ບໍ່ລອດ! ມ້າງຄະດີຢາເສບຕິດພ້ອມກັກໂຕໄດ້17 ຄົນ

0
12714

ປກສ ເມືອງສີສັດຕະນາກ ຈັບຜູ້ຖືກຫາຄ້າຂາຍຢາເສບຕິດ 17 ຄົນ, ຢຶດຢາບ້າໄດ້ 2 ພັນກວ່າເມັດ

ໃນທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາ 2022, ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສົມທົບກັບ ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາຢາເສບຕິດ ໄດ້ 5 ເລື່ອງ, ຢຶດຢາບ້າໄດ້ 2 ພັນກວ່າເມັດ ແລະ ຈັບຜູ້ຖືກສົງໄສ 17 ຄົນ, ຍິງ 1 ຄົນ. ພັທ ສີທາດ ໜູການ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ ນວ ໃຫ້ຮູ້ວ່າ: ໄລຍະສຸມໃສ່ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ 2022, ແກ້ໄຂຄະດີຢາເສບຕິດໄດ້ 5 ເລື່ອງຄື:

ໃນວັນທີ 21 ກໍລະກົດ 2022 ໄດ້ສົມທົບກັບ ປກສ ກຸ່ມວັດນາກ ແລະ ພາກສ່ວນກ່ຽວຂ້ອງ ມ້າງຈຸດມົ້ວສຸມຄ້າຂາຍຢາເສບຕິດ ຢູ່ຮ້ານອິນເຕີເນັດກາເຟ ຫຼື ຮ້ານເກມ ຕັ້ງຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ຈັບຕົວຜູ້ຖືກຫາໄດ້ 4 ຄົນຊື່ ທ້າວ ເກື່ອງ ອາຍຸ 37 ປີ ຫວ່າງງານ ຢູ່ບ້ານສີເມືອງ, ທ້າວ ອານຸສອນ ຢູ່ບ້ານທາດຂາວ, ທ້າວ ພຸດທະສອນ ຢູ່ບ້ານໂພນປ່າເປົ້າ ແລະ ທ້າວ ບຸນທະວີ ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ພ້ອມຂອງກາງຢາບ້າ 903 ເມັດ, ຢາໄອ໌ 2 ຖົງນ້ອຍ ຫຼັງຈາກເປີດກວ້າງດຳເນີນຄະດີ ມາຮອດວັນທີ 27 ກໍລະກົດ 2022, ເຂົ້າແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຂດບ້ານທົົ່ງພານທອງ ຈັບຕົວຜູ້ຖືກສົງໄສ ຊື່ທ້າວ ຄໍາພູ ອາຍຸ 19 ປີ ກຳມະກອນ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ມີຢາເສບຕິດ 28 ເມັດ.ສອບສວນເບື້ອງຕົ້ນເຫັນວ່າມີການຊັດທອດ ຮອດວັນທີ 1 ສິງຫາ 2022, ຈຶ່ງສົມທົບກັບຫຼາຍພາກສ່ວນ ເຂົ້າແກ້ໄຂຢູ່ບ້ານຈອມເພັດໃຕ້ ຊື່ ທ້າວ ເກ ອາຍຸ 30 ປີ ກຳມະກອນ ຢູ່ບ້ານໄຊສະຖານ ມີຢາເສບຕິດ 101 ເມັດ,

ຜ່ານການສອບສວນໄດ້ຊັດທອດຫາພັກພວກຮ່ວມຂະບວກການອີກ 8 ຄົນ, ຍິງ 1 ຄົນ ຊື່ ທ້າວ ເສດຖາ ອາຍຸ 28 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ເວລາຈັບກຸມມີຢາເສບຕິດ 30 ເມັດ, ທ້າວ ວິລະບຸດ ອາຍຸ 25 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ກວດຄົ້ນຕົວມີຢາເສບຕິດ 172 ເມັດ, ທ້າວ ເພັດນິນ ອາຍຸ 22 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ມີຢາເສບຕິດ 100 ເມັດ, ທ້າວ ສົມຈັນ ອາຍຸ 25 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ມີຢາເສບຕິດ 5 ເມັດ, ທ້າວ ວັນເພັງ ອາຍຸ 34 ປີ ກຳມະກອນ ຢູ່ບ້ານຈອມເພັດໃຕ້ ມີຢາເສບຕິດ 4 ເມັດ, ທ້າວ ຟ້າມີໄຊ ອາຍຸ 48 ປີ ຫວ່າງງານ ບ້ານສວນມອນ ມີຢາເສບຕິດ 351 ເມັດ ທັງ 7 ຄົນ ຢູ່ເມືອງສີສັດຕະນາກ ແລະ ນາງ ໄຊນາ ອາຍຸ 29 ປີ ຫວ່າງງານ ບ້ານກາງທ່າ ເມືອງຫາດຊາຍຟອງ, ຕົກມາຮອດ ທີ 3 ສິງຫາ 2022, ໄດ້ສືບຕໍ່ຈັບຕົວ ທ້າວ ສຸກສັນ ອາຍຸ 48 ປີ ຫວ່າງງານ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ພ້ອມຂອງກາງ 250 ເມັດ ມາສອບສວນໄດ້ຂໍ້ມູນ ຕົກມາວັນທີ 4 ສິງຫາ 2022, ໄດ້ເຂົ້າຈັບທ້າວ ໄຊນະຄອນ ອາຍຸ 39 ປີ ຫວ່າງງານ ຢູ່ບ້ານທົ່ງພານທອງ ມີຢາເສບຕິດ 168 ເມັດ, ທ້າວ ພອນປະເສີດ ອາຍຸ 32 ປີ ຫວ່າງງານ ຢູ່ບ້ານໂພນປ່າເປົ້າ ມີຢາເສບຕິດ 10 ເມັດ, ທ້າວ ຄໍາຮູ້ ອາຍຸ 31 ປີ ຫວ່າງງານ ຢູ່ບ້ານໂພນປ່າເປົ້າ ມີຢາເສບຕິດ 157 ເມັດ ແລະ ທ້າວ ບຸນມີໄຊ ອາຍຸ 32 ປີ ກໍາມະກອນ ຢູ່ບ້ານໂພນປ່າເປົ້າ ມີຢາເສບຕິດ 7 ເມັດ ທັງ 4 ຄົນ ຢູ່ເມືອງສີສັດຕະນາກ. ຕໍ່ກັບການດຳເນີນຄະດີນີ້ ກອງບັນຊາການ ປກສ ເມືອງສີສັດຕະນາກ ກຳລັງດໍາເນີນຕາມກົດໝາຍ.

ຂ່າວ: ເຄືອວັນ, ພາບ:ມີໄຊ, ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here