ໃນຕອນເຊົ້າຂອງວັນທີ 24 ກັນຍາ 2021 ໄດ້ມີລາຍງານຈາກປະຊາຊົນ ບ້ານຫ້ວຍແສງ ເມືອງເລົ່າງາມ ແຂວງສາລະວັນ ເຫດນໍ້າຖ້ວມ ພັດເຂົ້າເຮືອປະຊາຊົນ ເນື່ອງຈາກຝົນຕົກໜັກຕໍ່ເນື່ອງ.



ໃນຕອນເຊົ້າຂອງວັນທີ 24 ກັນຍາ 2021 ໄດ້ມີລາຍງານຈາກປະຊາຊົນ ບ້ານຫ້ວຍແສງ ເມືອງເລົ່າງາມ ແຂວງສາລະວັນ ເຫດນໍ້າຖ້ວມ ພັດເຂົ້າເຮືອປະຊາຊົນ ເນື່ອງຈາກຝົນຕົກໜັກຕໍ່ເນື່ອງ.
ແຂວງວຽງຈັນ 49 ຄົນ:
– ເມືອງ ໂພນໂຮງ (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ)
– ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ
+ຄຳມ່ວນ 69 ຄົນ: ຊື່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື:
– ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ
+ຈໍາປາສັກ 28 ຄົນ:
-ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ)
-ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ)
-ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນັ້ນມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ)
+ຫຼວງພະບາງ 12 ຄົນ: ຈາກ ບ້ານໂພນໄຊ, ເມືອງນານ
+ບໍ່ແກ້ວ 6 ຄົນ:
-ຈາກ ເຂດເສດຖະກິດ ພິເສດ 04 ຄົນ
-ບ້ານຄ້ວານ, ເມືອງ ຕົ້ນເຜີ້ງ 02 ຄົນ
+ສະຫວັນນະເຂດ 3 ຄົນ:
-ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ
-ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ, ເມືອງອຸທຸມພອນ
-ຜູ້ທີ 3 ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ
+ອັດຕະປື 4 ຄົນ
-ມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ)
-ບ້ານ ໄຊສີ, ເມືອງ ໄຊເສດຖາ 01 ຄົນ
+ສາລະວັນ 3 ຄົນ:
-ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ ( 1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ)
-ອີກ 01 ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ)
+ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ)
+ອຸດົມໄຊ 1 ຄົນ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,508 ຄົນ.
ລາຍງານຈາກຄະນະສະເພາະກິດ ກ່ຽວກັບລາຍລະອຽດຜູ້ຕິດເຊື້ອຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ປະຈຳວັນທີ 24 ກັນຍາ 2021 ໃຫ້ຮູ້ວ່າ:
-ນະຄອນຫຼວງ 229 ຄົນ:
-ພະນັກງານບໍລິສັດ Trio 141 ຄົນ
-ພະນັກງານບໍລິສັດ Venture 51 ຄົນ
-ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ)
-ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ
-ທະຫານຕຳຫຼວດ 2 ຄົນ
-ບໍລິສັດໄອນິວ 1 ຄົນ
-ບໍລິສັດໂນວາອາໄຫຼ 1 ຄົນ
-ຕະຫຼາດທ່າງອນ 6 ຄົນ
-ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່)
-ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ)
-ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ
ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ:
-ໃນວັນທີ 24-25 ກັນຍາ 2011 ນີ້, ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ດັ່ງນີ້: – ໄລຍະວັນທີ 23-25 ກັນຍາ 2011 ຈະມີຝົນຕົກຫນັກ ຫາ ຫນັກຫຼາຍ ແລະ ລົມພັດແຮງ ໃນບາງທ້ອງຖິ່ນ ຢູ່ເຂດ ພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ສາລະວັນ, ເຊກອງ ແລະ ສະຫວັນນະເຂດ ເຊິ່ງຈະເຮັດ ໃຫ້ເກີດມີ ຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຍື່ງ ຢູ່ບາງທ້ອງຖິ່ນ;
-ໄລຍະວັນທີ 24-26 ກັນຍາ 2001 ຈະມີຝົນຕົກໃນລະດັບປານກາງ ຫາ ຫນັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເຫນືອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ເຊິ່ງຈະເຮັດໃຫ້ເກີດມີ ນ້ໍາຖ້ວມກະທັນຫັນ, ນ້ໍາ ຖ້ວມສຸ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.
ສະນັ້ນ, ໃນນາມປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງແຈ້ງມາຍັງຄະນະກາມະການຄຸ້ມຄອງ ໄພພິບັດຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອກຽມພ້ອມຮັບມືດັ່ງນີ້:
1. ໃຫ້ຕິດຕາມ ສະພາບການປ່ຽນແປງຂອງດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ,ຜ່ານ ໂທລະພາບ,
ວິທະຍຸ ແລະ ສື່ອອນລາຍທາງການ ອື່ນໆ ພ້ອມທັງແຈ້ງໃຫ້ ອົງການປົກຄອງທ້ອງຖິ່ນຂອງຕົນ ກະກຽມຄວາມພ້ອມຮັບມື ແລະ ຕອບໂຕ້ສູກເສີນກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນລະຫວ່າງ ວັນທີ 24-26 ກັນຍາ 2001;
2. ແຕ່ງຕັ້ງຄະນະລົງຕິດຕາມລະດັບນ້ໍາ ຕາມແຄມແມ່ນ້ໍາຕ່າງໆ ຢ່າງໃກ້ຊິດ, ມີສະຕິລະວັງຕົວຕໍ່ສະພາບເຫດການດິນເຈື່ອນ, ນໍ້າຖ້ວມຊູ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂື້ນ ພ້ອມທັງກຽມພ້ອມດ້ານພາຫະນະ, ອຸປະກອນ, ສະຖານທີ່ບ່ອນຫຼົບໄພຊົ່ວຄາວ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນຮັບຮອງໃນກໍ່ລະນີສຸກເສີນ;
3. ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ກະກຽມທາງດ້ານກໍາລັງພົນ, ພາຫະນະ ແລະ ອຸປະກອນຕ່າງໆ ເພື່ອ
ກຽມພ້ອມໃຫ້ການກອບກູ້ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໃນກໍລະນີມີເຫດການສຸກເສີນ ໃຫ້ທັນສະພາບການ;
4. ປະກາດ, ແຈ້ງເຕືອນ ພໍ່ແມ່ປະຊາຊົນ ໃຫ້ຮັບຊາບຂໍ້ມູນຂ່າວສານ ແລະ ມີສະຕິລະວັງຕົວ, ກຽມພ້ອມຍົກຍ້າຍຜູ້ທີ່ມີຄວາມສ່ຽງ, ເກັບມ້ຽນສິ່ງຂອງທີ່ມີຄ່າ, ກຽມຍົກຍ້າຍສັດລ້ຽງ, ເພື່ອປ້ອງກັນ ແລະ ຮັບມືກັບເຫດການໄພພິບັດທີ່ ອາດເກີດຂຶ້ນໃຫ້ທັນເວລາ.
ຫຼາຍເພດໃນສື່ອອນລາຍໄດ້ແຊ ແລະ ໂພສ ໃນວັນທີ 23/9/2021 ກ່ຽວກັບທະນາຄານພົງສະຫັວນ ສາຂາທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖືກໂຈນປຸ້ນ ແລະ ທຸບແວ່ນ ຂອງທະນາຄານດັ່ງກ່າວ ຂໍໃຫ້ເຈົ້າໜ້າທີ່ຈັບຜູ້ກໍ່ເຫດມາລົງໂທດໂດຍໄວ.
ປກສ ໄດ້ລົງກວດກາເຫັນວ່າ: ກ່ອນແວ່ນຈະຢຸບ ແລະ ແກ້ວຈະແຕກ ໄດ້ມີສຽງແຕກດັງຂຶ້ນ ກ່ອນປະມານ 45 ນາທີ ແລ້ວແວ່ນຈິ່ງຢຸບລົງຕາມຄຳໃຫ້ການຂອງປະກັນໄພ ທີ່ຍາມໃນທະນາຄານພົງສະຫັວນ ຫຼັງຈາກນັ້ນ ປກສ ໄດ້ໄປກວດຕາມກ້ອງວົງຈອນປິດຕ່າງໆ ເຫັນວ່າ: ແວ່ນແມ່ນຢຸບລົງເອງ ແລະ ບໍ່ມີຄົນຮ້າຍມາປຸ້ນ (ສຳລັບຄລິບເຫດການດັ່ງກ່າວແມ່ນບໍ່ມີມູນຄວາມຈິງແຕ່ປະການໃດ).
ທ້າຍນີ້ຂໍຝາກເຕືອນທຸກໆ ຄົນທີ່ໃຊ້ສື່ສັງຄົມອອນລາຍ ໃຫ້ມີສະຕິໃນການເສບຂ່າວ ເພາະບັນຫານີ້ກໍ່ເປັນບັນຫາທີ່ຫຼໍ່ແຫຼມ ທຸກຄົນກໍ່ໄດ້ເອົາໃຈໃສ່ຈົດຈໍ່ຕິດຕາມຂ່າວ ຖ້າຜູ້ໃດຈະລົງຂ່າວ ຫຼື ແຊຂ່າວອັນໃດກໍ່ຂໍໃຫ້ມີຂໍ້ມູນຊັດເຈນ ແລະ ຄົບຖ້ວນ ໂດຍສະເພາະຂໍ້ມູນເຫຼົ່ານັ້ນຕ້ອງມາຈາກແຫຼ່ງຂ່າວທາງການເທົ່ານັ້ນ.
ຂໍ້ມູນ: Media Laos
ຕາມ ແຟນເພຈ ຂອງ Permanent Mission of the Lao PDR to the United Nations ໄດ້ໂພສຂໍ້ຄວາມລາຍງານວ່າ: ພາຍຫຼັງທີ່ ສປປ ລາວ ໄດ້ຮັບການເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ສະໄໝທີ 76 ໃນເດືອນ ມິຖຸນາ 2021 ຜ່ານມາ, ໃນຕອນເຊົ້າ ວັນທີ 22 ກັນຍາ 2021, ສປປ ລາວ ໄດ້ເລີ່ມຕົ້ນປະຕິບັດໜ້າທີ່ຂອງຕົນເປັນຄັ້ງທຳອິດ ໂດຍມີທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ເຮັດໜ້າທີ່ເປັນປະທານ ນໍາພາການດຳເນີນກອງປະຊຸມ ໃນພາກສຸດທ້າຍຂອງກອງປະຊຸມລະດັບສູງ ພາຍໃຕ້ສະມັດຊາໃຫ່ຍ ເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ແຫ່ງການຮັບຮອງຖະແຫຼງການ ແລະ ແຜນປະຕິບັດງານເດີບັນ (Durban Declaration and Programme of Action) ທີ່ວ່າດ້ວຍການຕ້ານການຈຳແນກເຊື້ອຊາດ, ຜິວພັນ, ການລັງກຽດ ແລະ ການບໍ່ຍອມຮັບໃນຄວາມແຕກຕ່າງ.
ຫຼັງຈາກນັ້ນ, ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປລາວ ໄດ້ສືບຕໍ່ນຳພາກອງປະຊຸມຄົບຄະນະຄັ້ງທີ 6 (6th Plenary meeting) ຂອງພາກອະພິປາຍທົ່ວໄປ ເຊິ່ງມີບັນດາຜູ້ນໍາຂັ້ນປະມຸກລັດ ຂອງ 13 ປະເທດ ຜັດປ່ຽນກັນຂຶ້ນກ່າວບົດປາໄສໃນຫ້ອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຜ່ານທາງໄກ.
ປະທານສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ສະໄໝທີ 76 ແມ່ນຈະປະຕິບັດໜ້າທີ່ເລີ່ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ພາຍໃຕ້ຫົວຂໍ້ “ການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ການສົ່ງເສີມການພັດທະນາແບບຍືນຍົງ, ເຄົາລົບສິດທິຂອງປະຊາຊົນ ແລະ ປັບປຸງລະບົບການເຮັດວຽກຂອງອົງການສະຫະປະຊາຊາດ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່”.
ການເຮັດໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ ສະຫະປະຊາຊາດ ຂອງ ສປປ ລາວ, ແມ່ນການປະກອບສ່ວນປະຕິບັດພັນທະສາກົນ ໃນຖານະເປັນປະເທດສະມາຊິກ ອົງການສະຫະປະຊາດ, ໃນໄລຍະນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນ ມີການຜັນແປຢ່າງໄວວາ ເຊິ່ງຄາດຄະເນໄດ້ຍາກ, ໂດຍສະເພາະວິກິດການອັນເກີດຈາກພະຍາດໂຄວິດ-19 ແລະ ການປ່ຽນແປງຂອງສະພາບແວດລ້ອມ, ຂໍ້ຂັດແຍ່ງທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ.
ການປະຕິບັດໜ້າທີ່ສາກົນດັ່ງກ່າວ ຮຽກຮ້ອງໃຫ້ ສປປ ລາວ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ, ພ້ອມທັງຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ມີຄວາມໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກສະຫະປະຊາຊາດ ແບບເປີດກ້ວາງ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້, ເຊິ່ງບັນຫາສໍາຄັນຂອງໂລກດັ່ງກ່າວທັງຫມົດ ແມ່ນໄດ້ຖືກກໍານົດເຂົ້າໃນແຜນການເຮັດວຽກຂອງສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76 ນີ້.
ການເຮັດໜ້າທີ່ດັ່ງກ່າວ ນອກຈາກເປັນການປະຕິບັດພັນທະສາກົນແລ້ວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີສະຫະປະຊາຊາດ ໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສະຫະປະຊາຊາດ, ກອງປະຊຸມລະດັບສູງຕ່າງໆ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສະຫະປະຊາຊາດ ແລ້ວ 1 ຄັ້ງ ຄື ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 50 ໃນປີ 1995.
ລາຍງານວັນທີ 23 ກັນຍາ 2021 ຈາກຄະນະສະເພາະກິດ
+ຈໍາປາສັກ 46 ຄົນ:
-ຈຳນວນ 19 ຄົນ ຈາກນິຄົມ 1 (ສວນຢາງ) ບ້ານຫນອງກອກ ເມືອງບາຈຽງ ເປັນຄົນ ຫວຽດນາມ, 3 ຄົນ ສວນຢາງພາລາດັກໆ (ຄົນລາວ 1, ຄົນ ຫວຽດນາມ 2), 3 ຄົນ ມາຈາກບ້ານພອງເພາະ ມ. ປະທຸມພອນ ເປັນບ້ານໃໝ່ ທີ່ພົວພັນກັບນຸ້ມປະທຸມພອນ
-ສ່ວນທີ່ເຫຼືອມາຈາກນະຄອນປາກເຊ ລວມມີ ທະຫານ 1 ຄົນ, ພະນັກງງານໂຮງແຮມ 1, ພະນັກງານໄອຍະການ 1.
+ ຄໍາມວນ 26 ຄົນ:
– ເມືອງ ທ່າແຂກ 22 ຄົນ (ບໍລິສັດຄາຍຢວນ 14 ຄົນ) – ເມືອງ ເຊບັ້ງໄຟ 3 ຄົນ – ເມືອງ ຍົມມະລາດ 1 ຄົນ (ບຸກຄະລາກອນການແພດ)
+ ສະຫວັນນະເຂດ 10 ຄົນ:
– ຄ້າຍຄຸມຂັງຫຼັກ 6 ມີ 07 ກໍລະນີ (ກວດຕົວຢ່າງຄັ້ງທີ່ 03) – ບ້ານວົງວິໄລ, ເມືອງເຊໂປນ ມີ 01 ກໍລະນີ ເປັນນ້ອງຊາຍຂອງພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6 ທີ່ຕິດເຊື້ອມາກ່ອນ
– ບ້ານໄຊຍະມຸງຄົນ, ນະຄອນໄກສອນ ມີ 01 ກໍລະນີ (ກວດຄັ້ງທີ່ 02) ໄດ້ສໍາ
ຜັດໃກ້ຊິດກັບກໍລະນີຕິດເຊື້ອ ພັກຢູ່ບ້ານພັກດຽວກັນ ຊຶ່ງໄດ້ລາຍງານ ໃນວັນທີ 10 ກັນຍາ 2021, ຄົນຫວຽດນາມ ມີ 01 ກໍລະນີ (ເພດຊາຍ, ອາຍຸ 40 ປີ) ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ
+ບໍລິຄໍາໄຊ 5 ຄົນ: ທັງ 5 ເປັນຜູ້ສໍາພັດໃກ້ຊິດ ແລະ ເປັນຄອບຄົງດຽວກັນກັບຜູ້ ຕິດເຊື້ອຜ່ານມາ
– ເພດຍິງ 32 ປີ ອາຊີບ ເຮັດນາ ລູກສາວ
– ເພດຍິງ 17 ປີ ອາຊີບ ນັກຮຽນ ຫຼານສາວ
– ເພດຍິງ 18 ປີ ອາຊີບ ນັກຮຽນ ຫຼານສາວ – ເພດຍິງ 72ປີ ອາຊີບ ຫວ່າງງານ ເມຍ
– ປະຈຸບັນ 4 ຄົນ ນອກຈາກລູກຊາຍ ແມ່ນຢູ່ມ ຕົ້ນ ໂພນສີ ເມືອງ ປາກກະດິງ 5.ຫລວງນໍ້າທາ 5 ຄົນ: ທັງຫນົດ ເປັນສັນຊາດຈີນ, ທີ່ເດີນທາງມາຈາກ ເຂດພິເສດ ສາມຫຼ່ຽມຄໍາ.
+ຫຼວງພະບາງ 5 ຄົນ:
– ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ, ກັກໂຕຢູ່ສູນເມືອງນານ (ອາຊີບ: ຊາວສວນ 02 ກໍລະນີ; ອາຊີບ: ກໍາມະກອນ ແລະ ນັກຮຽນ) ທີ່ໄດ້ສໍາຜັດໃກ້ຊິດກັບຄົນບ້ານໂພນໄຊຕິດເຊື້ອ.
– ບ້ານຂົວທີ 01, ນະຄອນຫລວງພະບາງ (ເພດຊາຍ, ອາຍຸ 21 ປີ, ອາຊີບ: ນັກສຶກສາ ຮຽນອອນລາຍ ບໍ່ໄດ້ໄປໃສ ຢູ່ແຕ່ເຮືອນ), ບໍ່ມີອງການຫຍັງ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)
+ແຂວງວຽງຈັນ 4 ຄົນ:
– 03 ຄົນ ແມ່ນເຮັດວຽກຢູ່ໂຮງງານຊີມັງວັງວຽງ
• ບ້ານປາກເປາະ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 39 ປີ)
• ບ້ານພູດິນແດງ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 59 ປີ)
• ບ້ານຂັນມາກ, ເມືອງວັງວຽງ ມີ 01 ກໍລະນີ (ເພດຍິງ, ອາຍຸ 27 ປີ)
– ມີ 01 ຄົນ (ເພດຍິງ, ອາຍຸ 53 ປີ) ຢູ່ບ້ານໂພນຫໍ, ເມືອງໂພນໂຮງ ຊື່ງມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປເຮືອນດີ ຢູ່ບ້ານໂພນຫໍ ແລະ ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.
+ຊຽງຂວາງ 2 ຄົນ:
ບ້ານຫໍສິມ, ເມືອງຜາໄຊ ມີ 02 ກໍລະນີ (ເພດຊາຍ, ອາຍຸ 67 ປີ, ອາຊີບ: ຜູ້ເຖົ້າ ແລະ ເພດຍິງ ອາຍຸ 58 ປີ, ອາຊີບ: ຜູ້ເຖົ້າ) ແລະ ມີປະຫວັດສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ທີ່ໄປງານເຮືອນດີ.
+ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ, ກັກໂຕຢູ່ບ້ານຄົນດຽວ ເປັນລູກຊາຍ ຂອງຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 06 ກັນຍາ 2021.
ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ໃນວັນທີ 23 ກັນຍາ 2021 ໃຫ້ຮູ້ວ່າ: ນະຄອນຫຼວງມີຜູ້ຕິດເຊື້ອໃໝ່ທັງໝົດ +568 ນຳເຂົ້າ 5 ແລະ ຊຸມຊົນ 563
ນະຄອນຫຼວງ 563 ຄົນ: ເກືອບ 90 ເປີເຊັນ ມາຈາກໂຮງງານ ຕັດຫຍິບລາຍລະອຽດຄື:
-ຈາກໂຮງງານ TriO: 371 ຄົນໃນຈໍານວນຕົວຢ່າງທັງຫມົດ 669;
-ຈຸດເກັບຕົວຢ່າງ ເມືອງ ນາຊາຍ ທອງ:ພົບ 89 ຄົນ ໃນຈໍານວນທັງຫມົດ 280 ຕົວຢ່າງ;
-ໂຮງງານ Venture ບ້ານສາຍນໍ້າເງີນ: 42 ຄົນ ໃນຈໍານວນ 140 ຕົວຢ່າງ;
-ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 36 ຄົນ; ໃນຈໍານວນ 390 ຕົວຢ່າງ;
– ຈຸດເກັບຕົວຢ່າງໂຮງຫມໍເຊດຖາທິລາດ ແລະ ໂຮງຫມໍ ເດັກ 9 ຄົນ ຈາກ ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ), ເມືອງ ຫາດຊາຍຟອງ 03 ຄົນ (03 ບ້ານ), ເມືອງໄຊ
ທານີ 01 ຄົນ ( ບ້ານຫນອງວຽງຄໍາ) , ເມືອງສີໂຄດຕະບອງ ມີ 02 ຄົນ (02 ບ້ານ), ເມືອງ ນາຊາຍທອງ ມີ 01 ຄົນ ຈາກບ້ານຫນອງປັກແຮດ ເປັນພະຍາບານ ພະແນກສຸກ ເສີນ ໂຮງຫມໍເດັກ ຜູ້ກ່ຽວມີນ້ອງໄພ້ ທີ່ເຮັດວຽກຢູ່ໂຮງງານ Trio ທີ່ມີຄົນຕິດເຊື້ອມາກ່ອນ.
ສະຖານທີ່ສຽງໃນນະຄອນຫຼວງວຽງຈັນ:
0 ໂຮງງານ ອານພີ, ບ້ານຫນອງທາ, ເມືອງ ຈັນທະບູລີ ່
-ໂຮງງານ ທຣີໂອ, ບ.ສີເກີດ, ມ. ນາຊາຍທອງ
-ໂຮງງານ ເວັນເຈີ, ບ.ສີວິໄລ, ມ. ໄຊທານີ
-ຕະຫຼາດທ່າງອນ
-ໂຮງງານນ້ໍາດື່ມ ຄຣິດສະຕໍ
-ຊຸບເປີມາເກັດດີມາກ ຫຼັກ 7
-ບໍລິສັດ ເມືອງວັງ
-ບໍລິສັດ ດີເຄ
-ບໍລິສັດ ກຸງສີເຊົ່າສິນເຊື່ອ
ເມື່ອມີຜູ້ປິ່ນປົວ ກໍຕ້ອງມີຜູ້ຫາຍດີ ຖ້າປະຕິບັດຕາມຄຳແນະນຳ ຊອງແພດໝໍ.
ໃນວັນທີ 21-22 ກັນຍາ 2021 ໂຮງໝໍພາກສະໜາມວິທະຍາໄລການເງີນພາກໃຕ້ໄດ້ ປິ່ນປົວຜູ້ປ່ວຍໂຄວິດ19 ຫາຍດີ ຈຳນວນ 105 ຄົນ, ໃຫ້ເມືອງຈຳກັດບໍລິເວນຕໍ່ ຢູ່ສູນຈຳກັດບໍລິເວນຂອງແຕ່ລະເມືອງທີ່ກຳນົດໄວ້ຕື່ມອີກ 14 ວັນ, ຈິ່ງອະນຸຍາດໃຫ້ກັບໄປຫາຄອບຄົວ ແລະ ໃຫ້ປະຕິບັດການໃຊ້ຊີວິດແບບໃໝ່ New Normal ກໍຄືມາດຕະການການປ້ອງກັນຕົນເອງໃນຍຸດແບບນີ້.
ຂໍຊົມເຊີຍ ແລະ ຂອບໃຈ ທ່ານໝໍ ແລະພາກສ່ວນທີ່ກ່ຽວຂ້ອງ ໃນການປ້ອງກັນ ແລະສະກັດກັ້ນໂຄວິດ-19.
ແຂວງຈຳປາສັກ: ສອບຖາມສາຍດ່ວນ 031 166