ລັດຖະບານຍີ່ປຸ່ນ ຊ່ວຍເຫລືອພາຫະນະເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ
ພິທີມອບ-ຮັບພາຫະນະ ແລະ ອຸປະ ກອນຊ່ວຍເຫລືອລ້າຈາກ ລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການນອກໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໄດ້ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ສາງເຄື່ອງອຸປະໂພກ- ບໍລິໂພກ (ດົງໝາກຄາຍ) ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາທ່ານ ທ່ານຜູ້ປະສານງານຄະນະກໍາມະການຄຸ້ມຄອງໄພພິບັດ ຫົວໜ້າພະແນກ ຮອງພະແນກ ຮສສ ແຂວງ ເຂົ້າຮ່ວມ.
![](https://tholakhong.com/wp-content/uploads/2022/08/າທສມວສ.jpeg)
ໂດຍປະຕິບັດຕາມເອກະສານໂຄງການແລກປ່ຽນລະຫວ່າງລັດຖະບານ ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມອບໃຫ້ ກະຊວງ ຮສສ ຕາງໜ້າລັດຖະບານໃນການລົງນາມຮັບເອົາການຊ່ວຍເຫລືອ ເຊິ່ງເປັນໂຄງການຊ່ວຍເຫລືອນອກໂຄງການ ກົມສັງຄົມສົງເຄາະໃນນາມຕາງໜ້າກະຊວງ ຮສສ ປະສານສົມທົບກັບ ແລະ ບໍລິສັດ ຄຣາວ (Crown Agents) ເຊິ່ງເປັນບໍລິສັດ ທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດພາຍໃຕ້ໂຄງ ການຊ່ວຍເຫລືອນອກໂຄງການ ມູນຄ່າທັງໝົດ 1 ຕື້ເຢັນ; ໃນນັ້ນ, ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫລ່ 20 ຊຸດ, ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫລ່ 6 ຊຸດ ລົດບັນທຸກເຄື່ອງຊ່ວຍເຫລືອ 18 ຄັນ ພ້ອມອາໄຫລ່ 18 ຊຸດ, ລົດໂຟກລິບ 2 ຄັນ ພ້ອມອາ ໄຫລ່ 2 ຊຸດ, ເຕັ້ນຊຸມຊົນ 30 ດາງ ພ້ອມອາໄຫລ່ 30 ຊຸດ, ຜ້າບັດ 200 ຜືນ, ເຕັ້ນຄອບຄົວ 300 ດາງ ພ້ອມອາໄຫລ່ 300 ຊຸດ, ເຮືອກູ້ໄພ 100 ລໍາພ້ອມອາໄຫຼ່ 100 ຊຸດ, ຈັກຕິດທ້າຍເຮືອ 100 ຊຸດ, ລໍ້ລາກເຮືອ 52 ຄັນ, ເຄື່ອງກອງນໍ້າແບບຕິດລົດບັນທຸກ 3 ຄັນ ພ້ອມອາໄຫລ່ສໍາຮອງ, ເຄື່ອງກອງນໍ້າຄົບຊຸດ 2 ຊຸດ, ເຄື່ອງກອງນໍ້າແບບຄົວເຮືອນ 300 ອັນ ພ້ອມໃສ້ກອງນໍ້າສໍາຮອງ 600 ຊຸດ, ລົດຈັກ 5 ຄັນ.
![](https://tholakhong.com/wp-content/uploads/2022/08/ດເເພ.jpeg)
ບັນດາພາຫະນະ ແລະ ອຸປະກອນ ທີ່ກ່າວມານີ້ມີບາງພາຫະນະ ແລະ ອຸປະກອນ ແມ່ນໄດ້ສໍາເລັດໃນການປະມູນຈັດຊື້ ຈາກລັດຖະບານຍີ່ປຸ່ນ ແລະ ຍັງມີບາງພາຫະນະ ແລະ ອຸປະກອນຈຳນວນໜຶ່ງ ຍັງຢູ່ໃນຂະບວນການປະມູນຈັດຊື້ຂອງລັດຖະບານຍີ່ປຸ່ນ ແລະ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດການຈັດຊື້ໃຫ້ສໍາເລັດໃນທ້າຍປີ.
ໂອກາດນີ້, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ທີ່ໄດ້ໃຫ້ ການຊ່ວຍເຫລືອໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະ ຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນ ໃຫ້ນັບມື້ງອກງາມຂຶ້ນເລື້ອຍໆ; ພ້ອມທັງຢືນຢັນ ຈະປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໃຫ້ເກີດປະ ໂຫຍດສູງສຸດ. ຈາກນັ້ນ, ທ່ານລັດຖະ ມົນ ຕີ ຮສສ ໄດ້ມອບຕໍ່ໃຫ້ພະແນກ ຮສສທົ່ວປະເທດ ແລະ ຂະແໜງການກ່ຽວຂ້ອງອີກດ້ວຍ.
ຂ່າວ-ພາບ: ສຸກສະຫວັດ, Lao National Radio