Home Blog Page 111

ການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ ເພື່ອກັນພະຍາດໂຄວິດ-19 ໃນແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດແຈ້ງການເຖິງ  ເຈົ້ານະຄອນໄກສອນພົມວິຫານ ແລະ ບັນດາທ່ານເຈົ້າເມືອງ 14 ເມືອງ, ບັນດາທ່ານຫົວຫນ້າພະແນກການ, ກົມກອງຕ່າງໆ ໃນທົ່ວແຂວງ, ບັນດາທ່ານຜູ້ອໍານວຍການ ໂຮງຈັກ, ໂຮງງານ ແລະ ຫົວຫນ່ວຍທຸລະກິດຕ່າງໆ. ເລື່ອງ: ການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ( ວສຊ ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດທົ່ວແຂວງສະຫວັນນະເຂດ.

ປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ແຂວງ ສະຫວັນນະເຂດ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານກ່ຽວກັບການຈັດຕັ້ງປະຕິບັດວັນສັກວັກຊິນແຫ່ງຊາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດທົ່ວແຂວງສະຫວັນນະເຂດ ເພື່ອເປັນການຍົກລະດັບອັດຕາພູມ ຄຸ້ມກັນປະຊາຊົນບັນດາເຜົ່າໃຫ້ສູງຂື້ນ ແລະ ຮັບມືກັບການແຜ່ລະບາດເຊື້ອພະຍາດໂຄວິດ-19 ສາຍພັນໂອມີຄອນ ມາຍັງບັນດາທ່ານດັ່ງນີ້:

1. ມອບໃຫ້ທ່ານເຈົ້ານະຄອນ ແລະ ບັນດາທ່ານເຈົ້າເມືອງຊີ້ນໍາການຈັດຕັ້ງປະຕິບັດວັນສັກຢາກັນພະຍາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດນະຄອນ ແລະເມືອງຂອງຕົນເລີ່ມແຕ່ວັນທີ 23 ກຸມພາ ຫາ 07 ມີນາ.

2. ໃຫ້ເປີດກອງປະຊຸມຊີ້ແຈງແກ່ອໍານາດການປົກຄອງບ້ານ, ພະແນກການ, ຫ້ອງການທຸກພາກສ່ວນອອ້ມຂ້າງນະຄອນ ແລະ ເມືອງ ພ້ອມທັງປະກາດຂະບວນການຈັດຕັ້ງປະຕິບັດ ວສຊ ຢ່າງເປັນທາງການ ໃນວັນທີ 23 ກຸມພາ 2022 ແລ້ວ ໃຫ້ເລີ່ມບໍລິການສັກວັກຊີນແບບຄົງທີ່ ແລະ ເຄື່ອນທີ່ໄປແຕ່ລະບ້ານ ແລະ ຕາມຈຸດບໍລິການຕ່າງໆທີ່ໄດ້ກໍານົດໄວ້ນັບແຕ່ວັນທີ 24 ກຸມພາ ຫາ 07 ມີນາ 2022 ໂດຍບໍ່ມີວັນພັກ.

3. ສໍາລັບກຸ່ມເປົ້າຫມາຍທີ່ຈະເຂົ້າຮັບວັກຊິນກັນພະຍາດໂຄວິດ-19 ໃນຂະບວນການ ວສຊ ຄັ້ງນີ້ແມ່ນເລີ່ມແຕ່ອາຍຸ 6 ປີຂື້ນໄປ ລວມທັງຜູ້ທີ່ຍັງບໍ່ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ເຂັມທີ I, ເຂັມທີ 2 ແລະ ເຂັ້ມກະຕຸ້ນໃນຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ.

ໄລຍະຜ່ານມາ, ສູ້ຊົນປະຕິບັດໃຫ້ບັນລຸໄດ້ 80% ຂຶ້ນໄປ. ພາຍຫຼັງສໍາເລັດ ວສຊ ຄັ້ງນີ້ແລ້ວແມ່ນໃຫ້ສຶບຕໍ່ຄົ້ນ

4. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງເກັບກໍາ ແລະ ສັງລວມຂໍ້ມູນກຸ່ມເປົ້າຫມາຍນັກຮຽນອາຍຸ 6-11 ປີ ແລະ 12 ປີຂຶ້ນໄປລວມທັງຜູ້ທີ່ໄດ້ຮັບ ແລະ ຍັງບໍ່ທັນໄດ້ຮັບວັກຊິນຕາມ ຄໍາແນະນໍາໃນໄລຍະຜ່ານມາຢູ່ຕາມສະຖານການສຶກສາທຸກຂັ້ນທົ່ວແຂວງທັງພາກລັດ ແລະ ເອກະຊົນໃຫ້ສໍາເລັດກ່ອນວັນປະຕິບັດ ວສຊ ເພື່ອໃຫ້ຮູ້ຈໍານວນທີ່ຊັດເຈນທີ່ຈະຮັບສັກວັກຊິນໃນຂະບວນການ ວສຊ ຄັ້ງນີ້.

ອ່ານຕໍ່ໃນໃບແຈ້ງການ

.

.

ເມົາແລ້ວຊອກຫາໂທລະສັບບໍ່ເຫັນ ເສຍອາລົມ ຈົກປືນຍິງຮ້ານຂາຍເຄື່ອງປະຊາຊົນ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ພັທ ໂອໄດ ພິມມະຈັນ ຫົວໜ້າພະແນກສັນຕິບານ ປກສ ເມືອງສີສັດຕະນາກ ໃຫ້ຜູ້ວ່າ: ພາຍຫຼັງໄດ້ຮັບແຈ້ງທາງໂທລະສັບ ວ່າ: ມີຄົນຮ້າຍຍິງປືນໃສ່ຮ້ານຂາຍເຄື່ອງປະຊາຊົນ ຢູ່ເຂດບ້ານທົ່ງກາງ ເມືອງສີສັດຕະນາກ ເວລາ 21:30 ໂມງ ວັນທີ 17 ກຸມພາ 2022, ຈາກນັ້ນ ເຈົ້າໜ້າທີ່ພະແນກສັນຕິບານ ສົມທົບກັບພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ, ປກສ ກຸ່ມວັດນາກ ແລະ ອໍານາດການປົກຄອງບ້ານທົ່ງກາງ ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້ ຮອດເວລາ 00:00 ໂມງ ວັນທີ 18 ກຸມພາ 2022, ຈຶ່ງເຂົ້າກັກຕົວຜູ້ກໍ່ເຫດໄດ້ 1 ຄົນ ພ້ອມຂອງກາງອາວຸດເສິກ ປືນກ໋ອກ 9ມມ 1 ກະບອກ ແລະ ລູກປືນ 19 ລູກ ມາດໍາເນີນການສອບສວນ.ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເບື້ອງຕົ້ນໃຫ້ຮູ້ວ່າ: ຜູ້ກໍ່ເຫດ ຊື່ ທ້າວ ອາລີ ອາຍຸ 40 ປີ ພັກເຊົາ ຢູ່ບ້ານ ທ່າພະລານໄຊ ເມືອງສີສັດຕະນາກ ນວ ຮັບສາລະພາບວ່າ:

ສາເຫດທີ່ຍິງປືນໃສ່ຮ້ານຂາຍເຄື່ອງປະຊາຊົນ ຍ້ອນວ່າຕົນເອງດື່ມສິ່ງມຶນເມົານໍາໝູ່ຢູ່ຮ້ານຈົນເມົາ ຕອນກັບແລ້ວຊອກຫາໂທລະສັບບໍ່ເຫັນ ຄິດວ່າລືມຢູ່ຮ້ານ ຈຶ່ງກັບໄປຖາມເຈົ້າຂອງຮ້ານຂາຍເຄື່ອງວ່າເຫັນໂທລະສັບຂອງຕົນບໍ່ ແຕ່ເຈົ້າຂອງຮ້ານຕອບວ່າ: ບໍ່ເຫັນ ຈຶ່ງເກີດອາລົມໂມໂຫ ແລ້ວຈົກເອົາປືນສັ້ນ ຢູ່ແອວຂອງຕົນ ອອກມາຍິງໃສ່ຝາຮ້ານຂາຍເຄື່ອງ 1 ນັດ ຈາກນັ້ນ ກໍໜີມາເຮືອນ.ປັດຈຸບັນຄະດີນີ້ ເຈົ້າໜ້າທີ່ພວມເລັ່ງ ສືບສວນ-ສອບສວນ ດໍາເນີນຄະດີຕາມຂັ້ນຕອນກກົດໝາຍ.

ຕິດເຊື້ອໃໝ່ຫຼຸດລົງຫຼາຍແລ້ວ! ແຕ່ຜູ້ເສຍຊີວິດຍັງມີຕິກໆ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 22 ກຸມພາ 2022

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ໄດ້ໄຂຂຶ້ນຢ່າງທາງການ

ກອງປະຊຸມຄັ້ງນີ້, ສະມາຊິກລັດຖະບານ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ເພື່ອພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນ:

  • ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມ ພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ;
  • ລາຍງານກ່ຽວກັບການຄົ້ນຄ້ວາສ້າງແຜນການລົງທຶນຂອງລັດ ປະຈຳປີ 2022.
  • ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ).
  • ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ.
  • ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະ ບັບປັບປຸງ).
  • ຮ່າງຍຸດທະສາດ ການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໃສທັດຮອດປີ 2035 (ສະບັບປັບປຸງ).
  • ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021-2025 ແລະ ວິໃສທັດຮອດປີ 2030.
  • ການສ້າງລະບົບຄຸ້ມຄອງຕົວຕົນທາງດີຈີຕອນ (DIGITAL ID).

ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທິນ-ນໍ້າກະດິງ.

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ການສະເໜີບົດລາຍງານຕ່າງໆ ກໍໃຫ້ຮັກສາເວລາ ຕາມທີ່ໄດ້ກຳນົດໄວ້, ປະກອບຄໍາເຫັນ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະມີທາງອອກທີ່ຈະ ແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້. ກອງປະຊຸມລັດຖະບານ ສະໄໝສາມັນຄັ້ງນີ້ ຈະໄດ້ດຳ ເນີນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ກຸມພາ 2022.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ບັນດາເຂດບ້ານຕໍ່ໄປນີ້ ກຽມໂຕ່ງນໍ້າໄວ້ໃຊ້!

ລັດວິສາຫະກິດ ນ້ໍາປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ ຂອງໂຮງງານຜະລິດນ້ໍາປະປາດົງຫນາກຄາຍ, ໃນວັນທີ 22 ກຸມພາ 2022 (ເວລາ 09: 00 ໂມງ ຫາ 16: 00 ໂມງ) ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ໍາອອກຄ່ອຍ ຫາ ບໍ່ມີນໍ້າໃນບາງເຂດຂອງ ເມືອງໄຊທານີ, ເມືອງຈັນທະບູລີ ແລະ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ.

ກ່ຽວກັບໃນໄລນະການສ້ອມແປງດັ່ງກ່າວ ລັດວິສາຫະກິດ ນ້ໍາປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ໍາປະປາ ຈົ່ງກະກຽມໂຕ່ງນ້ໍາ ແລະ ກັກເກັບນ້ໍາໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງ ປະກອບມີ:

ບ້ານໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງຫນາກຄາຍ, ດອນຕິ້ວ, ດອນຫນູນ, ດົງສ້າງຫີນ, ໄຊສະຫວ່າງ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ຫນອງວຽງຄໍາ, ຫ້ວຍແດນເມືອງ, ວຽງແກ້ວ, ນາທົ່ມ, ຫນອງພະຍາ, ດົງໂດກ, ຕານມີໄຊ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄໍາຮຸ່ງ ແລະ ສີວິໄລ ເມືອງໄຊທານີ; ບ້ານຫ້ວຍຫົງ, ຫນອງທາເຫນືອ, ຫນອງທາໃຕ້, ຈອມມະນີ ແລະ ໂພນສະຫວ່າງເມືອງຈັນທະບູລີ ແລະ ບ້ານຫນອງຫນ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ ແລະ ໂຊກໃຫຍ່ ເມືອງໄຊເສດຖາ.

ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ

ບໍລິສັດລົດໄຟລາວ-ຈີນ ມີພະນັກງານ 1.206 ຄົນ ໃນນີ້ສັນຊາດລາວ 675 ຄົນ

ນັບຕັ້ງແຕ່ເລີ່ມການກໍ່ສ້າງເປັນຕົ້ນມາ ໃນໄລຍະເວລາ 5 ປີ ໂຄງການທາງລົດໄຟລາວ-ຈີນ ໄດ້ສະໜອງວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນໃນລາວເຖິງ 111.164 ເທື່ອຄົນ, ມີການສ້າງຫຼັກສູດຊຸດຝຶກອົບ ຮົມ, ຫອ້ງຮຽນຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວເຖິງ 995 ຊຸດ. ສ່ວນພະນັກງານຂອງບໍລິສັດທາງລົດໄຟລາວ-ຈີນ ທີ່ມີໃນປັດຈຸ ບັນ ແມ່ນ 1.206 ຄົນ,ໃນນີ້ ມີພະນັກງານສັນຊາດລາວ 675 ຄົນ. ສ່ວນພາກສ່ວນທີ່ຮ່ວມເຮັດວຽກນຳບໍລິສັດລົດ ໄຟລົດໄຟລາວ-ຈີນ ເຊັ່ນ: ບໍລິສັດປ້ອງກັນຄວາມປອດໄພ, ບໍລິສັດອະນາໄມທຳຄວາມສະອາດ, ເຮັດສວນ, ສົ່ງອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ມີປະມານ 1.000 ກວ່າຄົນ, ເຊີ່ງເປັນການປະກອບສ່ວນສໍາຄັນໃນການຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນຂອງທ້ອງຖິ່ນໃນລາວ.

ທ່ານ ວົງທອງ ສຸພັນທອງ, ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 18 ກຸມພາ 2022 ວ່າ: ພະນັກງານສັນຊາດລາວ 675 ຄົນ ທີ່ເຮັດວຽກນໍາບໍລິສັດລົດ ໄຟລາວ-ຈີນ ແບ່ງ ອອກເປັນ 2 ພາກສ່ວນ ຄື: ເຮັດວຽກຢູ່ສໍານັກງານໃຫຍ່ຂອງບໍລິສັດ 35 ຄົນ ແລະ ເຮັດວຽກຢູ່ບັນດາສະຖານີ ແລະ ເທີງລົດໄຟ, ລວມເຖີງເຮັດວຽກຕິດຕາມສ້ອມແປງລະບົບໄຟຟ້າ ແລະ ສາຍໂທລະຄົມທີ່ເປ່ເພຕາມແລວທາງລົດໄຟລາວ-ຈີນ 640 ຄົນ.

ທ່ານກ່າວຢໍ້າຕື່ມວ່າ: ຜູ້ທີ່ຈະມາເຮັດວຽກນໍາລົດໄຟ ລາວ-ຈີນ ຕ້ອງໄດ້ຜ່ານການຄັດເລືອກ ແລະ ການເຝິກອົບຮົມຢ່າງລະອຽດ ຈິ່ງຈະສາມາດເຮັດວຽກ ຫລື ບໍລິການນໍາລົດໄຟ ລາວ-ຈີນ ໄດ້.

ສ່ວນພະນັກງານຈາກຈີນທີ່ມາເຮັດວຽກບໍລິການນໍາລົດໄຟ ລາວ-ຈີນ ໃນປັດຈຸບັນນີ້ ແມ່ນມາຈາກກົມທາງລົດໄຟຄຸນໝິງ ໂດຍມີເປົ້າໝາຍວ່າ ພາຍ ໃນ 3-4 ປີ ຕ້ອງສ້າງພະນັກງານລາວໃຫ້ໄດ້ແລ້ວຈະຖອນກັບ, ດັ່ງນັ້ນ ພະນັກງານລາວ 675 ຄົນ ທີ່ເຮັດວຽກນໍາລົດໄຟ ລາວ-ຈີນ ໃນປັດຈຸບັນນີ້ ຕ້ອງໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນນໍາເຂົາເຈົ້າໃຫ້ໄດ້ຫລາຍທີ່ສຸດ ເພື່ອໄປສອນ ຫລື ເຝິກອົບຮົມໃຫ້ພະນັກງານລາວຄົນອື່ນໆ ທີ່ຈະເຂົ້າໄປເຮັດວຽກນໍາລົດໄຟລາວ-ຈີນ ໃນຕໍ່ໜ້າ.

ແຫຼ່ງຂ່າວ: Lao National Radio

ລັດຖະມົນຕີ ກະຊວງ ຮສສ ໂອ້ລົມ ພະນັກງານຫຼັກແຫຼ່ງ ທົ່ວຂະແໜງ ຮສສ ນະຄອນຫຼວງວຽງຈັນ

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ. ໄດ້ໃຫ້ກຽດໂອ້ລົມ ຄະນະພະແນກ , ພອ້ມດວ້ຍ ພະນັກງານລັດຖະກອນ, ທົ່ວພະແນກຮສສ ນະຄອນຫຼວງວຽງຈັນ ໃນວັນທີ 17 ກຸມພາ 2022ນີ້, ທີ່ພະແນກ ຮສສ ດັ່ງກ່າວ.

ຜ່ານການຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງວຽກງານຂະແໜງ ຮສສ ໄລຍະໜຶ່ງປີຜ່ານມາ ແລະ ທິດທາງແຜນການປີໃນຕໍ່ໜ້າ ເຊິງ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ ທາງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ທີ່ໄດ້ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໄດ້ມີຜົນສຳເລັດເປັນຢ່າງດີໄລຍະຜ່ານມາ, ພ້ອມນີ້, ຄຽງຄູ່ດ້ານດີແລ້ວ ຍັງມີບາງບັນຫາ ແລະ ສິ່ງທ້າທາຍຫລາຍດ້ານທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ ດັ່ງນີ້:

  • ວຽກຈັດຕັ້ງພະນັກງານ ເພີ່ມທະວີຄວາມສາມັກຄີເປັນ ເອກະພາບໃນທົ່ວຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ເພື່ກໍ່ສ້າງ, ປັບປຸງຊັບຊອນກົງຈັກການຈັດຕັ້ພັກ ແລະ ກົງຈັກການຈັດຕັ້ງລັດ ໃຫ້ມີຄວາມກະທັດຮັດເຄື່ອນໄຫວມີປະສິດທິພາບປະສິດທິຜົນສູງ, ຕາມທິດພັດທະນາໃຫ້ດີຂື້ນ; ຫຼີກລ້ຽງຮັບເອົາພະນັກງານເຫຼືອບໍ່ພໍ, ເຮັດວຽກຕາມມີຕາມເກີດ ພໍແລ້ວມື້ແລ້ວວັນ, ປັບປຸງແກ້ໄຂຂອດຂັ້ນທີ່ອຸດຕັນ ສ້າງຄວາມເຂົ້າໃຈ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກ ເພື່ອກຳແໜ້ນແນວທາງນະໂນບາຍ, ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການ ຕາມເງື່ອນໄຂຕົວຈິງ”. ຜູ້ທີ່ມີຄວາມຮູ້ ແຕ່ຂາດປະສົບການ ແມ່ນໃຫ້ສັບຊ້ອນລົງຮາກຖານ ເພື່ອເກັບກ່ຽວເອົາປະສົບການ ໃນວຽກງານຕົວຈິງ; ສຳລັບ ຜູ້ທີ່ມີປະສົບການ ແຕ່ຄວາມຮູ້ຍັງຈໍາກັດ ແມ່ນໃຫ້ສັບຊ້ອນໄປຍົກລະດັບໃຫ້ສູງຂຶ້ນຕື່ມ ເພື່ອໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຜົນສຳເລັດ. ເອົາໃຈໃສ່ນໍາພາພະນັກງານ-ສະມາຊິກພັກ ຈັດຕັ້ງ, ຄົ້ນຄວ້າ, ເຊື່ອມຊຶມ ກົດໝາຍ, ນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເລິກເຊິ່ງ ເປັນຕົ້ນ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍປະກັນສັງຄົມ, ກົດໝາຍອື່ນໆ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ.
  • ວຽກງານສ້າງ ແລະ ພັດທະນາສີມືແຮງງານ ສູ້ຊົນໃນການປະສານສົມທົບ ກັບພາກຫົວໜວ່ຍທຸລະກິດ ໃນການສ້າງທົດສອບສືມືແຮງງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ໃນຕຳແໜ່ງງານວ່າງ ການພັດທະນາສີມືແຮງງານ ແລະ ຈັດຫາງານ, ດ້ວຍຄວາມພະຍາຍາມໃນການບັນລຸ ຕົວເລກຄາດໝາຍ ໂດຍສະເພາະໃນສະພາບການ ພະຍາດແຜ່ລະບາດ ໂຄວິດ-19 ນີ້, ເຊິ່ງສາມາດສຸມໃສ່ໂຄສະນາປະຊາສຳພັນຢ່າງແຂງແຮງໃຫ້ກັບແຮງງານກັບເກັບກຳ ຂໍ້ມູນແຮງງານທີ່ກັບມາຈາກຕ່າງປະເທດ, ການເກັບກຳສະຖິຕິຄວາມຕ້ອງການກຳລັງແຮງງານ, ຜູ້ວ່າງງານ ແລະ ຄວາມຕ້ອງການຝຶກສືມີແຮງງານ ໄດ້ເປັນຢ່າງດີ.
  • ວຽກຄຸ້ມຄອງແຮງງານ ກໍເຊັ່ນດຽວກັນ ສາມາດເກັບກຳໄດ້ຫົວໜ່ວຍແຮງງານ ທີ່ຖືກຜົນກະທົບ ຫຼື ຖືກຍຸດເຊົາກິດຈະການຊົ່ວຄາວ ເພື່ອສັງລວມຂໍ້ມູນໃຫ້ແກ່ທາງກະຊວງ ພ້ອມນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າຢ່າງມີຈັນຍາບັນ ຈັນຍາທຳ.
  • ວຽກງານສະຫວັດດີການສັງຄົມ ສູ້ຊົນປະຕິບັດຕົວເລກອັດຕາປົກຫຸ້ມ ໃນລະບົບປະກັນສັງຄົມເພີ້ມຂື້ນ, ເພີມທະວີການໂຄສະນາປະຊາສຳພັນ, ອຳນວຍຄວາມສະດວກໃຫ້ສັງຄົມ ຫັນການບໍລິການແບບທັນສະໄໝ ໃນການປະຕິບັດຈ່າຍເງິນອຸດໜູນຕ່າງໆ ແລະ ຈັດຕັ້ງການມອບຮັບ ເງິນນະໂຍບາຍຕໍ່ຜູ້ມີຜົນງານ ໄດ້ຕາມແຜນການ.
  • ວຽກງານຊ່ວຍເຫຼືອໄພພິບັດ, ວຽກງານກາແດງ ຊວ່ຍເຫຼືອສັງຄົມໃຫ້ທັນກັບເຫດການສະພາບການ.

ຂໍ້ມູນຈາກ: ຂ່າວສານ ຮສສ

ປີ 2021 ລາວເອົາໃຈໃສ່ວຽກງານຕ້ານຄ້າມະນຸດ ແກ້ໄຂຄະດີໄດ້ 25 ເລື່ອງ

ໃນວັນທີ 18 ກຸມພາ 2022 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນ ຫລວງວຽງຈັນ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະ ການ ຕ້ານການຄ້າມະນຸດລະດັບຊາດ, ມີທ່ານ ພົອ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ທັງເປັນຮອງປະທານຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ, ມີຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງ ປກສ ທັງເປັນຫົວໜ້າກອງເລຂາຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ລັດຖະ ບານ ກໍຄື ຄະນະຮັບຜິດຊອບໄດ້ເອົາໃຈໃສ່ ໃນການເຜີຍແຜ່ແນວທາງຂອງພັກ-ລັດ, ບັນດານິຕິກຳ, ກົດໝາຍ, ລະບຽບການ, ສົນທິສັນຍາ, ການເຜີຍແຜ່ຂໍ້ມູນຂ່າວສານ, ພ້ອມທັງຄົ້ນຄວ້າ, ປັບປຸງດຳລັດ, ອອກຂໍ້ຕົກລົງ ແລະ ວາງນະໂຍບາຍ ເພື່ອຕອບຕ້ານບັນຫາການຄ້າມະນຸດຢ່າງແຂງແຮງ ໂດຍການໂຄ ສະນາປູກຈິດສໍານຶກກ່ຽວກັບຜົນກະທົບ ແລະ ໄພອັນຕະລາຍຂອງການຄ້າມະນຸດ ໃຫ້ພໍ່-ແມ່ປະຊາຊົນ, ນັກຮຽນ, ພະນັກງານໃນຂອບເຂດທົ່ວປະເທດ, ທັງໂຄສະນາຜ່ານສື່ຕ່າງໆ ເປັນຕົ້ນ ທາງໂທລະພາບ, ວິທະຍຸ, ໜັງສືພິມ, ເຟສບຸກ, ຢູທູບ, ແອັບຕິກຕ໊ອກ ແລະ ໂທລະໂຄ່ງ ປະຈໍາບ້ານຢ່າງເປັນປົກກະຕິ. ນອກນັ້ນ, ຍັງໄດ້ລະດົມທຶນນໍາພາກລັດ ສ້າງສູນຕ້ອນຮັບຊົ່ວຄາວຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ທີ່ແຂວງຫລວງນໍ້າທາ ໄດ້ 11 ພາກສ່ວນ ແລະ ເອກະຊົນ ໄດ້ 38 ພາກສ່ວນ, ເຊິ່ງສ້າງສໍາເລັດແລ້ວ 80%, ຈັດຕັ້ງແຂ່ງຂັນຮູບເງົາເລື່ອງສັ້ນ, ຫົວຂໍ້ໂຄສະນາ (ສະປອດ) ແລະ ເພງຮ້ອງຕ້ານການຄ້າມະນຸດ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ມີສ່ວນຮ່ວມ ແລະ ສົ່ງຜົນງານເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ພັອ ແກ່ນຈັນ ພົມມະຈັກ ໃຫ້ຮູ້ຕື່ມວ່າ: ນັບແຕ່ເດືອນມັງກອນ 2021 ມີຄະດີເກີດຂຶ້ນ ແລະ ແກ້ໄຂໄດ້ 25 ເລື່ອງ, ສານປະຊາຊົນໄດ້ຕັດສິນແລ້ວ 5 ເລື່ອງ) ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມກັບເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສໍາພາດຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ກຸ່ມສ່ຽງ 23 ຄັ້ງ; ໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕາມ, ຊຸກຍູ້ການ ດໍາເນີນຄະດີຕໍ່ຜູ້ກະທໍາຜິດ ແລະ ໄດ້ໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ທາງດ້ານສະຖານທີ່ພັກເຊົາຊົ່ວ ຄາວ, ການຊ່ວຍເຫລືອດ້ານກົດໝາຍ, ດ້ານການແພດ, ການສຶກສາ ແລະ ຝຶກວິຊາຊີບ ແລ້ວສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ. ສິ່ງສຳຄັນ ໄດ້ນຳສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ກຸ່ມສ່ຽງເຂົ້າບຳ ບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ 37 ຄົນ (ສົ່ງກັບຄືນສູ່ຄອບຄົວແລ້ວ), ໄດ້ຊ່ວຍເຫລືອເດັກ ທີ່ຈະໄດ້ນໍາສົ່ງໄປເປັນລູກລ້ຽງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ສົ່ງກັບຄືນຄອບຄົວແລ້ວ 1 ຄົນ, ໄດ້ກວດສຸຂະພາບໃຫ້ແກ່ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງ 34 ຄົນ ສ່ວນຫລາຍແມ່ນຖືກຄວາມຮຸນແຮງທາງດ້ານເພດ ແລະ ຈິດໃຈ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສ້າງກົນໄກປົກປ້ອງ ແລະ ຄຸ້ມຄອງແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.

ສໍາລັບທິດທາງແຜນການ ປະຈໍາປີ 2022, ທາງຄະນະຮັບຜິດຊອບ ຈະປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງບັນດາຄະນະກໍາມະການ ຕ້ານການຄ້າມະນຸດຂັ້ນຕ່າງໆ ໃຫ້ສາມາດເປັນເຈົ້າການໃນການເຮັດວຽກຕ້ານການຄ້າມະນຸດ, ເຮັດໃຫ້ສະພາບການຄ້າມະນຸດ ແລະ ຄວາມສ່ຽງທີ່ພາໃຫ້ເກີດການຄ້າມະນຸດຫລຸດລົງ, ເຮັດໃຫ້ຜູ້ຖືກເຄາະຮ້າຍທີ່ເປັນພົນລະເມືອງລາວ ແລະ ຕ່າງປະເທດຖືກປົກປ້ອງ ແລະ ຊ່ວຍເຫລືອ ໃຫ້ມີຄວາມປອດໄພ ແລະ ທັນເວລາ ສາມາດນໍາເອົາຜູ້ກະທຳຜິດມາດໍາເນີນຄະດີ ແລະ ຮັບໂທດຕາມລະບຽບກົດໝາຍ.

ຂໍ້ມູນ: ໜັງສືພິມ ປກສ

ສາວຖືກຊີງຊັບຂີ່ລົດຕຳກົ້ນລົດໂຈນ ແລ້ວຮ້ອງຂໍໃຫ້ຄົນມາຊ່ວຍເຫຼືອ (ມີຄຣິບ)

ຍາດຊີງຊັບ ຖືກຈັບດຳເນີນຄະດີ!

ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ໃຫ້ຮູ້ວ່າ: ເວລາປະມານ 18:40 ໂມງ ຂອງວັນທີ 19 ກຸມພາ 2022 ຜ່ານມາ, ໄດ້ມີຄົນຮ້າຍ ເພດຊາຍ 1 ຄົນ ຂັບຂີ່ລົດຈັກ ສະແມດ ສີດໍາແດງ ບໍ່ຕິດປ້າຍທະບຽນ ຍາດຊີງຊັບເອົາໂທລະສັບມືຖື ຂອງນາງ ອໍາໄພ ອາຍຸ 19 ປີ ນັກຮຽນ ຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຕໍ່ໜ້າໂຮງໝໍ 150 ຕຽງ ແລ້ວຂັບຂີ່ລົດຈັກຫຼົບໜີໄປທາງຂ້າງ ກົມໃຫຍ່ພະລາທິການກອງທັບ.

ກົດເຂົ້າເພື່ອເບິ່ງວີດີໂອ : https://fb.watch/biNCieEO5E/

ນາງ ອໍາໄພ ຈິ່ງຂັບຂີ່ລົດຈັກໄລ່ນໍາຄົນຮ້າຍ ພໍຮອດ 3 ແຍກ ໜ້າອະນຸສອນສະຖານ ໄກສອນ ພົມວິຫານ ຈິ່ງຂັບຂີ່ລົດຈັກຕໍາລົດຈັກຄົນຮ້າຍ ແລ້ວລົ້ມລົງ ແລະ ຮ້ອງຂໍໃຫ້ຄົນມາຊ່ວຍເຫຼືອ ສາມາດຈັບໄດ້ ຊາບຊື່ພາຍຫຼັງຜູ້ກໍ່ເຫດຊີງຊັບ ແມ່ນ ທ້າວ ຈອນນີ ຫວ່າງງານ ຢູ່ບ້ານ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ໄດ້ນໍາສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຊາວໜຸ່ມຂື້ນທ່ຽວ ພູຫຍ້າຄາ ເພື່ອສົ່ງເສີມການທ່ອງທ່ຽວ ແບບປະຈົນໄພ ຍ່າງປ່າ

ຊາວໜຸ່ມ ແຕ່ລະໜ່ວຍພະແນກການອ້ອມຂ້າງ ແຂວງອຸດົມໄຊ ຈຳນວນ 99 ສະຫາຍ.

ນຳໂດຍ ສະຫາຍ ສົມດີ ເຕັ່ງເບຣຍຈື່ ເລຂາຊາວຫນຸ່ມ ແຂວງໄດ້ນຳພາ ສະມາຊິກ ຊາວໜຸ່ມ ແຂວງ ອຸດົມໄຊ

ຂື້ນທ່ຽວ ພູຫຍ້າຄາຫລັກ32 ເພື່ອສົ່ງເສີມການທ່ອງທ່ຽວ ແບບ ປະຈົນໄພ, ຍ່າງປ່າ

ເພື່ອໃຫ້ຊາວຫນຸ່ມ ໄວຫນຸ່ມຫັນມາທ່ຽວຊົມທຳມະຊາດ, ຮູ້ຈັກຮັກສາສີ່ງແວດລ້ອມ ໃຫ້ຫ່າງໄກຈາກຢາເສບຕິດ

ທັງເປັນການ ຜຸກແຫນ້ນຄວາມສາມັກຄີ ໃຫ້ແກ່ສະມາຊິກຊາວຫນຸ່ມບັນດາຫນ່ອຍອ້ອມຂ້າງ ອີກດ້ວຍ.

ຂໍ້ມູນ ແລະ ພາບ: Oudomxay Tourism