ຂັບຂີ່ ແບບ “Unlimit Your Experience” ກັບ Next-Gen Ford Ranger

0
828

Ford ໂຊຄວາມສາມາດຮອບດ້ານ ແລະ ລະບົບເທັກໂນໂລຊີທີ່ຊ່ວຍນັກຂັບຂີ່ໄດ້ຫຼາຍຂຶ້ນພາຍໃຕ້ກິດຈະກຳ “Unlimit Your Experience” ກັບ Next-Gen Ford Ranger.

ເມື່ອວັນທີ 10 ພຶດສະພາ 2022 – ພູເກັດ ປະເທດໄທ, Ford ປະເທດໄທ ໄດ້ເຊີນຊວນບັນດາສື່ມວນຊົນຈາກຫຼາຍປະເທດເຂົ້າຮ່ວມກິດຈະກຳທົດລອງຂັບ Next-Gen Ford Ranger ລົດກະບະທີ່ມາພ້ອມຄວາມຮອບດ້ານ, ຄວາມແຂງແຮງທີ່ສຸດ ແລະ ຕອບສະໜອງກັບການໃຊ້ງານທີ່ສຸດໃນຕະກູນ Ford Ranger.

ເປັນຄັ້ງທຳອິດ, ເທິງເສັ້ນທາງພູເກັດ-ພັງງາ-ກະບີ່ ທີ່ຈະພານັກຂັບຂີ່ໄດ້ສຳພັດກັບຄວາມສາມາດຂອງກະບະທີ່ດີທີ່ສຸດ ບໍ່ວ່າຈະຂັບຢູ່ຖະໜົນລຽບ ແລະ ທາງທີ່ມີສິ່ງກີດຂວາງ ມາພ້ອມກັບເທັກໂນໂລຊີ ແລະ ອຸປະກອນທັນສະໄໝ ທີ່ອອກແບບມາເພື່ອຕອບໂຈດການໃຊ້ງານຮອບດ້ານ.

ລວມໄປເຖິງຄວາມສາມາດໃນການເຊື່ອມຕໍ່ການສື່ສານກັບລົດໄດ້ຢ່າງເໜື່ອງຂັ້ນໂດຍຜ່ານແອັບພິເຄຊັນ FordPass ຍົກລະດັບປະສົບການໃຊ້ງານຂອງຜູ້ຂັບຂີ່ ທີ່ກຳລັງຊອກຫາລົດທີ່ໃຊ້ເຮັດວຽກ, ລົດສຳລັບຄອບຄົວ ແລະ ການເດີນທາງທ່ອງທ່ຽວ.

ກິດຈະກຳຄັ້ງນີ້ ຈັດຂຶ້ນພາຍໃຕ້ແນວຄິດ “Unlimit Your Experience” ໝາຍເຖິງການເປີດປະສົບການຄັ້ງໃໝ່ທີ່ກ້າວຂ້າມຂໍ້ຈຳກັດແບບເກົ່າ ໄປກັບ Next-Gen Ford Ranger, ລຸ້ນ Wildtrank ແລະ ລຸ້ນ Sport.

ເລີ່ມຕົ້ນດ້ວຍການບັນຍາຍຂໍ້ມູນຜະລິດຕະພັນ, ການອອກແບບ, ແລະ ເທັກໂນໂລຊີ ຂອງ Next-Gen Ford Ranger ຈາກທີມວິສະວະກອນ ແລະ ນັກອອກແບບລົດ Ford ຈາກປະເທດອົດສະຕຣາລີ ແລະ ໄທ ລວມເຖິງການທົດລອງສະຕາດສລົດຈາກໄລຍະໄກດ້ວຍແອັບພຣິເຄຣຊັນ FordPass ກ່ອນອອກເດີນທາງ.

ສື່ມວນຊົນໄດ້ທົດລອງຂັບຂີ່ລົດເທິງຖະໜົນທີ່ເປັນເສັ້ນທາງຊື່ ແລະ ໂຄ້ງສະຫຼັບກັນ ຜູ້ຂັບຂີ່ສຳພັດໄດ້ເຖິງຄວາມອາດສະມາດຂອງເຄື່ອງຈັກ ຄວາມສະບາຍໃນຫ້ອງໂດຍສານ ທີ່ໃຫ້ຄວາມຮູ້ສຶກນຸ້ມນວນແບບລົດເກງ ລວມເຖິງການທົດລອງເທັກໂນໂລຊີຊ່ວຍໃນການຂັບຂີ່ ເຊັ່ນ: ລະບົບຄວບຄຸມຄວາມໄວແບບຮັກສາໄລຍະຫ່າງອັດຕະໂນມັດ ພ້ອມລະບົບ Stop & Go ແລະ ລະບົບຄວບຄຸມລົດຢູ່ໃນຊ່ອງທາງ (Adaptive Cruise Control with Stop-and-Go and Lane Centering) ຟິວເຈີໃໝ່ໃນ Next-Gen Ford Ranger ທີ່ຊ່ວຍໃຫ້ການເດີນທາງປອດໄພຍິ່ງຂຶ້ນ.

ນອກຈາກນີ້, Next-Gen Ford Ranger ຍັງມາພ້ອມກັບເຄື່ອງຈັກດີເຊວເທີໂບດ່ຽວ ແລະ ເຄື່ອງຈັກດີເຊວເທີໂບຄູ່ຂະໜາດ 2.0 ລິດ 4 ສູບ ໂດຍລຸ້ນ Wildtrak ມາພ້ອມເຄື່ອງຈັກເທີໂບຄູ່ 2.0 ລິດ ຈັບຄູ່ກັບເກຍອັດຕະໂນມັດ 10 ສະປີດ ມີໃຫ້ເລືອກທັງແບບຂັບເຄື່ອນ 4 ລໍ້ ແລະ ແບບຂັບເຄື່ອນ 2 ລໍ້ເປັນຄັ້ງທຳອິດແຮງ 210 ລິດ ທີ່ 3,750 ຮອບຕໍ່ນາທີ ແຮງບິດ 500 ນິວຕັນແມັດ ຢູ່ທີ່ 1,750-2,000 ຕໍ່ນາທີ.

ລຸ້ນ Wildtrak 4×2 ຕິດຕັ້ງເຄື່ອງຈັກດີເຊວເທີໂບດ່ຽວ 2.0 ລິດ ຈັບຄູ່ກັບເກຍອັດຕະໂນມັດ 6 ສະປີດ, ແຮງ 170 PS ທີ່ 3,500 ຮອບຕໍ່ນາທີ ພ້ອມແຮງບິດ 405 ນິວຕັນແມັດທີ່ 1,750-2,000 ຮອບຕໍ່ນາທີ.

ລຸ້ນ Sport ມາພ້ອມກັບເຄື່ອງຈັກດີເຊວເທີໂບດ່ຽວ 2.0 ລິດ ຈັບຄູ່ກັບເກຍອັດຕະໂນມັດ 6 ສະປີດ, ແຮງ 170 PS ທີ່ 3,500 ຮອບຕໍ່ນາທີ ແຮງບິດ 405 ນິວຕັນແມັດ ທີ່ 1,750-2,500 ຮອບຕໍ່ນາທີ.

ເມື່ອມາຮອດ Ford Ranger Ville, ສະໜາມ off-road ທີ່ອອກແບບມາພິເສດເພື່ອທົດລອງປະສິດທິພາບ ແລະ ການເລືອກຮູບແບບການຂັບຂີ່ທີ່ສ້າງຂຶ້ນໃນ Ford Ranger. ເປັນຄັ້ງທຳອິດ, ສື່ມວນສົນໄດ້ເປີດຕົວປະສົບການທີ່ທ້າທາຍ off-road ຢູ່ສະຖານີ 1, ເອົາຊະນະ ‘ Hill Maneuvering’ ໃນ​ຮູບ​ແບບ​ປົກ​ກະ​ຕິ​ທີ່​ມີ 4H (4H​) ເຊັ່ນ​ດຽວ​ກັນ​ກັບ​ການ​ທົດ​ລອງ​ການ​ປະ​ຕິ​ບັດ​ທີ່​ດີ​ເດັ່ນ​ຂອງສະມັດຕະພາບຊ່ວງລາງ  ແລະ ການໄຕ່ລົງເນີນຊັນດ້ວຍລະບົບຄວບຄຸມຄວາມໄວໃນຂະນະລົງພູ Hill Descent Control ທີ່ຊ່ວຍປັບຄວາມດັນເບຣກຢ່າງຕໍ່ເນື່ອງ ຫຼຸດຜ່ອນໄຫຼຂອງລົດ ແລະຮັກສາຄວາມໄວຄົງທີ່ເມື່ອຂັບລົດລົງທາງເນີນສູງຊັນ. 

ດັ່ງນັ້ນຜູ້ຂັບຂີ່ຈິ່ງສາມາດຄວາມຄຸມພວງມະໄລໄດ້ຍ່າງເຕັມທີ່ ແລະ ມີຄວາມໝັ່ນໃຈຫຼາຍຂຶ້ນ  ດ້ວຍມຸມຫຼັງ 23 ອົງສາ (ເພີ່ມຂຶ້ນຈາກ 21 ອົງສາໃນຮຸ່ນກ່ອນ) ດ້ວຍຖານລໍ້ທີ່ກວ້າງ ແລະ ຍາວກວ່າຂອງ Ford Ranger ລຸ້ນໃໝ່ ປັບປຸງຄວາໜັ່ນຄົງຂອງການຂັບຂີ່  ຊ່ວຍຄວບຄຸມລົດຢ່າງມີປະສິດທິພາບ 

ຕໍ່ດ້ວຍການຂັບຜ່ານແອງນໍ້າ ໄດ້ຢ່າງສະບາຍ ໃນສະຖານີ 2 ເພາະສາມາດທີ່ຈະລຸຍນໍ້າລຶກໄດ້ເລິກເຖິງ 800 ມມ. ໂດຍສະຖານີທີ 1 ແລະ 2 ສື່ມວນຊົນສາມາດເຫັນໄດ້ຊັດເຈນເຖິງສິ່ງກີດຂວາງຢູ່ນອກລົດໃນລະຫວ່າງການຂັບຂີ່.

ມາຮອດສະຖານີ 3 ສື່ມວນຊົນຕ້ອງໃຊ້ໂໝດ Slippery Track, ເຊິ່ງລະບົບຈະແຈກຢາຍແຮງບິດຂອງເຄື່ອງຈັກໃຫ້ທັງສີ່ລໍ້, ເພີ່ມຄວາມເຊື່ອໝັ້ນໃນການຂັບຂີ່ເທິງຖະໜົນທີ່ໝື່ນ ຫຼື ພື້ນຖະໜົນທີ່ບໍ່ສະໝ່ຳສະເໝີ ແລະ ຍັງໄດ້ສຳຜັດກັບທັດສະນະການຂັບຂີ່ທີ່ດີຂຶ້ນໃນພື້ນທີ່ແຄບດ້ວຍການອອກແບບຝາກະໂປງໜ້າໃໝ່ ທີ່ຊ່ວຍໃຫ້ກະໄລຍະຫ່າງເພື່ອຜ່ານອຸປະສັກຕ່າງໆໄດ້ຢ່າງງ່າຍດາຍ  ລວມທັງການນຳໃຊ້ກ້ອງ 360 ອົງສາອ້ອມລົດທີ່ຊ່ວຍໃຫ້ຜູ້ຂັບຂີ່ສາມາດເບິ່ງເຫັນພາຍນອກຂອງລົດໄດ້, ຄວບຄຸມທິດທາງຂອງພວງມາໄລ ແລະ ຄວບຄຸມທິດທາງຂອງລົດຜ່ານສິ່ງກີດຂວາງ.

ໃນເສັ້ນທາງ ສະຖານີ 4, ເສັ້ນທາງຕົມ (Mud Track) ຍັງເປັນການຂັບລົດດ້ວຍໂໝດ Mud Mode ໂດຍໃຊ້ລະບົບຂັບເຄື່ອນ 4 ລໍ້ (4H) ພ້ອມສະແດງລະບົບ ລັອກເຟືອງທ້າຍ (Locking rear differential) ທີ່ຊ່ວຍຖ່າຍທອດພະລັງງານຂອງເຄື່ອງຈັກໄປຍັງ 4 ລໍ້, ເຮັດໃຫ້ຜ່ານຕົມ ຫຼື ເສັ້ນທາງໝື່ນໄປ​ໄດ້​ຢ່າງ​ງ່າຍ​ດາຍ.

ເຂົ້າໄປໃນສະຖານີ 5, ພື້ນຫີນ, ‘Loose Surface’ ໂດຍການປັບຮູບແບບການຂັບລົດກັບຄືນສູ່ໂໝດ Slippery mode ເພື່ອທົດສອບການຂັບລົດໃນເສັ້ນທາງຫີນ ສໍາລັບແຮງເຄື່ອງຈັກ  ແລະ ການຕອບສະຫນອງຂອງລະບົບການຄວບຄຸມສະຖຽນລະພາບ  ຄວາມນຸ້ມນວນຂອງເກຍຂະນະທີ່ໃຊ້ຮອບເຄື່ອງຈັກທີ່ສູງຂຶ້ນໃນຂະນະທີ່ຂັບລົດດ້ວຍຄວາມໄວສູງ.

ໃນສະຖານີທີ 6, ຂັບລຸຍທາງຫີນ ‘Rocky Terrain’, ສື່ມວນຊົນໄດ້ໃຊ້ໂໝດການຂັບຂີ່ປົກກະຕິ ພ້ອມລະບົບຂັບເຄື່ອນສີ່ລໍ້ (4L) ແລະ ລະບົບລັອກເຟືອງທ້າຍ (Locking rear differential) ເພື່ອທົດສອບແຮງບິດຂອງເຄື່ອງຈັກໃນຮອບຕໍ່າ ແລະ ອັດຕາສ່ວນເກຍ  ລວມທັງຄວາມສູງຂອງກ້ອງລົດ ແລະ ລະບົບ ຊ່ວງລາງທີ່ນຸ້ນນວນ. 

ສືບຕໍ່ກັບການຂັບຂີ່ໃນສະພາບຖະໜົນທີ່ມີດິນຊາຍ, ‘Sand Track’ ຢູ່ສະຖານີທີ 7, ໂດຍໃຊ້ໂໝດຊາຍ (Sand mode), ເຮັດໃຫ້ສຳພັດໄດ້ເຖິງການຄວບຄຸມຄວາມໜັ່ນຄົງຂອງການຊົງໂຕ ແລະ ການກະຈາຍຂອງແຮງບິດຂອງເຄື່ອງຈັກ ທີ່ເຮັດໃຫ້ລົດສາມາດຜ່ານອຸປະສັກໄປໄດ້.

ເຂົ້າສູ່ສະຖານີທີ 8, ເສັ້ນທາງ (Off-Road Maneuvering) ໂດຍໃຊ້ໂໝດປົກກະຕິ (Normal mode) ດ້ວຍການຂັບຂີ່ສີ່ລໍ້ (4H) ທົດສອບການຄວບຄຸມການຊີ້ນໍາ ຄວາມດຸ່ນດ່ຽງຂອງລົດ  ແລະ ແຮງຂອງເຄື່ອງຈັກ, ແຮງບິດອັດສະລິຍະ ແລະ ອັດຕາສ່ວນເກຍ  ສະແດງໃຫ້ເຫັນຄວາມອາດສາມາດໃນການຂັບຂີ່ off-road ໂດຍລວມທີ່ດີຂຶ້ນກວ່າເກົ່າ ດ້ວຍມຸມສູງ 30 ອົງສາ (ເພີ່ມຂຶ້ນຈາກ 28.5 ອົງສາໃນແບບກ່ອນ).

ຫຼັງຈາກການຮຽນຮູ້ວິທີການນໍາໃຊ້ຮູບແບບການຂັບຂີ່ off-road ຢູ່ສະຖານີຕ່າງໆໃນ Ford Ranger Ville, ສື່ມວນຊົນຍັງສືບຕໍ່ທົດລອງການຂັບຂີ່ off-road ຂອງໃນເສັ້ນທາງທໍາມະຊາດທີ່ທ້າທາຍ ແລະ ໜ້າຈື່ຈຳ.

ນອກຈາກການທົດລອງຄວາມສາມາດໃນການຂັບຂີ່, ສື່ມວນຊົນຍັງໄດ້ສຳຜັດກັບຄວາມຄ່ອງໂຕຂອງລົດ Next-Gen Ford Ranger ທັງການເປັນລົດຄູ່ໃຈສໍາລັບການເຮັດວຽກ ແລະ ເປັນລົດຄອບຄົວ ດ້ວຍກະບະຫຼັງທີ່ຮອງຮັບການມ້ຽນສິ່ງຂອງໄດ້ຫຼາຍຮູບແບບ(Cargo management system), ບ່ອນຢຽບຂ້າງເຮັດໃຫ້ການຂຶ້ນຫຼັງຂອງລົດກະບະໄດ້ງ່າຍຂຶ້ນ.

ການ​ນໍາ​ໃຊ້​ເຄື່ອງ​ໃຊ້​ໄຟ​ຟ້າ​ໂດຍ​ການ​ເຊື່ອມ​ຕໍ່​ລະ​ບົບ​ໄຟ​ຟ້າ​ຈາກ​ເຕົ້າ​ສຽບ​ໄຟ​ຢູ່​ທ້າຍກະບະ ​ເພື່ອ​ເຮັດ​ວຽກ​ວິ​ຊາ​ການ​ຫຼື​ການ​ສະ​ຫນອງ​ໄຟ​ໃຫ້​ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ​ຕ່າງໆ ການອອກແບບບ່ອນເກັບມ້ຽນໃຕ້ບ່ອນນັ່ງໃໝ່ ພື້ນທີ່ກ້ວາງສໍາລັບການຈັດລະບຽບ ເກັບຮັກສາສິ່ງຂອງ ໃນຂະນະບ່ອນນັ່ງຍັງກວ້າງຂວາງ ແລະ ສະດວກສະບາຍ ລວມເຖິງບ່ອນມັດເຊືອກເພື່ອຮັດເຄື່ອງທ້າຍກະບະ ທີ່ໄດ້ອອກແບບມາເພື່ອຫັດແໜ້ນເອົາອຸປະກອນພັກຜ່ອນໃນເວລາເດີນທາງ.

ກິດຈະກຳການ​ທົດ​ສອບ​ຂັບ​ລົດ​ນີ້​ໄດ້​ຖືກ​ຈັດ​ຂຶ້ນ​ເພື່ອ​ພິ​ສູດ​ເຖິງຄວາມເປັນລົດກະບະທີ່ມີຄວາມສາມາດທີ່ສຸດ, ແຂງແຮງທີ່ສຸດ, ເພື່ອຕອບສະໜອງໄດ້ຫຼາຍທີ່ສຸດໃນຄອບຄົວ Ford Ranger ທີ່ທີມວິສະວະກອນ ແລະນັກອອກແບບຂອງ Ford ເຮັດວຽກຮ່ວມກັບລູກຄ້າທົ່ວໂລກເພື່ອສ້າງສຸດຍອດລົດກະບະ Ford Ranger ລຸ້ນໃໝ່ ໃຫ້ເປັນລົດທີ່ພ້ອມຕອບສະໜອງໄດ້ທັງການເຮັດວຽກ, ເປັນລົດຄອບຄົວ ແລະ ເປັນລົດເດີນທາງໃນຍາມພັກຜ່ອນ Ford Pass ໃຫ້ລູກຄ້າສາມາດເຊື່ອມຕໍ່ກັບລົດ Ford Ranger ຂອງຕົນເອງໄດ້ຕະຫຼອດ 24 ຊົ່ວໂມງຕໍ່ມື້ ມັນສາມາດສະຕາສລົດຈາກໄລຍະໄກໄດ້  ປັບອຸນຫະພູມລົດກ່ອນທີ່ຈະເຂົ້າໄປໃນຫ້ອງໂດຍສານໄດ້  ແລະ​ຍັງແຈ້ງ​ເຕຶອນສະ​ຖາ​ນະ​ການທີ່ໄດ້ຮັບໂດຍຜ່ານແອັບພິເຄເຊິນໃນໂທລະສັບມືຖືເຄື່ອນທີ່ລວມເຖິງການເຊື່ອມຕໍ່ກັບການສື່ສານໄດ້ຕະຫຼອດເວລທີ່ຢູ່ໃນລົດ Ford Ranger ຜ່ານລະບົບການເຊື່ອມຕໍ່ສື່ສານຜ່ານລະບົບຄຳສັ່ງສຽງ SYNC 4A “ທ່ານນາງ ກະມົນຊານົກ ປະເສີດສົມ ຜູ້ອຳນວຍການຝ່າຍການສື່ສານກົມບໍລິສັດ ຟອດ ປະເທດໄທ ແລະ ຕະຫຼາດອາຊຽນ ກ່າວວ່າ:

ນອກຈາກການເປີດຕົວລົດຮຸ່ນໃໝ່ແລ້ວ, Ford ຍັງມຸ່ງໝັ້ນທີ່ຈະມອບການດູແລລູກຄ້າ “ພ້ອມສະເໝີ Always On” ດ້ວຍການບໍລິການ ແລະ ການເບິ່ງແຍງລູກຄ້າທຸກໆຄົນໃຫ້ຄືກັບຄອບຄົວທີ່ມີນະວັດຕະກໍາໃນການບໍລິການໃໝ່ໆຫຼາກຫຼາຍທີ່ຈະມີການເປີດໂຕພ້ອມກັບການເລີ່ມຂາຍລົດ Ford Ranger ລຸ້ນໃໝ່ໃນທ້າຍເດືອນພຶດສະພານີ້.

ເພີ່ມເຕີມຕິດຕໍ່ໄດ້ທີ່ Lao Ford City: +856 20 76 666 690

LEAVE A REPLY

Please enter your comment!
Please enter your name here