ຄະດີເກີດຂຶ້ນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ ໃນ 6 ເດືອນຕົ້ນປີ

0
818

ຕາມການລາຍງານຂອງຄວາມສະຫງົບໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2022, ມີຄະດີເກີດຂຶ້ນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ ຊ່ວງນະຄອນຫຼວງ ວຽງຈັນ ທັງຫມົດ 28 ເລື່ອງ, ສາມາດແກ້ໄຂໄດ້ 12 ເລື່ອງ ກັກຜູ້ຖືກຫາດໍາເນີນຄະດີໄດ້ 5 ຄົນ;

ເຊິ່ງຂໍ້ມູນ ດັ່ງກ່າວ ໃຫ້ຮູ້ໃນ ການປະຊຸມສະຫຼຸບວຽກງານທີ່ຈັດຂຶ້ນໃນວັນທີ 15 ມິຖຸນາ 2022 ເປັນປະທານຂອງ ນ້ອ ອຸບົນ ຈຸນລະມະນີ ຮອງຫົວຫນ້າກອງບັນຊາການ ປກສ ນວ, ພ້ອ ໄກສອນ ແກ້ວມະນີ ຫົວຫນ້າກົມຕໍາ ຫຼວດທາງລົດໄຟ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ຈັນທະບູນ ມະນີວົງ ຮອງຫົວຫນ້າຫ້ອງຕໍາຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂຶ້ນຜ່ານບົດສະຫຼຸບວ່າ: ໃນ 6 ເດືອນຕົ້ນປີ 2022, ພະແນກຕໍາຫຼວດລົດໄຟ ນະຄອນຫຼວງວຽງຈັນ ເລີ່ມ ເປີດບໍລິການນໍາໃຊ້ສະຖານີລົດໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ມີເຫດການເກີດຂຶ້ນ 28 ເລື່ອງ ສາມາດແກ້ໄຂໄດ້ຈໍານວນ 12 ເລື່ອງ, ກັກຜູ້ຖືກຫາໄດ້ 5 ຄົນມອບໃຫ້ກອງບັນຊາການ ປກສ ເມືອງ ຫາດຊາຍຟອງ ດໍາເນີນຄະດີ, ໃນນີ້, ຄະດີພົ້ນເດັ່ນ ແມ່ນພະແນກຕໍາຫຼວດ ລົດໄຟກວດພົບເຫັນຄົນ ໂດຍສານພົກພາທາດລະເບີດ ລູກປືນ AK ຈໍານວນ 155 ລູກ ) ເຂົ້າມາໃນສະຖານີໂດຍ ສານສາມາດຈັບ ຕົວນໍາ ສົ່ງໃຫ້ພະແນກຕໍາຫຼວດສືບສວນ-ສອບສວນດໍາເນີນຄະດີຕາມລະບຽບກົດຫມາຍ.

ພັອ ອຸບົນ ຈຸນລະມະນີ ໃຫ້ທິດຊີ້ນໍາຕໍ່ພະແນກຕໍາຫຼວດລົດໄຟ ນະຄອນຫຼວງວຽງຈັນ ແລະ ບັນດາ ປກສ 4 ຕົວເມືອງ (ເມືອງ ຫາດຊາຍຟອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະ ເມືອງນາຊາຍທອງ) ທີ່ມີ ເສັ້ນທາງລົດໄຟລາວ-ຈີນຜ່ານ ໃຫ້ເອົາໃຈໃສ່ເພີ່ມທະວີເຮັດວຽກງານປ້ອງກັນຄວາມສະ ຫງົບໃຫ້ແຫນ້ນ ແຟ້ນ ໂດຍສົມທົບກັບທະຫານເມືອງ ແລະ ອໍານາດການປົກຄອງທ້ອງຖິ່ນພ້ອມກັນປົກປັກຮັກສາສະຖານີ ແລະ ແລວ ທາງລົດໄຟບໍ່ໃຫ້ມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນເຊິ່ງອາດຈະ ເປັນຜົນສະທ້ອນຕໍ່ກັບການ ກໍ່ສ້າງ ແລະ ພັດທະນາປະເທດຊາດ.

ໃນຕອນທ້າຍ, ກອງປະຊມ ພ້ອ ໄກສອນ ແກ້ວມະນີ ມີຄໍາຖາມເຈາະຈີ້ມ ພ້ອມທັງໃຫ້ທິດຊີ້ນໍາຕໍ່ກັບ ວຽກງານປ້ອງກັນສະຖານີລົດໄຟລາວ-ຈີນນັບແຕ່ຂັ້ນເມືອງ, ນະຄອນຫຼວງ ແລະ ທ້ອງຖິ່ນ ທີ່ມີເສັ້ນທາງ. ລົດໄຟຜ່ານໂດຍຖືເອົາວຽກງານວິຊາສະເພາະເປັນຫຼັກ, ສ້າງຕາຫນ່າງພື້ນຖານ ແລະ ເຮັດ ວຽກງານໂຄສະນາ ໃຫ້ພໍ່-ແມ່ປະຊາຊົນມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີຫວັງທໍາລາຍມ້າງເພ ກໍ່ຄວາມບໍ່ສະຫງົບຢູ່ຕາມສະຖານີລົດໄຟ ຫຼື ແລວທາງລົດໄຟ ແລະ ໄດ້ຖືເອົາໂອກາດດັ່ງກ່າວ ລົງກວດເບິ່ງ ພື້ນຖານໂຄງລ່າງຂອງບໍລິສັດລົດໄຟລາວ-ຈີນ ໂດຍສະເພາະແມ່ນສະຖານີສິນຄ້າວຽງຈັນໃຕ້ ແລະ ຊີ້ນໍາ ວຽກງານປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດເຂົ້າມາໃນສະຖານີລົດໄຟລາວ-ຈີນຢ່າງເດັດຂາດ.

LEAVE A REPLY

Please enter your comment!
Please enter your name here