Home Blog Page 193

ປະຊາຊົນອອກທຶນສ້າງທາງເບຕົງ 03 ເສັ້ນ ດ້ວຍນໍ້າເຫື່ອນໍ້າແຮງ

ອໍານາດການປົກຄອງ ເມືອງອາດສະພັງທອງ ໂດຍມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະປະຈໍາພັກເມືອງ, ຄະນະສົງວັດສີບຸນເຮືອງ ອົງການຈັດຕັ້ງຂັ້ນຕ່າງໆ ຫົວໜ່ວຍທຸລະກິດ, ຊັ້ນຄົນຕ່າງ ກໍ່ພາກັນຍົກຍ້ອງເປັນການໃຫຍ່ທີ່ເຫັນໄດ້ວ່າ: ຄວາມຕື່ນຕົວ ຂອງອໍາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວບ້ານດົງເຫັນ ໃນການສ້າງສາພັດທະນາພື້ນຖານ ໂຄງລ່າງຂອງບ້ານແມ່ນສູງຂຶ້ນ ເຊິ່ງເຫັນໄດ້ວ່າເຂົາເຈົ້າເຫລົ່ານັ້ນ ໄດ້ພາກັນລະດົມອອກທຶນ ແລະ ຊັບສົມບັດສ່ວນຕົວເຂົ້າໃນການ ກໍ່ສ້າງທາງເບຕົງເສີມເຫລັກ ພາຍໃນບ້ານຂອງຕົນຢ່າງຖ້ວນໜ້າ.

ໃນວັນທີ 4 ສິງຫາ 2021 ອໍານາດການປົກຄອງທ້ອງຖິ່ນ ເມືອງອາດສະພັງທອງ ຮ່ວມກັບອົງການຈັດຕັ້ງຂອງເມືອງ ແລະ ອໍາດການປົກຄອງທ້ອງ ຖິ່ນໄດ້ຮັບການຍ້ອງຍໍຊົມເຊີຍ ຈາກທ່ານເຈົ້າແຂວງສະຫວັນ ນະເຂດ ແລະທ່ານເຈົ້າເມືອງອາດສະພັງທອງ ຢ່າງສົມກຽດ ໃນການສະຫລຸບຜົນສໍາເລັດ ການກໍ່ສ້າງເສັ້ນທາງ ແລະພ້ອມເປີດການນໍາໃຊ້ຢ່າງເປັນທາງ ການໂດຍມີທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງອາດສະພັງທອງ ຫ້ອງການ ຍທຂ ເມືອງອາດສະພັງທອງ ໃຫ້ຮູ້ວ່າ: ປະຊາຊົນ ຊາວບ້ານດົງເຫັນແມ່ນມີຄວາມຕື່ນຕົວອີ່ຫລີ ເຊີ່ງ ພາຍຫລັງທີ່ການ ນໍາຂອງເມືອງໄດ້ກະຕຸກຊູ້ຍູ້ລະ ດົມທຶນເຂົ້າໃນການພັດທະນາ ແລະຊີ້ນໍາໆພາຢ່າງໃກ້ສິດ ໃນທີ່ສຸດກ່ໍໄດ້ຮັບຄວາມຮ່ວມມື ຈາກສັງຄົມ ບໍ່ວ່າຈະເປັນພະນັກງານ, ທະຫານ, ຕໍາຫລວດບໍລິສັດ, ທຸລະກິດ, ຊັ້ນຄົນຕ່າງໆ ດ້ວຍຜູ້ມີ ໜ້ອຍອອກໜ້ອຍ,ຜູ້ມີຫລາຍອອກຫລາຍປະກອບທຶນສ້າງທາງເບ ຕົງພາຍໃນບ້ານຂອງຕົນ.

ທ່ານ ເຈົ້າເມືອງເວົ້າວ່າ: ການສ້າງທາງເບຕົງເສີມເຫລັກແມ່ນ ເປັນບູລິມະສິດຂອງເມືອງທີ່ນອນ ໃນແຜນການຍຸດທະສາດກໍ່ຄື ແຜນການພັດທະນາເສດຖະກິດ – ສັງຄົມຂອງເມືອງ, ໂດຍເຫັນ ໄດ້ຄວາມສໍາຄັນຄືດັ່ງກ່າວ ການນໍາຂອງເມືອງ ແລະພາກສ່ວນ ຕ່າງໆພາຍໃນເມືອງພ້ອມປະຊາ ຊົນກໍ່ໄດ້ຮີບຮ້ອນ ຮ່ວມກັນສະຫຼະ ທຶນຮອນເພື່ອພັດທະນາທ້ອງຖິ່ນ ໃຫ້ມີໃບໜ້າໃໝ່ ເຮັດແນວໃດໃຫ້ການໄປມາໃນບ້ານເທສະບານ ເມືອງມີຄວາມສະດວກສະບາຍ ສໍາຄັນການສ້າງທາງເບຕົງນີ້ ແມ່ນບໍ່ໄດ້ເອື່ອຍອີງຈາກພາກລັດ.

ເສັ້ນທາງເບຕົງ ທີ່ປະຊາຊົນ ສ້າງເອງນັ້ນມີ 3 ເສັ້ນ ຍາວ 413 ແມັດ, ໜ້າທາງກວ້າງ 5 ແມັດ ແລະ ໜາ 15 ຊັງຕີແມັດ ແລະ ສາມາດຮັບນໍ້າໜັກໄດ້ເກືອບ 10 ໂຕນ. ເຊິ່ງມີເສັ້ນທາງແຕ່ທາງໃຫຍ່ ທາງເລກ 9 ເຂົ້າມາຫາວັດສີບຸນ ເຮືອງ ຍາວ 245 ແມັດ, ທາງແຕ່ ແຍກວັດສີບຸນເຮືອງຫາໜອງເທົາ ຍາວ 58 ແມັດ ແລະແຕ່ທາງ ໃຫຍ່ທາງເລກ 9 ຫາໂຮງຮຽນ ອະນຸບານ-ປະຖົມດົງເຫັນຍາວ 110 ແມັດ ເຊິ່ງການກໍ່ສ້າງທັງໝົດ ຕົກເປັນມູນຄ່າ 150 ກວ່າລ້ານກີບ ໂດຍໄດ້ຮັບທຶນປະກອບສ່ວນ ຈາກຫລາຍພາກສ່ວນ ມີ: ຄະນະສົງ ເມືອງອາດສະພັງ ທອງ 67 ລ້ານກວ່າກີບ, ທຶນສົມທົບຂອງເມືອງ 9 ລ້ານກີບ, ທຶນລະດົມຈາກສ່ວນຕ່າງໆພາຍໃນ ບ້ານດົງເຫັນ ເກືອບ 50 ລ້ານ ກີບ, ທຶນການປະກອບສ່ວນ ຂອງພະນັກງານ, ລັດຖະກອນພາຍໃນເມືອງເກືອບ 20 ລ້ານກີບ ແລະ ທຶນປະກອບສ່ວນຂອງບໍລິສັດ 5 ລ້ານກວ່າກີບ.

ຂໍ້ມູນ: ສະຫວັນພັດທະນາ ຂ່າວ

ສຳເລັດ 58% ແລ້ວ! ໂຄງການກໍ່ສ້າງເສັ້ນທາງເລກທີ 11 ຕອນເຫນືອ

ຕາມການລາຍງານ ຂອງ Lao National Radio ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງເລກທີ 11 ຕອນເຫນືອເລີ່ມແຕ່ຂົວນໍ້າສັງ ຫາ ບ້ານຄົກເຂົາດໍ (ຂົວຂ້າມນໍ້າຂອງ ແຂວງໄຊຍະບູລີ) ລວງຍາວທັງຫມົດ 122 ກມ, ສຳເລັດການກໍ່ສ້າງແລ້ວ 58%, ຄວາມກວ້າງຫນ້າທາງແບ່ງອອກເປັນ 2ເຂດ ເຂດທົ່ງພຽງກວ້າງ 10ມ ແລະ ເຂດພູສູງຊັນ ກວ້າງ 11.25 ມ ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງ ນະຄອນຫລວງ-ແຂວງວຽງຈັນ-(ຂົວຂ້າມນໍ້າຂອງ)ແຂວງໄຊຍະບູລີ.

ທ່ານວັນທອງ ພົນລະລີ ຄະນະຮັບຜິດຊອບໂຄງການ (ສັງກັດ ຂະແຫນງຂົວທາງ ພະແນກ ຍທຂ ນວ) ໄດ້ໃຫ້ສຳພາດກັບທີມງານຂອງພວກເຮົາວ່າ ໂຄງການກໍ່ສ້າງເສັ້ນ ທາງດັງກ່າວ ແມ່ນກຳລັງຈັດຕັ້ງປະຕິບັດ (ປະຕິບັດໄດ້ 58%) ຈະສຳເລັດໃນທ້າຍປີ 2022 ຕາມສັນຍາ ແລະ ຢູ່ໃນໄລຍະການກໍ່ສ້າງນີ້ແມ່ນມີທັງຂໍ້ສະດວກແລະຫຍຸ້ງ ຍາກໃນການກໍ່ສ້າງ (ອີງໃສ່ບັນຫາສະພາບ ການແຜ່ລະບາດຂອງພະຍາດໂຄວິດ) ເພື່ອໃຫ້ບັນລຸເປົ້າຫມາຍປະຕິບັດໃຫ້ໄດ້ຕາມແຜນທີ່ກຳນົດໄວ້ ທາງຄະນະໂຄງ ການໄດ້ເອົາໃຈໃສ່ຕິດຕາມວຽກງານຕ່າງໃຫ້ສຳເລັດຕາມແຜນ ພ້ອມນີ້ກໍ່ມີຄວາມໃກ້ຊິດຕິດແທດທາງຂັ້ນເທີງ (ກົມຂົວທາງ)ກໍ່ໄດ້ລົງຊຸກຍູ້ ຊີ້ນຳຢູ່ປະຈຳ ແລະ ອຳນາດການປົກຄອງທ້ອງຖີ່ນຂັ້ນເມືອງ ສັງທອງ,ເມືອງໝື່ນ,ເມືອງຊະນະຄາມ ພ້ອມດ້ວຍອຳນາດການປົກຄອງບ້ານ ມີສ່ວນຮ່ວມເປັນຢ່າງດີ

ພ້ອມກັນນັ້ນເພີ່ນຍັງໄດ້ຮຽກຮ້ອງ ໃຫ້ຜູ້ຂັບຂີ່ໃຊ້ລົດໃຊ້ຖະຫນົນ ທີ່ຈະເດີ່ນທາງມາຕາມເສັ້ນທາງດັ່ງກ່າວ ຂໍໃຫ້ລະມັດລະວັງ ການໄປມາໃຫ້ປະຕິບັດຕາມປ້າຍເຕືອນຢ່າງເຂັ້ມງວດ ເພື່ອຫລີກລ້ຽງອຸບັດເຫດ.

ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ ແລ້ວ

ຕາມສຳນັກຂ່າວ ປະຊາຊົນ ລາຍງານ: ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນ​ເວ​ລາ 8:15 ໂມງ​ຂອງວັນ​ທີ 9 ສິງ​ຫາ 2021 ໂດຍມີ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພັນລະຍາ ແລະ ຄະ​ນະຜູ້ແທນຝ່າຍລາວ ໃຫ້ການຕ້ອນຮັບ.

ການເດີນ​ທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 9 – 10 ສິງຫາ ນີ້, ຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຫວຽດ​ນາມ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຍິ່ງໆ​ຂຶ້ນ.

ກຽມຈັດສັນລົດບໍລິຫານລັດຄືນໃໝ່ ໃຜມີຫຼາຍຄັນຕ້ອງໄດ້ສົ່ງຄືນກົມກອງ

ລັດຖະບານກຽມຈັດສັນລົດບໍລິຫານໃນກົງຈັກລັດຄືນໃໝ່ ຜູ້ໃດທີ່ມີລົດຫຼາຍຄັນກໍຈະໄດ້ກວດກາ ຫຼື ສົ່ງຄືນໃຫ້ລັດ ສ່ວນຜູ້ທີ່ເອົາໄປຊຸກເຊື່ອງໄວ້ ກໍຈະຖືກດໍາເນີນວິໄນຕາມລະບຽບກົດໝາຍ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຍົກໃຫ້ເຫັນວ່າ: ຜ່ານການກວດກາຕົວຈິງເຫັນວ່າ ປັດຈຸບັນ, ລົດຂອງລັດ ແມ່ນມີຈໍານວນຫຼາຍພັນຄັນ ແລະ ໃນບໍ່ດົນນີ້, ລັດຖະບານຈະມີດໍາລັດວ່າດ້ວຍລົດປະຈໍາຕໍາແໜ່ງ ແລະ ລົດບໍລິຫານລັດ ທີ່ຈະອອກມາໃໝ່ ຍິ່ງຈະເຮັດໃຫ້ລົດຂອງລັດຢູ່ຫຼາຍກະຊວງ ແລະ ທ້ອງຖິ່ນເຫຼືອຈາກການນໍາໃຊ້ຕົວຈິງເປັນຈໍານວນຫຼາຍ. ສະນັ້ນ, ລັດຖະບານຈະໄດ້ດັດສົມລົດຈໍານວນ ທີ່ເຫຼືອນັ້ນ ໄປໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ຍັງຂາດເຂີນພາຫະນະຮັບໃຊ້. ຂະນະດຽວກັນ, ລັດຖະບານບໍ່ອະນຸມັດໃຫ້ຊື້ລົດໃໝ່ຕື່ມອີກ ເພື່ອປະຢັດງົບປະມານລັດ.

ສ່ວນລົດປະຈໍາຕໍາແໜ່ງ ແມ່ນຈະປະກອບໃຫ້ຕາມຕໍາແໜ່ງບໍລິຫານທີ່ມີນິຕິກໍາເທົ່ານັ້ນ, ເຊິ່ງບໍ່ໝາຍຄວາມວ່າໃນທຸກໆຕໍາແໜ່ງ ຫຼື ທຸກໆກົມ ຈະມີລົດປະຈໍາຂອງຕົນເອງ, ທີ່ສໍາຄັນເມື່ອເວລາສິ້ນສຸດການເປັນພະນັກງານ ຫຼື ອອກພັກຜ່ອນບໍານານແລ້ວ ແມ່ນບໍ່ໃຫ້ເອົາລົດປະຈໍາຕໍາແໜ່ງຂອງຕົນໄປພ້ອມ, ຖ້າຢາກໄດ້ເປັນຂອງສ່ວນຕົວຕ້ອງປະຕິບັດຕາມລະບຽບຫຼັກການ ນັບແຕ່ລະດັບກົມການເມືອງລົງມາ ຕ້ອງປະຕິບັດຢ່າງເຂັ້ມງວດ.

ການຈັດສັນດັ່ງກ່າວເນື່ອງຈາກຜ່ານມາເຫັນວ່າ ການນໍາໃຊ້ລົດໃນກົງຈັກການຈັດຕັ້ງລັດໃນປັດຈຸບັນ ບໍ່ທັນສອດຄ່ອງກັບສະພາບຕົວຈິງ, ບາງອົງການ ຫຼື ທ້ອງຖິ່ນມີຫຼາຍຄັນ ແລະ ເປັນລົດທີ່ມີລາຄາສູງ. ຂະນະດຽວກັນ, ຍັງມີຫຼາຍຂະແໜງການ ແລະ ທ້ອງຖິ່ນພັດຂາດເຂີນພາຫະນະຮັບໃຊ້, ຈິ່ງກໍ່ໃຫ້ເກີດຫາງສຽງຈົ່ມວ່າຢູ່ພາຍໃນຂົງເຂດລັດກັບລັດ ແລະ ອັນສໍາຄັນລັດພັດສູນເສຍງົບປະມານຫຼວງຫຼາຍ ເພື່ອສ້ອມແປງຮັກສາລົດຈໍານວນດັ່ງກ່າວໃນແຕ່ລະປີ.

ແຂວງໄຊຍະບູລີ ເກີດແຜ່ນດິນໄຫວ ໃນຊ່ວງເຊົ້າມືດ ຂອງມື້ນີ້

ຕາມການລາຍງານ ຂອງກົມອຸຕຸນະຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເກີດແຜ່ນດິນໄຫວ ໃນວັນທີ 9 ສິງຫາ 2021 ເວລາ 02 ໂມງ 26 ນາທີ, ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 01 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ເຊິ່ງມີຈດສູນກາງຢູ່ເສັ້ນຂະໜານທີ 19.25 ອົງສາເໜືອ ແລະ ເສັ້ນແວງທີ 101.53 ອົງສາຕາເວັນອອກ ຄວາມແຮງ ສັ່ນສະເທືອນວັດແທກໄດ້ 1.7 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ.

ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບ້ານຫ້ວຍພະ ເມືອງໄຊຍະບູລີ ແຂວງໄຊຍະບູລີ ແມ່ນຫ່າງຈາກເທສະບານເມືອງໄຊຍະບູລີ ປະມານ 20 ກິໂລແມັດ. ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ

54 ປີ ອາຊຽນ ! Happy Birthday ASEAN

ສານຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ໃນໂອກາດວັນຄົບຮອບ 54 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 24 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ມື້ນີ້ວັນທີ 8 ສິງຫາ 2021, ພວກເຮົາພ້ອມກັນລະນຶກ ແລະ ສະເຫຼີມສະຫຼອງ ວັນຄົບ ຮອບ 54 ປີ ແຫ່ງການສ້າງຕັ້ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ, ໃນທ່າມກາງທີ່ທົ່ວໂລກ ພວມປະເຊີນໜ້າກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ໄພພິບັດທຳມະຊາດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍມາເປັນອົງການຈັດຕັ້ງ ລະຫວ່າງລັດຖະບານ ໃນລະດັບພາກພື້ນ ໂດຍມີຈຸດປະສົງ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອຄວາມສົມບູນພູນສຸກຂອງບັນດາປະເທດສະມາຊິກ ບົນພື້ນຖານກົດບັດອາຊຽນ ທີ່ແນໃສ່ສ້າງຕັ້ງປະຊາຄົມອາຊຽນ ພາຍໃຕ້ຄໍາຂວັນ: “ວິໄສທັດໜຶ່ງດຽວ, ເອກະລັກໜຶ່ງດຽວ, ປະຊາຄົມໜຶ່ງດຽວ”.

ປັດຈຸບັນ ອາຊຽນ ປະກອບດ້ວຍ 10 ປະເທດສະມາຊິກ, ມີປະຊາກອນລວມກັນຫຼາຍກວ່າ 670 ລ້ານຄົນ, ມີວັດທະນະທໍາ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນ ແຕ່ຢູ່ຮ່ວມກັນ ແລະ ຮ່ວມມືກັນ ບົນຈິດໃຈແຫ່ງຄວາມເປັນເອກະພາບ ທ່າມກາງຄວາມຫຼາກຫຼາຍ ແລະ ໄດ້ກາຍເປັນອົງການຈັດຕັ້ງພາກພື້ນ ທີ່ໄດ້ຮັບຜົນສໍາເລັດເປັນຮູບປະທຳໃນຫຼາຍດ້ານ, ເປັນຂົງເຂດທີ່ມີສັນຕິພາບ ແລະ ສະຖຽນລະພາບຍາວນານ; ມີຄວາມເຂັ້ມແຂງທາງເສດຖະກິດ, ເປັນພາກພື້ນທີ່ມີເສດຖະກິດໃຫ່ຍອັນດັບ 5 ຂອງໂລກ ແລະ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ, ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການພັດທະນາດ້ານສັງຄົມ ກໍຄື ປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາຊຽນໃຫ້ນັບມື້ນັບດີຂຶ້ນ. ຜົນສໍາເລັດຂອງອາຊຽນ ຍັງໄດ້ຖືກຮັບຮູ້ຢ່າງກວ້າງຂວາງຈາກສາກົນ ໂດຍສະເພາະແມ່ນຄວາມເປັນແກນກາງ, ບົດບາດນໍາພາ ແລະ ຄວາມເປັນເອກະສັນຂອງອາຊຽນ ທີ່ເປັນຫຼັກການພື້ນຖານອັນສຳຄັນ ຮັບປະກັນໃຫ້ແກ່ບັນດາຜົນສຳເລັດຕ່າງໆ ກໍຄືການພົວພັນຮ່ວມມືກັບພາຍນອກ.

ຢ່າງໃດກໍຕາມ, ໃນປີ 2021 ນີ້ ອາຊຽນ ກໍຄື ຫຼາຍພາກພື້ນໃນໂລກ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍ ໂດຍສະເພາະ ແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄພພິບັດທໍາມະຊາດ ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ສຸຂະພາບ, ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ. ເຖິງແມ່ນວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການໄປມາຫາສູ່ກັນໄດ້ຖືກຢຸດສະງັກ, ແຕ່ອາຊຽນບໍ່ໄດ້ລົດລະ ໃນການສືບຕໍ່ເພີ່ມທະວີການຮ່ວມມືພາຍໃນອາຊຽນ ກໍຄື ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມພັດທະນາອື່ນໆ ໂດຍຜ່ານຫຼາຍຮູບແບບ ລວມທັງ ຜ່ານການຈັດກອງປະຊຸມທາງໄກ (Video Conference) ໃນທຸກລະດັບ ເພື່ອປຶກສາຫາລື ກ່ຽວກັບການສະກັດກັ້ນ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19, ການກຽມ ພ້ອມຮັບມື ແລະ ແກ້ໄຂບັນຫາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ໃນໂລກ. ອັນສໍາຄັນ, ອາຊຽນ ໄດ້ເຫັນດີສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ແລະ ໄດ້ເຫັນດີໃຫ້ນຳໃຊ້ງົບປະມານ ຈໍານວນ 10.5 ລ້ານໂດລາ ຈາກກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການຈັດຊື້ຢາວັກຊິນໃຫ້ແກ່ປະ ເທດສະມາຊິກອາຊຽນ ແລະ ພະນັກງານກອງເລຂາອາຊຽນ.

ບົນຈິດໃຈຄຳຂວັນ “ພວກເຮົາຫ່ວງໃຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ” ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນປີ 2021, ອາຊຽນ ຈະສືບຕໍ່ສ້າງປະຊາຄົມອາຊຽນ ທີ່ມີຄວາມຫ່ວງໃຍ, ເສີມຂະຫຍາຍຄວາມສາມາດຂອງອາຊຽນ ໃນການກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆ ແລະ ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ ເພື່ອການພັດທະນາເສດ ຖະກິດແບບຍືນຍົງ ກໍຄື ສົ່ງເສີມບັນດາຫຼັກການອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ເພື່ອສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

– ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ສປປ ລາວ ພວກເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997.ຕະຫຼອດໄລຍະ 24 ປີ ທີ່ຜ່ານມາ, ສປປ ລາວ ກໍໄດ້ເຂົ້າຮ່ວມຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ພາລະບົດບາດ ແລະ ໜ້າທີ່ຂອງຕົນ ແນໃສ່ປົກປ້ອງ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດຂອງຕົນ ຊຶ່ງທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫຼືອຈາກປະເທດສະມາຊິກອາຊຽນດ້ວຍກັນ ກໍຄື ຈາກປະ ເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຂ້າພະເຈົ້າ ເຫັນວ່າ: ນີ້ແມ່ນໝາກຜົນອັນເປັນຮູບປະທໍາ ແຫ່ງການດຳເນີນນະໂຍບາຍການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ກໍຄື ແນວທາງການປ່ຽນແປງໃໝ່ຂອງພັກ-ລັດເຮົາ.

– ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ,

ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດໄລຍະ 24 ປີ ທີ່ເປັນສະ ມາຊິກອາຊຽນນັ້ນ ແມ່ນຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດ ຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານ, ລັດຖະກອນທຸກພາກສ່ວນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ ເຂົ້າໃນວຽກງານອາຊຽນ. ນະໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນ ຄຸນຢ່າງເລິກເຊິ່ງ ຕໍ່ການຮ່ວມມື, ຊ່ວຍເຫຼືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ.

ພ້ອມນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາ ປັນຍາຊົນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການ ໃນການຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເດັດດ່ຽວ ແລະ ສືບຕໍ່ຜັນຂະ ຫຍາຍແນວທາງນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຂອງພັກ ແລະ ລັດຖະບານ ກໍຄື ເອົາໃຈໃສ່ປະກອບສ່ວນເຄື່ອນໄຫວໃນວຽກງານອາຊຽນ ເພື່ອ ນໍາເອົາຜົນປະໂຫຍດອັນສູງສຸດ ມາສູ່ປະເທດຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອາຊຽນນັ້ນ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ ແລະ ລະນຶກເຖິງວັນຄົບຮອບ 54 ປີ ຂອງອາຊຽນ ແລະ ຄົບຮອບ 24 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ຄວາມໝາຍ.

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການປັບປຸງກົດໝາຍກ່ຽວກັບສ່ວຍສາອາກອນ

ຂປລ. ໃນວາລະການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍ ວັນທີ 7 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພິຈາລະນາ ແລະ ຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ ການປັບປຸງກົດໝາຍກ່ຽວກັບສ່ວຍສາອາກອນ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຈຳນວນ 4 ສະບັບຄື: ກົດໝາຍວ່າ ດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍ ອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ທີ່ສະເໜີໂດຍທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ຮ່າງກົດໝາຍດັ່ງກ່າວ, ໄດ້ກຳນົດເນື້ອໃນປັບປຸງບາງມາດຕາຂອງກົດໝາຍ 4 ສະບັບດັ່ງກ່າວ ຈຳນວນ 21 ມາດຕາ ໃນນັ້ນ, ກົດໝາຍວ່າດ້ວຍການ ຄຸ້ມຄອງສ່ວຍສາອາກອນ ປັບປຸງໃໝ່ມາດຕາ 32 ການກຳນົດເວລາການມອບອາກອນ; ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ປັບປຸງ 12 ມາດຕາຄື: ມາດຕາ 11 ກິດຈະກຳທີ່ຖືກເກັບອາກອນມູນຄ່າເພີ່ມ, ມາດຕາ 12 ກິດຈະກຳທີ່ຖືກຍົກເວັ້ນ ອາກອນມູນຄ່າເພີ່ມ, ມາດຕາ 15 ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ, ມາດຕາ 17 ອັດຕາ ອາກອນມູນຄ່າເພີ່ມ, ມາດຕາ 23 ເງື່ອນໄຂຂອງການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ, ມາດຕາ 24 ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ, ມາດຕາ 29 ອາກອນມູນຄ່າເພີ່ມທີ່ບໍ່ອະນຸຍາດ ໃຫ້ສົ່ງຄືນ, ມາດຕາ 30 ການແຈ້ງອາກອນມູນຄ່າເພີ່ມ, ມາດຕາ 31 ການມອບອາກອນມູນຄ່າເພີ່ມ, ມາດຕາ 34 ການເຂົ້າລະບົບອາກອນມູນຄ່າເພີ່ມ, ມາດຕາ 60 ມາດຕະການຕໍ່ບຸກຄົນ ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ມາດຕາ 61 ປັບປຸງ ມາດຕະການຕໍ່ຜູ້ມີອາກອນມູນຄ່າເພີ່ມຄ້າງມອບ; ກົດໝາຍວ່າດ້ວຍ ອາກອນລາຍໄດ້ ປັບປຸງ 4 ມາດຕາ ຄື: ມາດຕາ 14 ພື້ນຖານຄິດໄລ່ອາກອນກຳໄລ, ມາດຕາ 16 ອັດຕາອາກອນກຳໄລ ເພີ່ມ ຫລື ຫລຸດ, ມາດຕາ 18 ລາຍການທີ່ບໍ່ອະນຸຍາດ ໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ, ແລະ ມາດຕາ 73 ມາດຕະການປັບໃໝ ແລະ ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ໄດ້ປັບປຸງ 4 ມາດຕາເປັນຕົ້ນ ມາດຕາ 15 ອັດຕາອາກອນຊົມໃຊ້, ມາດຕາ 17 ກຳນົດເວລາຄິດໄລ່ເກັບອາກອນຊົມໃຊ້, ມາດຕາ 18 ການແຈ້ງເສຍ ແລະ ການມອບອາກອນຊົມໃຊ້ ແລະ ມາດຕາ 38 ປັບປຸງ ມາຕະການປັບໄໝ.

ພາຍຫລັງສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດເຫັນແລ້ວ, ປະທານກອງປະຊຸມ ໄດ້ສັງລວມການປະກອບຄຳຄິດຄຳເຫັນຂອງ ສສຊ ເພື່ອໃຫ້ຄະນະຮັບຜິດຊອບຮ່າງກົດໝາຍ ນຳໄປຄົ້ນຄວ້າພິຈາລະນາ ແລະ ປັບປຸງໃສ່ບາງເນື້ອໃນຂອງກົດໝາຍດັ່ງກ່າວ ໃຫ້ຖືກຕ້ອງ, ແທດເໝາະກັບສະພາບດ້ານເສດຖະກິດ-ການເງິນ ຂອງປະເທດໃນປັດຈຸບັນ ແລະ ສາມາດນຳໄປ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໃນຕໍ່ໜ້າ ເປັນຕົ້ນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ສ້າງຕັ້ງຂຶ້ນແລ້ວ ຈະເຮັດແນວໃດຈະສົ່ງເສີມເຂົາເຈົ້າໃຫ້ເຂັ້ມແຂງຂຶ້ນ.

ກ່ຽວກັບເນື້ອໃນກົດໝາຍວ່າດ້ວຍອາກອນຊົມໃຊ້ ມາດຕາ 15 ອັດຕາອາກອນຊົມໃຊ້ ບັນທ່ານຜູ້ແທນ ເຫັນດີ ແຕ່ມີຄວາມເປັນຫ່ວງ ຕໍ່ການປັບປຸງອັດຕາອາກອນຊົມໃຊ້ ຂອງບາງລາຍການສິນຄ້າ. ສຳລັບສິນຄ້າທີ່ຮັບໃຊ້ແກ່ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ ສະເໜີໃຫ້ຮັກສາອັດຕາ ອາ ກອນຊົມໃຊ້ໄວ້ຄືເກົ່າ ເປັນຕົ້ນ ນ້ຳມັນກາຊວນ, ນ້ຳມັນແອັດຊັງທຳມະດາ ແລະ ລົດໃຫຍ່ທີ່ມີ ຄວາມແຮງແຕ່ 2.500 ຊີຊີລົງມາ.

ສ່ວນສິນຄ້າຟຸມເຟືອຍ ແມ່ນເຫັນດີເປັນເອກພາບຕາມການ ປັບປຸງຂອງຄະນະຮັບຜິດຊອບກົດໝາຍ. ພ້ອມກັນນີ້, ກໍມີບາງຄຳເຫັນສະເໜີໃຫ້ເພີ່ມອັດຕາອາກອນ ຊົມໃຊ້ຂຶ້ນຕື່ມ ເປັນຕົ້ນແມ່ນ ເຫລົ້າ ຫລື ເຄື່ອງດື່ມທີ່ມີທາດເຫລົ້າ, ເບຍ, ຢາສູບ ແລະ ອື່ນໆ. ສຳລັບລົດທີ່ນຳໃຊ້ພະລັງງານສະອາດ ບັນດາຜູ້ແທນກໍໄດ້ສະເໜີໃຫ້ຄົ້ນຄວ້າຄືນ ເຫັນວ່າ ຄວນຫລຸດ ອັດຕາອາກອນຊົມໃຊ້ລົງຕື່ມ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ລາຍງານ 7 ສິງຫາ ສປປ ລາວ ມີຜູ້ຕິດເຊື້ອໃໝ່ 354

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 7 ສິງຫາ 2021: ຜູ້ຕິດເຊື້ອໃໝ່ມື້ນີ້ລວມ 354 ເຊິ່ງຕິດເຊື້ອພາຍໃນແຂວງມີ ແຂວງບໍ່ແກ້ວ 13 ຄົນ ແຂວງວຽງຈັນ 5 ຄົນ, ແຂວງໄຊຍະບູລີ 5 ຄົນ ແລະ ແຂວງຈຳປາສັກ 4 ຄົນ.

ສຳລັບແຮງງານນຳເຂົ້າ, ຜູ້ເດີນທາງເຂົ້າປະເທດຄື ແຂວງສະຫວັນນະເຂດ 153 ຄົນ, ຈຳປາສັກ 70 ຄົນ, ຄຳມ່ວນ 51 ຄົນ, ນະຄອນຫຼວງວຽງຈັນ 49 ຄົນ, ແຂວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ.

ຂໍ້ມູນໂດຍຫຍໍ້ຂອງຜູ້ຕິດເຊື້ອໃໝ່ 354 ຄົນ

ສຳລັບແຂວງບໍ່ແກ້ວ 13 ຄົນ ແມ່ນຢູ່ເມືອງຕົ້ນເຜິ້ງ, ແຂວງວຽງຈັນ 5 ຄົນ, ແຂວງໄຊຍະບູລີ 5 ຄົນ ແລະ ແຂວງຈຳປາສັກ 4 ຄົນ ແມ່ນສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

ສ່ວນແຂວງສະຫວັນນະເຂດ 153 ຄົນ, ຈຳປາສັກ 70 ຄົນ, ຄຳມ່ວນ 51 ຄົນ, ນະຄອນຫຼວງວຽງຈັນ 49 ຄົນ, ແຂວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ ແມ່ນເປັນແຮງງານລາວທີ່ເດີນທາງກັບຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມລະບຽບການ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 8,132 ຄົນ, ຄົນເຈັບເສຍຊີວິດສະສົມ 8 ຄົນ (ໃໝ່ 1 ຢູ່ແຂວງຈຳປາສັກ) ແລະ ກໍາລັງປິ່ນປົວ ທັງໝົດ 3,946 ຄົນ.

ສຳລັບ ຈຸດບໍລິການກວດໂຄວິດ-19 ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານ ທຸກມື້ ແຕ່ 9:00 – 11:30 ໂມງ.

ສປປ ລາວ ຈະແກ້ໄຂບັນຫາຢາເສບຕິດ ຢ່າງເດັດຂາດ

ໃນວັນທີ 6 ສິງຫາ 2021 ເນື້ອໃນຂອງວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ໄດ້ຖືກນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນໃສ່ຮ່າງວາລະດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດນີ້, ສະເໜີໂດຍ ທ່ານ ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍໄດ້ຍົກໃຫ້ເຫັນວ່າ: ຢາເສບຕິດເປັນບັນຫາທີ່ທົ່ວໂລກ ແລະ ພາກພື້ນໄດ້ເອົາໃຈໃສ່ຮ່ວມມືກັນກວດກາ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂ, ໂດຍຖືການກະທໍາຜິດ ກ່ຽວກັບຢາເສບຕິດເປັນໜຶ່ງໃນບັນດາອາຊະຍາກໍາ ທີ່ໃຊ້ກໍາລັງຮຸນແຮງ, ອາຊະຍາກໍາຂ້າມຊາດ, ການຟອກເງິນ, ເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນສັງຄົມ.

ຂະນະດຽວກັນ, ບັນຫາຢາເສບຕິດຢູ່ປະເທດເຮົາ ໄດ້ແຜ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫລາຍລະດັບທີ່ແຕກຕ່າງກັນ, ຊຶ່ງເປັນສາເຫດກໍ່ໃຫ້ເກີດບັນດາປາກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ. ໃນແຕ່ລະປີຕົວເລກການກະທໍາຜິດເພີ່ມຂຶ້ນທາງດ້ານຈໍານວນ, ເລິກແລບທາງດ້ານກົນອຸບາຍ ເລ້ລ່ຽມການເຄື່ອນໄຫວ, ມີການຈັດຕັ້ງເປັນເຄືອຂ່າຍ ແລະ ເປັນກຸ້ມແກ້ງອິດທິພົນ ໃນລະດັບທີ່ແຕກຕ່າງກັນ. ຕະຫລອດໄລຍະຜ່ານມາ, ລັດຖະບານໄດ້ນໍາໃຊ້ຫລາຍມາດຕະການ ເພື່ອ ກວດກາ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂບັນຫາຢາເສບຕິດ, ຖືເອົາການແກ້ໄຂດັ່ງກ່າວ ເປັນວຽກງານສໍາຄັນ, ຊຶ່ງມີທັງຜົນງານ ດ້ານຕັ້ງໜ້າ, ແຕ່ພ້ອມດຽວກັນນັ້ນກໍຍັງມີບາງດ້ານ ທີ່ຍັງຄົງຄ້າງ ເປັນຕົ້ນແມ່ນ ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນ ແລະ ອົງການປົກຄອງຂັ້ນຕ່າງໆ ຕໍ່ຜົນຮ້າຍ, ຄວາມເປັນອັນຕະລາຍຂອງບັນຫາຢາເສບຕິດ ບໍ່ທັນເລິກເຊິ່ງ ແລະ ບໍ່ທັນມີສ່ວນຮ່ວມໃນການແກ້ໄຂຢ່າງຈິງຈັງ, ລະບົບກົດໝາຍ, ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ເຖິງວ່າມີແຕ່ບໍ່ທັນຄົບຊຸດ ແລະ ຍັງມີຊ່ອງຫວ່າງ. ນອກຈາກນີ້, ການເຄື່ອນໄຫວເຮັດໜ້າທີ່ຂອງອົງການສືບສວນ-ສອບສວນ, ເຈົ້າໜ້າທີ່ຕໍາຫລວດ, ອົງ ການຕຸລາການ, ອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຍັງບໍ່ທັນແຫລມຄົມ ແລະ ບໍ່ທັນເປັນລະບົບເຂັ້ມແຂງ. ຈຶ່ງເຮັດໃຫ້ປະເທດເຮົາໄດ້ຮັບຜົນກະທົບ ຈາກບັນຫາຢາເສບຕິດຢ່າງຫລີກລ້ຽງບໍ່ໄດ້. ມາຮອດປັດຈຸບັນ ບັນຫາດັ່ງກ່າວ ນັບມື້ມີການແຜ່ລະບາດເຂົ້າເຖິງທຸກເພດທຸກໄວ, ທຸກຊັ້ນຄົນໃນສັງ ຄົມ, ບັນດາປາກົດການຫຍໍ້ທໍ້ດ້ານຕ່າງໆ, ບັນຫາອາດຊະຍາກໍາທີ່ເກີດຂຶ້ນ ສາຍເຫດຕົ້ນຕໍ ກໍມາຈາກຢາເສບຕິດ.

ສະນັ້ນ, ການທີ່ລັດຖະບານ ຍົກເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກບຸລິມະສິດ, ຈໍາເປັນ, ຮີບດ່ວນນັ້ນ ເຫັນວ່າຖືກຕ້ອງ ແລະ ເໝາະສົມ ເພື່ອສຸມທຸກກໍາລັງແຮງສັງລວມຂອງທົ່ວສັງ ຄົມເຂົ້າຮ່ວມໃນການແກ້ໄຂໃຫ້ຫລຸດລົງຢ່າງຈະແຈ້ງ, ໂດຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດນີ້, ໄດ້ກໍານົດໜ້າວຽກຕົ້ນຕໍ ຄື: ສ້າງຄວາມຮັບຮູ້ເຂົ້າໃຈ, ການສຶກສາອົບຮົມຜົນຮ້າຍ, ຄວາມເປັນອັນຕະລາຍຂອງຢາເສບຕິດ, ການໂຄສະນາເຜີຍແຜ່ລະບຽບກົດໝາຍ, ສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ, ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການປົກປ້ອງກົດໝາຍ ແລະ ພາກ ສ່ວນກ່ຽວຂ້ອງ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ, ປັບປຸງຂີດຄວາມສາມາດການເຄື່ອນໄຫວ ເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ບັນຊາການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດທົ່ວປະເທດ, ໄດ້ກໍານົດການແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອຖິ່ນ ລວມທັງໝົດ 23 ພາກສ່ວນ, ພ້ອມທັງໄດ້ກໍານົດຄວາມຮັບຜິດຊອບລວມທົ່ວສັງຄົມນໍາອີກ.

ນອກນີ້, ໄດ້ກໍານົດມາດຕະການຈັດຕັ້ງປະຕິບັດ, ເຊິ່ງເລີ່ມຈາກຜູ້ນໍາສູງສຸດຂອງລັດຖະບານ, ກະຊວງ-ອົງການ ແລະ ງົບ ປະມານຮັບໃຊ້ ໃຫ້ແກ່ການຈັດຕັ້ງວາລະແຫ່ງຊາດ ເພື່ອໃຫ້ມີປະສິດທິຜົນ ແລະ ເດັດຂາດ. ຈາກນັ້ນ, ທ່ານ ພົນໂທ ສຸວອນ ເລືອງພູມີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດວ່າ: ຄະນະປະຈໍາສະພາແຫ່ງຊາດ ມີຄວາມເປັນເອກະພາບຕໍ່ເນື້ອໃນວາລະດັ່ງກ່າວ, ແຕ່ຂໍໃຫ້ລັດຖະບານກໍານົດຕື່ມກ່ຽວ ກັບການກໍານົດວ່າຈະແກ້ໄຂອັນໃດກ່ອນ, ອັນໃດນໍາຫລັງ, ສະເໜີໃຫ້ຖືເອົາການຕ້ານ, ສະກັດກັ້ນ, ປ້ອງກັນ ກັບການປາບ ບັນຫາຢາເສບຕິດໄປພ້ອມໆກັນ. ໃນນັ້ນຖືເອົາການປຸກລະດົມ, ສຶກສາອົບຮົມເປັນພື້ນຖານຕົ້ນຕໍ, ເອົາການປາບປາມ, ລົງໂທດເປັນສໍາຄັນ, ຈໍາເປັນ, ເດັດຂາດ ແລະ ເຂັ້ມງວດ, ໂດຍສະເພາະການກໍານົດມາດຕະການ ແລະ ລົງໂທດ ຕໍ່ຜູ້ກະທໍາຜິດ ຫາກແມ່ນເຈົ້າໜ້າທີ່, ພະນັກງານລັດ ເປັນຜູ້ກະທໍາຜິດເອງ ຫລື ພົວພັນກ່ຽວຂ້ອງກັບບັນຫາຢາເສບຕິດ ແມ່ນຕ້ອງຖືກວິໄນ, ຕ້ອງໄດ້ຮັບໂທດໜັກກວ່າປະຊາຊົນ ເພື່ອເປັນແບບຢ່າງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ.

ຂໍ້ມູນ: ຂປລ

ຂະຫຍາຍເວລາກັກໂຕມາເປັນ 28 ມື້ ສຳລັບຜູ້ເດີນທາງເຂົ້າ ສປປ ລາວ

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ  6 ສິງຫາ 2021 ໃຫ້ຮູ້ວ່າ:

ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນອາຊຽນ ຍັງຄົງໜ້າເປັນຫ່ວງໃນຫຼາຍປະເທດ ມີຜູ້ຕິດເຊື້ອສະສົມເພິ່ມສູງຂຶ້ນ ຍ້ອນ ສາຍພັນເດວຕ້າ ຈຶ່ງເຮັດໃຫ້ບາງປະເທດກັບມາໃຊ້ມາດຕະການລ໋ອກດາວຄືນອີກ.

ສຳລັບ ສປປ ລາວ ຜູ້ທີ່ເດີນທາງເຂົ້າມາ ພາຍຫຼັງຈຳກັດບໍລິເວນຄົບກຳນົດ 14 ວັນ ຢູ່ສູນຂອງສູນກາງ/ແຂວງ ແລ້ວ ຈະໄດ້ສືບຕໍ່ໄປຈຳກັດບໍລິເວນຢູ່ສູນຂອງເມືອງ/ບ້ານ ຕື່ມອີກ 14 ວັນ ເພື່ອສະກັດກັ້ນ ການແຜ່ລະບາດໃນຊຸມຊົນບໍ່ໃຫ້ເປັນວົງກວ້າງ ຕ້ອງປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021. ນອກຈາກນັ້ນ, ສັງເກດເຫັນວ່າ ຍັງມີບາງຮ້ານກິນດື່ມ ເປີດໃຫ້ບໍລິການແກ່ລູກຄ້າ ບໍ່ປະຕິບັດຕາມແຈ້ງການທີ່ຄະນະສະເພາະກິດວາງອອກ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການລະບາດຮອບໃໝ່.