Home Blog Page 220

ເຈົ້າແຂວງໄຊຍະບູລີ ຢ້ຽມຢາມບໍລິດສັດ ແລະ ຟາມລ້ຽງງົວ ຢູ່ເມືອງແກ່ນທ້າວ

ເມື່ອບໍ່ດົນມານີ້, ທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມທີມງານຂອງແຂວງ, ຂອງເມືອງປາກລາຍ ແລະ ເມືອງທົ່ງມີໄຊ ໄດ້ລົງຢ້ຽມຢາມບໍລິດສັດ ແລະ ຟາມລ້ຽງງົວ ຢູ່ເມືອງແກ່ນທ້າວ ໃນໂອກາດທີ່ທ່ານລົງເຄື່ອນໄຫວວຽກງານຢູ່ 4 ເມືອງໃຕ້ ໂດຍໄດ້ຮັບການຕ້ອນ ຮັບຈາກ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເຈົ້າຂອງບໍລິສັດ ແລະ ເຈົ້າຂອງຟາມ ໃຫ້ການຕ້ອນຮັບ.

ໃນການລົງມາເຄື່ອນໄຫວຄັ້ງນີ້, ທ່ານເຈົ້າແຂວງ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມ ບໍລິສັດ ໂຊກໄຊ ສົ່ງເສີມການຜະລິດກະສິກໍາການຄ້າຂາອອກ-ຂາເຂົ້າຂອງທ່ານ ບຸນເຮືອງ ໃຈກວ້າງ, ບໍລິສັດ ສະໄໝສຸກກະເສີມ ການຄ້າ ຂາອອກ-ຂາເຂົ້າ ຂອງທ່ານ ສະໄໝ ສຸກະເສີມ, ເບິ່ງຟາມລ້ຽງງົວຂອງ ທ່ານ ຫຸມພັນ ສອນສຸພາບ ຢູ່ບ້ານເມືອງໝໍ ແລະ ໄປເບິ່ງຟາມລ້ຽງງົວຂອງທ່ານ ອໍາໄພ ສຸກກະເສີມ. ທັ້ງນີ້, ກໍເພື່ອເປັນການສົ່ງເສີມການປູກ, ການລ້ຽງຢູ່ພາຍໃນແຂວງໄຊຍະບູລີ ໃຫ້ເປັນຂະບວນກວ້າງຂວາງ.

ຂ່າວ: ເມືອງແກ່ນທ້າວ

ພົບແອນ້ອຍຫາແຕ່ເກີດ ຖືກຖິ້ມໃນປ່າ

ເຫດການນີ້ ເກີດຂຶ້ນທີ່ບ້ານ ໂພນທອງ ເມືອງ ຄຳເກີດ ແຂວງ ອຸດົມໄຊ ເມື່ອຜູ້ໃຊ້ເຟສບຸກ ໄດ້ໂພສ ພາບ ເດັກນ້ອຍຖືກຖິ້ມກາງປ່າ ຂອງ ບ້ານ ໂພນທອງ ລັກສະນະເປັນແອນ້ອຍ ທີ່ຫາກໍ່ເກີດໃໝ່ ເຊິ່ງເປັນເພດຊາຍ.

ເຮັດໃຫ້ປະຊາຊົນ ເຂດ ບ້ານ ພນທອງ ເມືອງ ຄຳເກີດ ແຂວງ ອຸດົມໄຊ ທີ່ພົບເຫັນພາກັນຕື່ນ ພ້ອມທັງອີດູຕົນເດັກນ້ອຍ ເພາະຫາແຕ່ເກີດແທ້ໆ ແຕ່ກັບມາເຈີເຫດການແບບນີ້.

ຖືວ່າເປັນໂຊກດີ ຂອງແອນ້ອຍທີ່ມີປະຊາຊົນຜົນລະເມືອງດີ ໄປພົບເຫັນກ່ອນ ຂໍໃຫ້ໃຫຍ່ສູງເດີ້ ລູກເອີຍ!

ຜົນສຳເລັດ ຂອງການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອາການອັກເສບປອດຮຸນແຮງ ຢູ່ແຂວງຈຳປາສັກ

ໃນວັນທີ 3 ມິຖຸນາ 2021 ສູນໂພນທອງ ໄດ້ສົ່ງຜູ້ຕິດເຊື້ອ ທີ່ປິ່ນປົວຫາຍດີ  3​ ກໍລະນີ ກັບເມືອຈໍາກັດບໍລິເວນຢູ່ບ້ານອິກ 14 ວັນ ໃນນັ້ນມີກໍລະນີທີ່ຮຸນແຮງ​ 2​ ກໍລະນີຄື: ກໍລະນີທີ1: ເພດຍິງ ອາຍຸ​ 37 ປີ ແລະ ກໍລະນີທີ2 : ເພດຍີງ ອາຍຸ 30ປີ.

ສຳລັບກໍລະນີທີ 2 ແມ່ນກໍລະນີພິເສດ ທີ່ມີຄວາມຮຸນແຮງ ແລະ ມີຄວາມສ່ຽງສາມາດເສຍຊິວິດທັງແມ່ ແລະ ລູກໄດ້ ເພາະຜູ້ກ່ຽວຕິດເຊື້ອໂຄວິດ19 ພ້ອມກັບຖືພາ 22 ອາທິດ.

ປະຫວັດຜູ້ກ່ຽວແມ່ນເຮັດອາຊີບ ຂາຍປາ ຢູ່ຕະຫຼາດແຫ່ງໜຶ່ງ ໃນນະຄອນຫຼວງຂອງປະເທດເພື່ອນບ້ານ, ຖືກຜັກດັນມາລາວ ວັນທີ 10/5/2021 ແລະ ໄດ້ເກັບຕົວຢ່າງທັນທີ. ເມື່ອຮອດ ວັນທີ 12/5/2021 ຜົນກວດໂຄວິດເປັນບວກ ຈຶ່ງຖືກນຳສົ່ງໂຮງໝໍພາກສະໝາມ ວິທະຍາໄລການເງີນພາກໃຕ້. ເມື່ອວັນທີ 13/5/2021 ຜູ້ກ່ຽວມີອາການໄຂ້ 39’c, ໄອ, ຫາຍໃຈຝືດ ອົກຊີໃນເລືອດຕໍ່າ 88 % ໄດ້ໃຫ້ ອົກຊີແຊນ, ຢາປີ່ນປົນຈຳນວນຫນື່ງ ແລະ ນຳສົ່ງສູນໂພນທອງ.

ເມື່ອມາຮອດສູນໂພນທອງໄດ້ກວດກາຮ່າງກາຍ , ກວດເລືອດ, ຊ່ອງໄຟຟ້າປອດ , ເອໂກລູກໃນທ້ອງ ຈີ່ງເຫັນວ່າມີອັກເສບປອດຮ້າຍແຮງ ແລະ​ ຖືພາ​ 22​ ອາທິດ.​ ດັ່ງນັ້ນ, ທີມງານແພດ-ພະຍາບານ ໄດ້ຊຸມໃສ່ການປີ່ນປົວ, ຊ່ວຍເຫຼືອເພື່ອກູ້ເອົາຊີວິດຂອງລາວຄື:

ການໃຫ້ຢາຕ້ານໄວຣັດ , ຢາຕ້ານເຊື້ອ, ຢາ Corticosteroid , ຢາຕາມອາການຕ່າງໆ ແລະ ໃຫ້ອົກຊີແຊນ.​ ແຕ່ອາການບໍ່ດີຂື້ນ ຄ່າອົກຊີໃນເລືອດຍັງຕ່ຳ ຈີ່ງປ່ຽນມາເປັນການໃສ່ເຄື່ອງຊ່ວຍຫາຍໃຈແບບປ້ຳອົກຊີແຮງດັນບວກ ຫຼື ເຄື່ອງ CPAP ແຕ່ວັນທີ 14 -17 /5/2021 ອາການຄົນເຈັບຄ່ອຍໆດີຂື້ນ ຈຶ່ງຖອດເຄື່ອງ CPAP ໄດ້.​ ທີມແພດພວກເຮົາໄດ້ຕິດຕາມຄົນເຈັບຢ່າງໃກ້ຊິດ ໃຫ້ຄຳປຶກສາ ໃຫ້ຄຳແນະນຳ ສຸຂະສຶກສາ ການເຝີກບຳບັດປອດ ແລະ ອອກກຳລັງກາຍເບົາເບົາ ທຸກວັນ ຈົນຄົນເຈັບຫາຍດີ ຜົນກວດເປັນລົບ ຈີ່ງສາມາດອອກໂຮງໝໍໄດ້.

ຄົນເຈົບຜູ້ນີ້ແມ່ນກໍລະນີອັກເສບປອດຮຸນແຮງ ກໍລະນີທຳອິດຂອງແຂວງຈຳປາສັກ ເຊີ່ງແມ່ນຜົນສຳເລັດທີ່ຫຍີ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນການປິ່ນປົວຄົນເຈັບຕິດເຊື້ອໂຄວິດ 19.​ ທັງໝົດນີ້ແມ່ນຍ້ອນມີການຊີ້ນຳ , ນຳພາຂອງພັກ-ລັດ, ຄະນະສະເພາະກິດຂັ້ນແຂວງ, ພະແນກສາທານະລະສຸກແຂວງ , ຄະນະນຳຂອງໂຮງໝໍຈຳປາສັກ , ຄະນະອາຈານຊ່ຽວຊານຈາກສູນກາງ , ຄະນະຊ່ຽວຊານຈາກ ສສຫວຽດນາມ ແລະ ທີ່ສຳຄັນທີສຸດ ຄືທີມງານ ແພດ,  ພະຍາບານ ທີ່ຢູ່ສູນຄຸ້ມຄອງກໍລະນີໂຮງໝໍເມືອງໂພນທອງແຫ່ງນີ້ໂດຍພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ດຣ ບຸນຄ້ຳ ເພັດທານີ ຮອງຜູ້ອຳນວຍການໂຮງໝໍຈຳປາສັກ , ທ່ານ ດຣ ສຸລິຍາ ແກ້ວຫາວົງ ຫົວຫນ້າຂະແໜງປີ່ນປົວຟື້ນຟູໜ້າທີ່ການພະແນກສາທາແຂວງ.

ຜົນສຳເລັດໃນຄັ້ງນີ້ ຈະເອົາໄປຜັນຂະຫຍາຍ ແລະ ເປັນບົດຮຽນທີ່ລ້ຳຄ່າ ໃຫ້ແກ່ການຄຸ້ມຄອງກໍລະໂຄວິດ- 19 ທີ່ມີອາການຮຸນແຮງ ທີ່ອາດຈະເກີດໄດ້ອີກໃນອານາຄົດ.​

ນາທີບໍ່ຄາດຄິດ! ເຮືອທະຫານທີ່ໃຫຍ່ທີ່ສຸດ ຂອງອີຣານ ເກີດເຫດໄຟໄໝ້ ແລະ ຈົມລົງທະເລ

ຕາມລາຍງານ ຂອງສຳນັກຂ່າວ ໃນປະເທດອີຣານ ລາຍງານວ່າ: ເຮືອທະຫານ Kharg ເກີດໄຟໃໝ້ ເມື່ອເວລາ 02: 25 ນາທີ ຂອງວັນອັງຄານທີ 1 ມິຖຸນາ ທີ່ຜ່ານມາ ພ້ອມທັງຈົມລົງທະເລ ທີ່ອາວໂອມານ ໃນວັນພຸດ ທີ 2 ມິຖຸນາ ເຊິ່ງນັກດັບເພີງໄດ້ໃຊ້ເວລາດັບໄຟເກືອບ 20 ຊົ່ວໂມງ ເພື່ອພະຍາຍາມຄວບຄຸມໄຟທີ່ລຸກໃໝ້ເຮືອຢ່າງຮຸງແຮງ ແຕ່ກໍ່ບໍ່ສາມາດຮັກສາເຮືອໄວ້ໄດ້.

ສ່ວນລູກເຮືອ ແລະ ນັກຮຽນທະຫານປະມານ 400 ຄົນ ເທິງເຮືອນັ້ນ ຖືກອົບພະຍົບລົງເຮືອໄດ້ທັນ ໂຊກດີບໍ່ມີໃຜເສຍຊີວິດ ມີແຕ່ໄດ້ຮັບບາດເຈັບເບົາບາງ ປະມານ 20 ຄົນ.

ເບື້ອງຕົ້ນຍັງບໍ່ຮູ້ສາເຫດຢ່າງຊັດເຈນ ຂອງເຫດການຄັ້ງນີ້ ເຊິ່ງໃນບໍລິເວນດັ່ງກ່າວ ກໍ່ຍັງເປັນບ່ອນທີ່ມີການໂຈມຕີ ຈາກຝ່າຍກົງກັນຂ້າມອີກດ້ວຍ.

ເມືອງປາກງື່ມ ໄດ້ຮັບເຄື່ອງອຸປະຖຳ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19

ອີງຕາມລາຍງານຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູວ່າ: ໃນວັນທີ 01 ມິຖຸນາ 2021, ທີ່ປົກຄອງເມືອງປາກງື່ມ ນະຄອນຫຼວງວຽງຈັນ ຄະນະອີ່ມບຸນເມດຕາທຳຮ່ວມກັບຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໄດ້ນຳເອົາປະເພດອາຫານແຫ້ງ,​ ເຈວລ້າງມື້,​ ຜ້າອັດປາກ ຈຳນວນ 180 ຖົງ ມອບໃຫ້ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າສະເພາະກິດນະຄອນຫຼວງວຽງຈັນ ການມອບເຄື່ອງໃນຄັ້ງນີ້ ເພື່ອເປັນການຊຸກຍູ້ເຂົ້າໃນວຽກງານປ້ອງກັນ ຢູ່ບັນດາຈຸດຕັ້ງດ່ານກວດກາຕ່າງໆ ພາຍໃນເມືອງ ໃນການປ້ອງກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19.

ຕາງໜ້າຮັບໂດຍ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ພ້ອມດ້ວຍຄະນະ ແລະ ທ່ານໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ພູວົງ ວົງຄຳຊາວ ແລະ ຄະນະ ທີ່ນຳເອົາເຄື່ອງຈຳນວນດັ່ງກ່າວ ມາມອບໃຫ້ເມືອງປາກງື່ມຂອງພວກເຮົາ ແລະ ຈະນຳເອົາເຄື່ຶອງຈຳນວນທີ່ໄດ້ຮັບໃນຄັ້ງນີ້ ໄປແຈກຢາຍໃຫ້ບັນດາຈຸດຕັ້ງດ່ານກວດກາ ໃນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19, ພ້ອມທັງ ອວຍພອນໃຫ້ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າສະເພາະກິດນະຄອນຫຼວງວຽງຈັນ ຈົ່ງມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບທຸກປະການ ປະສົບຜົນສຳເລັດໃນໜ້າທີ່ການງານ.

ແຕກຕື່ນກັນໄປໝົດ! ເມື່ອເຫັນຜູ້ເສຍຊີວິດ ມາງານສົບຂອງຕົນເອງ

ອີງຕາມສຳນັກຂ່າວໄທລັດ (Thairath) ລາຍງານ ເມື່ອວັນທີ 2 ມິຖຸນາ ໄດ້ຮັບແຈ້ງຈາກປະຊາຊົນ ບ້ານ ຊາດ, ເມືອງ ແດນດົງ, ແຂວງບູລີລຳ ວ່າ: ມີເຫດວຸ້ນວາຍເກີດຂື້ນ ເນື່ອງຈາກມີການຈັດງານສົບຜິດຄົນ.

ທ້າວ ໄພລັດ ສາຍວັນ ອາຍຸ 61 ປີ ເລົ່າວ່າ: ເວລາ ປະມານ 11 ໂມງ ກາງຄືນ ທີ່ຜ່ານມາ, ມີຄົນແຖວບ້ານມາແຈ້ງຕົນເອງວ່າ ໃຫ້ໄປເບິ່ງສົບທີ່ຖືກລົດຕຳເສຍຊີວິດ ເພາະມີຮູບຮ່າງຄ້າຍຄືກັບ ທ້າວ ລ້ານ ລູກຊາຍຂອງຕົນ ທີ່ໄດ້ອອກຈາກບ້ານ 2 ມື້ ແລ້ວ ແລະ ເປັນຄົນມັກກິນເຫຼົ້າ ແລ້ວມັກຍ່າງແຄມທາງເວລາເມົາ.

ທ້າວ ໄພລັດ ເລົ່າອີກວ່າ: ເມື່ອມາເບິ່ງສົບຜູ້ເສຍຊີວິດ ພົບວ່າບໍ່ເຫຼືອເຄົ້າໂຄງຂອງໃບໜ້າເລີຍ ເພາະຖືກລົດຢຽບຈົນເຫຼະ, ທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ໃຫ້ເບິ່ງຢ່າງລະອຽດເຕີ່ມ ແລ້ວປາກົດວ່າ ເຫັນຮອຍສັກຢູ່ແຂນ ຈຶ່ງຄິດວ່າແມ່ນ ທ້າວ ລ້ານ ລູກ ຂອງຕົນເອງ ສະນັ້ນ, ຈຶ່ງໄດ້ນຳເອົາສົບກັບໄປປະກອບພິທີທາງສາສະໜາ.

ແຕ່ແລ້ວເຫດການບໍ່ຄາດຄິດກໍ່ເກີດຂຶ້ນ, ຄົນໃນງານພາກັນແຕກຕື່ນ ເມື່ອທ້າວ ລ້ານ ທີ່ທຸກຄົນຄິດວ່າ ລາວໄດ້ເສຍຊີວີດຈາກການຖືກລົດຕຳ ນັ້ນ ໄດ້ຂີ່ລົດຈັກເຂົ້າມາໃນງານສົບຂອງຕົນເອງ ເຊິ່ງຜູ້ເປັນພໍ່ ແລະ ຍາດຕິພີ່ນ້ອງຈຶ່ງໄດ້ເຂົ້າໄປຈັບບາຍ ແລະ ສອບຖາມ ປາກົດວ່າ ແມ່ນ ທ້າວ ລ້ານ ລູກຊາຍ ຂອງຕົນແທ້ໆ ບໍ່ແມ່ນຜີ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງຫາທາງໂຮງໝໍໃຫ້ມາຮັບເອົາສົບ ແລ້ວປ່ຽນຈາກການເຮັດງານສົບ ມາເຮັດງານບຸນຕໍ່ອາຍຸ ໃຫ້ທ້າວ ລ້ານ ແທນ.

ຮອງເຈົ້າແຂວງຄຳມ່ວນ ລົງຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ບ້ານນາວາງໃຫຍ່

ວັນທີ 01 ມິຖຸນາ 2021 ນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ພ້ອມດ້ວຍການນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງໄດ້ລົງຊຸກຍູ້, ຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕິດພັນກັບສະຖານທີ່ທ່ອງທ່ຽວພຣະທາດຕູມພະວັງ ບ້ານນາວາງໃຫຍ່ ເມືອງໜອງບົກ.

ໂອກາດນີ້, ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ວັດພຣະທາດຕູມພະວັງ ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງໃນຕົ້ນເດືອນເມສາ ມາຮອດປັດຈຸບັນການກໍ່ສ້າງແມ່ນປະຕິບັດໄດ້ແລ້ວ 85% ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ນີ້. ໂຄງການດັ່າງກ່າວ ມີຄວາມຍາວທັງໝົດປະມານ 300 ແມັດ.

ຈາກນັ້ນ, ຜູ້ຕາງໜ້າການນຳເມືອງ ກໍໄດ້ລາຍງານກ່ຽວກັບແຜນການຊຸກຍູ້ການທ່ອງທ່ຽວດ້ານວັດທະນະທຳ ຕິດພັນກັບ ພຣະທາດຕູມພະວັງ ໂດຍການຊຸກຍູ້ໃຫ້ມີຂະບວນການກິລາ, ການສະແດງສິລະປະ-ວັນນະຄະດີ ແລະ ການສົ່ງເສີມການຂາຍຜະລິດຕະພັນທາງດ້ານກະສິກຳ-ຫັດຖະກຳຂອງທ້ອງຖິ່ນ ຕິດພັນກັບການຈັດງານບຸນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວຫລາຍຂຶ້ນ ພາຍຫລັງທີ່ມີການຜ່ອນຄາຍຂອງພະຍາດໂຄວິດ-19.

ໃນໂອກາດດຽວກັນ, ທ່ານຮອງເຈົ້າແຂວງຄຳມ່ວນ ກໍໄດ້ມີຄຳເຫັນໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການຕໍ່ກັບວຽກງານການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ເປັນໄພອັນຕະລາຍທີ່ຮ້າຍແຮງຢູ່ໃນປະຈຸບັນ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ແລະປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນເມືອງ, ຂັ້ນແຂວງເພື່ອວາງແຜນພັດທະນາ, ຄຸ້ມຄອງ ແລະ ປະຕິສັງຂອນພຣະທາດ ກໍຄື ການສ້າງຄຸນຄ່າໃຫ້ແກ່ມໍລະດົກອັນລໍ້າຄ່າ ທີ່ຕິດພັນກັບແຫລ່ງທ່ອງທ່ຽວແຫ່ງນີ້. ພ້ອມນັ້ນ, ກໍຕ້ອງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກແກ່ ບໍລິສັດທີ່ມາຮັບເໝົາກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ ແລະ ສຳເລັດຕາມໄລຍະເວລາທີ່ກຳນົດໄວ້.

ວັກຊີນ Pfizer ຕ້ານໂຄວິດ-19 ຊຸດໃໝ່ມາຮອດ ສປປ ລາວ ແລ້ວ

ອີງຕາມການລາຍງານ ຈາກກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ມາຮອດ ສປປ ລາວ ແລ້ວ .

ວັນທີ 2 ມິຖຸນາ ປີ 2021 – ໃນມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່   ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ຊຶ່ງ​ເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່ນີ້​ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620 ໂດສ.

ອີງຕາມແຜນປະຕິບັດການສັກ​​ວັກຊີນ​ກັນພະຍາດໂຄວິດ-19 ແຫ່ງຊາດ ​ທີ່​ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ​ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ​​. ​ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ ນະຄອນຫຼວງ​ວຽງຈັນ ເປັນຕົ້ນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່​ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງ​ວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫລົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ ເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງ​ສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນ​ເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19  ຄົບ 2 ເຂັມແລ້ວກໍ່ຕາມ.​”  

ວັກຊີນກັນພະຍາດໂຄວິດ-19  ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ​ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020.

ທ່ານ ດຣ. ມາກ ຈາກອບສ໌​, ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍ​ຄວາມປຶ້ມປິຕິ ​ວັກຊີນຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility.

ໃນປະຈຸບັນນີ້, ວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້​ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດ​ຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ ຊຶ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ.”

ຕຳຫຼວດຫວຽດນາມ ພົບໂຕອ່ອນ 1,000 ສົບ ແຊ່ແຂງໃນອາພັດເມັ້ນ

ສຳນັກຂ່າວ VN Express ລາຍງານ ເມື່ອວັນທີ ວັນທີ 29 ພຶດສະພາ ທີ່ຜ່ານມາ, ຕຳຫຼວດນະຄອນຮ່າໂນຍ ປະເທດຫຼວງຽດນາມ ບຸກຄົ້ນຫ້ອງພັກ ໃນອາພັດເມັ້ນແຫ່ງໜຶ່ງ ໃນເຂດ ຮ່າດົງ (Ha Dong) ເມື່ອເຂົ້າໄປໃນຫ້ອງ ຕຳຫຼວດຕ່າງພາກັນຕົກໃຈກັບສິ່ງທີ່ເຫັນ ເພາະພົບໂຕອ່ອນຂອງຄົນ ຈຳນວນກ່ວາ 1,000 ສົບ ຖືກຫໍ່ຜ້າຂາວໃສ່ໃນຖົງຢາງພາສຕິກ ແລ້ວແຊ່ແຂງໄວ້.

ຕຳຫຼວດເປີດເຜີຍວ່າ: ກ່ອນໜ້ານີ້ໄດ້ມີຂໍ້ມູນຈາກ ປະຊາຊົນເຂດນັ້ນ ວ່າ ມີຜູ້ຊາຍຄົນໜຶ່ງມັກຈະຢ່າງຈັບຖົງຢາງດຳເຂົ້າໄປໃນຫ້ອງພັກ ຕໍາຫຼວດເລີຍໄດ້ຕິດຕາມ ແລະ ຕັດສິນໃຈບຸກເຂົ້າໄປຄົ້ນ ເຊິ່ງພາຍໃນຫ້ອງພົບຕູ້ແຊ່ແຂງ 2 ຕູ້ ມີໂຕອ່ອນທີ່ຫໍ່ຢູ່ ເຕັມທັງ 2 ຕູ້.

ຕຳຫຼວດໄດ້ ຈັບກຸມ 4 ຄົນ, ຈາກການສອບສວນພົບວ່າ ພວກເຂົາແມ່ນໄປເກັບໂຕອອນ ມາຈາກຄຣິນິກເຮັດແທ້ງຫຼາຍແຫ່ງ ລວມໄປເຖິງໃນຖັງຂີ້ເຫຍື້ອ ໃນຫຼາຍໆເຂດຂອງນະຄອນ ຮ່າໂນຍ ເຊິ່ງຈຸດປະສົງເພື່ອຮວບລວມໄປປະກອບພິທີທາງສາສາໜາ ແຕ່ສະຖານທີ່ແມ່ນຢູ່ໃກ ດັ່ງນັ້ນ ຈຶ່ງໄດ້ແຊ່ມ້ຽນກ່ອນ. ເຊິ່ງຕຳຫຼວດຍັງບໍ່ເຊື່ອ 100 % ແລະ ກຳລັງດຳເນີນການສືບສວນຄະດີຕໍ່ໄປ.

ລະເມີດແຈ້ງການ ເລກທີ 02/ຈນວ ພ້ອມທັງນຳໃຊ້ອຸປະກອນເກືອດຫ້າມຫາປາ

ຕາມການລາຍງານຂອງ ແຟນເພສ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 1 ມິຖຸນາ 2021 ທີ່ຜ່ານມາ, ຄະນະສະເພາະກິດເມືອງສັງທອງ ສົມທົບກັບ ປກສ ກຸ່ມ 2 ໂຄກແຫ້, ທະຫານຊາຍແດນ 241 ພ້ອມດ້ວຍອຳນາດການປົກຄອງບ້ານຫ້ວຍຫຼ້າ ເມືອງສັງທອງ ນວ ໄດ້ອອກກວດກາ ລາດຕະເວນຕາມລຳແມ່ນ້ຳຂອງ ໃນຂອບເຂດຮັບຜິດຊອບ ພົບເຫັນຊາຍສາມຄົນກຳລັງໃຊ້ໝໍ້ໄຟເລາະຊ໋ອດປາ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຄຸມຕົວ ພ້ອມຂອງກາງມີເຮືອຫາງຢາວ 3 ລໍາ, ໝໍ້ຊ໋ອດປາ 2 ໜ່ວຍ, ໝໍ້ໄຟ 2 ໜ່ວຍ ມາສອບສວນ ແລະ ຜ່ານການສອບສວນ ຮູ້ໄດ້ວ່າ: 1. ທ້າວ ຊົມ ອາຍຸ 35 ປີ; 2. ທ້າວ ລ້ານ ອາຍຸ 32 ປີ; 3. ທ້າວ ຫົວໃຫຍ່ ອາຍຸ 33 ປີ ທັງສາມແມ່ນປະຊາຊົນ ບ້ານ ຫ້ວຍຫຼ້າ ເມືອງສັງທອງ ນວ.

ຮູບຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຕໍ່ກັບເຫດການດັ່ງກ່າວ ທັງສາມແມ່ນ ລະເມີດແຈ້ງການເລກທີ 02/ຈນວ ໃນ ຂໍ້ 1.1 ຈັດຕັ້ງປະຕິບັດມາດຕະການລວມ, ຂໍ້ 4) ກໍານົດໄວ້ວ່າ: ຫ້າມນໍາໃຊ້ເຮືອທຸກລໍາອອກເຄື່ອນໄຫວ ຕາມຊາຍແດນລຳແມ່ນ້ຳຂອງ. ນອກນີ້, ຍັງນໍາໃຊ້ອຸປະກອນຫາປາທີ່ເກືອດຫ້າມ; ເຈົ້າໜ້າທີ່ ປກສ ເມືອງສັງທອງ ລວບລວມສຳນວນ-ສຳເນົາ ຂໍ້ມູນສົ່ງໄອຍະການ ເພື່ອສັ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.

ຮູບຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ທີ່ອາໃສຢູ່ເຂດຊາຍແດນຕາມລຳແມ່ນ້ຳຂອງ ຈົ່ງພ້ອມກັນຈັດຕັ້ງປະຕິບັດຄຳສັ່ງ, ຄຳແນະນຳ, ແຈ້ງການຕ່າງໆ ຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍສະເພາະເຈົ້າຂອງເຮືອທຸກປະເພດ, ເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ ໃຫ້ຢຸດຕິການເດີນເຮືອຊົ່ວຄາວຕາມລຳແມ່ນ້ຳຂອງ, ຖ້າລະເມີດຈະດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ ແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່.

ຖ້າພົບເຫັນບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວລະເມີດຄຳສັ່ງ, ແຈ້ງການຂອງຂັ້ນເທິງ ໃຫ້ລາຍງານມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.