Home Blog Page 177

ເຈົ້າໜ້າທີ່ ນະຄອນໄກສອນ ພົມວິຫານ ກວດສອບເຂັ້ມງວດ ພ້ອມອົບຮົມຕໍ່ຜູ້ລະເມີດຄຳສັ່ງ

ນະຄອນ ໄກສອນ ພົມວິຫານ ເພີ່ມຄວາມເຂັ້ມງວດຕໍ່ຜູ້ລະເມີດ ຝາຝືນ ຕໍ່ຄຳສັ່ງຂອງທ່ານເຈົ້າແຂວງ ເປີດຮ້ານຂາຍເສື້ອຜ້າ, ຕັ້ງວົງຊຸມແຊວເຫຼົ້າ-ເບຍ ແລະ ກິລາໃນຮົ່ມ.

ເພື່ອສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ຢູ່ນະຄອນ ໄກສອນ ພົມວິຫານ ໃນວັນທີ 12 ກັນຍາ ທີ່ຜ່ານມາ ທີມງານກອງເລຂາຄະນະສະເພາະກິດນະຄອນ ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ ທັງເປັນກອງເລຂາຄະນະສະເພາະກິດນະຄອນ,ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນ ,ປກສ ກຸ່ມບ້ານ ແລະ ນາຍບ້ານ ໄດ້ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືກເບົາ ຕັ້ງວົງຊຸມແຊວເຫຼົ້າເບຍ,ຮ້ານຂາຍເສື້ອ ,ແລະ ກິລາໃນຮົ່ມທຸກປະເພດ ຍັງພົບເຫັນວ່າ:ຍັງມີຫຼາຍຮ້ານທີ່ລະເມີດ ແລະ ຝາຝືນຕໍ່ຄຳສັ່ງດັ່ງກ່າວໂດຍມີການລັກເປີດຮ້ານຂາຍເສື້ອຜ້າ,ຊຸມແຊວເຫຼົ້າເບຍແລະ ກິລາໃນຮົ່ມ ລະເມີດຕໍ່ຄຳສັ່ງແຈ້ງການຂອງຂັ້ນເທິງວາງອອກ ຈາກນັ້ນທາງພະນັກງານເຈົ້າໜ້າທີ່ໄດ້ອະທີບາຍ ເພື່ອກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການ,ຕັ້ງວົງຊຸມແຊວເຫຼົ້າເບຍ ແລະ ກິລາໃນຮົ່ມ ຂໍໃຫ້ການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານ ແນະນໍາໃຫ້ປິດຮ້ານຊົ່ວຄາວ ປະເພດຮ້ານຮ້ານຂາຍເສື້ອຜ້າຈໍານວນໜຶ່ງ ເພື່ອເປັນຫຼັກຖານຖ້າຫາກວ່າຜູ້ກຽ່ວຍັງມີການລະເມີດຝາຝືນ ບໍ່ປະຕິບັດມາດຕະການ ຫຼື ແຈ້ງການ,ຄໍາແນະນໍາຕ່າງໆ ທີ່ຜິດຕໍ່ລະບຽບກົດໝາຍ ຈະບໍ່ມີຂໍ້ຍົກເວັ້ນໃດໆ ແລະ ສັ່ງຈະໂຈະບໍ່ໃຫ້ເປີດຮ້ານ ພ້ອມທັງປັບໃໝ ຕາມລະບຽບການ.

ນີ້ກໍ່ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ,ແຜ່ເຊື້ອພະຍາດ ພະຍາດໂຄວິດ-19 ຢູ່ໃນຊຸມຊົນນະຄອນ ໄກສອນ ພົມວິຫານກໍ່ຄືແຂວງສະຫວັນນະເຂດ ທີນັບມື້ຫຼຸດລົງ ປະຊາຊົນຈະໄດ້ທໍາມາຫາກິນ ສູ່ສະພາບປົກກະຕິ.

ລາຍງານມີຜູ້ເສຍຊີວິດ ຈາກໄພທຳມະຊາດຄັ້ງນີ້

ແຫຼງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເວລາປະມານ 18:00 ແລງ ວັນທີ 11 ກັນຍາ 2021 ເກີດເຫດມີລົມພະຍຸເຂດຮ້ອນ ໂກນເຊີນ ພັດຜ່ານ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນ ບ້ານໂພນໃຜ່ ເມືອງສາລະວັນ ໄດ້ຮັບຜົນເສຍຫາຍ ມີເຮືອນລົ້ມ, ຫລັງຄາເລີກ ຈຳນວນ 75 ຫລັງ, ໃນນັ້ນເສຍຫາຍໜັກຈໍານວນ 20 ຫລັງ, ເ ສຍຫາຍປານກາງ 45 ຫລັງ ແລະ ເສຍຫາຍເລັກນ້ອຍ 10 ຫລັງ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ອາຍຸ 50 ກວ່າ ປີ, ບາດເຈັບສາຫັດ 2 ຄົນ ແລະ ບາດເລັກນ້ອຍ 6 ຄົນ, ປັດຈຸບັນ ປະຊາຊົນຈຳນວນ 139 ຄົນ ຂາດທີ່ຢູ່ອາໄສ.

ທ່ານ ພິດສະໄໝ ເຂັມວິໄລ ຮອງເລຂາພັກເມືອງສາລະວັນ ໄດ້ໃຫ້ສໍາພາດໃນຕອນເຊົ້າວັນ 12 ກັນຍາ 2021 ນີ້ວ່າ: ປັດຈຸບັນ ອຳນາດການປົກຄອງແຂວງ ແລະ ເມືອງ ໄດ້ມີການຄົ້ນຄ້ວາ, ແຕ່ງຕັ້ງຄະນະຮັບຜິດຊອບລົງຊ່ວຍເຫລືອພໍ່ແມ່ປະຊາຊົນ, ຈັດຫາທີ່ພັກອາໄສຊົ່ວຄາວ ແລະ ຈັດວາງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫລືອສ້ອມແປງເຮືອນໃຫ້ພໍ່ແມ່ປະຊາຊົນຢ່າງຮີບດ່ວນ.

ໃນໂອກາດດຽວກັນ, ຫ້ອງການສະພາປະຊາຊົນແຂວງສາລະວັນ ກໍໄດ້ນຳເອົາເຂົ້າ ສານໜຽວ ຈຳນວນ 1 ໂຕນ ມາມອບໃຫ້ອຳນາດການປົກຄອງ ບ້ານໂພນໃຜ່ ເພື່ອເປັນການບັນເທົາໃນເບື້ອງຕົ້ນ.

ແຈ້ງການເກັບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການສຶກສາ ສົກຮຽນ 2021-2022

ກະຊວງສຶກສາທິການ ແລະກິລາ ແຂວງຫຼວງພະບາງ ແຈ້ງການ ເລື່ອງ ເກັບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການສຶກສາ ແລະ ກິລາ ສົກຮຽນ 2021-2022

ປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນມື້ນີ້ 13/09/2021

ຕາມຖະແຫຼງຂ່າວ ຂອງຄະນະສະເພາະກິດລາຍງານ ວັນທີ 13 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 3,425 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 104 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 94 ຄົນ ເຊິງ ມາຈາກ ແຂວງ ສະຫວັນນະເຂດ 39 ຄົນ, ສາລະວັນ 26 ຄົນ, ນະຄອນຫຼວງວຽງຈັນ 21 ຄົນ, ,ຈໍາປາສັກ 5 ຄົນ, ຫຼວງພະບາງ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.  

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:

-ຄໍາມ່ວນ 43 ຄົນ:

  • ຕິດໃນຊຸມຊົນ ໃນເມືອງທ່າແຂກ ແຂວງຄຳມ່ວນ, ໃນນັ້ນເປັນກໍລະນີສຳພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ 39 ຄົນ, ກໍລະນີຈາກຈຸດກັນກອງທີ່ມີຄວາມສ່ຽງສູງ 3 ຄົນ ແລະ ກໍລະນີສົງໃສ 1 ຄົນ
  • ໃນ 39 ຄົນມາຈາກ: 17 ບ້ານຂອງ ເມືອງທ່າແຂກ ມີ 38 ຄົນ ແລະ 5 ຄົນ ຈາກບ້ານສັງ ເມືອງເຊບັ້ງໄຟ

-ຈຳປາສັກ 25 ຄົນ: ຈາກເມືອງປະທຸມທັງໝົດ 25  ຄົນ ທີ່ເຊື່ອມໂຍງກັບໂຮງໝໍຊຸມຊົນເມືອງປະທຸມພອນທີ່ໄດ້ລາຍງານກ່ອນໜ້ານີ້ ຄື: ຊຸມຊົນ 25 ຄົນ ມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນຄື:

  • 1 ຄົນ ຈາກ ນ້ຳໃສເທີງ
  • 01 ຄົນ ຈາກ ບ້ານຫຼັກ 30
  • 19 ຈາກບ້ານ ໜອງປັກແຮດ
  • 03 ຄົນ ຈາກ ຫຼັກ 40
  • 01 ນະຄອນປາກເຊ

-ສະຫວັນນະເຂດ 13  ຄົນ:

  • ພະນັກງານແພດ 07 ຄົນ (ທ່ານໝໍ 03 ຄົນ, ແພດຊັ້ນສູງ 02 ຄົນ ແລະ ພະຍາບານ 02 ຄົນ), ເຂົ້າປະຈໍາການທີ ຢູ່ສູນຫຼັກ 9 ແລະ ອອກມາກັກໂຕ ຢູ່ບ້ານພັກດາລາວັນ (ທີມແພດ ມາຈາກເມືອງຕ່າງໆຄື: ເມືອງອຸທຸມພອນ 03 ຄົນ (ໂຮງໝໍທະຫານ 109);  ເມືອງທ່າປາທອງ 01 ຄົນ, ເມືອງອາດສະພອນ 01 ຄົນ, ເມືອງເຊໂປນ 01 ຄົນ ແລະ ເມືອງໄຊພູທອງ 01 ຄົນ))
  • 05 ຄົນ  ແມ່ນກຸ່ມສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄດ້ລາຍງານ ໃນວັນທີ 11 ກັນຍາ 2021.
  • ບ້ານໂພນສະຫວ່າງເໜຶອ ມີ 01 ຄົນ (ພະນັກງານຂັບລົດ ບໍລິສັດຫຸມແພງ) ຜູ້ສຳຜັດໄກ້ຊິດ ກັບຜູ້ຕິດເຊື້ອ ຜ່ານມາ.

-ຫຼວງພະບາງ 9 ຄົນ:

  • 01 ຄົນ ຢູ່ບ້ານຫ້ວຍຖໍ້າ, ເມືອງຈອມເພັດ ກັກໂຕຢູ່ບ້ານ ແລ້ວໄດ້ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
  • 02 ຄົນ ຢູ່ບ້ານຫ້ວຍຈີມ, ເມືອງງອຍ ທັງສອງຄົນເປັນຜົວເມຍກັນ ຊື່ງເປັນແຮງງານມາຈາກແຂວງວຽງຈັນ ແລະ ມາຮອດແຂວງຫລວງພະບາງ ໃນວັນທີ 25 ສີງຫາ 2021 ແລ້ວໄດ້ມາກັກໂຕ ຢູ່ສູນໂຮງຮຽນແພດ ແລະ ເກັບຕົວຢ່າງກວດສອງຄັ້ງ ແຕ່ຄັ້ງທີ່ 01 ເປັນຜົນລົບ ແລະ ຄັ້ງທີ່ສອງ ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
  • 06 ຄົນ ບ້ານໂພນໄຊ, ເມືອງນານ ທີ່ມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນກໍາມະກອນໂຮງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ທີ່ໄດ້ລາຍງານໃນວັນທີ 11 ກັນຍາ 2021

-ນະຄອນຫຼວງວຽງຈັນ 9 ຄົນ: ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ເມືອງ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:

  • ຄອບຄົວທີ່ 01: ຕິດເຊື້ອ ມີ 03 ຄົນ (ຄຳສະຫວາດ 02 ຄົນ, ໂນນຄໍ້ 1, ມ. ໄຊເສດຖາ) , ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 07/09/2021
  • ຄອບຄົວທີ່ 02: ຕິດເຊື້ອ ມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງ ສີໂຄດຕະບອງ, ບ້ານ ຢູ່ປັດຈຸບັນ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09/09/2021
  • ຄອບຄົວທີ່ 03: ຕິດເຊື້ອ ມີ 04 ຄົນ, ດອນກະຊາຍ ເມືອງ ຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10/09/2021

 –ຫຼວງນໍ້າທາ 3 ຄົນ:

  • ຜູ້ທີ 01: ໄດ້ເດີນທາງໄປເຂດເສດຖະກິດພິເສດດ້ວຍຖ້ຽວບິນພິເສດຈາກ ນະຄອນຫຼວງວຽງຈັນ.
  • ຜູ້ທີ 02:  ຄົນຈີນເດີນທາງມາຈາກພະນົມເປັນ, ກໍາປູເຈຍ. ລາຍງານວ່າໄດ້ຂີ່ເຮືອຂ້າມມາວຽງຈັນ-ອຸດົມໄຊ-ຫຼວງນ້ຳທາ
  • ຜູ້ທີ 03: ໄດ້ເດີນທາງຈາກເມືອງ Sichuan – ຊຽງລາຍ ປະເທດໄທ  ລະເດີນທາງຈາກໄທເຂົ້າມາລາວ ຢູ່ເຂດພິເສດສາມຫຼ່ຽມທອງຄໍາ.

ບໍ່ແກ້ວ 1 ຄົນ:  ຈາກເມືອງຕົ້ນເຜີ້ງ

-ເຊກອງ 1 ຄົນ: ຍັງສອບສວນຂໍ້ມູນລະອຽດ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,555 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,270ຄົນ.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ດຳເນີນກິດຈະການເພື່ອຜ່ອນຄາຍຜູ້ມັກສ່ຽງໂຊກ-ຊິງລາງວັນ

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແມ່ນຫົວໜ່ວຍທຸລະກິດໜຶ່ງທີ່ຂຶ້ນກັບການຄຸ້ມຄອງໂດຍກົງຂອງກະຊວງການເງີນ,ໂດຍດຳເນີນກິດຈະການຫວຍເພື່ອເປັນການພັກຜ່ອນຢ່ອນອາລົມຂອງຜູ້ມັກສ່ຽງໂຊກ-ຊິງລາງວັນຄຽງຄູ່ກັນນີ້, ຍັງສ້າງວຽກເຮັດງານທຳ, ລາຍໄດ້ແກ່ຜູ້ຂາຍຫວຍ, ສ້າງລາຍຮັບງົບປະມານດ້ວຍການເກັບກູ້ເງິນສົດສ່ວນໜຶ່ງທີ່ຈໍລະຈອນໃນສັງຄົມເຂົ້າສູ່ລະບົບການເງິນ-ທະນາຄານນຳອີກດ້ວຍ.

ອີງຕາມການໃຫ້ສຳພາດຂອງທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໃນທ້າຍອາທິດຜ່ານມານີ້ວ່າ: ການດຳເນີນທຸລະກິດແມ່ນໄດ້ນຳໃຊ້ຫຼາຍພາກສ່ວນເສດຖະກິດເຂົ້າຮ່ວມໃນການຈຳໜ່າຍຜະລິດຕະພັນຫວຍພັດທະນາທຸກປະເພດຕາມມາດຖານເງື່ອນໄຂ ແລະ ລະບຽບການທີ່ໄດ້ກຳນົດໄວ້, ບັນດາຕົວແທນຈຳໜ່າຍຫວຍພັດທະນາລ້ວນແຕ່ເປັນຄົນລາວ, ຊຶ່ງໄດ້ຮັບການສ້າງຕັ້ງຕາມການເຫັນດີຂອງອຳນາດການປົກຄອງ ແລະ ຄຸ້ມຄອງການເຄື່ອນໄຫວຈຳໜ່າຍພາຍໃຕ້ລະບຽບກົດໝາຍ.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ມີພາລະບົດບາດໃນການເຄື່ອນໄຫວພິມ-ຈຳໜ່າຍໃບຫວຍພັດທະນາທຸກປະເພດ, ຄົ້ນຄວ້າຮູບແບບການຈຳໜ່າຍໃບຫວຍທຸກປະເພດ, ສ້າງແຜນການຈຳໜ່າຍໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະຄຸ້ມຄອງການຈຳໜ່າຍ, ກຳນົດມູນຄ່າລາງວັນ, ກຳນົດອັດຕາເປີເຊັນຜູ້ຂາຍຫວຍສະເໜີຕໍ່ກະຊວງການເງິນພິຈາລະນາຮັບຮອງ, ຈັດຕັ້ງການອອກເລກລາງວັນຢູ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາບ່ອນດຽວ, ນຳສະເໜີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການອອກເລກລາງວັນຂັ້ນສູນກາງ, ເພື່ອເຂົ້າຮ່ວມກິດຈະກຳອອກເລກລາງວັນ, ກວດກາອຸປະກອນທີ່ຈະນຳໃຊ້ອອກເລກລາງວັນ, ຄັດເລືອກຕິດຊັ່ງນ້ຳໜັກໜ່ວຍບານ ແລະ ຢັ້ງຢືນຜົນການອອກເລກລາງວັນ.

ປັດຈຸບັນຫວຍພັດທະນາພິມ-ຈຳໜ່າຍຫວຍພັດທະນາທຸກປະເພດ ທີ່ໄດ້ຮັບອະນຸຍາດປະກອບມີ: ຫວຍເລກ 6 ໂຕ, ເລກ 5 ໂຕ 4 ໂຕ, ເລກ 3 ໂຕ, ເລກ 2 ໂຕ, ເລກ 1 ໂຕທ້າຍ, ຫວຍຕຳລາຝັນ 3/40, ຫວຍຂູດ ແລະ ມີຕົວແທນຈຳໜ່າຍຫວຍພັດທະນາທົ່ວປະເທດທັງໝົດ 52 ຕົວແທນ, ມີສະມາຊິກຜູ້ຂາຍຫວຍປະມານ 20 ພັນກວ່າຄົນ, ມີເຄື່ອງຂາຍຫວຍຂື້ນທະບຽນແລ້ວຈຳນວນ 37.483 ເຄື່ອງ, ມູນຄ່າຈຳໜ່າຍຫວຍພັດທະນາທຸກປະເພດ 6 ເດືອນຕົ້ນປີ 2021 ປະມານ 1.615 ຕື້ກີບ ເທົ່າກັບ 123,76% ຂອງແຜນການ, ລື່ນແຜນການ 23,76 % ຂອງຕົວເລກແຜນການຈຳໜ່າຍ.

ດ້ານຕົວເລກລາຍຮັບປະຕິບັດໄດ້ທັງໝົດ 48,937 ຕື້ກີບເທົ່າກັບ 119,80% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ້ມຂຶ້ນ 31,53%, ປະຕິບັດພັນທະເຂົ້າງົບປະມານຈຳນວນ 28,5 ຕື້ກວ່າກີບເທົ່າກັບ 115,33% ຂອງແຜນການ,ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ້ມຂຶ້ນ 19,82%.

ຄຽງຄູ່ກັນນີ້, ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ອຸປະຖໍາເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມເມືອງວຽງໄຊ ແຂວງຫົວພັນ, ອຸປະຖຳມູນນິທິການສຶກສາເພື່ອພັດທະນາສຳລັບນັກຮຽນທີ່ມີຄວາມຕ້ອງການພິເສດ (ພິການ), ອຸປະຖຳກອງທຶນສົ່ງເສີມການສຶກສາໃຫ້ແກ່ບຸກຄົນໂອທິສະຕິກ, ປະກອບສ່ວນໃຫ້ປະເທດ ສ.ສ ຫວຽດນາມໂດຍມອບຜ່ານຫ້ອງການກະຊວງການເງິນ, ເພື່ອຊື້ຜ້າອັດປາກ-ດັງປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆໃນ 6 ເດືອນ ຕົ້ນປີ 2021 ລວມມູນຄ່າ 400 ລ້ານກວ່າກີບ.

ທ່ານ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເນັ້ນຕື່ມອີກວ່າ: ສໍາລັບທິດທາງແຜນການດຳເນີນທຸລະກິດໃນ 6 ເດືອນທ້າຍປີ, ຈະສືບຕໍ່ສູ້ຊົນປະຕິບັດຕົວເລກແຜນການດຳເນີນທຸລະກິດໃຫ້ໄດ້ຕາມແຜນ ການ ຫຼື ລື່ນແຜນການທີ່ສະພາບໍລິຫານໄດ້ຮັບຮອງແລ້ວ, ປະກອບສ່ວນພັນທະງົບປະມານໃຫ້ລັດຕາມກົດໝາຍກຳນົດຢ່າງເຂັ້ມງວດ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນ: ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກ່ຽວກັບສະພາບການຈຳໜ່າຍຫວຍນອກລະບົບ ແລະ ການນຳຫວຍຈາກປະເທດໃກ້ຄຽງເຂົ້າມາຈຳໜ່າຍຢ່າງແຜ່ຫຼາຍໃນຂອບເຂດທົ່ວປະເທດໃຫ້ຫລຸດໜ້ອຍຖອຍລົງ, ພັດທະນາລະບົບໄອທີແບບທັນສະໄໝຄົບຊຸດ, ສົ່ງເສີມພັດທະນາດ້ານບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ, ເພື່ອມາຮັບໃຊ້ວຽກງານການຄຸ້ມຄອງການເຄື່ອນໄຫວເພື່ອຮັບປະກັນທາງດ້ານຄຸນນະພາບ, ໂປ່ງໃສຕິດຕາມກວດກາການຈຳໜ່າຍໄດ້ຢ່າງຖືກ ຕ້ອງທັນເວລາ, ຄົ້ນຄວ້າປັບປຸງສ້າງນິຕິກຳຄຸ້ມຄອງການຈຳໜ່າຍໃຫ້ສອດຄ່ອງແຕ່ລະໄລຍະ,ສືບຕໍ່ສົມທົບຄະນະສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງການເງິນ, ເພື່ອປຶກສາຫາລືກຳນົດທິດທາງແຜນການ, ມາດຕະການໃນການສະກັດກັ້ນ,  ເຜີຍແຜ່ໂຄສະນານິຕິກຳກ່ຽວກັບວຽກງານການຕ້ານ ແລະ ສະກັດກັ້ນການຈຳໜ່າຍຫວຍ ນອກລະບົບທຸກຮູບແບບຢ່າງກວ້າງຂວາງ, ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດທັງຜູ້ຊື້-ຜູ້ຂາຍ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ປະກອບສ່ວນຊ່ວຍເຫລືອສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ.

ແຈ້ງເຕືອນພາຍຸໝຸນເຂດຮ້ອນ ປະຈໍາວັນທີ 13/09/2021

ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ຂອງລາວ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງ.

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານຢູ່ເຂດ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ພ້ອມດຽວກັນພາຍຸດີເປູເຊິນ ໃນ ເວລາ 7 ໂມງເຊົ້າ ຂອງວັນທີ 13 ກັນຍາ 2021, ຍັງເຄື່ອນທີ່ຢູ່ເສັ້ນຂະຫນານທີ 15.4 ອົງສາເຫນືອ ແລະ ເສັ້ນແວງທີ 108.7 ອົງສາຕາເວັນອອກ ແລະ ສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ -ຕາເວັນຕົກສ່ຽງໃຕ້, ຊຶ່ງວົງລັດສະຫມີຂອງພາຍຸຫົວນີ້ຍັງກວມເອົາເຂດພາກກາງ ແລະ ພາກໃຕ້ຂອງ ປະເທດລາວ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສ ຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆຢູ່ແຂວງ ຄໍາມ່ວນ, ສະຫັວນນະເຂດ, ສາລະວັນ, ຈໍາປາ ສັກ, ອັດຕະປື, ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊູ ແລະ ນ້ໍາຖ້ວມຍິ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້.

ຊຸມຊົນຍັງມີເລື້ອຍໆ ປະຫວັດຜູ້ຕິດເຊື້ອໃໝ່ຊຸມຊົນມື້ນີ້ +96 ຄົນ

ຕາມການລາຍງານຂ່າວ ຂອງຄະນະສະເພາະກິດປະຈຳວັນທີ 12 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 4,092 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ217 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 96 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 121 ຄົນ ເຊິງ ມາຈາກ ແຂວງສາລະວັນ 49 ຄົນ, ສະຫວັນນະເຂດ 46 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 9 ຄົນ,ຈໍາປາສັກ 4 ຄົນ, ແລະ ຫຼວງພະບາງ 1 ຄົນ . ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.   

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:

ຈຳປາສັກ 57 ຄົນ: 57 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນ ທີ່ ໄດ້ ລາຍງານ ມາແຕ່ຕົ້ນເດືອນກັນຍາ ຈົນຮອດປະຈຸບັນນີ້ ລາຍລະອຽດມີດັ່ງນີ້:

  • ຈາກເມືອງປະທຸມພອນ 53 ຄົນ : ໃນນີ້ ຈາກບ້ານຫຼັກ 40 ມີ 14 ຄົນ, ໜອງປັກແຮດ 34 ຄົນ, ນໍ້າໃສເທິງ 05 ຄົນ.
  • ຈາກເມືອງໄຊນະສົມບູນ 01 ຄົນ ເປັນຜູ້ສໍາຜັດໃກ້ຊິດແຮງງານ ບ້ານໜອງຂາມ
  • ຈາກເມືອງບາງຈຽງ 02 ຄົນ ເປັນຜູ້ສໍາຜັດໃກ້ຊິດຄົນຈີນ ບ້ານໜອງນໍ້າຂາວ
  • ນະຄອນປາກເຊ 01 ຄົນ ເປັນຜູ້ສໍາຜັດໃກ້ຊິດຄົນຈີນ ບ້ານທ່າຫີນ

-ຄຳມ່ວນ 24 ຄົນ:

  • ບ້ານຈອມແກ້ວ, ເມືອງທ່າແຂກ  02 ຄົນຊ
  • ບ້ານໂພນສະໜາມ, ເມືອງທ່າແຂກ 09 ຄົນ (ສຳຜັດ.ໃກ້ຊິດ 5 ຄົນ, ຈາກຈຸດຄັດກອງ ຄວາມສ່ຽງ ແລະ ກໍລະນີນີສົງໃສ)
  • ບ້ານວຽງວິໄລ, ເມືອງທ່າແຂກ 02 ຄົນ (ກໍລະນີສຳຜັດໃກ້ຊິດຜູ້ຕິດເຊື້ອ)
  • ບ້ານນາບົງ, ເມືອງທ່າແຂກ 03 ຄົນ (ກໍລະນີສຳຜັດໃກ້ຊິດຜູ້ຕິດເຊື້ອ)
  • ບ້ານຈອມທອງ, ເມືອງທ່າແຂກ 01 ຄົນ
  • ບ້ານສິວິໄລ ເມືອງທ່າ 02 ຄົນ
  • ບ້ານຕານ, ເມືອງທ່າແຂກ 01 ຄົນ
  • ບ້ານມ່ວງໄຂ່, ເມືອງທ່າແຂກ 01 ຄົນ
  • ບ້ານ ໂພນສະອາດ, ເມືອງມະຫາໄຊ 03 ຄົນ (ກໍລະນີສຳຜັດໃກ້ຊິດຜູ້ຕິດເຊື້ອ)

ສະຫວັນນະເຂດ 5  ຄົນ:

  • ບ້ານອຸດົມວິໄລ ມີ 02 ຄົນ, ທີ່ມີປະຫັວດພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານແພດ ເຮັດວຽກຢູ່ຕຶກເດັກໂຮງໝໍແຂວງສະຫວັນນະເຂດ ຊື່ງເປັນຄົນໃນຄອບຄົວດຽວກັນ
  • ບ້ານທາດອີງຮັງ ມີ 01 ຄົນ ມີຄົນໃນຄອບຄົວຕິດເຊື້ອ
  • ບ້ານສະພານເໜຶອ ມີ 01 ຄົນ ອາຊີບເປັນພະນັກງານຕໍາຫລວດຢູ່ແດນສະຫວັນ ຊື່ງໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນ ປກສແຂວງ ທີ່ໄດ້ລາຍງານໃນວັນທີ 06/09/2021
  • ບ້ານນາຄັນຫລີ່, ເມືອງສອງຄອນ ມີ 01 ຄົນ; ແຮງງານອອກຈາກສູນ ກັກກັນຫຼາຍກວ່າ 28 ມື້.

ສາລະວັນ​ 4 ຄົນ:

  • ພະນັກງານແພດ 02 ຄົນ (ພະນັກງານອາຫານ ແລະ ຢາ 01 ຄົນ ແລະ ພະຍາບານ 01 ຄົນ, ເຂົ້າປະຈໍາການຢູ່ສູນ ມສ ສາລະວັນ; ກວດ ພົບ ເຊື້ອ ໃນຊ່ວງກັກຕົວ ຫຼັງສີ້ນສຸດ ການປະຈຳການໃນສູນ
  • ຈາກບ້ານຄັນທະລາດ ມີ 01 ຄົນ ເປັນລູກຊາຍຂອງພະນັກງານຕໍາຫລວດທີ່ຕິດເຊື້ອມາກ່ອນແລ້ວ
  • ບ້ານດົງໃຫ່ຍ ມີ 01 ຄົນ ເປັນລູກຊາຍຂອງພະນັກງານຕໍາຫລວດທີ່ຕິດເຊື້ອມາກ່ອນແລ້ວ

 –ຫຼວງພະບາງ 2 ຄົນ:

  • ເປັນ ເພດ ຊາຍ ອາຍຸ 33 ປີ, ອາຊີບ ກຳມະກອນ, ບ້ານ ໃໝ່, ເມືອງງອຍ, ແຂວງຫຼວງພະບາງ
  • ເປັນ ເພດ ຍິງ ອາຍຸ 32 ປີ, ອາຊີບ ກຳມະກອນ , ບ້ານ ໃໝ່, ເມືອງງອຍ, ແຂວງຫຼວງພະບາງ ເຊິງພວກກ່ຽວ ແມ່ນຕິດເຊື້ອ ໃນສູນຈຳກັດບໍລິເວນ

ບໍ່ແກ້ວ 2 ຄົນ: ຈາກຊຸມຊົນຈາກ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ຫຼວງນໍ້າທາ 1 ຄົນ: 01 ຄົນ ຊຸມຊົນ ສັນຊາດຈີນ ມາຈາກ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ (ຄົນເຂົ້າເມືອງ ຜິດກົດໝາຍ (ເດີນທາງຈາກ ສາມຫຼ່ຽມຄຳ ມາຫາ ເມືອງລອງ ຜ່ານທາງເຮືອ ເພື່ອຈະກັບຄືນໄປຈີນ 04 ຄົນ ປະຊາຊົນໄດ້ແຈ້ງໃຫ້ເຈົ້າໜ້າທີ່ສະກັດໄດ້)

ນະຄອນຫຼວງວຽງຈັນ 1 ຄົນ: ຊຸມຊົນ 1 ຄົນ ມາຈາກ: ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ, ຜູ້ກ່ຽວໄດ້ເກັບຕົວຢ່າງ 03 ຄັ້ງ, ຊື່ງສໍາຜັດກັບກໍລະນີຕິດເຊື້ອທີ່ເຮັດວຽກຢູ່ບໍລິສັດທາງນໍ້າ-ທາງບົກ ທີ່ໄດ້ລາຍງານໃນວັນທີ 27/08/2021

ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,357 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,228 ຄົນ.

ສັກວັກຊີນແລ້ວກໍຍັງຕ້ອງປ້ອງກັນ! ລາຍລະອຽດຜູ້ຕິດເຊື້ອແຂວງຫຼວງພະບາງ

ລາຍລະອຽດຜູ້ຕິດເຊື້ອໃໝ່ ຢູ່ຫຼວງພະບາງມື້ນີ້

ຕາມການລາຍງານຈາກຂ່າວສານຫຼວງພະບາງ ໃຫ້ຮູ້ວ່າ: ວັນທີ 12/9/2021 ຕິດເຊື້ອເພີ່ມ 3 ຄົນ (ຊຸມຊົນ 2 ຄົນ, ນຳເຂົ້າ 1 ຄົນ) ອີງຕາມຜົນກວດວິເຄາະຈາກໂຮງໝໍແຂວງຫຼວງພະບາງ ປະຈຳວັນທີ 11 ກັນຍາ 2021

ປະຫວັດການເຄື່ອນໄຫວຜູ້ຕິດເຊື້ອຊຸມຊົນໃໝ່ມື້ນີ້ +120 ຄົນ

ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ ຢູ່ແຕ່ລະແຂວງ ມີລາຍລະອຽດດັ່ງນີ້:

1.ນະຄອນຫລວງ ວຽງຈັນ:  ຊຸມຊົນ 02 ຄົນ ມາຈາກ:

 ບ້ານອ່າງໃຫ່ຍ 1 ຄົນ, ເມືອງສັງທອງ ຊື່ງແມ່ນກຸ່ມດຽວກັນກັບກໍລະນີຕິດເຊື້ອ ໃນໄລຍະຜ່ານມາ.

ບ້ານ ໜອງແຫ້ວ ມີ 1 ຄົນ , ເມືອງຫາດຊາຍຟອງ, ຊື່ງມາຈາກຄອບຄົວຂອງຜູ້ຕິດເຊື້ອຜ່ານມາ

2.    ສະຫວັນນະເຂດ: ຊຸມຊົນ ມີ  13 ຄົນ ຄື:

  –  ພະຍາບານ 04 ຄົນ ຊື່ງມາຈາກ ເມືອງຊົນບູລີ, ເມືອງເຊໂປນ ແລະ ນະຄອນໄກສອນ ເມືອງລະ 01 ຄົນ, ເຂົ້າປະຈໍາການຢູ່ໂຮງໝໍພາກສະໜາມຫຼັກ 9

  •   ຈາກ ບ້ານໂພນສິມ ມີ 02 ຄົນ ຊື່ງໄດ້ພົວພັນກັບກຸ່ມ ສະຫວັນ Park
  •   ຈາກ ບ້ານສົບປ່ອຍ ມີ 01 ຄົນ ກ່ຽວຂ້ອງ ກັບພະນັກງານຫ້ອງການກຸ່ມບ້ານ 
  •   ຈາກ ບ້ານອຸດົມວິໄລ ມີ 01 ຄົນ ເປັນພະນັກງານອາສາສະໜັກພົ່ນຢາຂ້າເຊື້ອ
  •   02 ຄົນ ຈາກຄ້າຍຄຸມຂັງ ນະຄອນໄກສອນ  ແລະ ຄ້າຍຫຼັກ 6
  •   ຈາກ ບ້ານຫົວເມືອງເໜຶອ ມີ 01 ຄົນ,
  •   ບ້ານໂພນສະຫວ່າງເໜຶອ ມີ 01 ຄົນ,
  •   ບ້ານໄຊຍະມຸງຄຸນ ມີ 01 ຄົນ, ກຸ່ມສຳຜັດໄກ້ສິດ ກັບພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6

3.    ຈໍາປາສັກ: 38 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງ ກັບ ໂຮງໝໍຊຸມຊົນ ທີ່ພົວພັນກັບການຕິດເຊື້ອໃນໂຮງໝໍເມືອງປະທູພອນ ທີ່ໄດ້ລາຍງານມາແຕ່ທ້າຍອາທິດຜ່ານມາ;

4.    ຄຳມ່ວນ: ມາຈາກຊຸມຊົນ 24 ຄົນ ມາຈາກ 4 ຈຸດຄື:

  • ຈຸດເກັບຕົວຢ່າງຈອມທອງ 16 ກໍລະນີ
  • ຈຸດເກັບຕົວຢ່າງຢູ່ພະແນກສຸກເສີນໂຮງຫມໍແຂວງ 6 ກໍລະນີ
  • ສູນກັກໂຕ 21 ມີນາ 1 ກໍລະນີ (  ລູກຂອງຜູ້ຕິດເຊື້ອມາຢູ່ກັບພໍ່ )
  • ສູນປິ່ນປົວໂຮງຫມໍທະຫານ 1 ກໍລະນີ (ລູກຂອງຜູ້ຕິດເຊື້ອມາຢູ່ກັບແມ່)

5.    ສາລະວັນ:  1 ຄົນ ມາຈາກຊຸມຊົນ: ເປັນເພດຊາຍ ອາຍຸ  40 ປີ ອາຊີບພະນັກງານຕໍາຫລວດ ເຮັດວຽກຢູ່ກອງບັນຊາການ ປກສແຂວງ.

6.    ບໍ່ແກ້ວ: 08 ຄົນ; ຈາກເຂດເສດຖະກິດພິເສດ ສາມລຽມຄໍາ

7.    ຫລວງພະບາງ: 34 ຄົນ ມາຈາກຊຸມຊົນ ຊື່ງມາຈາກ 06 ກຸ່ມຄື:

  •  ພະຍາບານ ຈາກສຸກສາລາ ນະຄອນຫລວງພະບາງ ມີ 01 ຄົນ, ເຂົ້າປະຈໍາການ ຢູ່ສູນຫໍຄອຍສະໜາມບິນ ແລະ ຈາກນັ້ນຍ້າຍມາປະຈໍາການຢູ່ສູນໂຮງຮຽນແພດ.
  •  01 ຄົນ ພະນັກງານຕໍາຫລວດ ປະຈໍາການຢູ່ສູນຫ້ວຍມ້າວ ແຕ່ມື້ເປີດສູນຈົນຮອດປະຈຸບັນ
  • ເມືອງວຽງຄໍາມີ 20 ຄົນ ແມ່ນກໍາມະກອນ ທີ່ມາຈາກແຂວງວຽງຈັນ ເຮັດວຽກຢູ່ສວນກ້ວຍ ບ້ານຕັ່ງນ່າຍ, ເມືອງກາສີ ຊື່ງ ທັງໜົດໄດ້ກັກໂຕຢູ່ສູນໂຮງຮຽນແພດ
  •   04 ຄົນ, ກໍາມະກອນ ເຮັດວຽກຢູ່ສວນຢາງ ບ້ານໜ້ຽງ, ເມືອງວັງວຽງ, ທັງໜົດກັກໂຕຢູ່ສູນເມືອງວຽງຄໍາ
  •  08 ຄົນ, ກໍາມະກອນ ໂຮງງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ທັງໜົດໄດ້ກັກໂຕຢູ່ສູນເມືອງນານ
  •  02 ຄົນ, ອາຊີບແມ່ບ້ານ ກັບມາແຂວງ ແລ້ວຖືກກັກໂຕຢູ່ສູນ ເມືອງວຽງຄຳ ແລະ ຜູ້ນື່ງກັກໂຕຢູ່ສູນໂຮງຮຽນແພດ
  • 02 ຄົນ, ອາຊີບເປັນແມ່ເຮືອນ ແລະ ກໍາມະກອນກໍ່ສ້າງ ທີ່ໄດ້ໄປເຮັດວຽກຢູ່ເມືອງບຸນເໜຶອ, ແຂວງຜົ້ງສາລີ ແລະ ທັງໜົດ ກັບມາແຂວງ ແລະ ຖືກກັກໂຕຢູ່ສູນໂຮງຮຽນແພດ.

ລາຍງານ 11 ກັນຍາ ພົບຜູ້ຕິດເຊື້ອໃໝ່ +204 ຄົນ

ຕາມການຖະແຫຼງຂ່າວປະຈຳວັນ ຂອງຄະນະສະເພາະກິດ ປະຈຳວັນທີ 11 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 4440 ຕົວຢ່າງ, ເຊິ່ງໄດ້ກວດພົບເຊື້ອ 204 ຕົວຢ່າງ

  • ນະຄອນຫຼວງ: 6 ຄົນ
    4 (ນໍາເຂົ້າ)
    2 (ຊຸມຊົນ)
  • ບໍ່ແກ້ວ : 8 ຄົນ (ມ.ຕົ້ນເຜີ້ງ)
  • ຫຼວງພະບາງ: 37 ຄົນ
    3 (ນໍາເຂົ້າ)
    34 (ຊຸມຊົນ)
  • ຄໍາມ່ວນ: 33 ຄົນ
    9 (ນໍາເຂົ້າ)
    24 (ຊຸມຊົນ)
  • ສາລະວັນ: 3 ຄົນ
    2 (ນໍາເຂົ້າ)
    1 (ຊຸມຊົນ)
  • ສະຫວັນນະເຂດ: 67 ຄົນ
    54 (ນໍາເຂົ້າ)
    13 (ຊຸມຊົນ)
  • ຈໍາປາສັກ: 50 ຄົນ
    12 (ນໍາເຂົ້າ)
    38 (ຊຸມຊົນ)