ເກັບລາຍຮັບເຂົ້າງົບປະມານໄດ້ 292,26 ຕື້ກວ່າກີບ ໃນງວດທີ I

0
756

ດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ ງວດ I ເກັບລາຍຮັບເຂົ້າງົບປະມານໄດ້ 292,26 ຕື້ກວ່າກີບ

ດ່ານພາສີສາກົນວັງເຕົ່າ ຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານໜຶ່ງທີ່ມີຊາຍແດນຕິດຈອດທາງບົກ ກັບດ່ານຊ່ອງເມັກ ອໍາເພີສີລິນທອນ ຈັງວັດອຸບົນລາດຊະທານີ ປະເທດໄທ, ໂຄງປະກອບກົງຈັກການຈັດຕັ້ງເປັນເສ ນາທິການໃຫ້ພາສີປະຈໍາແຂວງ, ໂຄສະນາເຜີຍແຜ່ຈັດຕັ້ງປະຕິບັດລະບຽບ, ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບວຽກງານພາສີຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ບໍລິການອໍານວຍຄວາມສະດວກໃຫ້ແກ່ບໍລິສັດ, ຜູ້ປະກອບການໃນການນໍາເຂົ້າ-ສົ່ງອອກ, ສິນຄ້າເຄື່ອງຂອງຜ່ານດ່ານຢ່າງຖືກຕ້ອງໂປ່ງໃສ, ສະກັດກັ້ນທຸກການລະເມີດກົດໝາຍ ແລະ ດໍາເນີນຄະດີຕໍ່ຜູ້ກະທໍາຜິດທາງພາສີຢ່າງເຂັ້ມງວດ.

ອີງຕາມບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຈັດເກັບລາຍຮັບຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງ ການພາສີປະຈໍາທ່າບົກ ປະຈຳງວດ I ປີ 2023 ໃຫ້ຮູ້ວ່າ: ດ່ານພາສີສາກົນວັງເຕົ່າປະກອບມີ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ, ມີດ່ານປະເພນີ 01 ດ່ານຂຶ້ນກັບຄືດ່ານຊ່ອງຕາອູ; ສໍາລັບຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າປະກອບມີ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງສາງ ແລະ ກວດກາສິນຄ້າ.


ສຳລັບການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກໃນປີ 2023 ໄດ້ຮັບແຜນການທັງໝົດ 978,75 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າໄດ້ຮັບແຜນການປີຈໍານວນ 728,65 ຕື້ກີບ, ແຜນງວດ I ຈໍານວນ 218,59 ຕື້ກີບ, ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າໄດ້ຮັບແຜນການປີຈໍານວນ 250,10 ຕື້ກີບ, ແຜນງວດ I ຈໍານວນ 75,03 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນງວດ I ປີ 2023 ປະຕິບັດໄດ້ແລ້ວ 292,26 ຕື້ກວ່າກີບ, ທຽບໃສ່ແຜນການງວດ I ເທົ່າກັບ 99,54% ຂອງແຜນການງວດ I, ທຽບໃສ່ແຜນການປີ ເທົ່າກັບ 29,86%, ທຽບໃສ່ໄລຍະດຽວຂອງປີຜ່ານມາເທົ່າກັບ 135,55%, ລາຍຮັບສ່ວນໃຫ່ຍແມ່ນໄດ້ຈາກການນໍາເຂົ້າ-ສົ່ງອອກນໍາມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້ານໍາເຂົ້າເພື່ອສົ່ງອອກ ແລະ ອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ, ຈະໄດ້ສຸມໃສ່ຫຼາຍມາດຕະການເພື່ອເປັນການສູ້ຊົນໃນການຈັດເກັບລາຍຮັບໃຫ້ໄດ້ດີ ແລະ ໄດ້ຕາມລະດັບຄາດໝາຍເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດ ສິນທຳປະຕິວັດ ພະນັກງານພາສີຕ້ອງມີຈັນຍາບັນ, ຈັນຍາທຳ,ມີສະຕິຕໍ່ກົນໄກການຄຸ້ມຄອງຕາມພາລະບົດບາດໜ້າທີ່ການເມືອງ ທີ່ໄດ້ມອບໝາຍແຕ່ລະໄລຍະ ຈັດຕັ້ງປະຕິບັດລະບຽບກົດໝາຍໃຫ້ສູງ ແລະ ເຂັ້ມງວດ, ປັບປຸງດ້ານແນວຄິດຈິດໃຈ, ຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ເຂົ້າສູ່ລະບົບລະບຽບທ່ວງທັນກັບສະພາບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ເດັດດ່ຽວ, ຕ້ານແນວຄິດທີ່ເຫັນຜົນປະໂຫຍດສ່ວນຕົວຫຼາຍກ່ວາສ່ວນລວມ, ປັບປຸງລະບົບຖານຂໍ້ມູນ ລາຄາສິນຄ້າ ເພື່ອນໍາໃຊ້ໃນການແຈ້ງພາສີ ດ້ວຍລະບົບອີເລັກໂຕຼນິກ ໂດຍສຸມໃສບັນດາບໍລິສັດ ແລະ ໝວດສິນຄ້າທີ່ມີຄວາມສ່ຽງໃນການລັກລອບໂດຍສະເພາະນ້ຳມັນເຊື້ອໄຟ, ສິນຄ້າອຸປະໂພກ ບໍລິໂພກ,ເຄື່ອງໃຊ້ໄຟຟ້າ, ປະສານສົມທົບກັບທຸກຂະແໜງການ, ທຸກກຸ່ມວຽກໃຫ້ມີຄວາມຄ່ອງຕົວໃນການຈັດຕັ້ງປະຕິບັດວຽກງານວິຊາການ ແລະ ວິຊາສະເພາະສະກັດກັ້ນສິນຄ້າລັກລອບໜີພາສີໃນດ່ານ ແລະ ນອກດ່ານ, ເພີ່ມທະວີການກວດກາພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ເຮັດເປັນປະຈຳ, ຕ້ານທຸກສິນຄ້າທີ່ຜິດກົດໝາຍນຳເຂົ້າ-ອອກຜ່ານດ່ານ, ລະດົມບັນດາບໍລິສັດນຳເຂົ້າໃຫ້ນໍາສິນຄ້າເຄື່ອງຂອງເຂົ້າເປັນປົກກະຕິ ແລະ ອໍານວຍຄວາມສະດວກບໍລິການເອກະສານວ່ອງໄວຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here