ລັດຖະບານວາງຍຸດທະສາດ ຮອດປີ 2025 ໃຫ້ມີການນຳໃຊ້ລົດໄຟຟ້າ

0
1333

ລັດຖະບານວາງຍຸດທະສາດ ຮອດປີ 2025 ໃຫ້ມີການນຳໃຊ້ລົດໄຟຟ້າ ຢ່າງໜ້ອຍ 1%

ປັດຈຸບັນ, ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງຍຸດທະສາດ ແລະ ຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2025 ໃຫ້ມີການນຳໃຊ້ລົດໄຟຟ້າຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ ຕາມຕົວເລກປະມານ 20.000 ຄັນ ໃນຂອບເຂດທົ່ວປະເທດ.

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ໃນໂອກາດຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ມິຖຸນາ 2022 ກ່ຽວກັບການນຳໃຊ້ ແລະ ສົ່ງເສີມພະລັງງານສະອາດເຂົ້າໃນຂະແໜງການຄົມມະນາຄົມ ແລະ ຂົນສົ່ງ ໂດຍສະເພາະ ການນຳໃຊ້ລົດໄຟຟ້າ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງການນຳໃຊ້ພະລັງງານສະອາດ ເຂົ້າໃນວຽກງານຄົມມະນາຄົມຂົນສົ່ງ ຖືວ່າເປັນເປົ້າໝາຍໜຶ່ງຂອງລັດຖະບານ ເນື່ອງຈາກວຽກງານຄົມມະນາຄົມ ເປັນປັດໄຈອຳນວຍຄວາມສະດວກ ໃຫ້ແກ່ຂະແໜງການຄ້າ ແລະ ການຜະລິດຕ່າງໆ.

ພາບໂດຍ: ອ່າຍຄໍາ

ລັດຖະບານ ໄດ້ອອກມະຕິເລກທີ 08/ລບ ລົງວັນທີ 4 ຕຸລາ 2021 ວ່າດ້ວຍນະ ໂຍບາຍ ແລະ ທິດທາງການຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເຊິ່ງກ່ອນໜ້ານີ້ຂະແໜງພະລັງງານ-ບໍ່ແຮ່ ໄດ້ວາງຍຸດທະສາດ ແລະ ຄາດໝາຍສູ້ຊົນ ແຕ່ນີ້ຫາປີ 2025 ໃຫ້ມີການນໍາໃຊ້ລົດໄຟຟ້າຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ ຕາມຕົວເລກປະມານ 20 ພັນຄັນ, ໃນນີ້ ລົດຈັກປະມານ 8.000 ຄັນ, ລົດເມ 150 ຄັນ, ພາຫະນະບຸກຄົນທົ່ວໄປ 11.000 ກວ່າຄັນ.

ນອກຈາກນັ້ນ ຕ້ອງໄດ້ກຳນົດ ສະຖານີສາກໄຟຟ້າ ຢ່າງໜ້ອຍ 50 ແຫ່ງໃນທົ່ວປະເທດ, ປັດຈຸບັນ ຕາມການຂຶ້ນທະບຽນຕົວຈິງ ມີການນຳໃຊ້ລົດໄຟຟ້າແລ້ວ 300 ກວ່າຄັນ ແລະ ມີແນວໂນ້ມທີ່ຈະເພີ່ມຂຶ້ນ ເນື່ອງຈາກມີຫລາຍບໍລິສັດ ສະເໜີນຳເຂົ້າລົດໄຟຟ້າມາຈຳໜ່າຍໃນ ສປປ ລາວ.

ທ່ານ ດາວວົງ ພອນແກ້ວ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ກໍມີນະໂຍບາຍການສົ່ງ ເສີມການນຳໃຊ້ລົດໄຟຟ້າ ໂດຍມີນະໂຍບາຍນຳເຂົ້າລົດໄຟ້ຟ້າ ແມ່ນບໍ່ໄດ້ເສຍພາສີ, ອາ ກອນຊົມໃຊ້ພຽງແຕ່ 3%, ອາກອນມູນຄາເພີ່ມ 7% ເຊິ່ງການນຳເຂົ້າລົດໄຟຟ້າ ກໍເພື່ອເຮັດໃຫ້ລາຄາລົດໄຟຟ້າໃກ້ຄຽງກັບລົດທີ່ໃຊ້ນ້ຳມັນ, ຖ້າສົມທຽບແລ້ວເຫັນວ່າ ການນຳໃຊ້ລົດໄຟຟ້າ ຈະເຮັດໃຫ້ຜູ້ນຳໃຊ້ມີລາຍຈ່າຍຫລຸດລົງ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here