Home Blog Page 210

ກໍານົດວິທະຍາໄລການເງິນພາກໃຕ້ເປັນສະຖານທີ່ປິ່ນປົວ ພາກສະໜາມ ຜູ້ຕິດເຊື້ອໂຄວິດ-19 ຄືນໃໝ່.

ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ສໍາພາດ ວັນທີ 8 ກໍລະກົດ 2021 ນີ້ ໃຫ້ຮູ້ວ່າ:ຄະນະສະເພາະກິດຂັ້ນແຂວງ ຈໍາປາສັກໄດ້ ກໍານົດເອົາວິທະຍາໄລການເງິນພາກໃຕ້ເປັນສະຖານທີ່ປິ່ນປົວ ພາກສະໜາມ ຜູ້ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ໂຄວິດ-19 ຄືນໃໝ່ ເປັນຮອບທີ 2 ເນື່ອງຈາກໄລຍະນີ້ມີແຮງງານລາວຢູ່ໄທເດີນທາງກັບຄືນປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ, ແຂວງຈຳປາສັກ ສະເລ່ຍຫລາຍກວ່າ 100 ຄົນຕໍ່ວັນ ເຮັດໃຫ້ສູນຈຳກັດບໍລິເວນຂອງແຂວງ ແລະສະຖານທີ່ປິ່ນປົວບໍ່ພຽງພໍ.

ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ທາງອົງການປົກຄອງແຂວງ ໄດ້ຂໍຄວາມຊ່ວຍເຫລືອຈາກຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາແຂວງເພື່ອໄປຮັບເອົາແຮງງານຂອງຕົນທີ່ເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ.ເພື່ອຫຼຸດຜ່ອນຈໍານວນແຮງງານມີ່ເດີນທາງເຂົ້າມາບໍ່ໃຫ້ມີຄວາມສ່ຽງຕິດເຊື້ອພະຍາດໃສ່ກັນ.

ສໍາຄັນກວ່ານີ້ ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຂອງແຮງງານເຫລົ່ານີ້ແມ່ນພົບຜູ້ຕິດເຊື້ອເປັນຈຳ ນວນຫລາຍ ເຮັດໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດເຊື້ອບໍ່ສາມາດຮອງຮັບໄດ້ອີກ ຄື: ໂຮງໝໍເມືອງໂພນທອງ ສາມາດບັນຈຸໄດ້ 81 ຄົນ ແລະ ໂຮງໝໍພາກສະໜາມ ຫລັກ 21 ສາມາດບັນຈຸໄດ້ 113 ຄົນ,ໂຮງໝໍ 106 ທີ່ບັນຈຸໄດ້ 40 ຄົນ. ການແກ້ໄຂບັນຫາ ເບື້ອງຕົ້ນ ວັນທີ 8 ກໍລະກົດ ທາງຄະນະສະເພາະກິດ ໄດ້ລົງມືທໍາຄວາມສະອາດ ແລະເງື່ອນໄຂຕ່າງໆພາຍໃນຫໍພັກວິທະຍາໄລການເງິນພາກໃຕ້ ໃຫ້ເປັນໂຮງໝໍພາກສະໜາມອີກຄືນໃໜ່ ເພື່ອຮອງຮັບການປີ່ນປົວ ເພື່ອເປັນຊ່ອງທາງໃນການແກ້ໄຂຜູ້ຕິດເຊື້ອໂຄວິດທີ່ເພີ່ມຂຶ້ນ.

ພ້ອມນີ້ ແຂວງຈໍາປາສັກກໍຮຽກຮ້ອງໃຫ້ຄະນະສະ ເພາະກິດຂັ້ນສູນກາງຫາວິທີໃຫ້ການຊ່ວຍ ເຫລືອ ແລະ ແຈ້ງມາຍັງບັນດາແຂວງໃນທົ່ວປະເທດທີ່ມີແຮງງານຂອງຕົນເດີນທາງເຂົ້າປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ໄປຮັບເອົາແຮງງານຂອງຕົນໄປຈຳກັດບໍລິເວນ ເພື່ອຫຼຸດຜ່ອນຄວາມແອອັດ ແລະຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ລະຫວ່າງແຮງງານດ້ວຍກັນໃນໄລຍະນີ້. ສໍາລັບຕົວເລກຜູ້ຕິດເຊື້ອໂຄວິດ-19 ມາຮອດວັນທີ 9 ກໍລະກົດ 2021 ມີທັງໝົດ 19 ຄົນ,ຊຶ່ງແມ່ນແຮງງານລາວທີ່ເດີນທາງມາຈາກປະເທດໄທທີ່ມີການລະບາດ. ໃນນັ້ນມີແຮງງານຊາວແຂວງຈໍາປາສັກ ຈໍານວນ 13 ຄົນ ຕ່າງແຂວງ 6 ຄົນ ຄື: ຄືແຂວງບໍລິຄໍາໄຊ 1 ຄົນ ແລະ ສາລະວັນ 5 ຄົນ.

ລົດບັນທຸກ 22 ລໍ້ ຕໍາທ້າຍລົດຈັກ ເສຍຊີວິດ 1 ຄົນ

ເກີດອຸບັດຕິເຫດ ລົດບັນທຸກ 22 ລໍ້ ຕຳທ້າຍລົດຈັກ ເຮັດໃຫ້ມີເສຍຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ, ເຫດການດັ່ງກ່າວ ເກີດຂຶ້ນໃນເວລາ ປະມານ 9:30 ໂມງຂອງວັນທີ 7 ກໍລະກົດ 2021ຢູ່ເສັ້ນທາງເລກທີ 9 ເຂດບ້ານດົງສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ.

ອີງຕາມເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ລົດທີ່ເກີດອຸບັດຕິເຫດ ແມ່ນລົດບັນທຸກ 22 ລໍ້ ຍີຫໍ້ JAC ທະບຽນຫົວລາກ 74C– 07264 , ທະບຽນັຫາງລາກ 74R–00587, ຂັບຂີ່ມາຕາມເສັ້ນທາງເລກ 9 ດ້ວຍຄວາມໄວສູງ ມຸ້ງໜ້າມາແຕ່ທິດຕາເວັນອອກ ພໍຮອດເຂດ ບ້ານດົງ ສະຫວັນ ໄດ້ຕໍາທ້າຍລົດຈັກຮອນດາເວບ ສີດໍາ ບໍ່ຕິດໝາຍເລກທະບຽນ ຢ່າງແຮງ ເຊິ່ງຂັບຂີ່ລົດຈັກ ຊື່ທ້າວ ຄໍາເຄນ ອາຍຸ 43 ປີ ຢູ່ບ້ານ ນາທະລັງ ເມືອງພິນ ແຂວງສະຫວັນນະເຂດ, ໂດຍມີຄອບຄົວຊ້ອນທ້າຍ ມານໍາ 3 ຄົນ ຊື່: ນາງ ປິນ ອາຍຸ 8 ປີ ແລະ ນາງ ປອນ ອາຍຸ 5 ປີ ແລະ ນາງ ສາຍຄໍາ ອາຍຸ 32 ປີ, ພວກກ່ຽວທັງ 4 ຄົນ ເປັນພໍ່ແມ່ລູກ, ພາຍຫຼັງເກີດອຸບັດຕິເຫດຜູ້ຂັບຂີ່ລົດບັນທຸກ 22 ລໍ້ໄດ້ເອົາຕົວຫຼົບໜີ ຈາກຈຸດເກີດເຫດ.

ເຊີ່ງລັກສະນະການຕໍາ ລົດທັງສອງຄັນແມ່ນຂັບຂີ່ມາທິດທາງດຽວກັນ ເຊິ່ງລົດຈັກຢູ່ດ້ານໜ້າ ແລະ ລົດບັນທຸກຢູ່ດ້ານຫຼັງ, ລົດບັນທຸກໄດ້ຕໍາເອົາດ້ານຫຼັງຂອງລົດຈັກ ແລ້ວຕີນລົດບັນທຸກທາງດ້ານຊ້າຍໄດ້ຢຽບ ນາງ ສາຍຄໍາ ຜູ້ເປັນເມຍ ເສຍຊີວິດຄາທີ, ສ່ວນ ທ້າວ ຄໍາເຄນ ຜູ້ເປັນຜົວ ບາດເຈັບສາຫັດ ແລະ ລູກນ້ອຍ 2 ຄົນ ບາດເຈັບເລັກໜ້ອຍ.

ປັດຈຸບັນ ,ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງ ສະຫວັນນະເຂດ ກຳລັງຕິດຕາມນຳຫາຕົວຜູ້ຂັບຂີ່ລົດມາສອບສວນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ເປີດໃຫ້ບໍລິການໄປຕ່າງແຂວງໄດ້ແລ້ວ ສຳລັບຄິວລົດປາກຊັນ

ຕາມການລາຍງານ ຂອງMedia Lao ໃຫ້ຮູ້ວ່າ: ພາຍຫຼັງປິດກິດຈະການຂົ້ນສົ່ງໂດຍສານລະເມືອງຫາເມືອງ, ແຂວງຫາແຂວງ ເປັນເວລາຫຼາຍເດືອນ ຍ້ອນການລະບາດຂອງພະຍາດໂຄວິດ 19 ມາຮອດປະຈຸບັນ ໂດຍລວມ ສປປ ລາວ ກໍ່ສາມາດຄວບຄຸມພະຍາດດັ່ງກ່າວໄດ້ ໃນຂັ້ນພື້ນຖານ ລັດຖະບານຈື່ງມີມາດຕະການຜ່ອນຜັນມາດຕະການຄວບຄຸມໂຄວິດ 19 ລົງເທື່ອລະກ້າວ ຈື່ງເຮັດໃຫ້ການຂົ້ນສົ່ງໂດຍສານ ລະຫວ່າງແຂວງຫາແຂວງ ໂດຍສະເພາະນະຄອນຫຼວງວຽງຈັນ ກໍ່ໄດ້ກັບຄືນມາບໍລິການຜູ້ໂດຍສານເປັນປົກກະຕິ

ຮູບພາບຈາກ: www.bolikhamxay.gov.la

ທ່ານ ຄຳເກິງ ແກ້ວວິວົງ ຫົວໜ້າວິສາຫະກິດລວມໝູ່ບໍລິການຄີວລົດໂດຍສານແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດ ໃນວັນທີ 07 ກໍລະກົດ 2021 ວ່າ: ເພື່ອປະຕິບັດຕາມຄຳສັງເລກທີ 06/ນຍ ແລະ ບັນດາຄຳສັ່ງ – ແຈ້ງການຂອງແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຄີວລົດໂດຍສານບໍລິຄຳໄຊ ໄດ້ເລີ່ມປິດການໃຫ້ບໍລິການແຕ່ ວັນທີ 24 ເມສາ 2021 ແລະ ໃຫ້ສະມາຊິກ ເກັບຕົວຢູ່ເຮືອນຂອງຕົນ.ມາຮອດວັນທີ 25 ພຶດສະພາ ແມ່ນໄດ້ເປີດບໍລິການການຂົນສົ່ງໄດ້ພາຍໃນແຂວງ ແລະ ໃນວັນທີ 6 ກໍລະກົດ ແມ່ນໄດ້ມີແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ໃນການຜ່ອນຜັນສາມາດໃຫ້ບໍລິການການຂົນສົ່ງໂດຍສານໄປສູ່ຕ່າງແຂວງໄດ້ ຄື: ປາກຊັນ-ວຽງຈັນ ແລະ ປາກຊັນ-ຊຽງຂວາງ ໂດຍຈະແລ່ນ 4 ຖ້ຽວເທົ່ານັ້ນ: ເວລາອອກ ຖ້ຽວ 1 ເວລາ 08:00 ໂມງ, ຖ້ຽວ 2 ເວລາ 11:00 ໂມງ, ຖ້ຽວ 3 ເວລາ 13:40 ໂມງ ແລະ ຖ້ຽວ 4 ເວລາ 16:30 ໂມງ.

ປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 58 ລ້ານໂຕ

ທົ່ວປະເທດກຽມປ່ອຍປາ 58 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ໃຫ້ໄດ້ 58 ລ້ານໂຕ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ທີ່ຈະມາຮອດນີ້.

ທ່ານ ບຸນປອນ ແສງທອງ, ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິ ກຳ ແລະປ່າໄມ້ ແຈ້ງໃຫ້ຮູ້ວ່າ: ການສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ປີນີ້ ຈະຈັດແບບກະທັດຮັດ, ເບົາບາງ, ປະຢັດມັດທະຍັດ ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ19 ແຕ່ຮັບປະກັນໄດ້ທາງດ້ານເນື້ອໃນ ແລະ ຈຸດປະສົງຕົ້ນຕໍ ຂອງວັນທີ່ມີຄວາມໝາຍສຳຄັນນີ້ ແນ່ໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທຳມະຊາດໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ.

ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ຕື່ມວ່າ: ສຳລັບກິດຈະກຳປ່ອຍປາເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ປີນີ້, ກົມປ່າໄມ້ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈະປ່ອຍປາທັງໝົດ 50.000 ໂຕ ໃນນີ້ ມີປາປາກ 20.000 ໂຕ, ປາໃນ 15.000 ໂຕ ແລະ ປານວນຈັນ 15.000 ໂຕ, ທີ່ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ), ເມືອງຫີນເຫີບ, ແຂວງວຽງຈັນ.

ທາມລາຍຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ກໍລະນີ ຢູ່ ແຂວງຫຼວງນໍ້າທາ

ລາຍລະອຽດປະຫັວດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 1 ກໍລະນີ ຢູ່ແຂວງຫຼວງນໍ້າທາ ເຊິ່ງໄດ້ລາຍງານໃນວັນທີ 8 ກໍລະກົດ 2021

ເຊິ່ງຂໍ້ມູນເບື້ອງຕົ້ນ ແມ່ນ ເພດຊາຍ ອາຍຸ 24 ປີ ສັນຊາດຈີນ ບໍ່ມີພາສປອດ ເດີນທາງລາວ ຕັ້ງແຕ່ເດືອນ 3/2021 ເພື່ອມາເຮັດວຽກ ຢູ່ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ແຕ່ບໍ່ໄດ້ເຮັດແລ້ວມາອາໄສຢູ່ນະຄອນຫຼວງວຽງຈັນ (ບໍ່ຈື່)

ວັນທີ 29 ມິຖຸນາ 2021 ເດີນທາງຈາກນະຄອນຫຼວງວຽງຈັນ ຜ່ານດ່ານສາກົນບໍ່ເຕັນເ ພື່ອກັບຈີນ ເດີນທາງນຳກັນ 3 ຄົນ ດ້ວຍລົດກະບະສີປອນ ບໍ່ຈື່ປ້າຍ ພ້ອມດ້ວຍໂຊເຟີຄົນລາວ 1 ຄົນ ໄລຍະເດີນທາງ ໄດ້ຢູ່ໂຮງແຮມ 2 ຄົນ ແຕ່ບໍ່ຈື່ວ່າຢູ່ໃສ. ຮອດວັນທີ 2 ກໍລະກົດ 2021 ຮອດດ່ານສາກົນ ກວດໂຄວິດ-19

  • ໄລຍະລໍຜົນໄດ້ພັກຢູ່ເຮືອນພັກຮົງກິງນຳໝູ່ 2 ຄົນ (ປະຈຸບັນໝູ່ 2 ຄັນ ກັບ ສປ ຈີນ ແລ້ວ)
  • 3 ກໍລະກົດ 2021 ເກັບຕົວຢ່າງຄັ້ງທີ 2 ຜົນອອກບໍ່ແຈ້ງ
  • 4 ກໍລະກົດ 2021 ເກັບຕົວຢ່າງສົ່ງມາສູນກາງຕື່ມອີກ
  • ຜົນອອກເປັນບວກ
  • 6 ກໍລະກົດ 2021 ໄດ້ຮັບການປິ່ນປົວໂຮງໝໍແຂວງ

ເຈົ້າໜ້າທີ່ອຸດົມໄຊກວດຄົ້ນລົດວີໂກ້ເປົ້າໝາຍ ພົບເຮໂຣອິນ 70 ແທ່ງ

ໃນວັນທີ 6 ກໍລະກົດ ທີ່ຜ່ານມາ, ເຈົ້າໜ້າທີ່ໜ່ວຍສະເພາະກິດ ທີ່ປະຈໍາຢູ່ດ່ານກວດກາກິໂລແມັດທີ 24 ແຂວງອຸດົມໄຊ ໄດ້ສະກັດລົດວີໂກ້ ສີປອນ ທີ່ກໍາລັງຂັບຂີ່ມຸ່ງໜ້າມາແຕ່ທາງເມືອງໄຊ-ນາໝໍ້ ໂດຍຊາຍ 2 ຄົນ ດ້ວຍທ່າທີ່ມີພິລຸດສົງໄສ ຈຶ່ງໄດ້ທໍາການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນເຮໂຣອິນ 70 ແທ່ງ ເງິນບາດ 3.000 ບາດ, ເງິນກີບ 472.000 ກີບ, ສາຍຄໍສີເຫຼືອງ ຄ້າຍຄືຄໍາ 1 ເສັ້ນ ແລະ ໂທລະສັບມືຖື 3 ເຄື່ອງ ຈຶ່ງນໍາຕົວພວກກ່ຽວໄປສອບສວນ.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜູ້ຖືກຫາ ທັງສອງຄົນ ຊື່ ທ້າວ ຢາໄຊຢາງ ອາຍຸ 25 ປີ ແລະ ທ້າວ ດົວຈົງ ອາຍຸ 40 ປີ ທັງ ສອງຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຜ່ານການສອບສວນເບື້ອງຕົ້ນພວກກ່ຽວ ສາລະພາບວ່າ: ເຮໂຣອິນຈໍານວນ 70 ແທ່ງ ທີ່ເຈົ້າໜ້າທີ່ຢຶດໄດ້ ແມ່ນພວກກ່ຽວຮັບຈ້າງຂົນສົ່ງໃຫ້ ທ້າວ ຈົວ (ຄົນພະມ້າ) ຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປສົ່ງໃຫ້ຄົນຫວຽດນາມ (ບໍ່ຮູ້ຊື່) ຢູ່ເຂດຊາຍແດນລາວ-ຫວຽດນາມ ບ້ານປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ ແລະ ຖ້າໄປຮອດເຂດບ້ານປາງຫົກ ແມ່ນໃຫ້ໂທຫາ ທ້າວ ຈົວ ເພື່ອໃຫ້ອອກມາຮັບເອົາເຮໂຣອິນຈໍານວນດັ່ງກ່າວ ນໍາພວກກ່ຽວ ພ້ອມທັງຈ່າຍຄ່າຂົນສົ່ງໃຫ້; ຖ້າຂົນສົ່ງສໍາເລັດ ແມ່ນຈະໄດ້ຮັບຄ່າຈ້າງ, ໂດຍຄິດໄລ່ເຮໂຣອິນ 1 ແທ່ງ ຕໍ່ເງິນ 1.000 ບາດ.

ນອກນັ້ນ, ໄລຍະຜ່ານມາ, ພວກກ່ຽວ ເຄີຍຂົນສົ່ງເຮໂຣອິນ ຈາກແຂວງບໍ່ແກ້ວໄປສົ່ງຢູ່ບ້ານປາງຫົກ ມາແລ້ວ 1 ຄັ້ງ ແລະ ຄັ້ງນີ້ແມ່ນຄັ້ງທີ 2, ເຊິ່ງພວກກ່ຽວໄດ້ນໍາໃຊ້ລົດໂຕໂຍຕ້າ ກະບະວີໂກ້ ສີປອນ ໝາຍເລກທະບຽນ ກກ 4708 ອຸດົມໄຊ ໂດຍຮູບການຊຸກເຊື່ອງເຮໂຣອິນໄວ້ຝາປະຕູລົດ.

ເຮືອນປະຊາຊົນເກີດຄວາມເສຍຫາຍ ຈາກແຜ່ນດິນໄຫວ ຢູ່ເມືອງເງິນ

ອິງຕາມການລາຍງານ ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນການເກັບກໍາຂໍ້ມູນຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໃນຄັ້ງວັນທີ 8 ກໍລະກົດ 2021 ນີ້ວ່າ: ໃນວັນທີ 7 ກໍລະກົດ 2021 ເວລາ 13​ ​ໂມງ​ 43 ນາທີ ມີແຜນດິນໄຫວຈຸດສູນກາງຢູ່ບ້ານ ດອກເກດ ເມືອງເງິນ ແຂວງໄຊຍະບູລີ ຈຳນວນ 1 ຄັ້ງ.

ຄວາມແຮງສັນສະເທືອນວັດແທກໄດ້ 4,9 ຣິກເຕີ ຊື່ງມີຄວາມເລິກຈາກໜ້າດິນລົງ​ໄປ 15 ກິໂລແມັດ, ຫ່າງຈາກຕົວເມືອງໄປທາງທິດເໜືອປະມານ 8 ກິໂລແມັດ ຊຶ່ງສ້າງຜົນເສຍຫາຍ ແລະ ຄວາມແຕກຕື່ນໃຫ້ແກ່ຊາວເມືອງເງິນ​ພໍ​ສົມ​ຄວນ ​ໂດຍ​ເຫດ​ການ​ດັ່ງ​ກ່າວ​ສົ່ງ​ຜົນກະທົບ 1 ບ້ານຄື: ບ້ານ ນາງົວ ເຮັດໃຫ້ເຮືອນປະຊາຊົນເສຍຫາຍ 1 ຫຼັງຄື: 1 ຄອບຄົວ, ຈໍານວນພົນ 4 ຄົນ ຍິງ 2 ຄົນ ມູນຄ່າເສຍຫາຍທັງໝົດ 17 ລ້ານກີບ. ສ່ວນບ້ານອື່ນໆ ແມ່ນມີຄວາມເສຍຫາຍເລັກນ້ອຍ.

ນອນຖ້າຮັບບັດຄິວ ກວດໂຄວິດ ເພາະຈຳກັດກວດພຽງ 900 ຄົນຕໍ່ວັນເທົ່ານັ້ນ

ປະຊາຊົນຈຳນວນຫຼາຍພາກັນຂົນສາດມາປູນອນຕາກຝົນທັງເກືອຍຸງເພື່ອລໍຖ້າຮັບບັດຄິວກວດພະຍາດໂຄວິດ-19 ບໍ່ເສຍຄ່າ ຢູ່ໜ້າວັດພະສີມະຫາທາດ ວໍຣະມະຫາວິຫານ, ບາງເຂນ, ກຸງເທບ, ປະເທດໄທ ບາງຄົນກໍມາລໍຖ້າຄິວຕັ້ງແຕ່ 2:00 – 3:00 ໂມງເຊົ້າ ເພື່ອຈະໄດ້ເຂົ້າກວດໄວ ເນື່ອງຈາກມີການຈຳກັດຈຳນວນກວດພຽງແຕ່ 900 ຄົນຕໍ່ວັນເທົ່ານັ້ນ.

ທາງໜ່ວຍງານບໍລິການສາທາລະນະສຸກໄດ້ເລືອກເອົາວັດພະສີມະຫາທາດ ວໍຣະມະຫາວິຫານ ເປັນອີກໜຶ່ງຈຸດບໍລິການກວດໂຄວິດບໍ່ເສຍຄ່າສຳລັບປະຊາຊົນທີ່ມີສັນຊາດໄທ ໂດຍເລີ່ມມາແຕ່ວັນທີ 5 ກໍລະກົດ ຈົນຮອດວັນທີ 11 ກໍລະກົດ ໂດຍກຳນົດຈຳນວນກວດພຽງ 900 ຄົນຕໍ່ວັນເທົ່ານັ້ນ.

ນາງທິດາພອນ, ອາຍຸ 28 ປີ, ໜຶ່ງໃນກຸ່ມຄົນທີ່ລໍຖ້າບັດຄິວບອກວ່າ ຜູ້ກຽວເດີນທາງມາຈາກເຂດບາງກະປິ ເຊິ່ງຕັ້ງໃຈຈະມາກວດຫາເຊື້ອໂຄວິດ ຍ້ອນມີເພື່ອນຮ່ວມງານກວດພົບເຊື້ອ ໂດຍເດີນທາງມາເຖິງແຕ່ 9:00 ໂມງແລງ ເພາະຢ້ານບໍ່ໄດ້ບັດຄິວ, ເນື່ອງຈາກເຄີຍໄປກວດຫາເຊື້ອມາແລ້ວເຖິງສາມຄັ້ງແຕ່ກໍບໍ່ໄດ້ຮັບການກວດຍ້ອນມີການຈຳກັດຈຳນວນຄົນໃນແຕ່ລະວັນ.

ທ້າວ ຍຸດທະສານ ແທ່ນນອກ, ອາຍຸ 21 ປີ ບອກກັບຜູ້ສື່ຂ່າວວ່າ: ຜູ້ກ່ຽວມາລໍຖ້າບັດຄິວແຕ່ 11:00 ໂມງກາງຄືນ, ເພາະຢູ່ໃນກຸ່ມສ່ຽງ ຈິ່ງຮີບຮ້ອນກວດຫາເຊື້ອ ເຊິ່ງໄດ້ນຳເອົາສາດ ແລະ ເຕັນມານອນລໍຖ້າ ລວມທັງຢາກັນຍຸງ ແລະເຈລລ້າງມື ເຖິງປານນັ້ນກໍຍັງມີອຸປະສັກອື່ນຂວາງໜ້າ ໂດຍສະເພາະເລື່ອງຂອງການຈັດຄິວແມ່ນຍັງເຮັດບໍ່ໄດ້ດີ ເຊິ່ງບໍ່ມີເຈົ້າໜ້າທີ່ພະນັກງານມາບອກ ຕ້ອງໄດ້ອາໄສຈາກຄົນທາງຂ້າງ.

ພະນັກງານຮັກສາຄວາມປອດໄພຂອງວັດກ່າວວ່າ: ມີປະຊາຊົນຫຼາຍຄົນມາລໍຖ້າຮັບບັດຄິວຕັ້ງແຕ່ຕອນກາງຄືນ ເຊິ່ງເຈົ້າໜ້າທີ່ຈະແຈກບັດຄິວໃນຊ່ວງ 6:00 ໂມງເຊົ້າ ໂດຍກຳນົດພຽງ 900 ຄິວຕໍ່ວັນ ເຖິງຫຼາຍຄົນຈະພາກັນມານອນຕາກຝົນລໍຖ້າແຕ່ກໍບໍ່ໝາຍຄວາມວ່າຈະໄດ້ເຂົ້າກວດດັ່ງໃຈຫວັງ ເພາະຈຳນວນມີຈຳກັດ ຈິ່ງຈຳຕ້ອງລໍຖ້າມື້ຖັດໄປ.

ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກ ລາຍໃຫຍ່ 5 ກຸ່ມ

ອີງຕາມການລາຍງານ ຂອງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ເຊິ່ງມີ 5 ກຸ່ມ, ມີເປົ້າໝາຍລັກຊັບ 14 ຄົນ, ຊື້ຂາຍຊັບຜິດກົດໝາຍ 1 ຄົນ ພ້ອມຂອງກາງປະເພດລົດຈັກອີກ 25 ຄັນ ແລະ ເຈົ້າໜ້າທີ່ໄດ້ຮິບຮ້ອນປະສານຫາເຈົ້າຂອງ ແລະ ໄດ້ມອບຄືນແລ້ວ 8 ຄັນ ປັດຈຸບັນຍັງເຫຼືອ 17 ຄັນ, ເຊິ່ງການມ້າງຄັ້ງລ່າສຸດແມ່ນໃນວັນທີ 7 ພຶດສະພາ 2021 ພາຍຫຼັງພະຍາຍາມໄລ່ລ່າຕິດຕາມ ແລະ ຄັດຈ້ອນເປົ້າໝາຍມາແຕ່ເດືອນ ກັນຍາ 2020 ຫຼັງຈາກໄດ້ຮັບແຈ້ງຈາກຜູ້ເສຍຫາຍ.

ພັທ ສົມເພັດ ນາມມະວົງ ຮັກສາການຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນວ ໄດ້ເປີດເຜີຍວ່າ: ການແກ້ໄຂກຸ່ມແກ້ງດັ່ງກ່າວໃນເບື້ອງຕົ້ນໃນວັນທີ 25 ກັນຍາ 2020 ແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂເປົ້າໝາຍລັກຊັບສາມາດກັກຕົວໄດ້ 1 ຄົນຄື: ທ້າວ ຈິດຕະກອນ ອາຍຸ 29 ປີ ຢູ່ບ້ານໜອງໄຮ່ ເມືອງຫາດຊາຍຟອງ ພ້ອມຂອງກາງລົດຈັກ 1 ຄັນ ແລະ ເຈົ້າໜ້າທີ່ໄດ້ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການຈຶ່ງສາມາດກັກຕົວເປົ້າໝາຍ ອີກ 14 ຄົນໃນນີ້ມີຊື້ຊັບຜິດກົດໝາຍ 1 ຄົນ ພ້ອມທັງຢຶດຂອງກາງປະເພດລົດຈັກທີ່ພວກກ່ຽວລັກໄປຄືນມາໄດ້ 25 ຄັນ ປະຈຸບັນໄດ້ມອບໃຫ້ເຈົ້າຂອງຊັບແລ້ວ 8 ຄັນສ່ວນທີ່ເຫຼືອ 17 ຄັນ ເຈົ້າໜ້າທີ່ໄດ້ປະກາດຫາເຈົ້າຂອງໃຫ້ເຂົ້າໄປພົວພັນເອົາຢູ່ ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນວ.

ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການຕື່ມອີກ ເພື່ອນໍາຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ ຂອງ ສປປ ລາວ.

ພ້ອມດຽວກັນກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະກາດຫາເຈົ້າຂອງລົດຈັກ ທີ່ເກັບກູ້ຄືນມາໄດ້ ຈາກຄົນຮ້າຍລັກໄປ ຖ້າຫາກທ່ານໃດ ຖືກຄົນຮ້າຍລັກລົດຈັກໄປໃຫ້ເອົາເອກະສານໄປພົວພັນກວດກາຄວາມຖືກຕ້ອງ ແລະ ຢັ້ງຢືນເອົາລົດຄືນ ຢູ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຫຼື ຕິດຕໍ່ ( 020 23327751 ) ຕາມໂມງລັດຖະການ ເຊິ່ງລົດຈັກທີ່ເຈົ້າໜ້າທີ່ເກັບກູ້ຄືນມາໄດ້ ມີທັງໝົດ 17 ຄັນລາຍລະອຽດດັ່ງລຸ່ມນີ້:

ຍີ່ປຸ່ນ ຕຽມເປີດງານກິລາໂອລິມປິກ 2020 ເຖິງວ່າສະຖານະການຂອງໂຄວິດ-19 ຍັງຄົງລະຍາດ

ອີກບໍ່ພໍເທົາໃດອາທິດ ກໍຈະຮອດງານກິລາໂອລິມປິກ 2020 ທີ່ຈະຈັດຂຶ້ນ ທີ່ ເມືອງໂຕກຽວ ປະເທດຍີ່ປຸ່ນ. ເຖິງວ່າສະຖານນະການໂຄວິດ-19 ຍັງຄົງມີການແຜລະບາດຢູ່ກໍຕາມ, ພ້ອມທັງມີຄວາມສ່ຽງທີ່ຈະເກີດຈາກການຕິດເຊື້ອຮອບໃໝ່ ຈາກການລວມຕົວກັນ ຂອງນັກກິລາຫຼາກຫຼາຍປະເທດ ຈຶ່ງເຮັດໃຫ້ຫຼາຍຝ່າຍຂ້ອນຂ້າງບໍ່ເຫັນດີ ກັບການຕັດສິນໃຈໃນການຈັດການງານແຂ່ງຂັນໃນຄັ້ງນີ້.

ໜຶ່ງໃນນັ້ນກໍແມ່ນ ຍິງ ໄວກາງຄົນ ຄົນໜຶ່ງ ທີ່ໄປຢືນລໍຖ້າຂະບວນແຫ່ທວນໄຟໂອລິມປິກ ເພື່ອທີ່ຈະຍິງປືນສີດນໍ້າໃສ່ໃຫ້ໄຟມອດ ແຕ່ກໍບໍ່ເກີດຜົນໃດໆ ເຊິ່ງທາງເຈົ້າໜ້າທີ່ກໍໄດ້ຄຸມໂຕລາວອອກໄປ. ນີ້ບໍ່ແມ່ນເທື່ອທຳອິດ ທີ່ເກີດຂຶ້ນກັບຂະບວນແຫ່ດັ່ງກ່າວ.

ເຊິ່ງທວນໄຟນີ້ຈະເດີນທາງຮອດເມືອງໂຕກຽວ ໃນວັນສຸກ ວັນທີ 9 ກໍລະກົດ ກ່ອນຈະຖືກນຳໄປຈູດ ໃນພິທີເປີດການແຂ່ງຂັນ ທີ່ມີຂຶ້ນ ໃນວັນທີ 23 ກໍລະກົດ ນີ້