ແຂວງຫຼວງພະບາງອອກແຈ້ງການ 8 ຂໍ້ ເພື່ອຍົກລະດັບມາດຕະການສັກວັກຊີນ

0
1515

ແຂວງຫຼວງພະບາງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກແຈ້ງການ ເຖີງ: ບັນດາທ່ານ ຫົວຫນ້າ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ COVID-19 ເມືອງ ແລະ ນະຄອນ ຫຼວງພະບາງ ທີ່ນັບຖື.

ເລື່ອງ: ການຍົກລະດັບມາດຕະການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນທົ່ວແຂວງຫຼວງພະບາງ. 

ຄະນະສະເພາະກິດຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຂວງຫຼວງພະບາງ, ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເຮັດໃຫ້ການຄວບຄຸມ ການລະບາດຂອງ ພະຍາດCOVID-19 ໄດ້ໃຫ້ໄວນັ້ນ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງໄດ້ສ້າງພູມຄຸ້ມກັນຫມູ່ໃຫ້ແກ່ປະຊາກອນໃຫ້ໄດ້ຫລາຍ ແລະ ທົ່ວເຖີງພາຍໃນທົ່ວແຂວງ ເນື່ອງຈາກວ່າປະຈຸບັນເຊື້ອພະຍາດໄດ້ມີການພັດທະນາ, ມີການປ່ຽນແປງສາຍພັນ ຊື່ງເອີ້ນວ່າສາຍພັນ ໂອໄມຄອນ (Omecron) ພວມລະບາດໃນຫລາຍປະເທດ, ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານກ່ຽວກັບການຍົກສູງອັດຕາການສັກວັກຊີນໃຫ້ປະຊາຊົນເປົ້າຫມາຍໃຫ້ບັນລຸ 70% ຂື້ນເມືອເພື່ອຫຼຸດຜ່ອນ ອັດຕາກາເຈັບເປັນ ແລະ ການເສຍຊີວິດ ຈາກພະຍາດດັ່ງກ່າວ, ໂດຍສະເພາະແຂວງຫຼວງພະບາງຂອງພວກເຮົາແມ່ນແຂວງຫນື່ງທີ່ໄດ້ຖືກກໍານົດເປັນແຂວງເປີດຮອງຮັບການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວປອດໄພ ຈາກພະຍາດ CoVID-19 ແມ່ນຍິ່ງມີຄວາມຈົາເປັນຈະຕ້ອງໄດ້ ປຸກລະດົມຂະບວນການສັກຢາວັກຊີນປ້ອງກັນພະຍາດ COVID-19 ໃຫ້ສູງເທົ່າທີ່ຈະສູງໄດ້ໃນປີ 2022 ໃຫ້ໄດ້ 80% ຂື້ນເມືອ.

ດັ່ງນັ້ນ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຂວງຈື່ງໄດ້ອອກແຈ້ງການ ແນະນໍາດັ່ງນີ້:

LEAVE A REPLY

Please enter your comment!
Please enter your name here