Home Blog Page 90

ຕິດຕັ້ງໄຟເຍືອງທາງພະລັງງານແສງຕາເວັນ ດ້ວຍທຶນຂອງປະຊາຊົນ 100%

ຊົມເຊີຍ ບ້ານພູດາວແຈ້ງນ້ອຍ ຕິດຕັ້ງໄຟເຍືອງທາງ ພະລັງງານແສງຕາເວັນ ດ້ວຍທຶນຂອງປະຊາຊົນ.

ໃນວັນທີ 29 ມີນາ 2022 ນີ້ອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນ ບ້ານພູດາວແຈ້ງນ້ອຍ ເມືອງລະຄອນເພັັງ ໄດ້ສ້າງຂະບວນການອອກແຮງງານລວມ ຕິດຕັ້ງໄຟເຍືອງທາງ ພະລັງງານແສງຕາວັນ ຕາມ 2 ຂອບທາງເລກທີ 13 ໃຕ້ ໃນໄລຍະທີ່ຜ່ານບ້ານດັ່ງກ່າວ ໂດຍການນໍາພາ ຂອງທ່ານ ແສງອາລຸນ ມະໂນທໍາ ເລຂາໜ່ວຍພັກ-ນາຍບ້ານ, ທ່ານ ນາງ ສຸກສະດາ ວົງວິໄລ ຮອງປະທານສະຫະພັນແມ່ຍິງເມືອງ ຜູ້ຊ່ວຍບ້ານພູດາວແຈ້ງນ້ອຍ ມີການຈັດຕັ້ງ ແລະພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງການຕິດຕັ້ງໄຟເຍືອງທາງພະລັງານແສງຕາເວັນ ໃນຄັ້ງນີ້ ມີຈໍານວນ 8 ຊຸດ ລວມມູນຄ່າ 6.150.000 ກີບ ໂດຍແມ່ນທຶນຂອງປະຊາຊົນ100%

Cr: ສຸກສະດາ ວົງວິໄລ

ພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ

ແຂວງສະຫວັນນະເຂດ ຮ່ວມກັບອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ

ແຂວງສະຫວັນນະເຂດ ຕາງໜ້າໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບອົງການອະນຸລັກສັດປ່າ (WCS) ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຢູ່ບ້ານຕານສຸມ, ເມືອງຈໍາພອນ ໃນວັນທີ 30 ມິນາ 2022 ໂດຍມີ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄໍາຈັນ ສີດາວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະ ຫວັນນະເຂດ, ພ້ອມດ້ວຍຫົວໜ້າອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການປົກຄອງ 4 ເມືອງເປົ້າໝາຍໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິ ເວນນໍ້າແບບມີສ່ວນ ຮ່ວມຂອງຊຸມຊົນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ແຂ້ນ້ອຍທີ່ນໍາມາປ່ອຍໃນຄັ້ງນີ້ ເປັນແຂ້ນ້ອຍພັນພື້ນ ເມືອງລາວ ຈໍານວນ 47 ໂຕ ໂດຍປ່ອຍໃສ່ອ່າງຈຽວທີ່ນອນຢູ່ໃນຂອບເຂດຈຸດສະຫງວນພາຍໃນເຊຈໍາພອນ ເພື່ອອະນຸ ລັກແຂ້. ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ວ່າ: ຍ້ອນຊີວະນາໆ ພັນຂອງ ສປປ ລາວ ນັບມື້ຖືກໄພຂົ່ມຂູ່ ເປັນຕົ້ນ: ພື້ນທີ່ປ່າ ໄມ້ຫຼຸດລົງ, ຖິ່ນຢູ່ອາໃສສັດປ່າຖືກທໍາລາຍ ແລະ ສະຖານະ ພາບຂອງແມ່ນໍ້າ, ຫ້ວຍ, ຮ່ອງ, ຄອງບຶງ ແລະ ດິນບໍລິເວນນໍ້າເຊື່ອມໂຊມ ເນື່ອງຈາກພົນລະເມືອງຂອງປະຊາຊົນໃນທ້ອງຖິ່ນນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ມີຄວາມຕ້ອງການພື້ນທີ່ກະສິກໍາ ແລະ ຊົມໃຊ້ຊັບພະຍາກອນດັ່ງກ່າວຫຼາຍຂຶ້ນເລື້ອຍໆ ແຕ່ຂາດການວາງແຜນນໍາໃຊ້ແບບຍືນຍົງ.

ດັ່ງນັ້ນ, ໃນວັນທີ 24 ກຸມພາ 2020 ລັດ ຖະບານ ໄດ້ຮັບຮອງເອົາໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນໃນ 4 ເມືອງເປົ້າໝາຍຂອງແຂວງສະຫວນນະເຂດ ຄື: ຈໍາພອນ, ໄຊບູລີ, ຊົນບູລີ ແລະ ສອງຄອນ ເຊີ່ງຈັດຕັ້ງປະຕິບັດໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ WCS ເປັນເວລາ 5 ປີ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີ ຣົບ (EU), ອົງການພັດທະນາແຫ່ງປະເທດຝລັ່ງ (AFD) ແລະ ມູນນິທິມາກະເລັດ ຄາຣກິວ (MACP) ທັງໝົດ 1.213.826 ໂດລາສະຫະລັດ.

ຜ່ານການຈັດຕັ້ງປະຕິບັດວຽກງານມາຮອດປັດຈຸບັນ ໄດ້ປະສົບຜົນສໍາເລັດວຽກງານໂດຍພື້ນຖານ ຄື: ໄດ້ດໍາເນີນການສໍາຫຼວດຊະນິດພັນ, ຈໍານວນປະຊາ ກອນ, ສາຍພັນ ແລະ ການຂະ ຫຍາຍພັນໃນປີ 2019 ທາງທິມງານຂອງອົງການອະ ນຸລັກສັດປ່າຮ່ວມກັບອົງການປົກຄອງທ້ອງຖິ່ນ ໄດ້ດໍາເນີນການສໍາຫຼວດຊອກຫາຈໍານວນ ແຂ້ນໍ້າຈືດ ຫຼື ແຂ້ພື້ນເມືອງ ແລະ ພົບຮັງໄຂ່ທີ່ກູດຫມາກແຜ້ວ ກຸດຜີນ້ອຍ ເຂດບ້ານຕານສຸມ, ເມືອງຈໍາພອນ, ແຂວງ ສະຫວັນນະເຂດ. ທ່ານຫົວໜ້າກົມປ່າໄມ້ ໃຫ້ຮູ້ຕື່ມວ່າ: ແຂ້ນ້ອຍທີ່ນໍາມາປ່ອຍຄັ້ງນີ້ ທີ່ທາງໂຄງ ການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ອະນຸ ບານໄວ້ເກືອບ 2 ປີ ເມື່ອເຫັນແຂ້ນ້ອຍດັ່ງກ່າວມີສຸຂະພາບແຂງແຮງດີ ພາກສ່ວນກ່ຽວຂ້ອງຈິ່ງຈັດພິທີປ່ອຍລົງສູ່ບຶງທໍາມະຊາດດັ່ງເດີມຂອງມັນ ເພື່ອເປັນຊັບ ສົມບັດຂອງ ສປປ ລາວ ທີ່ຄວນຄຸ້ມຄອງ ແລະ ປົກປັກຮັກສາໄວ້ໃຫ້ຍືນຍົງ ເພາະຢູ່ບໍລິເວນນໍ້າເຊຈໍາພອນ ຍັງມີປະຊາກອນແຂ້ ປະ ມານ 100 ກວ່າໂຕ ຕາມການປະ ເມີນຈາກການສໍາຫຼວດເກັບກໍາຂໍ້ມູນ ຂອງຊ່ຽວຊານ ແຕ່ ປີ 2003 ເຖິງປັດຈຸບັນ.

ຂ່າວ: Lao National Radio

ທົ່ວປະເທດມີອຸບັດເຫດທັງໝົດ 5.576 ຄັ້ງ ແລະ ເສຍຊີວິດ 813 ຄົນ ໃນປີທີ່ຜ່ານມາ

ໃນປີ 2021 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 5.576 ຄັ້ງ ແລະ ເສຍຊີວິດ 813 ຄົນ

ທ່ານ ພັອ ຄໍາສອນ ສີດາວົງ ຮອງຫົວໜ້າກົມສົ່ງຕໍາຫລວດຈະລາຈອນ ໄດ້ລາຍງານໃນກອງປະຊຸມສະຫລຸບວຽກງານຈະລາຈອນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໃນວັນທີ 28 ມີນາ ຜ່ານມານີ້ວ່າ: ໃນປີ 2021 ຜ່ານມາ, ທົ່ວປະທດມີອຸບັດເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ພາຫະນະເປເພ 9.910 ຄັນ, ມີຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີວິດ 813 ຄົນ, ເມື່ອທຽບໃສ່ປີ 2020 ການເກີດອຸບັດເຫດ ຫລຸດລົງ 1.198 ຄັ້ງ, ພາຫະນະເປເພ ຫລຸດລົງ 2.079 ຄັນ, ຄົນໄດ້ຮັບບາດເຈັບ ຫລຸດລົງ 1.639 ຄົນ ແລະ ເສຍຊີວິດ ຫລຸດລົງ 200 ຄົນ. ໃນນັ້ນ, ຈາກຄະດີທີ່ເກີດຂຶ້ນ ແລະ ຄະດີທີ່ຄ້າງມາ ຈໍານວນ 6.167 ເລື່ອງ ແລະ ເຈົ້າໜ້າທີ່ສາມາດ ແກ້ໄຂສໍາເລັດແລ້ວ 5.812 ເລື່ອງ ເທົ່າກັບ 94,24%.

ສໍາລັບຢູ່ນະຄອນຫລວງວຽງຈັນ ມີອຸບັດເຫດເກີດຂຶ້ນ 853 ຄັ້ງ, ພາຫະນະເປເພ 1.775 ຄັນ, ຄົນໄດ້ຮັບບາດເຈັບ 720 ຄົນ ແລະ ເສຍຊີວິດ 161 ຄົນ ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດເຫດ ຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ສະຕິເຄົາລົບກົດຈະລາຈອນບໍ່ທັນສູງ ເປັນຕົ້ນ ດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີດກຳນົດ, ລ່ວງປ້າຍຫ້າມ-ໄຟແດງ, ແລ່ນບໍ່ຖືກຊ່ອງຈະລາຈອນ, ຈອດລົດຊະຊາຍຕາມເສັ້ນທາງຫລວງ ແລະອື່ນໆ. ທ່ານ ພັອ ຄໍາສອນ ສີດາວົງ ໄດ້ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕຳ ຫລວດຈະລາຈອນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມຂອບເຂດຄວາມຮັບຜິດຊອບຢ່າງເຂັ້ມງວດ ໂດຍຫັນເອົາທິດທາງແຜນການ, ເອກະສານນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບກົດລະບຽບການສັນຈອນທາງບົກ ລົງໂຄສະນາເຜີຍແຜ່ຢູ່ຕາມໂຮງຮຽນ, ສະຖາບັນ, ວິທະຍາໄລ, ສໍານັກງານ-ອົງການ ແລະ ຕາມປ້ອມ-ສາຍທາງຢ່າງເປັນປົກກະຕິ ເພື່ອປຸກລະດົມ-ເຕືອນສະຕິ ໃຫ້ນັກຂັບຂີ່ທຸກຄົນທີ່ໃຊ້ລົດ-ໃຊ້ຖະໜົນ ປະຕິບັດຕາມກົດຈະ ລາຈອນຢ່າງເຂັ້ມງວດ, ຫລີກລ້ຽງບັນຫາລົດແອອັດ-ອັ່ງອໍ ແລະ ຫລຸດຜ່ອນການເກີດອຸ ບັດເຫດທາງທ້ອງຖະໜົນ ເຊິ່ງບັນຫາດັ່ງກ່າວ ອາດນໍາໄປສູ່ຄວາມເສຍຫາຍເປັນຈໍານວນຫລວງຫລາຍ.

ນອກນີ້, ຍັງໄດ້ເອົາໃຈໃສ່ກວດກາການສັນຈອນຕາມເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງຫລັກຂອງແຂວງ ໂດຍສະເພາະການກວດກາຈັບຄວາມໄວ, ທາດເຫລົ້າ, ການບັນທຸກສິນຄ້າ, ໂດຍສານເກີນ ແລະ ບັນດາເອກະສານພາຫະນະ ກໍຄື ໄດ້ຈັດຕັ້ງປະຕິບັດຈຸດກວດກາ 3.974 ຄັ້ງ, ລົງຈັດສັນຄວາມເປັນລະບຽບຕາມສາຍທາງ, ຕະຫລາດ ແລະ ຊຸມຊົນ 4.636 ຄັ້ງ. ໃນນີ້, ພົບເຫັນຜູ້ລ່ວງລະເມີດທັງໝົດ 38.174 ຄົນ ຍິງ 4.636 ຄົນ ແລະ ສາມາດສຶກສາອົບຮົມໄດ້ທັງໝົດ 31.666 ຄົນ. ຄຽງຄູ່ກັນນີ້, ເຈົ້າໜ້າທີ່ຈະລາຈອນ ຍັງກວດພົບຢາບ້າ ຈໍານວນ 6.970.933 ເມັດ, ຢາໄອສ໌ 11 ກິໂລກຣາມ, ໄມ້ 32 ແມັດກ້ອນ, ອາວຸດປືນ 5 ກະບອກ, ລູກປືນ 115 ລູກ, ສາມາດກັກຕົວຜູ້ຖືກຫາໄດ້ 99 ຄົນ ແລະ ພາຫະນະ 100 ຄັນ.ຂໍ້ມູນ: ໜັງສືພິມ ປກສ

ຮອງປະທານສະພາແຫ່ງຊາດ ຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ຮອງປະທານສະພາແຫ່ງຊາດ ຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ

ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ແລະ ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງນາໝໍ້, ເມືອງໄຊ ແລະ ເມືອງງາ ແຂວງອຸດົມໄຊ ໃນວັນທີ 28-29 ມີນາ ຜ່ານມາ ໂດຍການຕ້ອນຮັບຂອງ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ.ໂອກາດດັ່ງກ່າວ, ທ່ານ ຄຳດີ ວົງລ້ອມ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ວ່າ: ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ ມີລວງຍາວທັງໝົດ 126,6 ກມ ໃນນັ້ນ ກວມເອົາ 3 ສັນຍາ ຄື:

ສັນຍາທີ 1: ມີຄວາມຍາວ 35,10 ກິໂລແມັດ ເລີ່ມແຕ່ ກິໂລແມັດ 16+900 ຫາ ກິໂລແມັດ 52+000; ສັນຍາທີ 2: ມີຄວາມຍາວ 67 ກິໂລແມັດ ເລີ່ມແຕ່ ກິໂລແມັດ 52+000 ຫາ ກິໂລແມັດ 119+000; ສັນຍາທີ 3: ມີຄວາມຍາວ 24,5 ກິໂລແມັດ ເລີ່ມແຕ່ກຸ່ມ 119+000 ຫາ ກິໂລແມັດ 143+500; ຂົວມີ 60 ແຫ່ງ ມີຄວາມຍາວກວ່າ 12 ກິໂລແມັດ, ມີອຸໂມງ 32 ຈຸດ, ມີຄວາມຍາວທັງໝົດ 87,196 ກິໂລແມັດ, ມີສະຖານີ 9 ຈຸດ ໃນນີ້, ຢູ່ເມືອງນາໝໍ້ 2 ຈຸດ, ຢູ່ເມືອງໄຊ 3 ຈຸດ ແລະ ເມືອງງາ 4 ຈຸດ ແຕ່ແຜນການເບື້ອງຕົ້ນແມ່ນຈະກໍ່ສ້າງພຽງ 3 ຈຸດ ຄື: ສະຖານີໂດຍສານເມືອງນາໝໍ້, ສະຖານີໂດຍສານ-ສິນຄ້າ ເມືອງໄຊ ແລະ ສະຖານີເມືອງງາ.ແລວທາງ ແລະ ສະຖານນີລົດໄຟ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ຖືກຜົນກະທົບຢູ່ໃນ 3 ເມືອງ 39 ບ້ານ ຄື: ເມືອງນາໝໍ້ ມີ 12 ບ້ານ; ເມືອງໄຊ ມີ 14 ບ້ານ ແລະ ເມືອງງາ ມີ 13 ບ້ານ; ການໄກ່ເກ່ຍເກັບກໍາຂໍ້ມູນມາເຖິງປັດຈຸບັນມີຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ 1.541 ຄອບຄົວ ມີເນື້ອທີ່ຜົນກະທົບທັງໝົດ 439,61 ເຮັກຕາ, ແບ່ງອອກເປັນ ດິນປຸກສ້າງ 13,01 ເຮັກຕາ, ດິນນາ 143,9 ເຮັກຕາ, ດິນສວນ 268,5 ເຮັກຕາ ແລະ ດິນໜອງປາ 14,2 ເຮັກຕາ, ຜົນລະປູກ 157.564 ຕົ້ນ;

ນອກຈາກນີ້, ຍັງມີຜົນກະທົບຖືກເຮືອນປະຊາຊົນ 107 ຫຼັງ, ໂຮງຮຽນປະຖົມ-ມັດທະຍົມສົມບູນ 1 ຫຼັງ, ຫົວງານນໍ້າລິນ 6 ແຫ່ງ, ຄອງເໝືອງ-ຝາຍ ຈໍານວນ 48 ຈຸດ, ປ່າຊ້າ 2 ບ່ອນ ແລະ ຫຼຸມຝັງສົບ 13 ບ່ອນ.ສຳລັບການຈ່າຍເງິນຄ່າຊົດເຊີຍ ແລະ ເວນຄືນຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດເບີກຈ່າຍຄ່າຊົດເຊີຍແລ້ວ ຈຳນວນ 7 ຄັ້ງ ລວມເປັນມູນຄ່າ 183.430.051.688 ກີບ ເທົ່າກັບ 72,48% ຂອງມູນຄ່າທັງໝົດ (ມູນຄ່າທັງໝົດ 253.063.454.748 ກີບ), ສ່ວນທີ່ຍັງຄ້າງຈໍານວນ 69.633.403.060 ກີບ ແມ່ນຜົນກະທົບທາງອ້ອມ ເປັນຕົ້ນແມ່ນຜົນກະທົບທາງຮ່ອມເຂົ້າຫາຈຸດກໍ່ສ້າງ ແລະ ຈຸດຕັ້ງແຄັມຂອງບໍລິສັດຜູ້ຮັບເໝົາ.ນອກຈາກການຈ່າຍຊົດເຊີຍທົດແທນ ທີ່ໄດ້ຮັບການອະນຸມັດດັ່ງທີ່ກ່າວມາຂ້າງເທິງຈາກລັດຖະ ບານແລ້ວ, ທາງແຂວງອຸດົມໄຊ ກໍໄດ້ຄົ້ນຄວ້າຈ່າຍເງິນສຸກເສີນຄ່າເຂົ້ານາປີທີ່ບໍ່ໄດ້ທໍາການຜະລິດ ສົກປີ 2018 ຈຳນວນ 2.245.597.200 ກີບ ດ້ວຍການຢືມເງິນໂຄງການກໍ່ສ້າງໂຮງຮຽນປະຖົມ-ມັດທະຍົມສົມບູນ ບ້ານຫ້ວຍຂູມ (ແຫ່ງໃໝ່) ຈ່າຍກ່ອນພາຍຫຼັງໄດ້ຮັບເງິນຊົດເຊີຍແລ້ວ ຈຶ່ງຫັກແທນຄືນເງິນບ້ວງດັ່ງກ່າວ.ຈາກນັ້ນ, ຄະນະໄດ້ເດີນທາງໄປສະຖານທີ່ຕົວຈິງ ເປັນຕົ້ນທີ່ດິນປຸກສ້າງ, ບ້ານຈັດສັນ ແລະ ທີ່ດິນທຳການຜະລິດຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ພ້ອມທັງຟັງການລາຍງານຜົນກະທົບຈາກການນຳຂັ້ນເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບຕົວຈິງຂອງທັງສາມເມືອງ.

(ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ)

ເປີດຊອງປະມູນ ຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ

ໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາແໜ່ງການນໍາລະດັບສູງ, ໄດ້ຈັດພິທີເປີດຊອງປະມູນຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາແໜ່ງການນໍາລະດັບສູງ, ມີທ່ານ ຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຈັດຊື້ລົດປະຈຳຕໍາ ແໜ່ງການນໍາລະດັບສູງ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ວິຊາການຂອງບັນດາກະຊວງ, ມີບັນດາຜູ້ອຳນວຍການ, ຄະນະອຳນວຍການ, ຜູ້ຕາງໜ້າຂອງບັນດາບໍລິສັດທີສະໜອງລົດໄຟຟ້າ ສປປ ລາວ, ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ໃນການເປີດຊອງປະມູນໃນຄັ້ງນີ້, ແມ່ນໄດ້ອີງຕາມແຈ້ງການ ສະບັບເລກທີ 113/ຫສນຍ, ວັນທີ 28 ມັງ ກອນ 2022 ເລື່ອງກ່ຽວກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງລົດປະຈໍາຕໍາແໜ່ງການນຳລະດັບສູງປະເພດ I-IV, ອີງຕາມການແຈ້ງເຊີນປະມູນ ສະບັບເລກທີ 0580/ຫກ,ກງ, ລົງວັນທີ 07 ມີນາ 2022 ເລື່ອງກ່ຽວກັບເຂົ້າຮ່ວມປະມູນແຂ່ງຂັນລາຄາໃນການສະໜອງລົດເກັງທີນຳໃຊ້ໄຟຟ້າ 100% (EV) ໃຫ້ແກ່ລັດຖະບານ.

ໂດຍສຳລັບເງື່ອນໄຂພື້ນຖານກ່ຽວກັບລົດ:ເປັນລົດເກັງທີ່ນໍາໃຊ້ພະລັງງງານຈາກໝໍ້ໄຟ(Battery 100%) ທີ່ສາມາດສາກໄຟໄດ້, ມາດຕະຖານຄວາມປອດໄພຂອງໜໍ້ໄຟເປັນ Battery Litium-i0n ທີ່ຜ່ານຂະບວນການທົດສອບ UNCEC R100, R136 ໂດຍຕ້ອງມີໃບຢັ້ງຢືນທົດສອບຈາກໂຮງງງານຜະລິດ, ມີລະບົບຄວາມປອດໄພ, ຮັບປະກັນໃນການຂັບຂີ່ທີ່ໄດ້ຮັບການທົດສອບ ແລະ ຮັບຮອງໂດຍສາກົນທີ່ມີການຢັ້ງຢືນ, ມີບໍລິການຫຼັງການຈັດຊື້ ແລະ ການບໍລິການອາໄຫຼ່, ພ້ອມທັງຮັບປະກັນ, ປະເພດລົດເກັງໄຟຟ້າທີ່ຈັດຊື້. ໃນນີ້, ຂະໜາດຂອງລົດຄວາມຍາວຫຼາຍກ່ວາ 4.885ມມ; ຂະໜາດຄວາມກ້ວາງຫຼາຍກ່ວາ 1.840 ມມ; ລະບົບເບາະໜັງ ແລະ ໄຟຟ້າໜ້າຫຼັງ, ລະບົບແວ່ນອັດຕະໂນມັດ, ລະບົບນຳທາງ GPS, ລະບົບເກຍອັດຕະໂນມັດ, ໜ້າຈໍສະແດງຜົນສໍາພັດ, ລະບົບເບກ ABS dis breake ໜ້າຫຼັງ, ບໍລິສັດຕ້ອງຮັບປະກັນໃຫ້ມີສະຖານີສາກແບບໄວ (Type 2 DC CCS2), ສ່ວນຈໍານວນທີ່ຈະຊື້ມີລົດເກງໄຟຟ້າ EV ຄວາມແຮງມໍເຕີໄຟຟ້າ 121KW-163KW ຈໍານວນ 23 ຄັນ, ລົດເກັງໄຟຟ້າ EV ຄວາມແຮງມໍເຕີໄຟຟ້າ 100KW-160KW ຈໍານວນ 160 ຄັນ.

ທັງນີ້, ການເປີດຊອງປະມູນ ແມ່ນຫາບໍລິສັດທີ່ສະເໜີລາຄາ ຊະນະການປະມູນ, ໃນກໍລະນີຜູ້ຊະນະການປະມູນ ຫາກບໍ່ມາເຊັນສັນຍາຊື້-ຂາຍ ຕາມກຳນົດເວລາທີ່ຄະນະຮັບຜິດຊອບໄດ້ແຈ້ງໄປນັ້ນ, ແມ່ນຖືວ່າສະລະສິດໂດຍບໍ່ມີເງື່ອນໄຂ, ຊຶ່ງຄະນະຮັບຜິດຊອບການປະມູນ ຈະໄດ້ຢຶດເງິນຄໍ້າປະກັນຊອງປະມູນ 2% ມາເປັນຂອງລັດພ້ອມທັງພິຈາລະນາບໍລິສັດທີ່ໄດ້ລໍາດັບຖັດມາເປັນຜູ້ຊະນະການປະມູນຕາມລໍາດັບ.

ແຫຼ່ງຂ່າວ: ເພຈກະຊວງການເງິນ

ແຂວງສະຫວັນນະເຂດເພີ່ມທະວີມາດຕະການສະກັດກັ້ນການແຜ່ລະບາດຂອງໂຄວິດ-19

ທ່ານເຈົ້ານະຄອນໄກສອນພົມວິຫານ ແລະ ເຈົ້າເມືອງ 14 ເມືອງ, ທ່ານຫົວຫນ້າກອງບັນຊາການທະຫານແຂວງ, ທ່ານຫົວຫນ້າກອງບັນຊາການ ປກສ ແຂວງ, ອົງການຈັດຕັ້ງມະຫາຊົນ, ພະແນກ ການ, ກົມກອງອ້ອມຂ້າງແຂວງ, ພາກທຸລະກິດ, ຫ້າງຮ້ານ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງສະຫວັນນະເຂດ ເລື່ອງ: ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດ.

ຜ່ານການປະເມີນຂອງຄະນະສະເພາະກິດຂັ້ນແຂວງ ເຫັນວ່າສະພາບການ ລະບາດພະຍາດໂຄວິດ-19 ໃນປັດ ຈຸບັນໄດ້ມີການເພີ່ມຂຶ້ນເປັນຈໍານວນຫຼາຍໃນແຕ່ລະວັນ ແລະ ແຜ່ຂະຫຍາຍອອກໄປສູ່ວົງກວ້າງໃນຂອບເຂດທົ່ວ ແຂວງ ໂດຍສະເພາະສາຍພັນ ໂອໄມຣຄອນ.

ສະນັ້ນ, ເພື່ອເພີ່ມທະວີການສະກັດກັ້ນການລະບາດພະຍາດໂຄວິດ-19 ຫົວຫນ້າສະເພາະກິດແຂວງ ຈຶ່ງໄດ້ອອກແຈ້ງການ ເພື່ອໃຫ້ທຸກພາກສ່ວນປະຕິບັດ ແຕ່ວັນທີ 29 ມີນາ ເຖິງ 30 ເມສາ 2022 ດັ່ງລຸ່ມນີ້:

1. ມາດຕະການຈໍາກັດ

  • ການຈັດປະຊຸມຕ່າງໆ: ໃຫ້ຈໍາກັດຈໍານວນຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ, ຖ້າມີຜູ້ເຂົ້າຮ່ວມຫຼາຍກວ່າ 51ຄົນ ຕ້ອງສະເຫນີຫາຄະນະສະເພາະກິດຂັ້ນແຂວງ ຫຼື ຂັ້ນນະຄອນ ຫຼື ຂັ້ນເມືອງ ເປັນຜູ້ອະນຸຍາດຕາມແຕ່ລະ ກໍລະນີ ຫຼື ໃຫ້ຈັດປະຊຸມທາງໄກແບບອອນລາຍ;
  • ການສະຫຼອງງານບຸນປີໃຫມ່ລາວ ໃຫ້ປະຕິບັດຕາມຮີດຄອງປະເພນີພາຍໃນຄອບຄົວຕົນເອງ, ອະນຸຍາດໃຫ້ຫົດສົງພະຢູ່ວັດ ແລະ ບາສີສູ່ຂວັນຢູ່ເຮືອນ;
  • ການຈັດງານດອງ-ງານບຸນປະເພນີ; ໃຫ້ປະຕິບັດຕາມປະເພນີ ແບບລຽບງ່າຍປະຢັດມັດທະຍັດຢູ່ເຮືອນ ແລະ ຈໍາກັດຈໍານວນຜູ້ເຂົ້າຮ່ວມຕາມຂໍ້ 1.1 ແຈ້ງການສະບັບນີ້.

.

ລາຍລະອຽດເພີ່ມເຕີມໃນໃບແຈ້ງການ.

ພະຍາກອນອາກາດປະຈໍາແລງ ວັນທີ 29 ມີນາ 2022

ພະຍາກອນອາກາດປະຈໍາວັນທີ ວັນທີ 29 ມີນາ 2022

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບ ກັບກະແສລົມຕາເວັນອອກທີ່ມີກໍາລັງແຮງປານກາງພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ລາຍງານສະພາບການເກີດແຜ່ນດິນໄຫວປະຈໍາວັນ ທີ 29 ມີນາ 2022, ເວລາ 12ໂມງ 36 ນາທີ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວຈໍານວນ 1 ຄັ້ງ ຢູ່ບ້ານ ສີດົງຄຸນ, ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ, ເຊິ່ງມີຈຸດສູນກາງຢູ່ເສັ້ນຂະຫນານທີ 20.3 ອົງສາເຫນືອ ແລະ ເສັ້ນແວງທີ 100.1 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທຶອນວັດແທກໄດ້ 1.9 ຣິກເຕີ ມີຄວາມເລິກຈາກຫນ້າດິນປະມານ 1 ກິໂລແມັດ.

ຈຸດເກີດ ແຜ່ນດິນໄຫວແມ່ນຫ່າງເທດສະບານເມືອງຕົ້ນເຜິ້ງປະມານ 10ກິໂລແມັດ, ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານ ຜົນເສຍຫາຍ.

ກຳລັງບູລະນະປະຕິສັງຂອນ ໄລຍະ2 ປີ2021-2025

ໂຮງນາງສີດາເຂດມໍລະດົກໂລກວັດພູຈຳປາສັກ ກຳລັງບູລະນະປະຕິສັງຂອນ ໄລຍະ2 ປີ2021-2025 ໃຊ້ງົບ 5ລ້ານໂດລາສະຫະລັດ.ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະດົກໂລກວັດພູຈຳປາສັກໄດ້ລາຍງານໃຫ້ຊາບວ່າ: ການບູລະນະປະຕິສັງຂອນໂຮງນາງສີດາ ເຂດມໍລະດົກໂລກວັດພູຈຳປາສັກທີ່ໄດ້ເຊັນບົດບັນທຶກໃນປີ 2012 ລະຫວ່າງ ກະຊວງ ຖວທ ແລະ ມູນນິທິ ມໍລະດົກວັດທະນະທຳ ສ.ເກົາຫຼີ ແລະ ເລີ່ມລົງມືປະຕິສັງຂອນໃນປີ 2013, ການບູລະນະຄັ້ງນີ້ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍຕ້ອງໄດ້ດຳເນີນການສຳຫຼວດ, ການສຶກສາຄົ້ນຄວ້າທາງດ້ານບູຮານຄະດີໃຫ້ໄດ້ຂໍ້ມູນທີ່ລະອຽດໃຊ້ເວລາ ຫຼາຍກວ່າ 4-5 ປີ ຈຶ່ງໄດ້ເລີ່ມລົງມືປະຕິບັດການບູລະນະປະຕິສັງຂອນ.

ມາຮອດປັດຈຸບັນແມ່ນຢູ່ໃນໄລຍະປີ 2021-2025 ທາງຫ້ອງການມໍລະດົກໂລກວັດພູຈຳປາສັກຈະໄດ້ສຸມໃສ່ການປະຕິບັດຕາມຂັ້ນຕອນຕາມລະບຽບຫຼັກການ ຕາມການບູລະນະຈາກອົງການອຸຍເນັດສະໂກວາງອອກຢ່າງເຂັ້ມງວດ, ເພື່ອຮັກສາວັດຖຸພັນຕ່າງໆທີ່ເປັນຄຸນຄ່າມໍລະດົກໃຫ້ດີທີ່ສຸດ.ສຳລັບໂຮງນາງສີດາໄລຍະທີ່1 ປີ 2012-2020 ໃຊ້ງົບ 7ລ້ານໂດລາສະຫະລັດ, ໄລຍະທີ່2 ປີ 2021-2025 ໃຊ້ງົບ 5ລ້ານໂດລາສະຫະລັດ.

ໂຮງນາງສີດາມີເນື້ອທີ່ 54,549ຕາແມັດ ແລະ ສັນນິຖານວ່າໄດ້ສ້າງໂຮງນາງສີດາແຕ່ສັດຕະວັດທີ 10 ຫາ ສັດຕະວັດທີ 11. ຫ່າງຈາກມໍລະດົກໂລກວັດພູຈຳປາສັກໄປທາງທິດໃຕ້ປະມານ 1 ກມ, ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງໄດ້ຍົກຍ້າຍຫີນທີ່ເພພັງລົງມາຍ້ອນການເວລາ ອອກໄປອະນາໄມ ແລະ ກະກຽມປະກອບເຂົ້າຄືນຈຸດທີ່ຕັ້ງເດີມຂອງກ້ອນຫີນແຕ່ລະກ້ອນ.

ແຫຼ່ງຂ່າວ: Media Laos

ປກສ ແຂວງບໍ່ແກ້ວ ໄດ້ມອບລົດຈັກຄືນໃຫ້ແກ່ເຈົ້າຂອງເດີມ

ຫ້ອງຕໍາຫລວດ ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ໄດ້ມອບລົດຈັກ wave 110i ໃຫ້ຄືນແກ່ເຈົ້າຂອງເດີມ ຈໍານວນ 2 ຄັນ

ຕ່າງຫນ້າມອບລົດຂອງ ທ່ານ ພັຕ ລຸນຜາຍ ຄໍາທະວີວົງ ຫົວຫນ້າພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວໃນຄັ້ງວັນທີ 25/01/2022 ທາງພະແນກສືບສວນ-ສອບສວນ ໄດ້ຮັບລົດຈັກນຳພະແນກຈາລະຈອນຈຳນວນ 02 ຄັນ,

ຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາໄດ້ກວດກາເບິ່ງ ເລກຈັກ, ເລກຖັງ ລົດຈັກຄັນດັ່ງກ່າວຈຶ່ງຮູ້ວ່າແມ່ນລົດທີ່ມີການແຈ້ງເສຍວັນທີ30/04/2018 ແລະ ວັນທີ 04/03/2022ຈາກນັ້ນທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ເອົາຕົວຜູ້ຂັບຂີ່ມາທຳການສືບສວນ-ສອບສວນ.

ພາບ-ຂ່າວ:ຮອ ວິທູນ ແກ້ວກັນຍາ

ແຜ່ນດິນໄຫວປະຈໍາວັນທີ 29 ມີນາ 2022

ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້. ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງ ບໍ່ແກ້ວ, ລາຍລະອຽດຂອງ ການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

ໃນເວລາ 12:36:46, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ 20.313°N ແລະ ເສັ້ນແວງທີ 100.194°E ຄວາມແຮງສັ່ນສະເທືອນວັດແທກໄດ້ 1.9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ສີດົງຄູນ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ເຊິ່ງຈຸດເກີດແຜ່ນດິນ ໄຫວແມ່ນຫ່າງຈາກເທດສະບານ ເມືອງຕົ້ນເຜີ້ງ ປະມານ 10 Km

 ຫມາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.