Home Blog Page 236

ລົດຕົກເຫວທີ່ທາງພູເກົ້າຫຼັກ ສາຫັດ 2 ເຈັບສົມຄວນ 2

ຈາກການລາຍງານຂອງ ເຈົ້າໜ້າທີ່, ເຫດລົດ ຟໍຈູນເນີ ທະບຽນ ຫຼວງພະບາງທກກ 7999 ເສຍຫຼັກເບກບໍ່ຢູ່ ຕົກເຫວ ເວລາປະມານ 17:00 ວັນທີ 16 ກຸມພາ 2021

ໃນລົດມີທັງໝົດ 4 ຄົນ (ຊາຍທັງໝົດ), ມີຜູ່ບາດເຈັບ ສາຫັດ 2 (ໂຊເຟີແລະຜູ້ໂດຍສານອີກ 1ຄົນ) ແລະ ເຈັບສົມຄວນ 2 ຄົນ.

ສາເຫດແມ່ນຍ້ອນເບກບໍ່ຢູ່

ດັ່ງນັ້ນ, ຈິ່ງເຕືອນທຸກຄົນເດີນທາງເສັ້ນພູເກົ້າຫຼັກໃຫ້ລະມັດລະວັງ, ບໍ່ປະໝາດ.

ກະຊວງການເງິນ ເຜີຍແຜ່ວຽກງານຕ້ານການຟອກເງິນ

ກະຊວງການເງິນ ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂຶ້ນໃນວັນທີ 16 ກຸມພານີ້ ທີ່ຫ້ອງປະຊຸມກະຊວງການເງິນ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້, ແມ່ນເພື່ອເຜີຍແຜ່ວຽກງານ AML/CFT ໂດຍສະເພາະກົດໝາຍ, ລະບຽບການ ທີ່ກ່ຽວຂ້ອງໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບສູງໃນການປຶກສາຫາລື, ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງ ຈົບງາມ ໂດຍເນັ້ນໃສ່ສະພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ການກະກຽມໃຫ້ແກ່ການປະເມີນຜົນ ຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2020-2021 ຊຶ່ງວຽກດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ສະພາບການດໍາເນີນເສດຖະກິດໃນປະເທດ ສປປ ລາວ ກໍຄືລັດຖະບານ ໄດ້ສ້າງຄະນະກໍາມະການລະດັບຊາດ ໂດຍປະກອບມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນປະທານ. ມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກ 10 ກະຊວງ ແລະ ທຽບເທົ່າເຂົ້າຮ່ວມໃນຄະນະ ເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນຂອງອົງການ ຕ້ານການຟອກເງິນສາກົນທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ.

ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດໃນປີ 2010 ຊຶ່ງຜົນການປະ ເມີນໃນຄັ້ງນັ້ນ ສປປ ລາວ ຕົກຢູ່ໃນບັນຊີເທົາ ເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານ; ແຕ່ຢ່າງໃດກໍດີ, ສປປ ລາວ ໄດ້ສູ້ຊົນ, ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆ ເປັນຕົ້ນໄດ້ອອກບັນດານິຕິກໍາທີ່ຕິດພັນ ຈໍານວນ 28 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃຫ້ສອດຄ່ອງຕາມມາດຖານສາກົນ, ສ້າງກົນໄກ ແລະ ຂັ້ນຕອນຕ່າງໆ ປະຕິບັດໃຫ້ເກີດປະສິດທິຜົນຕາມນິຕິກໍາທີ່ວາງອອກໄດ້ຈໍານວນໜຶ່ງ; ມາຮອດປີ 2017 ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ. ຫຼັງຈາກນັ້ນ, ກໍໄດ້ດໍາເນີນການປະເມີນ ຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາເລັດໃນກາງປີ 2018 ຊຶ່ງສາມາດກໍານົດໄດ້ 8 ຂະແໜງການທຸລະກິດ ທີ່ມີຄວາມສ່ຽງຈະຖືກສວຍໃຊ້ໃນຂະບວນການຟອກເງິນ ແລະ ກຳນົດໄດ້ 7 ຄວາມຜິດຕົ້ນ ທີ່ເປັນໄພຂົ່ມຂູ່ ຫຼື ມີຄວາມສ່ຽງຕໍ່ການຟອກເງິນ.

ເພື່ອກະກຽມການປະເມີນຜົນຮອບດ້ານ ຄັ້ງທີ 2 ໃນສົກປີ 2020-2021, ລັດຖະບານ ໄດ້ສ້າງຕັ້ງຄະນະ ສະເພາະກິດ ຊຶ່ງນໍາໂດຍທ່ານຮອງນາຍົກລັດຖະມົນຕີ ແລະ ຂັ້ນລັດຖະມົນຕີ ຈໍານວນ 25 ທ່ານຈາກ 14 ກະຊວງ ປະກອບຢູ່ໃນຄະນະກໍາມະການ ແລະ ໄດ້ແບ່ງອອກເປັນ 4 ກຸ່ມວຽກ. ໃນນີ້, ມີວຽກງານເຜີຍແຜ່ ແລະ ເຊື່ອມຊຶມ; ວຽກງານນິຕິກໍາ ແລະ ກົນໄກ; ວຽກງານຄຸ້ມຄອງ ແລະ ວຽກງານການດໍາເນີນຄະດີ ໂດຍວຽກງານເຜີຍແຜ່ ແລະ ເຊື່ອມຊຶມປະກອບມີຮອງຜູ້ວ່າການ ທຫລ; ຮອງລັດຖະມົນຕີ ກະຊວງການເງິນ ແລະ ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຊຶ່ງມີໜ້າທີ່ ແລະ ຮັບຜິດຊອບໃນການສ້າງຄວາມເຂົ້າໃຈຕໍ່ກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເວົ້າສະເພາະຄວາມເຂົ້າໃຈຕໍ່ກັບຄວາມສ່ຽງ, ສ້າງແຜນການຈັດ ຕັ້ງປະຕິບັດ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ເຫັນວ່າບໍ່ສອດຄ່ອງກັບມາດຖານສາກົນ ໂດຍມີສໍານັກງານຂໍ້ມູນຕ້ານການ ຟອກເງິນ ເປັນກອງເລຂາ ເຮັດວຽກໃນການປະສານງານ ແລະ ສາມາດມີຜົນຄືບໜ້າເປັນກ້າວໆ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ

ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນເລຂາພັກແຂວງອຸດົມໄຊຜູ່ໃໝ່

16 ກຸມພາ 2021 ຢູ່ທີ່ຫ້ອງ ວ່າການປົກຄອງແຂວງ ອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ລະຫວ່າງ ຜູ່ເກົ່າ-ຜູ່ໃຫ່ມ ຂື້ນ

ໂດຍປະຕິບັດຄຳສັ່ງ ຂອງກົມການເມືອງສູນກາາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃຫ່ມ ກົມການເມືອງສູນກາງພັກ ອອກຄຳສັ່ງ ຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ ອຸດົມໄຊຜູ້ເກົ່າ ໄປຮັບໜ້າທີ່ໃຫ່ມຢູ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ

ປະຕິບັດມະຕິຕົກລົງ ຂອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ກົມການເມືອງສູນກາງພັກ ຕົກລົງ ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ,ເປັນເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊຜູ້ໃຫ່ມ ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງໆອຸດົມໄຊ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຂອງນາຍົກລັດຖະມົນຕີ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ແລະ ສະຫາຍ ຄຳພັນ ເຜີຍຍະວົງ

ກະລຸນາອ່ານ ຄຳແນະນຳ ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍອາກອນລາຍໄດ້

ຄຳແນະນຳ ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 0819/ກງ, ລົງວັນທີ 10 ກຸມພາ 2021

ເປີດນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງຍາວ 43,5 ກິໂລແມັດ

ວັນທີ 15 ກຸມພາ 2021 ໄດ້ມີພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ພາຍຫລັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ ໂດຍໃຫ້ກຽດເຂົ້າຮ່ວມພິທີ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກ ສູນກາງ ແລະ ທ້ອງຖິ່ນ.


ໂອກາດນີ້, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ, ເປົ້າໝາຍຂອງບໍລິສັດໃນການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ ແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງ ໃຈອັນເດັດດ່ຽວຂອງບໍລິສັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢູ່ #ແຂວງຈຳປາສັກ ແລະໂຄງການນີ້, ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ເຊິ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ.

ໂອກາດສຳຄັນດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນ ບາງຕອນສຳຄັນວ່າ: ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນ ແຂວງຈຳປາສັກ, ຂໍສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍຕໍ່ ບໍລິສັດ ຮ່ວມ ພັດທະນາສີທັນດອນ ຈຳກັດ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການເສັ້ນທາງເບຕົງອອ້ມ ດອນໂຂງ, ມີຄວາມຍາວ 43,5 ກິໂລແມັດ ທີ່ໄດ້ສຳເລັດການກໍ່ສ້າງຢ່າງເປັນທາງການ, ຊື່ງເປັນການສ້າງເງື່ອນໄຂ ທີ່ສະດວກໃນການໄປມາຫາສູ່ ຂອງພໍ່ແມ່ປະຊາຊົນຊາວ ແຂວງຈຳປາສັກເວົ້າລວມ, ເວົ້າສະເພາະແມ່ນຊາວ ເມືອງໂຂງ ໃຫ້ມີຄວາມສະດວກ ສະບາຍທັງສະເພາະໜ້າ ແລະ ໄລຍະຍາວ, ທີ່ມີລັກສະນະຍຸດທະສາດ ແລະ ທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຈັດຕັ້ງປະຕິບັດການພັດທະນາພື້ນຖານ ໂຄງລ່າງ, ພ້ອມທັງຮັບປະກັນຄວາມມີສະຖຽນລະພາບ ແລະ ໝັ້ນຄົງທາງດ້ານການຄົມມະນາຄົມ ຂົນສົ່ງ ຂອງຊາວເມືອງໂຂງ ທັງເພື່ອຮັບປະກັນໃຫ້ແກ່ການນໍາໃຊ້ເສັ້ນທາງເບຕົງອອ້ມດອນໂຂງ ໃຫ້ເກີດປະໂຫຍດສູງສຸດ.


ຂ່າວ: ທັດຊະນະ

ຂົນເຮໂລອິນ 32 ແທ່ງຖືກຈັບມາລົງໂທດ ທີ່ຫົວພັນ

ທ້າຍເດືອນມັງກອນ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ສາມາດຈັບເປົ້າໝາຍຢາເສບຕິດໄດ້ພ້ອມຂອງກາງ ເຮໂຣອິນ ຈໍານວນ 32 ແທ່ງ ໄປດຳເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ວັນທີ 21 ມັງກອນ 2021, ໄດ້ຮັບລາຍງານ ຈະມີການຊື້ຂາຍຢາເສບຕິດ ຢູ່ຕາມເສັ້ນທາງຊໍາເໜືອ-ວຽງໄຊ ຢູ່ເຂດພູມະຕ່ອມ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງຕິດຕາມຢູ່ຈຸດດັ່ງກ່າວ, ຮອດເວລາປະມານ 12:00 ໂມງຂອງມື້ຕໍ່ມາ, ກໍພົບເຫັນເປົ້າໝາຍ ຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍ ຊື່ນາງ ຊົງມີມົວ ອາຍຸ 33 ປີ ບ້ານ ຫົວຄັງ ເມືອງຊຳເໜືອ,ພ້ອມເຮໂຣອິນ ຈໍານວນ 32 ແທ່ງ.

ຜ່ານການສອບສວນໃນເບື້ອງຕົ້ນ, ຜູ້ກ່ຽວຮັບສາລະພາບວ່າ: ເຮໂຣອິນຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້. ປັດຈຸບັນ, ເຈົ້າໜ້າທີ່ພວມສອບສວນຂະຫຍາຍຜົນ ທີ່ມາຂອງເຮໂຣອິນຈຳນວນດັ່ງກ່າວ ເພື່ອຕິດຕາມນຳຕົວຜູ້ທີ່ຖືກຊັດທອດມາດຳເນີນຄະດີຕາມກົດໝາຍ.

ສະຫລອງວັນຖົງຢາງອະນາໄມສາກົນ ພາຍໃຕ້ຫົວຂໍ້ “ການຮູ້ຈັກປ້ອງກັນ ແມ່ນເປັນຄົນທີ່ມີສະເໜ່”

ຂປລ. ໃນວັນທີ 12 ກຸມພາ 2021 ທີ່ສະຖານີຂົນສົ່ງຄິວລົດສາຍໃຕ້ ນະຄອນຫລວງວຽງຈັນ, ສະມາຄົມຜູ້ຕິດເຊື້ອເຮສ ໄອວີ/ເອດ (APL+) ຮ່ວມກັບໂຄງການ AHE ປະຈໍາລາວ ແລະ ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ຈັດກິດຈະກໍາສະເຫລີມ ສະຫລອງວັນຖົງຢາງອະນາໄມສາກົນ ພາຍໃຕ້ຫົວຂໍ້ “ເປັນຄົນສະໄໝໃໝ່ຕ້ອງໃສ່ໃຈສຸຂະພາບ” ແລະ “ການຮູ້ຈັກປ້ອງກັນ ແມ່ນເປັນຄົນທີ່ມີສະເໜ່”, ເຊິ່ງເປັນກິດຈະກໍາ ສົ່ງເສີມໃຫ້ມີການເຂົ້າເຖິງຖົງຢາງອະນາໄມ ໃນທຸກປະເທດທົ່ວໂລກ, ເພື່ອປ້ອງກັນເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ເພື່ອເປັນການສົ່ງເສີມການດໍາລົງຊີວິດທີ່ມີສຸຂະພາບ ແຂງແຮງປາສະຈາກພະຍາດ.

ໃນໂອກາດນີ້, ທ່ານ ນາງ ຈິນຕະນາ ຄົມສະເນ ຜູ້ຈັດການໂຄງການ AHE ປະຈໍາລາວ ແຈ້ງໃຫ້ຮູ້ວ່າ: ເນື່ອງຈາກພະຍາດ COVID-19 ໄດ້ສົ່ງຜົນກະທົບຕໍ່ຫລາຍໆດ້ານ ໃນຊີວິດຂອງພວກເຮົາ ແລະ ລວມທັງການເຂົ້າເຖິງຖົງຢາງອະນາໄມ ກໍບໍ່ໄດ້ຮັບການຍົກເວັ້ນ ຈາກຜົນກະທົບຂອງການ ລະບາດພະຍາດ ດັ່ງກ່າວ, AIDS Healthcare Foundation (AHF), ເຊິ່ງເປັນອົງກອນກ່ຽວກັບພະຍາດເອດ ທີ່ໃຫຍ່ທີ່ສຸດລະດັບໂລກ, ໄດ້ຮ່ວມກັນສະເຫລີມ ສະຫລອງວັນຖົງຢາງອະນາໄມສາກົນ ໂດຍໄດ້ລິເລີ່ມໃນປີ 2008 ເປັນຕົ້ນມາ ເພື່ອໂຄສະນາຖົງຢາງອະນາໄມແບບຄວາມຄິດສ້າງສັນ ແລະ ການນໍາໃຊ້ຖົງຢາງອະນາໄມ, ເນື່ອງຈາກວ່າຖົງຢາງອະນາໄມເປັນວິທີທີ່ຄຸ້ມຄ່າທີ່ສຸດ ໃນການປ້ອງກັນ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ການຖືພາ ໂດຍບໍ່ໄດ້ວາງແຜນ.

ການສະເຫລີມສະຫລອງປະຈໍາປີ ແມ່ນຈະຈັດຂຶ້ນໃນທົ່ວໂລກ ໂດຍຖືເອົາໄລຍະເທດສະການວັນແຫ່ງຄວາມຮັກ ແລະ ບັນດາທີມງານ AHF ໃນແຕ່ລະປະເທດທົ່ວໂລກ ແມ່ນຈະມີກິດຈະກໍາຜ່ານສື່ ແລະ ການປະເຊີນໜ້າໂດຍກົງ ກັບທີມງານທີ່ໜ້າຕື່ນເຕັ້ນໃນຫົວຂໍ້ “ເປັນຄົນສະໄໝໃໝ່ຕ້ອງໃສ່ໃຈ ສຸຂະພາບ” ແລະ “ການຮູ້ຈັກປ້ອງກັນ ແມ່ນເປັນຄົນທີ່ມີສະເຫນ່” ທີ່ວາງແຜນໄວ້ສໍາລັບປີ 2021. ສໍາລັບກິດຈະກໍາພາຍໃນງານ ໄດ້ມີການແຈກຢາຍຖົງຢາງອະນາໄມ, ການກວດ HIV ບໍ່ເສຍຄ່າ ແລະ ກິດຈະກໍາຖາມຕອບອື່ນໆ.

ຂ່າວ ສົມຫວັງ – ຂປລ

ລາວບໍ່ພົບກໍລະນີຕິດເຊື້ອເພີ່ມຂອງພະຍາດ COVID-19 ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.701 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ລາຍງານກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ໃນວັນທີ 15 ກຸມພາ ປີ 2021 ທີ່ກະຊວງສາທາລະນະສຸກ ໂດຍການລາຍງານຂອງ ທ່ານ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.

ທ່ານໄດ້ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດ COVID-19 ໃນໂລກປັດຈຸບັນ ທົ່ວໂລກມີການລາຍງານ ການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 109.369.945 ຄົນ, ເສຍຊີວິດສະສົມ 2.410.604 ຄົນ ແລະ ປິ່ນປົວຫາຍດີ 81.598.045 ຄົນ; ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຂອງວັນທີ 14 ກຸມພາ 2021 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ ເດີນທາງເຂົ້າມາ ມີທັງໝົດ 699 ຄົນ.

ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.701 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ COVID-19.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 14 ກຸມພາ 2021 ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ 108 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ວັນທີ 14 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາ ກວດທັງໝົດ 108.010 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ. ການຕິດຕາມປິ່ນປົວຄົນ ເຈັບຢູ່ໂຮງໝໍ, ປັດຈຸບັນ ຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 4 ຄົນ ແມ່ນສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ ຖືກກຳນົດໄວ້.
ພ້ອມນີ້ທ່ານຍັງໄດ້ລາຍງານກ່ຽວກັບ ສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດເຮົາ; ໃນວັນທີ 14 ກຸມພາ 2021 ສປປ ລາວ ແມ່ນ ມີຜູ້ຕິດເຊື້ອທັງໝົດ 0 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020 -14/02/2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 117 ຄົນ (ມີລາຍງານກໍລະນີໃນ 12 ແຂວງ, ແຂວງທີ່ມີການ ລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 31 ຄົນ, ອັດຕະປຶ 30 ຄົນ, ຖັດລົງມາແມ່ນ, ຫຼວງພະບາງ 15 ຄົນ), ບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ;

ບັນດາທ່ານສາມາດຕິດຕາມຂໍ້ມູນ ທີ່ເປັນ ທາງການໄດ້ຈາກ: ເວັບໄຊຂອງຄະນະສະເພາະກິດ www.covid19.gov.la ; ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະ ສຶກສາ, ກະຊວງສາທາລະນະສຸກສອບຖາມ ສາຍດ່ວນ 165, 166.

ງານມະຫະກໍາບຸນຊ້າງປີນີ້ທີ່ແຂວງໄຊຍະບູລີມີຊ້າງເຂົ້າຮ່ວມ 21 ເຊືອກເຮັດຕາມປະເພນີ

ງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ນີ້ທີ່ສະໜາມຫຼວງຂອງແຂວງໄຊຍະບູລີ. ເຂົ້າຮ່ວມໃນງານຄັ້ງນີ້ມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີການນໍາຂອງແຂວງ, ຂອງເມືອງ, ແຂກທັງພາຍໃນ ແລະຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.

ສໍາລັບການຈັດງານມະຫະກໍາບຸນຊ້າງໃນປີ 2021 ນີ້ ຖືວ່າເປັນຄັ້ງທີ 15 ຈັດຂຶ້ນຕາມຮີດຄອງປະເພນີ, ມີຊ້າງເຂົ້າຮ່ວມ 21 ເຊືອກ ເພາະວ່າປີນີ້ເປັນປີທີ່ມີຄວາມສ່ຽງສູງ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ແມ່ນຍັງສືບຕໍ່ຂະຫຍາຍຕົວເປັນວົງກວ້າງ ແລະ ກາຍພັນ ເຊິ່ງມັນເປັນມະຫັນຕະໄພຕໍ່ມວນມະນຸດໃນທົ່ວໂລກ ແລະ ຍາກທີ່ຈະຢັບຢັ້ງບັນຫາເຊື້ອພະຍາດດັ່ງກ່າວ. ສະນັ້ນ ການຈັດງານມະຫະກໍາບຸນຊ້າງປີ 2021 ນີ້ຈຶ່ງຈັດຂຶ້ນພຽງ 1 ວັນເທົ່ານັ້ນເພື່ອເປັນການຄອບເລົ່າ, ຈະບໍ່ໄດ້ຈັດໃຫຍ່ຄືທຸກໆປີຜ່ານມາ ເພື່ອຮັບປະກັນມາດຕະການປ້ອງກັນການລະບາດເຊື້ອພະຍາດໂຄວິດ-19.

ຄະນະຮັບຜິດຊອບຈັດງານ ຈຶ່ງໄດ້ກໍານົດເອົາແຕ່ກິດຈະກໍາທີ່ສໍາຄັນ ແລະ ຈໍາເປັນ ເຊັ່ນ: ຕັກບາດພຣະ 13 ອົງ ເພື່ອອຸທິດບຸນກຸສົນໃຫ້ຊ້າງ, ບາສີສູ່ຂວັນຊ້າງ, ແຮ່ຂະບວນຊ້າງ, ຈັດອາຫານບຸບເຟຊ້າງ ເພື່ອສ້າງເງື່ອນໄຂໃຫ້ຊ້າງມີໂອກາດພົບປະກັນ ແລະ ຂີ່ຊ້າງອ້ອມເມືອງ. ແຂວງໄຊຍະບູລີ ເປັນແຂວງດຽວທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໃນ ສປປ ລາວ ດ້ວຍເຫດນັ້ນເພື່ອເປັນການອານຸລັກຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວເຮົາ, ເວົ້າລວມເວົ້າສະເພາະ ປະຊາຊົນຊາວແຂວງໄຊຍະບູລີຈຶ່ງໄດ້ພ້ອມພຽງກັນຈັດງານມະຫະກໍາບຸນຊ້າງນີ້ຂຶ້ນໃນແຕ່ລະປີ.

ຂ່າວ: ບຸນທີ.

ປະຫວັດຫຍໍ້ຜູ່ສະໝັກເລືອກຕັ້ງ ສສຊ ຊຸດທີ່ IX

ວັນທີ 21 ກຸມພາ 2021 ເປັນມື້ທີ່ປະຊາຊົນລາວທົ່ວປະເທດ ທີ່ມີເງື່ອນໄຂຄົບຖ້ວນ ຕ້ອງອອກມາໃຊ້ສິດ ເພື່ອປ່ອນບັດເລືອກເອົາຜູ່ແທນຂອງຕົນ ໄປນັ່ງຢູ່ ສະພາແຫ່ງຊາດ ເພື່ອເປັນຕົວແທນ ຊ່ວຍໃນການສະເໜີ ແລະ ແກ້ໄຂບັນຫາຕ່າງໆ ໃນທ້ອງຖິ່ນເຂດແຂວງຂອງຕົນ.

ຈົ່ງເລືອກຄົນດີ, ມີຄວາມຮູ້, ສັດຊື່ສຸດຈະລິດ ແລະ ເຫັນຜົນປະໂຫຍດຂອງປະຊາຊົນໂດຍລວມ.

ທ່ານສາມາດອ່ານປະຫວັດຂອງຜູ່ສະໝັກເລືອກຕັ້ງແຕ່ລະເຂດດັ່ງນີ້.

  1. ນະຄອນຫຼວງວຽງຈັນ
  2. ແຂວງຜົ້ງສາລີ
  3. ແຂວງຫຼວງນໍ້າທາ
  4. ແຂວງອຸດົມໄຊ
  5. ແຂວງບໍ່ແກ້ວ
  6. ແຂວງຫຼວງພະບາງ
  7. ແຂວງໄຊຍະບູລີ
  8. ແຂວງຫົວພັນ
  9. ແຂວງຊຽງຂວາງ
  10. ແຂວງວຽງຈັນ
  11. ແຂວງບໍລິຄຳໄຊ
  12. ແຂວງຄໍາມ່ວນ
  13. ແຂວງສະຫວັນນະເຂດ
  14. ແຂວງສາລະວັນ
  15. ແຂວງຈໍາປາສັກ
  16. ແຂວງເຊກອງ
  17. ແຂວງອັດຕະປື
  18. ແຂວງໄຊສົມບູນ