Home Blog Page 244

ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກ ແຂວງຫົວພັນ ໄຂຂຶ້ນຢ່າງເປັນທາງການ

ຫົວພັນ: ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 2 ພະຈິກ 2020, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ ແລະ ເຂົ້າຮ່ວມເປັນກຽດຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ຄຳສອນ ຈັນທະວົງ ຮອງປະທານຄະນະກວດກາສູນກາງພັກ, ພ້ອມດ້ວຍຄະນະທີ່ກ່ຽວ ຂ້ອງຈາກສູນກາງ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 324 ສະຫາຍ, ຍິງ 39 ສະຫາຍ, ຜູ້ແທນສົມບູນ 287 ສະຫາຍ, ຍິງ 34 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 18.042 ສະຫາຍ.

ພາຍຫລັງ ສະຫາຍ ວັນໄຊ ແພງຊຸມມາ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ, ຈາກນັ້ນໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່, ຊຶ່ງໃນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8 ແລະ ທິດທາງແຜນພັດທະນາເສດຖະກິດສັງ ຄົມ 5 ປີ ຄັ້ງທີ IX ຂອງແຂວງ (ແຕ່ 2021-2025) ແລະ ແຜນຍຸດທະສາດການພັດທະນາເສດຖະກິດສັງຄົມຮອດປີ 2025,

ພ້ອມຮັບຟັງການປະກອບຄຳຄິດຄຳເຫັນ ຈາກຫລາຍພາກສ່ວນຕ່າງໆ ຂອງບັນດາກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບໃນການປູກຝັງ, ລ້ຽງສັດ, ການຕໍ່າຫູກທໍ່ໄໝ ແລະ ການຄ້າຂາຍບໍລິການອື່ນໆ ແລະ ຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຄັ້ງທີ 10 ຕາມລະບຽບການ, ໃຫ້ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນຳນັບມື້ໜຸ່ມແໜ້ນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ເພື່ອເປັນຫລັກແຫລ່ງນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ໃຫ້ປາກົດຜົນເປັນຈິ່ງ.
ໃນຕອນທ້າຍກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານແນວລາວສ້າງຊາດ ແລະ ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງສຳເລັດ.

ຂ່າວ: ຈັນສຸກ
ພາບ: ໄອແກ້ວ

ຄວາມພະຍາຍາມຂອງຄົນສິງກະໂປຜູ່ໜຶ່ງ ເພື່ອແບ່ງແຍກອາຊຽນ ຈະບໍ່ມີທາງສຳເລັດ

ພົນລະເມືອງຂອງອາຊຽນ,ໂດຍສະເພາະກໍແມ່ນປະຊາຊົນຂອງປະເທດສະມາ ຊິກໃໝ່ ຄື ສປປລາວ ແລະ ລາຊະອານາຈັກກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ ໜ້ານັບຖືໃນການປົກປ້ອງ ສະມາຄົມບັນດາປະຊາຊາດ ອາຊີອາຄະເນ (ອາຊຽນ) ໄດ້ຕັດ ສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ ດ້ວຍການສົ່ງທັດສະນະອັນຜິດພາດຂອງຕົນອອກສູ່ ໂລກ ໃນການສະເໜີໃຫ້ເອົາ ລາວ ແລະ ກຳປູເຈຍ ອອກຈາກ ອາຊຽນ.

ສະພາບແນວນີ້ ຈຶ່ງເກີດມີການຍົກເອົາຫລາຍບັນຫາຂຶ້ນມາຖາມກັນວ່າ ແມ່ນຫຍັງທີ່ພາໃຫ້ ອະດີດນັກການ ທູດ ທູດບິນລາຮາຣີ ກໍສິກັນ ທ່ານນີ້ ຫັນປ່ຽນແນວຄວາມຄິດຂອງຕົນ; ເປັນຫຍັງຜູ້ກ່ຽວ ຈຶ່ງຕັດສິນໃຈ ເດີນສວນທາງກັນ ກັບ ວິໄສທັດຂອງບິດາຜູ້ກໍ່ຕັ້ງອາຊຽນ ແລະ ປະຊາຊົນ ຂອງອາຊຽນ; ເປັນຫຍັງຜູ້ກ່ຽວຈຶ່ງຕັດສິນໃຈບໍ່ສືບຕໍ່ຊຸກຍູ້ ສົ່ງເສີມ ກົດບັດອາຊຽນ ທີ່ຕົນ ເອງກໍໄດ້ເປັນຜູ້ປະກອບສ່ວນສ້າງດ້ານເນື້ອໃນ; ເປັນຫຍັງຜູ້ກ່ຽວຈຶ່ງ ທຳລາຍມ້າງຫຼັກການ ທີ່ວາງໄວ້ຢູ່ໃນ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື ໃນ ພາກພື້ນອາຊີ ອາ ຄະເນ; ແລະ ເປັນຫຍັງຜູ້ກ່ຽວຈຶ່ງບໍ່ເລືອກຂຽນບົດ ກ່ຽວກັບວາລະອັນຮີບດ່ວນ ເພື່ອ ການຊ່ວຍຊຸກຍູ້ພາກພື້ນນີ້ ໂດຍສະເພາະໃນເວລາທີ່ ຜູ້ນຳ, ລັດຖະບານ ແລະ ປະຊາ ຊົນ ອາຊຽນພວມມີຄວາມພະຍາຍາມຮ່ວມກັນຜ່ານຜ່າຜົນກະທົບຂອງການແພ່ລະບາດຢ່າງຮ້າຍ ແຮງຂອງ ໂຄວິດ-19, ແລ້ວພາກັນກ້າວໄປສູ່ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ.

ໃນເວລານີ້, ພວກເຮົາ ບັນດານັກການທູດບຳນານຂອງ ສປປລາວ ໄດ້ຂຽນຈົດ ໝາຍເປີດຊອງ ສະບັບນີ້ຂຶ້ນ ເພື່ອແຈ້ງໃຫ້ຮູ້ວ່າພວກເຮົາຮູ້ສຶກເຈັບປວດ ແລະ ຖືກທຳຮ້າຍ ເຖິງສ່ວນເລິກຂອງຫົວໃຈ ຍ້ອນບົດຂຽນຂອງ ທູດບິນລາຮາຣີ ກໍສິກັນ ລົງວັນທີ 24 ຕຸລາ 2020.ເນຶ້ອໃນຂອງບົດຂຽນດັ່ງກ່າວໄດ້ສົ່ງເສີມຄວາມແຕກແຍກພາຍໃນອາຊຽນທີ່ສະແດງ ອອກໃນແນວຄວາມຄິດຂອງ ທ. ກໍສິກັນ ທີ່ສະເໜີວ່າ ອາຊຽນຄວນຂັບໄລ່ ລາວ ແລະ ກຳປູເຈຍ ອອກໄປຖ້າຫາກສອງປະເທດນີ້ສືບຕໍ່ເອົາທາງເລືອກທີ່ ຜິດພາດ ຫຼືວ່າ ຖືກບົງ ການໂດຍອຳນາດອິດທິພົນພາຍນອກໃດໜຶ່ງ. ໃນນີ້, ພວກເຮົາບໍ່ພຽງແຕ່ຢາກແຈ້ງ ໃຫ້ປະ ຊາຄົມສາກົນຊາບເທົ່ານັ້ນ ແຕ່ກໍຕ້ອງ ການເຕືອນຄວາມຊົງຈຳຂອງ ທູດບິນລາຮາຣີ ກໍສິກັນ ວ່າບົດຂຽນຂອງຜູ້ກ່ຽວ ແມ່ນລ້ວນແລ້ວແຕ່ມີລັກສະນະຂອງຄົນທີ່ມີ “ສາຍຕາສັ້ນ”, ເບິ່ງ ແບບຜິວເຜີນ, ບິດເບືອນ ແລະ ມີການຕີລາຄາແບບຜິດພາດ. ຍິ່ງໄປກວ່ານັ້ນ, ກໍເປັນ ໜ້າເສົ້າໃຈ ທີ່ທູດ ກໍສິກັນ ໄດ້ຖືເບົາ ສົງຄາມທຳລາຍອັນຂົ່ມຂື່ນແລະຍືດເຍື້ອ ທີ່ປະຊາຊົນ ສອງຊາດພວກເຮົາໄດ້ຕໍ່ສູ້ ທັງເສຍສະຫລະຊີວິດແລະເລືອດເນື້ອ ເພື່ອຍາດເອົາ ເອກະ ລາດ.

ສຳລັບກໍລະນີ ຂອງ ສປປລາວ ເອງ, ໃນສົງຄາມທຳລາຍອັນໂຫດຮ້າຍປ່າເຖື່ອນ ບໍ່ພຽງແຕ່ໄດ້ເຫັນການເສຍສະຫຼະຂອງປະຊາຊົນລາວ ດັ່ງທີ່ໄດ້ກ່າວໄວ້ເທົ່ານັ້ນ, ແຕ່ຫາກ ວ່າ 1/3 ຂອງດິນແດນປະເທດລາວຍັງມີລະເບີດທີ່ຍັງບໍ່ທັນແຕກກະແຈກກະຈາຍຢູ່ຊຶ່ງໃນ ແຕ່ລະປີບໍ່ພຽງແຕ່ໄດ້ປິດຊີວິດຂອງປະຊົນຈຳນວນຫລາຍເທົ່ານັ້ນແຕ່ມັນຍັງໄດ້ຈຳກັດສິດທິ ຂອງປະຊາຊົນລາວໃນການພັດທະນາໄດ້ຢ່າງເຕັມສ່ວນ.

ພາຍຫຼັງທີ່ຍາດເອົາເອກະລາດດ້ວຍຄວາມຍາກລຳບາກໄດ້ແລ້ວ, ສປປລາວ ແລະ ປະຊາຊົນ ຂອງຕົນ ແມ່ນຮູ້ດີເຖິງຄຸນຄ່າຂອງ ຄວາມເປັນ ເອກະລາດ, ສັນຕິ ພາບ ແລະ ການຮ່ວມມືເພື່ອການພັດທະນາ. ເຂົາເຈົ້າກໍບໍ່ຮູ້ໜ້ອຍໄປກວ່າປະຊາຊົນຊາດອື່ນໃດໃນ ໂລກວ່າປະເທດຕົນຄວນຈະດຳເນີນ ແນວທາງການຕ່າງປະເທດອັນໃດ ເພື່ອໃຫ້ສອດຄ່ອງ ກັບຜົນປະໂຫຍດແຫ່ງຊາດຂອງຕົນ. ປະເທດລາວ ມຸ່ງໝັ້ນເດີນຕາມແນວທາງການຕ່າງປະ ເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ຕົວຢ່າງໜື່ງທີ່ດີ ໃນການ ດຳເນີນນະໂຍບາຍດັ່ງກ່າວແມ່ນການທີ່ ສປປລາວ ບໍ່ໄດ້ຕັດສາຍພົວພັນການທູດ ກັບ ສະຫະລັດອາເມຣິກາ ເຖິງແມ່ນວ່າ ໄດ້ມີສົງຄາມທຳລາຍ ແລະ ມີການເສຍສະຫຼະຂອງປະ ຊາຊົນ ຢ່າງຫຼວງຫຼາຍມາກ່ອນ, ແຕ່ຫາກຍັງໄດ້ຍື່ນມືໃຫ້ການຮ່ວມມືທາງດ້ານມະນຸດສະທຳ ຮ່ວມກັບລັດຖະບານ ແລະ ປະຊາຊົນ ສະຫະລັດອາເມຣິກາ ເພື່ອຊອກຄົ້ນຫາທະຫານອະ ເມຣິກາທີ່ສູນຫາຍ ໃນປາງສົງຄາມ (MIA) ຢູ່ ລາວ.

ເຊັ່ນດຽວກັນ, ໃນເດືອນ ກໍລະກົດ 1992, ສປປລາວ ໄດ້ປະກາດທັດສະນະຂອງຕົນຢ່າງສະຫງ່າຜ່າເຜີຍ ໃນງານພິທີທີ່ຈັດ ຂຶ້ນໂດຍປະເທດຟີລິບປິນ ທີ່ເປັນປະທານອາຊຽນໃນປີນັ້ນ ໂດຍມີການເຂົ້າຮ່ວມຂອງ ບັນດາລັດ ຖະມົນຕີຕ່າງປະເທດອາຊຽນດ້ວຍກັນ ເພື່ອຮັບເອົາ ສປປລາວ ເປັນປະເທດສັງ ເກດການຂອງ ອາຊຽນ, ຊຶ່ງໜື່ງໃນເນື້ອໃນທີ່ໄດ້ຖະແຫລງອອກໄປນັ້ນ ກໍແມ່ນ ສປປລາວ ກຽມພ້ອມທີ່ຈະໃຫ້ສິ່ງຕ່າງໆໃນອະດີດຜ່ານມາ ເປັນເລື້ອງຂອງປະຫວັດສາດ ແລະກໍ ພ້ອມ ທີ່ຈະເບິ່ງໄປສູ່ອະນາຄົດ ແນໃສ່ໃຫ້ມີການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກັບ ທຸກໆປະເທດສະມາຊິກອາຊຽນ ໃນຕໍ່ໜ້າ.

ສປປລາວ ຍັງໄດ້ສະທ້ອນໃຫ້ເຫັນເຊັ່ນດຽວ ກັນ ຢູ່ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ ລາວ ຊຶ່ງຖືວ່າເປັນໜຶ່ງ ໃນບັນດາກົດໝາຍການ ລົງທຶນຂອງພາກພື້ນ ທີ່ເປີດກວ້າງໃນການຮັບເອົາການລົງທຶນ ຈາກທົ່ວທຸກມຸມໂລກ. ສິ່ງດັ່ງກ່າວແມ່ນ ສອດຄ່ອງຫຼາຍ ກັບນະໂຍບາຍເປີດກວ້າງສູ່ພາຍ ນອກຂອງ ອາຊຽນ ທີ່ໄດ້ວາງອອກເພື່ອດຶງດູູດເອົາການລົງທຶນໃຫ້ຫຼາຍຂຶ້ນ ຈາກບັນດາ ປະເທດຄູ່ເຈລະຈາ ແລະ ປະເທດອື່ນໆ, ເພື່ອໃຫ້ເຂົ້າ ເຖິງ ຕະຫຼາດພາຍນອກອັນມະ ຫາສານ, ການຮັບເອົາການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຄວາມຊຳນານ, ແນໃສ່ ຮັບປະກັນການເປັນ ແກນກາງ ຂອງ ອາຊຽນ ແລະ ເພື່ອຍົກສູງ ຖານະບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ຢູ່ໃນເວທີສາກົນ.

ນອກຈາກນັ້ນ, ພວກເຮົາກໍຢາກເຕືອນຄວາມຊົງຈຳຂອງ ທູດກໍສິກັນ ວ່ານັບແຕ່ໄດ້ ເຂົ້້າເປັນສະມາຊິກສົມບູນຂອງ ອາຊຽນ ໃນວັນທີ 23 ກໍລະກົດ 1997 ເປັນຕົ້ນມາ, ສປປລາວ ໄດ້ເປັນປະເທດສະມາຊິກໜື່ຶງທີ່ມີຄວາມພາກພູມໃຈຢ່າງຍິ່ງ ແລະ ຄວາມຮັບ ຜິດຊອບສູງ ຂອງອົງການ. ສປປລາວ ບໍ່ພຽງແຕ່ໄດ້ປະຕິບັດຢ່າງ ເຄັ່ງຄັດ ທຸກໆຫຼັກການ ທີ່ລະບຸໄວ້ຢູ່ໃນ ກົດບັດອາຊຽນ ແລະ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມ ມື ແລະ ອື່ນໆ, ແຕ່ກໍຍັງໄດ້ມີການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນ ໃຫ້ມີ ຄວາມກົມກຽວກັບການສ້າງປະຊາຄົມອາຊຽນ ແນໃສ່ໃຫ້ສາມາດຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ເສດຖະກິດ ລະຫວ່າງ ສປປລາວ ແລະ ປະເທດສະມາຊິກອື່ນໆ, ເປັນຕົ້ນແມ່ນ ປະເທດສະມາຊິກເກົ່າ. ທີ່ເປັນ ສະມາຊິກ ອາຊຽນ, ສປປລາວ ໄດ້ຮັບ ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຫລາຍດ້ານ ທັງໆທີ່ໄດ້ມີການເລີ້ມຈາກ ລະດັບທີ່ຕ່ຳສຸດ ຍ້ອນຜົນຮ້າຍຂອງສົງຄາມທຳລາຍນັ້ນ.

ໃນໄລຍະເວລາດຽວກັນ, ປະເທດ ລາວ ກໍໄດ້ໃຫ້ການ ປະກອບສ່ວນອັນສຳຄັນ ໃຫ້ແກ່ ອາຊຽນ ໃນຫລາຍດ້ານ:

ໜຶ່ງ, ສະ ຖຽນລະພາບທາງການເມືອງ ພາຍໃນຂອງ ສປປລາວ ກໍມີຄວາມໝາຍສຳຄັນຕໍ່ການປົກ ປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ໃນພາກພື້ນ.

ສອງ, ຈຸດທີ່ຕັ້ງທາງດ້ານພູມ ຍຸດທະສາດຂອງ ລາວ ທີ່ເປັນເໝືອນປະຕູ ເຂົ້າ-ອອກບານໜຶ່ງສູ່ ຈີນ ໄດ້ກາຍມາມີຄວາມ ໝາຍສຳຄັນ ແລະກໍແນ່ນອນວ່າຈະນຳເອົາຜົນປະໂຫຍດມາໃຫ້ອາຊຽນ ເສັ້ນທາງ ລົດໄຟ ທີ່ມີໄລຍະທາງທີ່ສັ້ນ ແລະ ມີຄວາມໝາຍທາງເສດຖະກິດ ທີ່ເຊື່ອມຕໍ່ລະຫວ່າງ ຄູນໝິງ ແລະ ສິງກະໂປ (SKRL) ໂດຍຜ່ານ ສປປລາວ ຊຶ່ງຈະສ້າງສຳເລັດໃນປີ 2021 ແມ່ນເປັນຕົວຢ່າງອັນດີ. ໂຄງການ ດັ່ງກ່າວນີ້ ກໍຈະຊ່ວຍໃນການປະຕິບັດແຜນແມ່ບົດ ຂອງການເຊື່ອມຈອດ ອາຊຽນ ພາຍໃນປີ 2025 ໃຫ້ປະກົດຜົນເປັນຈິງ. ໃນເມື່ອສຳເລັດ ແລ້ວ, ໂຄງການດັ່ງກ່າວ ຈະເປັນເສັ້້ນທາງລົດໄຟທຳອິດ ທີ່ຕິດຕໍ່ລະຫວ່າງ ປະເທດອາ ຊຽນ, ຈີນ, ເກົາຫຼີໃຕ້, ອາຊີກາງ ແລະ ເອີຣົບ. ຖ້າຫາກບໍ່ມີການຕົກລົງ ຕັດສິນໃຈຍາດ ເອົາ ທຶນຮອນ ແລະ ການສະໜັບສະໜູນທາງດ້ານເຕັກນິກຈາກ ຈີນ, ໂຄງການ SKRL ທີ່ໄດ້ຖືກສະເໜີເປັນຄັ້ງທຳອິດ ໂດຍ ອາຊຽນ ໃນປີ 1995 ໃນໂອກາດກອງປະຊຸມສຸດ ຍອດ ຜູ້ນຳປະເທດອາຊຽນ ວ່າດ້ວຍການຮ່ວມມືພັດທະນາອ່າງແມ່ນ້ຳຂອງ (AMBDC) ໃນສອງທົດສະວັດ ກ່ອນໜ້ານີ້ກໍຄົງຈະບໍ່ກາຍເປັນຈິງຂຶ້ນມາໄດ້. ບວກເຂົ້າກັບການເຊື່ອມ ຕໍ່ກັນທາງອາກາດ, ເສັ້ນທາງດ່ວນ ໄປຫາ ຄູນໝິງ ຜ່ານ ສປປລາວ ກໍພວມໄດ້ຮັບການກໍ່ ສ້າງ.

ສາມ, ປະເທດລາວ ບໍ່ພຽງແຕ່ໄດ້ເຄີຍເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມອື່ນໆທີ່ຕິດພັນນັ້ນ, ແຕ່ກໍຍັງໄດ້ມີການປະກອບສ່ວນຢ່າງ ແຂງແຮງ ໃຫ້ແກ່ການປະຕິບັດ ກົດບັດອາຊຽນ ແລະ ບັນດາ ເອກະສານທີ່ສຳຄັນອື່ນໆ ຂອງອົງການ. ສປປລາວ ໄດ້ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາເຊັມ ໃນປີ 2012 ຢ່າງມີຜົນສຳເລັດ. ເຊັ່ນດຽວກັນ, ສປປລາວ ກໍໄດ້ເປັນຜູ້ປະສານງານ ໃຫ້ແກ່ ການພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດ ສ. ເກົາຫຼີ ແລະ ສປປ ເກົາຫຼີ ໃນໂອ ກາດການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ໃນປີ 2004. ນັ້ນແມ່ນບາງຕົວ ຢ່າງ ເພື່ອເຕືອນຄວາມຊົງຈຳຂອງ ທູດ ກໍສິກັນ.

ກ່ຽວກັບການທີ່ ສປປລາວ ເປັນລັດທີ່ມີ ເອກະລາດ ແລະ ອະທິປະໄຕ. ສປປລາວຮູ້ດີວ່າບໍ່ພຽງແຕ່ມີຄວາມຕ້ອງການຊຸກຍູ້ສົ່ງເສີມ ຜົນປະໂຫຍດແຫ່ງຊາດ ຂອງຕົນເທົ່ານັ້ນ, ແຕ່ກໍຍັງໄດ້ມີການຄຳນຶງເຖິງ ຜົນປະໂຫຍດ ຂອງພາກພື້ນ ເຊັ່ນດຽວກັນ. ສປປລາວ ເປັນປະເທດສະມາຊິກ ທີ່ມີຄວາມຮັບຜິດຊອບ ສູງຂອງ ສະຫະປະຊາຊາດ, ອາຊຽນ, ອົງການ ການຄ້າໂລກ ແລະ ອົງການສາກົນອື່ນໆ. ເຫລົ່ານີ້ກໍ ລ້ວນແລ້ວແຕ່ເປັນອົງກອນທີ່ມີຫລັກການພື້ນ ຖານ. ສປປລາວ ແລະ ປະເທດ ສະມາຊິກອາຊຽນອື່ນໆ ໄດ້ໃຫ້ການປະກອບສ່ວນຂອງຕົນເພື່ອ ຊຸກຍູ້ສົ່ງເສີມ ແລະ ປົກ ປັກຮັກສາ ສັນຕິພາບ ແລະ ການພັດທະນາ ຢູ່ໃນຂົງເຂດ ແລະ ນອກພາກພື້ນ.

ປະເທດ ລາວ ມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງ ຊຶ່ງຖ້າຫາກມີການປະສົມປະສານເຂົ້າກັບຜົນສຳເລັດ ແລະ ທ່າແຮງອັນມະຫາສານຂອງປະເທດສະມາຊິກອື່ນໆແລ້ວ ກໍຈະເປັນການສ້າງກາລະ ໂອກາດ ແລະ ນຳເອົາຜົນປະໂຫຍດໄດ້ຫຼາຍຂຶ້ນ ໃຫ້ແກ່ ອາຊຽນ. ໃນນາມທີ່ເປັນ ອະດີດ ນັກການທູດ, ທູດກໍສິກັນ ຄວນມີຄວາມເຂົ້າໃຈຕໍ່ສິ່ງນີ້ ແລະ ໃຫ້ການ ຊຸກຍູ້ສ້າງຄວາມ ເປັນເອກະ ພາບຂອງ ອາຊຽນ, ແທນທີ່ຈະຜິປອງສ້າງຄວາມແບ່ງແຍກ ອັນຈະສົ່ງຜົນກະ ທົບຮ້າຍແຮງ ໃຫ້ແກ່ຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ ແລະ ອາຊຽນທັງມວນ.

ພວກເຮົາຫວັງວ່າ ການດຳເນີນບາດກ້າວທີ່ຜິດພາດໃນທາງການທູດດັ່ງກ່າວ ທີ່ບໍ່ເປັນປະ ໂຫຍດອັນໃດເລີຍໃຫ້ແກ່ການທູດໂດຍລວມ ນັບທັງການຂຽນບົດຄວາມ ໃສ່ຮ້າຍປ້າຍ ສີນັ້ນຄົງຈະເປັນສິ່ງສຸດທ້າຍ. ພວກເຮົາເຊື່ອໝັ້ນຢ່າງແຂງແຮງວ່າ ຄວາມພະຍາຍາມ ຂອງ ທູດ ກໍສິກັນ ຈະບໍ່ມີທາງສຳເລັດໄດ້ ຍ້ອນວ່າມັນນຳໄປສູ່ການສ້າງ ຄວາມບາດໝາງ ແລະ ຄວາມແຕກແຍກ ຢູ່ພາຍໃນ ອາຊຽນ, ຊ່ຶງແນ່ນອນມັນກໍເປັນການທຳລາຍກຽດແລະຊື່ສຽງ ຂອງທ່ານທູດເອງ.

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2020

ອະດີດທູດລາວ

A single Singaporean’s attempt to divide ASEAN won’t succeed

ASEAN citizen, especially those from new member states, the Lao People’s Democratic Republic (Lao PDR or Laos) and the Kingdom of Cambodia, are shocked learning that a respected defender of the Association of Southeast Asian Nations (ASEAN) has decided not to defend it anymore by sending a misleading message to the world suggesting that Laos and Cambodia be expelled from ASEAN. Many questions have been raised to find out what made a former diplomat, Ambassador Bilahari Kausikan changed his mind; why has he decided to go against the founding father of ASEAN’s vision and ASEAN citizen; why has he decided not to further promote ASEAN Charter, which he himself has contributed to its contents; why has he torn down the principles enshrined in the Treaty of Amity and Cooperation in Southeast Asia and why has he not picked up an urgent agenda to write to help the region especially when ASEAN leaders, governments and peoples are making their concerted efforts to overcome the Covid-19 pandemic devastating impacts and move forward to cement ASEAN Community.

Today, we, as the retired diplomats of the Lao PDR, are writing this open letter to state that we are hurt and offended deep down to the bottom of our hearts by Ambassador Bilahari Kausikan’s article published on the Mothership on 24 October 2020. The article, inter-, promote the division of ASEAN as demonstrated by Kausikan’s idea suggesting that ASEAN might have to cut Laos and Cambodia if they continue to make wrong choices or be led by an external power.

In this context, we want to not only to inform the international community, but also to remind Ambassador Bilahari, that his message is completely short sighted, superficial, distorting and wrongly judged. Moreover and sadly, Ambassador Kausikan disregards the protracted bitter war the two peoples fought to gain their independence in which countless lives and blood of our peoples were sacrificed. In the case of Laos, the bitter war has not only brought about the mentioned sacrifices, but one third of total land area of this country is still badly contaminated by unexploded ordnances(UXO)which not only kill many people every year, but also deprive Lao people’s rights from development.

After gaining the hard won independence, the Lao PDR and its people know full well how precious independence, peace and development cooperation are. They also know not much less than any other people around the worldhow to conduct their foreign policy accordingly to their national interest. Laos consistently follows its foreign policy of peace, independence, friendship and cooperation. One good example is that the Lao PDR has not only broken its diplomatic relations with the USA despite the bitter war and untold sacrifices of its people, but it also extends its hands of humanitarian cooperation with the US government and people to find the American Missing in Action (MIA) in Laos.

Similarly, in July 1992Laossolemnly pronounced its position before the Ceremony organized by the then ASEAN Chairman, the Philippines attended by all ASEAN Foreign ministers, to grant Laos the observer status to ASEAN that, among other things, it was ready to let by gone be by gone about the past history and look forward for mutually beneficial cooperation with all ASEAN member states in the years to come.

Laos’ foreign policy is also reflected well in its law of foreign direct investment which is considered as one of the most liberal in the region welcoming investors from every corner of the world. It is indeed well corresponding to the outward-looking policy of ASEAN designed to attract more investment from all its dialogue partners and others, to get access to their huge overseas markets, to receive transfer of technology and know-how, to ensure ASEAN centrality and to further elevate ASEAN voice and stand in international arena.

Further more, we want to remind Ambassador Kausikan that since joining ASEAN on 23 July 1997 Laos has been and is a very proud and responsible member state. It not only strictly adheres to all principles enshrined in the ASEAN Charter, the Treaty of Amity and Cooperation in Southeast Asia and others, but it also aligns its Five Year National Socio-Economic Development Plan to ASEAN Community building in order to narrow the economic development gap between Laos and others, especially the older ASEAN member states.

In the past two decades or so of its membership of ASEAN, Laos has made great achievements in its socio-economic development despite a very low level of development when they started due to the bitter destructive war. During the same period, Laos has made a good contribution to ASEAN in many ways.

First, Laos’ domestic political stability is important in contributing to the maintenance of regional peace and stability.

Second, Laos’ geostrategic location, serving as a gate way to and from China, has become all the more important and certainly will bring more benefits to ASEAN. The shortest and most economical route of the Singapore-Kunming Rail Link (SKRL) through Laos which will be completed by the end of 2021 is a good example. This project will also help realize the Master Plan on ASEAN Connectivity 2025. Once completed, this project will be the first ever rail link between ASEAN, China , R. Korea, Central Asia and the Europe. Without Laos’ decision to seek funding and technical support from China, the SKRL which was first proposed by ASEAN in 1995 during the ASEAN Mekong Basin Development Cooperation (AMBDC) Summit more than two decades ago would have not been realized. In addition to existing air links, highway link through Laos to Kunming is now under construction.

Third, Laos is not only a good host for ASEAN and other related meetings, but it also has contributed substantively to the ASEAN Charter and all other documents. It chaired the successful ASEM Summit in 2012. Laos also made arrangement for the bilateral talks between the minister of Foreign Affairs of the Republic of Korea and the one of the DPR Korea when Laos was the Chairman of ASEAN in 2004. These are just a few examples to remind Ambassador Kausikan.

Our last message is that Laos is an independent and sovereign state. It knows too well that it needs to promote not only its national interests but the regional interests as well. Laos is a good and responsible member of the UN, ASEAN, WTO and many other international bodies.

These are all rule-based organizations in which Laos fully subscribes to. Laos and other ASEAN member states have made their respective contribution to the promotion and maintenance of peace and development of the region and beyond. Laos has enormous potential when combined with the other ASEAN member states’ great achievements and tremendous strength will create more opportunities and greater benefits to ASEAN.

As a former diplomat, Ambassador Kausikan should understand this and promote ASEAN unity rather than divide ASEAN which is extremely detrimental to the interest of each ASEAN member and ASEAN as a whole. We hope this kind of diplomatic “faux-pas”, which is far from being useful in diplomacy and insulting article will be the last. We strongly believe that Ambassador Kausikan’s attempt will not succeed as it sows discord and division in ASEAN which will eventually tarnish his own credibility and reputation.

Vientiane, 30 October 2020

Retired Lao Diplomat

ພິທີມອບພະນັກງານຫຼັກແຫຼ່ງ ລົງກໍ່ສ້າງຮາກຖານການເມືອງຢູ່ເຂດບ້ານໂພນຄໍາ ຂອງເມືອງວິລະບູລີ

ພິທີມອບພະນັກງານຫຼັກແຫຼ່ງ ລົງກໍ່ສ້າງຮາກຖານການເມືອງຢູ່ເຂດບ້ານໂພນຄໍາ ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ.

ໃນຕອນຕອນເຊົ້າຂອງວັນທີ 30 ຕຸລາ 2020 ຜ່ານມານີ້ ທາງອໍານາດການປົກຄອງເມືອງວິລະບູລີ ໄດ້ລົງມອບພະນັກງານຫຼັກແຫຼ່ງກໍ່ສ້າງຮາກຖານການເມືອງ ໃຫ້ແກ່ອໍານາດການປົກຄອງແລະປະຊາຊົນບ້ານໂພນຄໍາ ເມືອງວິລະບູລີ,

ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ວັດບ້ານໂພນຄໍາ ໂດຍການເປັນປະທານຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ມີທ່ານ ທອງໄຫຼ ວິໄລພອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນທານຊີ້ນໍາລວມຄະນະກໍ່ສ້າງຮາກຖານການເມືອງດັ່ງກ່າວ, ມີຫົວໜ້າ,ຮອງຫົວໜ້າພ້ອມດ້ວຍຄະນະ,ແຂກທີ່ຖືກເຊີນ, ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານໂພນຄໍາ ເຂົ້າຮ່ວມ.

ສໍາລັບພະນັກງານຫຼັກແຫຼ່ງຂອງເມືອງວິລະບູລີ ທີ່ລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງວິລະບູລີ ສະບັບເລກທີ 454/ຈມ.ວລ, ລົງວັນທີ 12 ຕຸລາ 2020 ເຊິ່ງມີທັງໝົດຈໍານວນ 13 ທ່ານ ທີ່ມາຈາກຂະແໜງການ-ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ.

ຂ່າວໂດຍ:ວິໄລວັນ ທັນຍະມຸກ
ຜູ້ສື່ຂ່າວເມືອງວິລະບູລີ

ດ່ວນໄຟໄໝ້ລົດ 12 ລໍ້ ທີ່ເມືອງຊຽງເງິນ

ຂ່າວດ່ວນ! ລາຍງານຈາກຈາກປະຊາຊົນໃຫ້ຮູ້ ໃນຕອນ ບ່າຍ ປະທານ 14:15 ວັນທີ່ 1/11/2020 ເກີດເຫດໄຟໄໝ້ລົດຮຸນແຮງ.

ເຫດດັ່ງກ່າວແມ່ນ ໄຟໃໝ້ລົດບັນທຸກ 22 ລໍ້ຢູ່ ເຂດເມືອງຊຽງເງິນ ແຂວງຫຼວງພະບາງ. ຈຸດເກີດເຫດແມ່ນອອກຊຽງເງິນປະມານ 5 ກິໂລແມັດ.

ຈາກທີ່ເກີດເຫດ, ເຈົ້າໜ້າທີ່ດັບເພີງ ແລະ ປະຊາຊົນແມ່ນເລັ່ງມອດໄຟ.

ສາເຫດແລະຄວາມເສຍຫາຍ ຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ

ຄລິບ

M Money ຮ່ວມມືກັບ ພີທີທີ ລາວ ແລະ ລາວເບີເຣຊ ເພື່ອການບໍລິການ ທີ່ສະດວກຍິ່ງຂຶ້ນ

ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money ລະຫວ່າງ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ ລາວ ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ

ໃນຕອນເຊົ້າ ຂອງ ວັນທີ 28 ຕຸລາ 2020 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ (ລາວ) ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານ ບໍລິການ ເອັມມັນນີ ກະເປົາເງິນເທິງມືຖື, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ, ແລະ ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ

ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະຜ່ານ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 03 ບໍລິສັດດ້ວຍກັນ ແລະເປັນກຽດ ລົງນາມໂດຍ:
1) ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ
2) ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ
3) ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ

ນອກຈາກນີ້ເຂົ້າຮ່ວມໃນພິທີ ຍັງມີຄະນະຜູ້ບໍລິຫານບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ, ຄະນະຜູ້ບໍລິຫານ ບໍລິສັດ ພີທີທີ ລາວ ຈຳກັດ ແລະ ຄະນະຜູ້ບໍລິຫານ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ພ້ອມດ້ວຍສື່ມວນຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ເພື່ອເກັບກຳຂ່າວໃນຄັ້ງນີ້ດ້ວຍ

ຈຸດປະສົງຂອງການຈັດພິທີເຊັນສັນຍາໃນຄັ້ງນີ້ ເພື່ອເປັນການເປີດຕົວຄູ່ຮ່ວມທຸລະກິດ ທັງ 02 ບໍລິສັດຄື ບໍລິສັດ ພິທີທີ ລາວ ຈໍາກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ຢ່າງເປັນທາງການ ໂດຍເຊື່ອມຕໍ່ລະບົບການຊຳລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ເພື່ອແນໃສ່ຕອບສະຫນອງຄວາມຕ້ອງການຂອງລູກຄ້າ, ອຳນວຍຄວາມສະດວກໃຫ້ລູກຄ້າ ແລະຄູ່ຮ່ວມທຸລະກິດ ໃນການຊຳລະເງິນຮູບແບບໃຫມ່ ຜ່ານກະເປົາເງິນດິຈິຕ້ອນເທິງມືຖື M Money ທີ່ມີຄວາມ ທັນສະໄຫມ, ສະດວກ, ງ່າຍ, ວ່ອງໄວ ແລະປອດໄພ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕ້ອນ

ບໍລິການຂອງ ບໍລິສັດ ພີທີທີ ລາວ ຈຳກັດ ທີ່ຮັບຊຳລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ລວມມີ ການຕື່ມນໍ້າມັນ ທີ່ປ້ຳນຳ້ມັນ ພີທີທີ ທຸກປ້ຳ ທົ່ວປະເທດ, ການປ່ຽນນ້ຳມັນເຄື່ອງ PTT Lubrican, ສູນບໍລິການລົດຍົນ Fit Auto, ສູນບໍລິການລົດຍົນ Pro Check, ຮ້ານ ຄ່າເຟ ອາເມຊອນ, ຮ້ານເຂົ້າປຽກປູປາກເຊ, ຮ້ານຊານົມໄຂ່ມຸກ ເພີລີ້ທີ.

ບໍລິການຂອງ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ທີ່ຮັບຊຳລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ລວມມີ ຮ້ານອາຫານ MK (ສາຂາ 1, 2), ຮ້ານ Daiso ( ສາຂາ 1, 2 ), ຮ້ານ Miyazaki, ຮ້ານ Delilao Coffee ແລະ ຮ້ານ Hard Rock Cafe.

ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວນຶ່ງທີ່ສຳຄັນ ແລະເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃຫມ່ ຜ່າານກະເປົາເງິນດິຈິຕ້ອນເທິງມືຖື ເອັມມັນນີ ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນຫນື່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະຜັນຂະຫຍາຍເສດຖະກິດດິຈິຕ້ອນ, ຫລຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕ້ອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕ້ອນ ໃນ ສປປ ລາວ

ຕິດຕາມການເຄື່ອນໄຫວຂອງ M Money ໄດ້ທີ່ຊ່ອງທາງ facebook Fanpage ຂອງພວກເຮົາໄດ້ເລີຍ 👇
Facebook https://bit.ly/3g661HE

ເອັມມັນນີກະເປົາເງິນເທິງມືຖື #MobileMoney #MoreSmartLife #ໃຫ້ຊີວິດງ່າຍຂຶ້ນຕາມຍຸກດິຈິຕ້ອນ

ຖະແຫຼງຂ່າວແຕ່ງຕັ້ງຄະນະກຳມະການ ເລືອກຕັ້ງລະດັບຊາດ ເພື່ອກຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX

ນະຄອນຫຼວງວຽງຈັນ: ໃນວັນທີ 30 ຕຸລາ 2020 ຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການເລຂານຸການ ໄດ້ຈັດຕັ້ງຖະແຫລງຂ່າວ ຄັ້ງທີ 1 ກ່ຽວ ກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ບັນດາອະນຸກຳມະການຂອງຄະນະກຳມະ ການເລືອກຕັ້ງລະດັບຊາດ ເພື່ອດຳ ເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ II ໃຫ້ກຽດລາຍງານໂດຍ ທ່ານ ສົມພູ ດວງສະ ຫວັນ ຄະນະປະຈຳສະພາແຫ່ງຊາດ, ກຳມະການອະນຸກຳມະການເລຂາ ນຸການ, ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ.

ທ່ານ ສົມພູ ດວງສະຫວັນ ລາຍງານໃຫ້ຮູ້ວ່າ: ຄະນະປະຈໍາສະພາແຫ່ງ ຊາດ ໄດ້ມີມະຕິວ່າດ້ວຍການແຕ່ງ ຕັ້ງຄະນະກໍາມະການເລືອກຕັ້ງລະ ດັບຊາດ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໂດຍແຕ່ງຕັ້ງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ເປັນປະທານຄະນະກໍາມະການເລືອກຕັ້ງລະດັບຊາດ, ທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະ ບານ ເປັນຮອງປະທານຄະນະກໍາ ມະການເລືອກຕັ້ງລະດັບຊາດ, ພ້ອມນັ້ນ, ຍັງໄດ້ແຕ່າຕັ້ງ ອະນຸກຳມະການຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ ເພື່ອຊ່ວຍຄະນະກໍາມະການເລືອກຕັ້ງລະດັບຊາດ ກະກຽມ ແລະດໍາເນີນວຽກ ງານເລືອກຕັ້ງໃຫ້ໄປ ຕາມຂັ້ນຕອນ, ຕາມກໍານົດເວລາ ແລະ ຄາດຫມາຍທີ່ວາງໄວ້ ເຊິ່ງປະກອບມີ 5 ອະນຸກໍາມະການ ຄື:

ອະນຸກໍາມະການເລຂານຸການມີ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຜູ້ປະຈໍາການຄະນະປະຈໍາການ ຄະນະກໍາ ມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ກໍາ ມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ;

ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ, ມີ ທ່ານ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ, ທ່ານ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ກໍາ ມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ເພື່ອຮັບຜິດຊອບປະ ສານສົມທົບກັບອົງການ ຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະທ້ອງຖິ່ນ ຄົ້ນຄວ້າບຸກຄະລາກອນ ແລະ ຄາດຄະເນອັດຕາສ່ວນຜູ້ຮັບສະໝັກເລືອກຕັ້ງ, ກະກຽມເອກະສານຕ່າງໆກ່ຽວກັບວຽກງານບຸກຄະລາກອນ ແລະ ເກັບກໍາສະຖິຕິຈໍານວນພົນລະເມືອງ ແລະ ຜູ້ມີສິດເລືອກຕັ້ງໃນຂອບເຂດທົ່ວປະເທດ;

ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການມີທ່ານບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ, ປະທານອົງການກວດກາລັດຖະບານ, ຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ແລະ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງ ຊາດ ເປັນຮອງຫົວໜ້າອະນຸກໍາມະການເພື່ອຈັດຕັ້ງຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ບັນດາເອກະສານ ຮັບໃຊ້ໃຫ້ແກ່ການກະກຽມ ແລະ ດໍາເນີນການເລືອກຕັ້ງ; ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະ ພາບ; ຄວາມຕື່ນຕົວສະໝັກໃຈຂອງປະຊາຊົນບັນດາເຜົ່າ ໃນການໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການເລືອກຕັ້ງ ແລະ ນໍາພາສື່ມວນຊົນປະເພດຕ່າງໆຢູ່ຂັ້ນສູນກາງ ແລະທ້ອງ ຖິ່ນ ໂຄສະນາການເລືອກຕັ້ງ ສະມາ ຊິກສະພາ ແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ II;

ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີທ່ານ ພົອ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ, ກໍາມະການຄະນະກໍາມະການ ເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ພົທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີ ກະ ຊວງປ້ອງກັນຄວາມສະຫງົບ, ກໍາ ມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການເພື່ອຄົ້ນຄວ້າ, ວາງແຜນ ການປ້ອງກັນການເລືອກຕັ້ງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ; ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆທີ່ເປັນປັດໄຈກໍ່ຄວາມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ຫວັງກີດຂວາງ, ທໍາລາຍການເລືອກຕັ້ງຢ່າງທັນການ ແລະ ເດັດຂາດ.

ສ່ວນອະນຸກໍາມະການງົບປະມານມີ ທ່ານ ສົມດີ ດວງດີ ຮອງນາຍົກລັດ ຖະມົນຕີ, ລັດຖະ ມົນຕີກະຊວງການເງິນ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ເພື່ອຄົ້ນຄວ້າຈັດສັນງົບປະມານກ່ຽວກັບການເຄື່ອນໄຫວ ໃຫ້ບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ດໍາເນີນງານໃຫ້ສອດຄ່ອງຕາມລະບຽບການເງິນ ບົນຫລັກການປະຢັດມັດທະຍັດ ແລະ ສົມເຫດສົມຜົນ.

ສໍາລັບການປະກາດວັນເລືອກຕັ້ງ, ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈໍານວນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ II ແມ່ນຈະມີການຖະແຫລງຂ່າວຕື່ມອີກ ພາຍຫລັງທີ່ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ກໍານົດບັນຫາດັ່ງກ່າວອອກມາຢ່າງເປັນທາງການ.

ຂ່າວ-ພາບ: ທະນູທອງ

ເປີດໂຕຢ່າງເປັນທາງການແລ້ວ ກັບ OPPO A93 ພ້ອມຂອງແຖມສັ່ງຈອງມູນຄ່າສູງເຖິງ 5 ແສນກີບ!

ເປີດໂຕຢ່າງເປັນທາງການແລ້ວ ສຳລັບ OPPO A93 ສະມາດໂຟນທີ່ອອກແບບໄດ້ໂດດເດັ່ນ ບາງເບົາ ຄວາມຈຳຫຼາຍ ແລະ ມ່ວນໄປກັບການຖ່າຍພາບດ້ວຍ 6 ກ້ອງ AI ທີ່ໂຮງແຮມແລນມາກ ຣີເວີຊາຍ ນະຄອນຫຼວງວຽງຈັນ ໃນຄືນວັນທີ່ 29 ຕຸລາ 2020.

ພິທີການເປີດຕົວແມ່ນ ປະຕິບັດຕາມມາດຕະການ ໂຮວິດ-19 ທີ່ທາງການແນະນໍາ, ເພີ່ນຍັງໄດ້ມີການ ຖ່າຍທອດສົດຜ່ານເພຈ ທາງການຂອງ OPPO Laos ພ້ອມແຈກຂອງລາງວັນໃຫ້ຜູ້ເຂົ້າເບີ່ງຖ່າຍທອດສົດຂອງ . ທ່ານສາມາດກົດຊົມຢ້ອນຫຼັງໄດ້ ກົດນີ້ເລີຍ

ໃນງານແມ່ນເພີ່ນໄດ້ມີ ການສະແດງຈາກ ສິນລະປິນ ເມົາມັນ ທີ່ມາຮ້ອງເພງເປີດໂຕ OPPO A93 ໃນຄັ້ງນີ້, ພ້ອມທັງຍັງມີການສະແດງ ພິເສດຈາກນ້ອງ ​Hannah ທີ່ມີທັງຮ້ອງ ແລະ ເຕ້ນຢ່າງເຕັມຮູບແບບ.

ຫລັງຈາກນັ້ນ ທ່ານອານຸສອນ ວົງຈັນ ໄດ້ຂື້ນກ່າວໃຫ້ຂໍ້ມູນລາຍ ລະອຽດກ່ຽວກັບ OPPO A93 ທີ່ມີໃຫ້ເລືອກເທີງ 2 ສີດ້ວຍກັນ, OPPO A93 ແມ່ນມາພ້ອມ ການຖ່າຍພາບດ້ວຍ 6 ກ້ອງ AI ແລະ ມີຮູບຊົງທັນສະໄຫມ ບາງເບົາຫນ້າສຳພັດ.

ໃນພິທີ່ຍັງໄດ້ເປີດໂຕ ​OPPO A93 ພີເຊັນເຕີ້ນັ້ນກໍ່ຄືນ້ອງແຮນນາ ແລະ ເພີ່ນຍັງໄດ້ເປີດໂຕພີເຊັນເຕີ້ຄົນໃຫມ່ອີກຫນຶ່ງທ່ານນັ້ນກໍຄື ສາວ ບາບີ້ ປິຍາມາດ ທີ່ມາ ລີວິວ ແລະ ແຊຣປະສົບການ ການໃຊ້ການ OPPO A93 ໃຫ້ທ່ານແຂກຜູ້ທີ່ມາຮ່ວມງານຟັງເຊັ່ນດຽວກັນ.

ໃນການເປີດ ໂຕລາຄາ ຂາຍຂອງ OPPO A93 ໃນປະເທດລາວແມ່ນທ່ານ James Tang ປະທ່ານບໍລິດສັດ ອ໋ອບໂປ້ ລາວ ໄດ້ເປັນຄົນຂື້ນມາເປິດພິທີ່ ເພື່ອແຈ້ງລາຄາຂາຍໃນປະເທດລາວ ຢູ່ທີ່ 2.899.000 ກີບເທົ່ານັ້ນ ແລະ ມັດຈຳພຽງແຕ່ 100,000ກີບເທົ່ານັ້ນ ທຸກສາຂາໃນປະເທດລາວ.

#OPPO A93 ເຕັມທີ່ໃນຄວາມເປັນທ່ານ

 ສາມາດສັ່ງຈອງໄດ້ແລ້ວມື້ນີ້ຕັ້ງແຕ່ 30.10.2020 – 05.11.2020. ມັດຈໍາການຈອງ 100.000 ກີບເທົ່ານັ້ນ.

ທີ່ຮ້ານຄ້າຊັ້ນນຳຂອງອ໋ອບໂປ້ https://bit.ly/2FDXhGK
ຫຼື ຂໍ້ມູນເພີ່ມເຕີມທີ່ Page: OPPOLAOS 
🎉 ສັ່ງຈອງມື້ນີ້ ຮັບຂອງແຖມໄປເລີຍ ມູນຄ່າສູງເຖິງ 500.000 ກີບ
#OPPOA93#ເຕັມທີ່ໃນຄວາມເປັນທ່ານ
#PreOrder#OPPOLAOS

ຜົນກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11

ກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11 (ແບບທາງໄກ), ຈັດຂຶ້ນໃນວັນທີ 28 ຕຸລາ 2020 ໂດຍການເປັນເຈົ້າພາບຂອງ ກະຊວງແຮງງານປະເທດອິນໂດ ເນເຊຍ. ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນໍາໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີຊວງ ແຮງງານ ແລະ ສະຫວັດດີການສັງຄົມ.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານນາງ ອີດາ ໂຟຊີຢາ (Ida Fauziyah) ລັດຖະມົນຕີກະຊວງແຮງງານ ປະເທດອິນໂດເນເຊຍ, ປະທານລັດຖະ ມົນຕີແຮງງານອາຊຽນ ແລະ ທ່ານ ຕວນ ຮາຈິ ອາວັງ ບິນ ຮາຊີມ (Tuan Haji Awang Bin Hashim) ຮອງລັດຖະ ມົນຕີ ກະຊວງຊັບພະຍາກອນມະນຸດ ປະເທດ ຟີລິບປິນ, ຮອງປະທານລັດຖະມົນຕີແຮງງານອາຊຽນ, ມີບັນດາທ່ານລັດຖະ ມົນຕີແຮງງານອາຊຽນ ແລະ ອາຊຽນ ບວກສາມ, ເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ອາຊຽນບວກສາມ, ເລຂາທິການໃຫຍ່ອາຊຽນ, ກອງເລຂາອາຊຽນອາຊຽນ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນປຶກສາຫາລືຮ່ວມກັນກ່ຽວກັບການຮ່ວມມືດ້ານແຮງງານອາຊຽນ ແລະ ພິຈາລະນາບັນຫາສໍາຄັນຕ່າງໆ ແນໃສ່ເພື່ອເປັນການສົ່ງເສີມໃຫ້ຜູ້ອອກແຮງ ງານໃນອາຊຽນ ເພື່ອສ້າງຂີດຄວາມສາມາດ ໃນການແຂ່ງ ຂັນ ແລະ ການປັບຕົວຂອງການປ່ຽນແປງວຽກທີ່ເກີດຂຶ້ນໃໝ່ໃນອະນາຄົດ ໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະ ມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11 ແລະ ໄດ້ພິຈາ ລະນາຮັບຮອງເອກະສານສໍາຄັນຕ່າງໆ ດັ່ງນີ້:

1) ແຜນງານອາຊຽນວ່າດ້ວຍ ການລຶບລ້າງການນໍາໃຊ້ແຮງງານເດັກໃນທຸກຮູບແບບທີ່ຮຸນແຮງຮອດປີ 2025 (ASEAN Roadmap for the Elimination
of the Worst Forms of Child Labour by 2025).

2) ຄູ່ມືອາຊຽນ ກ່ຽວກັັບການເຊື່ອມສານບົດບາດ ຍິງ-ຊາຍ ເຂົ້າໃນນະໂຍບາຍແຮງງານ ແລະ ການຈ້າງງານ ເພື່ອກ້າວໄປສູ່ວຽກງານທີ່ມີຄຸນຄ່າ ແລະ ເປັນທຳສຳລັບທຸກຄົນ (ASEAN Guideline on Gender Mainstreaming into Labour and Employment Policies Towards Decent Work for all).

3) ຄູ່ມືກ່ຽວກັບການຄຸ້ມຄອງຄວາມສ່ຽງ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນບັນດາປະເທດສະມາຊິກອາຊຽນ (Guidelines on Occupational Safety and Health (OSH) Risk Management for Small and Medium Enterprises in ASEAN Member States)

4) ຄູ່ມືອາຊຽນກ່ຽວກັບການກັບຄືນປະເທດ ແລະ ການປັບຕົວເຂົ້າກັບສະພາບປະຈຸບັນ ຂອງແຮງງານເຄື່ອນຍ້າຍທີ່ມີປະສິດທິຜົນ (ASEAN Guideline on Effective Return and Reintegration of Migrant Worker).

5) ແຜນງານລັດຖະມົນຕີແຮງງານອາຊຽນໄລຍະແຕ່ປີ 2021-2025 (ASEAN Labour Ministers’ Work Programme 2021-2025).

6) ແຜນງານໜ່ວຍງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ 2021-2025 (SLOM-WG Work Plan 2021-2025).

7) ແຜນງານວຽກສຸຂະພາບ ແລະ ຄວາມປອດໄພແຮງງານ (ASEAN-OSHNET Work Plan 2021-2025).

8) ແຜນງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ບວກສາມ 2021-2025 (SLOM plus three Work Plan 2021-2025).

9) ປັບປຸງເອກະສານຄວາມເປັນເອກະສັນຂອງອາຊຽນ ໃນແຜນປະຕິບັດງານຂອງອາຊຽນ ກ່ຽວກັບການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່່ອນຍ້າຍອາຊຽນ 2018-2025 (Updated Action Plan of the ASEAN Consensus on the Protection and Promotion of the Rights of Migrant Workers 2018-2025).

10) ຮັບຮອງເອກະສານແນວຄວາມຄິດ (Concept Note) ຫົວຂໍ້ກອງປະຊຸມລັດຖະ ມົນຕີ ແຮງງານອາຊຽນ ຄັ້ງທີ 26 ໃນໄລຍະການເປັນປະທານຂອງເທດອິນໂດເນ ເຊຍແຕ່ປີ 2020-2022 ຄື: ການສົ່ງເສີມແຮງງານອາຊຽນ ໃນການແຂ່ງຂັນ ແລະ ການປັບຕົວຕໍ່ການປ່ຽນແປງ ຕໍ່ວຽກທີ່ຈະເກີດຂຶ້ນໃໝ່ໃນອະນາຄົດ (Promoting ASEAN Workers for Competitiveness, Resilience, and Agility on The Future of Work)

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສປປ ລາວ ໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນສໍາເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນຄັ້ງທີຜ່ານມາໂດຍສະເພາະຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ 2016-2020 ຊຶ່ງໄດ້ນໍາມາເຖິງຜົນສໍາເລັດຢ່າງໃຫຍ່ຫຼວງໃນພາກພື້ນອາຊຽນ ແນໃສ່ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານພາຍໃນ ແລະ ການເຄື່ອນຍ້າຍໄປເຮັດວຽກຕ່າງປະເທດ ລວມທັງກົນໄກການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ ເພື່ອສ້າງຄວາມພ້ອມໃນການຮັບມືກັບການປ່ຽນແປງຕໍ່ວຽກທີ່ຈະເກີດຂຶ້ນໃນອະນາຄົດ ໂດຍອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະປະເທດ ເຊິ່ງບັນດາຂະແໜງການກ່ຽວຂ້ອງຂອງອາຊຽນຈະຕ້ອງໄດ້ເພີ່ມທະວີການຮ່ວມມືກັນ ເພື່ອຈັດຕັ້ງປະຕິບັດວຽກແຮງ ງານໃຫ້ມີຜົນສໍາເລັດໂດຍບໍ່ປະປ່ອຍໃຜໄວ້ຂ້າງຫຼັງ.

ໂດຍ: ຈິດດາວັນ

ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງ ທີ່ຈະສ້າງປະໂຫຍດ ຢ່າງຫຼວງຫຼາຍໃຫ້ແກ່ຜູ້ທີ່ລິເລີ່ມເຮັດທຸລະກິດພາຍໃນແຂວງ

ສະຫວັນນະເຂດ: ພິທີເປີດສູນບໍລິການວິສາ ຫະກິດຂະນ້ອຍ ແລະກາງຂອງ ແຂວງສະຫວັນນະເຂດໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 26 ຕຸລາ 2020 ທີ່ສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນນະເຂດ.

ເຂົ້າຮ່ວມໃນພິທີມີ: ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ພູຂົງ ນາມມະຈັກ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ທ່ານ ເລື່ອງໄຊ ບຸນໂຊກວັນ ປະທານສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນນະເຂດ, ມີແຂກທີ່ຖືກເຊີນ ແລະພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ວິສາຫະກິດຂະໜາດນ້ອຍ ແລະກາງ(SME) ມີບົດສຳຄັນປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດ, ການສ້າງວຽກເຮັດງານທຳ ແລະສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າເວົ້້າລວມ, ເວົ້າສະເພາະກໍ່ຄືປະຊາຊົນຊາວແຂວງສະຫວັນນະເຂດ. ສະນັ້ນ, ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ການສົ່ງເສີມ SME ເປັນວາລະແຫ່ງຊາດ ໂດຍໄດ້ເພີ່ມທະວີການນຳພາ-ຊີ້ນຳຮອບດ້ານເພື່ອໃຫ້ບັນດານະໂຍບາຍ ແລະມາດຕະການສົ່ງເສີມ SME ໄດ້ຮັບການຈັດຕັ້ງປະຕິບັດທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ. ປະຈຸບັນສະເພາະຢູ່ ສປປ ລາວ ທຸລະກິດ SME ກວມເອົາ 99% ປະກອບສ່ວນ GDP ປະມານ 12% ແລະປະກອບສ່ວນທາງດ້ານວຽກເຮັດງານທຳປະມານ 83%.

ການເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງທີ່ແຂວງສະຫວັນນະເຂດຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ການສົ່ງເສີມ SME ຂອງແຂວງສະຫວັນນະເຂດ. ສູນດັ່ງກ່າວຈະຊ່ວຍກະຈາຍການບໍລິການໃຫ້ຄຳປຶກສາ ແລະສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດເປັນຕົ້ນແມ່ນ: ການເຂົ້າເຖິງແຫຼ່ງທຶນ, ການສ້າງແຜນທຸລະກິດ, ການບັນຊີ, ການເຂົ້າເຖິງຕະຫຼາດ, ການພັດທະນາສິນຄ້າໃຫ້ຫົວໜ່ວຍທຸລະກິດ SME ຢູ່ພາຍໃນແຂວງສະຫວັນນະເຂດ ແລະແຂວງໃກ້ຄຽງ.

ຈາກນັ້ນ, ທ່ານ ໂພສີສ້ອຍ ກຸທິລາດ ກໍ່ໄດ້ຂຶ້ນກ່າວເປີດສູນດັ່ງກ່າວຢ່າງເປັນທາງການ ເຊິ່ງທ່ານໃຫ້ຮູ້ວ່າ: ສູນດັ່ງກ່າວແມ່ນມີຄວາມຈຳເປັນໃນວຽກງານການພັດທະນາ, ການສົ່ງເສີມບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະກາງທີ່ໄດ້ຂຶ້ນທະບຽນ ວິສາຫະກິດແລ້ວມີ ທັງໝົດ 8 ພັນກວ່າຫົວໜ່ວຍ, ກວມເອົາ 96%. ໃນນັ້ນ, ຍັງເປັນຫົວໜ່ວຍຈຸລະວິສາຫະກິດມີເຖິງ 6 ພັນກວ່າ ຫົວໜ່ວຍ ກວມເອົາ 80 ກວ່າ% ເຖິງວ່າເກີດມີແລ້ວແຕ່ກໍ່ຍັງອ່ອນນ້ອຍ ແລະບໍ່ທັງເຂັ້ມແຂງ ສະນັ້ນ, ພວກເຂົາຈຶ່ງມີຄວາມຕ້ອງການຄວາມຊ່ວຍເຫຼືອຈາກພາກລັດເຊັ່ນ: ຊ່ວຍເຫຼືອທາງດ້ານນະໂຍບາຍສົ່ງເສີມ, ທາງເຕັກນິກ ແລະດ້ານອື່ນໆອີກດ້ວຍ.

ພ້ອມດຽວກັນນີ້, ໃນພິທີກໍ່ຍັງໄດ້ມອບ-ຮັບອຸປະກອນຮັບໃຊ້ຫ້ອງການ ເຊິ່ງປະກອບມີ: ຄອມພິວເຕີໜຶ່ງຊຸດ, ເຄື່ອງສາຍໂປຼເຈັກເຕີໜຶ່ງຊຸດ, ໃຫ້ກຽດຂຶ້ນມອບໂດຍທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ແລະຮັບໂດຍທ່ານ ອາທິດລາຕີ ສະຫວັນຄຳ ປະທານສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງແຂວງສະຫວັນນະເຂດ.

ໂດຍ: ສະຫວັນພັດທະນາຂ່າວ

ແຂວງໄຊຍະບູລີ ປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ

ພີທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ຕຸລາ 2020 ນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງປາກລາຍ, ແຂວງ ໄຊຍະບູລີ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງປາກລາຍ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ,ມີພະນັກງານການນໍາຂອງເມືອງ, ເລຂາພັກບ້ານ-ນາຍບ້ານ ຕະຫຼອດຮອດພະນັກງານວິຊາການຂອງເມືອງເຂົ້າຮ່ວມ 100 ກວ່າຄົນ.

ໃນພິທີ ທ່ານ ໄພທອງ ຈັນດາ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1123/ຈຂ.ຊຍ, ວ່າດ້ວຍ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ສະບັບເລກທີ 1126/ຈຂ.ຊຍ, ວ່າດ້ວຍການແຕ່ງຕັ້ງ ເຈົ້າເມືອງ ປາກລາຍ ແລະ ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 714/ຄພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາພັກເມືອງປາກລາຍ ຄື: ຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ, ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ໄຊຍະບູລີ, ແຕ່ງຕັ້ງທ່ານ ກອງສີ ວົງສີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ໄຊສະຖານ ເປັນເຈົ້າເມືອງ ປາກລາຍ, ພ້ອມທັງບົ່ງຕົວແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງປາກລາຍ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາຄິດເຫັນຕໍ່ສະມາຊິກພັກ-ພະພັກງານ, ໄດ້ເນັ້ນໃຫ້ສືບຕໍ່ການປະຕິບັດວຽກງານສູ້ຊົນສືບຕໍ່ປັບປຸງວຽກງານຂັ້ນຕໍ່ໄປໃຫ້ດີຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ, ເພື່ອປັບປຸງກໍ່ສ້າງໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໜາຍ, ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃຫ້ກົມກຽວ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນ ແລະ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ເພື່ອພ້ອມກັນກ້າວໜ້າປັບປຸງໃຫ້ວຽກງານມີລັກສະນະການຫັນປ່ຽນ ແລະ ເພື່ອພັດທະນາເມືອງປາກລາຍໃຫ້ດີຂຶ້ນເລື້ອຍໆ.


ນັກຂ່າວ: ເມືອງປາກລາຍ ແຂວງໄຊຍະບູລີ