ສະໜອງທຶນພັດທະນາ ທ່າບົກ-ທ່ານາແລ້ງ

0
2203

ອົງການການເງິນສາກົນ ສະໜອງທຶນພັດທະນາ ທ່າບົກ-ທ່ານາແລ້ງ

ໃນວັນທີ 7 ມິຖຸນາ 2022 ທີ່ນະຄອນຫລວງວຽງຈັນ, ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮັບການສະໜອງເງິນກູ້ ຈຳນວນ 67 ລ້ານໂດລາສະຫະລັດ ກັບອົງການການເງິນສາກົນ (IFC) ເພື່ອນຳໃຊ້ເຂົ້າໃນການພັດທະນາ, ການກໍ່ສ້າງ ແລະ ຈັດຊື້ອຸປະກອນທີ່ຈຳເປັນ ສຳລັບໂຄງການທ່າບົກທີ່ໄດ້ລະດັບມາດຕະຖານສາກົນ ແຫ່ງທຳອິດຂອງ ສປປ ລາວ ຫລື ເອີ້ນວ່າໂຄງການທ່າບົກ-ທ່ານາແລ້ງ ທີ່ນອນຢູ່ໃນສ່ວນໜຶ່ງຂອງເຂດວຽງຈັນໂລຈິສຕິກ ນະຄອນຫລວງວຽງຈັນ.

ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຈິສຕິກ ພາກ ຈຳກັດ ທັງເປັນປະທານ ບໍລິສັດ ທ່າບົກ-ທ່ານາແລ້ງ ແລະ ທ່ານ ວິເກຣມ ກຸມາ ຜູ້ຈັດການພັດທະນາຝ່າຍທຸລະກິດໃໝ່ ໃນຂົງເຂດອາຊີ ແລະ ປາຊີຟິກ ຂອງອົງການ IFC. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິ ຍານໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວວ່າ: ການເຊັນສັນຍາຄັ້ງນີ້ ແມ່ນເປັນການເຊັນສັນຍາເງິນກູ້ 3 ສະບັບ ວົງເງິນ 67 ລ້ານໂດລາສະຫະລັດ ເປັນບາດກ້າວທຳອິດໃນການສະໜອງເງິນທຶນຂອງ IFC ແລະ ຈະສູ່ບາດກ້າວຕໍ່ໄປ ເພື່ອສະໜັບສະໜູນໂຄງການທ່າບົກ-ທ່ານາແລ້ງ ໃຫ້ສຳເລັດດ້ານພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ສິນຄ້າຜ່ານແດນ.

ໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ເປັນໂຄງການໜຶ່ງທີ່ນອນຢູ່ໃນຍຸດທະສາດ ວ່າດ້ວຍການຂົນສົ່ງ ແລະ ເຊື່ອມໂຍງດ້ານໂລຈິສຕິກແຫ່ງຊາດ ເປັນໂຄງການຍຸດສາດສຳຄັນຂອງລັດຖະບານ ເຊິ່ງເປັນໜຶ່ງໃນທ່າບົກ 9 ທ່າຂອງ ສປປ ລາວ ທີ່ໄດ້ມີຍຸດທະສາດ ວ່າດ້ວຍການເຊື່ອມໂຍງ. ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໄດ້ເຊັນສັນຍາສໍາປະທານຈາກລັດຖະບານ ໃນກາງປີ 2020 ແລະ ໄດ້ເລີ່ມການກໍ່ສ້າງໂຄງການໃນທ້າຍປີດຽວກັນ ລວມໄລຍະເວລາການກໍ່ສ້າງ 11 ເດືອນ ດ້ວຍມູນຄ່າໂຄງການຈາກການສຶກສາສຳຫລວດເບື້ອງຕົ້ນ 727 ລ້ານໂດລາສະຫະລັດ, ແຕ່ໃນໄລຍະທຳອິດ ໄດ້ກໍ່ສ້າງສຳເລັດເຂດທ່າບົກ-ທ່ານາແລ້ງ ແລະ ໄລຍະ 2 ແມ່ນເຂດໂລຈິສຕິກ ນະຄອນຫລວງວຽງຈັນ. ສຳລັບທ່າບົກທ່ານາແລ້ງ ພາຍຫລັງເປີດໃຫ້ບໍລິການໄດ້ 6 ເດືອນຜ່ານມາ ກໍເປັນທີ່ຕອບຮັບຈາກສາກົນ ກໍຄືການຂົນສົ່ງສິນຄ້າຜ່ານແດນຈາກ ສປ ຈີນ ຜ່ານ ສປປ ລາວ ໄປປະເທດໄທ ແລະ ໄປນາໆປະເທດໃນພາກພື້ນ ແລະ ສິນຄ້າຈາກໄທ ຜ່ານ ສປປ ລາວ ໄປ ສປ ຈີນ ລວມມີຈຳນວນ 10 ພັນກວ່າຕູ້ຄອນເທນເນີ. ທ່ານ ຈັນທອນ ສິດທິໄຊ ໃຫ້ຮູ້ຕື່ມວ່າ:

ການກູ້ຢືມ ຫລື ຮ່ວມມືກັບ IFC ຍ້ອນພວກເຮົາເປັນຄູ່ຮ່ວມຍຸດທະສາດ ວ່າດ້ວຍການຮ່ວມກັນພັດທະນາ ເພາະວ່າ IFC ນອກຈາກການໃຫ້ທຶນແລ້ວຍັງໃຫ້ຄຳປຶກສາໃນຫລາຍໆດ້ານ ເຊັ່ນ: ດ້ານສິ່ງແວດລ້ອມ, ເຕັກນິກ, ຮູບແບບການບໍລິການຈັດການ ເຊິ່ງພວກເຮົາກໍໄດ້ຮັບການສະໜັບສະໜູນໃຫ້ຄວາມຮູ້ ແລະ ຍົກລະດັບການບໍລິຫານ ຈາກ IFC.

ແຫຼ່ງຂ່າວ ແລະ ຂ່າວ: ເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here