ສານຂອງທ່ານນາຍົກລັດຖະມົນຕີ ໃນໂອກາດ ວັນເດັກນ້ອຍສາກົນ

0
1645

ບັນດາທ່ານທີ່ນັບຖື, ລູກຫລານເຍົາວະຊົນ ແລະ ອານຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2022 ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຂໍຝາກຄວາມຮັກແພງ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນ ມາຍັງ ລູກຫລານເດັກນ້ອຍລາວ ບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄວາມເບີກບານມ່ວນຊື່ນ ໃນການສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2022 ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ” ໃນໂອກາດນີ້ດ້ວຍ.

ການສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ ໃນທຸກໆປີ ເຊິ່ງຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ປຽບດັ່ງບຸນໃຫຍ່ຂອງເດັກໃນທົ່ວໂລກ ກໍຄືເດັກລາວບັນດາເຜົ່າ, ແຕ່ເປັນໜ້າເສຍດາຍ ທີ່ ການສະເຫລີມສະຫລອງໃນປີນີ້ ກໍຍັງຈະບໍ່ສາມາດຈັດເຕັມຮູບແບບ ເໝືອນດັ່ງເມື່ອກ່ອນ ເນື່ອງຈາກຍັງມີສະພາບຂອງການແພ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ສຸຂະພາບຂອງພົນລະເມືອງ ກໍຄືເດັກນ້ອຍຜູ້ເປັນອະນາຄົດຂອງຊາດລາວເຮົາ. ເຖິງຢ່າງໃດກໍຕາມ, ພວກເຮົາ ກໍໄດ້ ບຸກບືນສູ້ຊົນຈັດຕັ້ງຜັນຂະຫຍາຍນະໂຍບາຍປົກປ້ອງ ແລະ ສົ່ງເສີມສິດທິເດັກ ດ້ວຍຄວາມເອົາໃຈໃສ່ ໂດຍຍາດໄດ້ຜົນສໍາເລັດສໍາຄັນຫລາຍດ້ານໃນປີທີ່ຜ່ານມາ ເປັນຕົ້ນ ການຮັບຮອງ ແລະ ປະກາດໃຊ້ແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025 ແລະ ກິດຈະກໍາຕ່າງໆ ທີ່ສໍາຄັນອີກ ຈໍານວນໜຶ່ງ.

ຕໍ່ຜົນສໍາເລັດດັ່ງກ່າວນັ້ນ, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດໃນແຕ່ລະຍຸກແຕ່ລະສະໄໝ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານດັ່ງກ່າວ. ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ທຸກຂັ້ນ, ອົງການຈັດຕັັ້ງພາກລັດຂັັ້ນສູນກາງ ແລະ ທ້ອງຖິ່່ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນ ຕະຫລອດຮອດ ພໍ່ແມ່ປະຊາຊົນລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ວຽກແມ່ ແລະ ເດັກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ບັນດາທ່ານທີ່ນັບຖື, ລູກຫລານເຍົາວະຊົນ ແລະ ອານຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,

ເຖິງແມ່ນວ່າ ໃນໄລຍະຜ່ານມາ, ວຽກງານສິດທິເດັກ, ການປົກປ້ອງເດັກ ແລະ ພັດທະນາເດັກ ຈະຍາດໄດ້ຜົນສໍາເລັດຫລາຍດ້ານກໍຕາມ, ແຕ່ພວກເຮົາ ກໍບໍ່ຄວນລົດລະຄວາມພະຍາຍາມຂອງຕົນ ເພື່ອປະຕິບັດພາລະກິດອັນມີກຽດດັ່ງກ່າວໃຫ້ໄດ້ ຮັບການພັດທະນາ ແລະ ຍືນຍົງ ເພາະປະເທດຊາດເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ບັນຫາຄວາມທຸກຍາກຂາດເຂີນຂອງເດັກໃນພື້ນທີ່ຫ່າງໄກສອກຫລີກ, ບັນຫາຂາດໂພຊະນາການ ແລະ ຂາດສານອາຫານ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາອັດຕາການອອກໂຮງຮຽນຍັງສູງ, ການແຕ່ງດອງກ່ອນໄວອັນຄວນ ລວມທັງບັນຫາຢາເສບຕິດ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນີ້, ຄວາມເຂັ້ມ ແຂງຂອງກົງຈັກເສນາທິການ ຄກມດ ໃນແຕ່ລະຂັ້ນ ລວມທັງງົບປະມານ ໃນການ ເຄື່ອນໄຫວຍັງມີຂີດຈຳກັດ.

ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ອົງການຈັດຕັ້ງພັກ-ລັດ, ຄກມດ ກະຊວງ/ອົງການ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາຫົວຫນ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫລອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການ ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ກ່າວມາຂ້າງເທິງນັ້ນ ໂດຍສະເພາະການເອົາໃຈໃສ່ດູແລເບິ່ງແຍງສຸຂະພາບຂອງເດັກ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ອີກເທື່ອໜຶ່ງ, ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2022 ນີ້, ຂ້າພະເຈົ້າຂໍອວຍ ພອນມາຍັງເດັກນ້ອຍລູກຫລານຊາວລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ໃຫ້ເປັນເດັກຄຳຮູ້ເຊື່ອຟັງຄຳສອນຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງ ແລະ ມີຄວາມເຄົາລົບຕໍ່ຄູ-ອາຈານ, ເປັນລູກຫລານທີ່ດີຂອງຊາດ, ໝັ່ນສຶກສາຫາຄວາມຮູ້ເອົາໃຈໃສ່ພັດທະນາຕົນເອງຮອບດ້ານ ເພື່ອສ້າງອານາຄົດທີ່ດີກວ່າບົນພື້ນ ຖານຄວາມຮູ້, ຄວາມສາມາດ ແລະ ຄວາມໄຝ່ຝັນຂອງແຕ່ລະຄົນ. ວັນເດັກປີນີ້ ຂໍໃຫ້ລູກຫລານ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ ແລະ ເອົາໃຈໃສ່ປະຕິບັດວິຖີຊີວິດປົກກະຕິແບບໃໝ່ໃ ຫ້ມີຄວາມລຶ້ງເຄີຍ ແລະ ຂໍອວຍພອນໄຊໃຫ້ການສະເຫລີມສະຫລອງວັນເດັກສາກົນປີນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

LEAVE A REPLY

Please enter your comment!
Please enter your name here