Home Blog Page 262

ເກີດເຫດ! ລົດຈັກຕໍາກັບລົດຖີບ ( ເຈັບ 2 ຄົນ) ເດັກອາຍຸ 11 ປີ ແລະ 14 ປີ

0

ໃນວັນທີ 01/10/2020 ເວລາ 15 ໂມງ 20 ນາທີ ໄດ້ມີເຫດລົດຈັກຕໍາກັບລົດຖີບ ຈຸດເກີດເຫດແມ່ນ ບ້ານລາດຮ້ວງ ເມືອງແປກ ແຂວງຊຽງຂວາງ ມີຜູ້ໄດ້ຮັບບາດເຈັບຈຳນວນ 02 ຄົນ.

1. ເພດ ຊາຍ ອາຍຸ 11ປີ ຢູ່ບ້ານ ຄັງຍາວ ເມືອງແປກ ແຂວງ ຊຽງຂວາງ ອາການເບື້ອງຕົ້ນແມ່ນມີສະຕິດີ, ມີບາດແຜຖະຫຼອກຕາມຕົນໂຕ ແລະ ມີບາດແຜຢູ່ຫົວເບື້ອງຊ້າຍ.

2. ເພດ ຍິງ ອາຍຸ 14ປີ ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ອາການເບື້ອງຕົ້ນ ມີສະຕິດີ, ມີບາດແຜຖະຫຼອກຢູ່ແອວເບື້ອງຂວາ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສາຂາແຂວງຊຽງຂວາງ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ນຳສົ່ງໂຮງໝໍແຂວງຊຽງຂວາງ.

ໄຟໄໝ້ໂຮງງານຢາງພາລາ ທີ່ເມືອງປາກຊັນ ເສຍຫາຍໜັກ

0

ເກີດເຫດໄຟໄໝ້ໂຮງງານຢາງພາລາທີ່ເມືອງປາກຊັນ: ວັນທີ 1 ຕຸລາ 2020 ເກີດເຫດໄຟໄໝ້ໂຮງງານຢາງພາລາ ບໍລິສັດກາວເຊີ່ນ ຢູ່ເຂດບ້ານທົ່ງ ເມືອງປາກຊັນ ແຂວງບໍລິຄຳໄຊ.

ຕາມການລາຍງານຂອງທ່ານ ໄມ ລໍວັນໄຊ ຜູ້ຢູ່ໃນເຫດການ ໜຶ່ງໃນພະນັກງານຂອງໂຮງງານດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງປາຍ ໄດ້ເກີດໄຟໄໝ້ຢູ່ເຕົາອົບຢາງພາລາຂຶ້ນ ພໍເມື່ອຕົນເອງແລ່ນລົງມາຮອດ ປະກົດວ່າມີແປວໄຟເກີດຂຶ້ນຢູ່ຫຼາຍບ່ອນຂອງໂຮງງານແລ້ວ ຈຶ່ງໄດ້ໂທແຈ້ງເຈົ້າໜ້າທີ່ດັບເພີງມາຊ່ວຍ.

ພໍລົດດັບເພີງມາຮອດ ແລະ ກໍ່ໄດ້ລະດົມກຳລັງມອດໄຟຢ່າງຂ້ຽວຂາດ ເພື່ອຄວບຄຸມການແຜ່ລາມຂອງໄຟ ບໍ່ໃຫ້ໄປຫາຈຸດອື່ນ. ທ່ານ ພັນໂທ ເດດ ມີໄຊ ຮອງຫ້ອງຕຳຫຼວດ ຜູ້ຊີ້ນຳວຽກງານຈະລາຈອນມອດໄຟແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ເມືື່ອໄດ້ຮັບແຈ້ງເຫດ, ໄດ້ລະດົມກຳລັງພົນ ແລະ ລົດດັບເພີງເຂົ້າມາປະຕິບັດການຢ່າງຮີບດ່ວນ ແລະ ທັນເວລາໂດຍສະເພາະແມ່ນການຄວບຄຸມເພີງ ບໍ່ໃຫ້ຂະຫຍາຍຕົວເປັນບໍລິເວນກວ້າງ, ພ້ອມດຽວກັນຍັງໄດ້ຈັດກຳລັງຕຳຫຼວດຈະລາຈອນ ເພື່ອອຳນວຍຄວາມສະດວກ ລະບາຍການສັນຈອນ ຢູ່ເສັ້ນທາງຕໍ່ໜ້າໂຮງງານໃຫ້ມີຄວາມປອດໄພ,

ມາຮອດເວລາ 15 ໂມງ, ຍັງບໍ່ທັນສາມາດມອດໄຟໄດ້ໝົດເທື່ອ. ສຳລັບສາເຫດຂອງໄຟໄໝ້ໃນຄັ້ງນີ້, ຍັງບໍ່ຮູ້ສາເຫດຢ່າງ ຊັດເຈນ ຍັງລໍຖ້າການສືບສວນຂອງເຈົ້າໜ້າທີ່. ໂຮງງານຢາງພາລາຂອງບໍລິສັດກາວເຊີ່ນນີ້ ແມ່ນມີເນື້ອທີ່ທັງໝົດ 5 ເຮັກຕາ, ສະເພາະແຕ່ໂຮງງານມີເນື້ອທີ່ 2 ເຮັກ ຕາ, ມີການລົງທຶນປະມານ 1.200.000 ໂດລາສະຫະລັດ, ໂຮງງານແຫ່ງນີ້ແມ່ນນຳໃຊ້ເຂົ້າໃນການຕາກ, ລີດ ແລະ ອົບຢາງພາລາ ເຮັດເປັນຢາງເຄິ່ງສຳເລັດຮູບ ແລ້ວນຳສົ່ງອອກໄປ ສປ ຈີນ.

Cr: ນັກຂ່າວແຂວງບໍລິຄຳໄຊ

ຂ່າວດ່ວນ! ປະທານາທິບໍດີ ສະຫະລັດອາເມຣິກາ ຕິດເຊື້ອ ໂຄວິດ-19

0

ຂ່າວດ່ວນ! ປ.ທຣໍາ ຕິດເຊື້ອໂຄວິດ-19

ປ.ທຣໍາ ປະທານາທິບໍດີ ສະຫະລັດອາເມລິກາ ໄດ້ ທະວິດ ຜ່ານບັນຊີທະວິດເຕີ ສ່ວນຕົວ ໃນເວລາປະມານ 12:00 ວັນທີ່ 2/10/2020 (ເວລາປະເທດລາວ) ວ່າ ໄດ້ມີການກວດຫາເຊື້ອໂຄວິດ-19 ຂອງຄະນະລັດຖະບານ ແລະ ຕົວທ່ານເອງ ເຂິ່ງຜົນປະກົດວ່າ ມີຜົນບວກ.

ປະຈຸບັນ ປ.ທຣໍາ ແລະ ຄະນະ ທີ່ກວດພົບມີ ເຊື້ອ ໂຄວິດ-19 ແມ່ນເຂົ້າກັກຕົວ ຕາມມາດຕະການຢ່າງເລັ່ງດ່ວນ.

ສະຫະລັດອາເມລິກາ ປະຈຸບັນມີຜູ່ຕິດເຊື້ອແລະເສຍຊີວິດຫຼາຍທີ່ສຸດໃນໂລກ.

ທີ່ມາ

ປະກາດຊອກຫາ ນາງບົວໃສ ສຸລິຍະເຕັນ ບໍ່ເຫັນແຕ່ວັນທີ່ 27/9/2020

0

ແຈ້ງຜູ້ເສຍຫາຍ: ນາງບົວໃສ ສຸລິຍະເຕັນ (ຊື່ຫລິ້ນ ປິກ)

ຊື່ ພໍ່ ປົບ ສຸລິຍະເຕັນ, ຊື່ ແມ່ ຈຸກ ສຸລິຍະເຕັນ

ບ້ານ ນາໄຊນອ້ຍ ເມືອງແຂວງສາລະວັນ ລັກສະນະເຄື່ອງແຕ່ງກາຍ ລົງເຮືອນ ໃສເສື້ອແຂນຍາວ ກາເບຍລາວ ສີເຫລືອງອ່ອນ ສົ້ງແຊມຂາຍາວ ຄວາມສູງເມັດ 150 ຊມ ໄດ້ອອກຈາກບ້ານວັນທີ27/09/2020​ເບີໂທຂອງບພໍ່ແມ່ 0309523660 ຖ້າໄຜພົບເຫັນລູກສາວຈະສົມມະນາຄຸນຕາມຄວາມເຫມາະສົມ

.

.

.

ເກີດເຫດ! ລົດຈັກເສຍຫຼັກຕຳກຳແພງ ດັບຄາທີ່ ເຂດບ້ານຊຽງດາ

0

ໃນວັນທີ 02/10/2020 ເວລາ 03:29 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດຈັກລົ້ມ ຢູ່ບ້ານ ຊຽງດາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຊາຍອາການເບື້ອງຕົ້ນແມ່ນ: ໝົດສະຕິ (ຫົວໃຈຢຸດເຕັ້ນ), ກະທົບຄໍ,ກະທົບຫົວແລະ ມີບາດແຜຕາມຕົນຕົວ. ໃນເວລາຕໍ່ມາພວກເຮົາຈຶ່ງໄດ້ທຳການນວດຫົວໃຈ (CPR). ຄົນເຈັບທົນພິດບາດແຜບໍ່ໄຫວແລ້ວເສຍຊິວິດໃນເວລາຕໍ່ມາ

ດັ່ງນັ້ນຈຶງໄດ້ປະສານຫາເຈົ້າຫນ້າທີ່ຕຳຫລວດຈາລະຈອນແລະຍາດຕິພີ່ນ້ອງຂອງຜູ້ເສຍຊິວິດເພື່ອມອບສົບໄປເຮັດພິທີທາງສາດສະໜາ

ຂໍສະແດງຄວາມເສຍໃຈມາທາງຄອບຄົວຜູ້ເສຍຊິວິດດ້ວຍ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກໍາມະບານກະຊວງ ຖວທ ຄັ້ງທີ VIII

0

ກອງປະຊຸມໃຫຍ່ຜູ້ແທນກໍາມະບານ ກະຊວງຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 1 ຕຸລາ 2020 ທີ່ຫໍວັດທະນາທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ປ້ານ ນ້ອຍມະນີ, ກຳມະການສູນກາງພັກປະທານສູນກາງສະຫະພັນກຳມະບານລາວ, ທ່ານ ບົວເງິນ ຊາພູວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວພ້ອມດ້ວຍຜູ້ແທນສົມບູນທັງໝົດ 181 ທ່ານ ຍິງ 51 ທ່ານ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກກຳມະບານທົ່ວກະຊວງຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວທັງໝົດ 1.542 ທ່ານ.

ກອງປະຊຸມໄດ້ສັງເກດຕີລາຄາຄືນ ແລະຮັບຮອງເອົາບົດລາຍງານການເມືອງກອງປະຊຸມໃຫ່ຍຄັ້ງທີ VIII ຂອງສະ ຫະພັນກຳມະບານກະຊວງ ຖວທ ແລະທິດທາງແຜນການໃນ 5 ປີຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຕັດສິນໃຈສູງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກພ້ອມທັງເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ໂດຍສະເພາະການເປີດບັນແຂ່ງຂັນ ແລະຊຸກຍູ້ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ເຮັດໃຫ້ສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ໄດ້ຮັບການຮັບຮອງ ເປັນສະຫະພັນກຳມະບານ 5 ເປັນເຈົ້າ, ໄດ້ຮັບທຸງໄຊ ແລະ ປະດັບຫລຽນກາກຳມະ ບານລາວ ເປັນເຈົ້າສະໄໝທີ 7 ຂອງສະຫະພັນກຳມະບານລາວ; ນອກຈາກນີ້ສະມາຊິກກຳມະບານຈຳນວນໜຶ່ງຍັງໄດ້ຮັບການປະດັບຫລຽນກາກຳມະບານ ແລະ ໜ່ວຍກຳມະບານຮາກຖານອ້ອມາຂ້າງກະຊວງຈຳນວນໜຶ່ງກໍໄດ້ຮັບໃບຍ້ອງຍໍເຊັ່ນດຽວກັນ.

ກອງປະຊຸມໃຫ່ຍຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຊຸດທີ 8 ຈໍານວນ 13 ທ່ານ ໃນຈຳນວນຜູ້ສະໝັກເລືອກຕັ້ງທັງໝົດ 19 ທ່ານ ຍິງ 3 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສະຫະພັນກຳມະບານກະຊວງຖະແຫລງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວຄັ້ງທີ 8 ໄດ້ເປັນເອກະສັນເລືອກຕັ້ງເອົາ ທ່ານ ຄຳຫລ້າ ຍອຍສາຍຄໍາ ເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ, ທ່ານ ຄູນສະຫວັດ ຊຸ່ມມະນີວົງ, ທ່ານ ວຽງວັດທະນາ ຊະນະພານ ແລະ ທ່ານ ໄຊສົມບັດ ບູນນະຜົນ ເປັນຮອງປະທານ, ໃນນີ້ ເລືອກເອົາທ່ານ ຄູນສະຫວັດ ຊຸ່ມມະນີວົງ ເປັນປະທານກວດການອກຈາກນີ້ກອງປະຊຸມຍັງເລືອກເອົາຕົວແທນເຂົ້າຮ່ວມກອງປະຊຸມໃຫ່ຍສະຫະພັນກຳມະບານລາວ ຈຳນວນ 3 ທ່ານ, ສໍາຮອງ 2 ທ່ານ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ປ້ານ ນ້ອຍມະນີ, ກຳມະການສູນກາງພັກປະທານສູນກາງສະຫະພັນກຳມະບານລາວ ໂດຍທ່ານເນັ້ນໜັກຫລາຍບັນຫາສຳຄັນເພື່ອເປັນທິດຊີ້ນໍາໃຫ້ຄະນະສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ເຮັດຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ໃຫ້ປະກົດຜົນເປັນຈິງ ແລະ ຍາດໄດ້ຜົນສຳເລັດໃໝ່.

ປະທານສູນກາງສະຫະພັນກໍາມະບານລາວຍັງໄດ້ຮຽກຮ້ອງມາຍັງຄະນະສະຫະພັນກໍາມະບານຮາກຖານແຕ່ລະຂັ້ນ ພ້ອມດ້ວຍສະມາຊິກກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວຈົ່ງຕັ້ງໜ້າເສີມຂະຫຍາຍບົດບາດຂອງຕົນ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໂດຍສົມທົບກັບບັນດາອົງການຈັດຕັ້ງພາຍໃຕ້ການນໍາພາຂອງອົງຄະນະພັກກະຊວງ ເພື່ອປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ປະກອບສ່ວນເຂົ້າໃນວຽກງານຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວໃຫ້ມີທ່າກ້າວຂື້ນ, ທັນສະໄໝ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ.

Cr: ຈັນທະສອນ ສີຫານາດ

ການເຝົ້າລະວັງພະຍາດໂຄວິດ-19 ໂດຍນຳໃຊ້ຂໍ້ມູນຈາກຫຼາຍແຫຼ່ງ

0

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງຕໍ່ການເກີດລະບາດຂອງພະຍາດ COVID-19 ໂດຍນຳໃຊ້ຂໍ້ມູນຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດສອບກໍລະນີສົງໃສ ແລະ ກຸ່ມຄົນທີ່ຕິດເຊື້ອ ໂຄວິດ-19 ຢ່າງວ່ອງໄວ

ເພື່ອປະເມີນການລະບາດ ເພື່ອເປັນແນວທາງໃນການວາງມາດຕະການໂຕ້ຕອບ ໃນລະດັບຕ່າງໆ, ເພື່ອຕິດຕາມຄວາມສາມາດໃນການບໍລິການສາທາລະນະສຸກ ແລະ ຕິດຕາມ ຕົວຊີ້ວັດທີ່ເປັນແນວທາງໃນການວາງມາດຕະການການປະເມີນທາງດ້ານ ສາທາລະນະສຸກ ແລະ ສັງຄົມ. 1 ຕຸລາ 2020, ທ່າລາດ, ແຂວງ ວຽງຈັນ.

ຂັບກະບະບໍ່ລຶ້ງທາງຕົກລົງແມ່ນໍ້າ ທີ່ເມືອງບົວລະພາ

0

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ໃນວັນທີ່ 30/09/2020 ຜ່ານມາເກີດເຫດລົດຕົກນ້ຳຍ້ອນບໍ່ລື້ງເສັ້ນທາງເພາະເສັ້ນທາງ ບວກກັບໄລຍະນີ້ລະດູຝົນ. ຈຸດເກີດເຫດເກີດແມ່ນເຂດນ້ຳງໍ ບ້ານແສນພັນ ເມືອງບົວລະພາ ແຂວງຄຳມ່ວນ .

ລົດທີ່ຕົກນໍ້າແມ່ນລົດກະບະ ພາຍຫຼັງຕົກລົງນໍ້າ ແລ້ວຖືກກະແສນໍ້າພັດໄປໄກສົມຄວນ.

ບໍ່ມີລາຍງານຜູ່ບາດເຈັບຈາກເຫດການຄັ້ງນີ້,

ຂໍໃຫ້ທຸກຄົນລະມັດລະວັງໃນການໄປມາ ໃນລະດູຝົນ.

ຈັບສະຫຼາກແບ່ງສາຍແລ້ວ ຊ່ວງເຮືອທີ່ທ່າວັດຈັນ ມີພຽງ 12 ລໍາແຕ່ເງິນລາງວັນເພີ່ມຂຶ້ນ

0

ໃນວັນທີ 30 ກັນຍາ 2020 ທີ່ຫ້ອງການປົກຄອງ ເມືອງຈັນທະບູລີ ໄດ້ມີພິທີຈັບສະຫຼາກແບ່ງສາຍຂຶ້ນຢ່າງເປັນທາງການ

ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:

ສາຍ ກ: ເທບພະບຸດເຕົ່າທອງ, ໂນແກ໋ດ ແລະ ພະຍາສີສຸດທໍາ ( ລໍາມໍເຕີ )

ສາຍ ຂ: ທິດາສາຍແວວ, ເມືອງຈັນທະບູລີ ແລະ ເພັດມີໄຊ

ສາຍ ຄ: ເທບນາຄາ, ນາວາສັກສິດ ແລະ ບີເຄ ຮອນດ້າ

ສາຍ ງ: ບ້ານຫ້ອມ ( ທິດາພາໂລ ), ປາໂຍກນໍາໂຊກ ແລະ ບ້ານແສນດິນ

ສໍາລັບ ການແຂ່ງຂັນເຮືອກີລາ 12 ສີພາຍປີນີ້ຈະມີພຽງ 12 ລໍາເຂົ້າຮ່ວມແຂ່ງຂັນ ເຊິ່ງຈະແຂ່ງຂັນພາຍໃນມື້ດຽວຈົບໃນວັນທີ 3 ຕຸລາ 2020, ສ່ວນເງິນລາງວັນແມ່ນເພີ່ມຂຶ້ນຈາກປີກາຍໄດ້ 5 ລ້ານກີບຂຶ້ນເປັນ 10 ລ້ານກີບ
-ຊະນະເລີດ ໄດ້ 10 ລ້ານກີບພ້ອມຂັນ 1 ໜ່ວຍ
-ຮອງຊະນະເລີດ 8 ລ້ານກີບພ້ອມຂັນ 1 ໜ່ວຍ

-ອັນດັບ 3 ໄດ້ 6 ລ້ານກີບ ພ້ອມຂັນ 1 ໜ່ວຍ
-ອັນດັບ 4 ໄດ້ 4 ລ້ານກີບ.

ຖະແຫຼງຂ່າວ ມາດຕະການຜ່ອນຜັນໂຄວິດ-19 ເດືອນຕຸລາ 2020

0

ດ່ວນທີ່ສຸດພີ່ນ້ອງ! ອອກມາແລ້ວ ມາດຕະການຜ່ອນຜັນໃຫມ່ ແຕ່ວັນທີ 01-31 ຕຸລາ 2020

ແຈ້ງການ

.

ຄລິບຖະແຫຼງຂ່າວ