Home Blog Page 97

ບໍ່ແກ້ວຢຶດຢາບ້າໄດ້ 48 ເປົ້າ! ເລັ່ງຊອກຫາເຈົ້າຂອງຢາ

ຕາມການລາຍງານຂອງປົກກັນຄວາມສະຫງົບໃຫ້ຮູ້ວ່າ: ໃນວັນທີ 17 ມີນາ 2022 ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ພົບເຫັນລົດຮຸນໄດສີຟ້າ (ບໍ່ມີປ້າຍທະບຽນ) ຂັບເຂົ້າໄປຈອດຢູ່ໃນຕະຫຼາດບ້ານນ້ຳເກິ່ງໃໝ່ ເມືອງຕົ້ນເຜິ້ງ ເຊິ່ງລົດຄັນດັ່ງກ່າວແມ່ນບັນທຸກເປົ້າສີຂາວສີ່ຫຼຽມ, ມີຜ້າແສສີດໍາປົກໄວ້ແຕ່ບໍ່ຮູ້ແມ່ນເປົາຫຍັງ. ໃນເວລານັ້ນມີຜູ້ຊາຍສອງຄົນແລ່ນອອກຈາກລົດຄັນດັ່ງກ່າວເຂົ້າໄປໃນບ້ານນ້ຳເກິ່ງໃໝ່.

ຈາກນັ້ນ ເຈົ້າໜ້າທີ່ປກສ ເມືອງຫ້ວຍຊາຍໄດ້ໄປກວດກາວ່າມີມູນຄວາມຈິງແທ້, ຈຶ່ງໄດ້ປະສານຫາຫ້ອງຕໍາຫຼວດ. ຫຼັງຈາກນັ້ນ ຫ້ອງຕ່າຫຼວດ ຈຶ່ງໄດ້ແຕ່ງພະແນກວິຊາສະເພາະໄປກວດກາຕົວຈິງໂດຍສົມທົບກັບກຳລັງ ປກສ ພວກເຮົາທີ່ປະຈຳຈຸດກວດການ້ຳເກິ່ງ, ປກສ ເມືອງຫ້ວຍຊາຍ, ປກສ ກຸ່ມບ້ານນ້ຳເກິ່ງ ແລະ ເຈົ້າໜ້າທີ່ທະຫານ 405. ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນພົບເຫັນຢາບ້າ ຈຳນວນ 48 ເປົ້າ ມີຈຳນວນ 5.960 ມັດ ເທົ່າກັບ 11,920.000 ເມັດ ມີນ້ຳໜັກ 1.288 ກິໂລກຼາມ.

ປັດຈຸບັນ ກອງບັນຊາການ ປກສ ແຂວງບໍ່ແກ້ວ ພວມດຳເນີນການສືບສວນ-ສອບສວນຫາແຫຼ່ງທີ່ໄປ-ທີ່ມາຂອງຢາເສບຕິດດັ່ງກ່າວ ແລະ ກຸ່ມແກ້ງໃນການຂົນສົ່ງຢາຄັ້ງນີ້. ຖ້າມີລາຍລະອຽດເພີ່ມຕື່ມຈະຂລາຍງານໃຫ້ຊາບຫຼັງ.

ຊາຊົນຊົນບ້ານບົວບານ, ເມືອງປາກລາຍ ໄດ້ນໍາໃຊ້ຂົວຂ້າມແມ່ນໍາລາຍແລ້ວ

ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ຮອດປະຈຸບັນແມ່ນສໍາເລັດແລ້ວ 100%, ທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ຜູ້ຮັບເໝົາກໍ່ສ້າງຂົວດັ່ງກ່າວໄດ້ກ່າວຕໍ່ພິທີມອບ-ຮັບຂົວຂ້າມແມ່ນໍ້າລາຍວ່າ:

ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນ ພຶດສະພາ 2020 ແລະ ສໍາເລັດ 100% ໃນເດືອນ ກັນຍາ 2021, ຂົວດັ່ງກ່າວເປັນຂົວເບເລ່ ( ຂົວເຫຼັກ ), ກວ້າງ 4,08 ແມັດ ຍາວ 26,67 ແມັດ, ຫີນພູລ໋ອກເສົາ ແລະ ຝາປີກ, ຫົວເສົາເປັນເບຕົ່ງເສີມເຫຼັກ, ທາງລົດແລ່ນປູດ້ວຍໄມ້ , ກໍ່ສ້າງທາງເຂົ້າ ສອງສົ້ນຂົວ ກວ້າງ 8 ແມັດ ລວມທັງບ່າທາງ , ມີຮ່ອງລະບາຍນໍ້າ ຍາວ 300 ແມັດ ໜ້າທາງປູດ້ວຍດິນຫີນ, ຕິດຕັ້ງປ້າຍຈາລະຈອນ ແລະ ເຫຼັກປະກັນໄພ ລວມມູນຄ່າການກໍ່ສ້າງທັງໝົດເກືອບ 5 ຕື້ກີບ, ໂດຍແມ່ນທຶນຂອງປະຊາຊົນສົມທົບກັບທຶນຂອງລັດ.

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2022 ນີ້, ທີ່ຂົວຂ້າມແມ່ນນໍ້າລາຍ, ບ້ານບົວບານ ເມືອງ ປາກລາຍ, ໂດຍການເຂົ້າຮ່ວມ ຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ມີທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ, ມີທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ເຈົ້າຂອງໂຄງການ, ມີອໍານາດການປົກຄອງເມືອງ ແລະ ປະຊາຊົນພາຍໃນບ້ານ ບົວບານເຂົ້າຮ່ວມ,

ໃນພິທີທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ໄດ້ກ່າວມອບໂຄງການດັ່ງກ່າວໃຫ້ເຈົ້າຂອງໂຄງການ ແລະ ເຈົ້າຂອງໂຄງການໄດ້ມອບຕໍ່ໃຫ້ອໍານາດການປົກຄອງເມືອງ ປາກລາຍ ແລະ ບ້ານ ບົວບານ ຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ, ຈາກນັ້ນກໍ່ໄດ້ມີການຕັດແຖບຜ້າ ແລະ ຄັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດນໍາໃຊ້ຂົວດັ່ງກ່າວ.

 ແຫຼ່ງຂ່າວ: News.XBL

ເມືອງວິລະບູລີ ອອກແຈ້ງການເພີ່ມທະວີປ້ອງກັນໂຄວິດ-19 ຫຼ້າສຸດ

ອີງຕາມຄະນະສະເພາະກິດເມືອງວິລະບູລີ ແຂວງສະຫວັນນະເຂດ ອອກແຈ້ງການເລກທີ 84, ລົງວັນທີ 18 ມີນາ 2022​ ໃຫ້ເພີ່ມທະວີຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

ປັດຈຸບັນ ສະພາບການແຜ່ລະບາດ ຂອງພະຍາດ Covid-19 ຢູ່ຊຸມຊົນພາຍໃນເມືອງວິລະບູລີ ເຫັນວ່າມີທ່າ ອ່ຽງເພີ່ມຂຶ້ນ, ເຊິ່ງສາເຫດຫຼັກຂອງການແຜ່ລະບາດໃນຄັ້ງນີ້ ກໍ່ຍ້ອນພາກສ່ວນສັງຄົມ, ຜູ້ປະກອບການ ຕະຫຼອດເຖິງ ພໍ່ແມ່ປະຊາຊົນຈໍານວນບໍ່ຫນ້ອຍ ຍັງຖືເບົາໃນການປ້ອງກັນຕົວເອງ ແລະຍັງມີການຝ່າຝືນມາດຕະການປ້ອງກັນ ລວມໄປ ເຖິງການສັກຢາວັກຊິນປ້ອງກັນ ຍັງບໍ່ບັນລຸຕາມເປົ້າຫມາຍທີ່ວາງໄວ້. ສະນັ້ນ, ເພື່ອສະກັດກັ້ນ, ຄວບຄຸມ ແລະແກ້ໄຂການ ແຜ່ລະບາດ ຂອງພະຍາດ Covid-19 ບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນເປັນວົງກວ້າງ.

ເຈົ້າເມືອງໆວິລະບູລີ ອອກແຈ້ງການ ດັ່ງນີ້:

ຫ້າມຈັດງານລ້ຽງ, ງານສ້າງສັນຕ່າງໆ,​ ກໍລະນີງານດອງ,​ ງານຜູກແຂນ,​ງານບຸນແມ່ນໃຫ້ເຮັດຕາມຮີດຄອງ,​ ຈໍາກັດຄົນເຂົ້າຮ່ວມ

ໃຫ້ປິດຮ້ານບັນເທີງຕ່າງໆໃນທົ່ວເມືອງ

ຖ້າຜູ້ໃດຝ່າຝືນຈະຖືກປັບໄໝ ແລະຮັບໂທດຕາມລະບຽບການວາງອອກ.​ອ່ານລະອຽດ ຕາມແຈ້ງການ

ລາຍລະອຽດເພີ່ມເຕີມຕາມແຈ້ງການ

ກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ (LDC5 Part 1)

ໃນວັນທີ 17 ມີນາ 2022, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ພາກທີໜຶ່ງ (LDC5 Part 1) ຂຶ້ນທີ່ ສໍານັກງານໃຫຍ່ອົງການ ສປຊ ທີ່ ນິວຢອກ ໂດຍການເປັນປະທານຂອງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ຂອງ ກາຕາ ໂດຍມີ ທ່ານ ເລຂາທິການໃຫຍ່ອົງການ ສປຊ ແລະ ທ່ານ ປະທານາທິບໍດີ ມາລາວີ, ປະທານກຸ່ມປະເທດດ້ອຍພັດທະນາ ເຂົ້າຮ່ວມກ່າວເປີດກອງປະຊຸມ. ກອງປະຊຸມພາກທີໜຶ່ງນີ້ ໄດ້ຮັບຮອງເອົາ ແຜນປະຕິບັດງານ ໂດຮາ ສຳລັບປະເທດດ້ອຍພັດທະນາ (Doha Programme of Action for LDCs) ສໍາລັບ 1 ທົດສະວັດ ໃນຕໍ່ຫນ້າ (2022-2031) ແລະ ເປັນເອກະສານພື້ນຖານ ທີ່ມີເນື້ອໃນຄົບຖ້ວນກວມເອົາ 6 ຂົງເຂດວຽກງານບຸລິມະສິດ ຄື:

  1. ການລົງທຶນສໍາລັບປະຊາຊົນຢູ່ໃນປະເທດ LDCs: ການລຶບລ້າງຄວາມທຸກຍາກ ແລະ ການສ້າງຂີດຄວາມສາມາດ ເພື່ອພ້ອມກັນກ້າວໄປ;
  2. ຍົກລະດັບວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຮັບມືກັບຄວາມບອບບາງໃນຫຼາຍມິຕິ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ;
  3. ສະໜັບສະໜູນການປັບໂຄງສ້າງດ້ານເສດຖະກິດ ເພື່ອຂັບເຄື່ອນໃຫ້ເກີດຄວາມຈະເລີນຮຸ່ງເຮືອງ;
  4. ເພີ່ມທະວີການຄ້າສາກົນ ແລະ ການເຊື່ອມໂຍງກັບພາກພື້ນ;
  5. ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19 ແລະ ການສ້າງຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບຜົນກະທົບຈາກພາຍນອກ ໃນອະນາຄົດ;
  6. ລະດົມຄວາມສາມັກຄີສາກົນ, ການເປັນຄູ່ຮ່ວມມືສາກົນທີ່ເຂັ້ມແຂງ, ເຄື່ອງມື ແລະ ກົນໄກທີ່ປະດິດສ້າງ ເພື່ອການພັດທະນາແບບຍືນຍົງ ໂດຍຄຳນຶງເຖິງຄວາມສ່ຽງ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ຢ່າງຍືນຍົງ.

ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ທີ່ປະຊຸມວ່າ “ການຮັບຮອງເອົາແຜນປະຕິບັດງານ ໂດຮາ ໃນມື້ນີ້ ເປັນຂີດຫມາຍສໍາຄັນສໍາລັບວົງຄະນາຍາດສາກົນ, ທັງເປັນການຢໍ້າຄືນເຖິງຄວາມຫມາຍຫມັ້ນ ໃນການບໍ່ປ່ອຍປະຜູ້ໃດໄວ້ຢູ່ເບື້ອງຫລັງ”, ພ້ອມທັງ ສະແດງຄວາມໝາຍໝັ້ນຂອງ ສປປ ລາວ ໃນການກະ ກຽມຄວາມພ້ອມຮອບດ້ານເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ເຊິ່ງປັດຈຸບັນ ແມ່ນພວມຢູ່ໃນຂັ້ນຕອນ ຂອງການສ້າງແຜນຍຸດທະສາດເພື່ອຂ້າມຜ່ານກະກຽມໃຫ້ແກ່ການຫຼຸດພົ້ນ ເຊິ່ງຈະສືບຕໍ່ສຸມໃສ່ວຽກງານຫຼຸດຜ່ອນຄວາມທຸກຍາກ ເປັນບູລິມະສິດ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນ. ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນຂະບວນການກະກຽມ ຈົນສາມາດຮັບຮອງເອົາແຜນປະຕິບັດງານທີ່ມີຄວາມຫມາຍສໍາຄັນນີ້.

ທ່ານ ຍັງໄດ້ເນັ້ນຕື່ມວ່າ ການຫຼຸດພົ້້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ແມ່ນເປົ້າຫມາຍສຸດທ້າຍ ເພາະຕ້ອງໄດ້ຄໍານຶງເຖິງ ຄຸນນະພາບ ແລະ ຄວາມຢືນຍົງ ດ້ານການພັດທະນາ ເພ່ືອຮັບປະກັນວ່າ ບັນດາປະເທດທີ່ສາມາດຫລຸດພົ້ນແລ້ວນັ້ນ ຈະບໍ່ກັບຄືນໄປຢູ່ໃນສະຖານະພາບດ້ອຍພັດທະນາຄືເກົ່າ. ດັ່ງນັ້ນ, ການສືບຕໍ່ໄດ້ຮັບການສະຫນັບສະຫນູນຈາກວົງຄະນາຍາດສາກົນ, ລວມທັງ ອົງການເຄືອຂ່າຍ ສປຊ, ສະຖາບັນການເງິນສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ແມ່ນມີຄວາມຈໍາເປັນຍິ່ງ.

ຂໍ້ມູນຈາກ: Permanent Mission of the Lao PDR to the United Nations

ລາຍງານໂຄວິດ-19 ປະຈຳວັນທີ 18 ມີນາ 2022

ຕາມການລາຍງານຈາກການຖະແຫຼງຂ່າວປະຈຳວັນສຳລັບ ສປປ ລາວ ຕາມຕົວເລກການລາຍງານປະຈຳວັນ ວັນສຸກ, ວັນທີ 18 ມີນາ 2022 ໂດຍ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ, ກະຊວງສາທາລະນະເຫັນວ່າ ສະພາບຕົວເລກການຕິດເຊື້ອໃໝ່ ໃນປະເທດແມ່ນມີທ່າອຽງເພື້ມຂີ້ນຫຼາຍແຂວງມີການລາຍງານກໍລະນີເພີ້ມຂຶ້ນ ທຽບໃສ່ເດືອນຜ່ານມາ (ເດືອນ ກຸມພາ 2022​ ມີຜູ້ຕີດເຊື້ອທັງໝົດ 8,305​)  , ຕົ້ນເດືອນ ມີນາ ຮອດມື້ນີ້ ມີຜູ້ຕິດເຊື້ອ  7, 672 ແລະ ເຊີ່ງໃນຈຳນວນດັ່ງກ່າວ ແມ່ນສະເພາະໃນມື້ວານນີີ້ວັນທີ 17 ມື້ດຽວ ແມ່ນມີເຖີງ 1,508( ນະຕອນຫຼວງ 902) ເຊີ່ງແມ່ນມື້ທີ່ຕົວເລກ ເປັນຫຼັກພັນຫຼັງຈາກຈົວເລກຫຼູດລົງ ໄລຍະນຶ່ງ.

ອີງໃສ່ສະພາບການລະບາດຂອງພະຍາດສາຍພັນໂອໄມຄຣອນ ຢູ່ບັນດາປະເທດໃນທົ່ວໂລກ ແລະ ໃນປະເທດໃກ້ຄຽງສົມທົບກັບໄລຍະນີ້ ສປປ ລາວເຮົາ ກໍ່ມີລາຍງານຈຳນວນຜູ້ຕິດເຊື້ອຈາກສາຍພັນດັ່ງກ່າວພາຍໃນປະເທດ , ຈາການສຸ່ມຕົວຢ່າງກວດຊອກຫາສາຍພັນໂອໄມຄຣອນ ປັດຈຸບັນ ກວດພົບສາຍພັນດັ່ງກ່າວທັງໝົດ 43 ກໍລະນີ, ໃນນັ້ນ ແມ່ນຈາກກໍລະນີເດີນທາງເຂົ້າປະເທດແມ່ນ 38 ກໍລະນີ ແລະ 5 ກໍລະນີແມ່ນເກີດໃນປະເທດ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ເຊິງຕາມບົດຮຽນຂອງຫຼຍປະເທດຫາກມີການກວດພົບ ກໍລະນີໂອໄມຄອນໃນຊຸມຊົນແມ່ນໂດຍບໍ່ຮູ້ທີ່ມາແມ່ນຖືວ່າມີການລະບາດຂອງພະຍາດດັ່ງກ່າວໃນຊູມຊົນ, ດັ່ງນັ້ນ ການຕິດເຊື້ອ ໂຄວີດເພີ້ມຂຶ້ນໃນຮອບໃໝ່ໃນປະເທດ ນີ້ ເຊື້ອສາຍເຫດສ່ວນໃຫ່ຍກໍຈະແມ່ນມີສາຍເຫດຈາກສາຍພັນໂອໄມຄອນເຊິ່ງເປັນເຊື້ອທີ່ມີການຕິດເຊື້້ອໄດ້ງາຍທີ່ສູດ

ໃນສະພາບປະຈຸບັນ ເຫັນວ່າການເຄື່ອນໄຫວໃນສັງຄົມຂອງບາງກຸ່ມຄົນ ແມ່ນມີການລະເຫຼີງມາດຕະການ ທາງສັງຄົມ  ການໄປງານສັງຄົມຕ່າງໆ ແມ່ນບໍ່ມີການປະຕິບັດມາດຕະການປ້ອງກັນໂຕເອງ (ບໍ່ໃສ່ໃສ່ຜ້າອັດປາກອັດດັງ ) ແລະ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ  ເຮັດໃຫ້ມີຄວາມສ່ຽງສູງທີ່ຈະມີການສົ່ງເຊື້ອພະຍາດຈາກຜູ້ນີ້ຫາຜູ້ອື່ນ ໂດຍສະເພາະ ຖ້າແມ່ນ ສາຍພັນໂອໄມຄຣອນແມ່ນສາມາດຕິດເຊື້ອໄດ້ໄວແລະ ແຜ່ຂະຫຍາຍເປັນວົງກ້ວາງ ໄດ້ໄວທີ່ສຸດ

ກ້າວກະໂດດ! ມື້ນີ້ +1,508 ຄົນ ນະຄອນຫຼວງຫຼາຍສຸດ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ເຜີຍແຜ່ ຍຸດທະສາດຂອງອີຢູ ຕໍ່ການຮ່ວມມືໃນພາກພື້ນ ອິນໂດ-ປາຊີຟິກ

ໃນວັນທີ 17 ມີນາ 2022 ນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສໍານັກງານສະຫະພາບເອີຣົບ ປະຈໍາ ສປປ ລາວ ຈັດສໍາມະນາ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ພາຍໃຕ້ຫົວຂໍ້: “ຍຸດທະສາດຂອງອີຢູ ຕໍ່ການຮ່ວມມືໃນພາກພື້ນ ອິນໂດ-ປາຊີຟິກ” ຫລື “EU Strategy for Cooperation in the Indo-Pacific” ໂດຍມີ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ Ina MARCIULIONYTE, ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການ ກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດສຳມະນາຄັ້ງນີ້ ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ໃຫ້ແກ່ ສປປ ລາວ ໃນການກໍານົດຍຸດທະສາດຂອງ ອີຢູ ຕໍ່ ພາກພື້ນ ອິນໂດ-ປາຊີຟິກ ເຊິ່ງຍຸດທະສາດດັ່ງກ່າວ ໄດ້ເນັ້ນໜັກໃສ່ການສົ່ງເສີມການລົງທຶນລະຫວ່າງ ອີຢູ ກັບບັນດາປະເທດໃນພາກພື້ນ ອິນໂດ-ປາຊີຟິກ, ການເຊື່ອມໂຍງເຊື່ອມຈອດ, ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນການແກ້ໄຂບັນຫາທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ ການປ່ຽນແປງຂອງສະພາບດິນຟ້າອາກາດ, ນອກຈາກນີ້, ກໍເພື່ອເປີດໂອກາດໃຫ້ຝ່າຍ ລາວ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນ ໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການສືບຕໍ່ສົ່ງເສີມ ການຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ປະກົດຜົນເປັນຈິງ ແລະ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ແກ່ປະຊາຊົນລາວ ແລະ ອີຢູ.

ໃນໄລຍະຜ່ານມາ, ສະຫະພາບເອີຣົບ ເປັນອົງການໜຶ່ງທີ່ມີບົດບາດສໍາຄັນ ໃນການສະໜອງດ້ານທຶນຮອນ ເພື່ອຊ່ວຍເຫລືອແກ່ ສປປ ລາວ ໃນການປັບປຸງຄຸນນະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມອາດສາມາດ ແລະ ໃຫ້ ການຊ່ວຍເຫລືອ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງເຊື້ອພະຍາດ ໂຄວິດ-19.

ແຫຼ່ງຂ່າວ: ຂປລ

ຄຳແນະນຳກ່ຽວກັບຂັ້ນຕອນປະກອບເອກະສານຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແນະນຳ ວ່າດ້ວຍການ ເຂົ້າ-ອອກ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19;

ເຊິ່ງລະອຽດກະລຸນາອ່ານຄຳແນະນຳດ້ານລຸ່ມນີ້

.

.

.

.

ປຸຍຊີວະພາບ ທີ່ເປັນມິດກັບ ສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວີດຊຶ່ງນຳໃຊ້ວັດຖຸດິບຈາກທຳມະຊາດ 100%

ປຸຍຊີວະພາບ ທີ່ເປັນມິດກັບ ສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວີດຊຶ່ງນຳໃຊ້ວັດຖຸດິບຈາກທຳມະຊາດ 100% ເຊິ່ງກຸ່ມຜະລິດກະສິກຳ ບ້ານໃຫຍ່ນ້ຳປຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ຂະແຫນງສົ່ງເສີມSME ແລະ ການຄ້າ ຂອງພະແນກອຸດສາຫະກຳ ແລະການຄ້າແຂວງບໍ່ແກ້ວ ແລະ ຫ້ອງການ ອຄ ເມືອງຫ້ວຍຊາຍ ເປັນຜູ້ຮິບຜິດຊອບ.

ສຳລັບຄຸນປະໂຫຍດຂອງປຸຍຊີວະພາບ ມີດັ່ງນີ້:

  • ສຳລັບບຳລຸງເຂົ້ານາປີ-ນາແຊງ,
  • ເພີ່ມປະສີດທິຜົນໃນການປູກໄມ້ອຸດສາຫະກຳ,
  • ເພີ່ມຄວາມອຸດົມສົມບຸນໃຫ້ຕົ້ນໄມ້ກິນຫມາກ, ຫລໍ່ລ້ຽງພືດຜັກທັນຍາຫານທຸກລະດູການ
  • ເພີ່ມຄວາມງົດງາມໃຫ້ຕົ້ນໄມ້ປະດັບ,
  • ຍົກສູງຄຸນນະພາບຂອງ ການກະເສດທຸກປະເພດ….

ສຳລັບໃຜທີ່ສົນໃຈແມ່ນສາມາດຕິດຕໍ່ ສອບຖາມ ເພື່ອລອງໄປນຳໃຊ້ ນຳກຸ່ມຜະລິດກະສິກຳ ບ້ານໃຫຍ່ນ້ຳປຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫລື ສອບຖາມຂໍ້ມູນກັບ ຂະແຫນງສົ່ງເສີມSME ແລະ ການຄ້າ ຂອງພະແນກອຸດສາຫະກຳ ແລະການຄ້າແຂວງບໍ່ແກ້ວ ແລະ ຫ້ອງການ ອຄ ເມືອງຫ້ວຍຊາຍ ໄດ້ທຸກເວລາ.

ບໍ່ວ່າແມ່ນໄລຍະປົກກະຕິ ຫຼື ໄລຍະຫັນວີກິດການແຜ່ລະບາດ ຂອງພະຍາດໂຄວິດ 19 ຄື: ປັດຈຸບັນ ເປັນໂອກາດ ທາງທຸລະກິດ ທ່າມກາງການຜັນຂະຫຍາຍ ເນື້ອໃນ-ຈິດໃຈ ຂອງວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງລັດຖະບານ ກໍຄື ຂອງແຂວງບໍ່ແກ້ວ:

” ຜູ້ຜະລິດຈະຢູ່ໄດ້ ກໍຕໍ່ເມືອມີຜູ້ບໍລິໂພກ; ການຜະລິດຈະຂະ ຫຍາຍຕົວໄດ້ ກໍຕໍ່ເມືອ ສົມຄູ່ກັບການບໍລິໂພກ; ການຫັນສັງຄົມການບໍລິໂພກ ໄປສູ່ສັງຄົມການຜະລິດ ຈະມີກຳລັງແຮງ ກໍຕໍ່ເມື່ອ ການຜະລິດພາຍໃນເຂັ້ມແຂງ ແລະ ມີຕະຫລາດຮອງຮັບທີ່ຫມັ້ນຄົງ; ລາຍຮັບປະຊາຊົນຈະຫມັ້ນຄົງ ກໍຕໍ່ເມື່ອມີວຽກເຮັດງານທຳທີ່ຖາວອນ…” ການມີສ່ວນຮ່ວມຂອງສັງຄົມ ແມ່ນປັດໄຈສຳຄັນທີ່ສຸດ, ຊ່ວຍກັນຊຸກຍູ້-ສົ່ງເສີມຜະລິດຕະພັນລາວຫຼາຍໆ…

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper

ປກສ ນະຄອນໄກສອນ ພົມວິຫານ ມ້າງຄະດີຢາເສບຕິດ ໄດ້ຕື່ມອີກ 17 ມັດ

ໃນວັນທີ 10 ມີນາ2022 ນີ້, ເຈົ້າໜ້າທີ່ ຕຳຫຼວດໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ກັກຕົວ ເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ 2 ຄົນ, ຊື່ ທ້າວ ສຸກດາວັນ ຫຼື ໄກ່ ອາຍຸ 26 ປີ, ອາຊີບ ກຳມະກອນ ບ້ານໂນນສະຫວາດ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ 1 ມັດ ເທົ່າກັບ 2.000 ເມັດ ,ຈຸດກັກຕົວຂອບເຂດບ້ານ ນາເລົ່າ ນະຄອນ ໄກສອນ ພົມວິຫານ,ຜ່ານການສືບສວນ-ສອບຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນໄດ້ຊື້ນຳນາງ ປາດຖະໜາ ຫຼື ຕິກນາ ອາຍຸ 26 ປີ ອາຊີບ ວ່າງງານ ບ້ານ ສອນໄຊ ນະຄອນ ໄກສອນ ພົມວິຫານ.

ມາຮອດເວລາ18 ໂມງແລງຂອງວັນດຽວກັນ ຈຶ່ງໄດ້ກັກຕົວນາງ ປາດຖະໜາ ຫຼື ຕິກນາ ໄດ້ ຢູ່ເຮືອນຜູ້ກ່ຽວ ບ້ານ ສອນ ໄຊ ນະຄອນ ໄກສອນ ພົມວິຫານ ,ຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ສົມທົບກັບອຳນາດການປົກຄອງບ້ານສອນໄຊ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 6 ເພື່ອທຳການກວດຄົ້ນເຄຫະສະຖານ(ຫ້ອງນອນ)ຂອງຜູ້ກ່ຽວ ເຊີ່ງຜ່ານການກວດຄົ້ນແມ່ນພົບເຫັນຂອງກາງຢາບ້າ ຈຳນວນ 13 ມັດ ,ກັບ 49 ຖົງ ເທົ່າກັບ 35.772 ເມັດ ທີ່ຜູ້ກ່ຽວນໍາມາຊຸກເຊື່ອງໄວ້ໃນລິ້ນຊັກ ຕູ້ໄວ້ເຄື່ອງ ຢູ່ໃນຫ້ອງນອນຂອງຜູ້ກ່ຽວ,ໂທລະສັບຊຳຊຸງສີດຳ 1 ເຄື່ອງ,ຈາກນັ້ນຈື່ງໄດ້ນຳຕົວພວກກ່ຽວ ພ້ອມຂອງກາງຄະດີເຂົ້າມາ ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ເພື່ອສືບສວນ-ສອບສວນ.

ຂ່າວໄດ້ແຈ້ງຕື່ມວ່າ:ມາໃນວັນທີ 11 ມີນາ2022, ເວລາ06 ໂມງ30 ນາທີ,ທາງເຈົ້າໜ້າທີ່ ກໍ່ໄດ້ກັກຕົວເປົ້າໜາຍຄ້າ-ຂາຍຢາບ້າ ຈຳນວນ 04 ຄົນ,ມີທ້າວ ຈັນທະວີສຸກ ຫຼື ແຂກ ອາຍຸ 36 ປີ, ອາຊີບ ວ່າງງານ ບ້ານ ໂພນຊາຍ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ ຈຳນວນ 79ເມັດ, ເຊີ່ງຜ່ານການສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າ ຈຳນວນດັງກ່າວຊື້ມາຈາກ ທ້າວ ອຸດຕະມະ (ກິ) ອາຍຸ 44 ປີ ອາຊີບເຮັດນາ ບ້ານ ນາເຊັງ ນະຄອນ ໄກສອນ ພົມວິຫານ, ມາຮອດເວລາ 10 ໂມງ ຂອງວັນດຽວກັນຈຶ່ງໄດ້ກັກຕົວ ທ້າວ ອຸດຕະມະ (ກິ) ໄດ້ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ ຈຳນວນ 02 ຖົງເທົ່າກັບ 400ເມັດ , ຜ່ານການສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າ ດັ່ງກ່າວແມ່ນຊື້ມາຈາກ ທ້າວ ຈັນທະວີສຸກ(ຫຳ) ອາຍຸ 39 ປີ ອາຊີບ ເຮັດນາ ບ້ານ ໂພນສະອາດ ນະຄອນ ໄກສອນ ພົມວິຫານ, ຮອດເວລາ 11 ໂມງ 40 ນາທີ ຂອງວັນດຽວກັນ ຈື່ງໄດ້ກັກຕົວ ທ້າວ ຈັນທະວີສຸກ(ຫໍາ) ໄດ້ຢູ່ຖຽງນາຂອງຜູ້ກ່ຽວ ບ້ານ ນາເຊັງ ພ້ອມຂອງກາງຢາບ້າ ຈຳນວນ 10ຖົງ ເທົ່າກັບ1.988 ເມັດ ,ປືນສະເກາະ 1 ກະບອກ ພ້ອມລູກກະສຸນ ຈຳນວນ 12 ລູກ,ລູກປືນອາກາ ຈຳນວນ 7 ລູກ, ຜ່ານການສຶບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າ ຈຳນວນດັ່ງກ່າວແມ່ນໄດ້ຊື້ມາຈາກທ້າວ ສົງການ(ແຫຼ້) ອາຍຸ 26 ປີ ອາຊີບ ວ່າງງານ ບ້ານສອນໄຊ ນະຄອນ ໄກສອນ ພົມວິຫານ, ເວລາ 14ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ສົງການ (ແຫຼ້) ໄດ້ຢູ່ຂອບເຂດບ້ານ ນາເຊັງ ພ້ອມຂອງກາງຢາບ້າ ຈຳນວນ 1 ມັດ ເທົ່າກັບ 2.000 ເມັດ.

ດັ່ງນັ້ນທາງເຈົ້າໜ້າທີ່ ວິຊາສະເພາະຈື່ງໄດ້ສົມທົບກັບອຳນາດການປົກຄອງບ້ານ ສອນໄຊ ແລະເຈົ້າໜ້າທີ່ ປກສ ກຸ່ມບ້ານທີ06 ເພື່ອທຳການກວດຄົ້ນເຄຫະສະຖານຫ້ອງນອນຂອງຜູ້ກ່ຽວ ແລະ ຜ່ານການກວດຄົ້ນແມ່ນພົບເຫັນຂອງກາງຢາບ້າຈຳນວນ 02 ມັດ ກັບ 17 ຖົງ ເທົ່າກັບ 7.586 ເມັດ ແລະ ຢາໄອສ ຈຳນວນ 01 ຖົງໃຫຍ່ ທີ່ຜູ້ກ່ຽວນຳມາຊຸກເຊື່ອງໄວ້ໃນຕູ້ຢູ່ຫ້ອງນອນຂອງຜູ້ກ່ຽວ,ຈາກນັ້ນຈຶ່ງໄດ້ນຳຕົວພວກຜູ້ກ່ຽວ ພ້ອມຂອງກາງຢາບ້າ ເຂົ້າມາ ປກສ ນະຄອນໄກສອນ ພົມວິຫານ ເພື່ອທຳການສືບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດ ໜາຍບ້ານເມືອງຕໍ່ໄປ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ