ພົບກັບ PEUGEOT ພ້ອມທົດລອງຂັບໄດ້ແລ້ວ

0
1477

ໃນວັນທີ 18 ພຶດສະພາ 2023 | ວຽງຈັນ, ສປປ ລາວ – ກຸ່ມບໍລິສັດລາວທານີ, ຕົວແທນຈໍາໜ່າຍລົດຍີ່ຫໍ້ເປີໂຢ (PEUGEOT) ປະຈໍາລາວ, ໄດ້ຈັດງານທົດລອງຂັບຂີ່ “PEUGEOT EXPERIENCE DAY” ເພື່ອແນະນຳຍີ່ຫໍ້ສິງໂຕໃຫ້ແກ່ປະຊາຊົນລາວ.

ງານ PEUGEOT EXPERIENCE ແມ່ນຈັດຂຶ້ນເປັນເວລາ 4 ມື້ ໃນຫົວຂໍ້ “ໂລກທີ່ດີກວ່າດ້ວຍ Allure”  ເຊິ່ງມີຈຸດປະສົງເພື່ອແນະນຳຍີ່ຫໍ້ໃຫ້ແກ່ລູກຄ້າໄດ້ຮູ້ຈັກ. ເປີໂຍລາວ ຍັງໄດ້ປະກາດກຸ່ມຜະລິດຕະພັນເບື້ອງຕົ້ນປະກອບມີ ລົດ SUV NEW 2008, NEW 3008, NEW 5008, ລົດກະບະ NEW LANDTREK 4×4 ແລະ 4×2.

ກຸ່ມຜະລິດຕະພັນທີ່ແຂງແກ່ນນີ້  ນຳສະເໜີລົດທີ່ເໝາະກັບ Life Style ແລະຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນ ສປປ ລາວ ພ້ອມດ້ວຍການອອກແບບ ເຕັກໂນໂລຊີ ແລະປະສິດຕິພາບທີ່ເໜືອກວ່າ.

ໃຫ້ກຽດເຂົ້າຮ່ວມງານ PEUGEOT EXPERIENCE DAY, ໄດ້ແກ່ ທ່ານນາງ Siv-Leng Chhuor ເອກອັກຄະລັດຖະທູດຝະລັ່ງ ປະຈຳລາວ, ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການບໍລິຫານຂອງບໍລິສັດ ເປີໂຢລາວ ກ່າວວ່າ: “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ນຳສະເໜີຍີ່ຫໍ້ PEUGEOT ສູ່ ສປປ ລາວ ໂດຍຜ່ານການຈັດງານ PEUGEOT EXPERIENCE DAY. ກຸ່ມບໍລິສັດ ລາວທານີ ມີຄວາມຕື່ນເຕັ້ນທີ່ຈະນໍາສະເໜີຜະລິດຕະພັນເບື້ອງຕົ້ນຂອງ PEUGEOT ເຊິ່ງປະກອບດ້ວຍລົດລຸ້ນ NEW 2008, NEW 3008, NEW 5008 ແລະ ລົດກະບະ NEW LANDTREK ທີ່ຈະຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນທົ່ວປະເທດ.”

ເລີ່ມແຕ່ວັນທີ 18 ມິຖຸນາ 2023 ເປັນຕົ້ນໄປ, ລູກຄ້າສາມາດຊື້ ຫຼື ຈອງລົດໄດ້ໂດຍການເຂົ້າໄປທີ່:

  • ຫ້ອງຂາຍ ລາວທາມີ ສາຂາໂພນໄຊ LAOTHANI PHONXAY SHOWROOM (ຂ້າງປ້ຳນ້ຳມັນ ໂພນໄຊ PV) ບ້ານໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ. ໂທ: 021-412391
  • ຫ້ອງຂາຍ ລາວທານີ ສາຂາຫຼັກ 7 (LAOTHANI KM7 SHOWROOM) ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ໂທ: 020-5596 8188
  • ສູນບໍລິການລູກຄ້າ PEUGEOT ໂທ: 020 57382111

ໃນໂອກາດສະເຫຼີມສະຫຼອງດັ່ງກ່າວ, PEUGEOT Laos ຍັງຈັດໂປຣໂມຊັນພິເສດ ເລີ່ມແຕ່ວັນທີ 18-31 ພຶດສະພາ 2023 ສຳຫຼັບລົດPEUGEOT ທຸກໆລຸ້ນ ໃຫ້ກັບລູກຄ້າ ແລະຍັງກົງກັບໂອກາດ ສະເຫຼີມສະຫຼອງສາຍພົວພັນລາວ-ຝຣັ່ງ ຄົບຮອບ 70 ປີນຳອີກ.

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ງານ PEUGEOT EXPERIENCE DAY ທີ່ບຶງທາດຫຼວງ, ນະຄອນຫຼວງວຽງຈັນ ຕັ້ງແຕ່ມື້ນີ້ ຈົນເຖິງ 21 ພຶດສະພາ 2023 ຫຼື ເຂົ້າມາເບິ່ງທີ່ຫ້ອງວາງຂາຍຂອງ ລາວທານີ.

ມາຮູ້ຈັກກຸ່ມຜະລິດຕະພັນ PEUGEOT: NEW PEUGEOT LANDTREK ເປັນທາງເລືອກໃໝ່ຂອງລົດກະບະຂະໜາດກາງ ທີ່ອອກແບບມາເພື່ອຮັບມືກັບຖະໜົນຫົນທາງໃນເມືອງ ແລະພູມສັນຖານທີ່ຍາກລຳບາກ, ໃນຂະນະທີ່ທ່ານອອກໄປເຮັດກິດຈະກຳພັກຜ່ອນກາງແຈ້ງ. ປະສົມປະສານກັບການຕົບແຕ່ງພາຍໃນທີ່ທັນສະໄໝ ກວ້າງຂວາງ ແລະສະດວກສະບາຍ, ລົດກະບະ LANDTREK ຍັງມີເຕັກໂນໂລຊີໃນລົດທີ່ທັນສະໄໝ, ຄວາມສາມາດໃນການປັບຕົວຂັ້ນສູງ ແລະ ຄວາມພຶງພໍໃຈໃນການຂັບຂີ່ລົດແບບ SUV ໂດຍຈະວາງຈຳໜ່າຍທັງໝົດ 2 ລຸ້ນ ສໍາລັບລູກຄ້າໃນ ສປປ ລາວ.

NEW PEUGEOT 2008 ເປັນລົດ SUV ຂະໜາດກະທັດຮັດທີ່ອອກແບບມາເພື່ອການດຳລົງຊີວິດແບບທັນສະໄໝ ໂດຍເນັ້ນໃສ່ຮູບແບບສະປອດ, ສະຫງ່າງາມ. ຄຸນສົມບັດທີ່ສໍາຄັນຂອງມັນປະກອບມີ ເຕັກໂນໂລຊີຄວາມປອດໄພກ້າວໜ້າ, ຫ້ອງໂດຍສານທີ່ມີເຕັກໂນໂລຊີຂັ້ນສູງ, ແລະຫ້ອງໂດຍສານທີ່ກວ້າງຂວາງ. ມີຫຼາກຫຼາຍສີໃຫ້ເລືອກ ໄດ້ແກ່: Amazonite Grey, Pearl White ແລະ Perla Nera Black, ເໝາະສຳລັບຜູ້ຂັບຂີ່ທີ່ມັກໃນການຜະຈົນໄພ ແລະ ເປັນຄົນມີແບບແຜ່ນໃນການຂັບຂີ່.

ປະສົມປະສານຮູບແບບທີ່ໂດດເດັ່ນ ກັບການໃຊ້ງານຕົວຈິງ ແລະຄວາມຄ່ອງແຄ້ວ, NEW PEUGEOT 3008 ເປັນລົດ SUV ຂະຫນາດກາງ ທີ່ສ້າງສັນຂຶ້ນສໍາລັບຜູ້ຂັບຂີ່ ທີ່ໃຫ້ຄຸນຄ່າກັບຄວາມສະດວກສະບາຍ ແລະມີເອກະລັກ. ການອອກແບບທີ່ຄ່ອງແຄ້ວ ແລະ ທັນສະໄໝຂອງມັນ ແມ່ນປະກອບໄປດ້ວຍເຕັກໂນໂລຊີນະວັດຕະກໍາ, ລວມທັງລະບົບການຊ່ວຍເຫຼືອຜູ້ຂັບຂີ່, ລະບົບຂໍ້ມູນຄວາມບັນເທີງ (infotainment) ​ທີ່​ຕອບ​ສະ​ຫນອງ​ວ່ອງໄວ, ແລະ ຊ່ອງຫຼັງຄາທີ່ເປີດໄດ້ກວ້າງ (Sunroof Panoramic)​. ລົດລຸ້ນ NEW 3008 ມີຫຼາຍສີໃຫ້ເລືອກ ໄດ້ແກ່: Perla Nera Black, Pearl White, Amazonite Grey ແລະ Cuprite Brown. 

NEW PEUGEOT 5008 ເປັນລົດ SUV ເຈັດບ່ອນນັ່ງທີ່ກວ້າງຂວາງ ແລະໃຊ້ງານຈິງໄດ້ ພ້ອມທັງມອບປະສົບການການຂັບຂີ່ທີ່ຫຼູຫຼາ. ການ​ອອກ​ແບບ​ທີ່​ປານີດ ​ແລະ​ສະ​ຫງ່າ​ງາມ ຈຶ່ງ​ຖືກ​ຈັບ​ຄູ່​ກັບ​ຄຸນ​ສົມ​ບັດ​ທີ່ສຸດປະທັບໃຈ, ລວມ​ທັງ​ປະຕູທ້າຍລົດແບບ Hand-Free, ຊ່ອງຫຼັງຄາທີ່ເປີດໄດ້ກວ້າງ (Sunroof Panoramic)​, ແລະ​ລະ​ບົບ​ສຽງ​ລະດັບພຣີມ້ຽມ​.

ລົດລຸ້ນ NEW 5008 ແມ່ນສົມບູນແບບສໍາລັບຄອບຄົວ ແລະຜູ້ທີ່ຕ້ອງການພື້ນທີ່ກວ້າງຂວາງ ແລະສະດວກສະບາຍໃນການເດີນທາງ. ມີຫຼາກສີໃຫ້ເລືອກ ໄດ້ແກ່: Emerald Crystal, Pearl White, Amazonite Grey ແລະ Perla Nera Black.

ກ່ຽວກັບ PEUGEOT: PEUGEOT ເປັນຍີ່ຫໍ້ອັນດັບຕົ້ນໆຂອງໂລກທີ່ມີສ້າງສັນ ແລະເປັນສາກົນ. ຄຸນ​ຄ່າ​ຂອງ​ຍີ່ຫໍ້​ແມ່ນອາລົວ (Allure​), excellence ແລະ​ emotion. ປະຈຸບັນ, ແມ່ນມີວາງຂາຍໃນຫຼາຍກວ່າ 130 ປະເທດ, PEUGEOT ຂາຍລົດໄປແລ້ວຫຼາຍກວ່າ 1.200.000 ຄັນໃນທົ່ວໂລກໃນປີ 2021.

ຫຼັງຈາກການສະເຫຼີມສະຫຼອງຄົບຮອບ 211 ປີຂອງຍີ່ຫໍ້, ປະຈຸບັນ PEUGEOT ໄດ້ສະແດງຕົວຕົນໃໝ່ດ້ວຍໂລໂກ້ ທີ່ເນັ້ນໜັກເຖິງບຸກຄະລິກ ແລະ ຄວາມບໍ່ສິ້ນສຸດ. ດ້ວຍກຸ່ມລົດທີ່ນຳໃຊ້ໄຟຟ້າ 80% ແລະກຸ່ມລົດເພື່ອການຄ້າທີ່ໃຊ້ພະລັງງານໄຟຟ້າ 100%, ຍີ່ຫໍ້ PEUGEOT ພວມສືບຕໍ່ຫັນປ່ຽນພະລັງງານຂອງຕົນ. ຈາກປີ 2022, PEUGEOTຈະແຂ່ງຂັນໃນງານ World Endurance Championship (WEC) ດ້ວຍລົດລຸ້ນ 9X8 hybrid Hypercar.

LEAVE A REPLY

Please enter your comment!
Please enter your name here