ການຄຸ້ມຄອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

0
1315

ກອງປະຊຸມກະກຽມໃຫ້ແກ່ກອງປະຊຸມການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄັ້ງທີ II (CMM2).

ໃນວັນທີ 02 ມີນາ 2022, ທີ່ໂຮງແຮມ ລາວພຣາຊ່າ ນະຄອນຫຼວງວຽງຈັນ, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມກະກຽມໃກ້ແກ່ກອງປະຊຸມການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄັ້ງທີ II (CMM2).

ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ, ຮອງຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຜູ້ເຂົ້າຮ່ວມຕາງໜ້າຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຜູ້ຕາງໜ້າຈາກບັນດາກະຊວງຂະແໜງການຕ່າງໆ ຈໍານວນ 25 ທ່ານເຂົ້າຮ່ວມຢ່າງພ້ອມພຽງ.

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມໃນຄັ້ງນີ້ຈຸດປະສົງແມ່ນເພື່ອລາຍງານຄືນກ່ຽວກັບການກຽມຄວາມພ້ອມຕ່າງໆໃຫ້ແກ່ການກະກຽມກອງປະຊຸມການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄັ້ງທີ II (CMM2) ເຊີ່ງຈະຈັດຂຶ້ນໃນວັນທີ 10 ມີນາ 2022, ພ້ອມນັ້ນຍັງໄດ້ກະກຽມລາຍງານຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ CMM ຄັ້ງທີ I ເພື່ອລາຍງານຕໍ່ກອງປະຊຸມ ແລະ ເພື່ອຮຽບຮຽງຄືນ ໃຫ້ມີຄວາມເປັນເອກະພາບກັນທາງດ້ານເນື້ອໃນຕໍ່ກັບຮ່າງ ຂັ້ນຕອນການປະຕິບັດທີ່ເປັນມາດຕະຖານດ້ານການສົ່ງກັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດລະຫວ່າງ ລາວ-ໄທ (SOP) ທີ່ຈະນໍາສະເໜີຕໍ່ກອງປະຊຸມ CMM ຄັ້ງທີ II ທີ່ຈະມາເຖີງນີ້.

ພ້ອມນັ້ນຜູ້ເຂົ້າຮ່ວມຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ບັນດາເນື້ອໃນທີ່ໄດ້ຖືກຮັບຮອງຜ່ານການເອກະພາບກັນໃນກອງປະຊຸມໃນຄັ້ງນີ້ຈະສາມາດນໍາໄປໃຊ້ໃນກອງປະຊຸມ CMM ຄັ້ງທີ II ໄດ້ຢ່າງມີປະສິດທິຜົນ.

ຂໍ້ມູນຈາກ: ຄະນະກຳມາທິການຕ້ານການຄ້າມະນຸດລະດັບຊາດ

LEAVE A REPLY

Please enter your comment!
Please enter your name here