ກຳນົດອອກມາແລ້ວ! ຊຽງຂວາງເກມ

0
1639

ກໍານົດ 13-22ທັນວາເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ11 ຫຼື ຊຽງຂວາງເກມ

ລັດຖະບານລາວໄດ້ກໍານົດເອົາວັນທີ 13-22 ທັນວາ 2022 ເປັນມື້ເປີດ-ປິດງານກິລາແຫ່ງຊາດຄັ້ງທີ 11 ຫຼືຊ ຽງຂວາງເກມ ແລະມາຮອດປະຈຸບັນ, ຊຽງຂວາງໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານ. ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 16 ພຶດສະພາ 2022 ນີ້, ທີ່ຫ້ອງວ່າການປົກຄອງແຂວງວ່າ:

ປະຈຸບັນຊຽງຂວາງໄດ້ມີຄວາມພ້ອມການເປັນເຈົ້າພາບຈັດງານກິລາແຫ່ງຊາດພາຍໃຕ້ຄໍາຂວັນ: “ເປັນເຈົ້າພາບຮ່ວມກັນທີ່ດີ ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ເຊິ່ງເປັນວັນເກີດຂອງທ່ານ ປະທານໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເປັນມື້ເປີດງານກິລາແຫ່ງຊາດ ຄັ້ງທີ 11​ ແລະເອົາວັນທີ 22 ທັນວາ 2022 ເປັນມື້ປິດງານ. ທ່ານໃຫ້ຮູ້ອີກວ່າ:

ປະຈຸບັນ,ພວມກະກຽມບຸກຄະລາກອນຄືນໃໝ່ ພາຍຫຼັງທີ່ໄດ້ມີການຍົກເລີກມາຫຼາຍຄັ້ງ ໂດຍໄດ້ປັບປຸງບຸກຄະລາກອນຜູ້ທີ່ຈະຮັບຜິດຊອບໃນ 10 ອະນຸກໍາມະການໃຫຍ່, ສ່ວນທາງດ້ານພື້ນຖານໂຄງລ່າງແມ່ນໄດ້ມອບໃຫ້ກອງເລຂາພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ເພື່ອກວດກາຄືນໃໝ່ສະໜາມແຂ່ງຂັນກິລາ, ບານເຕະ, ປິ່ງປ່ອງ ແລະອື່ນໆ ພ້ອມທັງຂຶ້ນແຜນສ້ອມແປງຈຸດທີ່ຍັງຄົງຄ້າງໃຫ້ຮັບປະກັນໃນການຈັດງານມະຫາກໍາກິລາຄັ້ງນີ້.ໃນດ້ານຄວາມກຽມພ້ອມການແຂ່ງຂັນກິລາປະເພດຕ່າງໆແມ່ນຈະເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ແລະບາງປະເພດກິລາແມ່ນຈະຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ. ທ່ານກ່າວຕື່ມອີກວ່າ:ສ່ວນດ້ານງົບປະມານແມ່ນໄດ້ກວດສອບຄືນໃໝ່ເພື່ອຈະນໍາສະເໜີລັດຖະບານຊອກຫາວິທີແກ້ໄຂ.ມາຮອດປະຈຸບັນນັບແຕ່ສູນກາງຈົນຮອດທ້ອງຖິ່ນກໍຄືຊາວແຂວງຊຽງຂວາງແມ່ນມີຄວາມຄອງຄອຍໃນການເປັນເຈົ້າພາບຮ່ວມກັນທີ່ດີ.

LEAVE A REPLY

Please enter your comment!
Please enter your name here