ໃຊ້ຫີນຫຸບຫົວພົນລະເມືອງແລ້ວກໍເຫດລັກຊັບ

0
6285

ຕາມການລາຍງານຂອງຄວາມສະຫງົບ ໃຫ້ຮູ້ວ່າ: ທ້າວ ເຕ້ຍ ອາຍຸ 24 ປີ ບ້ານໜອງມ່ວງ, ເມືອງສະຫນາມໄຊ, ແຂວງອັດຕະປື ໄດ້ເຂົ້າແຈ້ງຄວາມຕໍ່ ເຈົ້າຫນ້າທີ່ ປກສ ເມືອງປາກຊ່ອງ ແຂວງຈໍາປາສັກ ວ່າ: ໃນຄັ້ງວັນທີ 25 ເມສາ 2022 ໃນເວລາປະມານ 21:10 ໂມງ ມີຄົນໄດ້ປຸ້ນເອົາຊັບຂອງຜູ້ກ່ຽວ ໂດຍໃຊ້ກ້ອນຫີນທຸບຫົວຈົນໝົດສະຕິ ເພື່ອປຸ້ນເອົາເງິນ ແລະ ລົດຈັກຫຼົບໜີ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມ ກໍໄດ້ລົງຈຸດເກີດເຫດທີ່ອານຸສາວະລີ ທ່ານ ສີທົນ ກົມມະດໍາ ບ້ານບັງລຽງ ເມືອງປາກຊ່ອງ ແຂວງຈໍາປາສັກ ພ້ອມທັງປະຕິບັດຕາມຫຼັກການວິຊາສະເພາະ, ມາຮອດວັນທີ 6 ມິຖຸນາ 2022, ສາມາດກັກຕົວຜູ້ກໍ່ເຫດ ຊື່ ທ້າວ ໂຫຼຍ ອາຍຸ 31 ປີ ບ້ານແກ ເມືອງໂພນທອງ ແຂວງຈໍາປາສັກ; ຜູ້ກ່ຽວສາລະພາບວ່າ: ໃນວັນທີ 25 ເມສາ 2022 ເວລາປະມານ 19:00 ໂມງ, ໄດ້ຍ່າງມາແຕ່ຫຼິ້ນແຕ່ພໍຍ່າງໄປຮອດທະນາຄານການຄ້າຕ່າງປະເທດສາຂາເມືອງປາກຊ່ອງ ພົບເຫັນ ທ້າວ ເຕ້ຍ (ຜູ້ຖືກເສຍຫາຍ) ນັ່ງຄາບລົດຈັກຢູ່ ແລະ ຜູ້ກ່ຽວຈຶ່ງເຂົ້າໄປຖາມວ່າ ເຈົ້າຊິໄປໃສ, ທ້າວ ເຕ້ຍ ຕອບວ່າຈະໄປທະນາຄານ.

ຈາກນັ້ນ, ທັງສອງກໍ່ໄດ້ໄປກິນຢູ່ໃນຮ້ານອາຫານ ຢູ່ຈຸດດັ່ງກ່າວໂດຍແມ່ນ ທ້າວ ເຕ້ຍ ເປັນຜູ້ຈ່າຍເງິນ; ເວລານັ້ນ, ສັງເກດເຫັນເງິນ ທ້າວ ເຕ້ຍ ຈຶ່ງເກີດມີແນວຄິດຢາກໄດ້ ພ້ອມທັງວາງແຜນຊັກ ຊວນ ທ້າວ ເຕ້ຍ ໃຫ້ຂັບລົດຈັກໄປສົ່ງຢູ່ຮ້ານຜູ້ສາວຢູ່ເຂດບ້ານບັງລຽງ ແຕ່ບໍ່ໄດ້ເຂົ້າຮ້ານຜູ້ສາວ. ຈາກນັ້ນ, ໄດ້ ຊວນທ້າວ ເຕ້ຍ ຂັບຂີ່ລົດໄປຫຼິ້ນຢູ່ອານຸສາວະລີ, ພໍ່ໄປຮອດຜູ້ກ່ຽວ ແມ່ນນັ່ງຢູ່ຂອບອ່າງນ້ໍາພຸ, ສ່ວນ ທ້າວ ເຕ້ຍ ແມ່ນນັ່ງຄາບລົດຈັກ ໄດ້ປະມານ 10 ນາທີ ສັງເກດເຫັນ ກ້ອນຫີນປະມານສ່ໍາຄ້ໍາປັ້ນ ຈຶ່ງຈັບເອົາກ້ອນຫີນມາຕີໃສ່ຫົວຂອງ ທ້າວ ເຕ້ຍ 1 ບາດ.

ເວລານັ້ນ, ທ້າວ ເຕ້ຍ ໄດ້ແລ່ນໜີຂຶ້ນເທິງລະບຽງອ່າງນໍ້າພຸອານຸ ສາວະລີ, ເມື່ອເປັນແນວນັ້ນ, ຜູ້ກ່ຽວຈຶ່ງເອົາກ້ອນຫີນໄລ່ຕີປະມານ 2-3 ບາດ ເຮັດໃຫ້ທ້າວ ເຕ້ຍ ສະຫຼົບ. ຈາກນັ້ນ, ກໍຈົກເອົາເງິນໃນຖົງໂສ້ງ ແລະ ເອົາລົດຈັກເວັບຈີນ ຂັບຂີ່ຫຼົບໜີໄປຫາພີ່ນ້ອງຢູ່ບ້ານນໍ້າປົດ, ເມືອງປາກຊ່ອງ, ແຂວງຈໍາປາສັກ ແລະ ໄດ້ນອນຢູ່ເຮືອນພີ່ນ້ອງ 1 ຄືນ.

ມື້ຕໍ່ມາ, ຈຶ່ງໄດ້ຂັບລົດຈັກຂອງ ທ້າວ ເຕ້ຍ ກັບມາບ້ານຂອງຜູ້ກ່ຽວ ແລະ ໄດ້ຂີ່ລົດໂດຍສານໄປຫາຫມູ່ ຢູ່ບ້ານພຽງດີ ເມືອງໂຂງ ແຂວງຈໍາປາສັກ. ຈົນຮອດທີ 4 ມິຖຸນາ 2022, ໄດ້ກັບມາພັກຢູ່ບ້ານພັກແຫ່ງຫນຶ່ງ ເຂດຫຼັກ 4 ນະຄອນປາກເຊ ແລະ ພັກຢູ່ບ້ານພັກ 2 ຄືນ.

ຮອດຕອນເຊົ້າຂອງວັນທີ 6 ມິຖຸນາ 2022, ໄດ້ຈ້າງຄົນຂັບລົດຈັກໃຫ້ໄປສົ່ງຢູ່ບ້ານແກ ເມືອງໂພນທອງ ແຂວງຈໍາປາສັກ ກ່ອນຖືກເຈົ້າຫນ້າທີ່ ປກສ ເມືອງ ໂພນທອງ ຈັບຕົວສົ່ງ ໃຫ້ເຈົ້າຫນ້າທີ່ ປກສ ເມືອງປາກຊ່ອງ ດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here