ດໍາລັດວ່າດ້ວຍ ລົດຂອງລັດ

0
2343

ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ ໃນວັນທີ 30 ມີນາ 2022 ນີ້, ຄະນະສະເພາະກິດ ເພື່ອຄົ້ນຄວ້າລະ ບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ໄດ້ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ນິຕິກໍາທີ່ກ່ຽວຂ້ອງ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ, ທັງເປັນຫົວໜ້າຄະນະສະ ເພາະກິດ ເພື່ອຄົ້ນຄວ້າລະ ບຽບການຄຸ້ມຄອງລົດ ບໍລິຫານຂອງລັດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກຂະ ແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ການເຜີຍແຜ່ດໍາລັດ ແລະ ນິ ຕິກຳດັ່ງກ່າວ ເພື່ອຮັບປະກັນ ແລະ ເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບ, ໜັກແໜ້ນ ແລະ ໂປ່ງໄສ ເຊິ່ງລັດຖະບານ ໄດ້ມອບ ໝາຍໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບ ກັບກະຊວງການເງິນ ແລະ ບັນດາພາກສ່ວນກ່ຽວຂ້ອງ ຮ່າງດໍາລັດວ່າດ້ວຍລົດຂອງລັດ ຈົນໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ, ພ້ອມດຽວກັນນັ້ນ, ໃຫ້ອົງການຈັດຕັ້ງຂອງ ພັກ- ລັດ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ກົມກອງກໍາລັງປະ ກອບອາວຸດ, ຫົວໜ່ວຍໂຄງການ ແລະ ລັດວິສາຫະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການນຳໃຊ້ລົດຂອງລັດ ຖືກຕ້ອງຕາມແນວທາງ ແລະ ມີຄວາມໂປ່ງໃສ.

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຍົກໃຫ້ເຫັນ ຈຸດປະສົງຂອງການສ້າງດຳລັດ ເຊິ່ງດຳລັດສະບັບນີ້, ໄດ້ ກຳນົດຫລັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນຳໃຊ້, ການປົກປັກຮັກ ສາ ແລະ ການສະສາງ ລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ອົງ ການຈັດຕັ້ງຂອງພັກ-ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາ ຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫລອດຮອດພະ ນັກງານຜູ້ທີ່ມີສິດ ນຳໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດ ຕັ້ງປະຕິບັດຕົວຈິງ ໃນຂອບ ເຂດທົ່ວປະເທດ, ທັງຮັບປະກັນ ປະຕິບັດນະໂຍບາຍປະ ຢັດແຫ່ງ ຊາດ ແລະ ໃຫ້ສອດຄ່ອງກັບເງື່ອນ ໄຂຕົວຈິງ ຂອງປະເທດເຮົາ.

ທ່ານ ບຸນປອນ ວັນນະຈິດ ຍັງໃຫ້ຮູ້ອີກວ່າ: ລົດຂອງລັດ ແມ່ນຊັບ ສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍງົບປະມານແຫ່ງລັດ, ງົບປະມານຂອງ ລັດວິສາຫະກິດ, ທຶນກູ້ຢືມ, ການຊ່ວຍເຫລືອລ້າດ້ວຍຮູບການຕ່າງໆ ຈາກການຈັດຕັ້ງ ຫລື ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງໄດ້ມາຈາກການຮິບຕາມຄຳຕັດສິນຂອງສານ ເຊິ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດ ນຳຂະແໜງການເງິນ, ອອກໃບທະບຽນ ແລະ ຕິດປ້າຍທະບຽນນຳຂະແໜງການທີ່ກ່ຽວຂ້ອງ ຕາມລະບຽບການ ເຊິ່ງລົດຂອງລັດ ຈະຖືກປະກອບໃຫ້ເປົ້າໝາຍສະເພາະເພື່ອຮັບໃຊ້ເຂົ້າໃນວຽກງານບໍລິຫານລັດ, ວິຊາສະເພາະ ແລະ ວິຊາສະເພາະຈຳ ເພາະ, ລົດປະຈຳຕຳແໜ່ງ ແລະ ລັດວິສາຫະກິດ ຕາມພາລະບົດ ບາດທີ່ຖືກມອບໝາຍ.ສຳລັບ ການປະກອບລົດປະຈຳຕຳແໜ່ງການນຳລະດັບສູງ ແລະ ນ້ຳມັນ ແມ່ນມີ 4 ປະເພດ ຄື:

ການນຳລະດັບສູງ ປະເພດ I ໄດ້ລົດເກັງ 1 ຄັນ, ລົດສໍາຮອງ ປະ ເພດລົດຈິບ 1 ຄັນ, ນໍ້າມັນ 200 ລິດຕໍ່ເດືອນ; ປະເພດ II ໄດ້ລົດເກັງ1 ຄັນ, ລົດສໍາຮອງ ປະເພດລົດຈິບ 1 ຄັນ, ນໍ້າມັນ 180 ລິດຕໍ່ເດືອນ, ປະເພດ III ໄດ້ລົດເກັງ 1 ຄັນ, ນໍ້າມັນ 150 ລິດ ຕໍ່ເດືອນ ແລະ ປະເພດ IV ໄດ້ລົດເກັງ 1 ຄັນ, ນໍ້າມັນ 120 ລິດ ຕໍ່ເດືອນ. ສຳລັບ ພາຫານະທີ່ນຳໃຊ້ການເຄື່ອນໄຫວວຽກງານທາງການ ທີ່ຈຳເປັນຂອງການນໍາຂັ້ນສູງ ປະ ເພດ III ແລະ IV ແມ່ນໃຫ້ນຳໃຊ້ລົດບໍລິຫານລວມ.ພ້ອມດຽວກັນນັ້ນ, ຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ, ພ້ອມດ້ວຍ ຮອງຫົວໜ້າກົມນະໂຍບາຍ ກະຊວງການເງິນ ກໍໄດ້ຜັດປ່ຽນກັນ ເຜີຍແຜ່ ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ລົດບໍລິຫານຂອງລັດ ແລະ ຄຳແນະນໍາ ການ ຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ເລກທີ 599/ລບ ສະເພາະລົດປະຈຳຕຳແໜ່ງການນໍາລະດັບສູງ ປະເພດ I ຫາ IV ຕື່ມອີກ.

ຂ່າວ: ທະນູທອງພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here