງໜ້ອຍ 2 ເດືອນ.

ສໍາເລັດໂຄງການກໍ່ສ້າງ ຫໍພັກນັກຮຽນ ບ້ານທົ່ງແຄະ

ໃນຕອນເຊົ້າ ຂອງວັນທີ 4 ມິຖຸນາ 2021 ທີ່ຜ່ານມານີ້, ໄດ້ຈັດພິທີມອບ-ຮັບໂຄງການກໍ່ຫໍພັກນັກຮຽນ ບ້ານທົ່ງແຄະ ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ເປັນປະທານຮ່ວມໂດຍ ທ່ານ ພັນເອກ ສຸກນິລັນ ຄໍາພິລາວົງ ອໍານວຍການ ບໍລິສັດ ລັດ ພັດທະນາຊົນນະບົດ ມີຄະນະກໍາມະການມາຈາກ ພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ-ເມືອງ ຫົວໜ້າຫ້ອງວ່າການແຂວງ-ເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວໄດ້ຮັບຟັງຜົນການຈັດຕັ້ງປະຕິບັດສອງໂຄງການຈາກທ່ານ ພັນໂທ ຄໍາອ້ວນ ດວງບຸນມາ ຮອງອໍານວຍການບໍລິສັດ ລັດ ພັດທະນາຊົນນະບົດ ໃນນາມຜູ້ຮັບເໝົາກໍ່ສ້າງທ່ານໄດ້ກ່າວວ່າ: ໂຄງການກໍ່ສ້າງຫໍພັກນັກຮຽນໂຮງຮຽນມັດທະຍົມບ້ານທົ່ງແຄະ ແມ່ນມີມູນຄ່າການກໍ່ສ້າງທັງໝົດ 316 ລ້ານກວ່າກີບ, ເລີ່ມການກໍ່ສ້າງແຕ່ວັນທີ 22 ທັນວາ 2020 ແລະ ສໍາເລັດການກໍ່ສ້າງ ວັນທີ 22 ມີນາ 2021 ໄລຍະເວລາ 3 ເດືອນ; ຫໍພັກນັກຮຽນໂຮງຮຽນມັດທະຍົມບ້ານທົ່ງແຄະເປັນອາຄານຊັ້ນດຽວຂະໜາດ 9×24 ແມັດ, ມີ 6 ຫ້ອງນອນ 2 ຫ້ອງນໍ້າລວມຢູ່ດ້ານນອກອາຄານ, ພື້ນຄັດມັນ, ຝາກໍ່ດ້ວຍດິນບ໋ອກໂບກ 2 ໜ້າ, ຫຼັງຄາໂຄງເຫຼັກມຸງກະເບື້ອງ ແລະ ມີລະບຽງດ້ານໜ້າກວ້າງ 2 ແມັດພ້ອມຕັ່ງນັ່ງຍາວ.

ຈາກນັ້ນ ເຈົ້າຂອງໂຄງການກໍ່ໄດ້ເຊັນມອບໂຄງການໃຫ້ເມືອງ-ເມືອງມອບໃຫ້ບ້ານເພື່ອໃຫ້ບ້ານໄດ້ນໍາໃຊ້ ແລະ ບູລະນະຂັ້ນຕໍ່ໄປ.

ກໍລະນີທໍາອິດຂອງລາວ ທີ່ຖືກຕັດຂາ ຍ້ອນຕິດເຊື້ອພະຍາດ ໂຄວິດ-19

ໂອກາດທີ່ ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຮ່ວມຖະແຫຼງຂ່າວ ທີ່ກະຊວງສາທາລະນະສຸກ ໃນວັນທີ 8 ມິຖຸນາ 2021 ກໍລະນີຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ 19 ແລະຖືກຕັດຂາເປັນຜູ້ທໍາອິດຂອງລາວວ່າ: ຜູ້ຕິດເຊື້ອໂຄວິດ-19 ທີ່ຖືກຕັດຂາແມ່ນເພດຍິງ ອາຍຸ 65 ປີ, ມີພະຍາດປະຈຳໂຕເປັນເບົາຫວານ ແລະ ຄວາມດັນ, ຕໍ່ມາກວດພົບເປັນເສັ້ນເລືອດຕີບໃນສະໝອງ, ມີການອ່ອນແຮງຢູ່ແຂນ, ຂາ ເບື້ອງຊ້າຍ, ພ້ອມເກີດມີກ້ອນເລືອດກ້າມໄປອຸດຕັນຢູ່ລຸ່ມຫົວເຂົ່າເບື້ອງຊ້າຍ ຈົນມາຮອດວັນທີ 2 ມິຖຸນາ ທີມແພດໝໍຈຶ່ງກອບກູ້ເອົາຊີວິດຜູ້ກ່ຽວດ້ວຍການຕັດຂາເບື້ອງທີ່ມີບັນຫານັ້ນ.

ຮສ.ດຣ ນາງ ບົວເທບ ພູມິນ ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດມີການລະບາດຂອງເຊື້ອພະຍາດໂຄວິດ-19 ມີຫຼາຍປະເທດໄດ້ຄົ້ນຄວ້າ ກ່ຽວກັບອາການສ່ຽງ ຫຼື ອາການສົນ ໂດຍມີ 65 ຫົວຂໍ້ ກ່ຽວພັນ ຫຼື ເກີດຂຶ້ນກັບຜູ້ຕິດເຊື້ອ ໂດຍຈະມີ 10 ລາຍການທີ່ພົບເລື້ອຍໆຄື: ໃນ 65 ຫົວຂໍ້ ມີ 31 ຫົວຂໍ້ແມ່ນກ່ຽວກັບການເສຍຫາຍຂອງປອດ; ໃນ 28 ຫົວຂໍ້ ແມ່ນເກີດເລືອດກ້າມເປັນກ້ອນຢູ່ໃນເສັ້ນເລືອດດໍາ, ເສັ້ນເລືອດນິ້ງ ແລະ ເສັ້ນເລືອດເຕັ້ນ; ແລະ ໃນ 26 ຫົວຂໍ້ ພົບວ່າມີບັນຫາທາງດ້ານຫົວໃຈ; ໃນ 23 ຫົວຂໍ້ແມ່ນອຸປະຕິເຫດເສັ້ນເລືອດໃນສະໝອງ; ໃນ 20 ຫົວຂໍ້ພົບວ່າມີບັນຫາທາງດ້ານລະບົບປະສາດ; ໃນ 9 ຫົວຂໍ້ພົບວ່າມີບັນຫາໝາກໄຂ່ຫຼັງ; ໃນ 4 ຫົວຂໍ້ພົບມີບັນຫາດ້ານຕັບ; ອີກ 4 ຫົວຂໍ້ແມ່ນມີບັນຫາດ້ານສຸຂະພາບຈິດ, ຈຸລັງສະໝອງ, ກ້ອນເລືອດນ້ອຍອຸດຕັນ.

ທີມແພດຕ່າງປະເທດໄດ້ຄົ້ນຄວ້າອີກວ່າ ກຸ່ມສ່ຽງທີ່ເປັນເສັ້ນເລືອດໃນສະໝອງຕີບ ມັກຈະເກີດມີອາການເລືອດກ້າມອຸດຕັນອະໄວຍະວະສ່ວນໃດໜຶ່ງໃນຮ່າງກາຍ ໂດຍສະເພາະເບື້ອງທີ່ບໍ່ຄ່ອຍເໜັງຕີງ ແລະ ຈະພົບເຫັນຫຼັງເກີດອາການເສັ້ນເລືອດໃນສະໝອງຕີບ ພາຍໃນ 2-7 ວັນ ແລະ ຈະເກີດຫຼາຍທີ່ສຸດແມ່ນບີແຂ່ງ ແລະ ກ້ອງຫົວເຄົ່າ ເຊິ່ງຄົນເຈັບຕິດເຊື້ອຂອງຄົນລາວທີ່ຖືກຕັດຂາກໍ່ຢູ່ໃນກໍລະນີນີ້.

ສະມາຄົມແພດຫົວໃຈໄດ້ຄົ້ນຄວ້າ ແຕ່ເດືອນ ຕຸລາ 2019 ຫາເດືອນ ມິນາ 2020 ພົບວ່າ 1ສ່ວນ3ຂອງຜູ້ມີອາການໜັກກໍລະນີກ້ອນເລືອດອຸດຕັນ ຢູ່ບ່ອນໃດບ່ອນໜຶ່ງ ແລ້ວເຮັດໃຫ້ອະໄວຍະວະຢູ່ລຸ່ມບ່ອນອຸດຕັນນັ້ນ ບໍ່ສາມາດມີເລືອດໄປລ້ຽງໄດ້ຄືເສຍຫາຍໄປ.

ກໍລະນີການຄົ້ນຄວ້າທີ່ຖືກພິມເຜີຍແຜ່ໃນເດືອນທັນວາ 2020 ໃຫ້ຮູ້ວ່າ ຜ່ານການຄົ້ນຄວ້າ ແຕ່ວັນທີ 25 ມັງກອນ ຮອດວັນທີ 4 ມິນາ 2020 ໂດຍເອົາຄົນເຈັບທັງໝົດ 1.419ຄົນ ທີ່ເປັນພະຍາດໂຄວິດ19ບວກ ແຕ່ບໍ່ມີອາການສະແດງອອກ ມາຕິດຕາມແຕ່ຮອບ1 ເຖິງຮອບ4 ໃນຈໍານວນທັງໝົດນີ້ ຈະເຫລືອ 121ຄົນ ທີ່ມີສ່ວນກ່ຽວຂ້ອງທີ່ມີກ້ອນເລືອດອຸດຕັນໃນເສັ້ນເລືອດ ອາຍຸສະເລ່ຍໃນກຸ່ມຄົນດັ່ງກ່າວແມ່ນ 53ປີ, ພົບວ່າເສັ້ນເລືອດມັກອຸດຕັນຫລາຍທີ່ສຸດ ອັນດັບໜຶ່ງແມ່ນຢູ່ບີແຂ່ງ, ຮອງລົງມາແມ່ນຮອຍພັບກ້ອງຫົວເຂົ່າ, ອັນດັບສາມແມ່ນຢູ່ເທິງຫົວເຂົ່າ ແລະກົກຂາ ອັນດັບສີ່ ແມ່ນຢູ່ເສັ້ນເລືອດໃຫ່ຍ ໃນນີ້ 58,8%ເປັນຢູ່ເບື້ອງດຽວ, 83,88% ເປັນຢູ່ສອງເບື້ອງ. ໃນການຄົ້ນຄວ້າຂອງເພິ່ນ ຈໍານວນຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ19 ຈໍານວນ 121ຄົນ ໃນນີ້ 48% ແມ່ນມີຄວາມສ່ຽງສູງທີ່ຈະເປັນກ້ອນເລືອດອຸດຕັນຢູ່ຈຸດໃດໜຶ່ງ. ທຽບໃສ່ຄົນເຈັບທີ່ນອນປິ່ນປົວຢູ່ຕຶກພາຍໃນທົ່ວໄປ ມີຄວາມສ່ຽງທີ່ຈະເປັນມີແຕ່9%ເທົ່ານັ້ນ. ສະນັ້ນຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ19 ເຖິງບໍ່ສະແດງອາການກໍຕາມ 48% ມີຄວາມສ່ຽງທີ່ຈະເປັນກ້ອນເລືອດອຸດຕັນຢູບ່ອນໃດໜຶ່ງ.
ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກກ່າວຢໍ້າວ່າ: ເຖິງຢ່າງໃດກໍ່ຕາມພາຍຫຼັງທີ່ຜູ້ກ່ຽວໄດ້ຕັດຂາໄປແລ້ວ ທາງທີມວິຊາສະເພາະເຮົາກໍ່ຈະເອົາໃຈໃສ່ແນະນຳ ແລະ ໃຫ້ຄູ່ມືກັບແພດໝໍ ພ້ອມກັບຜູ້ກ່ຽວເພື່ອຈະນຳໄປບໍາບັດພາຍຫຼັງຖືກຕັດຂາແລ້ວ ເພື່ອເຮັດແນວໃດຈະຊ່ວຍໃຫ້ຜູ້ກ່ຽວສາມາດໃສ່ຂາທຽມໄດ້.

ໂດຍ: ເຂີຍຫລ້າ. ວິທະຍຸກະຈາຍສຽງແຫ່ງຊາດລາວ

ເຈົ້າແຂວງ ໄຊຍະບູລີ ຊຸກຍູ້ການປູກເຂົ້ານາປີຢູ່ເມືອງ ຊຽງຮ່ອນ

ໃນວັນທີ 8 ມິຖຸນາ ປີນີ້ ທ່ານ ພົງ ສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງໄດ້ຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດລະດູຝົນ, ໂດຍສະເພາະແມ່ນການປູກເຂົ້ານາປີຂອງປະຊາຊົນເມືອງ ຊຽງຮ່ອນ, ໃຫ້ການຕ້ອນຮັບ ຂອງ ກຸ່ມຊາວນາ ເມືອງຊຽງຮ່ອນ.

ປະຈຸບັນຂະບວນການຜະລິດລະດູຝົນຢູ່ເມືອງ ຊຽງຮ່ອນ ແມ່ນສືບຕໍ່ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນການປູກເຂົ້ານາປີ, ເຊິ່ງໃນປີນີ້ ມີເນື້ອທີ່ແຜນການຜະລິດລະດູຝົນລວມທັງໝົດ 10.900 ເຮັກຕາ, ເປັນເນື້ອທີ່ປູກເຂົ້າລວມມີ 4.158 ເຮັກຕາ, ໃນນັ້ນ: ເນື້ອທີ່ນາປີ 3.358 ຮຕ, ມາຮອດປັດຈຸບັນແມ່ນຕົກກ້າສຳເລັດ 100% , ກຽມດິນ ໄດ້ 80% ເທົ່າກັບ 2.686,56 ຮຕ, ປັກດຳໄດ້ 1.175,37 ຮຕ ເທົ່າກັບ 35% ແລະ ເນື້ອທີ່ເຂົ້າເນີນສູງແຜນການ 800 ຮຕ ມາຮອດປະຈຸບັນແມ່ນໄດ້ປູກສຳເລັດແລ້ວ 80%, ແນວພັນທີ່ປະຊາຊົນນໍາມາປູກສ່ວຍໃຫຍ່ແມ່ນພັນເຂົ້າປັບປຸງ ແລະ ພັນພື້ນເມືອງຈໍານວນໜຶ່ງ,

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຮຽກຮ້ອງໃຫ້ຊາວນາຈົ່ງ ເອົາໃຈໃສ່ໃນການປັກດໍາເຂົ້ານາປີໃຫ້ສໍາເລັດທ່ວງທັນກັບລະດູການ, ຂົງເຂດໃດທີ່ປັກດໍາແລ້ວກໍ່ເອົາໃຈໃສ່ເບິ່ງແຍງ, ບົວລະບັດຮັກສາດ້ວຍການໃສ່ຝຸ່ນ, ໃສ່ປຸຍ, ທັງນີ້ກໍ່ເພື່ອເຮັດໃຫ້ຜົນຂອງການຜະລິດໄດ້ຫຼາຍ, ນອກຈາກການປູກເຂົ້າແລ້ວກໍ່ຕ້ອງເອົາໃຈໃສ່ປູກພືດອື່ນໆອີກເຊັ່ນ: ໝາກເພັດ, ໝາກເຂືອ, ສາລີຫວານ, ເຜືອກ-ມັນ ພືດຜັກ ແລະ ອື່ນໆເພື່ອເປັນສະບຽງອາຫານແຮໄວ້ໃນຄອບຄົວ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

ສປປລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2021 ທີ່ ສຳນັກງານໃຫຍ່ ອົງການ ສປຊ ທີ່ນະຄອນນິວຢອກ, ສ. ອາເມລິກາ ໄດ້ມີກອງປະຊຸມແບບເປີດກວ້າງຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72, ພາຍໃຕ້ການເປັນປະທານຂອງທ່ານ ໂວນຄານ ບອສເກີ (Volkan Bozkir), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75. ໃນນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫຼັກຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 76.

ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະຫມັກສອງທ່ານຄື: ທ່ານ Zalmai Rassoul, ອະດີດລັດຖະມົນຕີການຕ່າງປະເທດ ອັຟການິສຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ. ຜົນການເລືອກຕັ້ງແມ່ນ ທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76. ພ້ອມກັນນັ້ນ, ກໍ່ໄດ້ມີການເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມຫມັ້ນຄົງ ສປຊ, ໃນນັ້ນ ຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກຄື: ບັງກະລາເດັດ, ກູເວດ; ສປປ ລາວ ແລະ ຟິລິບປິນ.

ການເຮັດຫນ້າທີ່ ຂອງ ປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ້ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ເຊິ່ງເປັນໄລຍະທີ່ມີຄວາມຫມາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມສາກົນມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະ ແມ່ນການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ຂໍ້ຂັດແຍ່ງ ທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ. ການເຮັດຫນ້າທີ່ດັ່ງກ່າວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ ເປັນຕົ້ນແມ່ນ ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່ຈະໄຂຂຶ້ນ ໃນເດືອນ ກັນຍາ 2021 ຊຶ່ງຈະມີຜູ້ນຳຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກເຂົ້າຮ່ວມ.

ການປະຕິບັດຫນ້າທີ່ດັ່ງກ່າວ ຍິ່ງຈະຕ້ອງໄດ້ເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນໃນທ່າມກາງສະພາບທີ່ມີການຜັນແປຕະຫລອດເວລາ, ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນ ລ່ວງຫນ້າໄດ້ ເຊັ່ນ: ການລິເລີ້ມ ແລະ ດໍາເນີນການເຈລະຈາ ບັນດາຮ່າງຖະແຫຼງການ ແລະ ຮ່າງຍັດຕິຕ່າງໆ, ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆ ໂດຍອີງຕາມການມອບໝາຍຂອງ ປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76.

ສະມັດຊາໃຫຍ່ ສປຊ ແມ່ນຫນຶ່ງໃນ 6 ອົງກອນຫລັກ ຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945, ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ, ທັງເປັນເວທີໃນການຖະແຫລງດ້ານນະໂຍບາຍ ຂອງບັນດາ 193 ປະເທດສະມາຊິກ ສປຊ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 50, ໃນປີ 1995.

Cr: ກະຊວງການຕ່າງປະເທດ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາຕະຫຼາດບຶງທາດຫຼວງ

ອີງຕາມການລາຍງານຂອງເພສ ຕະຫຼາດຂາຍສົ່ງຜະລິດຕະພັນກະສິກຳສາກົນບຶງທາດຫຼວງ ໃຫ້ຮູ້ວ່າ: ໃນຕອນເຊົ້າ ຂອງວັນທີ 08/06/2021 ທ່ານ ນາງວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ນັນຕາ ສານຸວົງ ຮອງພະແນກ ແລະ ຄະນະ ສົມທົບກັບຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ລົງມາຢ້ຽມຢາມ ແລະ ກວດກາການຈັດສັນຕະຫຼາດບຶງທາດຫຼວງ ພາຍຫຼັງທີ່ມີກະແສຂ່າວ ແລະ ຫຼາຍພາກສ່ວນເປັນຫ່ວງເລື່ອງຄົນມາຫຼາຍ.

ທາງຜູ້ບໍລິຫານຕະຫຼາດບຶງທາດຫຼວງ ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ລາຍງານຕໍ່ຫົວໜ້າພະແນກ ອຄ.ນວ ແລະ ຄະນະຊາບວ່າ ໃນໄລຍະວັນເສົາ ວັນທີ 5 ແລະ ວັນອາທິດ ວັນທີ6 ມິຖຸນາ ທີ່ຜ່ານມາ ມີຜູ້ຄົນເຂົ້າມາໃຊ້ບໍລິການຫຼາຍຜິດປົກກະຕິ ເຊິ່ງອາດຈະມີຜົນມາຈາກການປິດຕະຫຼາດສະພານທອງ ແລະ ຕະຫຼາດສີຂຽວດອນກອຍ ເພື່ອທຳການອະນາໄມ ຈຶ່ງເຮັດໃຫ້ຜູ້ຄົນຫັນມາໃຊ້ບໍລິການຕະຫຼາດບຶງທາດຫຼວງຫຼາຍຂຶ້ນກວ່າທຸກມື້ ເຊິ່ງມາມື້ວັນຈັນ ແລະ ມື້ນີ້ (ວັນອັງຄານ) ກໍ່ກັບເຂົ້າສູ່ສະພາບປົກກະຕິແລ້ວ.

ເຊິ່ງທ່ານ ຫົວໜ້າພະແນກ ອຄ.ນວ ພ້ອມດ້ວຍຄະນະ ໄດ້ກວດກາເບິ່ງສະພາບການຈັດສັນໃນຕະຫຼາດກໍ່ເຫັນໄດ້ວ່າມີການຮັກສາໄລຍະຫ່າງລະຫວ່າງພໍ່ຄ້າ-ແມ່ຄ້າໃນລະດັບບໍ່ຕ່ຳກວ່າ 2ແມັດແລ້ວ ແລະ ຜູ້ຄົນເຂົ້າມາຈັບຈ່າຍໃຊ້ສອຍກໍ່ຢູ່ໃນລະດັບທີ່ປົກກະຕິ ບໍ່ໃກ້ຊິດກັນເກີນໄປ.

ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນຳໃນການຈັດສັນບາງຈຸດ ໂດຍສະເພາະແມ່ນພໍ່ຄ້າແມ່ຄ້າທີ່ມາຈາກຊົນນະບົດ ທີ່ນຳເອົາຜົນຜະລິດຂອງຕົນເຂົ້າມາຂາຍ ທີ່ບໍ່ແມ່ນພໍ່ຄ້າ/ແມ່ຄ້າທີ່ມາຈັບຈອງສະຖານທີ່ (ທີ່ເຂົ້າມາໃໝ່ໃນແຕ່ລະມື້) ໃຫ້ຈັດສັນໃຫ້ເຂົາເຈົ້າໃຫ້ຮັບປະກັນໃຫ້ມີໄລຍະຫ່າງບໍ່ຕ່ຳກວ່າ 2ແມັດ ເພື່ອປ້ອງກັນການແຜ່ເຊື້ອພະຍາດ Covid 19.

ແນວໃດກໍ່ຕາມ ທ່ານຍັງໃຫ້ສືບຕໍ່ການປະຕິບັດມາດຕະການການປ້ອງກັນພະຍາດຢ່າງເຂັ້ມງວດ ສືບຕໍ່ອັນໃດທີ່ປະຕິບັດໄດ້ດີແລ້ວໃຫ້ເຮັດໃຫ້ດີສະເໝີຕົ້ນສະເໝີປາຍ ໂດຍສະເພາະແມ່ນການກຳນົດເສັ້ນທາງເຂົ້າອອກຊັດເຈນ, ການກວດວັດອຸນຫະພູມຮ່າງກາຍ, ການໃສ່ຜ້າອັດປາກອັດດັງ, ມີເຈວລ້າງມືຢູ່ຈຸດຕ່າງໆໃນຕະຫຼາດ, ການໃຫ້ພໍ່ຄ້າຊາວຂາຍມີສະເປຣຂ້າເຊື້ອປະຈຳໂຕ ແລະ ການສີດພົ່ນຢາຂ້າເຊື້ອທຸກມື້ພາຍຫຼັງປິດຕະຫຼາດ.

ເຊິ່ງທາງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງກໍ່ຈະມີການຕິດຕາມກວດກາການຈັດຕັ້ງປະຕິັບັດຢູ່ເປັນໄລຍະໆ.

ການກໍ່ສ້າງທາງຊອຍເບຕົງ ບ້ານ ຫ້ວຍນົກກົດ ເມືອງ ຄອບ ແຂວງ ໄຊຍະບູລີ

ອີງຕາມແຟນເພສ News.XBL ໃຫ້ຮູ້ວ່າ: ໃນຕອນບ່າຍ ຂອງວັນທີ 7 ມິຖຸນາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການກໍ່ສ້າງເສັ້ນທາງຊອຍເບຕົງ ບ້ານຫ້ອຍນົກກົດ ເມືອງ ຄອບ, ໂດຍມີ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງ-ເມືອງ ຄອບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການກໍ່ສ້າງເສັ້ນທາງຊອຍປູດ້ວຍເບຕົງ ບ້ານ ຫ້ວຍນົກກົດ ມີ 3 ເສັ້ນຄື: ເສັ້ນທີ1 ມີຄວາມຍາວ 100 ແມັດ, ລວງກວ້າງ 3,5 ແມັດ, ຄວາມໜາ 15 ຊັງຕີແມັດ, ເສັ້ນທີ2 ມີຄວາມຍາວ 85 ແມັດ, ລວງກວ້າງ 4 ແມັດ, ຄວາມໜາ 15 ຊັງຕີແມັດ ແລະ ເສັ້ນທີ3 ມີຄວາມຍາວ 360 ແມັດ, ລວງກວ້າງ 7 ແມັດ, ຄວາມໜາ 15 ຊັງຕີແມັດ, ຮອດປະຈຸບັນແມ່ນສ້າງສໍາເລັດແລ້ວ 1 ເສັ້ນຄືເສັ້ນທີ1, ການກໍ່ສ້າງທາງດັ່ງກ່າວແມ່ນທືນສົມທົບລະຫວ່າງລັດ ແລະ ປະຊາຊົນໂດຍແມ່ນລັດໄດ້ສະໜອງປູນຈຳນວນ 150 ກວ່າໂຕນ, ສ່ວນປະຊາຊົນ ແມ່ນປະກອບສ່ວນແຮ່, ຊາຍ ແລະ ແຮງງານໃນການກໍ່ສ້າງ, ຄາດວ່າການກໍ່ສ້າງທາງທັງ 3 ເສັ້ນຈະໃຫ້ສຳເລັດໃນທ້າຍປີ 2021ນີ້, ໂອກາດດັ່ງກ່າວ.

ທ່ານເຈົ້າແຂວງກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງບ້ານທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ. ໃນການປຸ້ມລຸມສ້າງເສັ້ນທາງຊອຍເບຕົງພາຍໃນບ້ານຈົນສໍາເລັດແລ້ວ 1 ເສັ້ນ ແລະ ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານຈົ່ງສືບຕໍ່ກໍ່ສ້າງເສັ້ນທາງທີ່ຍັງບໍ່ທັນແລ້ວອີກ 2 ເສັ້ນໃຫ້ສໍາເລັດຕາມແຜນການ, ການປະສົມປູນກໍ່ຕ້ອງໃຫ້ຖືກຕາມມາດຕະຖານທີ່ກໍານົດ, ທັງນີ້ກໍ່ເພື່ອເຮັດໃຫ້ໄດ້ຄຸນນະພາບດີ, ນໍາໃຊ້ໄດ້ຍາວນານ.