ຮ້ານຄໍາພູວົງໄດ້ເປີດໂຕຜະລິດຕະພັນໃໝ່ ລະບົບ EASY GOLD

0
970

ຮ້ານຄໍາພູວົງໄດ້ເປີດໂຕຜະລິດຕະພັນໃໝ່ ລະບົບ EASY GOLD ໃນ application KPV Gold ເຊິ່ງເປັນເຄື່ອງມືທີ່ຊ່ວຍໃຫ້ລູກຄ້າຂອງຄໍາພູວົງເຂົ້າເຖີງການຊື້-ຂາຍ ແລະ ຊື້ຄໍາສະສົມເທື່ອລະໜ້ອຍແບບດີຈີຕອລໄດ້ງ່າຍ ແລະ ປອດໄພ ເຊິ່ງເປັນຄັ້ງທໍາອິດຂອງປະເທດລາວທີ່ໄດ້ມີການນໍາໃຊ້ ແອັບຊື້-ຂາຍ ແລະ ຊື້ສະສົມເທື່ອລະຫນ້ອຍແບບດີຈີຕອລ.

ລະບົບ EasyGold ເປັນແພັດຟອມ (platfotm) ທີ່ທຸກຄົນສາມາດລົງທຶນ ແລະ ສະສົມເທື່ອລະຫນ້ອຍແບບດີຈີຕອລ ກັບຮ້ານຄໍາພູວົງເຊິ່ງສາມາດອອມໄດ້ເລີ່ມຕົ້ນມູນຄ່າ 100,000ກີບ ແລະ ເກັບໄວ້ໃນບັນຊີຂອງໂຕເອງ ແລະ ນອກຈາກນັ້ນ, ນັກລົງທຶນເອງຍັງສາມາດນໍາເອົາຄໍາດີຈີຕອລທີ່ມີໄປແລກເອົາຄໍາ ຮູບປະພັນກັບທາງຮ້ານຄໍາພູວົງໄດ້ເຊັ່ນດຽວກັນ. ນອກຈາກນັ້ນ, ລະບົບ EASY GOLD ໃນ application KPV_Gold ຍັງເຮັດຫນ້າທີ່ການ ໃຫ້ຂໍ້ມູນຂ່າວສານ ແລະ ອັບເດດລາຄາຄາຂອງຄໍາໃນແຕ່ລະມື້ ເພື່ອເຮັດໃຫ້ລູກຄ້າ ແລະ ນັກລົງທຶນ ນັ້ນສາມາດຕິດຕາມ ການປ່ຽນແປງ ແລະ ວາງແຜນການຊື້ຄໍາສະສົມໃຫ້ແທດເໝາະ.

ໃນພິທີເປີດໂຕແອັບ KPV_Gold ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2023 ຜ່ານມາ, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາແຂກຈາກພາກລັດ-ທຸລະກິດ, ສື່ມວນຊົນເຂົ້າຮ່ວມ ແລະ ໃນພິທີຍັງໄດ້ມີການມອບໃບຢັ້ງຢືນ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເຮັດໃຫ້ການດໍາເນີນທຸລະກິດ ສອດຄ່ອງກັບລະບຽບການ.

ພາຍໃນງານເປີດໂຕ ລະບົບ EASY GOLD ໃນ application KPV Gold, ທ່ານ ຈັນທະວົງ ພະມີສິດ, ຜູ້ອໍານວຍການ ຮ້ານຄໍາພູວົງ ໄດ້ກ່າວວ່າ: ຫນຶ່ງວິໄສທັດຂອງພວກເຮົາ ທີມງານຄໍາພູວົງ ແມ່ນຊ່ວຍໃຫ້ລູກຄ້າຂອງຄໍາພູວົງ ຮູ້ຈັກວາງແຜນ ການເງິນເພື່ອຄວາມມັ່ງຄັ່ງໃນອະນາຄົດໂດຍສະເພາະແມ່ນຄົນຮຸ້ນໃຫມ່ ແລະ ພວກເຮົາເຊື່ອວ່າ ລະບົບ EasyGold ນີ້ຈະເປັນອີກເຄື່ອງມີທີ່ເຂົ້າມາຊ່ວຍໄວຫນຸ່ມລາວໃນການວາງແຜນການເງິນໃນໄລຍະຍາວ ເພື່ອໂຕເຂົາເຈົ້າເອງ. ນອກຈາກນັ້ນ ຮ້ານຄໍາພູວົງກໍເປັນຮ້ານຂາຍຄໍາທີ່ຢູ່ກັບຄົນລາວ ມາດົນນານຫຼາຍກວ່າ 40 ປີ, ມີປະສົບການຫລາຍປີໃນການຄ້າຂາຍ ແລະ ໄດ້ສ້າງຄວາມເຊື່ອຫມັ້ນ ໃຫ້ກັບລູກຄ້າຂອງຄໍາພູວົງທົ່ວປະເທດ. ສະນັ້ນ, ແນ່ນອນ Easy Gold ຈະເປັນອີກຫນຶ່ງ ຜະລິດຕະພັນຂອງ ຄໍາພູວົງ ທີ່ອໍານວຍຄວາມສະດວກ ໃຫ້ກັບລູກຄ້າຂອງຄໍາພູວົງເຂົ້າສູ່ການລົງທືນອອນລາຍ ທີ່ຫມັ້ນຄົງ ແລະ ປອດໄພເຊັ່ນດຽວກັນກັບ ຊື້-ຂາຍກັບຮ້ານຄໍາພູວົງ.

ສຳຫຼັບລະບົບ EASY GOLD ໃນ application KPV Gold ແມ່ນໄດ້ເລີ່ມມີການເປີດນໍາໃຊ້ໃນລາວແລ້ວ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ທຸກຄົນກໍສາມາດດາວໂຫຼດໄດ້ທັງໃນ app store (IOS) ແລະ play store (Android).

.

LEAVE A REPLY

Please enter your comment!
Please enter your name here