ທ່ານເລຂາທິການໃຫຍ່ ປະທານປະເທດ ຢ້ຽມຢາມພື້ນຖານການຜະລິດສະບຽງອາຫານ ແຂວງສະຫວັນນະເຂດ

0
2048

ວັນທີ 18 ມັງກອນ 2022 ນີ້, ທ່ານ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍ ການນຳຂັ້ນສູງຈາກສູນກາງ ໄດ້ ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງສະຫວັນນະເຂດ, ໂດຍໄດ້ຮັບການຕ້ອນຮັບຢ່າງ ອົບອຸ່ນຈາກທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍທ່ານຮອງເຈົ້າແຂວງ, ບັນດາທ່ານຄະນະປະຈຳພັກແຂວງ ແລະພະແນກການກ່ຽວຂ້ອງ.

ໃນໂອກາດນີ້, ທ່ານເລຂາທິ ການໃຫຍ່, ປະທານປະເທດໄດ້ໄປ ຢ້ຽມຢາມພື້ນຖານການຜະລິດ ສະບຽງອາຫານ, ໃນນັ້ນ ໄດ້ໄປ ເບິ່ງຂັ້ນຕອນການລ້ຽງໄກ່ລາດ ຂອງບໍລິສັດນາກ້າຟາມ ຈຳກັດ ຜູ້ດຽວທີ່ບ້ານດົງຄຳຫຼວງນະຄອນ ໄກສອນ ພົມວິຫານ, ທ່ານ ນາງ ອິນແປງ ທຽນນະວົງ ແລະທ່ານ ເງິນວັນຮຸ່ງ ເຈົ້າຂອງຟາມລາຍ ງານວ່າ: ຜ່ານຈາກການສຶກສາ ຄົ້ນຄວ້າ ແລະເກັບກຳຂໍ້ມູນ ເລື່ອງ ສາຍພັນໄກ່ປະເພດຕ່າງໆເຫັນວ່າ ໄກ່ລາດແມ່ນເໝາະສົມກັບການລ້ຽງເປັນສິນຄ້າ ເນື່ອງຈາກວ່າ ມີຄວາມທົນທານຕໍ່ສະພາບແວດ ລ້ອມ, ຕະຫຼາດກໍ່ມີຄວາມຕ້ອງ ການຫຼາຍ ລົດຊາດຂອງຊີ້ນໄກ່ ຈະແຊບກວ່າສາຍພັນອື່ນ, ໃນປະຈຸບັນໄດ້ມີການຜະຫຼິດທັງໄກ່ ແລະໄຂ່, ໃນຟາມມີໄກ່ທັງໝົດປະ ມານ 12 ພັນກວ່າໂຕ, ສ່ວນຕະຫຼາດຈຳໜ່າຍແມ່ນຢູ່ໃນເຂດນະ ຄອນໄກສອນ ພົມວິຫານ, ຕະຫຼາດ ເຊໂນ ເມືອງອຸທຸມພອນ, ຕະຫຼາດ ຢູ່ແຂວງບໍລິຄຳໄຊ ແລະແຂວງ ຫຼວງພະບາງຈຳນວນໜຶ່ງ, ໃນເວລາຕໍ່ມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະກໍ່ໄດ້ ໄປຢ້ຽມຢາມ ບໍລິສັດ ອິນເທັກ ສະວາຍບຣິດເດີ້ ຟາມລາວ ຈຳກັດ ທີ່ຕັ້ງຢູ່ເຂດບ້ານແກ້ງຫີນສູງ, ນະຄອນໄກສອນພົມວິຫານ, ທ່ານ ສີສຸວັນ ວິໄລທອງ ຜູ້ອຳນວຍການ ບໍລິສັດອິນເທັກ ສະວາຍ ບຣິດເດີ້ ຟາມລາວ ຈຳກັດ ພ້ອມຄະນະກ່ໍ ໄດ້ລາຍງານໃຫ້ຮູ້ວ່າ:

ຕົນເອງໄດ້ ລົງທຶນຮ່ວມກັບບໍລິສັດປະເທດ ເພື່ອນບ້ານກໍ່ສ້າງບໍລິສັດທີ່ບ້ານ ແກ້ງຫີນສູງນະຄອນໄກສອນ ພົມວິຫານ ໃນເນື້ອທີ່ດິນເກືອບ 52 ເຮັກຕາ ເຊິ່ງໄດ້ເລີ່ມກໍ່ສ້າງ ແລະສຳເລັດໃນທ້າຍປີ 2019, ໃນເດືອນມັງກອນປີ 2020 ກ່ໍ ໄດ້ເລີ່ມຜະລິດລູກໝູ, ສ່ວນພໍ່ພັນ ແລະແມ່ພັນແມ່ນນຳເຂົ້າຈາກປະ ເທດເດັນມາກ, ສ່ວນຫຼາຍແມ່ນ ໃຊ້ການປະສົມພັນທຽມ ໂດຍການ ນຳເອົານ້ຳເຊື້ອພໍ່ພັນມາປະສົມ ພັນໃຫ້ແມ່ພັນ ເຊິ່ງພໍ່ພັນ 1 ໂຕຕໍ່ ແມ່ພັນ 200 ໂຕ, ມີໝູແມ່ພັນທັງ ໝົດ 2.400 ໂຕ ສາມາດຜະລິດ ລູກໝູຢ່ານົມໄດ້ 72.000 ໂຕຕໍ່ປີ ແລະສາມາດຜະລິດໝູຂຸນໄດ້ 75.000 ໂຕຕໍ່ປີ ເພື່ອຈຳໜ່າຍ ພາຍໃນແຂວງ ແລະຕ່າງແຂວງ ພ້ອມທັງມີແຜນສົ່ງອອກໄປຕ່າງ ປະເທດ.

ນອກຈາກນັ້ນ, ທາງບໍລິ ສັດກໍ່ນຳເອົາມູນໝູ ຫຼື ຂີ້ໝູມາໝັກ ເປັນແກສ໌ຊີວະມວນມາຮັບໃຊ້ ເປັນເຊື້ອເພີງ ເພື່ອເປັນໄຟທົດແທນ ໃຊ້ໃນຟາມ, ສ່ວນກາກແມ່ນເອົາ ໄປຕາກແຫ້ງແລ້ວຂາຍເປັນຝຸ່ນ, ມີລະບົບບຳບັດນ້ຳເສຍພາຍໃນ ຟາມ. ດ້ານການຈ້າງແຮງງານ ພາຍໃນບໍລິສັດມີແຮງງານ 62 ຄົນ, ຄ່າແຮງງານຕ່ຳສຸດ 1,7 ລ້ານກີບຕໍ່ເດືອນ, ພະນັກງານ ວິຊາການ 2,5 ລ້ານກີບຕໍ່ເດືອນ ແລະມີສະຫວັດດີການຕາມກະ ຊວງແຮງງານວາງອອກ.

ໃນໂອກາດຢ້ຽມຢາມ, ທ່ານ ປອ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດແຫ່ງ ສປປລາວ ກໍ່ໄດ້ສະແດງຄວາມ ຍ້ອງຍໍທັງສອງບໍລິສັດ ທີ່ມີແນວ ຄິດປະກອບສ່ວນໃນການ ສ້າງສາ ພັດທະນາ ກໍ່ຄືການລ້ຽງສັດເພື່ອ ຂາຍເປັນສິນຄ້າຮັບໃຊ້ພາຍໃນໃຫ້ ກຸ້ມກິນ ທັງເປັນການປະກອບສ່ວນ ຕາມແຜນພັດທະນາເສດຖະກິດ ຜະລິດເປັນສິນຄ້າທີ່ທາງແຂວງ ກໍ່ຄືສູນກາງວາງອອກ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

LEAVE A REPLY

Please enter your comment!
Please enter your name here