ກຳນົດເອົາ 3 ເມືອງ ຕ້ອນຮັບນັກທ່ອງທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1

0
1687

ແຂວງຫຼວງພະບາງ ກຳນົດເອົາ 3 ເມືອງ ຄື ນະຄອນຫຼວງພະບາງ, ເມືອງຈອມເພັດ ແລະ ເມືອງປາກອູ ເພື່ອຕ້ອນຮັບເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ເນື່ອງຈາກ 3 ເມືອງດັ່ງກ່າວ, ມີເສັ້ນທາງເຂົ້າຫາແຫຼງທ່ອງທ່ຽວ ສະ ດວກສະບາຍ ແລະ ປະຊາຊົນໃນເຂດແຫ່ລງທ່ອງທ່ຽວ ໄດ້ຮັບວັກຊິນກວມເຖິງ 95% ຕາມມາດຕະຖານຂອງເຂດທ່ອງທ່ຽວສີຂຽວ.

ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງໂຄສະນາການທ່ອງທ່ຽວ, ພະແນກຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ໄດ້ໃຫ້ສຳພາດ ໃນລະຫວ່າງວັນທີ 20-22 ທັນວາ 2021 ນີ້ວ່າ:

ພາຍຫຼັງການລະບາດຂອງພະຍາດໂຄວິດ-19, ຂະແໜງການທ່ອງທ່ຽວ ຂອງ ແຂວງຫລວງພະບາງ ແມ່ນໄດ້ຮັບຜົນກະທົບຢ່າງໜັກ. ສະນັ້ນ, ພາຍຫລັງລັດຖະບານ ຈະເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃນເຂດທ່ອງທ່ຽວສີ ຂຽວ ໃນວັນທີ 1 ມັງກອນ 2022 ນີ້, ຂະແໜງທ່ອງທ່ຽວແຂວງ ໄດ້ຮີບຮ້ອນກວດກາຄືນວຽກງານທີ່ຂະແໜງທ່ອງທ່ຽວຮັບຜິດຊອບຕາມພາລະບົດບາດ ຖ້າມີບັນຫາໃດທີ່ຍັງຄ້າງຄາ ແມ່ນໄດ້ຮີບດ່ວນແກ້ໄຂ, ມີການປະສານງານກັນຢ່າງຕໍ່ເນື່ອງ ລະຫວ່າງ ພາກລັດ ແລະ ຜູ້ປະກອບການ, ມີການກຳນົດນິ ຕິກໍາລະອຽດ, ບໍ່ໃຫ້ຊ້ຳຊ້ອນ, ບໍ່ມີຫລາຍຂັ້ນຕອນ ແລະ ເປັນເອກະພາບ ສາມາດຈັດຕັ້ງປະຕິບັດໄດ້ ບົນພື້ນຖານຮັບປະກັນມາດຕາການຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ຢ່າງຮັດກຸມ.

ສໍາລັບຂົງເຂດວຽກງານທ່ອງທ່ຽວພາກທຸລະກິດ ໃຫ້ເປັນເຈົ້າການຢ່າງຕັ້ງໜ້າ ໃນການກໍານົດຈຸດບໍລິການໃນເຂດທ່ອງທ່ຽວສີຂຽວ, ໂດຍຄຳນຶງເຖິງຄວາມສາມາດໃນການຄຸ້ມຄອງ ແລະ ຄວາມພ້ອມຂອງຕົນເອງ, ຕ້ອງໄດ້ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການໂຄສະນາສື່ສານໃຫ້ນັກທ່ອງທ່ຽວ ຮັບຊາບລາຍລະອຽດກ່ອນໄປທ່ອງທ່ຽວຕາມຈຸດຕ່າງໆ ທີ່ກຳນົດໄວ້.

ທ່ານ ວົງດາວອນ ວົງໄຊຍະລາດ ຍັງໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ກຽມຄວາມພ້ອມດ້ານການບໍລິການ ຕ້ອນຮັບເອົານັກທ່ອງທ່ຽວ ຈາກຕ່າງປະເທດເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວໄລຍະທີ 1 ໄດ້ເຂົ້າຮ່ວມໂຄງການ LAO SAFE ມີໂຮມແຮມ 33 ແຫ່ງ, ໃນເບື້ອງຕົນຈະມີການທົດລອງໄປກ່ອນ 13 ແຫ່ງ, ຮ້ານອາຫານ 33 ແຫ່ງ, ບໍລິ ສັດທ່ອງທ່ຽວມີ 30 ບໍລິສັດ, ລົດຕູ້ບໍລິການຂົນສົ່ງນັກທ່ອງທ່ຽວ 16 ບໍລິສັດ, ມີລົດ 463 ຄັນ, ເຮືອນໍາທ່ຽວ 26 ລໍາ ແລະ ພະນັກງານນໍາທ່ຽວ 180 ຄົນ, ມີ 8 ພາສາ ຄື: ພາສາອັງກິດ, ຝຣັງ, ເຢຍລະມັນ, ຈີນ, ໄທ, ຍີ່ປຸ່ນ, ອີຕາລີ ແລະ ພາສາລັດເຊຍ.

ແຫຼງຂ່າວ-ພາບ: ຂປລ

LEAVE A REPLY

Please enter your comment!
Please enter your name here