TECNO Spark GO2023 ສະມາດໂຟນລຸ້ນໃໝ່ຫຼ້າສຸດ!

0
2002

ອອກແບບມາໃໝ່ ງາມສະດຸດຕາ ພ້ອມບ່ອນສະແກນລາຍນິ້ວມື ແລະ ໃບໜ້າແບບໃໝ່ແບບໃໝ່ໃນຕົວກ້ອງເຮັດໃຫ້ໂດດເດັ່ນຍິ່ງຂຶ້ນ ພ້ອມຂະໜາດເບົາບາງ ພົກພາສະດວກ. ມາພ້ອມກັບໜ້າຈໍາທີ່ໃຫຍ່ ແລະ ຄວາມລະອຽດສູງເຖິງ HD+ ເຮັດໃຫ້ການຖ່າຍຮູບຄົມຊັດສວຍງາມຂຶ້ນຕື່ມ.

ນອກຈາກນີ້, ຍັງສາມາດເພິ່ມພື້ນທີ່ RAM ໄດ້ສູງເຖິງ 6GB ຖືວ່າເປັນລຸ້ນທຳອິດໃນລາຄາຫຼັກລ້ານປາຍທີ່ໄດ ້ RAM ສູງ ສາຍເກມເມີ້ແມ່ນໝົດຫ່ວງເລື່ອງຫຼິ້ນເກມ.

ສຳລັບແບັດເຕີລີ້ ແມ່ນສູງເຖິງ 5000 mAh ພ້ອມພ໋ອດ Type C ແບບໃໝ່ ເຮັດໃຫ້ຖ່າຍໂອນຂໍ້ມູນໄດ້ໄວ ແລະ ມາພ້ອມຄວາມໄວລະບົບສາກ10w ສາກແບັດໄດ້ໄວຂຶ້ນກວ່າເກົ່າ.

ຍັງບໍ່ພໍ່, ຍັງເອົາໃຈ ສາຍເຊວຟີ້ ເພາະກ້ອງສູງເຖິງ 13ລ້ານພິກເຊວ ບວກກັບແຟັດຄູ່ ໜ້າຫຼັງ ບໍ່ຕ້ອງກັງວົນ ເຖິງວ່າຈະຖ່າຍໃນບ່ອນແສງໜ້ອຍ.

ທີ່ສຳຄັນຖືວ່າເດັ່ນທີ່ສຸດ! ມີລູກເລັ່ນພິເສດ ສາມາດປັບໂໝດບິວຕີ້ຜິວນຽນໄດ້ ເມື່ອເວລາ ວິດີ ໂອຄໍ ຢູ່ WhatsApp (ເຊິ່ງມີແຕ່ ສະມາດໂຟນເທັກໂນທີ່ເຮັດໄດ້) ແລະໃຊ້ໄດ້ສອງຊິມ. ບອກເລີຍວ່າລາຄາສະບາຍກະເປົາ ພຽງ ລາຄາ 1.799.000 ກີບ ເທົ່ານັ້ນ.

LEAVE A REPLY

Please enter your comment!
Please enter your name here