ຄືບໜ້າ 75% ໂຄງການກໍ່ສ້າງ ສະໜາມບິນສາກົນບໍ່ແກ້ວ

0
942

ໂຄງການກໍ່ສ້າງ ສະໜາມບິນສາກົນ ບໍ່ແກ້ວ ຄືບໜ້າ 75% ຄາດເປີດໃຫ້ບໍລິການທ້າຍປີນີ້.

ປັດຈຸບັນ, ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄືບໜ້າໄດ້ 75% ແລ້ວ ໂດຍໄດ້ສຳເລັດ 3 ໜ້າວຽກຫລັກ ຄື: ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ(taxi way) ແລະ ລານຈອດ Apron; ພາຍຫລັງສຳເລັດການກໍ່ສ້າງຕ່າງໆແລ້ວ ຕາມແຜນຄາດວ່າຈະເປີດໃຫ້ບໍການການບິນພາຍໃນກ່ອນ ໃນເດືອນພະຈິກ 2022 ນີ້.

ຂະນະດຽວກັນ ກໍໄດ້ເລັ່ງດຳເນີນການກໍ່ສ້າງ ຕຶກອາຄານຕ່າງໆ ເປັນຕົ້ນແມ່ນ ຕຶກອາຄານຜູ້ໂດຍສານ, ອາຄານເຕັກນິກຕ່າງໆ ແລະ ຕຶກອາຄານຫໍຄອຍ ເພື່ອໃຫ້ສຳເລັດຕາມແຜນ ໃນເດືອນມິຖຸນາ.ທ່ານ ຫົງຄຳ ອຸດົມຈິດ ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອວັນທີ 29 ເມສາ 2022 ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ວ່າ:

ຕາມແຜນແລ້ວໂຄງການນີ້ ຈະໃຫ້ສຳເລັດພາຍໃນ 18 ເດືອນ, ພາຍຫລັງເລີ່ມລົງມືແຕ່ວັນທີ 20 ກັນຍາ 2020, ແຕ່ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການມີຄວາມຊັກຊ້າ; ມາຮອດປັດຈຸບັນ 3 ໜ້າວຽກຫລັກດັ່ງກ່າວໄດ້ມີການດຳເນີນການກໍ່ສ້າງຄືບໜ້າຫລາຍສົມຄວນ; ພ້ອມນີ້ຍັງດຳເນີນການແຕ້ມເສັ້ນຈຳນວນໜຶ່ງ ສຳເລັດ 80%. ນັບແຕ່ເດືອນມິຖຸນາ ຫາ ເດືອນຕຸລາ ແມ່ນດຳເນີນການຕິດຕັ້ງວຽກລະບົບ, ສິ່ງອຳນວຍຄວາມສະດວກຕ່າງໆ.

ປັດຈຸບັນພວມເລັ່ງການຕິດຕັ້ງລະບົບຈະລາຈອນທາງອາກາດ ໂດຍກຳນົດຈຸດທີ່ຕັ້ງໃຫ້ສຳເລັດ ແລະ ນຳເຂົ້າອຸປະກອນຈຳນວນໜຶ່ງທີ່ຈຳເປັນ ເປັນຕົ້ນເປັນວິທະຍຸການບິນ-ການສື່ສານ ເຊິ່ງແຜນການຈັດຊື້ອຸປະກອນແມ່ນໃຫ້ສຳເລັດໃນເດືອນກໍລະກົດ ແລະ ໃຫ້ໄດ້ມີການດຳເນີນການຕິດຕັ້ງໃນເດືອນສິງຫາ ແລະ ກັນຍາ, ຫລັງຈາກນັ້ນ ກໍຈະມີການກວດສອບລະບົບ ແລະ ຕາມແຜນປະມານ ເດືອນພະຈິກ ຈະມີການທົດລອງບິນຊົ່ວຄາວ; ວຽກຈະລາຈອນທາງອາກາດເປັນວຽກທີ່ສຳຄັນຫລາຍ ເຊິ່ງປຽບສະເໝືອນໝາກຫົວໃຈຂອງສະໝາມບິນ ທີ່ຈະຕ້ອງມີລະບົບນີ້ ຫລັງຈາກຕິດຕັ້ງລະບົບແລ້ວ ຈຶ່ງສາມາດທີ່ຈະທົດລອງບິນໄດ້. ທ່ານ ຈື່ຊົງ ຈົງຢ່າ ຄະນະຮັບຜິດຊອບ ມາດຕະຖານ ແລະ ຄວາມປອດໄພສະໜາມບິນ, ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງສະໜາມບິນດັ່ງກ່າວ ແມ່ນອອກແບບພາຍໃຕ້ ມາດຕະຖານ CODE:4C, ຄວາມຍາວຂອງທາງແລ່ນຂຶ່ນ-ລົງ ຫລື Runway= 2.500×45 m ເຊິ່ງສາມາດຮອງຮັບເຮືອບິນຂະໜາດ Boeing 737ER, Airbus A320/A321 ຫລື ເຮືອບິນທີ່ມີຂະໜາດ ບໍ່ເກີນ 200 ບ່ອນນັ່ງ ລົງມາ, ສ່ວນອາຄານຜູ້ Passenger Terminal ແມ່ນຖືກອອກແບບສາມາດຮອງຮັບ ຜູ້ໂດຍສານໄດ້ 600 ຄົນ ໃນເວລາດຽວກັນ, ເມື່ອໂຄງການກໍ່ສ້າງສຳເລັດ ແລະ ເປີດໃຊ້ງານຢ່າງເຕັມຮູບແບບ ຄາດສາມາດຮອງຮັບຜູ້ໂດຍສານໄດ້ສູງສຸດ ປະມານ 1,5-2 ລ້ານຄົນ/ປີ.

ເປົ້າໝາຍຂອງການໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ແມ່ນເພື່ອພັດທະນາໂຄງລ່າງພື້ນ ຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ, ທັງອຳນວຍຄວາມສະ ດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາມາດ ໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອໂດຍສະເພາະແຂວງບໍ່ແກ້ວ.

ໂຄງການນີ້ ແມ່ນຢູ່ໃນຮູບແບບ BOT (ຜູ້ຮັບເໝົາລົງທຶນໃນການກໍ່ສ້າງ) ໂດຍເນື້ອທີ່ຂອງໂຄງການກໍ່ສ້າງແມ່ນປະມານ 300 ເຮັກຕາ ທີ່ນອນຢູ່ໃນເຂດດິນສຳປະທານຂອງກຸ່ມບໍລິສັດດອກງິ້ວຄຳ, ເປັນດິນກະສິກຳທີ່ໄດ້ໄປຮັບຊື້ຈາກປະຊາຊົນເພື່ອມາພັດທະນາ, ງົບປະມານຂອງການກໍ່ສ້າງໂຄງການນີ້ແມ່ນ 175 ລ້ານໂດລາສະຫະລັດ ໂດຍແມ່ນທຶນຂອງບໍລິສັດເກຣເຕີເບ ເຊິ່ງເປັນບໍລິສັດທີ່ນອນຢູ່ໃນກຸ່ມບໍລິສັດດອກງິ້ວຄຳ ມີໄລຍະການສຳປະທານ 50 ປີ, ພາຍຫລັງໝົດສັນຍາການສຳປະທານ ແມ່ນຈະມອບໃຫ້ລັດເປັນຜູ້ຄຸ້ມຄອງຕໍ່ໄປ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here