ທ່ານ ທອງລຸນ ສີສຸລິດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

0
1010

ວັນທີ 8 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາເຄື່ອນໄຫວຢຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ. ໂອກາດນີ້ກໍ່ໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ພ້ອມດ້ວຍການນຳພັກລັດຂັ້ນແຂວງ ຢູ່ທີ່ສະໜາມບີນຂອງເມືອງຜົ້ງສາລີ.

ຈຸດປະສົງຫຼັກຂອງການມາເຄື່ອນໄຫວໃນຄັ້ງນີ່ ກໍ່ເພື່ອເປັນການຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ XI ຂອງພັກ, ມະຕິ XI ຂອງແຂວງ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ, ທັງພົບປະໂອ້ລົມການນຳຫຼັກແຫລ່ງຂອງແຂວງຜົ້ງສາລີ, ພ້ອມກັນນັ້ນທ່ານປະທານປະເທດພ້ອມດ້ວຍຄະນະຍັງຈະໄດ້ໄປເຄື່ອນໄຫວຢ້ຽມຊົມພື້ນຖານການຜະລິດ ໂດຍສະເພາະກໍ່ແມ່ນໂຮງງານເຫຼົ້າຂຽວຂຸນສຸກ ແລະ ໂຮງງານຊາບູຮານແສງຄຳ ລາວລີ ແລະ ສວນຊາຢູ່ບ້ານລຸງຈີງ ແລະ ມອບເຄື່ອງຈຳນວນໝື່ງໃຫ້ກັບ ໂຮງຮຽນ ມສ ພູຟ້າ ແລະ ໂຮງຮຽນ ມ ສ ມົງເຈົາ ຕື່ມອີກ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານປະເທດແຫ່ງ ສປປ ລາວພ້ອມດ້ວຍພັນລະຍາ ແລະ ຄະນະ ຢູ່ແຂວງຜົ້ງສາລີ ແມ່ນຈະດຳເນີນຮອດວັນທີ 9 ກຸມພາ 2022 ຈຶ່ງຈະສຳເລັດ.

ອ້າງອີງ: ສະຖານີວິທະຍຸ – ໂທລະພາບແຂວງຜົ້ງສາລີ

LEAVE A REPLY

Please enter your comment!
Please enter your name here