ຖືເອົາການແກ້ໄຂບັນຫາເສດຖະກິດ-ການເງິນ ເປັນສຳຄັນ ແລະ ຮີບດ່ວນ

0
1506

ອີງຕາມ ທ່ານ ສີໄລ ສີສະແຫວງສຸກ ເລຂາພັກ, ເຈົ້າເມືອງ ໄຊເສດຖາ ໄດ້ໃຫ້ການສໍາພາດຕໍ່ສື່ມວນຊົນແຂວງ ຄັ້ງວັນທີ 24 ມີນາ 2022 ນີ້ວ່າ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແມ່ນການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດກໍຄື: ຂອງແຂວງ,ຂອງເມືອງ ໄຊເສດຖາ ພວກເຮົາ ທີ່ໄດ້ສະສົມມາຫລາຍປີ ໃຫ້ຜ່ອນຄາຍລົງ ໂດຍໃຫ້ເອົາການແກ້ໄຂບັນຫາດັ່ງກ່າວ ເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມ ແລະເປັນໜຶ່ງໃນບັນຫາໃຈກາງຂອງການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຂອງອົງຄະນະພັກແຂວງ ອັດຕະປື ແນໃສ່ສ້າງພື້ນຖານທີ່ເປັນຫົວຈັກແກ່ດຶງການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ອີກດ້ານໜຶ່ງແມ່ນ ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກ, ຫຍຸ້ງ ເຫຍີງໃນປັດຈຸບັນ ໃຫ້ເຂົ້າສູ່ລະບົບເປັນກ້າວໆ, ສະເພາະ ຢູ່ເມືອງ ໄຊເສດຖາ, ໃນໄລຍະ 1 ປີຜ່ານມາ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຫົວທີ ໂດຍການລົງເຜີຍແຜ່ເນື້ອໃນ 2 ວາລະແຫ່ງຊາດໃຫ້ພໍ່ແມ່ປະຊາຊົນໃນຈໍານວນ 22 ບ້ານ, ຕິດພັນກັບການປັບປຸງກົງຈັກການຈັດຕັ້ງບ້ານສໍາເລັດໄປແລ້ວ 12 ບ້ານ. ສະນັ້ນ, ເພື່ອເຮັດໃຫ້ສະພາບເສດຖະກິດຂອງເມືອງ ໄດ້ມີການຂະຫຍາຍຕົວ ຕາມທິດທີ່ໄດ້ກຳນົດໄວ້ ຈິ່ງໄດ້ກໍານົດບັນໂຄງການແຜນ-ແຜນງານອັນລະອຽດ ແລະ ແບ່ງບູລິມະສິດ ໂດຍສະເພາະເລັ່ງໃສ່ການຜະລິດກະສິກຳ(ການປູກ-ການລ້ຽງ) ການບໍລິການ ແລະ ປະຕິບັດມາດຕະການທາງກົດໝາຍຢ່າງເຄັ່ງຄັດ ເປັນຕົ້ນ: ກົດໝາຍວ່າດ້ວຍງົບປະມານ, ຊັບສິນ, ອາກອນ ແລະກົດໝາຍອື່ນໆ ຢ່າງເຂັ້ມງວດ ເຮັດໃຫ້ເສດຖະກິດຂອງເມືອງມີການຂະ ຫຍາຍຕົວໃນລະດັບ 4,6% ຕໍ່ປີ, ລາຍໄດ້ສະເລ່ຍ 946ໂດລາຕໍ່ຄົນຕໍ່ປີ, ການປະປະຕິບັດລາຍຮັບ, ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ.

ໃນ ປີ2021 ສາມາດຈັດເກັບລາຍຮັບໄດ້ລື່ນແຜນ 198.16% ແລະປະຕິບັດລາຍຈ່າຍໄດ້ 93%ຂອງແຜນການປີ, ສຳລັບແຜນປີ2022 ຕ້ອງເກັບລາຍຮັບໃຫ້ໄດ້ 5.668 ລ້ານກວ່າກີບ, ໃນນີ້, ສ່ວຍສາອາກອນ ໃຫ້ໄດ້ 4.380 ລ້ານກ່ວາກີບ, ພາສີທີ່ດິນໃຫ້ໄດ້ 500 ກ່ວາລ້ານກີບ,ຄ່າທໍານຽມ- ບໍລິການ 100 ກ່ວາລ້ານກີບ, ຄ່າທໍານຽມທາງ 200 ກວ່າລ້ານກີບ ແລະ ຊັບສິນ 396 ລ້ານກ່ວາກີບ. ການປະຕິບັດລາຍຈ່າຍບໍ່ໃຫ້ເກີນ 2.418 ລ້ານກີບ, (ບໍ່ລວມລາຍຈ່າຍການລົງທຶນ ແລະ ເງິນເດືອນ).

ສໍາລັບແຜນປີ 2022 ຈະໄດ້ເອົາການແກ້ໄຂບັນຫາເສດຖະ ກິດການເງິນ ເປັນໜຶ່ງໃນບັນຫາໃຈກາງຂອງການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິຄັ້ງທີ XI ຂອງແຂວງ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານປະຊາຊົນ ນັກທຸລະກິດ, ຜູ້ປະກກອບການຕ່າງໆໃຫ້ມີຄຸນທາດການເມືອງໜັກແໜ້ນ ໂດຍສະເພາະ ພະນັກງານ-ສະມາຊິກພັກຂົງເຂດທີ່ມີຖານລາຍຮັບ ນັກທຸລະກິດຜູ້ປະກອບການ ແລະ ປະຊາຊົນ ໃຫ້ຕື່ນຕົວປະ ກອບສ່ວນປະຕິບັດພັນທະຂອງຕົນຢ່າງເຂັ້ມງວດ ແລະ ທັນເວລາ, ຊອກທຸກທ່າແຮ່ງບົ່ມຊ້ອນທີ່ມີພາຍໃນເມືອງ, ປູກລະດົມປະຊາຊົນເຮັດການຜະລິດກະສິກຳ, ດຶງດູດການລົງທຶນໃຫ້ຫລາຍຂຶ້ນ ຕາມຂອບເຂດທີ່ກົດໝາຍກໍານົດໄວ້, ນຳເອົາເອກະສານນິຕິກຳທີ່ພົວພັນກັບວຽກງານການເງິນ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ເຊື່ອມຊື່ມໃຫ້ທຸກຄົນເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດວິໄນການເງິນຢ່າງເຂັ້ມງວດ ແລະ ປະຕິ ບັດມາດຕາການຕໍ່ບັນກາຫົວໜ່ວຍທຸລະກິດ, ບຸກຄົນທີ່ບໍ່ປະຕິບັດພັນທະ ແລະ ແຈ້ງເສຍພາສີຕາມແຜນການທີ່ກໍານົດໄວ້.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here