ໃນປີ 2021 ລາວສົ່ງອອກສິນຄ້າກະສິກຳ ຫຼາຍກວ່າ 900 ລ້ານໂດລາ

0
1765

ລາວສົ່ງອອກສິນຄ້າກະສິກຳ ຫຼາຍກວ່າ 900 ລ້ານໂດລາໃນປີ 2021 ຜ່ານມາ ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ແລະ ປະຊາຊົນ ທໍາການຜະລິດສິນຄ້າ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ໂດຍໄດ້ເລັ່ງໃສ່ຜະລິດພືດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ປ້ອນໂຮງງານອຸດສາຫະກໍາປຸງແຕ່ງ;

ຄຽງຄູ່ກັນນີ້, ກໍໄດ້ສຸມໃສ່ສົ່ງເສີມການປູກພືດ ແລະ ລ້ຽງສັດໃຫຍ່ທີ່ມີໂຄຕ້າແລ້ວ. ການສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ແມ່ນໜຶ່ງໃນບັນດາວຽກງານຍ່ອຍຂອງວຽກງານຈຸດສຸມທີ 1 ໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ຊຶ່ງໃນບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ໄດ້ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ບານ​ເປີດກວ້າງ​ຄັ້ງ​ທີ 2 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ໃຫ້ຮູ້ວ່າ:

ການຊຸກຍູ້ການຜະລິດ ແລະ ສົ່ງອອກສິນຄ້າກະສິກຳ ປີ 2021 ສາ​ມາດປະຕິບັດໄດ້ 905,36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການປີ 2021 (ແຜນການປີ 2021: 1.100 ລ້ານໂດລາ) ໃນນີ້ ສົ່ງອອກຫຼາຍກວ່າໝູ່ແມ່ນກ້ວຍ ມູນຄ່າ 225,33 ລ້ານໂດລາ; ຢາງພາລາ ມູນຄ່າ 214,37 ລ້ານໂດລາ; ມັນຕົ້ນ ມູນຄ່າ 196,58 ລ້ານໂດລາ; ອ້ອຍ ມູນຄ່າ 25,43 ລ້ານໂດລາ; ໝາກໂມ ມູນຄ່າ 26,33 ລ້ານໂດລາ ແລະ ອື່ນໆ.

ສໍາລັບການສົ່ງອອກສັດ ໄດ້ສົ່ງອອກງົວ-ຄວາຍ ທັງໝົດ 8.100 ກວ່າໂຕ ເທົ່າກັບ 33,9 ຕື້ກີບ; ໃນນີ້, ໄດ້ສົ່ງສັດໃຫຍ່ອອກໄປ ສ​ປ ຈີນ ຢ່າງເປັນທາງການເປັນຄັ້ງທໍາອິດ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ສ​ປ​ປ ລາວ ແລະ ກົມໃຫຍ່ພາສີ ຂອງ ສ​ປ ຈີນ ໄດ້ຮ່ວມເຊັນກັນ ຄັ້ງວັນທີ 30/4/2019 ຊຶ່ງໃນໄລຍະວັນທີ 28/4/2019 – 24/5/2021 ສົ່ງອອກໄດ້ 2.013 ໂຕ (ງົວ 1.992 ໂຕ ແລະ ຄວາຍ 21 ໂຕ), ເຫັນວ່າບໍ່ສາມາດປະຕິບັດໄດ້ຕາມຄາດໝາຍ 50.000 ໂຕ.

ສາເຫດທີ່ສົ່ງອອກບໍ່ໄດ້ຕາມແຜນ ກໍເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ເລີ່ມແຕ່ເດືອນເມສາ 2021 ໃນ 7 ແຂວງຂອງລາວ ມີສະພາບການລະບາດຂອງພະຍາດຜີວໜັງ ອັກເສບຕິດຕໍ່ ງົວ-ຄວາຍ ອັນໄດ້ສົ່ງຜົນໃຫ້ຝ່າຍ ສປ ຈີນ (ກົມໃຫຍ່ພາສີຂອງ ສປ ຈີນ) ໄດ້ປະກາດຫ້າມນໍາເຂົ້າງົວ ແລະ ຜະລິດຕະພັນກ່ຽວກັບງົວ ຈາກ ສປປ ລາວ.

ປັດຈຸບັນ, ລາວເຮົາສາມາດຄວບຄຸມການລະບາດ ຂອງພະຍາດສັດດັ່ງກ່າວໄດ້ແລ້ວ ແລະ ໄດ້ລາຍງານຫາອົງການພະຍາດສັດສາກົນ ຫຼື OIE ເພື່ອໃຫ້ລຶບຊື່ ສປປ ລາວ ອອກຈາກບັນຊີ ປະເທດທີ່ກໍາລັງລະບາດພະຍາດດັ່ງກ່າວ ແລະ ກຳລັງຢູ່ໃນຂັ້ນຕອນການເຈລະຈາຄືນ ການອະນຸຍາດໃຫ້ນໍາເຂົ້າງົວ ຈາກ ສປປ ລາວ ແລະ ກໍາລັງຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມຕ່າງໆ ທີ່ລາວເຮົາໄດ້ເຊັນຮ່ວມກັບ ສປ ຈີນ.

ແຫຼ່ງຂ່າວພາບ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here