Home Blog Page 199

ອັບເດດການສ້າງສະຖານນີລົດໄຟນະຄອນຫຼວງວຽງຈັນ

ມາຮູ້ກ່ຽວກັບຂໍ້ມູນ ຂອງສະຖານີລົດໄຟ ລາວ-ຈີນ ທີ່ຈະເປີດໃຫ້ບໍລິການໄວໆນີ້.

ຕາມການລາຍານຂອງ Laos – China Railway Company: ສະຖານີຂອງທາງລົດໄຟລາວ-ຈີນ ມີທັງໝົດ 11​ ແຫ່ງ, ເຊິ່ງຈະເປີດນຳໃຊ້ກ່ອນ 10 ແຫ່ງຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ; ໃນນັ້ນ,​ ສະຖານີທີ່ໃຫຍ່ທີ່ສຸດແມ່ນ ສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ.

ເຊິ່ງທັງ 10 ສະຖານີທີ່ກ່າວມາ ນອກຈາກສະຖານີບໍ່ເຕັນ,​ ສະຖານີນາໝໍ້,​ ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງ ທີ່ເປັນສະຖານີຂົນສົ່ງຜູ້ໂດຍສານຢ່າງດຽວແລ້ວ ທີ່ເຫຼືອແມ່ນຈະເປັນທັງສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ.

ການກໍ່ສ້າງອາຄານສະຖານີຂອງທາງລົດໄຟ ແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳ ຂອງລາວ ແລະ ຈີນ ໂດຍໃນອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໄວ້ຄອຍໃຫ້ບໍລິການທຸກທ່ານ.

ສະຫວັນນະເຂດ ພວມຄົ້ນຄວ້າວຽກເຮັດງານທໍາ ໃຫ້ແຮງງານລາວ ທີ່ກັບມາຈາກ ປະເທດໃກ້ຄຽງ

ຕາມລາຍງານ ຂອງຂປລ: ແຫຼ່ງຂ່າວ ຈາກແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນວັນທີ 28 ກໍລະກົດ 2021 ນີ້ວ່າ ທ່ານ ນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ແຂວງສະຫວັນນະເຂດ ກ່າວວ່າ: ເພື່ອເປັນການຮອງຮັບໃຫ້ແກ່ບັນດາແຮງງານລາວ ທີ່ກັບມາຈາກຕ່າງປະເທດໄດ້ມີວຽກເຮັດງານທຳ ຢູ່ພາຍໃນປະເທດຫຼາຍຂຶ້ນ, ແນໃສ່ໃຫ້ເຂົາເຈົ້າໄດ້ມີລາຍຮັບສາມາດກຸ້ມຕົນເອງນັ້ນ ຂະແໜງການຕົນ ດໍາເນີນການສຳຫລວດ ແລະ ເກັບກຳຕົວເລກຜູ້ໄປອອກແຮງງານຢູ່ປະເທດໄທ ໃນປີ 2019 ຈາກຄອບຄົວໃນແຕ່ລະບ້ານ ທົ່ວແຂວງສະຫວັນນະເຂດ ມີທັງໝົດ 35.726 ຄົນ (ຍິງ 20.544 ຄົນ). ໃນນັ້ນ 21.972 ຄົນແມ່ນໄປຖືກຕ້ອງຕາມລະບຽບກົດໝາຍ, ສ່ວນອີກ 13.754 ຄົນ ແມ່ນໄປບໍ່ຖືກກົດໝາຍ.

ສຳລັບການເຂົ້າມາຂອງແຮງງານ ຍ້ອນການແຜ່ລະບາດ ຂອງພະຍາດໂຄວິດ-19 ເລີ່ມແຕ່ເດືອນມີນາ 2020 ມາຮອດປັດຈຸບັນ ແມ່ນໄດ້ແບ່ງເປັນສອງໄລຍະ ຄື: ໄລຍະທີ 1 ມີແຮງງານເຂົ້າມາຈໍານວນ 27.659 ຄົນ (ຍິງ 13.445 ຄົນ) ແລະ ໄລຍະທີ 2 ມີແຮງງານ 23.445 ຄົນ (ຍິງ 10.984 ຄົນ). ໃນນີ້ຂະແໜງການກ່ຽວຂ້ອງແຂວງ ຍິນດີຮັບເອົາຄົນລາວໃນໄວເຮັດວຽກງານ, ໄວສະລາ ແລະ ເດັກນ້ອຍ ເປັນບູລິມະສິດກ່ອນໝູ່, ພ້ອມທັງເອົາໃຈໃສ່ປິ່ນປົວເຂົາເຈົ້າດ້ວຍວິທີການນຳເຂົ້າສູນຈຳກັດບໍລິເວນ 14 ວັນ, ໄປຄຽງຄູ່ການສຸມໃສ່ປິ່ນປົວກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ດີ. ຂະນະດຽວກັນ, ກໍໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບແຮງງານ, ການຈ້າງງານ, ການຊອກວຽກເຮັດງານທຳ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ດ້ວຍຫລາຍຮູບການ ເພື່ອໃຫ້ເຂົາເຈົ້າຮູ້ໄດ້ເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ຕໍ່ບັນດາແຮງງານ, ຕໍ່ຍາດພີ່ນ້ອງຮ່ວມຊາດ ກໍຄື ການຫາບ່ອນພັກເຊົາ, ການກັກກັນ, ການປິ່ນປົວໂດຍບໍ່ເສຍຄ່າ, ພ້ອມທັງອຳນວຍຄວາມສະດວກ ໃນການປະສານງານກັບທ້ອງຖິ່ນ, ສ້າງເງື່ອນໄຂໃຫ້ໄດ້ຮັບວັກຊີນ, ປະຊາສຳພັນໃຫ້ແຮງງານທີ່ມີຈຸດປະສົງ ສະໝັກວຽກລົງທະບຽນຢູ່ຈຸດບໍລິການຈັດຫາງານ, ເຊິ່ງມີຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄປຄຽງຄູ່ໄດ້ຊຸກຍູ້ໃຫ້ບໍລິສັດຈັດຫາງານ ທີ່ເຄື່ອນໄຫວພາຍໃນແຂວງ ເປັນຜູ້ຊ່ວຍໃນການຊອກຫາວຽກເຮັດງານທໍາໃຫ້ເຂົາເຈົ້າ, ເຊິ່ງຄາດວ່າຖ້າແຮງງານຂອງພວກເຮົາໄດ້ຮັບວັກຊີນຢ່າງທົ່ວເຖິງ ກໍເປັນເງື່ອນໄຂໜຶ່ງໃນການເຂົ້າເຖິງຕະຫລາດແຮງງານ ແລະ ຍັງຈະໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊ່ວຍແຮງງານດັ່ງກ່າວ ເຊັ່ນ: ສະພາການຄ້າອຸດສາຫະກຳ, ຈັດຕະຫລາດນັດແຮງງານ, ຂະຫຍາຍເຄືອຂ່າຍບໍລິການຈັດຫາງານໃຫ້ຮອດເມືອງ ແລະ ບ້ານ, ເປີດການຝຶກອົບຮົມທາງດ້ານສີມືແຮງງານ ແລະ ອື່ນໆ.

ປັດຈຸບັນ ໄດ້ມີ 3 ບໍລິສັດແລ້ວ ທີ່ຍື່ນສະເໜີຫາພະແນກແຮງງານ ແລະ ສະຫວັດດີການສັງ ຄົມແຂວງ ທີ່ມີຄວາມຕ້ອງການທາງດ້ານແຮງງານເປັນຕົ້ນ ແມ່ນ:

ບໍລິສັດ ສາມມິດ ຈັດຫາງານ ມີຄວາມຕ້ອງການພະນັກງານຊ່າງຊີມັງ-ຊ່າງເຫລັກ ຈໍານວນຫຼາຍຄົນ ໃນໂຄງການກໍ່ສ້າງຂົວຂ້າມແມ່ນ້ຳ ຂອງແຫ່ງທີ 5 ປາກຊັນ-ບຶງການ, ມີຄ່າແຮງງານເລີ່ມຕົ້ນ 85.000 ກີບ ຫາ 100.000 ກີບຕໍ່ມື້, ມີເງິນລ່ວງເວລາ 13.000 ກີບ ຕໍ່ຊົ່ວໂມງ, ເຮັດວຽກ 8 ຊົ່ວໂມງຕໍ່ມື້.

ບໍລິສັດ ທຣີໂອລາວ ເອັກປອດ ຈຳກັດ ຕ້ອງການພະນັກງານ 350 ຄົນ, ຕຳແໜ່ງງານຫຍິບຜ້າ, ຫົວໜ້າລາຍການຜະລິດ, ຊ່າງສ້ອມແປງເຄື່ອງຈັກ, ໂດຍປະຕິບັດນະໂຍບາຍຕາມກົດໝາຍແຮງງານ ແລະ ກົດໝາຍປະກັນສັງ ຄົມ ມີເງິນໃຫ້ 1.400.000 ກີບ ຫາ 5.000.000 ກີບຕໍ່ເດືອນ, ພ້ອມມີຫໍພັກຍິງໃຫ້ຢູ່.

ບໍລິສັດ ຕຣີມາກ ຈໍາກັດ ດໍາເນີນທຸລະກິດ ກ່ຽວກັບຫຍິບເສື້ອຜ້າສົ່ງອອກ ຕ້ອງການພະນັກງານຫຍິບຜ້າຈຳນວນຫຼາຍ ມີນະໂຍບາຍຄ່າແຮງງານຕາມກົດໝາຍ, ມີເງິນລ່ວງເວລາ, ເງິນຜົນຜະລິດ, ມີຄ່າອາ ຫານ ແລະ ມີເງິນໂບນັດໃຫ້ນຳອີກ. ໂດຍຈະຈ່າຍເງິນໃຫ້ໃນທຸກໆວັນທີ 10 ແລະ ວັນທີ 25 ຂອງແຕ່ລະເດືອນ.

ສ່ວນວ່າ ເຂດເສດຖະກິດພິເສດສະຫວັນນະເຂດ ບໍລິສັດ ເຣັນໂຣເວິກ ກໍມີທ່າອ່ຽງຈະຮັບແຮງງານເພີ່ມຕື່ມໃນຫຼາຍຕຳແໜ່ງງານ, ບໍລິສັດປ້ອງກັນເວນຍາມ (ປກສ) ຕ້ອງການພະນັກງານ 40 ຄົນ, ຂົງເຂດກະສິກຳ ຕ້ອງການແຮງງານປັກດຳ, ກ່ຽວເຂົ້າ, ປູກ ແລະ ຕັດອ້ອຍ, ປູກ ແລະ ເກັບກູ້ມັນຕົ້ນ 4.000 ຄົນ ເປັນແຮງງານຕາມລະດູການ ແລະ ກໍມີໂຄງການລົງທຶນຂອງບໍລິສັດ ເອອາບີຊີ ໃນຂົງເຂດກະສິກຳປຸງແຕ່ງ, ຊຶ່ງສະເໜີໂຄງການ ຢູ່ເມືອງຈຳພອນ ແລະ ເມືອງສອງຄອນ ໃນເນື້ອທີ່ 100.000 ກວ່າເຮັກຕາ ຄາດຄະເນຄວາມຕ້ອງການແຮງງານ 50.000 ຄົນ.

ສັງລວມແລ້ວຖ້າສະພາບການລະບາດຂອງພະຍາດໂຄວິດ-19 ເບົາບາງລົງ ໂຄງການຕ່າງໆ ກໍໄດ້ມີການລິເລີ່ມ ແລະ ຈັດຕັ້ງປະຕິບັດໃນໄວໆນີ້ ແລະ ບັນດາແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກັບມາຈາກປະເທດໄທ ກໍຈະໄດ້ຮັບການຈ້າງງານ ແລະ ມີວຽກເຮັດງານທຳຫລາຍຂຶ້ນ.

ປະຫວັດຂອງຜູ້ຕິດເຊື້ອ 02 ຄົນຈາກແຂວງໄຊຍະບູລີ

ຜູ້ກ່ຽວທັງສອງຄົນເດີນທາງມາຈາກລະຍອງ ປະເທດໄທ ມາຮອດ ສປປ ລາວ ແລະ ໄດ້ເຂົ້າກັກໂຕຢູ່ສູນຈໍາກັດບໍລິເວນຫຼັກ 27 ນະຄອນຫຼວງວຽງຈັນ ໄດ້ເກັບຕົວຢ່າງ 02 ຄັ້ງ, ແຕ່ລະຄັ້ງເປັນຜົນລົບບໍ່ຕິດເຊື້ອ ແລະ ໄດ້ຈໍາກັດບໍລິເວນຈົນຄົບ 14 ມື້.

ມາຮອດວັນທີ 25 ກໍລະກົດ 2021 ໄດ້ອອກຈາກສູນຈໍາກັດບໍລິເວນ. ໃນວັນທີ 25 ກໍລກົດ 2021 ເດີນທາງອອກຈາກນະຄອນຫຼວງວຽງຈັນໂດຍລົດຮັບເໝົາ (ລົດຕູ້) ເຊິ່ງເປັນລົດຂອງປະຊາຊົນເມືອງພຽງ ມີຜູ້ເດີນທາງມານໍາກັນ 12 ຄົນ ມີເມືອງແກ່ນທ້າວ 02 ຄົນ (ບ້ານ ຫ້ວຍເລິກ), ເມືອງປາກລາຍ 01 ຄົນ (ບ້ານ ຫ້ວຍມົດສົ້ມ), ເມືອງ ພຽງ 07 ຄົນ (ບ້ານນາບວມ 04 ຄົນ, ບ້ານ ດົງຫຼວງ 01 ຄົນ ແລະ ບ້ານກາງ 02 ຄົນ), ເມືອງໄຊຍະບູລີ 02 ຄົນ ຜ່ານຂົວຂ້າມນໍ້າຂອງປາກລາຍ ມີເຈົ້າໜ້າທີ່ກວດກາປະຈໍາດ່ານ 08 ຄົນ, ພວກຜູ້ກ່ຽວເດີນທາງມາຮອດບ້ານນາແລ້ງຫຼວງ ໃນເວລາ 24:00. ໃນວັນທີ 26 ກໍລະກົດ 2021 ຕອນເຊົ້າຜູ້ກ່ຽວເຂົ້າແຈ້ງເອກະສານຢູ່ຫ້ອງການກຸ່ມບ້ານນາຍາວ ມີຜູ້ສໍາຜັດ 02 ຄົນ, ຈາກນັ້ນໄດ້ໄປຕາບຢາງລົດຢູ່ບ້ານນາໄຮ ມີຜູ້ສໍາຜັດ 01 ຄົນ, ໄດ້ໄປທະນາຄານພົງສະຫວັນ ປ່ອງທີ 03 ຜູ້ມີສໍາຜັດ 01 ຄົນ, ຫຼັງຈາກນັ້ນໄດ້ໄປຊື້ປາ, ຕີນໄກ່ ຢູ່ໃກ້ກັນໃນຕະຫຼາດ ບ້ານສີມຸງຄຸນ ເມືອງໄຊຍະບູລີ ມີຜູ້ສໍາພັດ 02 ຄົນ ແລະ ໄດ້ກັບບ້ານ. ຕອນຄໍ່າໄດ້ໄປກິນເຂົ້າກັບໝູ່ເພື່ອນ ແລະ ພີ່ນ້ອງມີຜູ້ເຂົ້າຮ່ວມພາເຂົ້າທັງໝົດ 21 ຄົນ.

ຮອດກາງຄືນຂອງວັນດຽວກັນຜູ້ເປັນຜົວມີໄຂ້, ໄອ, ເຈັບຫົວ, ອິດເມື່ອຍ, ປວດຕາມຕົນຕົວ ແລະ ຜົນການກວດວັດແທກອູນຫະພູມຍັງປົກກະຕິ. ກາງຄືນຂອງວັນທີ 26 ກໍລະກົດ 2021 ຜູ້ເປັນເມຍມີອາການຄໍແຫ້ງ, ຜົນການກວດວັດແທກອຸນຫະພູມຍັງປົກກະຕິ. ວັນທີ 27 ກໍລະກົດ 2021 ໄດ້ເກັບຕົວຢ່າງໄປວິເຄາະ ຜົນເບື້ອງຕົ້ນອອກມາເປັນບວກທັງ 02 ກໍລະນີ ແລະ ໃນປັດຈຸບັນນີ້ແມ່ນໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍແຂວງ, ມີອາການປົກກະຕິດີ ສ່ວນຜູ້ສໍາຜັດໃກ້ສິດທັງມົດມີຈໍານວນ 47 ຄົນ ໄດ້ເກັບຕົວຢ່າງ ແລະ ນໍາໄປຈໍາກັດບໍລິເວນທັງໝົດແລ້ວ.

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 5.434  ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 280  ຄົນ, ເສຍຊີວິດສະສົມທັງໝົດ 06 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 2.503 ຄົນ.

ໃນວັນທີ 27 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.080 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 280  ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 03 ຄົນຈາກ ແຂວງນະຄອນຫຼວງ 01 ຄົນ, ແຂວງ ຫຼວງນໍ້າທາ 02 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 277 ຄົນ ຈາກ ນະຄອນຫລວງວຽງຈັນ 45 ຄົນ, ແຂວງສະຫວັນນະເຂດ 77  ຄົນ, ຈໍາປາສັກ 56  ຄົນ, ຄໍາມ່ວນ 12 ຄົນ, ສາລະວັນ 33  ຄົນ, ໄຊຍະບູລີ 02, ບໍ່ແກ້ວ 01 ຄົນ ແລະ ບໍລິຄໍາໄຊ 01 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ຂໍອະນຸມັດເພີ່ມ 465,07 ຕື້ກີບ ເພື່ອໃຊ້ຈ່າຍເຂົ້າໃນວຽກງານເວນຄືນທີ່ດິນ-ຊົດເຊີຍສິ່ງກີດຂວາງ ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຂໍອະນຸມັດເພີ່ມຈຳນວນ 465,07 ຕື້ກີບ ເພື່ອໃຊ້ຈ່າຍເຂົ້າໃນວຽກງານເວນຄືນທີ່ດິນ-ຊົດເຊີຍສິ່ງກີດຂວາງ ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນປີ 2021 ນີ້.

ທ່ານ ຈັນຕຸລາ ພະນະລາສີ, ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານໃນກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ມີຂຶ້ນຢູ່ແຂວງ ຫຼວງພະບາງ ໃນວັນພຸດ ວັນທີ 21 ກໍລະກົດ 2021 ວ່າ: ຜ່ານມາໂຄງການໄດ້ເບີກຈ່າຍຄ່າຊົດເຊີຍທັງຫມົດຈໍານວນ 1.488,59 ຕື້ກີບ ໃຫ້ບັນດາແຂວງ ແລະນະຄອນຫຼວງວຽງຈັນ, ໃນນີ້ໄດ້ນໍາໃຊ້ບ້ວງເງິນງົບປະມານຂອງລັດຖະບານ ມູນຄ່າ 808,72 ຕື້ກີບ ແລະບ້ວງເງິນຂອງບໍລິສັດລົດໄຟລາວ-ຈີນ ມູນຄ່າ 679,87 ຕື້ກີບ.

ສໍາລັບແຜນງົບປະມານການເວນຄືນທີ່ດິນ ແລະ ຊົດເຊີຍສິ່ງກີດຂວາງຂອງໂຄງການ ປີ 2021, ກະຊວງໂຍທາທິການ ແລ ະຂົນສົ່ງ ໄດ້ສະເໜີຫາກະຊວງແຜນການ ແລະການລົງທຶນ ແລະ ກະຊວງການເງິນ ເພື່ອຂໍອະນຸມັດແຜນງົບປະມານຮັບໃຊ້ວຽກງານເວນຄືນທີ່ດິນ-ຊົດເຊີຍສິ່ງກີດຂວາງຂອງໂຄງການຈຳນວນ 465,07 ຕື້ກີບ.

ທ່ານ ຈັນຕຸລາ ພະນະລາສີ ກ່າວຕື່ມວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ 2021 ສໍາເລັດ 92,80% ໂດຍແບ່ງການກໍ່ສ້າງອອກເປັນ 2 ຊ່ວງ ຄື ຊ່ວງທີ 1 ເລີ່ມແຕ່ບໍ່ເຕນ ຫາ ສະຖານີໂດຍສານນະຄອນຫຼວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ແມ່ນສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ. ສ່ວນຊ່ວງທີ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດ ແມ່ນປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ຮັບເຄື່ອງສະແກນໜັງສືເດີນທາງ 30 ເຄື່ອງ ມູນຄ່າ 48,000 ໂດລາສະຫະລັດ

ຕາມການລາຍງານ ຂອງ US Embassy Vientiane ໃຫ້ຮູ້ວ່າ: ຕົ້ນອາທິດນີ້, ທ່ານ ນາງ ຈອຍ ຊາກຸໄຣ, ຮອງທູດ ສະຫະລັດອາເມລິກາປະຈຳລາວ ໄດ້ມອບເຄື່ອງສະແກນໜັງສືເດີນທາງ (ATOM ADR300 Document Reader) ຈໍານວນ 30 ເຄື່ອງ ມູນຄ່າ 48,000 ໂດລາສະຫະລັດ ແກ່ ທ່ານ ພັນໂທ ສຸວັນນະກອນ ສີພາມະວົງ, ຮອງຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຫົວໜ້າຄະນະຄຸ້ມຄອງດ່ານສະໜາມບິນສາກົນວັດໄຕ.

ພ້ອມທັງກ່າວໃຫ້ຮູ້ວ່າ: “ພວກເຮົາມີຄວາມຍີນດີທີ່ໄດ້ມອບເຄື່ອງສະແກນຫນັງສືເດີນທາງ ຈຳນວນ30ເຄື່ອງ ໃຫ້ແກ່ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ.

ເຄື່ອງສະແກນນີ້ແມ່ນຜະລິດໂດຍຜູ້ຊ່ຽວຊານ ເຊິ່ງມີແອັບພີເຄຊັນໃນການນຳໃຊ້ງານເພື່ອລະບຸຕົວຕົນ ແລະ ຄວາມປອດໄພ ເຊິ່ງໄດ້ຖືກຊົມໃຊ້ຢ່າງກວ້າງຂວາງໃນຂະແໜງວຽກງານການບັງຄັບໃຊ້ກົດໝາຍ ລວມທັງທີ່ປະເທດສະຫະລັດອາເມລິກາ.

ເຄື່ອງມືທີທັນສະໄໝນີ້ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ເພີ່ມປະສິດທິພາບຂອງວຽກງານຢູ່ດ່ານສາກົນຕ່າງໆໃນທົ່ວ ສປປ ລາວ ເພີ່ມຄວາມອາດສາມາດໃຫ້ການກວດຄົນເຂົ້າ-ອອກເມືອງໃນການກວດກາ ແລະ ກວດສອບເອກກະສານການປອມແປງເອກກະສານທີ່ອາດເກີດຂື້ນ.

ພວກເຮົາຂໍຂອບໃຈ ແລະ ເຫັນຄວາມສຳຄັນຂອງ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃນການປ້ອງກັນຄວາມສະຫງົບຂອງ ສປປ ລາວ ຕາມຊາຍແດນ. ຂ້າພະເຈົ້າໝັ້ນໃຈວ່າເຄື່ອງສະແກນນີ້ຈະສ້າງຜົນປະໂຫຍດໃຫ້ທັງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ປະຊາຊົນ. ປີນີ້ແມ່ນປີແຫ່ງການສະເຫຼີມສະຫຼອງຄົບຮອບ 5 ປີສາຍພົວພັນແບບກວມລວມ ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ, ພວກເຮົາຫວັງຢ່າງຍິ່ງ ໃນການສຶບຕໍ່ພັດທະນາສາຍພົວພັນໃຫ້ເຂັ້ມແຂງຂື້ນໃນການສົ່ງເສີມການເປີດກວ້າງອິນໂດປາຊີຟິກ.” ກ່າວໂດຍ ທ່ານ ນາງ ຈອຍ ຊາກຸໄຣ, ຮອງທູດສະຫະລັດອາເມລິກາປະຈຳລາວ.

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2021

ຕາມ ຂປລ. ລາຍງານ: ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2020 ໄດ້ໄຂຂຶ້ນ ໃນວັນທີ 26 ແລະ ປິດລົງໃນວັນທີ 27 ກໍລະກົດ ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 4 ຫົວຂໍ້ທີ່ສໍາຄັນ ຄື: ການສະຫຼຸບສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ແຜນວຽກຈຸດສຸມເດືອນສິງຫາ 2021. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫລຸບຕີລາຄາຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນກໍລະກົດ ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມເດືອນສິງຫາ ປີ 2021.

ພາຍຫຼັງການປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມໄດ້ຊີ້ນຳໃຫ້ກະ ຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ກ່ຽວກັບການກະກຽມເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ເປີດການທ່ອງທ່ຽວ ໃນຮູບແບບໃໝ່ຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ ທັງໃຫ້ສອດຄ່ອງກັບເງືີ່ອນໄຂທີີ່ມີການລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ກະຊວງເຕັກໂນໂລຊີ ແລະ ການສືີ່ສານ ເປັນໃຈກາງສົມທົບກັບກະ ຊວງການເງິນ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປຶກສາຫາລື ແລະ ສຸມໃສ່ຈັດຕັ້ງປະຕິ ບັດການຫັນເປັນທັນສະໄໝ ໃຫ້ເປັນຮູບປະທໍາໄວຂຶ້ນ.

ພ້ອມນີ້, ມອບໃຫ້ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ປັບປຸງເນື້ອໃນບົດສະຫຼຸບລາຍງານດັ່ງກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ.

ບັນດາຮ່າງກົດໝາຍ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະ ໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນສິງຫາ 2021 ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາ (1) ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ; (2) ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ; (3) ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບປັບປຸງ; (4) ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ; ແລະ (5) ຮ່າງກົດໝາຍວ່າດ້ວຍຢາເສບຕິດ ສະບັບປັບປຸງ.

ພ້ອມດຽວກັນນີ້, ກອງປະຊຸມ ໄດ້ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ທັງ 5 ສະບັບນີ້ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳ ຂອງສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຕັ້ງໄດ້ຢ່າງມີປະສິດທິຜົນ.

ພາຍຫລັງປັບປຸງສໍາເລັດແລ້ວ ສະເໜີຄະນະປະຈໍາສະພາແຫ່ງຊາດ ເພື່ອນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນສິງຫາ 2021 ທີ່ຈະມາເຖິງນີ້.ບັນດາຮ່າງກົດໝາຍທີ່ຢູ່ໃນແຜນການ ປີ 2021 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021 ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງເອົາ (1) ຮ່າງກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ ສະບັບສ້າງໃໝ່; (2) ຮ່າງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບປັບປຸງ ແລະ (3) ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ. ມອບໃຫ້ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ທັງ 3 ສະບັບນີ້ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງບັນດາສະມາຊິກລັດຖະ ບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ພາຍຫລັງປັບປຸງສໍາເລັດແລ້ວ ມອບໃຫ້ກະຊວງຍຸຕິທໍາ ສົມທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ກວດກາ ແລະ ຮຽບຮຽງຄືນ ເພືີ່ອຮັບປະກັນທາງດ້ານເນືີ້ອໃນ ກ່ອນຈະນໍາສະເໜີຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021.

ບັນດາຮ່າງດໍາລັດ ແລະ ຮ່າງແຜນງານແຫ່ງຊາດ: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ: (1) ຮ່າງດໍາລັດວ່າດ້ວຍ ຂອບວຸດທິການສຶກສາແຫ່ງຊາດ (2) ຮ່າງດໍາລັດວ່າດ້ວຍການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈາລະຈອນທາງບົກ (3) ຮ່າງດໍາລັດວ່າດ້ວຍ ຂໍ້ມູນຂ່າວສານຕະຫລາດແຮງງານ ແລະ (4) ຮ່າງແຜນງານແຫ່ງຊາດ ວ່າດ້ວຍຕ້ານການຄ້າມະນຸດ ໄລຍະ II ປີ 2021-2025 ສະບັບປັບປຸງ.

ກອງປະຊຸມ ໄດ້ມອບໃຫ້ຄະນະຮັບຜິດຊອບປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກລັດຖະບານ ໄປປັບປຸງ, ຮຽບຮຽງຄືນ ເພື່ອໃຫ້ຮ່າງດຳລັດ ແລະ ແຜນງານແຫ່ງຊາດດັ່ງກ່າວ ມີເນື້ອໃນຄົບຖ້ວນ ແລະ ສົມບູນ ພາຍຫລັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອກວດກາຄືນ ແລະ ສະເໜີທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.ເດືອນກໍລະກົດ ປີ 2021 ເປັນເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະການແກ້ໄຂໜີ້ສິນ, ໄພເງິນເຟີ້, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຕົວເລກການຕິດເຊື້ອເພີ່ມຂຶ້ນ ຈາກແຮງງານລາວເດີນທາງກັບຄືນປະເທດຈໍານວນຫລາຍ, ຜົນກະທົບຈາກໄພພິບັດທໍາມະຊາດ ຢູ່ບາງທ້ອງຖິ່ນໃນໄລຍະຕົ້ນລະດູຝົນນີີ້ ຊຶ່ງລັດຖະບານ ກໍໄດ້ພະຍາຍາມແກ້ໄຂດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດປະຄັບປະຄອງໄດ້ໃນລະດັບແນ່ນອນ.

ຖ້າສົມທຽບໃສ່ຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນເງືີ່ອນໄຂໃໝ່ ເຫັນວ່າຍັງມີຫລາຍບັນຫາທີີ່ເລັ່ງທວງໃຫ້ສະມາຊິກລັດຖະ ບານ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນຂຶ້ນ. ດັ່ງນັ້ນ, ໃນເດືອນສິງຫາ 2021 ນີີ້ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງ ດັ່ງນີີ້:

1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຕໍ່ເນືີ່ອງ ໃນທຸກບໍລິເວນ ລວມທັງ ບໍລິ ເວນຊາຍແດນ ໄປຄຽງຄູ່ກັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາໄວຂຶ້ນ.

2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໜັກແໜ້ນ ແລະ ເຂັ້ມແຂງເທືີ່ອລະກ້າວ, ສຸມໃສ່ຊຸກສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ, ການຂຸດຄົ້ນແຮ່ເຫຼັກຕາມກົນໄກໃໝ່ ແລະ ຕິດຕັ້ງອຸປະກອນການກວດກາສິນຄ້ານໍາເຂົ້າ, ສົ່ງອອກຢູ່ດ່ານຊາຍແດນ ແລະ ອືີ່ນໆ ໃຫ້ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ.

3. ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ດ້ວຍມາດຕະການຕ່າງໆ (ບໍລິຫານ, ທາງການແພດ, ເສດຖະກິດ,…) ລວມທັງ ການກະກຽມ ແລະ ຮອງຮັບແຮງງານລາວຈໍານວນຫລາຍທີີ່ກັບຄືນຈາກປະເທດໃກ້ຄຽງ.

4. ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX, ປັບປຸງກົງຈັກການຈັດຕັ້ງຕ່າງໆ ຂອງອົງການບໍລິຫານລັດ ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ທັງສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເປັນກ້າວໆ, ຫລຸດຜ່ອນສິ່ງກີດຂວາງຕ່າງໆ ທີີ່ເປັນອຸປະສັກໃຫ້ແກ່ການພັດທະນາຢູ່ປະເທດເຮົາ. ພ້ອມດຽວກັນນັ້ນ, ກະກຽມ ແລະ ສະເຫລີມສະຫລອງ ວັນລັດຖະທໍາມະນູນ ຄົບຮອບ 30 ປີ ຕິດພັນກັບການເຜີຍແຜ່, ເຊື່ອມຊຶມເນື້ອໃນວັນສໍາຄັນດັ່ງກ່າວ ໃຫ້ທົ່ວປວງຊົນ ຮັບຮູ້, ເຂົ້າໃຈ ຢ່າງທົ່ວຖິງ.

5. ສືບຕໍ່ກະກຽມເນືີ້ອໃນ ແລະ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ທີີ່ຈະຈັດຂຶ້ນໃນຕົ້ນເດືອນສິງຫາ 2021 ເປັນຕົ້ນ ຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຮ່າງກົດໝາຍ 5 ສະບັບ ແລະ ບົດ ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.

6. ສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດອືີ່ນໆ ລວມທັງອົງການຈັດຕັ້ງສາກົນ ເພືີ່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫລືອ ນັບທັງປະຕິບັດບັນດາຂໍ້ຕົກລົງ ທີີ່ລັດຖະບານໄດ້ເຊັນສັນຍາຮ່ວມມືກັບປະເທດຕ່າງໆ ໃຫ້ມີຜົນສໍາເລັດເປັນກ້າວໆ.

7. ໃຫ້ບັນດາທ່ານສະມາຊິກລັດຖະບານ ຕະຫລອດອົງການປົກຄອງທ້ອງຖິ່ນ ຫັນເປັນແຜນປະຕິບັດງານລະອຽດ ແລະ ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີີ່ວາງໄວ້ ເພື່ອໃຫ້ທິດທາງວຽກຈຸດສຸມໃນເດືອນສິງຫາ ປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ, ອົງການປົກຄ້ອງທ້ອງຖິ່ນ ຕະຫຼອດຮອດພະນັກງານ, ນັກຮົບ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ໃນທົ່ວປະເທດ ສືບຕໍ່ເສີມຂະ ຫຍາຍມູນເຊື້ອອັນດີຂອງຕົນ ແລະ ຮ່ວມກັນຈັດຕັ້ງປະຕິບັດແຜນຈຸດສຸມໃນເດືອນສິງຫາ ປີ 2021 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໄພພິບັດໃນໄລຍະ ເດືອນມິຖຸນາ-ກໍລະກົດ 2021 ຄາດ​ ຄະເນຄວາມເສຍຫາຍເບື້ອງຕົ້ນ 183 ຕື້ກວ່າກີບ

ຕາມລາຍງານຂອງວິທະຍຸກະຈາຍສຽງແຫ້ງຊາດລາວ ໃຫ້ຮູ້ວ່າ: ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ປະຈຳການ ຄະນະກຳ​ມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານສະພາບໄພພິບັດທີ່ເກີດຂຶ້ນ ໃນໄລຍະ ເດືອນມິຖຸນາ​-ກໍລະກົດ 2021 ໃນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ ຄັ້ງວັນທີ 26-27 ກໍລະກົດ 2021 ນີ້ວ່າ: ສປປ ລາວ ກໍໄດ້ຮັບຜົນກະທົບຈາກລົມພະຍຸໝຸນເຂດ​ຮ້ອນ ໂຄກູມະ ແລະ ເຈີມປາກາ ທີ່ພັດຜ່ານເຂົ້າມາ ອັນໄດ້ເຮັດໃຫ້ເກີດມີຟ້າລົມຝົນຕົກ ໃນຂອບເຂດທົ່ວປະເທດ, ໂດຍສະເພາະເກີດມີນໍ້າຖ້ວມ ຢູ່ 4 ແຂວງ ຄື: ແຂວງໄຊຍະບູລີ, ບໍ່ແກ້ວ, ຫລວງພະບາງ, ຫລວງນໍ້າທາ, ເຊິ່ງສົ່ງຜົນກະທົບໂດຍກົງໃສ່ 18 ເມືອງ, 218 ບ້ານ, 3.608 ຄອບ ຄົວ, 15.012 ຄົນ, ຍິງ 7.533 ຄົນ, ເຮັດໃຫ້ມີຄົນບາດເຈັບ 4 ຄົນ, ເສຍຊີວິດ 2 ຄົນ, ເຮືອນເສຍຫາຍ 60% ຂຶ້ນໄປ 38 ຫລັງ, ເສຍຫາຍບາງສ່ວນ 2.305 ຫລັງ, ເນື້ອທີ່ທໍາການຜະລິດຖືກເສຍຫາຍ 1.197 ຮຕ, ຊົນລະປະມານ 71 ແຫ່ງ, ທາງ 25 ເສັ້ນ ແລະ 19 ຈຸດ ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນ 183 ຕື້ກວ່າກີບ.

ສ່ວນຜົນກະທົບຈາກ ພະຍຸເຈີມປາກາ ທີ່ເກີດຂຶ້ນ ໃນລະຫວ່າງ ວັນທີ 18-21 ມິຖຸນາ 2021 ໄດ້ເຮັດໃຫ້ເກີດນໍ້າຖ້ວມ ຢູ່ 2 ແຂວງ ຄື: ແຂວງຫລວງນໍ້າທາ ແລະ ຫລວງພະບາງ, ເຊິ່ງແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຢູ່ 3 ເມືອງ ຄື: ເມືອງລອງ, ຫລວງນໍ້າທາ ແລະ ວຽງພູຄາ, ມີ 31 ບ້ານ, 149 ຄອບຄົວ, ເສຍຊີວິດ 1 ຄົນ (ດິນຖະຫລົ່ມທັບ), ດິນເຊາະເຈື່ອນເຮືອນເສຍຫາຍເປ່ເພ 14 ຫລັງ ເນື້ອທີ່ທໍາການຜະລິດ 150 ເຮັກຕາ, ຊົນລະ​ປະທານ ປະມານ 70 ແຫ່ງ, ເສັ້ນທາງເລກທີ 17B ຖືກເຊາະເຈື່ອນ, ເສັ້ນທາງເລກທີ 17B ຖືກນໍ້າເຊາະເຈື່ອນ 5 ຈຸດ, ບາງຈຸດແມ່ນລົດບັນທຸກໜັກບໍ່ສາມາດແລ່ນຜ່ານໄດ້. ສຳລັບແຂວງຫລວງພະບາງ ແມ່ນໄດ້ຮັບຜົນກະ ທົບເລັກນ້ອຍມີນ້ຳໄຫລຊຸເຂົ້າ 3 ບ້ານ ຢູ່ໃນຕົວເມືອງນະຄອນຫລວງພະບາງ ຄື: ບ້ານ ພິກໃຫຍ່, ບ້ານ ຊຽງລ້ວມ ແລະ ບ້ານ ກົກງິ້ວ.

ສ່ວນການຊ່ວຍເຫລືອຕອບໂຕ້ສຸກເສີນ, ທາງອຳນາດການປົກ ຄອງທ້ອງຖິ່ນ ກໍໄດ້ໃຊ້ພາຫະນະ ແລະ ກຳລັງພົນ ຈາກກອງບັນຊາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊາວໜຸ່ມຂອງແຂວງ ແລະ ເມືອງ ຈຳນວນໜຶ່ງໄປຍົກຍ້າຍປະຊາຊົນ, ຂົນເຄື່ອງຂອງທີ່ຈຳເປັນໄປໄວ້ໃນບ່ອນທີ່ປອດໄພ, ພ້ອມທັງຊີ້ນໍາໃຫ້ແຂວງ ນໍາໃຊ້ເຂົ້າທີ່ກະຊວງໄດ້ຈັດສົ່ງໄປຕາມແຜນແບ່ງປັນໃຫ້ແຕ່ລະແຂວງແລ້ວ, ເຊິ່ງແຂວງຫລວງນໍ້າທາ 120 ໂຕນ ແລະ ຫລວງພະບາງ 105 ໂຕນ, ພ້ອມທັງໃຫ້ການຊ່ວຍ​ເຫລືອສຸກເສີນເງິນ 350 ລ້ານກີບ, ເຄື່ອງອຸປະໂພກ- ບໍລິໂພກ ລວມມູນຄ່າ 170 ລ້ານກີບ.ພ້ອມກັນນີ້, ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍັງໄດ້ແຈ້ງເຕືອນ ກ່ຽວກັບສະພາບອາກາດ ຈາກພະຍຸ ເຈິມປາກາ ແມ່ນໄດ້ມີກຳລັງລົມອ່ອນລົງກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງ ແລະ ຍັງສືບຕໍ່ໃຫ້ມີຝົນຕົກ ຢູ່ໃນຂອບເຂດທົ່ວປະເທດ ເຊິ່ງຈະເຮັດໃຫ້ລະດັບແມ່ນໍ້າຂອງ ແລະ ແມ່ນໍ້າສາຂາເພີ່ມສູງຂຶ້ນ, ໂດຍສະເພາະບັນ ດາແຂວງພາກກາງ ແລະ ພາກໃຕ້ ຈະຕ້ອງໄດ້ຕິດຕາມ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ສິດ.

ດ້ວຍຄວາມເປັນຫວ່ງເປັນໄຍຈາກສູນກາງ ພັກ-ລັດຖະບານ ເພື່ອຮັບປະກັນໃຫ້ຊີວິດ ແລະ ຊັບສິນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບການປົກປ້ອງ ແລະ ມີຄວາມປອດໄພ ພ້ອມທັງໄດ້ຮັບການຊ່ວຍເຫລືອຮີບດ່ວນທັນການ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຊີ້ນຳຄະນະກຳມະ ການຄຸ້ມຄອງໄພພິບັດແຕ່ລະຂັ້ນ ຕິດຕາມສະພາບດີນຟ້າອາກາດ ທີ່ລາຍງານແຕ່ລະວັນເປັນປົກກະຕິ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມນັ້ນ, ຍັງໄດ້ອອກແຈ້ງການ ໃຫ້ບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ກະກຽມດ້ານກຳລັງພົນ, ເຂົ້າກິນ, ເຕັ້ນ, ເຮືອ ແລະ ຈຸດປອດໄພ ທີ່ຈະຍົກຍ້າຍປະຊາຊົນໄປຢູ່ຊົ່ວຄາວ ໃຫ້ຮັບປະກັນ ແລະ ທັນກັບສະພາບການ.

ສຳລັບຂັ້ນສູນກາງ ແມ່ນໄດ້ຮ່ວມມືກັບຄູ່ຮ່ວມພັດທະນາສາກົນ ກະກຽມຄວາມພ້ອມ ເປັນຕົ້ນແມ່ນເຂົ້າກິນ ຈາກຄັງແຮເຂົ້າອາຊຽນ+3 (AFTERR+3) ແລະ ອົງການອາຫານໂລກ ມີເຂົ້າແຮຢູ່ສາງຂອງກະຊວງ ຫລັກ 17 ຈໍານວນ 1.320 ໂຕນ ຫາກເກີດຜົນກະທົບທີ່ຮ້າຍແຮງຈາກໄພພິບັດ ຢູ່ແຂວງໃດ ກໍສາມາດປະສານສົມທົບຮ່ວມກັນລົງໄປປະເມີນຜົນເສຍຫາຍ ແລະ ຈັດສົ່ງໃຫ້ແຂວງນັ້ນໂດຍໄວ.ຂ່າວ: ກະຊວງ ຮສສ

ຄະນະສະເພາະກິດເຕືອນ ການສັກຢາວັກຊິນ ປົນກັນແມ່ນບໍ່ຮັບປະກັນຄວາມປອດໄພ

🚨ຂໍ້ຫ້າມ ແລະ ຄວນລະວັງ🚨 ຫ້າມບໍ່ໃຫ້ສັກວັກຊີນປະສົມກັນຫຼາຍຊະນິດ ແລະ ບໍ່ຄວນສັກບຸດສະເຕີ ເນື່ອງຈາກວ່າປັດຈຸບັນນີ້ຍັງບໍ່ມີຂໍ້ມູນຄໍາແນະນໍາດ້ານຄວາມປອດໄພ ແລະ ປະສິດທິພາບຈາກອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ 💉🧫🧪 ການສັກວັກຊີນກັນພະຍາດໂຄວິດ-19 ແມ່ນເພື່ອຫຼຸດຄວາມສ່ຽງໃນການເຈັບເປັນຮຸນແຮງ ແລະ ເສຍຊີວິດຈາກເຊື້ອດັ່ງກ່າວ ແຕ່ຄຽງຄູ່ກັນນັ້ນທ່ານກໍ່ຍັງຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນຄື ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມື, ຫຼີກລ່ຽງການສໍາຜັດຕາ, ດັງ, ປາກ, ຫຼີກລ່ຽງການເຕົ້າໂຮມ ແລະ ຢູ່ບ່ອນອາກາດຖ່າຍເທສະດວກເປັນຕົ້ນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຜູ້ທີ່ບໍ່ທັນມີໂອກາດເຂົ້າເຖິງວັກຊີນເທື່ອ.

ເພື່ອໃຫ້ທ່ານ ສາມາດເຂົ້າໄປເບິ່ງຂໍ້ມູນທີ່ຖືກຕ້ອງ ແລະ ເປັນທາງການ ໂຄວິດ-19, ເຂົ້າໄປທີ່ເວັບໄຊທາງການ www.covid19.gov.la ເດີ ຫຼືທ່ານ ສາມາດສອບຖາມຜ່ານເບີ 165 ຫຼື 166, ແລະ ທາງເພຈຄະນະສະເພາະກິດ https://www.facebook.com/CCEH.MoH.Lao

ຂ່າວດ່ວນ! ເສຍຊີວິດ ກໍລະນີທີ 2 ຢູ່ສະຫວັນນະເຂດ (ກໍລະນີທີ 6 ທົ່ວປະເທດ)

ໂທລະພາບ ແຂວງສະຫວັນນະເຂດ ແລະ ກູ້ໄພແຂວງສະຫວັນນະເຂດ ແຈ້ງໃຫຮູ້ວ່າ: ໃນເຊົ້າວັນທີ 27 ກໍລະກົດ 2021 ມື້ນີ້ຜູ້ຕິດເຊື້ອໂຄວິດ-໑໙ ຢູ່ແຂວງສະຫວັນນະເຂດເສຍຊີວິດເພີ່ມອີກ 1 ຄົນ ເປັນເພດຍິງ ອາຍຸ 23 ປີ ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະ ເປັນກໍລະນີທີ 2 ຂອງແຂວງສະຫວັນນະເຂດ.ເຊິ່ງຜູ້ກ່ຽວແມ່ນແຮງງານກັບຈາກປະເທດເພື່ອນບ້ານ ພາຍຫລັງກັກກັນຢູ່ສູນ ແລະ ກວດພົບເຊື້ອ ແລ້ວເຂົ້າຮັບການປິ່ນປົວແຕ່ວັນທີ 9 ກໍລະກົດ 2021.

ຄວາມຮູ້ສຶກຂອງນັກກິລາລອຍນໍ້າເຂົ້າແຂ່ງຂັນກິລາໂອລິມປິກ 2020

ຕາມການລາຍງານ CRI FM93 ໃຫ້ຮູ້ເຖິງ: ຄວາມຮູ້ສຶກຂອງນັກກິລາລອຍນໍ້າລາວ ກ່ອນເຂົ້າແຂ່ງຂັນ ໃນງານກິລາໂອແລັມປິກໂຕກຽວ ຕົວແທນນັກກີລາລອຍນໍ້າຂອງ ສປປ ລາວ ທີ່ໄດ້ເຂົ້າຮ່ວມ ໃນງານມະຫາກຳກິລາໂອລິມປິກ 2020 ທີ່ໂຕກຽວ ປະເທດຍີ່ປຸ່ນ, ຄື ນາງ ສີລິອາລຸນ ບຸດຈະເລີນ ແລະ ທ້າວສັນຕິສຸກ ອິນທະວົງ, ກ່ອນຈະລົງແຂ່ງຂັນຕົວຈິງໃນວັນທີ 30 ກໍລະກົດ ໃນໄວໆນີ້ ທັງສອງໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກຜ່ານນັກຂ່າວ CRI ດັ່ງນີ້:

ນາງ ສີລິອາລຸນ ບຸດຈະເລີນ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະພາກພູມໃຈຫຼາຍທີ່ຈະໄດ້ເຂົ້າຮ່ວມການແຂ່ງຂັນ ໃນງານມະຫາກຳກິລາໂອແລັມປິກ 2020 ທີ່ໂຕກຽວປະເທດຍີ່ປຸ່ນ ໃນຄັ້ງນີ້ ເຊິ່ງນ້ອງເອງຈະໄດ້ເປັນໜຶ່ງ ໃນບັນດານັກກິລາທີ່ເປັນຕົວແທນໃນນາມທີມຊາດລາວ ແລະ ນ້ອງກໍຈະເຮັດສຸດຄວາມສາມາດເພື່ອໃຫ້ໄດ້ສະຖິຕິທີ່ດີທີ່ສຸດ.

ປະສົບການທີ່ສຳຄັນທີ່ສຸດ ແລະປະທັບໃຈທີ່ສຸດ ກໍຄືການໄດ້ເຂົ້າຮ່ວມມະຫາກຳກິລາໂອລິມປິກທີ່ໂຕກຽວ ແລະລິໂອ້ດິເຈນນິທີ່ຜ່ານມາ ແລະ ປະທັບໃຈທີ່ສຸດແມ່ນໄດ້ເປັນຕົວແທນຂອງປະເທດທີ່ໄດ້ຖືທຸງຊາດໃນຂະບວນພາເລດໃນນາມຕົວແທນຂອງຄະນະນັກກິລາຈາກສປປລາວ. ໃນຄວາມມຸ້ງຫວັງກໍຢາກໄດ້ເຂົ້າຮອບເລິກໆ ແຕ່ເຖິງຢ່າງໃດກະຕາມທຸກຄັ້ງທີ່ເຂົ້າຮ່ວມແມ່ນນ້ອງໄດ້ຕັ້ງໃຈພະຍາຍາມທຳລາຍສະຖິຕິຂອງຕົວເອງທີ່ເຄີຍໄດ້ເຮັດໄວ້ ເພື່ອໃຫ້ໄດ້ສະຖິຕິທີ່ດີທີ່ສຸດ.

ໃນນາມເປັນນັກກິລາທີ່ເປັນຕົວແທນຂອງປະເທດລາວ.ຕົນເອງຂໍແຮງເຊຍ ແລະກຳລັງໃຈຈາກພີ່ນ້ອງຄົນລາວທັງພາຍໃນ ແລະ ຕ່າງປະເທດ ໃຫ້ສົ່ງແຮງໃຈ,ແຮງເຊຍໃຫ້ກັບນັກກິລາຂອງພວກເຮົາດ້ວຍ ນ້ອງຈະຕັ້ງໃຈເຮັດໃຫ້ດີທີ່ສຸດ. ທ້າວ ສັນຕິສຸກ ອິນທະວົງ ກ່າວວ່າ: ຂ້າພະເຈົ້າຮູ້ສືກດີໃຈຫລາຍແລະເປັນກຽດທີ່ໃດ້ເຂົ້າຮ່ວມກິລາໂອແລັມປິກໃນຄັ້ງນີ້. ລາຍການທີ່ນ້ອງປະທັບໃຈທີ່ສຸດແມ່ນເຂົ້າຮ່ວມກິລາໂອແລັມປິກ 2016 ທີ່ປະເທດເບຣຊິນ ເຊິ່ງນ້ອງກໍ່ສາມາດສ້າງສະຖິຕິໃຫ່ມໃຫ້ກັບໂຕເອງ ແລະທັງເປັນການທຳລາຍສະຖິຕິປະເທດລາວໃນຄັ້ງນັ້ນ ເຊິ່ງຕອນນັ້ນນ້ອງມີອາຍຸພຽງແຕ່ 16 ປີ. ເມື່ອນ້ອງໃດ້ມີໂອກາດເຂົ້າຮ່ວມການແຂ່ງຂັນ ແນ່ນອນຢູ່ແລ້ວຕ້ອງມີເປົ້າໝາຍ ແລະຄວາມຫວັງຄື: ສາມາດຜ່ານເຂົ້າໃປໃນຮອບເລິກໆແລະເພື່ອທຳລາຍສະຖິຕິປະເທດລາວອີກຄັ້ງ.

ສຸດທ້າຍນີ້, ຮ່ວມສົ່ງກຳລັງໃຈ ເຊຍນັກກິລາລາວ ທີ່ເຂົ້າຮ່ວມການແຂ່ງຂັນໂອແລັມປິກ 2020 ແນ່ເດີ້! ທັງສອງຈະເຂົ້າແຂ່ງຂັນໃນວັນທີ 30 ກໍລະກົດ 2021 ນີ້.