ລາຍງານໂຄວິດ-19 ປະຈໍາວັນ ອາທິດ ທີ່ 30 ມັງກອນ 2022
ຕິດເຊື້ອໃໝ່ 306 ຄົນ, ເສຍຊີວິດ 6, ປົວຫາຍດີ 428 ຄົນ.

ລາຍງານໂຄວິດ-19 ປະຈໍາວັນ ອາທິດ ທີ່ 30 ມັງກອນ 2022
ຕິດເຊື້ອໃໝ່ 306 ຄົນ, ເສຍຊີວິດ 6, ປົວຫາຍດີ 428 ຄົນ.

ສະຖານະການ ໂຄວິດ-19 ປະຈໍາວັນເສົາ ທີ 29 ມັງກອນ 2022
ເສຍຊີວິດໃໝ່ 0, ຕິດເພີ່ມ 537, ປົວດີ 610

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ທີ່ ສະພາການຄ້າ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ໄດ້ຈັດໃນງານສຳມະນາ ກ່ຽວກັບ ການດຳເນີນທຸລະກິດການຄ້າ ອີເລັກໂຕຣນິກ (E-Commerce) ໃນໄລຍະໂຄວິດ-19 ຮ່ວມຈັດງານໂດຍ ສະພາການຄ້າ ແລະ ອຸດສາຫະກຳການຄ້າ ແຫ່ງຊາດລາວ (ສຄອຊ) ແລະ ອົງການມະຫາວິທະຍາໄລທີໃຊ້ພາສາຝຣັ່ງ (AUF). ການສຳມະນາໃນຄັ້ງນີ້ ລວມມີ 5 ບໍລິສັດ e-commerce ເຂົ້າຮ່ວມຫົວຂໍ້ບົດສົນທະນາ: “ການຄ້າໃນຮູບແບບ E-Commerce ໃນຊ່ວງວິກິດການແຜ່ລະບາດຂອງພະຍາດໂຄວິດ-19”

ທ່ານນາງ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ່ ລາວ ຈຳກັດຜູ້ດຽວ ກໍ່ໄດ້ເຂົ້າຮ່ວມເປັນຜູ້ບັນຍາຍສຳມະນາ ແລະ ໄດ້ກ່າວວ່າ: “ການເຮັດທຸລະກິດເຮົາ ກໍ່ຄືຟູດແພນດ້າ ໃນຊ່ວງວິກິດການແຜ່ລະບາດ ໂຄວິດ-19 ມີທັງຜົນກະທົບໃນດ້ານບວກ ແລະ ດ້ານລົບໃຫ້ແກ່ບໍລິສັດ
ຜົນກະທົບດ້ານບວກ, ມາຈາກການປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກ ທີ່ຕ້ອງໄດ້ປັບຕົວໃຫ້ເຂົ້າກັບການດຳລັງຊີວິດແບບ new normal ເຊິ່ງເປັນເຫດເຮັດໃຫ້ ບັນດາທຸລະກິດ ຕ້ອງໄດ້ປັບກົນລະຍຸດການຄ້າຂາຍ ຂອງຕົນຈາກແບບດັ້ງເດີມ ມາເປັນແບບອອນລາຍ. ບໍລິການຂອງ ຟູດແພນດ້າ ເລີຍເປັນສິ່ງຕອບໂຈດໃຫ້ກັບບັນດາທຸລະກິດ ທີ່ຕ້ອງການຂະຫຍາຍ ທຸລະກິດຂອງຕົນມາຂາຍອອນລາຍຫລາຍຂື້ນ.

ແຕ່ໃນດ້ານກົງກັນຂ້າມ, ການເພີ່ມທະວີຂອງມາດຕະການຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບໃຫ້ໄຣເດີ້ຂອງພວກເຮົາ ບໍ່ສາມາດເຂົ້າເຖິງ ບາງພື້ນທີ່ ແລະ ຍັງຕ້ອງໄດ້ຫລຸດເວລາໃຫ້ບໍລິການລົງ, ເຊິ່ງເປັນຜົນກະທົບໃນດ້ານລົບໃຫ້ແກ່ໄຣເດີ້, ຮ້ານຄ້າ, ຮ້ານອາຫານ ແລະ ລູກຄ້າຂອງພວກເຮົາ. ແຕ່ຫລັງຈາກມາດຕະການໄດ້ມີການຄີ່ຄາຍ, ບໍລິການຂອງພວກເຮົາກໍກັບມາສູ່ສະພາບປົກກະຕິ. ສິ່ງນີ້ກໍເປັນບົດຮຽນທີ່ລ້ຳຄ່າ ສອນໃຫ້ຟູດແພນດ້າ ຕ້ອງປັບຕົວເຂົ້າກັບສະຖານະການ, ເພື່ອຄວ້າເອົາໂອກາດ ຈາກອຸປະສັກທີ່ຈະປະເຊີນໃນອະນາຄົດ.

ໃນຕອນທີ່ມີນັກສຶກສາຖາມເຖິງ ການເລີ່ມທຸລະກິດ e-commerce, ທ່ານນາງ ທັນຍາລັດ ຈະເລີນສຸກ ໄດ້ກ່າວຕອບວ່າ: “ສຳລັບໃຜທີ່ສົນໃຈທີ່ຈະເຮັດທຸລະກິດ e-commerce, ຕ້ອງເລີ່ມຈາກການເປັນນັກສັງເກດການ, ຊອກວິທີແກ້ໄຂບັນຫາຕ່າງໆໂດຍໃຊ້ ເທັກໂນໂລຢີເຂົ້າຊ່ວຍ ພ້ອມທັງຕ້ອງຄຳນຶງເຖິງເວລາ ແລະ ເງິນທຶນທີ່ເຮົາຈະຕ້ອງໃຊ້ເພື່ອໃຫ້ເຮົາໄປຮອດສູ່ເປົ້າໝາຍທີ່ວາງໄວ້, ແລະ ຕ້ອງເບິ່ງດີໆວ່າຕະຫລາດເຮົາພ້ອມແລ້ວບໍ່ ກັບການແກ້ໄຂບັນຫາທີ່ເຮົາຈະສະເໜີໃຫ້ກັບລູກຄ້າໃນບ້ານເຮົາ.”
ຜູ້ອຳນວຍການຟູດແພນດ້າຍັງໄດ້ກ່າວປິດທ້າຍໃຫ້ບັນດານັກຮຽນ, ນັກສຶກສາ ທີ່ເຂົ້າຮ່ວມຟັງສຳມະນາ, ເພື່ອໃຫ້ເຂົາເຈົ້າເປັນຄົນທີ່ມີການຮຽນຮູ້ຢ່າງຕໍ່ເນື່ອງ, ເຮົາຕ້ອງເປີດໃຈເພື່ອຮັບເອົາຄວາມຄິດແບບໃໝ່, ບຸກບືນອີກກ້າວເພື່ອຫາປະສົບການໃໝ່ໆ ເພື່ອຈະນຳໄປສູ່ທັກສະໃໝ່ໆ. ເຊິ່ງເປັນທັກສະທີ່ຈະມາຈາກປະສົບການສ່ວນຕົວ ແລະ ຈະເປັນເຄື່ອງມືທີ່ຈະຢູ່ຕິດຕົວເຮົາຕະຫລອດໄປ.

ຟູດແພນດ້າລາວ ວາງແຜນຈະເປີດໂຄງການນັກສຶກສາຝຶກງານໃນຊ່ວງກາງປີ 2022 ນີ້, ເພື່ອເປັນອີກຊ່ອງທາງໜຶ່ງສຳລັບນັກສຶກສາທີ່ກຳລັງຈະຈົບ ແລະ ພ້ອມທີ່ຈະຮຽນຮູ້ ກ່ຽວກັບການເຮັດວຽກໃນບໍລິສັດ e-commerce ເພື່ອໄດ້ມີໂອກາດທີ່ຈະຮຽນຮູ້ ແລະ ຫາປະສົບການໃໝ່ໆ ຈາກຟູດແພນດ້າ.

ສະຖານະການໂຄວິດ-19 ປະຈໍາວັນທີ 27 ມັງກອນ 2022
ເສຍຊີວິດໃໝ່ 1, ຕິດເຊື້ອເພີ່ມ 695, ປົວດີອອກໂຮງໝໍ 345

ຄະນະຮັບຜິດຊອບສ້າງຮ່າງກົດໝາຍ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ແລະ ພາກ ສ່ວນກ່ຽວຂ້ອງຈາກ 7 ແຂວງ ຄື: ໄຊສົມບູນ, ຊຽງຂວາງ, ບໍ່ແກ້ວ, ຫລວງພະບາງ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາບທາມປະກອບຄໍາເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ຈັດຂຶ້ນເປັນ ຄັ້ງທີ 2 ໃນວັນທີ 26 ມັງກອນ 2022 ຢູ່ກະຊວງດັ່ງກ່າວ ໂດຍຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອທາບທາມ ແລະ ຂໍຄໍາເຫັນນໍາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ຂອງ 7 ແຂວງ ເພື່ອນໍາເອົາຄໍາເຫັນ ແລະ ຂໍ້ສະເຫນີມາປັບປຸງຮ່າງກົດຫມາຍນໍາພາກສ່ວນທີ່ມີຫນ້າທີ່ຄຸ້ມຄອງ ແລະ ອະນຸຍາດການວາງແຜນ, ກໍ່ສ້າງ ແລະ ດໍາເນີນງານ, ແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນສົມບູນ, ຮັດກຸມ ແລະ ຄົບຖ້ວນຂຶ້ນກວ່າເກົ່າ ເພາະຈະກາຍເປັນເຄື່ອງມືສໍາຄັນໃນການຄຸ້ມຄອງເຂື່ອນທຸກປະເພດໃນ ສປປ ລາວ ໃຫ້ມີປະສິດທິຜົນກວ່າເກົ່າ.
ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ມີເຂື່ອນໄຟຟ້າ 88 ແຫ່ງ ແລະ ບໍ່ແຮ່ ອີກ 10 ແຫ່ງ. ນັບແຕ່ໄດ້ສ້າງຕັ້ງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນ ປີ 2006 ລັດຖະບານ ໄດ້ປັບປຸງ ກົດຫມາຍ ວ່າດ້ວຍໄຟຟ້າ ແລະ ກົດຫມາຍ ວ່າດ້ວຍແຮ່ທາດ, ລວມເຖີງສ້າງນິຕິກໍາໃຕ້ກົດຫມາຍໄດ້ຫຼາຍກວ່າ 86 ສະ ບັບ ເພື່ອນໍາໃຊ້ສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂະແຫນງພະລັງງານ ແລະ ບໍ່ແຮ່ ເປັນອັນສະເພາະ.

ຢ່າງໃດກໍ່ຕາມ ໄລຍະຜ່ານມາບັນ ດາກົດຫມາຍ ແລະ ນິຕິກໍາທີ່ນໍາໃຊ້ຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ ຍັງມີຫນ້ອຍ ແລະ ບໍ່ທັນເຫມາະສົມກັບສະພາບການຂອງໂລກປັດຈຸ ບັນທີ່ມີໄພທໍາມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍແຮງ, ນິຕິກໍາທີ່ມີຍັງມີລັກ ສະນະສົ່ງເສີມການລົງທຶນ ແຕ່ບໍ່ທັນເວົ້າເຖີງຄວາມປອດໄພຫຼາຍ, ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ກົດຫມາຍ ຫຼື ນິຕິກໍາຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບໃຫ້ພາກສ່ວນຕ່າງໆ ທີ່ກ່ຽວ ຂ້ອງໃນດ້ານຄວາມປອດໄພຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະ ລະອຽດ, ຄວາມຮູ້ຄວາມສາ ມາດ ແລະ ຄວາມເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພຂອງຂະແຫນງພະລັງ ງານ ແລະ ບໍ່ແຮ່ ແຕ່ສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເຮັດໄດ້ດີ, ການຈັດຕັ້ງ ແລະ ພະນັກງານ ຍັງບໍ່ທັນພຽງພໍ ຫຼື ເຫມາະສົມ ແລະ ອື່ນໆ.

ດັ່ງນັ້ນ, ໃນປີ 2020 ລັດຖະບານ ຈຶ່ງໄດ້ຕົກລົງສ້າງກົດຫມາຍວ່າດ້ວຍຄວາມ ປອດໄພຂອງເຂື່ອນ ເຊີ່ງແມ່ນຫນຶ່ງໃນບັນດາກົດຫມາຍທີ່ນອນຢູ່ໃນແຜນການສ້າງຂອງລັດຖະບານ ແຕ່ປີ 2021-2025, ເຊີ່ງສະພາແຫ່ງ ຊາດ ໄດ້ຮັບຮອງເອົາຮ່າງກົດຫມາຍສະບັບນີ້ເຂົ້າຜ່ານໃນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄາດວ່າຈະຈັດຂຶ້ນໃນ ເດືອນ ມິຖຸນາ 2022.

ສໍາລັບຮ່າງ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ປະກອບມີ XII ພາກ, 92 ມາດຕາ. ຜ່ານມາໄດ້ຈັດກອງປະຊຸມ ທາບທາມປະກອບຄໍາເຫັນຈາກຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ 7 ແຂວງ ມາແລ້ວ 1 ຄັ້ງ ໃນວັນທີ 19 ມັງກອນ 2022 ປະກອບມີ: ຜົ້ງສາລີ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄໍາມ່ວນ, ເຊກອງ ແລະ ອັດຕະປື. ເຊີ່ງຕາມແຜນແລ້ວ ກະຊວງພະ ລັງງານ ແລະ ບໍ່ແຮ່ ຈະຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນອີກຄັ້ງໜຶ່ງສໍາລັບບັນດາແຂວງທີ່ຍັງເຫລືອໃນອີກບໍ່ດົນນີ້.
ພາບ: ສໍານານ
ສະພາບໂຄວິດ-19 ລາຍງານເຊົ້າວັນທີ 25/1/2022
ແຂວງທີ່ມີແນວໂນ້ມຕິດເພີ່ມມີ ນະຄອນຫຼວງວຽງຈັນ, ຊຽງຂວາງ, ບໍລິຄໍາໄຊ, ຫົວພັນ, ວຽງຈັນ.
ຕິດເຊື້ອໃໝ່ 560 ຄົນ, ເສຍຊີວິດ 2 ຄົນ ແລະ ປົວດີ 485 ຄົນ

ປີ 2022 ເມືອງເມິງ ແຂວງບໍ່ແກ້ວ ຕ້ອງການງົບປະມານ 15 ຕື້ ກີບ ເພື່ອພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍສູ້ຊົນ ແຜນພັດທະນາເສດຖະກິດຂອງເມືອງເມິງ ໃຫ້ມີການເຕີບໂຕ ຂະຫຍາຍຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃຫ້ຢູ່ໃນລະດັບ 5% ໂດຍຖືເອົາການພັດທະນາດ້ານການຜະລິດກະສິກໍາປ່າໄມ້ ໄປຄຽງຄູ່ກັບການບໍລິການ-ການຄ້າ ແລະ ການທ່ອງທ່ຽວ ທີເປັນທ່າແຮງໃນການຂຸດຄົ້ນແຫຼ່ງລາຍຮັບພາຍໃນ ເພື່ອປົວແປງຊິວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ;

ໃນ ປີ 2022 ນີ້ ເມືອງເມິງ ແຂວງບໍ່ແກ້ວ ມີຄວາມຕ້ອງການໂຄງການລົງທຶນຂອງລັດ ທີມີມູນຄ່າ 15 ຕື້ ກີບ ເພື່ອສຸມໃສ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ:ເປັນຕົ້ນແມ່ນການກໍ່ສ້າງເສັ້ນທາງປູຢາງ ແຕ່ເມືອງເມິງ ຫາ ແຂວງ ແລະ ເມືອງ ຫາ ກຸ່ມບ້ານ ເພື່ອເຊື່ອມຕໍ່ໄປ ຫາ ແຂວງ ຫຼວງນ້ຳທາ ໃຫ້ມີຄວາມສະດວກໃນການສັນຈອນໄປມາໃນການຂົນສົ່ງສິນຄ້າ ແລະ ການຂະຫຍາຍຕາຂ່າຍໄຟຟ້ານ້ຳປະປາ ໄປສູ່ບ້ານ ເພື່ອ ສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັດກັບວຽກງານ 3 ສ້າງ, ໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການປູກ-ການລ້ຽງ ຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ;

ເມືອງເມິງຕັ້ງເປົ້າຈະສູ້ຊົນຜະລິດເຂົ້ານາປີໃຫ້ບັນລຸໃນເນື້ອທີ 1.476 ກວ່າ ເຮັກຕາ,ສະມັດຕະພາບ 4 ໂຕນ/ເຮັກຕາ ຜົນຜະລິດໃຫ້ໄດ້ 6.128 ໂຕນ ນອກນິ້ ຍັງມີຜົນຜະລິດເຂົ້າໄຮ່ ແລະ ເຂົ້ານາແຊງ ເພື່ອໄວ້ກິນແລະ ສົ່ງອອກເປັນສິນຄ້າ ;ຕິດພັນກັບການເກັບກູ້ຜົນຜະລິດພືດຕ່າງໆໃນເນື້ອທີ 96 ກວ່າ ເຮັກຕາ ແລະ ສົ່ງເສີມຄອບຄົວຕົວແບບການປູກພືດຜັກໃນ3 ກຸ່ມບ້ານ, ການຂຸດຄົ້ນເກັບຊື້ ແລະ ສົ່ງອອກ ເຄື່ອງປ່າຂອງດົງ ຂອງຜູ້ປະກອບການໃຫ້ໄດ້ 170 ໂຕນ, ສົ່ງເສີມການຜະລິດພືດເປັນສິນຄ້າໃນເນື້ອທີ 120 ກວ່າ ເຮັກຕາ,ສ້າງຄອບຄົວຕົວແບບການປູກຊາ ໃຫ້ໄດ້ 5 ຄອບຄົວ ຕິດພັນກັບວຽກລ້ຽງສັດ ແລະ ການປະມົງ

ເພື່ອບໍລິໂພກພາຍໃນປະເພດ ຊີ້ນ,ໄຂ່ ແລະ ຊິ້ນສ່ວນສັດຕ່າງໆໂດຍນຳໃຊ້ເຕັກນິກວິທະຍາສາດ ການລ້ຽງຂອງຊາວກະສິກອນຢູ່ພາຍໃນກຸ່ມບ້ານ ໃຫ້ຫັນມາປູກຫຍ້າເພື່ອເປັນອາຫານສັດ ສົ່ງເສີມຄອບຄົວຕົວແບບການລ້ຽງສັດໃນ 4 ກຸ່ມບ້ານທີ່ມີເງື່ອນໄຂ ສະຖານທີເໝາະສົມ,ຈໍານວນ 25 ຄອບຄົວ,ການປູກໄມ້ໃຫ້ໝາກ,ໄມ້ອຸດສາຫະກໍາ ປະເພດຢາງພາລາ ທີມີຕະຫຼາດຮອງຮັບຜົນຜະລິດຂອງປະຊາຊົນ ເພື່ອນໍາມາຂາຍສ້າງລາຍຮັບໃຫ້ແກ່ຄອບຄົວ ທັງເປັນການຍູ້ແຮງການຜະລິດຂອງປະຊາຊົນ ບັນດາເຜົ່າຢູ່ເມືອງເມິງໃຫ້ຫຼາຍກາຍເປັນສິນຄ້າ ສ້າງຄວາມຢູ່ດີ ກິນດີ ແລະ ຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນ ເພື່ອກ້າວໄປສູ່ການລຶບລ້າງຄວາມທຸກຍາກ.

ເພື່ອເຮັດບັນລຸຄາດໝາຍດັ່ງກ່າວ ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເປັນເຈົ້າການໃນການຊີ້ນໍາໆພາ ປັບປຸງແບບແຜນ,ວິທີການເຮັດວຽກແບບໃໝ່ໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ,ເຮັດວຽກມີແຜນການ,ໂຄງການດໍາເນີນງານຢ່າງລະອຽດ ຂອງແຕ່ລະຂະແໜງການ ເພື່ອແນ່ໃສ່ຮັບປະກັນເຖິງຜົນສໍາເລັດໄປເທື່ອລະກ່າວ.

ບົດຂ່າວ: ເງິນຫຼົງ ຈິດພູວົງ
ໃນວັນທີ 24 ມັງກອນ ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ກອງພົນທະຫານຮາບທີ 1 ທີ່ ແຂວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ ຄົບຮອບ 73 ປີ ໂດຍການຕ້ອນຮັບຂອງການນໍາແຂວງວຽງຈັນ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ນາຍ-ພົນທະຫານ ກອງພົນທະຫານຮາບທີ 1, ພະນັກງານປະຕິວັດອາວຸໂສເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພັອ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ໄດ້ລາຍງາຍໂດຍຫຍໍ້ບັນດາສະພາບຈຸດພິເສດໃນແຕ່ໄລຍະຜ່ານມາ ຊຶ່ງກອງພົນທະຫານຮາບທີ 1 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ກຸມພາ 1985 ທີ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງເອີ້ນວ່າກອງພົນໃຫຍ່ທະຫານຮາບທີ 1.

ໃນໂອກາດນີ້, ສະຫາຍຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ກອງພົນທະຫານຮາບທີ 1 ໃນໄລຍະຜ່ານມາ. ອັນສຳຄັນ, ສະຫາຍໄດ້ມີຄໍາເຫັນຊີ້ນໍາຕໍ່ກອງພົນທະຫານຮາບທີ 1 ຕື່ມບາງດ້ານຄື:
1. ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ ໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບ ການສ້າງສາພັດທະນາເສດຖະກິດ-ສັງຄົມ. ກອງທັບ ກໍຄືກົມກອງຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນໍາພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
2. ກໍາລັງປະກອບອາວຸດຂອງພວກເຮົາແມ່ນກໍາລັງຂອງພັກ, ແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຂຶ້ນ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນຢູ່ໃນການອົບຮົມບົ່ມສອນຂອງພັກມາໂດຍຕະຫຼອດ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ,

3. ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຕ້ອງຕັ້ງໜ້າປັບປຸງກໍາລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກໍາລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ. ໃນນັ້ນ, ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສໍາຄັນ; ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ທັງຍົກສູງສະຕິການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບວິໄນໃຫ້ເຂັ້ມງວດ,

4. ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ,
5. ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.

ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ສະຫາຍຮອງປະທານປະເທດ ຍັງໄດ້ມອບເງິນ ແລະ ສະບຽງອາຫານຈຳນວນໜຶ່ງ ພ້ອມທັງອວຍພອນໄຊໃຫ້ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 1 ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສໍາເລັດທຸກໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວບໍ່ຢຸດຢັ້ງ.
ຂ່າວ-ພາບ: ຫສປທ
ນະຄອນປາກເຊ ແຂວງຈຳປາສັກ ຈັດພິທີມອບ-ຮັບໂຄງການກໍ່ສ້າງຫໍຫຼັກເມືອງ

ໂດຍມີພຣະຫຼັກຄຳຈຳປາສັກວໍຣະທຳມາຈານ ສຸວັນ ຈັນທະລາດ ເຈົ້າຄະນະ ອພສ ແຂວງຈຳປາສັກ, ພ້ອມດ້ວຍຄະນະ, ມີ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ພ້ອມດ້ວຍການນຳຂັ້ນນະຄອນປາກເຊ,

ການນຳຂັ້ນສູນກາງ, ມີບັນດາພາກທຸກລະກິດ ແລະ ມວນຊົນເຂົ້າຮ່ວມ.

ເຊິ່ງເປັນການກໍ່ສ້າງຂອງບໍລິສັດ 3 ເອັສ ພັດທະນາ ແລະ ໄດ້ມີພິທີເຊັນບົດບັນທຶກສົ່ງມອບໃຫ້ກັບເຈົ້າຂອງໂຄງການ ຄື ນະຄອນປາກເຊ ແລະ ອົງການພຸດທະສາສະໜາ ສຳພັນລາວແຂວງຈຳປາສັກ.

ຂໍ້ມູນຈາກ : Vte9 Channel ໂທລະພາບນະຄອນຫລວງວຽງຈັນ, ຮູບພາບ: Art and Culture of Laos
ພະແນກ ຖວທ ແຂວງບໍ່ແກ້ວ ຂຶ້ນບັນຊີ 5 ບົດເພງ ຫ້າມເຜີຍແຜ່, ຮ້ອງໃນງານຕ່າງໆ ໂດຍເຂັດຂາດ!
ໃນວັນທີ 20 ມັງກອນ 2022 ນີ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ແຂວງບໍ່ແກ້ວ ອອກແຈ້ງການເຖິງການຈັດຕັ້ງພັກ-ລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ຫົວໜ່ວຍທຸລະກິດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງ ຊາບເລື່ອງຫ້າມເຜີຍແຜ່ບົດເພງ ລາມົກອານາຈານ ແລະ ບໍ່ໄດ້ຮັບອະນຸຍາດ.ພາຍຫຼັງໄດ້ຮັບໜັງສືລາຍງານກອງກົມສິລະປະການສະແດງ ເລກທີ 20/ສປສ, ວັນທີ 13 ມັງກອນ 2022 ພະແນກ ຖວທ ໄດ້ສົມທົບຫ້ອງການ ຖວທ ເມືອງ ແລະ ພາກສ່ວນກ່ຽວຂ້ອງ, ລົງກວດກາຄືນບັນດາບົດເພງ, ບົດຮັບ-ລໍ່າ ລາມົກອານາຈານ ທີ່ບໍ່ໄດ້ກວດຜ່ານ ແລະ ຄະນຸຍາດຈາກຂະແໜງ ຖວທ ແລະ ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ, ປະດິດສ້າງບົດເພງ, ບົດຂັບ-ລໍາດັ່ງກ່າວແລ້ວ ແຕ່ເຫັນວ່າ ຍັງມີການເຜີຍແຜ່ອອກສູ່ສັງຄົມເປັນຂະບວນ. ດັ່ງນັ້ນ, ພະແນກ ຖວທ ແຂວງຈຶ່ງຂໍຖືເປັນກຽດແຈ້ງມາຍັງການຈັດຕັ້ງກ-ລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ຫ້າວໜ່ວຍທຸລະກິດ ຕະຫຼອດປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວຊາບ ດັ່ງນີ້:
1. ຫ້າມເຜີຍແຜ່ບົດເພງ, ຂັບ-ລໍາ ລາມົກອານາຈານ ໃນທຸກຮູບແບບຢູ່ທຸກສະຖານທີ່ ເປັນຕົ້ນ:
2. ຫ້າມທຸກພາກສ່ວນນຳເອົາເນື້ອເພງ, ຂັບ-ລໍາລາມົກອານາຈານ, ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ໄປຮ້ອງໃນງານດອງ, ງານບຸນປະເພນີ, ງານລ້ຽງ, ງານສັງສັນ ແລະ ງານຊຸມແຊວຕ່າງໆ, ງານສັງຄົມຕ່າງໆ ໂດຍເດັດຂາດ.
3. ມອບໃຫ້ຂະແຫນງການທີ່ກ່ຽວຂ້ອງ, ຫ້ອງການ ຖວທ ບັນດາເມືອງ ສົມທົບພາກສ່ວນກ່ຽວຂ້ອງຕິດຕາມ ແລະ ກວດກາຄືນ ຢ່າງເຂັ້ມງວດ, ຫາກກວດກາພົບເຫັນຜູ້ລະເມີດ ແມ່ນປະຕິບັດມາດຕະການຕາມລະບຽບ, ກົດໝາຍຢ່າງເດັດຂາດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.