Home Blog Page 174

ລາຍລະອຽດຜູ້ຕິດເຊື້ອໃໝ່ຊຸມຊົນມື້ນີ້ +303 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດ ວັນທີ 19 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງຫມົດ 5,318 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ ທັງຫມົດ 371 ຄົນ:

– ກໍລະນີນໍາເຂົ້າ ມີ 68 ຄົນ ຈາກ ແຂວງ ສະຫວັນນະເຂດ 42 ຄົນ, ສາລະວັນ 13 ຄົນ,ຈໍາປາສັກ 10 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງກວດພົບຈາກ ແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

-ສໍາລັບ ການຕິດເຊື້ອໃນຊຸມຊົນ ມີ 303 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

ນະຄອນຫຼວງ 225 ຄົນ ລາຍລະອຽດຄື:

1). ກຸ່ມ ໂຮງງານ ອານພີ ລາວ (ເກັບຕົວຢ່າງໃນໂຮງງານ) ໃຫ້ຜົນບວກ 179,

2). ໂຄງການສຶກສາ LACOMISS: ມີ 07 ຄົນ

-ຈາກ ບ້ານ ຫນອງທາເຫນືອ, ເມືອງ ຈັນທະບູລີ 03 ຄົນ ຊື່ງ ເປັນສະມາຊິກຄອບຄົວ

ດຽວກັນ ທີ່ຕິດເຊື້ອຊີ້ງໄດ້ລາຍງານ ວານນີ້. – ຈາກບ້ານ ຫນອງຈັນ, ເມືອງ ສີສັດຕະນາກ 03 ຄົນເປັນສະມາຊິກຄອບຄົວດຽວກັນ

ທີ່ຕິດເຊື້ອ ຊື່ງໄດ້ລາຍງານ ວານນີ. – ບ້ານ ຫນອງແຕ່ງ 01 ຄົນ (ພະນັກງານ)

3). ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 15 ຄົນ – ອານພີ ລາວ 04 ຄົນ

– ກົມແຜນທີ່ທະຫານ 01 ຄົນ – ຄະນະ ພົວພັນຕ່າງປະເທດ 01 ຄົນ – ໂຮງງານ ຊີເຄແອວ 02 ຄົນ – ຕະຫລາດ ດົງຫມາກຄາຍ 02 – ຕະຫລາດ ສີ ເກີດ 01 ແລະ ລັດວິສະຫະກິດ ການບິນລາວ 01

4). ກຸ່ມໄປກວດຢູ່ ໂຮງຫມໍເສດຖາ: ມີ 07 ກໍລະນີ;ຊີ່ງມາຈາກ :

– ບ້ານ ໂນນຄໍ້ 04 ຄົນ (ເປັນຄອບຄົວດຽວກັນ) – ບ້ານ ທາດຫລວງໃຕ້ 04 ຄົນ – ບ້ານ ດົງຄໍາຊ້າງ 01 ຄົນ

5). ກຸ່ມໄປກວດຢູ່ໂຮງຫມໍ 103 : ມີ 03 ຄົນ ( ຈາກດອນຫນູນ 01 ແລະ ຫນອງດ້ວງ 02)

– ຈາກຂໍ້ມູນ ຂ້າງເທີງ ຂອງການລາຍມື້ນີ້ ມີຜູ້ຕິດເຊື້ອຈາກ ໂຮງງານຕັດຫຍິບ ອານພີ ລາວ ທັງຫມົດ 182 ຄົນ, ມາຮອດປະຈຸບັນ ຕົວເລກສະສົມຜູ້ຕິດເຊື້ອທັງຫມົດ 436 ຄົນ (ໃນຈໍານວນຕົວຢ່າງ 1275 ຕົວຢ່າງ ທີ່ເກັບ).

• ຄໍາມ່ວນ 27 ຄົນ:

• ຈໍາປາສັກ 26 ຄົນ

• ຫຼວງພະບາງ 14 ຄົນ

• ບໍ່ແກ້ວ 8 ຄົນ:

• ສະຫວັນນະເຂດ 3 ຄົນ:

ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 19,185 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງຫມົດ 4,184 ຄົນ.

ລະວັງເດີ້ ໃຜຍັງບໍ່ຟັງ! ຫຼາຍພາກສ່ວນສຸມໃສ່ ອອກກວດກາລາດຕະເວນ 24 ຊົ່ວໂມງ

ຫຼາຍພາກສ່ວນສຸມໃສ່ ອອກກວດກາລາດຕະເວນ

ຕາມປ້ອງການຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20:00 ວັນທີ 18 ກັນຍາ 2021, ກຳລັງກອງພັນປ້ອງກັນເຄື່ອນທີ່ ນວ ສົບທົບກັບທະການນະຄອນຫຼວງ ແລະ ທະຫານມາຈາກກະຊວງປ້ອງກັນປະເທດ ພ້ອມກັນສຸມໃສ່ກວດອອກກວດກາລາດຕະເວນໂດຍ ຜັດປ່ຽນຈຸປະຈຳການອອກລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອແນ່ໃສ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍ່ຄືການປະຕິບັດຕາມຄຳສັ່ງ, ແຈ້ງການ ແລະ ມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ວາງອອກ.

ຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ໝົດໄປແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 020 28899774

ລາຍງານຜູ້ຕິດເຊື້ອໃໝ່ໃນຊຸມຊົນ ນະຄອນຫຼວງວຽງຈັນຫຼາຍກວ່າໝູ່

ຕາມການລາຍງານວັນທີ 18 ກັນຍາ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 466 ຄົນ: ກໍລະນີນໍາເຂົ້າ ມີ 83 ຄົນ ຈາກ ແຂວງ ສະຫວັນນະເຂດ 72 ຄົນ, ສາລະວັນ 9 ຄົນ, ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.   

ສຳລັບລາຍລະອຽດ ການຕິດເຊື້ອໃນຊຸມຊົນ ມີດັ່ງຕໍ່ໄປນີ້:

1.ນະຄອນຫຼວງວຽງຈັນ:

+ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 247 ຄົນ ແມ່ນເຮັດວຽຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ, ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້

-ໂຄງການສຶກສາ LACOVISS: ມີ 03 ຄົນ : 01 ຄົນ ຈາກບ້ານ ໜອງຈັນ, ເຈົ້າໜ້າທີ່ຕຳຫລວດ, 02 ຄົນ ແມ່ນ ຈາກ ບ້ານ ໜອງທາເໜືອ (ພໍ່ ແລະ ລູກ ສາວ), ເມືອງ ຈັນທະບູລີ

+ຈຸດເກັບຕົວຢ່າງຈາກບືງຂະຫຍອງ ພົບເຊື້ອ 12 ຄົນ: ບ້ານ ດ່ານຊ້າງ, ເມືອງ ໄຊທານີ 01 ຄົນ, ບ້ານ ຫົວຂົວ, ເມືອງ ໄຊເສດຖາ  02 ຄົນ (ພະນັກງານ ບໍລິສັດ ເອກະຊົນ ຊີເຄແອວ) ບ້ານ ສະພັງເມິກ, ເມືອງ ໄຊທານີ 01 ຄົນ, ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ 03 ຄົນ (ເຮັດວຽກຢູ່ໂຮງງານ ອານພີລາວ 01 ຄົນ ແລະ ຄ້າຂາຍໜ້າໂຮງງານ) ບ້ານ ສີເກີດ, ເມືອງນາຊາຍທອງ 03 ຄົນ (01 ຄົນ ແມ່ນ ຄ້າຂາຍໃນຕະຫລາດອົດຊີ)ກຸ່ມເມືອງໄຊທານີ 2 ຄົນ

+ຈາກໂຮງໝໍມະໂຫສົດ 1 ຄົນ ຈາກ ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ໂຮງງານ ອານພີລາວ (ເກັບຕົວຢ່າງຈາກ ໂຮງໝໍມະໂຫສົດ)

2.ຈໍາປາສັກ 41 ຄົນ

3.ຫຼວງພະບາງ 30 ຄົນ

4.ຄຳມ່ວນ 26 ຄົນ:​ ທັງໝົດ 12 ບ້ານ ຈາກ 3 ເມືອງ ຄື: ທ່າແຂກ 9 ບ້ານ, ບົວລະພາ 2 ບ້ານ, ນາກາຍ 1 ບ້ານ

5.ສະຫວັນນະເຂດ 20 ຄົນ: ໃນນີ້ 13 ຄົນ ແມ່ນຈາກສະຖານທີ່ຄຸມຂັງ

6.ຫຼວງນໍ້າທາ 2 ຄົນ

ຂ່າວດ່ວນ! ຕິດເຊື້ອສູງທີ່ສຸດ 466 ຄົນ ຊຸມຊົນ 383

ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ ໃນເຊົ້າວັນທີ 18 ກັນຍາ 2021 ນີ້ວ່າ: ວັນທີ 17/9/21 ໄດ້ກວດວິເຄາະທັງໝົດ 6504 ຕົວຢ່າງ, ນະຄອນຫຼວງ 1752 ຕົວຢ່າງ, ສະຫວັນນະເຂດ 593, ຈໍາປາສັກ 1281:
ກວດພົບເຊື້ອ 466 ຕົວຢ່າງ, ຊຸມຊົນ 383 ຄົນ ແລະ ນໍາເຂົ້າ 83 ຄົນ.

ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ມີດັ່ງນີ້:

  • ນະຄອນຫຼວງ: 264 ຊຸມຊົນ (ຊື່ງ ໃນນີ້ 90 ເປີເຊັນ ຂອງຜູ້ຕິດເຊື້ອ ແມ່ນກຳມະກອນຈາກ ໂຮງງານຕັດຫຍິບ ອັນພີລາວ; ບ້າງ ໜອງທາເໜືອ, ເມືອງຈັນທະບູລີ )
  • ຫຼວງນໍ້າທາ: 2 (ຊຸມຊົນ)
  • ຫຼວງພະບາງ: 32 ໃນນີ້ 2 (ນໍາເຂົ້າ) ແລະ 30 (ຊຸມຊົນ)
  • ຄໍາມ່ວນ: 26 (ຊຸມຊົນ)
  • ສາລະວັນ: 9 (ນໍາເຂົ້າ)
  • ສະຫວັນນະເຂດ: 92 ໃນນີ້ 72 (ນໍາເຂົ້າ) , 7 (ຊຸມຊົນ) ແລະ 13 (ຄຸມຂັງ)
  • ຈໍາປາສັກ: 41 (ຊຸມຊົນ)

ຕິດເຊື້ອສະສົມ 18 814 ຄົນ, ເສຍຊີວິດ 16, ກໍາລັງປິ່ນປົວ 3665

ທະນາຄານກາງ ແຈ້ງມີຮ້ານແລກປ່ຽນ 419 ແຫ່ງເຊັນສັນຍາກັບທະນາຄານທຸລະກິດແລ້ວ

ໃນວັນທີ 17 ກັນຍາ 2021 ນີ້ ທະນາຄານກາງ ຫຼື ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລກທີ 175/ຫກ ໂດຍແຈ້ງລາຍຊື້ ໃຫ້ປະຊາຊົນ ທົ່ວປະເທດ ຮັບຊາບ ຈໍານວນ ຮ້ານແລກປ່ຽນ ທີ່ໄດ້ລົງນາມເຊັນສັນຍາເປັນຕົວແທນ ຂອງທະນາຄານທຸລະກິດ. ເຊິ່ງທົ່ວປະເທດ ໄດ້ເຊັນແລ້ວທັງໝົດ 419 ແຫ່ງ.

ຫາກທ່ານພົບເຫັນຮ້ານແລກປ່ຽນອື່ນໆ ທີ່ບໍ່ໄດ້ຢູ່ໃນລາຍຊື່ ແຈ້ງການນີ້ ຖືວ່າແມ່ນຜິດກົດໝາຍ ແລະ ກະລຸນາແຈ້ງ ຫາເບີໂທ 021 264590, 020 22220788, 020 58585519

ລາຍລະອຽດ ມີດັ່ງຂ້າງລຸ່ມນີ້

.

.

.

.

.

.

.

.

.

.

.

.

.

.

.

.

.

ປັບໃໝຜູ້ມາໃຊ້ບໍລິການນັ່ງກິນຊຸມແຊວ ຜູ້ລະ 500,000 ກີບ

ປກສ ເມືອງຈັນທະບູລີ ນຳໃຊ້ມາດຕະການປັບໃໝຜູ້ລະ 500,000ກີບ/ຄົນ

ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ເວລາ 23:00ໂມງ ວັນທີ 17 ກັນຍາ 2021, ຈຸປະຈຳການ ປກສ ເມືອງຈັນທະບູລີ ອອກກວດກາລາດຕະເວນພົບເຫັນ ພົບເຫັນຮ້ານປີ້ງເອັນຢູ່ເຂດບ້ານດອນແດງ ເມືອງຈັນທະບູລີ ນວ ເປີດບໍລິການເກີນໂມງເວລາກຳນົດຕາມຄຳສັ່ງເລກທີ 015/ຈນວ ກຳນົດໄວ້ໃນ ມີຜູ້ມາໃຊ້ບໍລິການນັ່ງກິນຊຸມແຊວ ຈຳນວນ 11 ຄົນ ຍິງ 8 ຄົນ ເຈົ້າໜ້າທີ່ຈຶ່ງສຶກສາອົບຮົມ ແລະ ນຳໃຊ້ມາດຕະການປັບໃໝຜູ້ລະ 500,000 ກີບ.

ນໍ້າຖ້ວມເຮືອນປະຊາຊົນເມືອງແກ່ນທ້າວ ຮອບທີ 2 ແຂວງໄຊຍະບູລີ ຍ້ອນຕົກໜັກຕິດຕໍ່ກັນ

ນໍ້າຖ້ວມເຮືອນປະຊາຊົນເມືອງແກ່ນທ້າວ ຮອບທີ 2 ໃນວັນທີ 16-17 ກັນຍາ 2021 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີຝົກຕົກໜັກເຮັດໃຫ້ເກີດນໍ້າຖ້ວມເນື້ອທີ່ທໍາການຜະລິດ ແລະ ສິ່ງປຸກສ້າງຂອງປະຊາຊົນ.

ນອກຈາກນັ້ນ, ຍັງມີເສັ້ນທາງ ແລະ ຂົວບາງແຫ່ງຖືກນໍ້າຖ້ວມ ຈົນບໍ່ສາມາດສັນຈອນໄປ-ມາໄດ້ ເຊິ່ງບ້ານທີ່ຖືກຜົນກະທົບມີ 5 ບ້ານ ຈໍານວນ 24 ຄອບຄົວ ຄື: ບ້ານທ້າວແກ່ນ 3 ຄອບຄົວ, ບ້ານຈອມແກ້ວ 1 ຄອບຄົວ, ບ້ານເມືອງໝໍ 15 ຄອບຄົວ, ບ້ານນາຫີນ 4 ຄອບຄົວ ແລະ ບ້ານນາບອນ 1 ຄອບຄົວ.

ຫົນທາງຖືກນໍ້າເຊາະເຈື່ອນ 4 ຈຸດ ຄື: ແຕ່ສາມແຍກສາລານໍ້າວັງຫຼວງ-ຫໍແດນດິນ (ບ້ານລາດຂາມປ້ອມ), ສາມແຍກບ້ານນໍ້າເຕົ່າ-ບ້ານດົງສະຫງວນ (ເມືອງປາກລາຍ), ສາມແຍກບ້ານໂພນປ່າປໍ-ບ້ານກົກໄຮ່ຄໍາ ແລະ ບ້ານຫາດແດງ-ທ່າບັກເວີນຄໍາ ການສັນຈອນພົບຄວາມຫຍຸ້ງຍາກ ບາງຈຸດລົດນ້ອຍບໍ່ສາມາດທຽວໄດ້, ນໍ້າຖ້ວມຂົວ 8 ແຫ່ງ ຄື: ຂົວບ້ານຫາດແດງ-ບ້ານພວນ, ຂົວບ້ານຈອມແກ້ວ, ຂົວບ້ານນໍ້າເຕົ່າ, ຂົວບ້ານປາກຕົມ, ຂົວບ້ານຫ້ວຍບູຮາ, ຂົວບ້ານເມືອງໝໍ ແລະ ຂົວບ້ານປາກແຄມ 2 ແຫ່ງ.

ສ່ວນມູນຄ່າຄວາມເສຍຫາຍ ແລະ ເນື້ອທີ່ນາຈະແຈ້ງໃຫ້ຊາບພາຍຫຼັງ.ຕໍ່ກັບສະພາບຜົນກະທົບຈາກພາຍຸ ຄັ້ງນີ້, ທາງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ລົງເກັບກໍາຂໍ້ມູນ ແລະ ລາຍງານປະທານຄະນະກໍາມະທີິການຄຸ້ມຄອງໄພພິບັດຂັ້ນເມືອງແລ້ວ ເພື່ອມີທິດຊີ້ນໍາ ໃນການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ.

ແຈ້ງການ! ຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ

ແຈ້ງການ ກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID – 19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 16 – 30 ກັນຍາ 2021

1.ໃຫ້ສືບຕໍ່ປະຕິບັດມາດຕະການຫ້າມ ແລະ ຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນ ຄຳສັ່ງ ເລກທີ 015/ຈນວ, ລົງວັນທີ 30 ສິງຫາ2021, ແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ແຈ້ງການ ເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ2021, ຄຳແນະນຳ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ແລະ ບັນດາຄຳແນະນຳຂອງຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ເມືອງ ວາງອອກ ຢ່າງເຂັ້ມງວດ ແລະ ເດັດຂາດ;

2. ໃຫ້ເພີ່ມທະວີ ການປະຕິບັດຂໍ້ຫ້າມເພີ່ມ ຄື:

2.1. ຫ້າມບຸກຄົນ ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປແຂວງ ທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເຊັ່ນ: ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງບໍ່ແກ້ວ (ເມືອງຕົ້ນເຜິ້ງ). ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ນະຄອນຫຼວງວຽງຈັນ ແຕ່ເວລາເດີນທາງກັບມາ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນຈັດໄວ້;

2.2. ຫ້າມບຸກຄົນ ຢູ່ແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເດີນທາງເຂົ້າມານະຄອນຫຼວງວຽງຈັນ. ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ແຕ່ເມື່ອມາຮອດນະຄອນຫຼວງວຽງຈັນ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຈັດໄວ້;

2.3. ຫ້າມຜູ້ທີ່ຕິດເຊື້ອພະຍາດ COVID-19 ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການເຂົ້າປິ່ນປົວຢູ່ໂຮງໝໍ ຕາມຄຳສັ່ງຂອງແພດໝໍ ຢ່າງເດັດຂາດ, ຖ້າສືບຮູ້ວ່າມີການປິດອຳ ຫຼື ຕົວະ ຫຼື ຫຼົບໜີ ແມ່ນຈະຖືກປັບໄໝ ແລະດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງເຂັ້ມງວດ;

2.4. ຫ້າມຜູ້ທີ່ສຳພັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 (C2) ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນຫຼື ຫຼົບໜີ ບໍ່ຈຳກັດບໍລິເວນຕົນເອງ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຫຼື ເມືອງກຳນົດໄວ້, ຖ້າມີກໍລະນີປິດອໍາ ຫຼື ຕົວະ ຫຼື ຫຼົບໜີ ບໍ່ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງເຂັ້ມງວດ.

3. ໃຫ້ປະຕິບັດມາດຕະການຜ່ອນຜັນເພີ່ມ ຄື: ອະນຸຍາດໃຫ້ໂຮງຮຽນ ກິນ-ນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາແລະ ພະນັກງານຄູອາຈານ ດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ຫຼືນະຄອນຫຼວງວຽງຈັນ;

4. ໃຫ້ກຳລັງ ປກສ ສົມທົບກັບກຳລັງ ປກຊ ຈັດຕັ້ງຈຸດກວດກາບູກຄົນເດີນທາງເຂົ້າ ແລະ ຈຸດກວດກາບູກຄົນເດີນທາງອອກນະຄອນຫຼວງວຽງຈັນ ແລະ ປ່ຽນຜັນກັນປະຈຳການ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ. ກໍລະນີກວດພົບເຫັນບຸກຄົນ ທີ່ເດີນທາງມາຈາກແຂວງທີ່ມີການລະບາດຂອງພະຍາດ COVID-19 ໃນລະດັບ 2 ແລະ 3 ແມ່ນໃຫ້ບຸກຄົນດັ່ງກ່າວ ເຂົ້າໄປຈຳກັດຕົວ ຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຫຼື ເມືອງ ຈັດໄວ້, ຜູ້ໃດລະເມີດ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;

5. ສຳລັບມາດຕະການຕໍ່ຜູ້ລະເມີດ ແມ່ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ ສະບັບເລກທີ 24/ສພກ.ນວ, ລົງວັນທີ 19 ສິງຫາ 2021 ຂໍ້ທີ 12 ຂອງຂໍ້ 2.2 ຢ່າງເຂັ້ມງວດ;

6. ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ນະຄອນຫຼວງວຽງຈັນ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ໃຫ້ຄະນະສະເພາະກິດ ລົງກວດກາ ແລະ ແກ້ໄຂ ຢ່າງທັນການ;

7. ໃຫ້ຄະນະສະເພາະກິດ, ກອງບັນຊາການ ປກຊ – ປກສ, ພະແນກການ, ອົງການທຽບເທົ່າພະແນກ ນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ – ບ້ານ ເພື່ອບັນຊາ, ອຳນວຍຄວບຄຸມ ໂດຍການຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນລະບຽບການ ແລະ ຄຳແນະນຳລະອຽດຕື່ມ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ໃຫ້ການຮ່ວມມືໃນການຕັ້ງປະຕິບັດ ຢ່າງເຂັ້ມງວດ.ຮອງເຈົ້າຄອງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ນະຄອນຫຼວງວຽງຈັນ

ຂໍ້ມູນ: Lao Youth Radio FM 90.0 Mhz

ປະຫວັດຜູ້ຕິດເຊື້ອຊຸມຊົນນະຄອນຫຼວງວຽງຈັນ ລາຍງານ 17 ກັນຍາ 2021

ນະຄອນຫຼວງ 9 ຄົນ:

  • ຈາກ ໂຮງໝໍກະເສມຮາດ 01 ຄົນ ເປັນເພດຍິງ, ອາຍຸ 73 ປີ, ບ້ານ ທົ່ງນ້ອຍ,​ ເມືອງ ປາກກະດີງ, ແຂວງບໍລິຄຳໄຊ,  ເຂົ້າໂຮງໝໍ ກະເສີມລາດ ວັນທີ 15 ເດືອນກັນຍາ, ເຂົ້າມາດ້ວຍອາການອິດເມື່ອຍ, ອ່ອນແຮງ ປວດຕົນໂຕ, ຫາຍໃຈຍາກ, ເບື່ອອາຫານ, ບໍ່ໄຂ້. ໂຮງໝໍໄດ້ກວດຫາເຊື້ອ ໂຄວິດ-19 ໃຫ້ຜົນບວກ ໃນວັນດຽວກັນ ໂຮງໝໍຈຶ່ງສົ່ງຕົວຢ່າງມາກວດຢັ້ງຢືນ ຢູ່ ສູນວິເຄາະລະບາດວິທະຍາ ແລະ ໃນວັນທີ 16 ກັນຍາ ສວລ ໄດ້ກວດຄືນຕົວຢ່າງ ຜົນອອກມາບວກເຊັ່ນດຽວກັນ.
  • ກຸ່ມຕະຫລາດດົງໝາກຄາຍ ມີ 03 ຄົນ:
  • ເພດຊາຍ, ອາຍຸ 29 ປີ, ອາຊີບ: ທະຫານ, ບ້ານດົງໝາກຄາຍ, ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ
  • ເພດຊາຍ, ອາຍຸ 33 ປີ, ອາຊີບ: ຄ້າຂາຍ, ບ້ານໂນນແສງຈັນ, ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ
  • ເພດຍິງ, ອາຍຸ 47 ປີ, ອາຊີບ: ຄ້າຂາຍ (ຜັກ) ຕະຫລາດດົງໝາກຄາຍ, ບ້ານໂນນແຕ້, ເມືອງໄຊທານີ
  • ກຸ່ມໂຮງງານອານພີລາວ ມີ 02 ຄົນ:
  • ເພດຊາຍ, ອາຍຸ 23 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານໜອງທາເໜຶອ (ຢູ່ຫໍພັກ), ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ
  • ເພດຊາຍ, ອາຍຸ 36 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານຜາງແຫ້ງ, ເມືອງນາຊາຍທອງ ແລະ ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ
  • ກຸ່ມຕະຫລາດອົດຊີ ມີ 01 ຄົນ ເປັນເພດຊາຍ, ອາຍຸ 19 ປີ, ອາຊີບ: ຄ້າຂາຍ (ເຂົ້າຈີ່), ບ້ານດອນໜູນ, ເມືອງໄຊທານີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
  • ໂຮງໝໍ 103 ມີ 01 ຄົນ, ອາຍຸ 30 ປີ, ອາຊີບ: ຊ່າງພາບທົ່ວໄປ, ບ້ານຊຽງຍືນ, ເມືອງຈັນທະບູລີ, ຜູ້ກ່ຽວໄດ້ເຂົ້າໂຮງໝໍ 103 ແຕ່ວັນທີ 10 ກັນຍາ 2021 ດ້ວຍອາການໄຂ້, ອັກເສບຖົງບີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
  • ອີກ 1 ຄົນ ແມ່ນເຈົ້າໜ້າທີ່ ປກສ ນະຄອນຫຼວງ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ເປັນກຸ່ມສ່ຽງ ຊື່ງສຳຜັດກັບຜູ້ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 15 ກັນຍາ 2021.