ຂ່າວລົດໄຟ
ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວ ຖ້ຽວທຳອິດທີ່ແລ່ນອອກຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ
ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວ ໄດ້ອອກເດີນທາງຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ, ປະເທດຈີນແລ້ວ ໃນເວລາ 11 ໂມງ 6 ນາທີ ຂອງວັນທີ 8 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວຖ້ຽວ 79561 ທີ່ບັນທຸກສິນຄ້າສົ່ງອອກ ໃນຕູ້ຄອນເທນເນີຈຳນວນ 76 ຕູ້ນັ້ນ ໄດ້ແລ່ນອອກຈາກສະຖານີລົດໄຟຢາວຮວ້າເມີນ ນະຄອນນານກິ່ງ ແຂວງຈ່ຽງຊູ່ປະເທດຈີນ ແລະ ຈະເດີນຕາມເສັ້ນທາງລົດໄຟລາວ-ຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ.
ນີ້ເປັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວ (ນະຄອນນານກິ່ງ - ນະຄອນຫຼວງວຽງຈັນ) ຖ້ຽວທໍາອິດ ແລະກໍເປັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວຖ້ຽວທຳອິດ ທີ່ແລ່ນອອກຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນເຊັ່ນກັນ.
ຕາມຂ່າວແຈ້ງວ່າ: ຂະບວນລົດໄຟດັ່ງກ່າວ ໄດ້ບັນທຸກສິນຄ້າຕ່າງໆທີ່ຜະລິດໂດຍແຂວງຈ່ຽງຊູ່ປະເທດຈີນ ເຊັ່ນ: ອຸປະກອນການສຶກສາທາງໄກ, ວັດສະດຸກໍ່ສ້າງ, ສາຍກາບໄຟຟ້າ, ເຄື່ອງໃຊ້ໄຟຟ້າ, ອາໄລ່ລົດ ແລະອື່ນໆ ເຊິ່ງມີມູນຄ່າເກືອບ 3.000.000 ໂດລາສະຫະລັດ.
ຂະບວນລົດໄຟດັ່ງກ່າວຈະແລ່ນອອກຈາກປະເທດຈີນຜ່ານດ່ານບໍຫານທີ່ແຂວງຢຸນນານຂອງຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນປະເທດລາວ ເຊິ່ງມີໄລຍະທາງທັງໝົດ 3.500 ກວ່າກິໂລແມັດ.
ແຫຼ່ງຂ່າວ: CRI
6 ສິ່ງຄວນຮູ້ກ່ອນໄປໃຊ້ບໍລິການລົດໄຟລາວ-ຈີນ
ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ລົງວັນທີ 30 ພະຈິກ 2021 ເລື່ອງ: ລະບຽບ 6 ຂໍ້ທີ່ສໍາຄັນມີທັງຂໍ້ຫ້າມ ແລະຄໍາແນະນໍາກ່ອນຂຶ້ນ-ລົງລົດ ເພື່ອ ເຮັດໃຫ້ການບໍລິການຂອງທຸກຄົນມີຄວາມປອດ ເຊິ່ງມີລາຍລະອຽດດັ່ງນີ້:
1.ຫ້າມພົກພາສິ່ງຂອງມີຄົມ ຫຼືວັດຖຸອັນຕະລາຍທີ່ໄວໄຟ, ມີພິດ ຫຼືກໍາມັນຕະລັງສີຂຶ້ນລົດໄຟຢ່າງເດັດຂາດ.
2.ຜູ້ໂດຍສານຕ້ອງຕິດຕາມການປະກາດເວລາກວດປີ້, ກະລຸນາຂຶ້ນລົດໄປກ່ອນລ່ວງຫນ້າ ຫຼືລໍຖ້າໃນເສັ້ນຂີດແດນຄວາມປອດໄພເທິງແທ່ນ ຂື້ນລົງລົດໄຟ
3.ເວລາຂຶ້ນ-ລົງລົດໄຟ ກະລຸນາລຽນແຖວໃຫ້ເປັນລະບຽບ, ຫ້າມບຽດແຫຍ້ກັນ ໃຫ້ ຜູ້ໂດຍສານທີ່ຈະລົງລົງໄປກ່ອນ ແລ້ວຈິ່ງຢ່າງຂຶ້ນລົດໄຟ. ຫ້າມໂດດລົງທາງລົດໄຟ, ຫ້າມເຂົ້າໄປໃນແລວທາງລົດໄຟ ແລະອື່ນໆທີ່ເປັນອັນຕະລາຍ, ຫ້າມແລ່ນໃນເວລາລົດໄຟຍັງບໍ່ຈອດຢຸດນິ່ງ.
4.ຫ້າມຢືນຕິດ ຫຼືຕັນປະຕູ. ຫ້າມດຶງ ຫຼືກົດປຸ່ມສຸກເສີນຕ່າງໆທີ່ຢູ່ເທິງຂະບວນລົດໄຟເຊັ່ນ ປຸ່ມເບກສຸກເສີນ, ປຸ່ມຢຸດລົດສຸກເສີນ ແລະອຸປະກອນຄວາມປອດໄພຕ່າງໆເດັດຂາດ.
5.ເວລາເກີດເຫດມີສະພາບຄວາມສ່ຽງຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະຂະບວນ ລົດໄຟ, ຕ້ອງຟັງຄໍາແນະນໍາຈາກພະນັກງານເທິງລົດໄຟ, ຮັກສາຄວາມເປັນລະບຽບໃຫ້ດີ ບໍ່ຟ້າວເອົາເຄື່ອງ. ຕ້ອງຊ່ວຍເຫຼືອຜູ້ຕ້ອງການຄວາມຊ່ວຍເຫຼືອເຊັ່ນ: ຜູ້ເຖົ້າ, ເດັກນ້ອຍ, ຄົນປ່ວຍ, ຄົນພິການ ແລະຜູ້ຖືພາກ່ອນ. ກໍລະນີມີເຫດອັນຕະລາຍ, ກະລຸນາແຈ້ງໃຫ້ພະນັກງານເທິງຂະບວນຮັບຊາບທັນທີ.
6.ໃນສະຖານະການສຸກເສີນຕ້ອງອອກຈາກຕູ້ຂະບວນລົດໄຟ, ສາມາດອອກຫຼັງຈາກ ຂະບວນລົດໄຟຢຸດຈອດນິ່ງ ແລ້ວໃຊ້ຄ້ອນຕີທຸບກະຈົກເພື່ອອອກ, ສາມາດກົດປຸ່ມ (ລາວ)ຢຸດລົດສຸກ ເສີນໃນຂະບວນລົດໄຟດ່ວນ.
ແຫຼ່ງຂ່າວ: CRI
ໄທ ສົນໃຈ ແລະ ຕ້ອງຊອກຫາວິທີເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ
ຕາມການລາຍງານ ຂອງສຳນັກຂ່າວ CRI-FM93 ໃຫ້ຮູ້ວ່າ: ເຈົ້າໜ້າທີ່ໄທກ່າວວ່າ: ໄທຕ້ອງຊອກຫາວິທີເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ ໂດຍໄວ ທາງລົດໄຟຈີນ-ລາວ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2016, ຄາດວ່າຈະເລີ່ມເປີດບໍລິການໃນເດືອນທັນວາປີນີ້.
ຫວ່າງມໍ່ໆມານີ້, ເລຂາທິການໃຫຍ່ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດໄທກ່າວວ່າ: ໄທຕ້ອງຊອກຫາວິທີທີ່ຈະສາມາດເຊື່ອມຈອດກັບທາງລົດໄຟຈີນ-ລາວໄດ້ແນວໃດໂດຍໄວ.
ໂດຍສະເພາະໃນຂະນະທີ່ໂຄງການຮ່ວມມືທາງລົດໄຟຈີນ-ໄທ ມີຄວາມຄືບໜ້າຊ້າລົງ, ກໍອາດຈະສາມາດປະຕິບັດແຜນວິເຄາະທາງດ້ານເສດຖະກິດເປັນບຸລິມະສິດເພື່ອສ້າງໂຄງການເຊື່ອມຈອດລະຫວ່າງແຂວງໜອງຄາຍປະເທດໄທກັບນະຄອນຫຼວງວຽງຈັນປະເທດລາວໂດຍຜ່ານທາງລົດໄຟຈີນ-ລາວ.
ໃນຕໍ່ໜ້າ, ນັກທ່ອງທ່ຽວຈາກແຂວງທາງພາກຕາເວັນຕົກສຽງໃຕ້ຂອງຈີນຈະມີທາງເລືອກຫຼາຍທາງໃນການໄປທ່ຽວປະເທດລາວແລະໄທ, ການອອກໄປທ່ຽວຢູ່ຕ່າງປະເທດດ້ວຍທາງລົດໄຟຄວາມໄວສູງຈະແມ່ນທາງເລືອກທີ່ເໝາະສົມ.
ກ່ອນໜ້ານີ້, ຮອງໂຄສົກຄະນະລັດຖະບານໄທໄດ້ເຜີຍໃຫ້ຮູ້ວ່າ: ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທໄດ້ມີຄວາມສົນໃຈຫຼາຍແລະໄດ້ໃຫ້ການສະໜັບສະໜູນວຽກງານກະກຽມເປີດບໍລິການທາງລົດໄຟຈີນ-ລາວໃນເດືອນທັນວາປີນີ້.
ຊົມທິວທັດທຳມະຊາດລຽບຕາມທາງລົດໄຟລາວ-ຈີນ ແຕ່ວຽງຈັນ ຫາ ບໍ່ເຕັນ
ຕາມການລາຍງານຂອງ ສຳນັກຂ່າວ CRI-FM93 ຜ່ານແຟນເພສໃຫ້ຮູ້ວ່າ: ທິວທັດລຽບຕາມທາງລົດໄຟລາວ-ຈີນແຕ່ວຽງຈັນ-ບໍ່ເຕັນ 20 ຕຸລາ 2021 ນີ້, ໃນຂະນະທີ່ທາງລົດໄຟລາວ-ຈີນ ໄດ້ເຮັດການທົດລອງເຕັກນິກລົດໄຟເຄື່ອນທີ່ຕົວຢ່າງ ເພື່ອປະເມີນຜົນ ແລະກວດກາທຸກລະບົບຂອງກ່ຽວກັບລົດໄຟ ແລະລາງ ເພື່ອຮັບປະກັນຄວາມປອດໄພທຸກສະຖານະການ.
ທີມງານນັກຂ່າວ CRI ນອກຈາກ ໄດ້ເກັບພາບການເຮັດວຽກການກວດກາເຕັກນິກເຄື່ອນທີ່ລົດໄຟຢ່າງຮອບດ້ານແລ້ວ, ພວກເຮົາຍັງໄດ້ເກັບພາບບັນຍາກາດດ້ານໃນ ແລະວິວດ້ານນອກຂອງລົດໄຟ ເພື່ອມາໃຫ້ທຸກທ່ານໄດ້ເຫັນເຖິງທິວທັດຄວາມສວຍສົດງົດງາມຂອງທໍາມະຊາດ ທີ່ອອ້ອມຮອບເຕັມໄປດ້ວຍພູຜາປ່າໄມ້, ແມ່ນໍ້າລໍາເຊ, ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່ານັບແຕ່ນະຄອນຫຼວງວຽງຈັນຈົນຮອດບໍ່ເຕັນແຂວງຫຼວງນໍ້າທາທີ່ເປັນຊາຍແດນຕິດຈອດກັບ ສປ ຈີນ.
ພາບງາມໆຈາກ: ສອນປະເສີດ.
ໂຄງການລົດໄຟລາວ-ຈີນ ແມ່ນມາດຕະຖານຊັ້ນ I ຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3.000 ໂຕນ
ໂຄງການລົດໄຟລາວ-ຈີນ ໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ສາມາດຮອງຮັບນ້ຳໜັກການຂົນສົ່ງ ໄດ້ເຖິງ 3.000 ໂຕນ
ອີງຕາມເອກະສານໂຄສະນາເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໂຄງການລົດໄຟລາວ-ຈີນ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ແລະ ປະ ເພດເສັ້ນທາງດ່ຽວ, ລັດສະໝີໂຄ້ງຕ່ຳສຸດ 2.000 ແມັດ ແລະ ເຂດທົ່ວໄປ 1.600 ແມັດ, ພະລັງງານການຂັບເຄື່ອນແມ່ນພະລັງງານໄຟຟ້າ, ລະບົບຄວບຄຸມການຈອດລົດ ເປັນລະບົບອັດຕະໂນມັດ, ປະເພດການບັນຊາການຈໍລະຈອນ ມີສູນກາງລະບົບຄວບຄຸມ.
ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງ ການແມ່ນ 1,2% ຢູ່ເຂດທົ່ງພຽງ ແລະ 2,4% ເຂດພູສູງ, ການກຳນົດເຕັກນິກການອອກແບບເສັ້ນທາງລົດໄຟດັ່ງກ່າວ ແມ່ນອີງໃສ່ພູມີປະເທດເປັນຫລັກ, ຊຶ່ງໃນນີ້ໄດ້ແບ່ງການອອກແບບເປັນ 2 ໄລຍະ ຄື: ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ໄລຍະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ. ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ໃນການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານ ທີ່ມີປະສິດທິຜົນສະເພາະເຂດພູດອຍແມ່ນ 160 ກມ/ຊມ, ແຕ່ສຳລັບເຂດທົ່ງພຽງ ໄລຍະ ວັງວຽງຫາ ນະຄອນຫລວງວຽງຈັນ ແມ່ນໄດ້ມີການອອກແບບຮອງຮັບຄວາມໄວ 200 ກມ/ຊມ ໃນອະນາຄົດ.
ສ່ວນຄວາມໄວອອກແບບ ສໍາລັບການຂົນສົ່ງສິນຄ້າແມ່ນກໍານົດເອົາ 120...
All countries
531,051,334
Total confirmed cases
Updated on May 28, 2022 10:40
Italy
17,355,119
Total confirmed cases
Updated on May 28, 2022 10:40
Spain
12,326,264
Total confirmed cases
Updated on May 28, 2022 10:40
Iran
7,231,284
Total confirmed cases
Updated on May 28, 2022 10:40
Germany
26,254,124
Total confirmed cases
Updated on May 28, 2022 10:40