ຄົບຮອບ 25 ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ

0
1274

ໃນລະຫວ່າງ ວັນທີ 14 ຫາ 16 ກຸມພາ 2022 ນີ້ ແຂວງອຸດົມໄຊ ໄດ້ຈັດພິທີ ສະເຫລີມ ສະຫລອງ ວັດພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ຄົບຮອບ 25 ປີ ໂດຍຕິດພັນການສະເຫຼີມສະຫລອງ ຫໍກອງ 1 ຫລັງ ແລະ ປະຕູໂຂງ 3 ເບື້ອງ ຂຶ້່ນທີ່ວັດພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ. ໃນຕະຫລອດໄລຍະ 3 ວັນ ໄດ້ມີການປະກອບພິທີທາງສະສະຫນາຫລາຍຢ່າງຕາມຮີດຄອງປະເພນີເປັນຕົ້ນແມ່ນ ການຫ້າງຫາກະກຽມເຄື່ອງສັງຂະທານຕ່າງໆ ຍອດຊໍ່ຟ້າ, ຜາສາດເຜິ້ງ, ຕົ້ນເຜິ້ງ, ກອງບຸນ, ຕົ້ນກັນ, ຜາສາດມຸງຄຸນ ແລະ ອື່ນໆ.

ຈາກນັ້ນ ໄດ້ມີພິທີແຫ່ເຄື່ອງສັງຂະທານ ໂດຍເລີ່ມຈາກພະແນກ ຖວທ ແຂວງອຸດົມໄຊ ໄປທີ່ວັດພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ພ້ອມທັງ ຖວາຍຍອດຊໍ່ຟ້າ ແລະ ເຄື່ອງສັງຂະທານຕ່າງໆ ຕາມຂັ້ນຕອນ ແລະ ສືບຕໍ່ພິທີໄຫວ້ພະຮັບສິນ ສູດປະຣິຕະມຸງຄຸນ ດ້ວຍພະສົງ ຈຳນວນ 13 ອົງ ໃນວັນທີ 16 ກຸມພາ ເປັນມື້ຂຶ້ນໃໝ່ 15 ຄໍ່າ ເດືອນ 3 ໃນຕອນເຊົ້າ ໄດ້ມີພິທີ ໄຫວ້ພະຮັບສິນ ບິນຖະບາດ ຖວາຍພັດຕາຫານ, ຖວາຍຫໍກອງ 1 ຫລັງ, ພ້ອມດ້ວຍປະຕູໂຂງ 3 ເບື້ອງ, ກອງອັດຖະ ແລະ ເຄື່ອງສັງຂະທານ ແດ່ພະສົງ ຈຳນວນ 47 ອົງ ພ້ອມທັງຮັບຟັງເທດສະໜາ ແລະ ຢາດນ້ຳອຸທິດສ່ວນບຸນກຸສົນ. ຈາກນັ້ນ ຕອນຄໍ່າ ໄດ້ສືບຕໍ່ໄຫວພະຮັບສິນ ຖວາຍດອກໄມ້ທູບທຽນ ເດີນວຽນອ້ອມຮອບພະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ພ້ອມທັງ ຈູດບັ້ງໄຟດອກບູຊາ.

ການຈັດພິທີສະເຫຼີມສະຫລອງ ເພື່ອເປັນການສ້າງບຸນ, ສິນກິນທານ, ສ້າງບາລະມີໃຫ້ແກ່ບັນດາອອກຕົນຍາດໂຍມ ແລະ ເຈົ້າສັດທາທັງຫລາຍ,ເປັນການສືບທອດພຸດທະສາສະຫນາ,ຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງານຂອງຊາດໄວ້ ໃຫ້ຍືນຍົງ ຊົວລູກ ຊົວຫລານ ທັງເປັນການເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ ພາຍໃນເທດສະບານແຂວງອຸດົມໄຊ ຕື່ມອີກ.

ໂດຍມີການນໍາພັກ – ລັດ ຂັ້ນແຂວງ, ເມືອງ, ບ້ານ, ເຖົ້າແກ່ແນວໂຮມ, ຊາວຫນຸ່ມ ຕະຫລອດຮອດ ປະຊາຊົນ ບັນດາເຜົ່າ ຊາວແຂວງອຸດົມໄຊ ເຂົ້າຮ່ວມ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here