ລົດໄຟລາວ-ຈີນ ໂດຍສະເລ່ຍມີຜູ້ໂດຍສານເຖິງ 1.554 ຄົນຕໍ່ມື້

0
2940

ຕາມການລາຍງານຂອງສຳນັກຂ່າວ CRI ໃຫ້ຮູ້ວ່າ: ລົດໄຟລາວ-ຈີນ ສະເລ່ຍມື້ໜຶ່ງເຖິງ 1.554 ຄົນຕໍ່ມື້ ຫຼັງເພີ່ມຖ້ຽວບໍລິການ ພາຍຫຼັງລົດໄຟລາວ-ຈີນ ໄດ້ເພີ່ມຖ້ຽວບໍລິການອີກ 1 ຖ້ຽວຈາກນະຄອນຫຼວງວຽງຈັນ-ບໍ່ເຕັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ເຮັດໃຫ້ມາຮອດວັນທີ 3 ມັງກອນ 2022, ລົດໄຟລາວ-ຈີນ ສາມາດບໍລິການຜູ້ໂດຍສານທັງໝົດ 67 ຄູ່ ບັນຈຸຜູ້ໂດຍສານລວມທັງໝົດ 48.200 ຄົນ (ນັບແຕ່ມື້ເປີດບໍລິການຢ່າງເປັນທາງການ) ສະເລ່ຍແລ້ວ 1.554 ຄົນຕໍ່ມື້.

ອີງຕາມຂໍ້ມູນຂອງເຈົ້າໜ້າທີລົດໄຟແຈ້ງໃນວັນທີ 3 ມັງກອນ 2022. ຂໍ້ມູນແຈ້ງອີກວ່າ: ລົດທາງລົດໄຟລາວ-ຈີນ ຍັງບໍລິການຂົນສົ່ງສິນຄ້າໄດ້ທັງໝົດ 52 ຄູ່ ສາມາດສົ່ງອອກສິນຄ້າທັງໝົດ 50.800 ໂຕນ ເຊິ່ງສະແດງໃຫ້ເຫັນວ່າທັງການບໍລິການຜູ້ໂດຍສານ ແລະ ສິນຄ້າລ້ວນແຕ່ເປັນຂະບວນຟົດຟື້ນ.

LEAVE A REPLY

Please enter your comment!
Please enter your name here