ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

0
766

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

ໃນວັນທີ 18 ພະຈິກ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ເຊິ່ງນໍາໂດຍສະຫາຍ ພົນເອກ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 17-19 ພະຈິກ 2022 ນີ້.

ໂອກາດນີ້, ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນເອກ ເລືອງ ເກືອງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ຈາກນັ້ນ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ, ພ້ອມທັງໄດ້ລາຍງານກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ກໍເພື່ອເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ຫວຽດນາມ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ຫັນເຂົ້າສູ້ລວງເລິກ ແລະ ມີໝາກຜົນຕົວຈິງ.

ໃນວັນດຽວກັນນັ້ນ, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ສະຫາຍ ພົນເອກ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ລາຍງານຈຸດປະສົງການມາຢ້ຽມຢາມຄັ້ງນີ້ ແລະ ລາຍງານຜົນສໍາເລັດຂອງການພົບປະແລກປ່ຽນບົດຮຽນຂົງເຂດວຽກງານຕ່າງໆ ຮ່ວມກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຕົ້ນແມ່ນຂົງເຂດວຽກງານພັກ-ວຽກງານການເມືອງ ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພ້ອມກັນເອກະພາບຕໍ່ທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ຫຼັງຈາກນັ້ນ, ຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕື່ມອີກ.

ແຫຼ່ງຂໍ້ມູນ: Lao people’s Army News

LEAVE A REPLY

Please enter your comment!
Please enter your name here