ເພີ່ມການສົ່ງພະລັງງານໄຟຟ້າຈາກລາວ ຫາ ໄທ ຈາກ 9.000 MW ເປັນ 10.500 MW.

0
1332

ສປປ ລາວ ເຮົາໄລຍະຜ່ານມາ ໜຶ່ງໃນສິນຄ້າສົ່ງອອກຄືພະລັງງານໄຟຟ້າ ເຊິ່ງມີເຂື່ອນໄຟຟ້າຫຼາຍແຫ່ງທີ່ຜະລິດເພື່ອການສົ່ງອອກໂດຍສະເພາະ ຊົມໃຊ້ພາຍໃນກວມອັດຕາສ່ວນໜ້ອຍກວ່າຕົວຢ່າງ ເຂື່ອນໄຟຟ້ານ້ຳເທີນ II, ໄຟຟ້າຖ່ານຫີນຫົງສາ ແລະແຫ່ງອື່ນໆ ໃນນັ້ນຕະຫຼາດຮັບຊື້ສ່ວນໃຫຍ່ກໍ່ແມ່ນບັນດາປະເທດຮ່ວມຊາຍແດນກັບ ສປປ ລາວເຮົາ ແລະຫຼ້າສຸດນີ້ມີລາຍງານວ່າ ລາຊະອານາຈັກໄທແມ່ນໄດ້ເຊັນສັນຍາຮັບຊື້ໄຟຟ້າຈາກລາວເພີ່ມອີກ 1.500 ເມກາວັດ.

ໂດຍພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການຂະຫຍາຍການຮ່ວມມືການຊື້-ຂາຍພະລັງງານໄຟຟ້າ ລະຫວາງ ສປປ ລາວ ແລະ ລາຊະອານາຈັກໄທ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ມີນາ 2022 ຜ່ານມານີ້ ໃນຮູບແບບອອນລາຍ ຝ່າຍ ສປປ ລາວ ລົງນາມໂດຍ ທ່ານ ປອ. ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຝ່າຍຣາຊະອານາຈັກໄທ ລົງນາມໂດຍ ທ່ານ ສຸພັດທະນະພົງ ພັນມີເຊົາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ ໂດຍມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຜູ້ອຳນວຍການລັດວິສາກິດທີ່ຂຶ້ນກັບທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີ່ພິຍານ.

ການເຊັນສັນຍາຄັ້ງນີ້ເປັນການຮ່ວມມື, ເຂົ້າໃຈການຊື້-ຂາຍພະລັງງານໄຟຟ້າ ທີ່ ລັດຖະບານ ຂອງສອງປະເທດ ກໍ່ຄື ລະຫວ່າງ ສອງກະຊວງເຊັນຮ່ວມກັນເປັນສະບັບທີ 6 ແລ້ວ, ນັບແຕ່ປີ 1993 ເປັນຕົ້ນມາ.

ການຂະຫຍາຍບົດບັນທຶກຄວາມເຂົ້າໃຈໃນແຕ່ລະຄັ້ງນັ້ນ, ທັງສອງ ລັດຖະບານ ກໍ່ເພີ່ມອັດຕາການແລກປ່ຽນຊື້-ຂາຍຮ່ວມກັນເລື້ອຍໆ. ຢ່າງໃດກໍ່ຕາມ ອີງໃສ່ຄວາມຮຽກຮ້ອງຕ້ອງການ ການຊົມໃຊ້ພະລັງງານໄຟຟ້າຂອງ ຣາຊະອານາຈັກໄທ ນັບມື້ນັບສູງຂຶ້ນ ລັດຖະບານ ຂອງທັງສອງປະເທດຈຶ່ງໄດ້ຕົກລົງໃຫ້ເພີ່ມປະລິມານການສົ່ງພະລັງງານໄຟຟ້າຈາກ ສປປ ລາວ ຫາ ຣາຊະນາຈັກໄທ ເພີ່ມຂຶ້ນຈາກ 9.000 MW ເປັນ 10.500 MW.

ໂດຍມີຈຸດປະສົງເພື່ອສົ່ງເສີມການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ທັງເປັນການສະໜັບສະໜູນ ແລະ ໃຫ້ຄວາມສໍາຄັນກ່ຽວກັບການຊື້-ຂາຍພະລັງງານສະອາດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ລວມເຖິງກາລະໂອກາດທາງດ້ານການລົງທຶນໃນຂະແໜງພະລັງງານໄຟຟ້າ. ພ້ອມກັນນີ້, ການຂະຫຍາຍຂອບການຮ່ວມມືການຊື້-ຂາຍພະລັງງານໄຟຟ້າສະບັບທີ 6 , ຍັງຈະເປັນພື້ນຖານອັນສໍາຄັນເພື່ອຮອງຮັບໃນການສົ່ງກະແສໄຟຟ້າ ຈາກໂຄງການຂະໜາດໃຫຍ່ ຂອງ ສປປລາວ ໃຫ້ ຣາຊະອານາຈັກໄທ ໃນອະນາຄົດ.

ໃນນີ້ລວມມີບັນດາເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ-3, ນ້ຳຂອງຈຸດປາກລາຍ, ນ້ຳຂອງຫຼວງພະບາງ, ນ້ຳຂອງປາກແບງ, ນ້ຳຂອງຊະນາຄາມ ແລະ ໂຄງການເຂື່ອນໄຟຟ້າເຊກອງ 4A,4B ເຊິ່ງຈະປະກອບສ່ວນສໍາຄັນ ໃນການສ້າງລາຍຮັບທີ່ເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດ, ທັງຊຸກຍູ້ໃຫ້ແກ່ການແກ້ໄຂຄວາມທຸກຫຍາກຂອງປະຊາຊົນບັນດາເຜົ່າໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ມາຮອດທ້າຍປີ 2021 ສປປ ລາວ ໄດ້ສົ່ງຂາຍພະລັງງານໄຟຟ້າ ໃຫ້ ຣາຊະອານາຈັກໄທ ທັງໝົດ 8 ໂຄງການ, ລວມກຳລັງຕິດ 5.415,8 MW ແລະ ໃນກາງປີ 2022 ນີ້ ຄາດວ່າຈະສົ່ງອອກຕື່ມອີກ 1 ໂຄງການ ລວມກຳລັງຕິດຕັ້ງ 514 MW.

 ແຫຼ່ງຂ່າວ: ເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here