Home Blog Page 232

ລົດກະບະ “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ’’ ໄດ້ຮັບ 6 ລາງວັນ ລົດດີເດັ່ນ ” CAR OF THE YEAR 2021

ລົດກະບະ “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ’’ ໄດ້ຮັບ  6 ລາງວັນລົດດີເດັ່ນ “CAR OF THE YEAR 2021” ຂອງປະເທດໄທ

  • ລາງວັນລົດກະບະຍອດນິຍົມ : 

All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ 

  • ລາງວັນລົດກະບະທີ່ມີເຕັກໂນໂລຊີລໍ້າສະໄໝທີ່ສຸດ 

All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ 

  • ລາງວັນລົດກະບະປະຫຍັດນ້ຳມັນດີເດັ່ນ 

All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ 

  • ລາງວັນລົດກະບະຂັບເຄື່ອນ 4 ລໍ້ ດີເດັ່ນ:

All-New Isuzu V-Cross 4X4…ຜູ້ນຳແຫ່ງລົດກະບະສະປອດອັອບໂຣດໂຕຈິງ

  • ລາງວັນລົດກະບະຂັບເຄື່ອນ 2 ລໍ້ ດີເດັ່ນ

All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ

  • ລາງວັນລົດກະບະທີ່ເປັນມິດກັບສິ່ງແວດລ້ອມທີ່ສຸດ :

All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ 

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ ລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ’’ ສາມາດລົງທະບຽນລ່ວງໜ້າເພື່ອທົດລອງຂັບໄດ້ທີ່ https://isuzulaos.com/test-drive/ ແລະມາສຳຜັດລົດອີຊູຊຸດ້ວຍໂຕທ່ານເອງໄດ້ທີ່ຫ້ອງສະແດງສີນຄ້າອີຊູຊຸທຸກສາຂາພ້ອມຮັບຂໍ້ສະເໜີສຸດພິເສດໄດ້ແລ້ວມື້ນີ້!!!

ສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ 

ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດ : https://www.facebook.com/isuzulaoservices/

ບໍລິສັດ ອີຊູຊຸ ລາວ ວີເອັສເອ ຈຳກັດ : https://www.facebook.com/ISUZULAOVSAT2/

****************************************************

ຝ່າຍປະຊາສຳພັນ  

ຫ້ອງການຜູ້ຕາງໜ້າປະຈຳປະເທດລາວ, ບໍລິສັດ ຕຮີເພຊອີຊູຊຸເຊວຊ໌ ຈຳກັດ

ໂທ. 021 417 387 ແຟັກ: 021 417 386 

https://www.facebook.com/isuzulaosofficial

ເຊັນບົດບັນທຶກຄວາມເຂົ້າໃຈ ແລກປ່ຽນຂໍ້ມູນການແຈ້ງເກີດ ແລະ ແຈ້ງເສຍຊີວິດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນການແຈ້ງ ເກີດ ແລະ ການແຈ້ງເສຍຊີວິດ ໃນລະບົບຄຸ້ມຄອງຂໍ້ມູນພົນລະເມືອງແບບເອເລັກໂຕຣນິກ ກັບລະບົບຂໍ້ມູນ ຂ່າວສານສາທາລະນະສຸກ ລະຫວ່າງ ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກົມແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກໄດ້ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ກະຊວງພາຍໃນ, ລະຫວ່າງ ທ່ານ ວັນດີ ຈັນທະລິເດດ ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ທ່ານ ສຸດທະນູ ນັນທະ ນົນຕຼີ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກ, ໃຫ້ກຽດເຂົ້າຮ່ວມເປັນສັກ ຂີພິຍານ ຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ບຸນແຝງ ພູມມະໄລ ສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ວຽກງານຄຸ້ມຄອງພົນລະເມືອງ ເປັນວຽກໜຶ່ງທີ່ສໍາຄັນ ທີ່ລັດຖະບານໄດ້ເອົາໃຈໃສ່ເປັນບັນຫາສໍາຄັນ ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິ ວັດລາວ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ໄດ້ຕາມຄາດໝາຍ ແລະ ປະກົດຜົນເປັນຈິງ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດດ້ານການພັດ ທະນາ (MDGs), ເປົ້າໝາຍເພື່ອການພັດທະນາແບບຍືນຍົງ (SDGs) ແລະ ເພື່ອບັນລຸວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ທີ່ວ່າ: ຮອດປີ 2030 “ສິດທິຂອງພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງລັດ ຕາມກົດໝາຍ ທີ່ສັກສິດ”; ຮອດປີ 2025 ພົນລະເມືອງລາວ ໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນ. ປະຊາຊົນໄດ້ຮັບການບໍລິການ ດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ, ມີອາຍຸຍືນສະເລ່ຍສູງກວ່າ 73 ປີ ແລະ ພົນລະເມືອງໄດ້ເຂົ້າ ຮ່ວມໃນລະບົບການປົກປ້ອງທາງສັງຄົມຢ່າງກວ້າງຂວາງ, ກໍາລັງແຮງງານ ໄດ້ຮັບການພັດທະນາທັງດ້ານປະລິ ມານ ແລະ ຄຸນນະພາບ.
ໃນປີ 2020 ຜ່ານມານີ້ ກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຊັນ ບົດບັນທຶກການຮ່ວມມືການຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນພົນລະເມືອງ ເຂົ້າໃນລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນອີກບາດກ້າວໜຶ່ງ ໃນການເຊື່ອມໂຍງຖານຂໍ້ມູນ ຊຶ່ງກັນ ແລະ ກັນ ຊຶ່ງຈະເປັນຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ ແລະ ປະເທດຊາດ ໃນການນຳໃຊ້ຂໍ້ມູນພົນລະເມືອງ ເຂົ້າໃນວຽກງານວິຊາສະເພາະຂອງຕົນ, ສິ່ງສໍາຄັນຈະຕ້ອງໄດ້ເອົາໃຈໃສ່ ໃນການເຊື່ອມໂຍງຖານຂໍ້ມູນ ຊຶ່ງກັນ ແລະ ກັນ ປັບປຸງຖານຂໍ້ມູນທັງສອງຝ່າຍໃຫ້ເຂົ້າກັນ. ພ້ອມທັງລະບົບຮັກສາຄວາມປອດໄພໃນການເກັບຮັກສາ ຂໍ້ມູນຂອງພົນລະເມືອງ ຊຶ່ງເປັນຄວາມລັບລະດັບຊາດ; ສະນັ້ນ ທັງສອງຝ່າຍຈົ່ງສືບຕໍ່ ປະສານສົມທົບ ແລະ ຮ່ວມມືກັນຢ່າງໃກ້ຊິດ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນ ເຮັດໃຫ້ວຽກງານດັ່ງກ່າວ ມີຜົນສໍາເລັດ ແລະ ປົກປ້ອງສິດຜົນປະໂຫຍດ ຂອງພົນລະເມືອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ພາຍຫຼັງສຳເລັດການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ກະຊວງພາຍໃນ ແລະ ກະຊວງສາທາລະ ນະສຸກແລ້ວ, ກະຊວງພາຍໃນ ຈະໄດ້ສືບຕໍ່ ປະສານສົມທົບ ແລະ ປຶກສາຫາລື ກັບ 5 ຂະແໜງການທີ່ກ່ຽວ ຂ້ອງກັບວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງຕຶ່ມອີກ ເພື່ອເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນຕໍ່ໄປ ເຊັ່ນ: ສູນສະຖິຕິແຫ່ງຊາດ (ກະຊວງແຜນການ ແລະ ການລົງທຶນ), ກະຊວງການຕ່າງປະເທດ, ກະຊວງສຶກ ສາທິການ ແລະ ກິລາ, ກະຊວງຍຸຕິທໍາ ແລະ ກະຊວງປ້ອງ ກັນຄວາມສະຫງົບ.

ຂ່າວ: ກະຊວງພາຍໃນ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິິທີມອບ-ຮັບ ໜ້າທີ່ ເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ ຂຶ້ນໃນວັນທີ 10 ມີນາ 2021 ນີ້ ທີ່ ສປສສ ລະຫວ່າງ ສະຫາຍ ຄຳພາ ແສງດາຣາ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ (ຜູ້ໃໝ່) ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງ ສປສສ ເຂົ້າຮ່ວມ.

ສະຫາຍ ກັ້ງ ເຕັມສົມບັດ ຄະນະພັກ ຫົວໜ້າກົມຈັດຕັ້ງ -ພະນັກງານສານປະຊາຊົນສູງ ສຸດ ໄດ້ຜ່ານມະຕິຕົກລົງຂອງ ກົມການເມືອງສູນກາງພັກວ່າ ດ້ວຍການແຕ່ງຕັ້ງເລຂາຄະນະ ບໍລິຫານງານພັກສານປະຊາ ຊົນສູງສຸດ.

ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະ ບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 26-27 ມັງກອນ 2021 ແລະ ຄັ້ງວັນທີ 24-25 ກຸມພາ 2021, ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 57/ຄຈສພ, ລົງວັນທີ 2 ມີນາ 2021.
ກົມການເມືອງສູນການພັກ ຕົກລົງແຕ່ງຕັ້ງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ

ໃນພິທີດັ່ງກ່າວ ເພື່ອເປັນການສືບຕໍ່ປະຕິບັດວຽກງານຂອງສານໃຫ້ໄດ້ຮັບຜົນສຳເລັດສູງສຸດ, ສະຫາຍ ນາງ ສີໃສ ລືເດດມູນສອນ ຮຽກຮ້ອງໃຫ້ຜູ້ມາຮັບໜ້າທີ່ໃໝ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວສານ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕື່ມບາງບັນຫາດັ່ງລຸ່ມນີ້: ໃຫ້ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄຳສັ່ງ, ກໍຄືແຜນການວາງອອກໄປຄົ້ນຄວ້າ, ປຶກສາຫາລືໃຫ້ມີຄວາມເຂົ້າໃຈເອກະພາບຢູ່ ສານແຕ່ລະຂັ້ນ ແລ້ວຜັນຂະ ຫຍາຍເປັນແຜນການກິດຈະກໍາປະຕິບັດໃຫ້ແທດເໝາະກັບ ສະພາບຄວາມເປັນຈິງຂອງ ສານແຕ່ລະຂັ້ນ;

ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນພັກ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດສະມາຊິກພັກ, ພະນັກງານທົ່ວສານປະຊາຊົນໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ສະ ພາບການຜັນແປຂອງພາກ ພື້ນ ແລະ ສາກົນ, ໃຫ້ມີຄວາມ ເຂົ້າໃຈຕໍ່ຜົນສຳເລັດ ແລະ ໄຊຊະນະໃນການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ 46 ປີ ຜ່ານມາ, ກໍຄືການ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ; ສືບຕໍ່ເອົາໃຈໃສ່ການກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນ, ຮອບດ້ານ ໂດຍສະເພາະຢູ່ສານຂັ້ນຕົ້ນ ຕ້ອງຮັບປະກັນໃຫ້ປະຊາຊົນ ເຂົ້າຫາການບໍລິການຂອງສານມີຄວາມສະດວກ ແລະ ງ່າຍ, ໃຫ້ປະຊາຊົນສາມາດໃຊ້ສິດເປັນເຈົ້າໃນການປົກປ້ອງສິດ ຜົນປະໂຫຍດຕາມກົດໝາຍ ແລະ ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບ ໂດຍສ້າງລະບຽບກົນໄກແກ້ໄຂໃຫ້ເຂົ້າສູ່ລະບົບ ຕາມກົດໝາຍກຳນົດ, ເຮັດໃຫ້ບັນຫາດຳເນີນໄປຕາມຂັ້ນຕອນທີ່ກຳນົດໄວ້ ໃນກົດໝາຍຢ່າງເຄັ່ງຄັດ ແຕ່ເບື້ອງຕົ້ນ;

ເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ວຽກງານຂອງສານ ໃຫ້ກວ້າງຂວາງ, ທົ່ວເຖິງ ເພື່ອຈຳກັດ, ສະກັດກັ້ນການລະເມີດກົດໝາຍ ທັງເປັນການແກ້ໄຂບັນຫາທີ່ຕົ້ນເຫດ ເພາະໃນປັດຈຸບັນປະຊາຊົນມີຄວາມຫຍຸ້ງຍາກໃນການເຂົ້າ ຫາກົດໝາຍ ແລະ ບໍ່ທັນປະ ຕິບັດຕາມກົດໝາຍກໍານົດ, ການກູ້ຢືມ, ຊື້-ຂາຍ, ມອບໂອນ ແລະ ບັນຫາອື່ນໆ; ສືບຕໍ່ປັບປຸງວຽກງານການບໍລິຫານສານໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ, ເອົາໃຈໃສ່ເກັບ ແລະ ຄຸ້ມຄອງລາຍຮັບໃຫ້ມີຄວາມເຄັ່ງຄັດ ແລະ ຄົບຖ້ວນຕາມກົດໝາຍກຳນົດ. ຄຸ້ມຄອງ ລາຍຈ່າຍງົບປະມານຂອງລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ຕົວຈິງຂອງ ແຕ່ລະທ້ອງຖິ່ນ ແລະ ຕ້ອງຖືສຳຄັນຕໍ່ວຽກກວດກາ, ປະເມີນຜົນຜູ້ພິພາກສາ, ພະນັກງານຂອງສານຢ່າງເປັນປົກກະຕິ ຕາມທີ່ກຳນົດໄວ້ໃນກົດໝາຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ. ການກວດກາການປະເມີນຜົນຕ້ອງຮັບປະກັນທາງດ້ານເນື້ອໃນ, ຮູບການ, ກຳນົດມາດຕະຖານ ແລະ ເງື່ອນໄຂສະເພາະແຕ່ລະເປົ້າໝາຍໃຫ້ລະອຽດ.

ຂ່າວ-ພາບ: ຕຸໄລເພັດ

ມອບ-ຮັບ ທຶນການກໍ່ສ້າງສູນບໍາບັດ ແລະ ຄ້າຍຂຸມຂັງ-ດັດສ້າງ ເມືອງລອງ ແຂວງຫລວງນໍ້າທາ

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 9 ເດືອນ ມີນາ ປີ 2021 ນີ້, ເມືອງລອງ ໄດ້ຈັດພິທີ ມອບ-ຮັບທຶນການກໍ່ສ້າງສູນບໍາບັດ ແລະ ຄ້າຍຂຸມຂັງ-ດັດສ້າງຢູ່ທີ່ສູນກໍ່ສ້າງດັ່ງກ່າວ ທ່ານ ລາວລີວ ອໍານວຍການບໍລິສັດ ພັດທະນາກະສິກໍາ ເຕີຊານ ແຂວງຫລວງນໍ້າທາ ຈໍາກັດ ແລະ ທ່ານ ຕູໂກຊູ ອໍານວຍການບໍລິສັດ ກະສິກໍາ ແລະ ເຕັກໂນໂລຊິ ຫົງຢວນ ແຂວງຫລວງນໍ້າທາ ຈຳນວນ 1 ຕື້ 60 ກວ່າກີບ,

ເຊິ່ງຕ່າງໜ້າຮັບໂດຍ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ແລະ ທ່ານ ບຸນຈັນ ສຸດທິປັນຍາ ເຈົ້າເມືອງລອງ, ມີພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.
ທ່ານ ບຸນຈັນ ສຸດທິປັນຍາ ກໍໄດ້ມີຄໍາເຫັນກ່ຽວກັບການກໍ່ສ້າງສູນບໍາບັດ ແລະ ຄ້າຍດັດສ້າງ ເມືອງລອງ ເຊິ່ງມາຮອດປັດຈຸບັນ ສໍາເລັດແລ້ວປະມານ 10% ໃນນີ້, ຍັງຈະໄດ້ສືບຕໍ່ກໍ່ສ້າງອາຄານລວມທັງໝົດ 8 ຫລັງຄື: ກໍ່ສ້າງຫໍພັກພະນັກງານ ປະຈໍາສູນບໍາບັດ, ຫ້ອງກັກຂັງ, ສູນບໍາບັດ 3 ຫລັງ, ຫ້ອງການ ແລະ ຫ້ອງຮັບແຂກ, ເຮືອນຄົວ, ຫ້ອງນໍ້າ, ກໍ່ສ້າງຮົວອ້ອມສູນດັດສ້າງ ແລະ ປະຕູຮົ້ວ, ລວມມູນຄ່າທີ່ຈະໃຊ້ເຂົ້າໃນການກໍ່ສ້າງທັງໝົດ 1 ຕື້ 59 ລ້ານກວ່າກີບ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ຈົ່ງພ້ອມກັນເອົາໃຈໃສ່ປະກອບສ່ວນ, ອໍານວຍຄວາມສະດວກດ້ານຕ່າງໆ ແລະ ສືບຕໍ່ກໍ່ສ້າງສູນບໍາບັດ ແລະ ຄ້າຍ-ຂຸມຂັງດັດສ້າງດັ່ງກ່າວ ສໍາເລັດຕາມລະດັບໝາຍທີ່ວາງໄວ້.

ຂ່າວ: ຄໍາອ່ອນ ແສງອຸ່ນ

ນາຍົກລັດຖະມົນຕີ ລາວ, ຫວຽດ
ນາມ ແລະ ກຳປູເຈຍ ພົບປະທາງໄກ

ໃນວັນທີ 10 ມີນາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້, ເຊິ່ງເປັນກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາ ໃນຊ່ວງໄລຍະການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກ ຂອງບັນຫາການແຜ່ລະບາດ ຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະເພີ່ມທະວີຄວາມສັບສົນຫລາຍປານໃດກໍ່ຕາມ, ທັງບັນຫາການແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະ ກິດ-ການຄ້າ ແລະ ອື່ນໆ.

ກອງປະຊຸມພົບປະຄັ້ງນີ້, ຜູ້ນຳທັງ 3 ປະເທດ ໄດ້ເຫັນດີເປັນເອກະພາບກັນ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ, ໄດ້ມີກົນໄກການຮ່ວມມືດ້ານການເມືອງຮ່ວມກັນຢ່າງໜັກແໜ້ນ ຊຶ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຢ່າງເປັນປະຈຳ, ການຈັດກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກຳມະ ການຮ່ວມມື (JC) ລາວ-ຫວຽດນາມ ແລະ ລາວ-ກຳປູເຈຍ ເປັນປະຈຳໃນທຸກໆປີ; ຜູ້ນຳ 3 ປະເທດ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນດ້ານການເມືອງ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ອື່ນໆ. ພ້ອມດຽວກັນນີ້, ກໍ່ໄດ້ທົບທວນຄືນການຮ່ວມມືລະຫວ່າງ 3 ປະເທດ ເປັນຕົ້ນ ຂອບການຮ່ວມມື ເຂດສາມຫລ່ຽມພັດທະນາ (CLV), ສືບຕໍ່ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການພັດທະນາ

ເສດຖະກິດ-ສັງຄົມ 2010-2020 ແລະ ປັງປຸງແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030, ຮ່ວມມືກັນໃນການຂົນຂວາຍແຫລ່ງທຶນ ມາຈັດຕັ້ງປະຕິບັດບັນດາໂຄງການບູລິມະສິດ ແລະ ບັນດາແຜນງານພັດທະນາໃນຂອບ CLV, ກໍ່ຄື ສືບຕໍ່ຜັນ ຂະຫຍາຍຜົນການຕົກລົງ ຂອງຜູ້ນໍາສາມປະເທດໃນກອງປະຊຸມສຸດ ຍອດ ຄັ້ງທີ 9; ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ເພື່ອຍາດແຍ່ງເອົາການຮ່ວມມື ຊ່ວຍເຫລືອຈາກແຕ່ລະກົນໄກ ເພື່ອຜົນປະໂຫຍດສູງສຸດຂອງທັງ 3 ປະເທດ ເປັນຕົ້ນ ໃນຂອບການຮ່ວມມືອະນຸພາກພື້ນ ເຊັ່ນ: ຂອບການຮ່ວມື ACMECS, GMS, ອາຊຽນ-ອາເຊັມ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າ ຂອງ-ຍີ່ປຸ່ນ, ແມ່ນໍ້າຂອງ-ສ ເກົາຫລີ, ແມ່ນໍ້າຂອງ-ອາເມລິກາ ແລະ ອື່ນໆ. ນອກຈາກນີ້, ຜູ້ນຳທັງ 3 ປະເທດ ກໍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ບັນດາມາດຕະການຮັບມື ກັບການແຜ່ລະບາດຂອງພະ ຍາດໂຄວິດ-19, ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສໍາເລັດກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ກໍ່ຄື ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງຈົບງາມ, ພ້ອມທັງກໍາລັງກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມີຂຶ້ນໃນວັນທີ 22 ມີນາ ຈະມາເຖິງນີ້; ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຢ່າງຈົບງາມ ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ທີ່ໄດ້ປິດລົງໃນຕົ້ນເດືອນກຸມພາ ແລະ ຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ສືບຕໍ່ໄດ້ຮັບການໄວ້ວາງໃຈຈາກສະມາຊິກພັກຄອມມູນິດຫວຽດນາມ ແລະ ຖືກເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ຕື່ມອີກ; ພ້ອມນີ້ ກໍ່ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າ ທັງສອງປະເທດ ຈະປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຮ້າຍແຮງກວ່າ ສປປ ລາວ ກໍ່ຕາມ.

ໃນຕອນທ້າຍຂອງການກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.

ພາບ: ເກດສະໜາ

ຊົມເຊີຍ! 11 ເມືອງທົ່ວແຂວງໄຊຍະບູລີ ປະຕິບັດລາຍຮັບເກີນແຜນດັດແກ້

ປີ 2020 ຜ່ານມານີ້ ບັນດາເມືອງທົ່ວແຂວງໄຊຍະບູລີ ຈັດເກັບລາຍຮັບເຂົ້າງົບປະມານແມ່ນໄດ້ເກີນແຜນການດັດແກ້, ມີບາງເມືອງປະຕິບັດລາຍຮັບເກີນແຜນເບື້ອງຕົ້ນ ແລະ ມີບາງເມືອງເປັນເມືອງປອດໜີ້; ເມືອງທີ່ເກັບລາຍຮັບລື່ນແຜນເບື້ອງຕົ້ນມີ 5 ເມືອງ ຄື: ເມືອງເງິນ, ເມືອງທົ່ງມີໄຊ, ເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງຄອບ. ສ່ວນເມືອງປອດໜີ້ມີ 2 ເມືອງຄື: ເມືອງທົ່ງມີໄຊ ແລະ ເມືອງບໍ່ແຕນ.

ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນສົກປີ 2020 ຜ່ານມາ ການຈັດຕັ້ງປະຕິບັດການແບ່ງຂັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ເມືອງຄຸ້ມຄອງຕາມແຜນເບື້ອງຕົ້ນລາຍຮັບມີ 43,03 ຕື້ກີບ, ແຜນດັດແກ້ 33,58 ຕື້ກີບ ສາມາດປະຕິບັດໄດ້ທັງໝົດ 42,37 ຕື້ກີບ ເທົ່າກັບ 98,46% ຂອງແຜນເບື້ອງຕົ້ນ ແລະ ເທົ່າກັບ 126,18% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນ ເທົ່າກັບ 64,54% ໃນນີ້ລາຍຮັບສ່ວຍສາອາກອນແຜນເບື້ອງຕົ້ນ 40,79 ຕື້ກີບ ແລະ ເທົ່າກັບ 31,34 ຕື້ກີບ ຂອງແຜນດັດແກ້, ປະຕິບັດໄດ້ 39,92 ຕື້ກີບ ເທົ່າກັບ 97,87% ຂອງແຜນເບື້ອງຕົ້ນ ແລະ ເທົ່າກັບ 127,38% ຂອງແຜນດັດແກ້.

ຄຸ້ມຄອງຊັບສິນຂອງລັດ ແຜນເບື້ອງຕົ້ນ 2,23 ຕື້ກີບ ແລະ ປະຕິບັດໄດ້ 2,44 ຕື້ກີບ ເທົ່າກັບ 109,28%; ໃນນີ້ເມືອງໄຊຍະບູລີ ປະຕິບັດໄດ້ 5,21 ຕື້ກີບ ເທົ່າກັບ 87,50% ຂອງແຜນເບື້ອງຕົ້ນ ແລະ ເທົ່າກັບ 120,66% ຂອງແຜນດັດແກ້, ເມືອງພຽງ ປະຕິບັດໄດ້ 3,32 ຕື້ກີບ ເທົ່າກັບ 83,59% ຂອງແຜນເບື້ອງຕົ້ນ ເທົ່າກັບ 109,94% ຂອງແຜນດັດແກ້, ເມືອງປາກລາຍປະຕິບັດໄດ້ 8,41 ຕື້ກີບ ເທົ່າກັບ 97,90% ຂອງແຜນເບື້ອງຕົ້ນ ເທົ່າກັບ 118,01% ຂອງແຜນດັດແກ້, ເມືອງທົ່ງມີໄຊປະຕິບັດໄດ້ 1,48 ຕື້ກີບ ເທົ່າກັບ 128,26% ຂອງເບື້ອງຕົ້ນ ເທົ່າກັບ 129,95% ຂອງແຜນດັດແກ້, ເມືອງແກ່ນທ້າວປະຕິບັດໄດ້ 6,96 ຕື້ກີບ ເທົ່າກັບ 118,55% ຂອງແຜນເບື້ອງຕົ້ນ ເທົ່າກັບ 122,12% ຂອງແຜນດັດແກ້, ເມືອງບໍ່ແຕນປະຕິບັດໄດ້ 2,32 ຕື້ກີບ ເທົ່າກັບ 104,49% ຂອງແຜນເບື້ອງຕົ້ນ ເທົ່າກັບ 111,27% ຂອງແຜນດັດແກ້, ເມືອງຫົງສາປະຕິບັດໄດ້ 5,21 ຕື້ກີບ ເທົ່າກັບ 82,43% ຂອງແຜນເບື້ອງຕົ້ນ ເທົ່າກັບ 132,89% ຂອງແຜນດັດແກ້, ເມືອງເງິນປະຕິບັດໄດ້ 3,37 ຕື້ກີບ ເທົ່າກັບ 113,37% ຂອງແຜນເບື້ອງຕົ້ນ ເທົ່າກັບ 204,28% ຂອງແຜນດັດແກ້, ເມືອງຊຽງຮ່ອນປະຕິບັດໄດ້ 2,26 ຕື້ກີບ ເທົ່າກັບ 90,16% ຂອງແຜນເບື້ອງຕົ້ນ ເທົ່າກັບ 113,02 ຂອງແຜນດັດແກ້, ເມືອງຄອບປະຕິບັດໄດ້ 2,92 ຕື້ກີບ ເທົ່າກັບ 117,53% ຂອງແຜນເບື້ອງຕົ້ນ ເທົ່າກັບ 159,79% ຂອງແຜນດັດແກ້ ແລະ ເມືອງໄຊສະຖານປະຕິບັດໄດ້ 0,50 ຕື້ກີບ ເທົ່າກັບ 93,76% ຂອງແຜນເບື້ອງຕົ້ນ ເທົ່າກັບ 114,87% ຂອງແຜນດັດແກ້.

ສ່ວນດ້ານລາຍຈ່າຍຂັ້ນເມືອງຄຸ້ມຄອງປະຕິບັດໄດ້ 28,11 ຕື້ກີບ ເທົ່າກັບ 100% ຂອງແຜນປີ; ໃນນີ້ຈ່າຍບໍລິຫານແຜນ 21,16 ຕື້ກີບ ປະຕິບັດໄດ້ 21,16 ຕື້ກີບ ເທົ່າກັບ 100% ຂອງແຜນປີ. ຈ່າຍດັດສົມ-ສົ່ງເສີມ ແຜນ 6,50 ຕື້ກີບ, ແຜນດັດແກ້ 6,50 ຕື້ກີບ ເທົ່າກັບ 100% ຂອງແຜນການປີ. ທ່ານຍັງໃຫ້ຮູ້ຕື່ມວ່າ: ສາເຫດການເກັບລາຍຮັບໃນແຕ່ລະເມືອງໄດ້ລື່ນແຜນການດັດແກ້ ຍ້ອນການນໍາສາຍຕັ້ງກະຊວງການເງິນ, ອົງການປົກຄອງແຂວງ, ຄະນະນໍາພະແນກການເງິນ ໄດ້ສຸມໃສ່ຊີ້ນໍາ-ນໍາພາວຽກງານຮອບດ້ານຂອງຂະແໜງການເງິນເປັນປົກກະຕິ, ເຮັດໃຫ້ວຽກງານການເງິນ-ງົບປະມານຮັກສາໄດ້ສະຖຽນລະພາບທາງດ້ານງົບປະມານ-ການເງິນ ໂດຍພື້ນຖານພະນັກງານ-ລັດຖະກອນຂັ້ນເມືອງ ໄດ້ເອົາໃຈໃສ່ປະຕິບັດຕໍ່ໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະ ກໍ່ຄືຂະແໜງການເງິນບັນດາເມືອງທົ່ວແຂວງ ສາມາດສ້າງລາຍຮັບໄດ້ເກີນແຜນດັດແກ້ ບໍ່ມີໜີ້ ຢືມເງິນລ່ວງໜ້າ ລະບົບຄັງເງິນເກີດຂຶ້ນຍ້ອນແຕ່ລະເມືອງປະຕິບັດໄດ້ລະບອບປະຢັດມັດທະຢັດ.

ຂ່າວ: ບຸນທີ.

ເປີດນໍາໃຊ້ແລ້ວ ຂົວຄູນຄຳແຫ່ງໃໝ່ ເຮັດໃຫ້ປະຊາຊົນໄປ – ມາຫາສູ່ສະດວກຂຶ້ນ

ຄໍາມ່ວນ: ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນ້ຳໄຮ (ຂົວຄູນຄຳ) ແຫ່ງໃໝ່ຢ່າງເປັນທາງການ ໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2021 ນີ້ ທີ່ບ້ານນາຂາມ ເມືອງຄູນຄຳ ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ໂຣເບີດ ອາເລນ ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ໄດ້ຂຶ້ນກ່າວວ່າ: ໂຄງການກໍ່ສ້າງຂົວໃໝ່ແຫ່ງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນເມືອງຄູນຄຳ ໃຫ້ສາມາດໄປ-ມາຫາສູ່ກັນໄດ້ຢ່າງສະດວກສະບາຍ. ເນື່ອງຈາກຂົວເກົ່າມີການເປ່ເພ ແລະ ຊຸດໂຊມຫຼາຍ ຊຶ່ງມີຄວາມສ່ຽງຕໍ່ກັບການເກີດອຸບັດຕິເຫດ, ບໍລິສັດ ເທີນຫີນບູນ ພາວເວີ ຈຳກັດ ໄດ້ອະນຸມັດງົບປະມານຈຳນວນໜຶ່ງ ແລະ ມີການສົມທົບທຶນຈາກຜູ້ຖືຮຸ້ນຂອງບໍລິສັດ ເພື່ອສ້າງຂົວນ້ຳໄຮ (ຂົວຄູນຄຳ) ແຫ່ງໃໝ່ ໂດຍມີມູນຄ່າການກໍ່ສ້າງທັງໝົດ 1.131.685 ໂດລາ, ເປັນຂົວຂາງມີລັກສະນະຮູບໂຕ I, ພື້ນຂົວແມ່ນເບຕົງເສີມເຫຼັກ ຊຶ່ງສາມາດຮັບນ້ຳໜັກໄດ້ 43 ໂຕນ, ມີລວງຍາວ 50,6 ແມັດ, ລວງກວ້າງ 7,5 ແມັດ, ຂາງຂົວສູງ 2 ແມັດ ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ກໍ່ສ້າງ ເຕິຍ ເຈືອງ ເຊີນ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງເລີ່ມລົງມືກໍ່ສ້າງວັນທີ 1/5/2019, ສຳເລັດການກໍ່ສ້າງວັນທີ 28/2/2021.

ຈາກນັ້ນພິທີ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບຂົວດັ່ງກ່າວ ໂດຍເປັນການລົງນາມລະຫວ່າງ ທ່ານ ໂຣເບີດ ອາເລນ ແລະ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ.

ທ່ານ ວັນໄຊ ພອງສະຫວັນ ກ່າວວ່າ: ຂົວແຫ່ງນີ້ຈະເຮັດໃຫ້ການໄປ-ມາຫາສູ່ກັນຂອງພໍ່ແມ່ປະຊາຊົນເມືອງຄູນຄຳ ມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ອີກດ້ານໜຶ່ງກໍເປັນການກະຕຸ້ນເສດຖະກິດຢູ່ເຂດເມືອງຄູນຄຳ ໂດຍສະເພາະທຸລະກິດທ່ອງທ່ຽວ ຢູ່ເຂດດັ່ງກ່າວນີ້ໄດ້ມີຄວາມຄຶກຄື້ນຂຶ້ນ.

ຕະຫຼອດໄລຍະ 10 ກວ່າປີຜ່ານມາ, ບໍລິສັດ ເທີນ-ຫີນບູນ ເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາທີ່ດີທີ່ສຸດຂອງແຂວງຄຳມ່ວນ ເຫັນໄດ້ຈາກການປະກອບສ່ວນໃນການຍົກຍ້າຍຈັດສັນປະຊາຊົນ, ການພັດທະນາພື້ນຖານໂຄງລ່າງຂອງບັນດາບ້ານຍົກຍ້າຍຈັດສັນ ແລະ ຊຸມຊົນນອກເຂດຍົກຍ້າຍຈັດສັນ, ການສະໜັບສະໜູນພາຫະນະໃຫ້ແກ່ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງເປົ້າໝາຍຂອງໂຄງການ ແລະ ກິດຈະກຳທາງດ້ານສິ່ງແວດລ້ອມ, ການປັບປຸງຊີວິດການເປັນຢູ່ ແລະ ການພັດທະນາສັງຄົມ ຊຶ່ງເປັນປັດໄຈຫຼັກໃນການຂັບເຄື່ອນເສດຖະກິດຂອງແຂວງຄຳມ່ວນໃຫ້ເຕີບໃຫຍ່ຂະຫຍາຍຕົວ. ທ່ານ ເຈົ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດຂັ້ນບ້ານ ໃຫ້ເປັນເຈົ້າການໃນການປົກປັກຮັກສາຂົວແຫ່ງນີ້, ມີການຕິດຕາມກວດກາ ແລະ ບຳລຸງຮັກສາໃຫ້ສາມາດນຳໃຊ້ຍາວນານທີ່ສຸດ.

ຂ່າວ-ພາບ: ສຸກສະຫວັນ

ພົບພຣະພຸດທະຮູບເກົ່າແກ່ຈຳນວນ 32 ອົງ ເຂດວັດໂພທອງ

ເມື່ອວັນທີ 25 ກຸມພາ 2021 ທີຜ່ານມາ ໄດ້ມີການຄົ້ນພົບພຣະບຸເງິນ ພຣະບຸຄຳ ໃນໄຫດິນເຜົາ ທີວັດໂພທອງ ບ້ານນາຊາຍໃຕ້ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຈຳນວນ 32 ອົງ ໃນນັ້ນມີພຣະບຸຄຳ 3 ອົງ ທາງວັດໂພທອງ ກຳລັງມີການກໍ່ສ້າງສິມໃຫມ່ ໂດຍກໍ່ກວມສິມເກົ່າ

ຈຶ່ງມີການພົບໄຫ້ດິນເຜົາທີບັນຈຸພຣະບຸເງິນ-ບຸຄຳ ເຊິ່ງປັດຈຸບັນນີ້ທາງວັດໂພທອງ ແມ່ນໄດ້ເກັບຮັກສາໄວ້ ໃຜຢາກໄປເບິ່ງ ໄປນົບໄຫວ້ສັກກາຣະບູຊາ ກໍ່ຂໍເຊີນເດີ.

ຂອບໃຈຮູບພາບແລະຂ່າວຈາກ : ຄຳສ້ຽນ ອິນທະເດດ.

ແຕ່ງຕັ້ງທ່ານ ປະສົງສິນ ຈະເລີນສຸກ ເປັນເຈົ້ານະຄອນໄກສອນ ພົມວິຫານ ຄົນໃໝ່

ພິທີປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານການນຳ ຂັ້ນສູງຂອງນະຄອນໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 3 ມີນາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພູວັງ ເກດແກ້ວ ພົມ ພອນ ຮອງເລຂາພັກແຂວງ, ມີຮອງຫົວໜ້າຄະນະຈັດ ຕັ້ງແຂວງ, ຮອງເລຂາພັກນະ ຄອນ, ກຳມະການປະຈຳພັກນະ ຄອນ, ກຳມະການພັກ, ຫົວ ໜ້າ-ຮອງຫົວໜ້າຫ້ອງການ ອ້ອມຂ້າງ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງ ແລະບັນດາເລ ຂາພັກບ້ານ-ນາຍບ້ານທົ່ວນະ ຄອນເຂົົ້າຮ່ວມ.

ໃນພິທີ, ທ່ານ ປອ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງເລຂາພັກນະ ຄອນ ເຈົ້ານະຄອນໄກສອນ ພົມວິຫານ ກໍ່ໄດ້ຂຶ້ນຜ່ານບົດ ສະຫຼຸບເຄື່ອນໄຫວການຊີ້ນຳ-ນຳພາວຽກງານໃນໄລຍະຜ່ານ ມາໂດຍສັງເຂບ ຈາກນັ້ນ, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າ ຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ສະຫວັນນະເຂດ ວ່າດ້ວຍການ ຍົກຍ້າຍສະຫາຍ ປອ ແສງ ທອງ ວັງແກ້ວມະນີ ໄປປະຈຳການຢູ່ຫ້ອງວ່າການປົກ ຄອງເມືອງໄຊພູທອງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ສະຫາຍປະສົງສິນຈະເລີນ ສຸກກຳມະການປະຈຳພັກ ແຂວງ ເປັນເຈົ້ານະຄອນໄກສອນ ພົມວິຫານ

ພ້ອມນີ້, ໃນພິທີກໍ່ຍັງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້ານະຄອນໄກສອນ ພົມວິ ຫານ ວ່າດ້ວຍການ ແຕ່ງຕັ້ງຫົວໜ້າຫ້ອງການ ແລະປະທານອົງການຈັດຕັ້ງທີ່ຂຶ້ນກັບ ນະຄອນ ໃນນີ້ໄດ້ແຕ່ງຕັ້ງສະ ຫາຍ ສີທາ ສົງວິໄລ ຮອງ ເລຂາພັກນະຄອນ ເປັນປະທານ ອົງການກວດກາລັດນະຄອນ, ສະຫາຍນາງ ວັນນາລີ ແກ້ວ ຫານາມ ກຳມະການປະຈຳພັກ ນະຄອນ ເປັນປະທານແນວ ລາວສ້າງຊາດນະຄອນ, ສະ ຫາຍ ນາງ ແສງ ທະວີປານ ປັນຍາ ກຳມະການພັກນະຄອນ ເປັນຫົວໜ້າຄະນະໂຄສະນາ ອົບຮົມນະຄອນ ແລະມະຕິຕົກ ລົງຂອງຄະນະປະຈຳພັກ ນະຄອນວ່າດ້ວຍການແຕ່ງຕັ້ງ ສະຫາຍຄອນສະຫວັນພູທິ ສອນ ເປັນເລຂາໜ່ວຍພັກຫ້ອງ ການສະຫະພັນກຳມະບານນະ ຄອນ.

ໂອກາດນີ້, ໃນພິທີກໍ່ຍັງໄດ້ ມີການເຊັນບົດບັນທຶກການ ມອບ-ຮັບໜ້າທີ່ຢ່າງເປັນທາງ ການລະຫວ່າງທ່ານ ປອ ແສງ ທອງ ວັງແກ້ວມະນີ ເຈົ້ານະ ຄອນ ໄກສອນ ພົມວິຫານ ຜູ້ເກົ່າ ແລະທ່ານ ປະສົງສິນ ຈະເລີນ ສຸກ ເຈົ້ານະຄອນໄກສອນ ພົມ ວິຫານຜູ້ໃໝ່ ໂດຍຊ້ອງໜ້າສະ ຫາຍ ພູວັງ ເກດແກ້ວ ພົມພອນ ຮອງເລຂາພັກແຂວງ ແລະ ບັນດາແຂກທີ່ເຂົ້າຮ່ວມໃນພິ ທີຄັ້ງນີ້.

ລາຍງານໂດຍ: ສະຫວັນພັດທະນາ

ພົນລະເມືອງດີຊ່ວຍກັນຈັບຕົວໂຈນຊີງຊັບໄດ້ 2 ຄົນ

ປກສ ນະຄອນຫຼວງວຽງຈັນ: ໃນເວລາ 13:00 ໂມງ ຂອງວັນທີ 05 ມີນາ 2021 ມີຊາຍ 2 ຄົນ, ຂີ່ລົດຈັກຊ້ອນກັນກໍ່ເຫດຊີງຊັບດ້ວຍການດຶງກະເປົາຍິງສາວທີ່ຂີ່ລົດຈັກຄົນດຽວຢູ່ບໍລິເວນໃກ້ຕະຫຼາດບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນຂະນະທີ່ດຶງກະເປົານັ້ນເຮັດໃຫ້ລົດຈັກຂອງຜູ້ເສຍ ແລະ ຜູ້ກໍ່ເຫດລົ້ມລົງ, ເມື່ອເປັນແນວນັ້ນພົນລະເມືອງດີຢູ່ບໍລິເວນໃກ້ຄຽງຕັດສິນໃຈເຂົ້າຈັບກຸມ ແລະນຳຕົວສົ່ງເປົ້າໝາຍທັງ 2 ຄົນ ພ້ອມລົດຈັກນຳໃຊ້ກໍ່ເຫດ ລົດ HONDA wave 100 ເລກທະບຽນ ດຫ 2119 ກຳແພງນະຄອນ ໃຫ້ ປກສ ກຸ່ມ 4 ໂນນຫວາຍ ເມືອງໄຊເສດຖາ.

ຈາກການສອບສວນເບື້ອງຕົ້ນຮູ້ໄດ້ວ່າ: ຜູ້ກະທຳຜິດແມ່ນທ້າວ ອາດສະພັງ ອາຍຸ 21 ປີ, ກຳມະກອນ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກ ແລະ ທ້າວ ລັດຕະນີ ອາຍຸ 18 ປີ, ກຳມະກອນ ຢູ່ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ. ສ່ວນລາຍລະອຽດຄະດີຈະລາຍງານຕາມພາຍຫຼັງ.

ຕໍ່ກັບເຫດການດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍພົນລະເມືອງດີທີ່ມີຈິດໃຈກ້າຫານ ສະກັດກັ້ນເຫດການດັ່ງກ່າວໄດ້ທັນເວລາ ແລະ ຂໍຝາກຄຳແນະນຳປະຊາຊົນບັນດາເຜົ່າໃຫ້ມີສະຕິລະວັງຕົວ, ຊ່ວຍເປັນຫູເປັນຕາຕິດຕາມກຸ່ມຄົນທີ່ໜ້າສົງໃສເຄື່ອນໄຫວບໍ່ດີ,

ເມື່ອພົບເຫັນກຸ່ມຄົນທີ່ບໍ່ໄວ້ວາງໃຈສາມາດແຈ້ງເຈົ້າໜ້າທີ່ທີ່ຢູ່ໃກ້ທີ່ສຸດ ຫຼືແຈ້ງຂໍ້ມູນມາເບີວອດແອັບ ປກສ ນະຄອນຫຼວງວຽງຈັນ 020 28899774