ສະຫະພັນແມ່ຍິງກະຊວງ ຖວທ ສະຫຼຸບຜົນງານປະຈຳປີ ພ້ອມສະຫຼອງວັນແມ່ຍິງສາກົນ

0
1243

ສະຫະພັນແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2020 ແລະ ວາງທິດທາງແຜນການເຄື່ອນໄຫວປະຈຳປີ 2021 ຕິດພັນກັບການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ ( 8/3/1910 – 8/3/2021 ) ພາຍໃຕ້ຄຳຂວັນ: ການນຳເພດຍິງ: ການບັນລຸຄວາມສະ ເໝີພາບໃນໄລຍະໂຄວິດ-19, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ໂຮງຮຽນສິລະປະດົນຕີແຫ່ງຊາດ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຊຶ່ງມີ ທ່ານ ວັນສີ ກົວມົວ ຮອງເລຂາພັກ ຮອງລັດຖະມົນຕີກະຊວງ ຖວທ ມີບັນດາພະນັກ ງານປະຕິວັດອາວຸໂສບຳນານ, ພັນລະຍາການນຳ, ແຂກຖືກເຊີນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຄະນະບໍລິ ຫານງານສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ທ່ານນາງ ບົວໄຂ ເພັງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ໄດ້ຂຶ້ນຜ່ານບົດສະ ຫຼຸບຜົນງານການເຄື່ອນໄຫວປະຈຳປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ປັດຈຸບັນການຈັດຕັ້ງສະຫະພັນ ແມ່ຍິງກະຊວງ ຖວທ ມີ 3 ຂັ້ນ, ສະມາຊິກສະຫະພັນແມ່ຍິງທັງໝົດມີ 838 ຄົນ, ລັດຖະກອນທີ່ເປັນເພດຍິງມີ 667 ຄົນ, ໃນໄລຍະຜ່ານມາການຈັດຕັ້ງພັກ-ລັດແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງພະນັກງານສະມາຊິກເພດຍິງໄປຍົກ ລະດັບຄວາມຮູ້ໃນດ້ານຕ່າງໆ, ເວົ້າສະເພາະໃນປີ 2020 ຈາກການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ມີສະ ມາຊິກສະຫະພັນແມ່ຍິງປະເມີນໄດ້ 3 ດີປະເພດ I ຈຳນວນ 713 ຄົນ, 3 ດີປະເພດ II ຈຳນວນ 51 ຄົນ, ໃນນັ້ນມີໜ່ວຍ 3 ດີປະເພດ I ມີ 49 ໜ່ວຍ ແລະ ໜ່ວຍ 3 ດີປະເພດ II ມີ 4 ໜ່ວຍ.

ໃນພິທີ ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນ ມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ ຊຶ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຄວາມໝາຍ- ຄວາມສຳຄັນຂອງວັນແມ່ຍິງສາກົນ ຊຶ່ງໄດ້ກຳເນີດເກີດຂຶ້ນຈາກຄວາມຮູ້ສຶກຄຽດແຄ້ນຂອງແມ່ຍິງໃນທົ່ວໂລກທີ່ໄດ້ຖືກກົດຂີ່ຂູດ ຮີດຈາກພວກນາຍທຶນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີ ວິດການເປັນຢູ່ໃຫ້ເຂົາເຈົ້າ ຂະບວນການຕໍ່ສູ້ຂອງອ້າຍນ້ອງແມ່ຍິງໄດ້ເລີ່ມຈາກວັນທີ 8 ມີນາ 1899 ຈົນມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນີ້ເອງກອງປະຊຸມ ສາກົນກ່ຽວກັບບັນຫາແມ່ຍິງໄດ້ຈັດຂຶ້ນເປັນຄັ້ງທຳອິດ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນ ພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄື ກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: (ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງ ຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ(. ນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນ (ວັນແມ່ຍິງສາກົນ( ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທໍາອິດ, ໃນໂອກາດນີ້ທ່ານ ວັນສີ ກົວມົວ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ພາກສ່ວນທີ່ໄດ້ໃຫ້ການອຸປະຖຳກອງປະຊຸມ.

ຂ່າວ: ພູວັນ, ພາບ: ແສງຈັນ

LEAVE A REPLY

Please enter your comment!
Please enter your name here