ທ່ານ ໂພໄຊ ໄຂຄຳພິທູນ ລົງເຄື່ອນໄຫວເຮັດວຽກຢູ່ເມືອງບໍ່ແຕນ

0
812

ໃນວັນທີ 9 ສິງຫາ 2022 ນີ້ຢູ່ທີ່ຫໍປະຊຸມຂອງຫອ້ງວ່າການ ເມືອງບໍ່ແຕນ ແຂວງໄຊຍະບູລີ ທາງຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ເປັນກຽດຕ້ອນຮັບທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີທິມງານຂອງກະຊວງ, ທິມງານຂອງແຂວງ, ມີຫົວໜ້າຫ້ອງການກົມພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດຽວກັນນີ້ທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ຕາງໜ້າຄະນະບໍລິຫານງານພັກເມືອງບໍ່ແຕນ ກໍ່ໄດ້ລາຍງານວຽກງານຮອບດ້ານໂດຍສັງເຂບ.ເມືອງບໍ່ແຕນເປັນເມືອງໜຶ່ງທີ່ຕັ້ງຢູ່ໃຕ້ສຸດຂອງແຂວງໄຊຍະບູລີ ເປັນເມືອງທີ່ມີຊາຍແດນຕິດກັບລາດຊະອານາຈັກໄທ 140 ກິໂລແມັດໃນນັ້ນ ½ ເປັນດິນຕໍ່ແຜ່ນ, ໃນທົ່ວເມືອງມີທັງໝົດ 26 ບ້ານ, ມີ 3.733 ຄອບຄົວ, ມີພົນລະເມືອງທັງໝົດ 18.997 ຄົນ; ຍິງ 9.580 ຄົນ ຊົນເຜົ່າລາວກວມເອົາ 98 % ອາຊີບຂອງປະຊາຊົນສ່ວນໃຫຍ່ປູກພືດ ຕິດພັນກັບການລ້ຽງສັດປະເພດງົວ, ຄວາຍ.

ໃນທົ່ວເມືອງມີ 4 ດ່ານປະເພນີເພື່ອເປັນບ່ອນແລກປ່ຽນຊື້-ຂາຍສິນຄ້າ. ໃນໄລຍະຜ່ານມາເມືອງບໍ່ແຕນໄດ້ຖືເອົາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນບັນຫາສຳຄັນ ໄດ້ຊຸກຍູ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບ ຢູ່ຮາກຖານໃຫ້ມີການເຄື່ອນໄຫວຢ່າງເປັນລະບົບຕໍ່ເນື່ອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງໜັກແໜ້ນເຂັ້ມແຂງ, ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຮັບການແກ້ໄຂຢ່າງຖືກຕ້ອງ ແລະ ທ່ວງທັນເວລາ.

ນອກຈາກນັ້ນໄດ້ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ລະອຽດຮັບປະກັນບໍ່ໃຫ້ມີການຮົ່ວໄຫຼ ເສດຖະກິດຂອງເມືອງມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຈາກນັ້ນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງຄະນະພັກເມືອງບໍ່ແຕນຈັດຕັ້ງປະຕິບັດສຳເລັດໃນຜ່ານມາ.

ຈາກນັ້ນທ່ານຍັງໄດ້ໄປຢ້ຽມຢາມອ້າຍນ້ອງທະຫານທີ່ປະຈຳປ່ອມລຽບຕາມຊາຍແດນ ແລະ ໄປເບິ່ງການກໍ່ສ້າງຕ້ານເຈື່ອນລຽບຕາມລຳແມ່ນ້ຳເຫືອງ 2 ຈຸດຄືດ່ານ ເໝືອງແພ່ ແລະ ດ່ານນາຂ່າ ຕຶ່ມອີກ.

ແຫຼ່ງຂ່າວ ແລະ ຮູບພາບ: News.XBL

LEAVE A REPLY

Please enter your comment!
Please enter your name here