Home Blog Page 105

ສະຫາຍເລຂາທິການໃຫຍ່ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ 5

ວັນທີ 4 ມີນາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ປະທານຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ໃຫ້ທິດຊີ້ນຳຕໍ່ ກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດຄັ້ງທີ 5 ໂດຍໄດ້ເນັ້ນບາງບັນຫາສຳຄັນ ໂດຍສະເພາະໃຫ້ເບິ່ງຄືນຄຳສັ່ງແນະນຳສະບັບເລກທີ 09/ກມສພ, ລົງວັນທີ 08 ມີນາ 2004 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ມີຖືກຕ້ອງ ແລະ ສອດຄ່ອງແນວໃດ, ມີສ່ວນໃດຍັງໃຊ້ໄດ້, ສ່ວນໃດທີ່ຈະຕ້ອງປັບປຸງ, ເພາະນະໂຍບາຍວາງອອກມາໄດ້ 18 ປີແລ້ວ, ອາດມີຫລາຍຕົວຊີ້ວັດ ບໍ່ແທດກັບສະພາບຕົວຈິງ ໃນເງື່ອນໄຂປັດຈຸບັນ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ (3 ສ້າງ).

ເພາະນະໂຍບາຍນີ້ ຕິດພັນກັບການສ້າງຮາກຖານ, ການສ້າງໂຄງປະກອບວຽກງານພັດທະນາການປົກຄອງ ຕິດພັນກັບການສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານໂດຍກົງ ຄື: “ສ້າງແຂວງໃຫ້ເປັນຫົວໜ້າຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເອກະລາດ, ສ້າງບ້ານໃຫ້ເປັນບ້ານປ້ອມໝັ້ນສູ້ລົບຕິດລ່ຽນ”.

ພ້ອມນີ້, ຄະນະພັກ, ອຳນາດການປົກຄອງ, ຄະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂັ້ນຕ່າງໆ ຕ້ອງໄດ້ຊີ້ນໍາຢ່າງໃກ້ຊິດ, ແທດເຖິງ, ໂດຍກົງຮອບດ້ານ, ຮູ້ນໍາໃຊ້ໂອ ກາດ ແລະ ກາລະເທສະ; ການສ້າງກໍາລັງທະຫານທ້ອງຖິ່ນ ແມ່ນສ້າງສາມດ້ານໄປພ້ອມໆກັນ ຄື: ສ້າງ, ຝຶກຝົນດ້ານການເມືອງແນວຄິດປະຕິວັດ ບວກກັບຄຸນສົມບັດສິນທຳ, ນໍ້າໃຈຮັກຊາດ; ສ້າງໃຫ້ກຳລັງເຮົາຮູ້ໜ້າທີ່ຂອງຕົນ, ຮູ້ເຮັດວຽກເພື່ອຊາດ ເພື່ອປະຊາ ຊົນ ແລະ ສ້າງໃຫ້ມີດ້ານສິນລະປະຍຸດ-ຍຸດທະວີທີ, ສ້າງໃຫ້ທະຫານທ້ອງຖິ່ນ ປະກອບມີຄວາມຮູ້ໃໝ່ທາງດ້ານການພັດທະນາ, ຮັບເອົາວິທະຍາສາດມາພັດທະນາກຳລັງ ໃຫ້ມີຄວາມສາມາດຮອບດ້ານ, ທັງນີ້ ກໍເພື່ອເປັນກຳລັງແຮງສ້າງກົມກອງ, ຊ່ວຍປະຊາຊົນສ້າງທ້ອງຖິ່ນ, ສ້າງຄອບຄົວຕົວແບບ ແລະ ທະຫານທ້ອງຖິ່ນ ຕ້ອງຮູ້ຕິດພັນກັບຮາກຖານ ແລະ ຕິດພັນກັບປະຊາຊົນ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມໝາຍສຳຄັນຂອງກຳລັງທະຫານທ້ອງຖິ່ນວ່າ: ນັບແຕ່ມີກອງທັບປະຊາຊົນ ເກີດຂຶ້ນ, ພັກເຮົາ ໄດ້ວາງແນວທາງສ້າງຂະບວນການສົງຄາມປະຊາຊົນ, ໂດຍສ້າງຕັ້ງໜ່ວຍໂຄສະ ນາປະກອບອາວຸດ ຢູ່ແຕ່ລະທ້ອງຖິ່ນຂຶ້ນນັບແຕ່ນ້ອຍໄປຫາໃຫຍ່, ສ້າງໄດ້ໜ່ວຍໃດກໍຂະ ຫຍາຍອອກໃຫ້ກວ້າງຂວາງ, ເປົ້າໝາຍເວລານັ້ນ ແມ່ນລຸກຂຶ້ນຈັບອາວຸດຕໍ່ສູ້ກັບຜູ້ຮຸກຮານ ແລະ ສູ້ກັບອຳນາດການປົກຄອງ ທີ່ເປັນຕີນມືຂອງພວກເຂົາ ເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຍຸຕິທຳຂອງສັງຄົມ ເພື່ອປົດປ່ອຍປະຊາຊົນອອກຈາກຄວາມມືດມົນໃນລະບອບການປົກຄອງທີ່ຫລ້າຫລັງ, ກົດຂີ່ຂູດຮີດປະຊາຊົນ ເປັນເປົ້າໝາຍຫລັກ, ພັກເຮົາເອົາແນວ ທາງນະໂຍບາຍນີ້ລົງສູ່ປະຊາຊົນ ຜ່ານການຈັດຕັ້ງທີ່ເປີດເຜີຍ ເຊັ່ນ: ຜ່ານແນວລາວອິດສະຫລະ, ແນວລາວຮັກຊາດ. ຜ່ານການປຸກລະດົມຈາກແນວທາງດັ່ງກ່າວ, ຈຶ່ງສາມາດຂະ ຫຍາຍ ເປັນຂະບວນປະຕິວັດທີ່ກວ້າງໃຫຍ່ອອກ, ສາມາດຕໍ່ສູ້ຕ້ານສັດຕູ ທີ່ມີກໍາລັງແຮງ ເໜືອກວ່າ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ໃຫຍ່ຫລວງຂຶ້ນເລື້ອຍໆ ຈົນສາມາດສ້າງໄດ້ເຂດປົດປ່ອຍ ກ້າວມາເຖິງປົດປ່ອຍປະເທດໄດ້ຢ່າງສົມບູນ, ສະຖາປະນາໄດ້ ສປປ ລາວ ຂຶ້ນ ຢ່າງສະຫງ່າອົງອາດ ແລະ ດຳເນີນການພັດທະນາມາໄດ້ 46 ປີ ເທົ່າທຸກວັນນີ້.

46 ປີ ຜ່ານມາ, ພັກເຮົາ ໄດ້ສືບຕໍ່ມູນເຊື້ອຂອງພັກ, ຂອງກອງທັບເຮົາ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ສືບຕໍ່ວາງແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ພັກຊີ້ນໍາແທດເຖິງ, ເດັດຂາດຮອບ ດ້ານຕໍ່ກຳລັງປະກອບອາວຸດ ຂອງທົ່ວປະເທດ, ໃນນັ້ນ ເອົາໃຈໃສ່ເປັນພິເສດ ໃນການສ້າງກໍາລັງປະກອບອາວຸດ ຫລື ກຳລັງປ້ອງກັນຕົນເອງຂອງທ້ອງຖິ່ນ (ທີ່ວ່າທະຫານທ້ອງ ຖິ່ນ) ຖ້າຈະເວົ້າຢ່າງກວມລວມແມ່ນ ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ; ພັກເຮົາຮັບຮູ້ຢ່າງເລິກເຊິ່ງເຖິງທິດສະດີ ແລະ ພຶດຕິກໍາຜ່ານຂະບວນການປະຕິວັດປົດປ່ອຍຊາດ ແລະ ພຶດຕິກໍາການປົກປັກຮັກສາປະເທດຊາດວ່າ: “ການຕໍ່ສູ້ປົດປ່ອຍຊາດນັ້ນຍາກທີ່ສຸດ, ດຸເດືອດຂ້ຽວ ຂາດທີ່ສຸດ, ມີຄວາມເສຍສະຫລະອັນໃຫຍ່ຫລວງທີ່ສຸດ…”, ແຕ່ກໍສາມາດເອົາຊະນະໄດ້, ເອົາອຳນາດມາມືໄດ້. ແຕ່ການປົກປັກຮັກສາອໍານາດທີ່ໄດ້ມາແລ້ວນັ້ນ, ຍິ່ງມີຄວາມທ້າທາຍ ແລະ ຫຍຸ້ງຍາກກວ່ານັ້ນອີກ, ແຕ່ເຖິງຈະມີຄວາມຫຍຸ້ງຍາກ, ທ້າທາຍປານໃດກໍຕາມ, ພວກເຮົາກໍສາມາດຮັກສາອຳນາດໄວ້ໄດ້ ຈົນເທົ່າທຸກວັນນີ້ ດ້ວຍຄວາມໝັ້ນທ່ຽງ ແລະ ນັບມື້ນັບໜັກແໜ້ນ.

ນີ້ສະແດງໃຫ້ເຫັນວ່າ: ຮາກຖານຂອງພວກເຮົາໜັກແໜ້ນ, ການທີ່ມີຮາກຖານໄດ້ນັ້ນ ກໍປະກອບດ້ວຍຫລາຍປັດໄຈ, ແຕ່ປັດໄຈສຳຄັນອັນໜຶ່ງ ກໍຍ້ອນວ່າ: ພັກເຮົາໄດ້ມີຄວາມສະດຸ້ງ ຕໍ່ທຸກໆສະຖານະການ ທີ່ຈະເກີດຂຶ້ນ ໃນຂະບວນວິວັດແຫ່ງການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດເຮົາ, ໃນນັ້ນ ໄດ້ນໍາເອົາບົດຮຽນ ແລະ ມູນເຊື້ອຂອງການວາງແນວທາງສົງຄາມປະຊາຊົນ ໃນເມື່ອກ່ອນມາເປັນແນວທາງປ້ອງກັນ ຊາດທົ່ວປວງຊົນຮອບດ້ານໃນໄລຍະຕໍ່ມາ ໃນນັ້ນ ແມ່ນແນວທາງການສ້າງ ແລະ ພັດທະ ນາທະຫານທ້ອງຖິ່ນ ໃຫ້ເປັນກຳລັງຄ້ຳປະກັນ ໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງກຳລັງແຮງຢູ່ຮາກຖານ ເພື່ອໃຫ້ປະຊາຊົນໄດ້ມີໂອກາດ, ໄດ້ເຂົ້າຮ່ວມການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມຕື່ນຕົວປະຕິວັດ.

ແຫຼ່ງຂ່າວ: ຂປລ

ສຳພາດທາງໄກ ກ່ຽວກັບການຄ້າມະນຸດ

ອົງການ ໄຈກ້າ (JICA) ປະຈໍາ ສປປ ລາວ ໄດ້ສໍາພາດທາງໄກຄະນະວິຊາການອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕ້ານການຄ້າມະນຸດ.

ໃນວັນທີ 24 ກຸມພາ 2022 ຜ່ານມາ, ທີ່ອົງການໄອຍະການປະຊາຊົນສູງສຸດ ອົງການ ໄຈກ້າ (JICA) ປະຈໍາ ສປປ ລາວ ໄດ້ສໍາພາດທາງໄກຄະນະວິຊາການອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕ້ານການຄ້າມະນຸດ ຊຶ່ງນຳໂດຍ ທ່ານ ວິລະສິດ ສິງກາວົງໄຊ ຮອງຫົວໜ້າກົມ ຕິດຕາມກວດກາການດຳເນີນຄະດີອາຍາ.

ໃນວາລະດັ່ງກ່າວ ອົງການໄຈກາ ໄດ້ຊີ້ໃຫ້ເຫັນວ່າ ການຄ້າມະນຸດ ເປັນບັນຫາອັນລວມ ແລະ ບັນຫາຮ້າຍແຮງ ສໍາລັບ ທຸກປະເທດໃນລຸ່ມແມ່ນໍ້າຂອງ ເນື່ອງຈາກວ່າ ເສດຖະກິດ, ຂໍ້ມູນການເຄື່ອນຍ້າຍຖິ່ນຖານຂອງຄົນເຮົາ ວ່ອງໄວ ແລະ ການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ຄົນຈຳນວນໜຶ່ງ ຕົກເປັນເຫຍື່ອຂອງການຄ້າມະນຸດ; ອາຊະຍາກໍາເທິງ​ອິນ​ເຕີ​ເນັດ ເພີ່ມຂຶ້ນ, ແຕ່ການຈັບກຸມຜູ້ກະທຳຜິດ ກ່ຽວກັບການຄ້າມະນຸດ ແມ່ນຫຍຸ້ງຍາກ, ສະຫຼັບສັບຊ້ອນ ແລະ ພົບກັບບັນຫາ.

ສະນັ້ນ ​ເພື່ອປະກອບສ່ວນໃນການຕ້ານການຄ້າມະນຸດ ອົງການໄຈກາ ຈຶ່ງດໍາເນີນການວິເຄາະ, ວິໄຈຂັ້ນພື້ນຖານ ໂດຍ​ໄດ້​ເລີ່ມ​ໃນເດືອນ ກຸມພາ 2022 ແຕ່​ກໍ​ພົບ​ກັບ​ບັນ​ຫາໃນການວິເຄາະ, ວິໄຈ ພາກສະໜາມ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ໃນໂອກາດດັ່ງກ່າວ ທ່ານ ວິລະສິດ ສິງກາວົງໄຊ ຮອງຫົວໜ້າກົມ ຕິດຕາມກວດກາການດຳເນີນຄະດີອາຍາ ໄດ້ອະທິບາຍກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ເຮັດໜ້າທີ່ໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃນຄະດີຄ້າມະນຸດຂອງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ, ເປົ້າໝາຍ ແລະ ຄວາມ​ຕ້ອງ​ການທີ່ຈະຕ້ອງໃຫ້ການສະໜັບສະໜູນຢ່າງມີປະສິດທິພາບໃນ​ບັນ​ດາປະເທດ ​ຊຶ່ງ​ໃນ​ນັ້​ນ ລວມ​ທັງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຂອງ ສ​ປ​ປ ລາວ ເປັນ​ຕົ້ນ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ກ່ຽວ​ກັບ​ການ​ຕິດ​ຕາມກວດ​ກາ​ການ​ດຳ​ເນີນ​ຄະ​ດີ​ຄ້າ​ມະ​ນຸດ ດ້ວຍ​ການ​ຝຶກ​ອົບ​ຮົມ, ການ​ສຳ​ມະ​ນາ, ການ​ແລກ​ປ່ຽນ​ບົດ​ຮຽນ​ທີ່​ດີ ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ, ​ ໃຫ້ການຊ່ວຍເຫຼືອຜູ້ຕົກເຫຍື່ອຂອງການຄ້າມະນຸດ, ຜູ້ຖືກເສຍຫາຍ; ການ​ຮ່ວມ​ມື​ຍຸ​ຕິ​ທຳ​ກັບ​ຕ່າງ​ປະ​ເທດ, ເພີ່ມ​ທະ​ວີ​ການຮ່ວມມື ລະ​ຫວ່າງ ສ​ປ​ປ ລາວ ກັບ ປະເທດ ຍີ່ປຸ່ນ ​ໃນ​ການສະກັດກັ້ນຕ້ານການຄ້າມະນຸດ, ນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ, ຕ້ານອາຊະຍາກຳ​ຂ້າມ​ຊາດ ດ້ວຍຜົນສຳເລັດ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ອົງການໄອຍະການປະຊາຊົນສູງສຸດ

ເຕືອນຝົນຕົກໜັກ! ປະຈໍາວັນທີ ວັນທີ 06 ມີນາ 2022

ແຈ້ງເຕືອນຝົນຕົກໜັກ ແລະ ລົມພັດແຮງ ປະຈໍາວັນທີ ວັນທີ 06 ມີນາ 2022

ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ພ້ອມດຽວກັນສອງຂະບວນລົມຕາເວັນ ຕົກ ໄດ້ພັດປົກຄຸມພາກເຫນືອ ແລະ ພາກກາງດ້ວຍກໍາລັງແຮງປານກາງ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກໃຕ້, ຊຶ່ງຈະເຮັດອາກາດ ຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະມີຝົນຫນັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກເຫນືອ ລົງຫາ ພາກກາງ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງ ອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສ ຢູ່ແຂວງພາກເຫນືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ຟ້າຮ້ອງ ຟ້າເຫຼື້ອມ ຫມາກເຫັບຕົກ ແລະ ລົມພັດແຮງທີ່ຈະ ເຮັດໃຫ້ມີ ຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປເພ່ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນນີ້.

ເນື້ອໃນລະອຽດໃນແຈ້ງການ

ລາຍງານມື້ນີ້! 4 ແຂວງບໍ່ມີຜູ້ຕິດເຊື້ອພາຍໃນໃໝ່

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 6 ມີນາ 2022 ໃຫ້ຮູ້ວ່າ:

ຮ່ວມປຶກສາຫາລືການຄຸ້ມຄອງລາຄາສິນຄ້າໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ

ທ່ານ ປອ. ຄຳແພງ ໄຊສົມແພງ , ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນຕອນເຊົ້າວັນທີ 4 ມິນາ 2022 ທີ່ກະຊວງອຸດສາຫະກໍາ ແລະການຄ້າ ກ່ຽວກັບການຄຸ້ມຄອງລາຄາສິນຄ້າໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ ຍ້ອນວ່າ ສປປ ລາວເປັນປະເທດນໍາເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100 ສ່ວນຮ້ອຍ ເຖິງວ່າປະຈຸບັນ ລາວມີໂຮງງານກັ່ນນໍ້າມັນໃນຂັ້ນຕອນສຸດທ້າຍໄດ້ເອງແລ້ວກໍຕາມ ແຕ່ວັດຖຸດິບກໍແມ່ນນ້ຳມັນທີ່ເກືອບສຳເລັດຮູບ ແລະທາດເຄມີທີ່ນໍາໃຊ້ເຂົ້າໃນຂະບວນການກັ່ນນໍ້າມັນເຊື້ອໄຟກໍຍັງຕ້ອງນໍາເຂົ້າຈາກຕ່າງປະເທດ 100 %ພຽງແຕ່ສາມາດປະຢັດ ຕົ້ນທຶນລົງ ໃນລະດັບຫນຶ່ງເທົ່ານັ້ນ. ທ່ານ ປອ. ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ: ລາຄານໍ້າມັນແມ່ນຖືກກໍານົດໂດຍກົນໄກລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກເຊິ່ງການເໜັງຕີງຂຶ້ນຂອງລາຄານໍ້າເຊື້ອໄຟ ສົ່ງຜົນກະທົບຕໍ່ລາຄາຂາຍຍ່ອຍພາຍໃນປະເທດເຮົາ ຄືກັບບັນດາປະເທດທີ່ນຳເຂົ້ານ້ຳມັນ ຫລື ແມ່ນແຕ່ປະເທດທີ່ຜະລິດນໍ້າມັນເອງ. ພ້ອມດຽວກັນນັ້ນ,ລາຄາຂອງນໍ້າມັນຍັງຖືກກໍານົດດ້ວຍອັດຕາແລກປ່ຽນເພາະການນໍາເຂົ້າຕ້ອງໄດ້ຊື້ເປັນເງິນຕາຕ່າງປະເທດ. ເວົ້າລວມແລ້ວການເໜັງຕີງຂຶ້ນຂອງລາຄານໍ້າມັນເຊື້ອໄຟແມ່ນເປັນບັນຫາລວມຂອງໂລກໂດຍສະເພາະຂອງບັນດາປະເທດຜູ້ນໍາເຂົ້ານຳເຂົ້າລວມທັງ ສປປ ລາວ ຕ້ອງໄດ້ເພີ່ງພານ້ຳມັນເຊື້ອໄຟ ເຂົ້າໃນຂະບວນການຜະລິດ, ການຂົນສົ່ງສິນຄ້າ ແນ່ນອນວ່າ ລາຄານ້ຳມັນເຊື້ອໄຟຂຶ້ນ ກໍ່ເຮັດໃຫ້ຕົ້ນທຶນຂອງສິນຄ້າສູງຂຶ້ນເປັນເງົາຕາມໂຕ.

ເລີ່ມແຕ່ຕົ້ນປີ 2022 ລາຄານໍ້າມັນເຊື້ອໄຟສໍາເລັດຮູບໃນຕະຫຼາດໂລກປັບຂຶ້ນສູງແຕ່ 90 – 110 $/ບາເຣວ ປັບສູງຂຶ້ນເປັນປະຫວັດການ ແລະ ມີທ່າອ່ຽງຈະປັບຂຶ້ນອີກ ຈາກປັດໄຈການປ່ຽນແປງສະພາບການຂອງໂລກໃນປະຈຸບັນ, ໂດຍສະເພາະ ການຟື້ນໂຕຂອງກຳລັງການຜະລິດ ພາຍຫລັງການແຜ່ລະບາດພະຍາດໂຄວິດ 19 ເລີ່ມຜ່ອນຄາຍ ແຕ່ປະລິມານ ການຜະລິດນ້ຳມັນເຊື້ອໄຟ ພັດບໍ່ ໄດ້ເພີ່ມຕາມຄວາມຕ້ອງການ ບວກທັງເຫດສົງຄາມທີ່ພວມຟົດເດຶອດ ລະຫວ່າງຣັດເຊຍ ແລະ ອູກຣາອິນ ເຮັດໃຫ້ມີການກັກຕຸນນ້ຳມັນໄວ້ໃຊ້ໃນຍາມສຸກເສີນ. ລາຄານໍ້າມັນເຊື້ອໄຟທົ່ວໂລກສູງຂຶ້ນ ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນໂດຍລາຄາຂາຍຍ່ອຍທີ່ເລີ່ມຈັດຕັ້ງປະຕິບັດຄັ້ງວັນທີ25 ກຸມພາ 2022 ຜ່ານມາເວົ້າສະເພາະຈຸດນະຄອນຫຼວງວຽງຈັນ: ລາຄານໍ້າມັນແອັດຊັງພິເສດແມ່ນ16.930 ກີບ/ລິດ, ລາຄານໍ້າມັນແອັດຊັງທໍາມະດາ14.950 ກີບ/ລິດແລະລາຄານໍ້າມັນກາຊວນແມ່ນ12.940 ກີບ/ລິດເຊີ່ງເປັນລາຄາທີ່ສູງສຸດໃນຮອບຫຼາຍປີ.

ໂດຍອີງໃສ່ຂໍ້ມູນຕ່າງໆແລະການຕິດຕາມລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກແມ່ນຄາດວ່າລາຄານໍ້າມັນເຊື້ອໄຟຍັງຈະສືບຕໍ່ເໜັງຕີງສູງຂຶ້ນອີກ. ແນ່ນອນວ່າການປັບຂຶ້ນຂອງລາຄານໍ້າມັນເຊື້ອໄຟແມ່ນຈະສົ່ງຜົນກະທົບ ໃຫ້ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກສູງຂຶ້ນ. ອີກດ້ານຫນຶ່ງ ນໍ້າມັນເຊື້ອໄຟກໍເປັນສິນຄ້ານໍາເຂົ້າຕົ້ນຕໍຂອງສປປລາວຫຼືກວມເອົາອັດຕາສ່ວນສຳຄັນຂອງການນໍາເຂົ້າທັງໝົດ, ສະເພາະປີ 2020 ການນໍາເຂົ້ານໍ້າມັນເຊື້ອໄຟ ມີມູນຄ່າສູງເຖິງ 5.064.425.360ໂດລາສະຫະລັດ ຫຼື ກວມ9,4% ແລະ 2021 5.887.331.437ໂດລາສະຫະລັດ ຫຼື ກວມ 10,2% ຂອງມູນຄ່າການນໍາເຂົ້າທັງໝົດ. ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເປັນສ່ວນໃຫຍ່.ສາມາດເວົ້າໄດ້ວ່າການນໍາເຂົ້ານໍ້າມັນເຊື້ອໄຟເປັນໜຶ່ງໃນຊ່ອງທາງຂອງການໄຫຼອອກເງິນຕາຕ່າງປະເທດຢູູ່ສປປລາວ. ຍິ່ງມີການນໍາເຂົ້າຫຼາຍເທົ່າໃດຍິ່ງຕ້ອງການນໍາໃຊ້ເງິນຕາຫຼາຍຂຶ້ນ ແລະຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າແລະລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ.

ທ່ານ ປອ. ຄຳແພງ ໄຊສົມແພງ ໃຫ້ຮູ້ເຖິງຄວາມພະຍາຍາມຂອງລັດຖະບານ ໄລຍະຜ່ານມາວ່າ: ລັດຖະບານໄດ້ສຸມຄວາມພະຍາຍາມຊອກວິທີທາງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຕະຫຼອດຮອດຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຈາກການເໜັງຕີງຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເປັນຕົ້ນແມ່ນນະໂຍບາຍຫັນເຂົ້າສູ່ການນໍາໃຊ້ພະລັງງານທົດແທນໂດຍສະເພາະນະໂຍບາຍສົ່ງເສີມການນໍາໃຊ້ພະລັງງານໄຟຟ້ານໍ້າຕົກທີ່ ສປປ ລາວ ມີທ່າແຮງເພື່ອຫຼຸດຜ່ອນການນໍາເຂົ້າ ລວມທັງປະກາດໃຊ້ນະໂຍບາຍສົ່ງເສີມການນໍາເຂົ້າ, ຊົມໃຊ້ພາຫະນະໄຟຟ້າ ແລະໄດ້ມີນະໂຍບາຍຕ່າງໆເພື່ອດຶງດູດການລົງທຶນຈາກຕ່າງປະເທດລົງທຶນເຂົ້າໃສ່ເຕັກໂນໂລຊີທີ່ນໍາໃຊ້ພະລັງງານໄຟຟ້ານໍ້າຕົກ, ພະລັງງານສະອາດ ແລະພະລັງງານທົດແທນອື່ນໆ. ພ້ອມນັ້ນ,ກໍຍັງລົງທຶນໃສ່ການສ້າງເສັ້ນທາງລົດໄຟຄວາມໄວສູງທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າ ເພື່ອເປັນທາງເລືອກໃນການຂົນສົ່ງສິນຄ້າ ແລະ ໂດຍສານທາງບົກ.

ແຕ່ແນວໃດກໍຕາມ, ການຫັນປ່ຽນຈາກພາຫະນະທີ່ນໍາໃຊ້ນໍ້າມັນໄປສູ່ພາຫະຫະໄຟຟ້າແມ່ນຕ້ອງການເວລາ ແລະ ຂຶ້ນກັບຄວາມພ້ອມພໍສົມຄວນ ໃນແຕ່ລະອົງກອນແລະບຸກຄົນ. ການແກ້ໄຂບັນຫາໃນສ່ວນທີ່ຕິດພັນກັບພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງ ກໍໄດ້ເອົາໃຈໃສ່ຊີ້ນໍາພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງວຽງຈັນ ໃນນາມກອງເລຂາຄະນະຄຸ້ມຄອງສິນຄ້າ ແລະ ຄ່າບໍລິການຂັ້ນທ້ອງຖີ່ນ ເອົາໃຈໃສ່ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ແລະ ໃຫ້ມີການປັບລາຄານໍ້າມັນທຸກໆ 15 ວັນ ເພື່ອໃຫ້ການປັບຂຶ້ນ-ລົງລາຄານໍ້າມັນເຊື້ອໄຟພາຍໃນ ທັນກັບສະພາບການເໜັງຕີງ ຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ. ພ້ອມນັ້ນ, ກໍໄດ້ຍົກເລີກການເກັບຄັງແຮນໍ້າມັນເຊື້ອໄຟທຸກຊະນິດ. ສະນັ້ນ, ເພື່ອຮັກສາລາຄານ້ຳມັນເຊື້ອໄຟບໍ່ໃຫ້ເໜັງຕີງສູງຂຶ້ນເກີນໄປທັ້ງນິ້ ກໍ່ເພື່ອຊ່ວຍສັງຄົມ ແລະ ບໍ່ໃຫ້ສົ່ງຜົນກະທົບຕໍ່ການຂົນສົ່ງ, ອັດຕາເງິນເຟີ້ ກໍ່ຄືລາຄາສິນຄ້າ ໂດຍທົ່ວໄປ, ການດຳລົງຊີວິດ ຂອງປະຊາຊົນ ແລະ ເພື່ອຊ່ວຍ ຊ່ວຍປະຄັບປະຄອງພາກທຸລະກິດ ໃຫ້ສາມາດລອດພົ້ນ ແລະ ຜ່ານມາວິກິດການໃນຄັ້ງນີ້.ດັ່ງນັ້ນ, ໃນມື້ນີ້ກະຊວງອຸດສາຫະກໍາແລະການຄ້າຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກັບຂະແໜງການກ່ຽວຂ້ອງເຊັ່ນ:

ກໍາມາທິການເສດຖະກິດ,ເຕັກໂນໂລຊີແລະສິ່ງແວດລ້ອມສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການແລະການລົງທຶນ, ກະຊວງໂຍທາທິການແລະຂົນສົ່ງ, ທະນາຄານແຫ່ງສປປລາວ ແລະສະມາຄົມນໍ້າມັນເຊື້ອໄຟ ເພື່ອຊອກຫາວິທີທາງອອກ ກ່ຽວກັບ ການຄຸ້ມຄອງລາຄາສິນຄ້າ ໃນສະພາບລາຄານ້ຳມັນເຊື້ອໄຟ ເຫນັງຕີງຂຶ້ນສູງ ຊຶ່ງຜົນຂອງກອງປະຊຸມຄັ້ງນີ້ ສັງລວມຫຍໍ້ ໄດ້ດັ່ງນີ້:

1. ການປັບບາງອົງປະກອບ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.

2. ການສ້າງນິຕິກຳລຸ່ມກົດໝາຍ ເພື່ອເປົ້າໝາຍຈະອັດຊ່ອງຫວ່າງທາງດ້ານນິຕິກໍາ ເພື່ອເຮັດໃຫ້ການເກັບລາຍຮັບມີປະສິດທິພາບເພີ່ມຂຶ້ນ ແລະ ເພື່ອອຳນວຍຄວາມສະດວກກວ່າເກົ່າ ໃຫ້ແກ່ຜູ້ປະກອບການ ເຊັ່ນ: ຫຼຸດນໍາໃຊ້ ບ 88 ແລະ ປັບໃຫ້ອຳນວຍຄວາມສະດວກດ້ານການປະກອບເອກະສານຕ່າງໆ ໃນການນໍາເຂົ້າ ແລະ ເຄື່ອນຍ້າຍພາຍໃນ ເພື່ອຫຼຸດຜ່ອນຕົ້ນທຶນທີ່ບໍ່ຈຳເປັນ.

3. ການກໍານົດລາຄາເພດານນໍ້າມັນເຊື້ອໄຟຄືນໃໝ່ເນື່ອງຈາກລາຄານໍ້າມັນເຊື້ອໄຟປະຈຸບັນແມ່ນມີລາຄາສູງກວ່າລາຄາເພດານ ທີ່ລັດກໍານົດ (ປີ 2011 ໄດ້ກໍານົດລາຄາເພດານ ອຊ ທໍາມະດາ 11.000 ກີບ/ລິດ ແລະ ກາຊວນ 10.000 ກີບ/ລິດ ເພື່ອເປັນມາດຕະຖານໃນການດັດປັບລາຄາແຊກແຊງ); ເຊີ່ງຜ່ານມາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາໃຊ້ການເພີ່ມ ຫຼື ຫຼຸດ ຄັງແຮ, ແຕ່ປະຈຸບັນຄັງແຮດັ່ງກ່າວ ແມ່ນ ເຫຼືອ 0 ກີບ/ລິດ.

4. ການຄຸ້ມຄອງການສະໜອງເງິນຕາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ເຂົ້າສູ່ລະບົບ ແລະ ເປັນປົກກະຕິ, ມີການຂື້ນແຜນ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂໃຫ້ບັນດາບໍລິສັດ ມີສະພາບຄ່ອງຕົວ ແລະ ເຂົ້າເຖິງເງິນຕາ ໃນລະດັບທີ່ແນ່ນອນ

5. ວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ສະບັບເລກທີ 71/ນຍ ທີ່ປະກອບດ້ວຍບັນດາຂະແໜງການ ທີ່ກ່ຽວຂ້ອງ ເພື່ອຮັບຜິດຊອບ ແລະ ມີໜ້າທີ່ໃນການຄຸ້ມຄອງ ແລະ ຄິດໄລ່ໂຄງປະກອບລາຄາສິນຄ້າ ປະເພດເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ໄກ່, ປາ, ພືດຜັກ, ສິນຄ້າອຸປະໂພກ-ບໍລິໂພກ ກໍຄື ສິນຄ້າທົ່ວໄປທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຕ້ອງໄດ້ເອົາໃຈໃສ່ ວາງມາດຕະການກຳນົດໃຫ້ໄປຕາມກົນໄກຂອງຕະຫຼາດທີ່ມີການຄຸ້ມຄອງດັດສົມຂອງລັດ ໝາຍຄວາມວ່າ ສິນຄ້າທີ່ມີຄວາມຈຳເປັນຕໍ່ການດຳລົງຊີວິດພື້ນຖານ, ຕ້ອງໄດ້ມີການຄວບຄຸມ, ຄູ້ມຄອງ ແລະ ຕິດຕາມຢ່າງໃກ້ສິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ຂື້ນລາຄາຕາມລຳພັງ ຫຼື ຂຶ້ນລາຄາເພື່ອເອົາປຽບຜູ້ຊື້ ເຊິ່ງລາຄາຂາຍສິນຄ້ານັ້ນຕ້ອງສະທ້ອນໃຫ້ເຫັນ ໂຄງສ້າງລາຄາ ກໍຄື ຕົ້ນທຶນຈະແຈ້ງ ແລະ ສ່ວນຕ່າງກໍຄືກຳໄລທີ່ເໝາະສົມຕາມລະບຽບການທີ່ກຳນົດໄວ້.6. ການອະທິບາຍ ຫຼື ຊີ້ແຈງ ການເໜັງຕີຂອງລາຄາ ສິນຄ້າ ແລະ ນໍ້າມັນເຊື້ອໄຟ ເພື່ອສັງຄົມຮັບຮູ້ ແລະ ເຂົ້າໃຈ ໃຫ້ໄດ້ຮັບການຈັດຕັ້ງເປັນປົກກະຕິ ໂດຍສື່ສານຂໍ້ມູນລາຍລະອຽດທີ່ຈຳເປັນ ທີ່ປະຊາຊົນສາມາດເຂົ້າໃຈ ສະຖານນະການ, ຄວາມຫຍຸ້ງຍາກຕ່າງໆທີ່ເກີດຂື້ນ.ທ່ານ ປອ. ຄຳແພງ ໄຊສົມແພງ , ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສະຕິ, ໃນສະພາບຄວາມຫຍູ້ງຍາກຄືໃຈປະຈຸບັນ ຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ, ພ້ອມທັງຕິດຕາມສະພາບການຢ່າງໃກ້ສິດ. ພ້ອມນີ້ ຕ້ອງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນໃນຍາມເຂົ້າຍາກຫມາກແພງ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະຫຼືຖ້າມີເງື່ອນໄຂແມ່ນຫັນໄປໃຊ້ຍານພາຫະນະທາງເລືອກເພາະພວກເຮົາຮັບຮູ້ນໍາກັນວ່ານໍ້າມັນເຊື້ອໄຟແມ່ນພະລັງງານທີ່ບໍ່ເປັນມິດກັບສິ່ງແວດລ້ອມ ເພາະປ່ອຍມົນລະພິດເຂົ້າສູ່ອາກາດ ແລະ ບໍ່ຍືນຍົງ ແລະ ມີຢູ່ຢ່າງຈຳກັດ.ປະຈຸບັນຫຼາຍໆປະເທດແລະອົງການຈັດຕັ້ງສາກົນກຳລັງສົ່ງເສີມໃຫ້ຫຼຸດຜ່ອນການຊົມໃຊ້ນໍ້າມັນເຊື້ອໄຟໂດຍໃຫ້ສິດທິພິເສດທາງດ້ານການຄ້າ, ຍົກເວັ້ນພາສີນໍາເຂົ້າສິນຄ້າ, ການເຂົ້າເຖິງກອງທຶນ ແລະ ອື່ນໆ; ສະນັ້ນ, ພວກເຮົາທັງໝົດກໍຕ້ອງໄດ້ເລີ່ມຫັນເຂົ້າສູ່ທິດທາງແລະທ່າອ່ຽງຂອງສາກົນຄ່ອຍໆຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟລົງເທື່ອລະກ້າວ ແລະຫັນໄປສູ່ການຊົມໃຊ້ພະລັງງານສະອາດນັ້ບມື້ຫຼາຍຂຶ້ນ, ເຂົ້າຮ່ວມໃນຂະບວນການພັດທະນາແລະການດໍາລົງຊີວິດແບບຍືນຍົງ,ສົ່ງເສີມການຜະລິດສະອາດຕາມທິດສີຂຽວໂດຍນຳໃຊ້ພະລັງງານທາງເລືຶອກອື່ນທີ່ຍືນຍົງ.ພ້ອມດຽວກັນນີ້, ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະກັກຕຸນສິນຄ້າກໍຄືນໍ້າມັນເຊື້ອໄຟເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນແລະຫຼາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫຼາຍຢ່າງທີ່ມາພ້ອມກັບໂຄວິດ-19.

ສະນັ້ນ, ທຸກຄົນແລະທຸກພາກສ່ວນຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້. ພ້ອມກັນນັ້ນ, ກໍຊ່ວຍເປັນຫູເປັນຕາຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າທ່ານສາມາດໂທແຈ້ງສາຍດ່ວນ 1510 ແລະເວັບໄຊປົກປ້ອງຜູ້ຊົມໃຊ້WWW.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດຕາມກົດໝາຍແລະລະບຽບການ.

ຂົວຂ້າມນ້ຳຂອງ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ມີຄວາມຄືບໜ້າ ຫຼາຍກ່ວາ 79,73 %

ໂຄງການກໍ່ສ້າງຂົວ ຂ້າມນ້ຳຂອງ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ມີຄວາມຄືບໜ້າ ຫຼາຍກ່ວາ 79,73 %.

ວັນທີ 2 ມີນາ 2022 ຜ່ານມານີ້, ທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ, ໂດຍມີທ່ານ ໄມເທບ ວົງວິໄລ ຮອງຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ໄມເທບ ວົງວິໄລໃຫ້ຮູ້ວ່າ:

ມາຮອດປັດຈຸບັນການກໍ່ສ້າງປະຕິບັດໄດ້ 79,73% ເປັນໂຄງການທີ່ນຳໃຊ້ງົບປະມານການລົງທືນພາຍໃນຂອງລັດຖະບານ ສປປ ລາວ 100% ເຊິ່ງແມ່ນ ກົມຂົວທາງ ກະຊວງໂຍທາທິການ ເເລະ ຂົນສົ່ງ ( MPWT) ເປັນເຈົ້າຂອງໂຄງການ ແລະ ລັດວິສະຫາກິດ ວິສາວະກຳ ຄົມມະນາຄົມ ( LTEC) ເປັນວິສະວະກອນທີ່ປືກສາຕິດຕາມກໍ່ສ້າງ ແລະ ບໍລິສັດ ລັດວິສາຫາກິດ ກໍ່ສ້າງ ຄົມມະນາຄົມ (SECC) ເປັນຜູ້ຮັບເໝົາກໍ່ສ້າງ, ປະເພດຂອງຂົວ ເປັນຂົວແບບປະສົມ, ພາກສ່ວນເທິງເປັນຂົວໂຄງສ້າງເຫຼັກ, ພາກສ່ວນລຸ່ມເປັນເສົາເບຕົງເສີມເຫຼັກ, ໂຄງສ້າງພາກສ່ວນເທິງ ເປັນຂົວເສີມເຫຼັກ, ລວງຍາວ 505 ແມັດ, ມີທັງໝົດ 7 ຊ່ວງ, ຄວາມກ້ວາງທັງໝົດຂອງຂົວ 12,12 ແມັດ, ຄວາມກວ້າງໜ້າຂົວ 7,90 ແມັດ, ມີ 2 ຄອງລົດແລ່ນ, ມີທາງຄົນຍ່າງ 2 ເບື້ອງ, ເບື້ອງລະ 1,825 ເເມັດ, ແຜ່ນພື້ນໜ້າຂົວປູດ້ວບເບຕົງເສີມເຫຼັກ ຄວາມໜາສະເລ່ຍ 25 ຊມ, ປັດຈຸບັນການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ວຽກກໍ່ສ້າງພາກສ່ວນລຸ່ມຈຳນວນ 8 ເສົາລວມມີ: ເສົາຫົວຂົວ A, ເສົາກາງ p1, p2, p3, p4, p5 ແລະ p6, ສຳເລັດ 100% ແລະ ເສົາຫົວຂົວ B ກໍ່ສ້າງສຳເລັດ 90%.

ໃນນີ້ ແມ່ນເລີມບຸກເບີກອະນາໄມ, ດຸດລອກໜ້າດິນທຳມະຊາດ ແລະ ເຮັດວຽກດິນຕັດທາງເຂົ້າຂົວເບື້ອງບ້ານກ້ອນຕື່ນ ແລະ ສຳລັບສັນຍາຈັດຊື້ເຫຼັກຂາງຂົວ ຊ່ວງກາງນ້ຳ 110 ເເມັດ ໄດ້ເຊັ່ນສັນຍາສັ່ງຊື້ກັບໂຮງງານຜູ້ຜະລິດ ຈາກ ສປ ຈີນ, ປະຈຸບັນແມ່ນຢູ່ໃນຂັ້ນຕອນດຳເນີນການຜະລິດ, ຕາມແຜນຄາດວ່າ ຊີ້ນສ່ວນເຫຼັກຂາງຂົວຈະຜະລິດສຳເລັດ ແລະ ຂົນສົ່ງມາຮອດສະໜາມປະມານເດືອນ 6 ປີ 2022ນີ້. ທ່ານຍັງໃຫ້ຮູ້ຕືມວ່າ: ຕໍ່ກັບການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວຄັງນີ້ ຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍສົມຄວນເປັນຕົ້ນກໍ່ແມ່ນ: ຍ້ອນໂຄງການຕັ້ງຢູ່ເຂດພູດອຍ ຫ່າງໄກຈາກຕົວເມືອງ ເຮັດໃຫ້ການຂົນສົ່ງວັດສະດຸເຂົ້າມາກໍ່ສ້າງມີຄວາມຫຍຸ້ງຍາກ, ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ການສັນຈອນໄປມາຂອງພະນັກງານພົບຄວາມຫຍຸ້ງຍາກ, ລະດັບນ້ຳຂອງຂື້ນລົງບໍ່ປົກກະຕິ ເຮັດໃຫ້ການກໍ່ສ້າງຂົວພົບຄວາມຫຍຸ້ງຍາກສົມຄວນ.

ພາບ-ຂ່າວ: ໜັງສືພິມບໍ່ແກ້ວ

ເລັ່ງລົງສືບສວນຫຼັງພົບເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນຢູ່ແຂວງບໍລິຄຳໄຊ

ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ເລັ່ງລົງສືບສວນຫຼັງພົບເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນຢູ່ແຂວງບໍລິຄຳໄຊ ທີ່ອາດສົ່ງຜົນກໍ່ໃຫ້ເກີດກໍລະນີແຜ່ເຊື້ອເປັນຈຸ້ມໄດ້ ນະຄອນຫຼວງວຽງຈັນ 26 ກຸມພາ 2022 – ພາຍຫຼັງກວດພົບກໍລະນີຕິດເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນຂອງ ສປປ ລາວ, ທີມງານຈາກ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກໄດ້ລົງດຳເນີນການສືບສວນຫາແຫຼ່ງທີ່ມາຂອງເຊື້ອ ແລະ ເກັບຕົວຢ່າງຈາກຜູ້ສໍາຜັດໃກ້ຊິດຢູ່ແຂວງບໍລິຄຳໄຊ.

ໃນວັນ​ທີ 23 ກຸມພາ, ​ໄດ້ມີການ​ເກັບ​ 27 ຕົວຢ່າງຈາກ​ບ້ານ​ທີ່ພົບ​ກໍລະນີ​ຕິດເຊື້ອທໍາອິດ ເຊິ່ງຕົວຢ່າງດັ່ງກ່າວໄດ້ຖືກສົ່ງໄປຍັງ ສະຖາບັນ ປັດສະເຕີ ລາວ ເພື່ອກວດຊອກຫາສາຍພັນ. ນອກນີ້ ຍັງໄດ້ມີການສືບສວນ ແລະ ເກັບຕົວຢ່າງຈາກໝູ່ບ້ານທີ່ຢູ່ໃກ້ຄຽງພ້ອມ.

ດຣ. ບຸນແຟງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວເຕືອນວ່າ “ໃນຂະນະທີ່ພວກເຮົາກໍາລັງລໍຖ້າຂໍ້ມູນການສືບສ່ວນເພີ່ມເຕີມ, ຂ້າພະເຈົ້າຢາກຈະແຈ້ງໃຫ້ບັນດາທ່ານໄດ້ຮັບຮູ້ວ່າ ສາຍພັນໂອມິຄຣອນເປັນສາຍພັນທີ່ສາມາດແຜ່ລະບາດໄດ້ງ່າຍກວ່າສາຍພັນອື່ນໆທີ່ຜ່ານມາ. ດັ່ງນັ້ນ ຈຶ່ງຕ້ອງໄດ້ມີການປະຕິບັດມາດຕະການຢ່າງເຂັ້ມງວດ ໂດຍການແຍກດ່ຽວກໍລະນີຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດເພື່ອປ້ອງກັນບໍ່ໃຫ້ເກີດການແຜ່ລາມຂອງເຊື້ອໄປສູ່ຊຸມຊົນຕື່ມອີກ”.

ພາຍຫຼັງກວດພົບກໍລະນີຕິດເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນ, ທີມງານຈາກ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກໄດ້ລົງດຳເນີນການສືບສວນຫາແຫຼ່ງທີ່ມາຂອງເຊື້ອ.

ໂອມິຄຣອນ ແມ່ນສາຍພັນທີ່ກໍາລັງຖືກພົບເຫັນຫຼາຍກວ່າໝູ່ ແລະ ຖືກກວດພົບໃນເກືອບທຸກໆປະເທດໃນໂລກ. ຢ່າງໃດກໍ່ຕາມ ສໍາລັບ ສປປ ລາວ ເອງແມ່ນຍັງ​ບໍ່ສາມາດລະບຸໄດ້ວ່າມີການແຜ່ເຊື້ອຂອງສາຍພັນດັ່ງກ່າວໃນຊຸມຊົນແລ້ວ ຫຼື ບໍ່. ປັດຈຸ​ບັນ, ອຳນາດ​ການ​ປົກຄອງ​ຈາກທ້ອງ​ຖິ່ນ ​ແລະ ສູນ​ກາງ​ກໍາລັງເຮັດວຽກໜັກເພື່ອຕອບໂຕ້ກັບ​ສະພາບ​ການດັ່ງກ່າວ, ພວກເຮົາຂໍຮຽກຮ້ອງທຸກຄົນຈົ່ງໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ສາທາລະນະສຸກ ຖ້າສົງໄສວ່າຕົນເອງມີອາການ ຫຼື ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃຫ້ຮີບຮ້ອນກວດຫາເຊື້ອ ແລະ ໃຫ້ແຍກດ່ຽວຕົນເອງຫາກກວດພົບວ່າຜົນກວດເປັນບວກ ຫຼື ຮູ້ສຶກບໍ່ສະບາຍ ຫຼື ຈົນກວ່າຜົນກວດຈະອອກມາເປັນລົບ.

ຍ້ອນມີການກວດພົບສາຍພັນໂອມິຄຣອນໃນຊຸມຊົນກໍລະນີທໍາອິດຢູ່ ສປປ ລາວ, ການທໍາຄວາມເຂົ້າໃຈກ່ຽວກັບສາຍພັນດັ່ງກ່າວແມ່ນສິ່ງທີ່ສໍາຄັນທີ່ສຸດ. ຂໍ້ມູນປັດຈຸບັນຊີ້ວ່າ ໂອມິຄຣອນສາມາດແຜ່ເຊື້ອໄວກ່ວາສາຍພັນອື່ນໆ ແລະ ສາມາດແຜ່ເຊື້ອໄດ້ແບບບໍ່ສະແດງອາການ. ນອກນີ້ ສາຍພັນດັ່ງກ່າວຍັງມີຄວາມສາມາດໃນການຫຼົບຫຼີກພູມຕ້ານທານຫຼັງຈາກການຕິດເຊື້ອ ແລະ/ຫຼື ຫຼັງຈາກສັກວັກຊີນ – ເຊິ່ງໝາຍຄວາມວ່າ ເຖິງທ່ານຈະສັກວັກຊີນ ຫຼື ເຄີຍຕິດເຊື້ອໂຄວິດ-19 ມາກ່ອນແລ້ວກໍ່ຕາມ, ທ່ານກໍ່ຍັງມີຄວາມສ່ຽງທີ່ຈະການຕິດເຊື້ອຄືນໃໝ່ ແລະ ແຜ່ເຊື້ອໃຫ້ຜູ້ອື່ນໄດ້.

ການສືບສວນ ແລະ ເກັບຕົວຢ່າງໄດ້ຖືກດໍາເນີນທີ່ໝູ່ບ້ານທີ່ຢູ່ໃກ້ຄຽງ.

ເຖິງວ່າໂອມິຄຣອນຈະສົ່ງຜົນໃຫ້ເກີດມີການເຈັບເປັນເຖິງຂັ້ນເຂົ້າໂຮງໝໍຕໍ່າກວ່າສາຍພັນອື່ນໆເຊັ່ນ ເດວຕ້າ, ແຕ່ໂອມິຄຣອນເອງກໍ່ຍັງມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດມີການເຈັບເປັນຮຸນແຮງສໍາລັບຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ ແລະ ຜູ້ທີ່ຍັງບໍ່ໄດ້ສັກວັກຊີນ. ຢ່າງໃດກໍ່ຕາມ, ຂໍ້ມູນຫຼ້າສຸດຊີ້ໃຫ້ເຫັນວ່າວັກຊີນທີ່ຜ່ານການອະນຸມັດຍັງມີປະສິດທິພາບໃນການປ້ອງກັນການເຈັບເປັນຮຸນແຮງ, ການເຂົ້າໂຮງໝໍ ແລະ ການເສຍຊີວິດຍ້ອນການຕິດເຊື້ອສາຍພັນໂອມິຄຣອນໄດ້.

“ຕອນນີ້ແມ່ນ​ເວລາ​ສຳຄັນ​ສໍາລັບ ສປປ ລາວ. ພວກເຮົາຕ້ອງສືບຕໍ່ເຂົ້າເຖິງທຸກຊຸມຊົນດ້ວຍວັກຊີນເພື່ອປົກປ້ອງກຸ່ມບັນດາບຸລິມະສິດໃຫ້ໄວທີ່ສຸດ – ໂດຍສະເພາະແມ່ນບຸກຄະລາກອນທາງການແພດ ແລະ ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ, ຜູ້ສູງອາຍຸ ແລະ ຜູ້ທີ່ມີພູມຄຸ້ມກັນບົກຜ່ອງ, ຜູ້ພະຍາດປະຈໍາຕົວ, ຜູ້ທີ່ອາໄສຢູ່ຈຸດສ່ຽງ ແລະ ປະຊາກອນທີ່ຢູ່ຫ່າງໄກສອກຫຼີກ. ພວກເຮົາຂໍຮຽກຮ້ອງມາຍັງປະຊາຊົນທຸກຄົນຈົ່ງສືບຕໍ່ຟັງຄໍາແນະນໍາດ້ານສຸຂະພາບ ແລະ ປະຕິບັດຕາມມາດຕະການຕ່າງໆເພື່ອປົກປ້ອງຕົວທ່ານເອງ, ຄົນທີ່ທ່ານຮັກ ແລະ ຊຸມຊົນຂອງທ່ານໃຫ້ປອດໄພ. ມາດຕະການດັ່ງກ່າວລວມມີ: ການສັກວັກຊີນ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ຫຼີກລ່ຽງຜູ້ຄົນແອອັດ; ລະບາຍອາກາດໃນສະຖານຮົ່ມ; ປິດປາກດັງເວລາໄອ ແລະ ຈາມ; ໝັ່ນລ້າງມືເລື້ອຍໆ; ແລະ, ຖ້າທ່ານມີອາການ ຫຼື ກວດພົບວ່າຕິດເຊື້ອ, ໃຫ້ແຍກດ່ຽວຈົນກວ່າທ່ານຈະເຊົາຫາຍດີ”, ກ່າວໂດຍ ທ່ານ ດຣ ຢິງ-ຣູ ແຈັກກາຣີນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ.

“ມາດຕະການເຫຼົ່ານີ້ຍັງມີຄວາມສໍາຄັນອີກດ້ານໜຶ່ງກໍ່ຄື ເພື່ອປົກປ້ອງບໍ່ໃຫ້ລະບົບສາທາລະນະສຸກຂອງພວກເຮົາລົ້ນ. ຍ້ອນມີຕົວເລກກໍລະນີຕິດເຊື້ອທີ່ສູງ ໃນບາງປະເທດທີ່ປະເຊີນກັບການລະບາດຂອງສາຍພັນໂອມິຄຣອນ ຈໍານວນຄົນທີ່ຕ້ອງການປິ່ນປົວໃນໂຮງໝໍກໍ່ຍິ່ງເພີ່ມຂຶ້ນ, ສ້າງຄວາມໜັກໜ່ວງຕໍ່ລະບົບການປິ່ນປົວສຸຂະພາບ. ຮຽກຮ້ອງໃຫ້ປະຊາຊົນປະຕິບັດມາດຕະການປ້ອງກັນ, ໂດຍສະເພາະຜູ້ທີ່ຢູ່ໃນກຸ່ມສ່ຽງສູງ, ພວກເຮົາຂໍໃຫ້ຜູ້ທີ່ມີອາການເບົາບາງ ຫຼື ບໍ່ມີອາການໃຫ້ແຍກດ່ຽວຢູ່ເຮືອນ, ເພື່ອຕັດຕ່ອງໂສ້ບໍ່ໃຫ້ເກີດການແຜ່ລະບາດໃນຊຸມຊົນຢ່າງເປັນວົງກວ້າງ, ພ້ອມທັງສະຫງວນຕຽງໂຮງໝໍ ແລະ ຕຽງ ICU ໄວ້ສຳລັບໃຫ້ຄົນເຈັບທີ່ຕ້ອງການແທ້ໆ,” ທ່ານ ດຣ ໂລ ກ່າວເສີມ.

ຄາດຕະກຳແມ່ໝູ່ເອົາຄຳໄປໃຊ້ໜີ້ການພະນັນ!

ຕາມການລາຍງານຂອງ ໜັງສືພິມຄວາມສະຫງົບ: ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ 2022 ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງ ໄດ້ຮັບລາຍງານວ່າ ມີເຫດຄາດຕະກຳຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ.

ຫຼັງຈາກໄດ້ຮັບລາຍງານ, ເຈົ້າໜ້າທີ່ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຊັນນະສູດສະຖານທີ່ເກີດເຫດ ຈິ່ງຮູ້ວ່າ ຜູ້ເສຍຊີວິດຊື່ນາງ ຄຳມະນີ ອາຍຸ 44 ປີ ຢູ່ບ້ານໜອງຫອຍ ເສຍຊີວິດດ້ວຍການຖືກຕີ ຢູ່ບໍລິເວນຫົວ ແລະ ໃບໜ້າ.

ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຂຶ້ນບັນຊີເປົ້າຫມາຍ ຈຶ່ງຮູ້ວ່າ ຜູ້ກໍ່ເຫດ ຊື່ທ້າວ ເພັດສະໝອນ ຫຼື ເຟມ ຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ ແລະ ນຳຈັບຕົວໄດ້ ໃນວັນດຽວກັນ. ທ້າວ ເຟມ ຮັບສາລະພາບກັບເຈົ້າໜ້າທີ່ໃນເວລາສອບສວນວ່າ:

ຕົນເອງໄດ້ຮູ້ຈັກກັບ ນາງ ແປ ອາຍຸ 24 ປີ ແລະ ນາງ ພອນ ອາຍຸ 21 ປີ ທີ່ເປັນເອື້ອຍນ້ອງກັນເຊິ່ງເປັນລູກສາວຂອງຜູ້ເສຍຊີວິດມາແຕ່ປີ 2017 ແລະ ໄດ້ໄປມາຫາສູ່ກັນ ແລະ ມາພັກເຊົາຢູ່ເຮືອນຂອງຜູ້ເສຍຊີວິດເປັນປະຈຳ.

ນັບແຕ່ ປີ 2020 ມາຮອດປັດຈຸບັນ ຕົນເອງໄດ້ເປັນໜີ້ການພະນັນ ແລະ ໄດ້ຢືມເງິນຫມູ່ຫຼາຍຄົນລວມທັງໝົດ 16 ລ້ານກີບ. ມາຮອດ ວັນທີ 27 ກຸມພາ 2022 ທ້າວ ເຟມ ໄດ້ມາຫຼິ້ນຢູ່ເຮືອນນາງ ພອນ ໄດ້ສັງເກດເຫັນ ນາງ ຄຳມະນີ ໃສ່ສາຍແຂນຄຳ ຈິ່ງເກີດມີແນວຄິດຢາກໄດ້ເພື່ອເອົາໄປຂາຍເອົາເງິນມາໃຊ້ໜີ້ ຈິ່ງວາງແຜນຄາດຕະກຳ ແລະ ມາຮອດວັນທີ 28 ກຸມພາ ເວລາ 10 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກ ມາຈອດໄວ້ຢູ່ໃກ້ກັບເຮືອນຂອງຜູ້ເສຍຊີວິດ ແລ້ວປີນຮົ້ວເຂົ້າໄປໃນເຮືອນ ເຫັນນາງ ຄຳມະນີ ນັ່ງເຂັນຝ້າຍຢູ່ເຮືອນຄົນດຽວ ຈິ່ງໄດ້ເອົາໄມ້ຄ້ອນ 4 ລ່ຽມທີ່ກຽມມາພ້ອມນັ້ນຕີຫົວ ແລະ ໃບໜ້າຂອງ ຄຳມະນີ ຈົນເສຍຊີວິດແລ້ວປົດເອົາສາຍແຂນຄຳ 1 ເສັ້ນ ໜັກ 1 ບາດ ແລ້ວຂີ່ລົດຈັກຫຼົບໜີເຂົ້ານະຄອນປາກເຊ ແລ້ວເອົາຄຳໄປຂາຍ ໄດ້ເງິນ 10.100.000 ກີບ. ຮອດເວລາ 16 ໂມງ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້. ວັນທີ 2 ມີນາ 2022, ເຈົ້າໜ້າທີ່ໄດ້ນຳຕົວ ທ້າວ ເຟມ ໄປທົດສະກຳເຫດການຄືນ ເພື່ອເປັນຫຼັກຖານປະກອບສຳນວນຄະດີກ່ອນສົ່ງໄອຍະການຟ້ອງສານຕັດສິນ.

ເຊັນສັນຍາຮ່ວມທຸລະກິດ ເພື່ອສົ່ງຜະລິດຕະພັນເຫຼົ້າລາວດີ ໄປຈຳໜ່າຍຢູ່ ສປ ຈີນ

ບໍລິສັດ ອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວເຊັນສັນຍາ ສະໜອງເຫລົ້າ ໄປຈຳໜ່າຍຢູ່ ສປ ຈີນ

ວັນທີ 3 ມີນາ 2022 ນີ້, ບໍລິສັດອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວ ເຊັນສັນຍາຮ່ວມທຸລະກິດ ກັບ ບໍລິສັດປັກກິ່ງສີຊຽງ ຢູ້ຍຫລົງ ການຄ້າຈຳກັດ ເພື່ອສົ່ງຜະລິດຕະພັນເຫລົ້າລາວດີ ໄປຈຳໜ່າຍຢູ່ ສປ ຈີນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີຫັດຖະ ຣາຊະພົນ ຜູ້ອຳນວຍການບໍລິສັດ ອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວ, ທ່ານ ທັງສຸພາ ລາວທັງ ຜູ້ຈັດການບໍລິສັດປັກກິ່ງ ສີຊຽງຢູ້ຍຫລົງ ການຄ້າຈຳກັດ ປະຈຳລາວ ເຊິ່ງການຈຳໜ່າຍຜະລິດຕະພັນເຫລົ້າລາວດີ ແມ່ນຈະໄດ້ຈຳໜ່າຍໃນຮູບແບບອອນລາຍ ຂອງບໍລິສັດ ປັກກິ່ງສີຊຽງ ຢູ້ຍຫລົງ ການຄ້າຈຳກັດ.

ທ່ານ ສີຫັດຖະ ຣາຊະພົນ ໄດ້ໃຫ້ຮູ້ວ່າ: ໂຮງງານຜະລິດຕະພັນເຫລົ້າລາວດີ ໄດ້ສ້າງຕັ້ງມາແຕ່ປີ 2005 ແລະ ໄດ້ຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນສົ່ງອອກໄປປະເທດຍີປຸ່ນ ແລະ ປະເທດເອຣົບ, ການເຊັນສັນຍາຮ່ວມທຸລະກິດໃນຄັ້ງນີ້, ກໍເປັນນິມິດໜາຍທີ່ດີ ເນື່ອງຈາກການຂົນສົ່ງມີຄວາມສະກວດສະບາຍ ພາຍຫລັງເປີດ ນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນທ່າແຮງໜຶ່ງ ເພື່ອນໍາເອົາຜະລິດຕະພັນທີ່ຜະລິດຢູ່ລາວເຂົ້າໄປຈຳໜ່າຍຢູ່ຕ່າງປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະຢູ່ ສປ ຈີນ ແລະ ໜຶ່ງໃນນັ້ນ ຜະລິດຕະພັນເຫລົ້າລາວດີ ຂອງພວກເຮົາ ກໍຈະໄດ້ນໍາໄປຈໍາໜ່າຍຢູ່ ສປ ຈີນ ໃນຕົ້ນປີ 2022 ເບື້ອງຕົ້ນຈະສົ່ງອອກໃຫ້ໄດ້ປະມານ 10.000 ກວ່າແກ້ວ ເຊິ່ງກຳລັງການຜະລິດຢູ່ໂຮງງານຂອງພວກເຮົາໃນປັດຈຸບັນແມ່ນ ຜະລິດໄດ້ປະມານ 30.000-40.000 ລິດຕໍ່ປີ.

ທ່ານ ທັງສຸພາ ລາວທັງ ໄດ້ກ່າວວ່າ: ປັດຈຸບັນ, ການນຳເອົາສິນຄ້າຂອງລາວ ເຂົ້າໄປຈຳໜ່າຍຢູ່ ສປ ຈີນ ຖືວ່າມີຄວາມສະກວດສະບາຍ ແລະ ບໍລິສັດພວກເຮົາກໍໄດ້ລົງສຳຫລວດແຕ່ລະໂຮງງານ ແຕ່ລະວິສາຫະກິດ ເພື່ອຮ່ວມມືກ່ຽວກັບການສົ່ງອອກສິ້ນຄ້າຂອງລາວໃນນັ້ນ, ໂຮງງານເຫລົ້າລາວດີ ເປັນໂຮງງານໜຶ່ງ ທີ່ມີຄຸນນະພາບ ແລະ ໄດ້ມາດ ຕາມມາດຕະຖານສາກົນ ເຊິ່ງເປົ້າໜາຍຂອງພວກເຮົາແມ່ນຢາກເອົາສິນຄ້າໃນລາວໄປຈຳໜ່າຍໃນຕະຫລາດຊັ້ນສູງ ຫລື ຊັ້ນກາງໃນປະເທດຈີນໄດ້ ແລະ ຜະລິດຕະພັນເຫລົ້າລາວດີ ກໍເປັນຄຳຕອບທີ່ດີ ທີ່ເຮົາຈະເອົາໄປນໍາສະເໜີຕໍ່ລູກຄ້າຢູ່ໃນປະເທດຈີນ ເພາະເຫລົ້າລາວດີນີ້ ຜູ້ຜະລິດຈະເນັ້ນຄວາມເປັນທຳມະຊາດ ແລະ ຈະເປັນເອກະລັກໜຶ່ງຂອງຜະລິດ ຕະພັນລາວ ທີ່ນຳໄປຈໍາໜ່າຍຢູ່ ສປ ຈີນ, ຄາດວ່າຍອດຂາຍປີໜຶ່ງ ຈະໄດ້ປະມານ10.000-20.000 ແກ້ວ.

ແຫຼ່ງຂ່າວ: ຂປລ