ເງິນກີບອ່ອນຄ່າຕໍ່ເນື່ອງ ຍ້ອນການແຂງຄ່າຂອງເງິນໂດລາ ຢູ່ສາກົນ

0
3654

ປັດຈຸບັນ ອັດຕາແລກປ່ຽນ ຫລື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງ ໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາ ຄານ ແລະ ຕະຫລາດນອກລະບົບ;

ໃນນີ້, ອັດຕາແລກປ່ຽນໄດ້ມີການເໜັງຕີງແຮງຫລາຍ ນັບແຕ່ໄລ ຍະທ້າຍເດືອນມີນາ 2022.

ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫລາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງ ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022ວ່າ: ສຳລັບປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ, ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈຳກັດ ແຕ່ພັນທະໃນການຊຳລະໃຫ້ຕ່າງປະເທດມີສູງຕໍ່ເນື່ອງ;

ການຈັດຕັ້ງປະ ຕິບັດນະໂຍບາຍ ແລະ ມາດຕະການດ້ານການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວ ຂ້ອງ ຍັງບໍ່ທັນກົມກຽວ ຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນ ຈາກຕ່າງປະເທດ ຈໍານວນຫລາຍຍັງບໍ່ທັນເຂົ້າມາປະເທດ ຕາມລະບຽບການ, ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ, ສົ່ງຜົນກະທົບຕໍ່ປະລິມານການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃນສະພາບທີ່ລາຄາສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ໄດ້ເພີ່ມຂຶ້ນສູງຫລາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ, ໃນ 5 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດູນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດູນຢູ່ໃນລະດັບເກືອບ 548,93 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ 9,62%, ແຕ່ໃນນີ້ມີພຽງແຕ່ 32% ຂອງມູນຄ່າການສົ່ງອອກ ເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ; ໃນຂະນະທີ່ 92% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະ ບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານ ຫລາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານ ໃນລະດັບທີ່ສູງ. ສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫຼາຍ ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊຳລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ສະພາບຄວາມກັງວົນຕໍ່ຄວາມບໍ່ແນ່ນອນຢູ່ຕະຫລາດສາກົນ ແລະ ຕໍ່ສະພາບຄ່ອງດ້ານເງິນຕາຕ່າງປະເທດຂອງລະບົບທະນາຄານ ໄດ້ສົ່ງຜົນກະທົບຕໍ່ສະ ພາບຈິດໃຈ ຕໍ່ຈິດຕະສາດຂອງສັງຄົມຫລາຍ ພາໃຫ້ເກີດມີສະພາບທີ່ບໍ່ຊຸກຍູ້ຄວາມເຂັ້ມແຂງຂອງຄ່າເງິນຂອງຊາດຈຳນວນໜຶ່ງ ເປັນຕົ້ນການຂົນຂວາຍຊອກຊື້ເງິນຕາຕ່າງປະເທດເກີນຄວາມຈຳເປັນ, ກັກຕຸນເງິນຕາຕ່າງປະເທດ, ກຳນົດ ແລະ ຊື້-ຂາຍ ເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍ ໃນອັດຕາແລກ ປ່ຽນທີ່ອ່ອນຄ່າຫລາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ ໂດຍສະເພາະ ໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫລາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນ ສ້າງແຮງກົດດັນໃຫ້ອັດຕາແລກປ່ຽນຍິ່ງອ່ອນຄ່າ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here