ໄປບໍ່ລອດ! ຖືກຈັບໃນຄະນະກໍາລັງຂົນຢາເສບຕິດ ລົງໃສ່ເຮືອເພື່ອຈະເອົາໄປຂ້າມຂອງ

0
2290

ປກສ ເມືອງຫີນບູນ ແລະ ກອງກໍ່ສ້າງຮາກຖານ 917 ຢຶດຄັນຊາ (ກັນຊາ) ໄດ້ 939 ກິໂລກຣາມ

ໃນວັນທີ 21 ມິຖຸນາ 2022 ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຫີນບູນ ແຂວງຄໍາມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ເຄື່ອນໄຫວຕິດຕາມເປົ້າໝາຍຜູ້ຄ້າຂາຍຢາເສບຕິດ ໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄໍາມ່ວນ.

ມາຮອດເວລາ 3:00 ເຊົ້າຂອງວັນດຽວກັນ ຈຶ່ງພົບເຫັນຜູ້ຕ້ອງສົງໃສກໍາລັງຂົນຢາເສບຕິດ ປະເພດຄັນຊາ (ກັນຊາ) ລົງໃສ່ເຮືອເພື່ອຈະເອົາໄປຂ້າມຂອງ ປະເທດເພື່ອນບ້ານ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາກໍາລັງເຂົ້າປິດລ້ອມ ແລະ ຢຶດເອົາຂອງກາງໄດ້ຄັນຊາຈໍານວນ 20 ເປົາໃຫຍ່ ແລະ 4 ເປົານ້ອຍ ມີນໍ້າໜັກທັງໝົດ 939 ກິໂລກຣາມ, ລົດວີໂກ້ 1 ຄັນ, ລົດຈັກ 1 ຄັນ, ເຮືອຫາງຍາວ 1 ລໍາ ແລະ ຜູ້ຕ້ອງຫາໜຶ່ງຄົນ, ສ່ວນຂອງກາງດັ່ງກ່າວແມ່ນທາງເຈົ້າໜ້າໜ້າ ປກສ ເມືອງ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ ປກສ ແຂວງຄໍາມ່ວນ ນໍາໄປດຳເນີນຄະດີຕໍ່.

ແຫຼ່ງຂ່າວ: ຫີນບູນ ອັບເດດ Hinboun Update

LEAVE A REPLY

Please enter your comment!
Please enter your name here