Home Blog Page 169

ລັດຖະບານ ແລະ ປະຊາຊົນກໍາປູເຈຍມອບວັກຊີນຊີໂນແວັກສອງແສນໂດສແກ່ ສປປລາວ

ກໍາປູເຈຍມອບວັກຊິນຊີໂນແວັກ 2 ແສນໂດສ ໃຫ້ແກ່ ສປປ ລາວ

ລັດຖະບານ ແລະ ປະຊາຊົນຣາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນຍີ່ຫໍ້ ຊີໂນແວັກ (Sinovac) ຈໍານວນ 200.000 ໂດສ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວ.

ພິທີມອບ-ຮັບ ໄດ້ມີຂຶ້ນໃນວັນທີ 28 ກັນຍາ 2021 ນີ້ ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບໂດຍ ທ່ານ ອຸດ ບໍຣິດ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມທັງ ຄະນະນໍາ ແລະ ວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງຂອງທັງສອງຝ່າຍ.

ການຊ່ວຍເຫຼືອຈາກລັດຖະບານແຫ່ງຣາຊະອານາຈັກກຳປູເຈຍໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຍາມທີ່ສອງປະເທດພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19, ທັງຍັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ເສຍຫາຍໜັກ! ເມືອງແກ່ນທ້າວ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເສຍຫາຍ 3,8 ຕື້ກວ່າກີບ

ເມືອງແກ່ນທ້າວ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເສຍຫາຍ 3,8 ຕື້ກວ່າກີບ

ຕາມການລາຍງານຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແກ່ນທ້າວ ແຂວງໄຊຍະບູລີ ເມື່ອບໍ່ດົນນີ້ວ່າ: ໃນລະຫວ່າງວັນທີ 13 -20 ກັນຍາ ຜ່ານມາ, ມີຝົນຕົກໜັກເຮັດໃຫ້ນໍ້າຖ້ວມເນື້ອທີ່ທໍາການຜະລິດ, ສິ່ງປຸກສ້າງຂອງປະຊາຊົນ, ເສັ້ນທາງ ແລະ ຂົວຢູ່ພາຍໃນເມືອງຖືກນໍ້າໄຫລຊຸຈົນຂາດ ລວມມູນຄ່າເສຍຫາຍເບື້ອງຕົ້ນ 3,8 ຕື້ກວ້າກີບກີບ.

ສຳລັບ ບ້ານທີ່ຖືກຜົນກະທົບ ມີ 19 ບ້ານ 480 ກວ່າຄອບຄົວ ໂດຍກະທົບຕໍ່ສິ່ງປຸກສ້າງ 30 ຄອບຄົວ, ເຮືອນ 30 ຫລັງ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 126 ລ້ານກວ່າກີບ, ຜົນກະທົບຕໍ່ເນື້ອທີ່ທໍາການຜະລິດ 440 ກວ່າຄອບຄົວ, ເນື້ອທີ່ເສຍຫາຍ 130 ກວ່າເຮັກຕາ ປະເມີນມູນຄ່າເສຍຫາຍເບື້ອງຕົນ 219 ລ້ານກວ່າກີບ, ໜອງປາ 5 ຄອບຄົວ ປະເມີນມູນຄ່າເສຍຫາຍ 69 ລ້ານກວ່າກີບ. ນອກຈາກນີ້, ຍັງມີເສັ້ນທາງ 4 ຈຸດ ແລະ ຂົວ 8 ແຫ່ງ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 3,4 ຕື້ກວ່າກີບ.

ຂໍ້ມູນ: ຫ້ອງການ ຖວທ ເມືອງແກ່ນທ້າວ

ຄຳມ່ວນອອກຄຳສັງສືບຕໍ່ປະຕິບັດມາດມາດຕະການປ້ອງກັນໂຄວິດ-19

ຜ່ານການຕິດຕາມ ແລະ ປະເມີນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນແຂວງຄໍາມ່ວນ ເຫັນວ່າ ຈໍານວນຜູ້ຕິດເຊື້ອຈາກການນໍາເຂົ້າ ແລະ ຢູ່ຊຸມຊົນບັນດາເມືອງ ແລະ ບ້ານຕ່າງໆໄດ້ຫຼຸດລົງ ແຕ່ຍັງມີຜູ້ຕິດ ເຊື້ອເປັນຈໍານວນຫຼາຍໃນພະນັກງານ,ກໍາມະກອນຈີນ ແລະ ລາວ ຢູ່ໂຮງງານເກືອກາລີ ຂອງບໍລິສັດ ລາວຄາຍ ຢວນບໍ່ແຮ່ ຈໍາກັດ ເຊິ່ງມີຄວາມສ່ຽງສູງທີ່ຈະແຜ່ລະບາດໄປສູ່ຊຸມຊົນຕາມຈຸດຕ່າງໆ ໂດຍສະເພາະແມ່ນ ຢູ່ເມືອງທ່າແຂກ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ເຊື້ອເພີ່ມຂື້ນໄປສູ່ວົງກວ້າງ.

ລາຍລະອຽດຜູ້ຕິດເຊື້ອໃໝ່ໃນບັນດາແຂວງຕ່າງໆ

ສະຫວັນນະເຂດ 07 ຄົນ:

  • ບ້ານໂພນໄຊ, ນະຄອນໄກສອນ ມີ 05 ອົງ ແມ່ນ ນັກບວດ ເຊິ່ງໄດ້ພົວພັນໃກ້ຊິດກັບຄົນ ຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 27 ກັນຍາ 2021.
  • ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ຄົນ, ເຈົ້າໜ້າທີ່ ທະຫານ) ທີ່ໄດ້ພົວພັນໃກ້ຊິດກັບກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.
  • ບ້ານສະພານໃຕ້, ນະຄອນໄກສອນ ມີ 01 ຄົນ, ເປັນກຸ່ມສ່ຽງ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ

ຫຼວງພະບາງ 29 ຄົນ

1)   ເມືອງງອຍ ມີ 27 ຄົນ

  • ບ້ານໜອງຂຽວ ມີ 21 ຄົນ (ອາຊີບ: ພະນັກງານແພດ 02 ຄົນ, ຊາວສວນ 12 ຄົນ, ພະນັກງານຕໍາຫລວດ 02 ຄົນ, ນັກຮຽນ 02 ຄົນ, ພະນັກງານບໍານານ 02 ຄົນ ແລະ ພະນັກງານເຮັດວຽກຢູ່ຫ້ອງການພາຍໃນ 01 ຄົນ)
  • ບ້ານຫ້ວຍບໍ່ ມີ 03 ຄົນ (ທັງໜົດອາຊີບເປັນຊາວໄຮນາ)
  • ບ້ານປາກບາກ ມີ 02 ຄົນ (ອາຊີບ: ພະນັກງານຄູ ແລະ ເດັກ)
  • ບ້ານສົບຮຸນ ມີ 01 ຄົນ (ອາຊີບ: ກໍາມະກອນ)

2)   ເມືອງນໍ້າບາກ (ບ້ານຂັນເທີງ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ

3)   ເມືອງວຽງຄໍາ (ບ້ານໂພນຄໍາ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ

ແຂວງວຽງຈັນ 12 ຄົນ: ຊື່ງ ກ່ຽວພັນ ກັບ ງານເຮືອນດີ ໃນ ອາທິດຜ່ານມາ:

  • ເມືອງໂພນໂຮງ ມີ 08 ຄົນ (ບ້ານນາໂພະລາດ ມີ 03 ຄົນ; ບ້ານໂພນໂຮງ ແລະ ບ້ານໂພນແກ້ວ ມີບ້ານລະ 02 ຄົນ; ບ້ານໂພນຫໍ ມີ 01 ຄົນ)
  • ເມືອງວັງວຽງ ມີ 04 ຄົນ (ບ້ານນາບອນ ມີ 02 ຄົນ; ບ້ານປາກເປະ ແລະ ບ້ານວຽງແກ້ວ ມີບ້ານລະ 01 ຄົນ)

ບໍ່ແກ້ວ 7 ຄົນ: ເປັນ ກຳມະກອນ ຊາວພະມ້າ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ

ຊຽງຂວາງ 1 ຄົນ:

ບໍລິຄໍາໄຊ 3 ຄົນ:

  • ບ້ານສີວິໄລ, ເມືອງປາກຊັນ ມີລາຍງານ 02 ຄົນ ທັງໜົດເປັນຄອບຄົວດຽວກັນ ແລະ ກັກໂຕຢູ່ເຮືອນ ຊື່ງໄດ້ ສຳຜັດ ກັບຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 25 ກັນຍາ 2021.
  • ບ້ານທົ່ງນ້ອຍ, ເມືອງປາກຊັນ ມີລາຍງານ 01 ຄົນ ແລະ ກັກໂຕຢູ່ເຮືອນ ໄດ້ສໍາຜັດໃກ້ຊິດກັບຄົນ ຕິດເຊື້ອ ຜ່ານມາທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.

-ໄຊສົມບູນ 13 ຄົນ: ມາຈາກ ບ້ານຖໍ້າດິນ ເມືອງ ລ້ອງຊານ ພົວພັນ ກັບ ເຮືອນດີ 

1)   ບ້ານຖໍ້າດິນ, ເມືອງລ້ອງຊານ ມີ 12 ຄົນ ແລະ ສໍາຜັດໃກ້ຊິດກັບຄົນຕິດເຊື້ອຢູ່ບ້ານດຽວກັນ (ບ້ານຖໍ້າດິນ ທີ່ມາງານເຮືອນດີ) ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

2)   ບ້ານນໍ້າຄຸ້ຍ, ເມືອງລ້ອງຊານ ມີ 01 ຄົນ  ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ມາເຮືອນດີຢູ່ບ້ານຖໍ້າດິນ  ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

ຄຳມ່ວນ 19 ຄົນ:    18 ຄົນ ຢູ່ເມືອງທ່າແຂກ ແລະ 1 ຄົນ ຢູ່ເມືອງເຊບັ້ງໄຟ

ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ ທີ່ໄດ້ພົວພັນໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ ຊື່ງ ໄດ້ລາຍງານໃນວັນທີ 26 ກັນຍາ 2021.

-ຈໍາປາສັກ 16 ຄົນ:   

  • ປາກເຊ 13 ຄົນ: ຈົວ 2 ອົງ, ໂຮງໝໍທະຫານແຂວງ 2 ຄົນ: (ທະຫານ 1 ຄົນ, ແພດທະຫານ 1 ຄົນ)
  • ບາຈຽງ 2 ຄົນ (ກຳມະກອນ ນິຄົມ 01 ຄົນ)
  • ໂພນທອງ 1 ຄົນ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,940 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,088 ຄົນ.

ລາຍລະອຽດຜູ້ຕິດເຊື້ອໃໝ່ມື້ນີ້ ວັນທີ 28 ກັນຍາ 2021

ອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳ ວັນທີ 28 ກັນຍາ 2021 ທັງໝົດ ນະຄອນຫຼວງວຽງຈັນ ຈຳນວນ 369 ກໍລະນີ ມີ 6 ກໍລະນີນຳເຂົ້າ ແລະ ຊຸມຊົນ 363 ຄົນ ເຊິ່ງລາຍລະອຽດດັ່ງລຸ່ມນີ້ ອີງໃສ່ການສອບຖາມເບື້ອງຕົ້ນ

  • ພະນັກງານໂຮງງານ Trio 115 ກໍລະນີ
  • ພະນັກງານໂຮງງານ Alpilao 1 ກໍລະນີ
  • ໂຮງງານກຽນວິໄລ 3 ກໍລະນີ
  • ບໍລິສັດຊີມັງ 1 ກໍລະນີ (ເອື້ອຍຕິດເຊື້ອເຮັດວຽກຢູ່ໂຮງງງານ Trio )
  • ພະນັກງານໂຮງໝໍມິດຕະພາບ 1 ກໍລະນີ (ພະຍາບານພະແນກສຸກເສີນ)
  • ວິທະຍາຄານການແພດກອງທັບ 1 ກໍລະນີ
  • ຕະຫຼາດທົ່ງຂັນຄຳ 35 ກໍລະນີ
  • ຕະຫຼາດອົດຊີ 2 ກໍລະນີ
  • ຕະຫຼາດທ່າງງອນ 3 ກໍລະນີ
  • ທີມງານກຳລັງເອົາຂໍ້ມູນອີກ 206 ກໍລະນີ

ຄະນະສະເພາະກິດແຂວງໄຊສົມບູນອອກຄຳສັ່ງໃຫ້ເພີ່ມທະວີປ້ອງກັນໂຄວິດ-19

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ (ເຂດບ້ານແດງ) ແຂວງໄຊສົມບຸນ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງ ທີ່ຍັງມີທ່າອ່ຽງເພີ່ມຂຶ້ນ ເຊິ່ງໄດ້ແຜ່ລະບາດຢູ່ຊຸມຊົນ ເປັນວົງ ກວ້າງ ສະນັ້ນ, ເພື່ອເພີ່ມຂີດຄວາມສາມາດໃນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດໂຄວິດ-19 ມີການ ລະບາດເພີ່ມຂື້ນຢູ່ ເມືອງລ້ອງຊານ ແລະ ເມືອງທ່າໂທມ ກະຈາຍໄປທົ່ວແຂວງໄຊສົມບູນ ຈຶ່ງມີຄວາມຈໍາເປັນຕ້ອງ ຍົກລະດັບເພີ່ມມາດຕະການປ້ອງກັນ, ສະກັດກັ້ນການລະບາດພະຍາດໂຄວິດ-19 ໃຫ້ເຂັ້ມງວດຂຶ້ນຕື່ມ.

ຮອງເຈົ້າແຂວງໄຊສົມບູນ, ຫົວຫນ້າຄະນະສະເພາະກິດໂຄວິດ-19 ແຂວງ ອອກຄໍາສັ່ງ:

1. ເພີ່ມທະວີການຈັດຕັ້ງປະຕິບັດ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບກເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ແລະ ແຈ້ງການ ຂອງຫ້ອງວ່າການ ແຂວງ ສະບັບເລກທີ 2791/ຫວຂ.ຊບ, ລົງວັນທີ 16 ກັນຍາ | 2021 ວ່າດ້ວຍການສົບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນັບຕັ້ງແຕ່ວັນທີ 16-30 ກັນຍາ 2001;

2. ປິດດການເດີນທາງເຂົ້າ-ອອກ (Lock Down) ແຂວງໄຊສົມບູນ ເລີ່ມແຕ່ເວລາ 00 ໂມງ ຂອງວັນທີ 27 ກັນຍາ 2021 ເປັນຕົ້ນໄປຈົນກ່າວຈະມີການຜ່ອນຜັນ

ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຄ້າຂາຍ ພ້ອມຂອງກາງ 20,000 ກວ່າເມັດ

ອີງຕາມການລາຍງານ ຂອງເພຈປ້ອງການຄວາມສະຫງົບໃຫ້ຮູ້ວ່າ: ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຄ້າຂາຍຢາເສບຕິດ ໃນຂະນະລໍຖ້າສົ່ງຢາບ້າ ພ້ອມຂອງກາງ 20,000 ກວ່າເມັດ. ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າຕົ້ນເດືອນກັນຍາ 2021 ໄດ້ຮັບແຈ້ງວ່າ: ມີການເຄື່ອນໄຫວຄ້າຂາຍຢາບ້າ ຢູ່ເຂດບ້ານສາລະຄຳໃຕ້ ເມືອງຫາດຊາຍຟອງ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມແລ້ວພົບເຫັນວ່າມີມູນຄວາມຈິ່ງ ມາຮອດວັນທີ 17 ກັນຍາ 2021 ຈິ່ງເຂົ້າກັກຕົວ ທ້າວ ອຸດາສັກ ອາຍຸ 24 ປີ ກໍາມະກອນ ບ້ານອຸດົມຜົນ ເມືອງໄຊທານີ ນວ ພ້ອມ ຢາບ້າ ຈຳນວນ 12 ມັດ ຫຼື 24.000 ເມັດ ທີ່ຊຸກເຊື່ອງຢູ່ຫຼັງເບາະລົດໃຫຍ່ຍີ່ຫຍໍ້ຟໍຈູ້ນເນີ ໃນຂະນະທີ່ລໍຖ້າສົ່ງຢາບ້າ.

ຜ່ານການສອບສວນ ທ້າວ ອຸດາສັກ ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 17 ກັນຍາ 2021 ໄດ້ມີໄວລຸ້ນເຂດບ້ານສາລາຄຳໃຕ້ ເມືອງຫາດຊາຍຟອງ ໂທລະສັບສັ່ງຊື້ຢາບ້ານຳຕົນ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ ຫຼັງຈາກຕົກລົງລາຄາແລ້ວ ນັດໝາຍສະຖານທີ່ສົ່ງຢາບ້າ ຕົນຈຶ່ງໄດ້ໂທຫາຊາຍຄົນໜື່ງ ອາຍຸປະມານ 40 ປີ ບໍ່ຮູ້ຊື່ ແລະ ທີ່ຢູ່ຖາວອນ ໃຫ້ເອົາຢາບ້າ ມາສົ່ງໃຫ້ຢູ່ເຂດບ້ານໃໝ່ ເມືອງສີໂຄດຕະບອງ ພໍຮອດເວລາປະມານ 15:30 ໂມງ ຂອງວັນດຽວກັນ ຊາຍຄົນດັ່ງກ່າວຈຶ່ງໄດ້ນໍາຢາບ້າມາສົ່ງ ຕາມການນັດໝາຍຢູ່ຈຸດນັດສົ່ງ, ຫຼັງຈາກໄດ້ຢາບ້າແລ້ວ ຈິ່ງໄດ້ຂັບຂີ່ລົດຟໍຈູນເນີ ສີຂາວ ເລກທະບຽນ ກພ 7435 ກຳແພງນະຄອນ ມາຈອດລໍຖ້າສົ່ງຢາບ້າໃຫ້ໄວລຸ້ນ ຢູ່ແຄມທາງ ເຂດບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ ນວ, ພໍຮອດເວລາປະມານ 16:00 ໂມງ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດຄົ້ນລົດ ພົບເຫັນຢາບ້າ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ, ທີ່ຊຸກເຊື່ອງໄວ້ໃນເບາະລົດດ້ານຫຼັງ ມາດຳເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການມາ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ໄຮຊັນ ໂກລໂບ ຈັບມື ສີສເມຕິກ ນໍາເອົາລະບົບບໍລິຫານທະນາຄານ ທີ່ທັນສະໄໝມາສູ່ຕະຫຼາດ ສປປ ລາວ

ການຮ່ວມມືກັນລະຫວ່າງ ບໍລິສັດ ໄຮຊັນ ໂກລໂບ (HiSun Global) ແລະ ບໍລິສັດ ສີສເມຕິກ (Sysmatik IT Solution) ໃນການນໍາເອົາລະບົບບໍລິຫານທະນາຄານແບບດິຈິຕອລ ແລະ ເຕັກໂນໂລຊີ່ ຄໍແບ້ງຄິ້ງ ມາສູ່ຕະຫຼາດ ສປປ ລາວ.

ເດືອນກັນຍາ, ປີ 2021 ສປປ ລາວ: ບໍລິສັດ ໄຮຊັນ ໂກລໂບ (HiSun Global), ຜູ້ໃຫ້ບໍລິການທາງດ້ານທະນາຄານລະດັບໂລກໃນ ຮົງກົງ ໄດ້ປະກາດການການຮ່ວມມືພັນທະມິດພິເສດ (Exclusive alliance partnership) ກັບ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ (Sysmatik IT Solution Co., Ltd) ເຊິ່ງເປັນ ຜູ້ໃຫ້ບໍລິການທາງດ້ານໄອທີ ໂຊລູຊັ່ນຮອບດ້ານ ໃນ ສປປ ລາວ ພາຍໃຕ້ ກຸ່ມບໍລິສັດ ເອໄອເອັຟ (AIF Group).

Terry Liang – CEO of HiSun Fintech Global Limited

ການຮ່ວມມືໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງເປົ້າໝາຍຂອງ HiSun Global ໃນການນໍາສະເໜີລະບົບທະນາຄານດິຈິຕອລ໌ ແລະ ເຕັກໂນໂລຊີ່ຄໍແບ້ງຄິ້ງ (Core banking technology) ທີ່ແຂງແກ່ງໃຫ້ແກ່ ສປປ ລາວ.HSG ແລະ Sysmatik ຈະຮ່ວມມືກັນສະໜອງ ໂຊລູຊັ່ນ ແພລັດຟອມ ເພື່ອທີ່ຈະຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ຄວາມຊັບຊ້ອນໃຫ້ແກ່ລູກຄ້າ, ຊ່ວຍປັບປຸງປະສິດທິພາບໃນການດໍາເນີນງານ ແລະ ຊ່ວຍສ້າງຄວາມສາມາດໃຫ້ລູກຄ້າໃນການສຸມໃສ່ການສະໜອງບໍລິການ ແລະ ສິນຄ້າຫຼັກຂອງຕົນ.

Thanongsith Thepphongeun – CEO of Sysmatik IT Solution Company Limited

ໂອກາດໃນການສະໜັບສະໜູນການນໍາເຕັກໂນໂລຊີ່ການທະນາຄານມາໃຊ້ເພີ່ມຂຶ້້ນ

ໃນຂົງເຂດປະເທດອາຊີ, ສາຂາການທະນາຄານມີຄວາມພ້ອມສຳລັບການປ່ຽນແປງເປັນຮູບແບບດິຈິຕອລ. ເມື່ອຫລາຍພາກສ່ວນກ້າວເຂົ້າສູ່ອຸດສະຫະກໍາການທະນາຄານດິຈິຕອລ໌, ທັງ Fintech Startup ແລະ ທະນາຄານຮູບແບບເກົ່າ, ການແຂ່ງຂັນກໍ່ເພີ່ມຂຶ້ນເຊັ່ນດຽວກັນ. ເພື່ອນໍາເອົາໂຊລູຊັ່ນທີ່ມີປະສິດທິພາບມາສູ່ລູກຄ້າ, ທະນາຄານຈະຕ້ອງພັດທະນາຮູບແບບທຸລະກິດທີ່ມີປະສິດທິຜົນ ແລະ ຂະຫຍາຍຂະໜາດເພື່ອໃຫ້ຄວບຄຸມຕໍ່ຖານລູກຄ້າທັງໝົດ.

ໃນໄລຍະການລະບາດຂອງພະຍາດ ໂຄວິດ-19, ຜູ້ບໍລິໂພກຫັນມານໍາໃຊ້ໂທລະສັບມືຖື ແລະ ທາງເລືອກດິຈິຕອລໄວກ່ວາທີ່ຜ່ານມາ,ໃນລະດັບແຖວໜ້າຂອງການປ່ຽນແປງດິຈິຕອລໃນອຸດສະຫະກໍາການທະນາຄານ, ປະສົບການຂອງລູກຄ້າ ແລະ ການຊ່ວຍເຫຼືອລູກຄ້າ (Client Experience and Customer Support) ຍັງເປັນກຸນແຈຂັບເຄື່ອນຫລັກສຳລັບການເຕີບໃຫຍ່ໃນຈຸດນີ້. ການຮ່ວມມືໄລຍະຍາວ ລະຫວ່າງ HSG ແລະ SMT ຄັ້ງນີ້ພະຍາຍາມຈະປັບປຸງປະສົບການທະນາຄານດິຈິຕອລໃຫ້ແກ່ປະຊາຊົນລາວ.

ທ່ານ ນາງ ທະນົງສິດ ເທບໂພເງິນ, ຜູ້ອໍານວຍການ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ກ່າວວ່າ: “ເປົ້າໝາຍຮ່ວມກັນຂອງພວກເຮົາ ຄື ການເຕີບໃຫຍ່ໄປພ້ອມໆກັບລູກຄ້າຂອງພວກເຮົາ, ພວກເຮົາຈະນໍາສະເໜີນະວັດຕະກໍາຜະລິດຕະພັນ ພ້ອມທັງພັດທະນາແພລັດຟອມ ແລະ ສະໜັບສະໜຸນການຊ່ວຍເຫຼືອລູກຄ້າ ຢ່າງຕໍ່ເນື່ອງ. ໃນຂະນະທີ່ຂົງເຂດພາກພື້ນອາຊີ ກຳລັງກະກຽມຕົນເອງສຳລັບການຂັບເຄື່ອນຄື່ນລູກຕໍ່ໄປຂອງທະນາຄານດິຈິຕອລ ແລະ ໂຊລູຊັ່ນ fintech ໃໝ່, ພວກເຮົາຈຶ່ງຕ້ອງການທີ່ຈະກ້າວເຂົ້າມາມີສ່ວນຮ່ວມ ແລະ ຂັບເຄື່ອນຄື່ນລູກນີ້ເຊັ່ນດຽວກັນ, ແຕ່ວ່າບໍ່ສະເພາະແຕ່ການເພີ່ມຄວາມພ້ອມຂອງເຕັກໂນໂລຊີ່ເທົ່ານັ້ນ, ພວກເຮົາຍັງໃຫ້ການສະໜັບສະໜູນ ແລະ ຄໍາແນະນໍາທີ່ຈໍາເປັນໃນໄລຍະການຮອງຮັບເອົາການປັບໃຊ້ນີ້ອີກດ້ວຍ”

ຂະຫຍາຍຕົວຕົນຂອງ HSG ເພື່ອຍົກລະດັບທະນາຄານດິຈິຕອລໃຫ້ແກ່ປະຊາຊົນລາວຫຼາຍຂຶ້ນ.

ການຮ່ວມມືພັນທະມິດພິເສດ ກັບ ບໍລິສັດ ສີສເມຕິກ ບໍ່ແມ່ນການເລີ່ມຕົ້ນຄັ້ງທຳອິດຂອງ HSG ໃນຕະຫລາດ ສປປ ລາວ, ໃນຕົ້ນເດືອນ ມິຖຸນາ 2021 ນີ້້້, HSG ໄດ້ຮ່ວມມືກັບທະນາຄານທີ່ໃຫຍ່ທີ່ສຸດໃນ ສປປ ລາວ ເຊິ່ງແມ່ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ເພື່ອເປີດນໍາໃຊ້ລະບົບຄໍແບ້ງຄິ້ງລຸ້ນໃໝ່ ໃນ ສປປ ລາວ. ເຊິ່ງໂຄງການນີ້ ເປັນການລົງທຶນຂະໜາດໃຫຍ່ຄັ້ງທຳອິດຂອງບໍລິສັດ ທີ່ໄດ້ຈັດຕັ້ງປະຕິບັດໃນ ສປປ ລາວ. ທັງສອງຝ່າຍໄດ້ເຮັດວຽກຮ່ວມກັນເພື່ອປັບເຕັກໂນໂລຊີ່ retail and corporate banking ໃຫ້ແທດເໝາະກັບການດໍາເນີນທຸລະກິດໃນທ້ອງຖິ່ນ ເພື່ອນຳສະເໜີໂຊລູຊັ່ນທີ່ມີປະສິດທິພາບໃຫ້ແກ່ລູກຄ້າ. ການນໍາໃຊ້ Hi Sun Banking Suite (HBS) ທີ່ເຂົ້າກັນໄດ້ກັບ API, ເຮັດໃຫ້ໂຊລູຊັ່ນ ຄໍແບ້ງຄິ້ງ ຂອງ BCEL ສາມາດເຂົ້າສູ່ຕະຫຼາດໄດ້ຢ່າງໄວວາ ແລະ ປະສົບຜົນສຳເລັດສູງ.

HSG ໄດ້ສ້າງຕົວເອງໃນຖານະຜູ້ໃຫ້ບໍລິການໃນຂະແໜງການທະນາຄານລະດັບໂລກ, ໄດ້ດໍາເນີນໂຄງການຫຼາຍໂຄງການເພື່ອເຮັດໃຫ້ລະບົບທະນາຄານເປັນດິຈິຕອລໃນພູມມີພາກ. ໂຄງການທີ່ໂດດເດັ່ນບາງໂຄງການໄດ້ແກ່: Two pioneers launched in the virtual bank stratosphere in Hong Kong, ແລະ ການຮ່ວມມືກັບ Oriental Bank and Baker Tilly ຢູ່ປະເທດກຳປູເຈຍ.

ທ່ານ ນາງ Sisi Yu, ຜູ້ອໍານວຍການ ຝ່າຍພັດທະນາຊ່ອງທາງການຕະຫຼາດ ແລະ ການຕະຫລາດລະດັບພູມມີພາກ ໄດ້ກ່າວວ່າ: “ພວກເຮົາມີຜົົນສໍາເລັດໃນອັດຕາສ່ວນ 100% ສໍາລັບລະບົບຄໍແບ້ງຄິ້ງຂອງພວກເຮົາ.  ຜ່ານການຮ່ວມມືກັນແຕ່ລະຄັ້ງ, ພວກເຮົາເຂົ້າໃຈຕະຫຼາດຫຼາຍຂຶ້ນເລື້ອຍໆ, ວິທີທາງທີ່ຜູ້ຄົນປັບຕົວ ແລະ ສື່ສານກັນ, ແລະ ວິທີທາງທີ່ພວກເຮົາສາມາດປັບປຸງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາແນວໃດ ເພື່ອສ້າງປະສົບການທີ່ເນັ້ນລູກຄ້າເປັນສູນກາງຢ່າງແທ້ຈິງ ເຊິ່ງຍັງຊ່ວຍເພີ່ມປະສິດທິພາບໃນການດຳເນີນງານອີກດ້ວຍ. ໂຊລູຊັ່ນແບບ end-to-end ຂອງເຮົາດູແລທຸກຢ່າງ ຕັ້ງແຕ່ຄູ່ຄ້າໂດຍກົງໄປຈົນເຖິງລູກຄ້າ, ໝູ່ເພື່ອນ ແລະ ຄອບຄົວຂອງລູກຄ້າ. ສິ່ງຕ່າງໆເຫຼົ່ານີ້ໄດ້ສ້າງສະພາບແວດລ້ອມລະບົບນິເວດ (Ecosystem) ທັງໝົດທີ່ພວກເຮົາຕ້ອງການໃຫ້ບໍລິການ ແລະ ຊ່ວຍເຫຼືອໂດຍຜ່ານເສັ້ນທາງສູ່ດິຈິຕອລ.   

ດ້ວຍປະສົບການຫລາຍກວ່າ 23 ປີ ແລະ ຖານລູກຄ້າການທະນາຄານທີ່ມີຢູ່ຫລາຍກວ່າ 50 ປະເທດ, HSG ໄດ້ນຳສະເໜີໂຊລູຊັ່ນແບບ “turn-key” ທີ່ຫຼາກຫຼາຍ, ຕອບສະໜອງຕາມຄວາມຕ້ອງການຮອບດ້ານໃນດ້ານການຊຳລະເງິນ, ການທະນາຄານ, ການເງິນ, ການບໍລິຫານທຸລະກິດ ແລະ fintech. ໄດ້ແກ່ ລະບົບ ຄໍແບ້ງຄິ້ງ, ລະບົບ ອີເລັກໂຕຣນິກແບ້ງຄິ້ງ (E-Banking), Customer 360, ການຊໍາລະເງິນ ແລະ ເງິນກູ້.

ເພີ່ມເຕີມ ບໍລິສັດສີສເມຕິກ (Sysmatik IT Solution) => https://www.facebook.com/SysmatikLao/

ບ້ານແດງໃນນະຄອນຫຼວງວຽງຈັນ

ຕາມການລາຍງານ ຂອງແຟນເພຈ ສູນຂ່າວສານການແພດໃຫ້ຮູ້ວ່າ: ລາຍງານຫຼ້າສຸດ ວັນທີ 27 ກັນຍາ 2021, ປັດຈຸບັນມີບ້ານແດງ ສະເພາະນະຄອນຫຼວງວຽງຈັນມີທັງໝົດ 107 ບ້ານ ໃນ 7 ເມືອງ ເຊິ່ງມີລາຍລະອຽດດັ່ງນີ້:

ບໍ່ວ່າຢູ່ສະຖານທີ່ໃດ ທ່ານກໍສາມາດຕິດເຊື້ອໄດ້ ສະນັ້ນ ຄວນປ້ອງກັນຕົນເອງ ແລະ ຄົນໃນຄອບຄົວໃຫ້ດີ ໝັ່ນລ້າງມືຢູ່ຕະຫຼອດເວລາ ໃສ່ຜ້າປິດປາກ-ດັງ ເມື່ອອອກໄປນອກ ແລະ ຮັກສາໄລຍະຫ່າງທາງສັງຄົມ.

ຈຸດກວດບ້ານໜອງໜ່ຽງ ສາມາດກວດກາແກ້ໄຂຢາເສບຕິດໄດ້

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 11 ໂມງ 10 ນາທີ ວັນທີ 26 ກັນຍາ 2021 ໃນຂະນະທີ່ ປກສ ກຸ່ມ 5 ວັງຊາຍ ພ້ອມດ້ວຍອຳນາດການປົກຄອງບ້ານໜອງໜ່ຽງ ກຳລັງປະຕິບັດໜ້າທີ່ກວດກາປ້ອງກັນການແຜ່ລະບາດພະຍາດໂຄວິ-19 ໃນນັ້້ນກວດພົບຜູ້ຂັບຂີ່ລົດຈັກຍີ່ຫໍ້ ຮອນດ້າເວບ100 ສີຟ້າດຳ ໝາຍເລກທະບຽນ ຕສ 1096 ກຳແພງນະຄອນ ຈຶ່ງສັ່ງໃຫ້ຢຸດກວດ ແຕ່ພວກກ່ຽວມີພຶດຕິກຳສົງໃສຈຶ່ງຂໍຄົ້ນຕົວ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ 56 ເມັດ, ຈຶ່ງໄດ້ຄຸມຕົວຄື: ທ້າວ ທິດທິສຸກ ກຳມະກອນ ບ້ານໂພນຕ້ອງ ເມືອງຈັນທະບູລີ ນວ ແລະ ທ້າວ ປຸ້ຍ ບ້ານໜອງບຶກ ເມືອງສີໂຄດ ນວ, ແລະ ນຳສົ່ງຕົວພວກກ່ຽວໃຫ້ ປກສ ເມືອງໄຊເສດຖາ ສືບຕໍ່ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງພັກພວກມາດຳເນີນຄະດີຕາມກົດໝາຍ.

ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງ ຈົ່ງສຶກສາອົບຮົມ ແລະ ຕິດຕາມພິຶດຕິກຳລູກຫຼານຂອງຕົນໃຫ້ດີຢ່າປ່ອຍໃຫ້ໄປພົບພັນຢາເສບຕິດ ຖ້າຮູ້ແລ້ວກໍ່ຢ່າປິດບັງໃຫ້ປຶກສາການຈັດຕັ້ງບ້ານເພື່ອຊອກວິທີຊ່ວຍເຫຼືອ ແລະ ຊ່ວຍກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວອັນທີ່ຜິດຕໍ່ກົດໝາຍບ້ານເມືອງອັນນຳໄປສູ່ຄວາມບໍ່ສະຫງົບມາສູ່ສັງຄົມສາມາດແຈ້ງຂໍ້ມູນ, ຮູບພາບ,ວີດີໂອ, ຄິບສຽງ ມາທີ່ເບີວອດແອັບ ປກສ ນວ 020 28899774.