Home Blog Page 252

ອຸຕຸເຕືອນ ກຽມຮັບມືພາຍຸນັງກາ ວັນທີ 15 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ຕຸລາ 2020 ວ່າ: ໃນວັນທີ 12 ຕຸລາ 2020 ພາຍຸດີເປຼຊັນ ທີ່ກໍ່ຕົວຢູ່ດ້ານຕາເວັນຕົກຂອງປະເທດຟິລິປິນ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກໍາລັງແຮງຂື້ນກາຍເປັນພາຍຸໝຸນເຂດຮ້ອນ ນັງກາ (Nangka) ຫົວທີ 16 ປະຈຳປີ 2020 ຄາດວ່າພາຍຸຫົວນີ້ ຈະສືບຕໍ່ເຄື່ອນທີ່ຜ່ານເກາະໃຕ້ໜ້າ ແລະ ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 15 ຕຸລາ 2020 ນີ້,

​ອຸຕຸເຕືອນອີກ! ກຽມຮັບມືກັບພາຍຸນັງກາ ວັນທີ 15 ຕຸລານີ້ ຈະເຮັດໃຫ້ຝົນຕົກໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.​

ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ແລະ ຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້,​ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ ໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ, ນໍ້າຖ້ວມຊູ ແລະ ນ້ຳຖ້ວມອັ່ງ.

ໃນໄລຍະວັນທີ 16 ຫາ 18 ຕຸລາ 2020. ມວນອາກາດເຢັນຈະປົກຄຸມເຂດພາກເໜືອ ລົງຫາ ພາກກາງ ຊຶ່ງ ຈະເຮັດໃຫ້ມີອາກາດເຢັນລົງຕື່ມອີກ ພ້ອມມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້.

.

.

ຜົວຮ້ອງໄຫ້ເມຍຕັ້ງຄັນຜ່າເຂດນໍ້າຖ້ວມຈະໄປເກີດລູກແຕ່ຕົກນໍ້າສູນຫາຍທີ່ຫວຽດນາມ

ຂ່າວຕ່າງປະເທດ: ລາຍງານຈາກ laodong.vn ໃຫ້ຮູ້ ໃນວັນທີ 12 ຕຸລາ 2020 ນີ້ວ່າເກີດເຫດ ສະຫຼົດໃຈ ນໍ້າຖ້ວມທີ່ເມືອງເຮວ້ ເກີດມີອຸບັດຕິເຫດ ຍິງຕັ້ງຄັນ ຕົກເຮືອເສຍຊີວິດ.

ຈາກຂໍ້ມູນໃຫ້ຮູ້ວ່າ, ມີແມ່ມານ ແລະ ຜົວໄດ້ພາກັນຈ້າງເຮືອ ເພື່ອຈະໄປເກີດລູກ ເຊິ່ງຂະນະນັ້ນ ນໍ້າຖ້ວມແລະມີກະແສແຮງ. ເຮັດໃຫ້ເກີດອຸບັດຕິເຫດ ແມ່ມານ ໄດ້ຕົກເຮືອ ແລະ ຈົມສູນຫາຍ ໃນຕອນເຊົ້າ ວັນທີ 12 ຕຸລາ 2020. ເນື່ອງຈາກນໍາເລີກ ເຮັດໃຫ້ບໍ່ສາມາດຊ່ວຍເອົາຊີວິດ ແມ່ມານໄດ້.

ຈົນມາຮອດຕອນບ່າຍຂອງວັນດຽວກັນ ຈິ່ງສາມາດພົບເຫັນ ສົບຂອງແມ່ມານຄົນດັ່ງກ່າວ. ຜູ່ເປັນສາມີໄດ້ແຕ່ຮ້ອງໄຫ້ ຂໍໃຫ້ຟ້າດິນ ຄືນຊີວິດເມຍແລະລູກຂອງລາວກັບຄືນມາ.ເຊິ່ງເຫັນແລ້ວກໍ່ສຸດສະຫຼົດໃຈກັບເຫດການຄັ້ງນີ້.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ທີ່ມາ

https://laodong.vn/xa-hoi/tim-thay-thi-the-san-phu-bi-lu-cuon-tren-duong-di-sinh-con-844228.ldo

.

ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນທາງໄກ ຂອງບັນດາພັກການເມືອງ

ໃນໂອກາດທີ່ ພັກກອມມູນິດຈີນ ເປັນເຈົ້າພາບຈັດກອງປະຊຸມສໍາມະນາສາກົນທາງໄກພາຍໃຕ້ຫົວຂໍ້: “ການຫຼຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ຂອງພັກການເມືອງ”ຢູ່ ແຂວງຟູຈ້ຽນ, ສປ ຈີນ ແຕ່ວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການເມືອງຈຳນວນ 400 ກວ່າທ່ານ ຈາກ 100 ກວ່າປະເທດໃນໂລກ, ນອກນັ້ນ ຍັງມີສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ມວນຊົນບັນດາປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ.

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຜ່ານວິດີໂອທາງໄກ ໃນພິທີເປີດກອງປະຊຸມດັ່ງກ່າວ, ໂດຍໄດ້ຕີລາຄາເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ ແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງບັນດາພັກການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ. ກອງປະຊຸມ ເປັນໂອກາດທີ່ດີໃຫ້ແກ່ບັນດາພັກການເມືອງໃນໂລກ ໄດ້ຮັບຊາບເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກໃນການແກ້ໄຂຄວາມທຸກຍາກຂອງບັນດາປະເທດ, ທັງເປັນໂອກາດດີໃນການເພີ່ມທະວີການແລກປ່ຽນບົດຮຽນຮ່ວມກັນ ໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ.

ສະຫາຍເລຂາທິການໃຫຍ່ ຍັງໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນຕະຫຼອດໄລຍະ 71 ປີທີ່ຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ປະດິດສ້າງ ແລະ ຮອບດ້ານຂອງ ພັກກອມມູນິດຈີນ, ຈາກທີ່ເປັນປະເທດທຸກຍາກຫຼ້າຫຼັງ, ປະເທດຈີນ ໄດ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງ ແລະ ທັນສະໄໝ, ກໍາລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂາດເຂີນທາງດ້ານວັດຖຸສິ່ງຂອງທີ່ເປັນປັດໃຈພື້ນຖານຂອງການດໍາລົງຊີວິດ ແລະ ກ້າວໄປເຖິງລະດັບທີ່ມີຄວາມອີ່ມໜໍາສໍາລານໂດຍພື້ນຖານ ພຽງໃນໄລຍະເວລາສັ້ນໆ, ເຊິ່ງເປັນປະກົດການທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ,

ພາຍໃຕ້ການນໍາພາຂອງ ພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ດ້ວຍບົດຮຽນ, ປະສົບການທີ່ອຸດົມສົມບູນ ແລະ ຜົນສໍາເລັດອັນໂດດເດັ່ນໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຂອງພັກກອມມູນິດຈີນ, ປະຊາຊົນຈີນຈະບັນລຸຜົນສໍາເລັດໃນການສ້າງສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ຕາມທີ່ຄາດໝາຍໄວ້.ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ ສປປ ລາວ, ເຊິ່ງຍາມໃດ ພັກປະຊາຊົນປະຕິວັດລາວ ກໍ່ຖືເອົາວຽກງານການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນລາວບັນດາເຜົ່າ ເປັນວຽກບູລິມະສິດອັນໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະ ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ປະສົບຜົນສໍາເລັດເປັນກ້າວໆມາ.

ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່ ໄດ້ຕີລາຄາສູງຕໍ່ແນວຄວາມຄິດໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ສະເໜີໂດຍສະຫາຍເລຂາທິການໃຫຍ່ສີຈິ້ນຜິງ, ເຊິ່ງສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະ ຮຽກຮ້ອງໃຫ້ບັນດາພັກການມືອງໃນໂລກ ຈົ່ງເພີ່ມທະວີການປະສານສົມທົບເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກ, ປະກອບສ່ວນສູ້ຊົນເຮັດໃຫ້ບັນດາເປົ້າໝາຍສະຫະສະວັດແຫ່ງການພັດທະນາ ຂອງ ອົງການສະຫະປະຊາຊາດ ວາງໄວ້ ບັນລຸຕາມຄາດໝາຍ.

ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ທາງເມືອງປະທຸມພອນ

ຈໍາປາສັກ: ໜ່ວຍກູ້ໄພ 1623 ຈໍາປາສັກ ລາຍງານໃຫ້ຮູ້ວ່າ ເກີດເຫດ ລົດໃຫຍ່ຕໍາກັບລົດຈັກ ວັນທີ 12/10/2020 ເວລາ 15:50 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີໂທ 1623 ວ່າມີລົດຈັກລົ້ມເອງຈຸດເກີດເຫດ ຫລັກ 28 ທາງປະທຸມພອນ ແຂວງ ຈໍາປາສັກ.

ພໍໜ່ວຍກູ້ໄພມູນນິທິຮອດຈຸດເກີດເຫດພົບຜູ້ບາດເຈັບຈຳນວນ 1 ຄົນ ເພດຊາຍ ອາຍຸ 35 ປີ ອາຊີບ ຊາວນາ ປັດຈຸບັນຢູ່ ບ້ານໜອງປາແຮດ ເມືອງ ປະທຸມພອນ ແຂວງ ຈໍາປາສັກ.

ໂດຍມີອາການກະທົບຫົວຢ່າງຮຸນແຮງ ແລະ ກະທົບຫນ້າເອິກ (ເສຍຊີວິດຄາທີ່).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ ຈຶ່ງໄດ້ມ້ຽນຄາບສົບແລ້ວນຳສົ່ງຜູ້ເສຍຊີວິດກັບບ້ານເພື່ອເຮັດພິທີທາງສາດສະຫນາ.

ສ່ວນການສືບສວນຕົ້ນເຫດຂອງອຸບັດຕິເຫດຄັ້ງນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະສືບສວນຕໍ່ໄປ.

ອຸປະຕິເຫດສຸກເສີນໂທ 1623 ຫຼື 0304912876

ໂຮງຮຽນ ມຕ ຈຽງຕອງ ແລະ ມຕ ຫ້ວຍແສດ ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ວັນຄູແຫ່ງຊາດ

ວັນທີ 8 – 9 ຕຸລານີ້ ຢູ່ທີ່ໂຮງຮຽນ ມຕ ຈຽງຕອງ ແລະ ມຕ ຫ້ວຍແສດ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ວັນຄູແຫ່ງຊາດຂື້ນ ໂດຍການເຂົ້າຮວມ ແລະ ໃຫ້ກຽດປາຖະກະຖາຂອງທ່ານ ທອງຈັນ ອິນທະພອນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງປາກທາ ມີບັນດາຄະນະພັກຮາກຖານ ອຳນາດການປົກຄອງບ້ານ ຄູອາຈານ ຕະຫຼອດຮອດນ້ອງນັກຮຽນເຂົ້າຮວມຢ່າງຫຼວງຫຼາຍ.

ເພື່ອສະທ້ອນໃຫ້ເຫັນເຖິງການເກີດຂື້ນຂອງເດັກຜູ້ຍິງ ແລະ ເຍົາວະຊົນຍິງທີ່ປະສົບຜົນສຳເລັດໃນຖານະກຸ່ມທີ່ແຕກຕ່າງກັນໃນນະໂຍບາຍການພັດທະນາຂອງເດັັກຍິງ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງວັນດັ້ງກ່າວ ເພື່ອປຸກຈິດສຳນຶກ, ສົ່ງເສີມການຕ້ານສະກັດກັ້ນ ແລະ ລຶບລ້າງການໃຊ້ຄວາມຮຸ່ນແຮງທຸກຮູບແບບ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂື້ນ ດັ່ງນັ້ນສະມັດຊາໃຫ່ຍແຫ່ງອົງການສະຫະປະຊາຊາດ ໄດ້ຕົກລົງເຫັນດີຮັບຮອງເອົາວັນທີ 11 ຕຸລາ ຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນເດັກຍິງສາກົນ ຕາມມະຕິ 66/170 ລົງວັນທີ 19 ທັນວາ 2011 ນັບແຕ່ນັ້ນມາໄດ້ມີການສະເຫຼີມສະຫຼອງວັນເດັກຍິງສາກົນ ວັນທີ 11 ຕຸລາຂອງທຸກໆປີ ເພື່ອຮັບຮູ້ເຖີງບັນຫາ ສິງທ້າທາຍທີ່ເດັກຍິງປະເຊີນຢູ່ໃນຂອບເຂດທົ່ວໂລກ ວັນເດັກສາກົນ ເປັນວັນທີປະຕິບັດຕາມສາກົນທີ່ປະກາດໂດຍສະຫະປະຊາຊາດ ເອີ້ນອີກຢ່າງໜຶງວ່າ ວັນເດັກຜູ້ຍິງ ແລະ ວັນເດັກຜູ້ຍິງສາກົນ ວັນທີ 11 ຕຸລາ 2012 ເປັນວັນທຳອິດຂອງເດັກຜູ້ຍິງ ການສັງເກດດັ່ງກ່າວໄດ້ມີການສະໜັບສະໜູນໂອກາດສຳລັບຜູ້ຍິງຫຼາຍຂື້ນ ພິທີຍັງໄດ້ຮັບຟັງການເລົ່າມູນເຊື້ອວັນຄູແຫ່ງຊາດ ແລະ ຊົມການສະແດງລະຄອນ, ວັນນະຄະດີ ຕອບຄຳຖາມຂອງນ້ອງນັກຮຽນທັງສອງແຫ່ງ ພ້ອມທັງມອບຂອງຂັວນລາງວັນຢ່າງເປັນຂະບວນການຟົດຝື້ນ.

ພາບ-ຂ່າວ: ພອນສະຫວັນ ມະນີສີ.

ກອງບັນຊາການ ປກສ ເມືອງ ບຸນເໜືອ ຈັດພິທີທຳລາຍສີ້ນສ່ວນສັດປ່າປະເພດຕີນໝີ

ຕອນແລງຂອງວັນທີ 9 ຕຸລາ 2020 ຜ່ານມານີ້: ຢູ່ທີ່ກອງບັນຊາການ ປກສ ເມືອງ ບຸນເໜືອ ໄດ້ຈັດພິທີທຳລາຍສີ້ນສ່ວນສັດປ່າປະເພດຕີນໝີ.

.

ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຄຳສັນ ສຸບັນນະລາດ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາພາກສວ່ນທີ່ກ່ຽວຂ້ອງ, ຕະຫຼອດຮອດຄະນະພັກ – ຄະນະກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

.

ການຈັດພິທີທຳລາຍສີ້ນສ່ວນສັດປ່າປະເພດຕີນໝີ. ທີ່ຢືດໄດ້ໃນຄັ້ງນີ້ ລວມມີ 4 ຕີນ ນໍ້າໜັກ 8 ກິໂລກຼາມ ຄິດເປັນເງິນ ປະມານ 9 ລ້ານກ່ວາກີບ.

ແຂວງອັດຕະປື ຈູດທຳລາຍຢານະລົກ

ໃນວັນທີ 12 ຕຸລາ 2020 ນີ້ ແຂວງອັດຕະປື ໄດ້ຈັດພິທີສະເຫລີມສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ ຄື: ວັນທີ 12/10/2001-12/10/2020, ພ້ອມທັງຈູດທຳລາຍຢາເສບຕິດຫລາຍຊະນິດເຊັ່ນ: ຢາບ້າ, ຢາໄອ, ກັນຊາແຫ້ງ ແລະ ອື່ນໆ.

ໂດຍມີທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າ ແຂວງ ປະທານ ກຄສ ແຂວງອັດຕະປື, ມີທ່ານ ພັນເອກ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ພ້ອມພະນັກງານອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພັນເອກ ບັນດິດ ສີວິໄລ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ກ່າວວ່າ : ຢາເສບຕິດຍັງສືບຕໍ່ແຜ່ລະບາດຢ່າງຮ້າຍແຮງຢູ່ທຸກຂົງເຂດໃນທົ່ວໂລກ ນັບທັງພາກພື້ນ ອາຊີ-ອາຄະເນ ໃນນັ້ນຢາບ້າກວມເອົາເປີຊັນສູງກ່ວາໝູ່ ຂອງຢາເສບຕິດປະເພດຕ່າງໆໃນທົ່ວໂລກ ສະເພາະຢູ່ ສປປ ລາວ ກໍຄືພາຍໃນແຂວງອັດຕະປື ສະພາບການເສບ ແລະ ການຄ້າຂາຍຢາເສບຕິດແມ່ນບັນຫາທີ່ພົ້ນເດັ່ນ ແລະ ມີລັກສະນະເພີ່ມຂຶ້ນ ແລະ ແຜ່ລາມໄປທຸກພື້ນທີ່ ນັບທັງຕົວເມືອງ ແລະ ຊົນນະບົດ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບສຸກ-ຄວາມປອດໄພ ເປັນບັນຫາກົດໜ່ວງທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ.

ຕະຫລອດໄລຍະ 1 ປີ ຜ່ານ ພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ປກສ ແຂວງອັດຕະປື ໄດ້ມີການເຄ່ື່ອນໄຫວ ສະກັດກັ້ນ ຕ້ານກັບກຸ່ມບໍ່ຫັວງດີຫັວງມ້າງເພທຳລາຍອຳນາດພັກ-ລັດ ຂອງພວກເຮົາ ເຊິ່ງໄດ້ທັບມ້າງຄະດີຢາເສບຕິດ ທັງໝົດ 165 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 217 ລາຍ, ຍິງ 58 ລາຍ, ຄົນຕ່າງປະເທດ (ສັນຊາດຫວຽດນາມ) 5 ລາຍ, ໂຈະຄະດີ 2 ເລື່ອງ ຜູ້ຕ້ອງຫາ 3 ລາຍ,ຍິງ 2 ລາຍ,ຊັດມ້ຽນ 2 ເລື່ອງ, ຜູ້ຕ້ອງຫາ 2 ລາຍ, ຄະດີພວມດຳເນີນມີ 25 ເລື່ອງ, ຜູ້ຕ້ອງຫາ 54 ລາຍ,ຍິງ 10 ລາຍ, ຄະດີສານຕິດແລ້ວມີ 84 ເລື່ອງ, ຜູ້ຕ້ອງຫາ 110 ລາຍ, ຍິງ 32 ລາຍ, ຢຶດຢາບ້າໄດ້ທັງໝົດຈຳນວນ 176.133 ເມັດ, ນ້ຳໜັກ 16,116 ກິໂລກຣາມ.

ຢາໄອ 38 ຖົງ ນ້ຳໜັກ 38 ກິໂລກຣາມ. ກັນຊາແຫ້ງ 2 ແພັກ, ຢຶດຂອງກາງ ປະເພດເງິນກີບ 32.810.000 ກີບ, ສະກຸນເງິນຫວຽດນາມ 300.000 ດົ້ງ, ລົດກະບະ 1 ຄັນ, ລົດເກັງ 1 ຄັນ, ລົດຮຸນໄດ 1 ຄັນ, ລົດຈັກ 19 ຄັນ, ໂທລະສັບ 141 ເຄື່ອງ, ໂມງ 2 ໜ່ວຍ, ປືນສັ້ນ 1 ກະບອກ, ປືນ CKC 1 ກະບອກ.

ປກສແຂວງອັດຕະປື

ຂ່າວ:ສຸດໃຈ ໄຊຍະບຸນຮາຍ

ອຸບັດຕິເຫດ! ຂັບຂີ່ລົດຈັກເສຍຫຼັກລົ້ມເອງປະຖົມພະຍາບານແລ້ວບໍ່ມີການຕອບສະໜອງ

ເຫດການເກີດຂຶ້ນໃນວັນທີ 12.10.2020 ເວລາ 02:00ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີອຸບັດຕິເຫດລົດຈັກລົ້ມເອງ ຢູ່ບ້ານທ່າໂພໄຊ ເມືອງວຽງຄໍາ ແຂວງວຽງຈັນ.

.

ເມື່ອຫນວ່ຍກູ້ຊີບອອກກວດສອບເຫດພົບເຫັນຜູ້ບາດເຈັບຈຳນວນ 01 ຄົນ,ເຊິງເປັນເພດຊາຍ, ອາຍຸ 25 ປີ.

ອາການເບື້ອງຕົ້ນແມ່ນ: ນອນໝົດສະຕິ ( ບໍ່ຫາຍໃຈ ).

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ຈື່ງໄດ້ປະຖົມພະຍາບານໂດຍການເຮັດ (CPR) ແຕ່ບໍ່ມີການຕອບສະໜອງ ທາງໜ່ວຍກູ້ຊີບອົງການກະແດງແຂວງວຽງຈັນຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດ ແລະ ນຳສົ່ງສົບໄປທີ່ ບ້ານຄອນເລືອງ ເມືອງເຟືອງ ແຂວງວຽງຈັນ ເພື່ອມອບໃຫ້ຍາດພີ່ນ້ອງປະກອບພິທີທາງສາສະໜາ.

ຈູດທໍາລາຍຢານະລົກທີ່ບໍ່ແກ້ວຈໍານວນຫຼາຍ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ (12 ຕຸລາ 2001-12 ຕຸລາ 2020) ກອງບັນຊາການ ປກສ ແຂວງບໍ່ແກ້ວ ພະແນກສະກັດກັ້ນ ແລະຕ້ານຢາເສບຕິດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີ ທໍາລາຍຢາເສບຕິດຂື້ນ ຢູ່ທີ່ເດີນສະໜາມບິນແຂວງ ໃນວັນຕອນເຊົ້າຂອງ ວັນທີ 12 ຕຸລາ 2020 ນີ້.

ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານ ກຄສ ແຂວງ, ມີບັນດາຄະນະປະຈໍາພັກແຂວງ, ສອງກອງບັນຊາການທະຫານຕໍາຫຼວດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ອິນສົມ ທໍາລະສິນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກໍາມະການກວດກາ, ຄຸ້ມຄອງ ແລະທໍາລາຍຢາເສບຕິດແຂວງ ກໍ່ໄດ້ຂື້ນມີຄໍເຫັນຕໍ່ພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ. ປະຈຸບັນນີ້ ສັງຄົມໃນທົ່ວໂລກມີຄວາມ ສັບສົນ ວຸ້ນວາຍເຮັດໃຫ້ປະເທດຕ່າງໆໃນທົ່ວໂລກລວມທັງ ສປປ ລາວ ເວົ້າລວມ, ເວົ້າສະເພາະພາຍໃນແຂວງ ບໍ່ແກ້ວ ຂອງພວກເຮົາກຳລັງພົບພໍ້ກັບ ບັນຫາສິ່ງເສບຕິດເຂົ້າມາຄອບງໍາ ກໍ່ໃຫ້ເກີດມີຜູ້ຊື້, ຜູ້ຂາຍ, ຜູ້ ຊົມໃຊ້ເສບຢາຕິດ ແລະ ເປັນບັນຫາໜຶ່ງທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ ທີ່ເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ , ມີທ່າອ່ຽງຂະຫຍາຍຕົວຢ່າງໄວວາ ແລະ ແຜ່ລະບາດເປັນວົງກ້ວາງ,

ໃນໄລຍະ 01 ປີຜ່ານມາພວກເຮົາສາມາດມ້າງຄະດີຢາເສບຕິດໄດ້ຈຳນວນ: 165 ເລື່ອງ; ກັກຜູ້ຕ້ອງຫາຈໍານວນ: 235 ຄົນ, ຍີງ: 32 ຄົນ, ຕ່າງປະເທດ 38 ຄົນ ແລະ ຍືດເຄື່ອງຂອງກາງໄດ້ຢາບ້າຈໍານວນ: 1.242.042 ເມັດ. ເຮໂລອິນຈໍານວນ: 82 ແທ່ງ. ຢາໄອສ໌ຈໍານວນ: 622 ຫໍ່. ຢາຝິ່ນຈໍານວນ: 2 kg. ສານເຄມີ ຈໍານວນ: 30 ໂຕນ. ປະເພດແປ້ງຝຸ່ນຕ່າງໆ ຈໍານວນ: 07 ຖົງ. ລົດໃຫຍ່ ຈໍານວນ: 14 ຄັນ,ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ: 10 ໂຕນ, ລົດຈັກ 46 ຄັນ.

ໄດ້ລົງທໍາລາຍໄຮຝົນຈຳນວນ: 32 ເຮັກຕາ, ພ້ອມທັງໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍ ຂອງຢາເສບຕິດຢູ່ບັນດາບ້ານ ແລະ ໂຮງຮຽນຈໍານວນ: 02 ຄັ້ງ, ມີ 46 ບ້ານ ແລະ 15 ໂຮງຮຽນ, ມີຜູ້ເຂົ້າ ຮ່ວມທັງໝົດ ຈໍານວນ: 6.159 ຄົນ, ຍິງ: 2.494 ຄົນ ແລະ ຍັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຂອງຜູ້ຕິດຢາເສບຕິດ ປະເພດ: ຢາບ້າຈໍານວນ: 160 ຄົນ, ຍິງ 03 ຄົນ.

ຢາເສບຕິດທີ່ນໍາມາຈູດທໍາລາຍໃນມື້ນີ້ ແມ່ນໄດ້ດໍາເນີນຄະດີຕາມຂັ້ນຕອນຖືກຕ້ອງຕາມລະບຽບກົດໝາຍ ແລະ ຖືກສານປະຊາຊົນແຂວງບໍ່ແກ້ວຕັດສິນຢ່າງເດັດຂາດມີ ຢາເສບຕິດທີ່ມີເຈົ້າກໍາ ປະກອບມີ: ຢາບ້າຈໍານວນ: 6.579.131 ເມັດ, ເຮໂລອິນຈໍານວນ: 260 ແທ່ງ ແລະ 12 ຖົງນ້ອຍ, ຢາໄອສ໌ 362 ຫໍ່ ແລະ 25 ຫຼອດນ້ອຍ, ເຄຕາມິນຈໍານວນ: 11 ຖົງນ້ອຍ, ຢາເສບຕິດທີ່ບໍ່ມີເຈົ້າກໍາປະກອບມີ: ຢາບ້າຈໍານວນ 4.982.845 ເມັດ, ຢາໄອສ໌ຈໍານວນ: 643 ຫໍ່ ແລະ 01 ຖົງນ້ອຍ, ເຮໂລອີນຈໍານວນ: 04 ແທ່ງ, ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ: 10 ໂຕນ.

ລວມທັງໝົດ: ຢາບ້າ ຈໍານວນ: 11,561,975 ເມັດ, ເຮໂລອິນ 264 ແທ່ງ, ຢາໄອສ 1,005 ຫໍ່ ແລະເຄຕາມີນ 11 ຖົງນ້ອຍ. ໃນນາມກອງບັນຊາການ ປກສ ແຂວງ ແລະ ຕ່າງໜ້າໃຫ້ແກ່ອໍານາດການ ປົກຄອງແຂວງ ຈຶ່ງຂໍຮຽກຮ້ອງ ແລະ ເຊີນຊວນບັນດາທ່ານພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ຕະຫຼອດຮອດ ພໍ່ຄ້າຊາວຂາຍ, ນັກທຸລະກິດ ຈົ່ງໄດ້ເພີ້ມທະວີຄວາມມີສະຕິລະວັງຕົວ, ພ້ອມທັງ ພະຍາຍາມສຶກສາອົບຮົມລູກຫຼານ, ຄອບຄົວຂອງຕົນ ເພື່ອບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ແລະ

ພ້ອມ ກັນເປັນເຈົ້າການໃນການສະກັດກັ້ນການແຜ່ລະບາດຂອງຢາເສບຕິດ, ບໍ່ໃຫ້ເຂົ້າມາຄອບງຳ, ເຮັດໃຫ້ບັນຫາ ຢາເສບຕິດໝົດໄປຈາກສັງຄົມລາວກໍ່ຄືແຂວງບໍ່ແກ້ວພວກເຮົາ, ເພີ່ມທະວີຄວາມເປັນເຈົ້າການຍົກສູງຄວາມ ຮັບຜິດຊອບ, ຊຸກຍູ້, ປຸກລະດົມຂົນຂວາຍບັນດາຊາວໜຸ່ມ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ຕະຫຼອດຮອດ ລູກຫຼານໄດ້ຮູ້ ແລະ ເຫັນໄດ້ໄພອັນຕະລາຍຂອງຢາເສບຕິດ ທີ່ເປັນພິດໄພຕໍ່ຮ່າງກາຍ, ຕໍ່ຄອບຄົວ, ສັງຄົມ ແລະ ຕໍ່ຊັບສິນວັດຖຸສິ່ງຂອງຕ່າງໆ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບສຸກ ແລະສີວິໄລ

ປກສ ແຂວງບໍ່ແກ້ວ

ຊົມເຊີຍ! ເຈົ້າຫນ້າທີ່ລົງໄປຊ່ວຍປະຊາຊົນ ກ່ຽວເຂົ້າໜີນ້ຳຖ້ວມ

ໃນວັນທີ 11 ຕຸລາ 2020 ເຈົ້າຫນ້າທີ່ ຕຳຫລວດຈາກ ກອງບັນຊາການ ປກສ ເມືອງສອງຄອນ ໄດ້ສົ່ງກຳລັງ ລົງພື້ນທີ່ຊ່ວຍເຫລືອ ພ່ໍແມ່ປະຊາຊົນ ບ້ານລະຫານ້ຳ ໃນການເກັບກູ້ຜົນຜະລິດ ເນື້ອທີ່ນາເຂົ້າ ທີ່ສຸກແລ້ວ ໄປໄວ້ໃນເຂດທີ່ແຫ້ງ ແລະ ປອດໄພ.

.

.

.

.

ມາຮອດຕອນເຊົ້າວັນທີ 12 ຕຸລາ 2020 ກຳລັງທະຫານເມືອງສອງຄອນ ແລະ ກອງພັນທີ 5 ໄດ້ລົງພື້ນທີ່ໃຫ້ການຊ່ວຍເຫລືອພ່ໍແມ່ປະຊາຊົນເຂດບ້ານສອງຄອນ ໃນການຂົນຍ້າຍສິ່ງຂອງ ແລະເຂົ້າທີ່ພວມສຸກ ໄປໃວ້ໃນເຂດທີ່ແຫ້ງ ແລະ ປອດໄພ.

.

.

.

ຂໍຊົມເຊີຍເຈົ້າໜ້າທີ່ທຸກໆພາກສ່ວນຄົນລາວຮັກແພງກັນຊ່ວຍເຫຼືອກັນເດີ້ພີ່ນ້ອງ

ຂ້ໍມູນພາບ-ຂ່າວ: ກອງບັນຊາການ ປກສ ເມືອງສອງຄອນ.

ຂ້ໍມູນ ພາບ-ຂ່າວ: ກອງບັນຊາການ ທະຫານເມືອງ